| 1 | ທົ່ວທັງໂລກນີ້ ຈົ່ງຮ້ອງເພງມ່ວນຊື່ນຖວາຍແດ່ພຣະຜູ້ເປັນເຈົ້າ. | Make a joyful noise unto Jehovah, all ye lands. |
| 2 | ຈົ່ງນະມັດສະການພຣະອົງດ້ວຍຄວາມຊົມຊື່ນຍິນດີ ແລະເຂົ້າມາຮ້ອງເພງຢ່າງມ່ວນຊື່ນຕໍ່ພຣະພັກຂອງພຣະອົງ. | Serve Jehovah with gladness: Come before his presence with singing. |
| 3 | ຈົ່ງຮູ້ໄວ້ເທີ້ນວ່າ ພຣະຜູ້ເປັນເຈົ້າແມ່ນພຣະເຈົ້າ ພຣະອົງຊົງສ້າງພວກເຮົາ ແລະພວກເຮົາເປັນຂອງພຣະອົງ ພວກເຮົາເປັນໄພ່ພົນຂອງພຣະອົງ ແລະເປັນຝູງແກະຂອງພຣະອົງ. | Know ye that Jehovah, he is God: It is he that hath made us, and we are his; We are his people, and the sheep of his pasture. |
| 4 | ຈົ່ງເຂົ້າໄປໃນພຣະວິຫານຂອງພຣະອົງເພື່ອກ່າວຂອບພຣະຄຸນ ຈົ່ງໄປໃນວິຫານຂອງອັນສັກສິດຂອງພຣະອົງດ້ວຍການສັນລະເສີນ ຈົ່ງຂອບພຣະຄຸນ ແລະສັນລະເສີນພຣະອົງ. | Enter into his gates with thanksgiving, And into his courts with praise: Give thanks unto him, and bless his name. |
| 5 | ພຣະຜູ້ເປັນເຈົ້າຊົງປະກອບດ້ວຍຄວາມດີ ຄວາມຮັກຂອງພຣະອົງມີຢູ່ຕະຫລອດໄປ ແລະຄວາມສັດຊື່ຂອງພຣະອົງກໍມີຢູ່ຕະຫລອດເວລາ. | For Jehovah is good; his lovingkindness [endureth] for ever, And his faithfulness unto all generations. Psalm 101 A Psalm of David. |