1 | “ເພາະວ່າລາຊະອານາຈັກສະຫວັນປຽບເໝືອນພໍ່ເຮືອນຜູ້ໜຶ່ງທີ່ອອກໄປແຕ່ເຊົ້າໆ ເພື່ອຈ້າງຄົນມາທຳງານໃນສວນອະງຸ່ນຂອງຕົນ. | For the kingdom of heaven is like unto a man that was a householder, who went out early in the morning to hire laborers into his vineyard. |
2 | ຄັນຕົກລົງກັບລູກຈ້າງວັນລະໜຶ່ງເດນາຣິອົນແລ້ວ ຈິ່ງໃຊ້ໃຫ້ໄປທຳງານໃນສວນຂອງຕົນ. | And when he had agreed with the laborers for a shilling a day, he sent them into his vineyard. |
3 | ພໍສາມໂມງເຊົ້າເຈົ້າຂອງສວນກໍອອກໄປອີກ ແລະພົບຄົນອື່ນຢືນຢູ່ລ້າໆ ກາງຕະຫລາດ. | And he went out about the third hour, and saw others standing in the marketplace idle; |
4 | ເພິ່ນຈິ່ງເວົ້າກັບເຂົາວ່າ ‘ພວກເຈົ້າຈົ່ງໄປທຳງານໃນສວນອະງຸ່ນຂອງຂ້ອຍເໝືອນກັນ ແລະຂ້ອຍຈະໃຫ້ຄ່າຈ້າງແກ່ພວກເຈົ້າຕາມສົມຄວນ’ ແລ້ວເຂົາກໍພາກັນໄປ. | and to them he said, Go ye also into the vineyard, and whatsoever is right I will give you. And they went their way. |
5 | ພໍເວລາຫົກໂມງ ແລະເວລາເກົ້າໂມງ ເພິ່ນກໍອອກໄປອີກເຮັດເໝືອນແຕ່ກ່ອນ. | Again he went out about the sixth and the ninth hour, and did likewise. |
6 | ປະມານສິບເອັດໂມງ ເພິ່ນກໍອອກໄປອີກເທື່ອໜຶ່ງ ພົບອີກພວກໜຶ່ງຢືນຢູ່ຈິ່ງຖາມເຂົາວ່າ ‘ເປັນຫຍັງພວກເຈົ້າຈິ່ງຢືນຢູ່ນີ້ໝົດມື້ລ້າໆ’. | And about the eleventh [hour] he went out, and found others standing; and he saith unto them, Why stand ye here all the day idle? |
7 | ເຂົາຕອບວ່າ ‘ເພາະບໍ່ມີຜູ້ໃດຈ້າງ’ ເພິ່ນຈິ່ງບອກເຂົາວ່າ ‘ພວກເຈົ້າຈົ່ງໄປທຳງານໃນສວນອະງຸ່ນເໝືອນກັນ’. | They say unto him, Because no man hath hired us. He saith unto them, Go ye also into the vineyard. |
8 | ຄັນເຖິງເວລາຄ່ຳແລ້ວ ເຈົ້າຂອງສວນຈິ່ງບອກເຈົ້າພະນັກງານວ່າ ‘ຈົ່ງເອີ້ນພວກຄົນງານມາ ແລ້ວໃຫ້ຄ່າຈ້າງແກ່ເຂົາຕັ້ງແຕ່ຜູ້ທຳງານສຸດທ້າຍຈົນເຖິງຜູ້ມາກ່ອນ’. | And when even was come, the lord of the vineyard saith unto his steward, Call the laborers, and pay them their hire, beginning from the last unto the first. |
9 | ເມື່ອພວກທີ່ເຂົ້າການແຕ່ສິບເອັດໂມງນັ້ນໄດ້ມາແລ້ວ ເຂົາກໍໄດ້ຮັບຄົນລະໜຶ່ງເດນາຣິອົນ. | And when they came that [were hired] about the eleventh hour, they received every man a shilling. |
10 | ສ່ວນພວກທີ່ເຂົ້າການກ່ອນ ເມື່ອມາແລ້ວກໍນຶກວ່າຄົງຈະໄດ້ຮັບຫລາຍກວ່ານັ້ນ ແຕ່ກໍໄດ້ຮັບຄົນລະໜຶ່ງເດນາຣິອົນເໝືອນກັນ. | And when the first came, they supposed that they would receive more; and they likewise received every man a shilling. |
11 | ເມື່ອໄດ້ຮັບເງິນແລ້ວເຂົາກໍຈົ່ມຕໍ່ພໍ່ເຮືອນ. | And when they received it, they murmured against the householder, |
12 | ວ່າ ‘ພວກທີ່ເຂົ້າການສຸດທ້າຍໄດ້ເຮັດວຽກແຕ່ຊົ່ວໂມງດຽວ ແລະທ່ານໄດ້ໃຫ້ເຂົາທໍ່ກັນກັບພວກຂ້ານ້ອຍ ທີ່ອົດທຳງານໜັກຕາກແດດຮ້ອນຕະຫລອດວັນ’. | saying, These last have spent [but] one hour, and thou hast made them equal unto us, who have borne the burden of the day and the scorching heat. |
13 | ເພິ່ນຈິ່ງຕອບຜູ້ໜຶ່ງໃນໝູ່ນັ້ນວ່າ ‘ສະຫາຍເອີຍ, ຂ້ອຍບໍ່ໄດ້ເຮັດຜິດຕໍ່ເຈົ້າດອກ ເຈົ້າໄດ້ຕົກລົງກັນແລ້ວກັບຂ້ອຍວັນລະໜຶ່ງເດນາຣິອົນ ບໍ່ແມ່ນຫລື. | But he answered and said to one of them, Friend, I do thee no wrong: didst not thou agree with me for a shilling? |
14 | ສ່ວນທີ່ຕົກເປັນຂອງເຈົ້າຈົ່ງເອົາໄປເສຍ ຂ້ອຍພໍໃຈຈະໃຫ້ຄົນທີ່ເຂົ້າການສຸດທ້າຍນີ້ທໍ່ກັນກັບເຈົ້າ. | Take up that which is thine, and go thy way; it is my will to give unto this last, even as unto thee. |
15 | ຂ້ອຍມີສິດທີ່ຈະໃຊ້ເງິນຄຳຂອງຂ້ອຍຕາມໃຈຂອງຂ້ອຍ ບໍ່ຄວນຫລື ເປັນຫຍັງເຈົ້າອິດສາເມື່ອເຫັນຂ້ອຍໃຈດີ’. \f | Is it not lawful for me to do what I will with mine own? or is thine eye evil, because I am good? |
16 | ຢ່າງນັ້ນແຫລະຜູ້ທີ່ເປັນປາຍຈະກັບເປັນຕົ້ນ ແລະຜູ້ເປັນຕົ້ນຈະກັບເປັນປາຍ.” | So the last shall be first, and the first last. |
17 | ເມື່ອພຣະເຢຊູກຳລັງສະເດັດຂຶ້ນເມືອກຸງເຢຣູຊາເລັມ ກໍຊົງພາພວກສາວົກສິບສອງຄົນໄປເປັນໝູ່ຕ່າງຫາກ ຕາມທາງນັ້ນພຣະອົງຊົງບອກເຂົາວ່າ. | And as Jesus was going up to Jerusalem, he took the twelve disciples apart, and on the way he said unto them, |
18 | “ເບິ່ງແມ, ພວກເຮົາກຳລັງຂຶ້ນເມືອກຸງເຢຣູຊາເລັມ ແລະເຂົາຈະມອບບຸດມະນຸດໄວ້ກັບພວກປະໂລຫິດຕົນໃຫຍ່ແລະພວກນັກທຳ ພວກເຫລົ່ານີ້ຈະລົງໂທດປະຫານຊີວິດເພິ່ນ. | Behold, we go up to Jerusalem; and the Son of man shall be delivered unto the chief priests and scribes; and they shall condemn him to death, |
19 | ແລ້ວຈະມອບໄວ້ກັບຄົນຕ່າງຊາດ ໃຫ້ເຍາະເຍີ້ຍຂ້ຽນຕີແລະຕອກຕິດແຂນໄວ້ທີ່ໄມ້ກາງແຂນ ແລ້ວໃນວັນຖ້ວນສາມເພິ່ນຈະຖືກຊົງບັນດານໃຫ້ເປັນຄືນມາໃໝ່.” | and shall deliver him unto the Gentiles to mock, and to scourge, and to crucify: and the third day he shall be raised up. |
20 | ຂະນະນັ້ນມານດາຂອງລູກຊາຍເຊເບດາຍພາລູກທັງສອງຂອງຕົນມາຫາພຣະອົງຂາບໄຫວ້ທູນຂໍສິ່ງໜຶ່ງຈາກພຣະອົງ. | Then came to him the mother of the sons of Zebedee with her sons, worshipping [him], and asking a certain thing of him. |
21 | ພຣະອົງຈິ່ງຊົງຖາມນາງວ່າ, “ນາງປາດຖະໜາສິ່ງໃດ” ນາງທູນຕອບວ່າ, “ຂໍທ່ານຮັບສັ່ງໃຫ້ລູກຊາຍຂອງຂ້ານ້ອຍສອງຄົນນີ້ນັ່ງໃນອານາຈັກຂອງທ່ານ ເບື້ອງຂວາຜູ້ໜຶ່ງ ເບື້ອງຊ້າຍຜູ້ໜຶ່ງ.” | And he said unto her, What wouldest thou? She saith unto him, Command that these my two sons may sit, one on thy right hand, and one on thy left hand, in thy kingdom. |
22 | ພຣະເຢຊູຊົງຕອບວ່າ, “ທີ່ພວກທ່ານຂໍນັ້ນພວກທ່ານບໍ່ເຂົ້າໃຈ ຈອກທີ່ເຮົາຈວນຈະດື່ມນັ້ນທ່ານຈະດື່ມໄດ້ຫລື” ເຂົາທູນຕອບວ່າ, ‘ໄດ້ຢູ່ຂ້ານ້ອຍ.” | But Jesus answered and said, Ye know not what ye ask. Are ye able to drink the cup that I am about to drink? They say unto him, We are able. |
23 | ພຣະອົງຊົງກ່າວກັບເຂົາວ່າ, “ພວກທ່ານຈະດື່ມຈອກຂອງເຮົາກໍຈິງຢູ່ ແຕ່ທີ່ຈະນັ່ງເບື້ອງຂວາແລະເບື້ອງຊ້າຍຂອງເຮົານັ້ນ ບໍ່ແມ່ນໜ້າທີ່ຂອງເຮົາຈະຈັດໃຫ້ ແຕ່ພຣະບິດາຂອງເຮົາຊົງຈັດແຈງໄວ້ສຳລັບຜູ້ໃດກໍເປັນຂອງຜູ້ນັ້ນ.” | He saith unto them, My cup indeed ye shall drink: but to sit on my right hand, and on [my] left hand, is not mine to give; but [it is for them] for whom it hath been prepared of my Father. |
24 | ເມື່ອພວກສາວົກສິບຄົນໄດ້ຍິນດັ່ງນັ້ນແລ້ວ ກໍມີຄວາມເຄືອງໃຈເພາະອ້າຍນ້ອງສອງຄົນນັ້ນ. | And when the ten heard it, they were moved with indignation concerning the two brethren. |
25 | ພຣະເຢຊູຊົງເອີ້ນເຂົາມາແລ້ວກ່າວວ່າ, “ພວກທ່ານຮູ້ຢູ່ວ່າພວກຜູ້ຄຸ້ມຄອງຄົນຕ່າງຊາດກໍບັງຄັບບັນຊາເຂົາ ແລະພວກຜູ້ໃຫຍ່ກໍໃຊ້ອຳນາດເໜືອເຂົາ. | But Jesus called them unto him, and said, Ye know that the rulers of the Gentiles lord it over them, and their great ones exercise authority over them. |
26 | ແຕ່ໃນລະຫວ່າງພວກທ່ານບໍ່ເປັນຢ່າງນັ້ນ ຖ້າຜູ້ໃດຢາກເກີດເປັນໃຫຍ່ໃນພວກທ່ານ ຜູ້ນັ້ນຈະຕ້ອງເປັນຜູ້ຮັບໃຊ້ທ່ານທັງຫລາຍ. | Not so shall it be among you: but whosoever would become great among you shall be your minister; |
27 | ແລະຖ້າຜູ້ໃດຢາກເປັນເອກເປັນຕົ້ນໃນພວກທ່ານ ຜູ້ນັ້ນຈະຕ້ອງເປັນຂ້ອຍໃຊ້ຂອງພວກທ່ານ. | and whosoever would be first among you shall be your servant: |
28 | ເໝືອນຢ່າງບຸດມະນຸດບໍ່ໄດ້ມາເພື່ອໃຫ້ຄົນອື່ນບົວລະບັດຕົນ ແຕ່ໄດ້ມາເພື່ອຈະບົວລະບັດເຂົາ ແລະປະທານຊີວິດຂອງຕົນໃຫ້ເປັນຄ່າໄຖ່ຄົນຈຳນວນຫລາຍ.” | even as the Son of man came not to be ministered unto, but to minister, and to give his life a ransom for many. |
29 | ເມື່ອພຣະອົງກຳລັງສະເດັດພ້ອມດ້ວຍພວກສາວົກອອກໄປຈາກເມືອງເຢຣິໂກ ມີປະຊາຊົນຈຳນວນຫລາຍໄດ້ຕາມພຣະອົງໄປ | And as they went out from Jericho, a great multitude followed him. |
30 | ແລະເບິ່ງແມ, ມີຄົນຕາບອດສອງຄົນນັ່ງຢູ່ແຄມທາງ ເມື່ອໄດ້ຍິນວ່າພຣະເຢຊູສະເດັດກາຍມາເຂົາຈິ່ງຮ້ອງຂຶ້ນວ່າ “ທ່ານຜູ້ເປັນບຸດດາວິດເອີຍ, ຂໍຈົ່ງເມດຕາພວກຂ້ານ້ອຍແດ່ທ້ອນ.” | And behold, two blind men sitting by the way side, when they heard that Jesus was passing by, cried out, saying, Lord, have mercy on us, thou son of David. |
31 | ຝ່າຍປະຊາຊົນກໍຫ້າມເຂົາໃຫ້ມິດຢູ່ ແຕ່ເຂົາແຮ່ງຊ້ຳຮ້ອງດັງຂຶ້ນວ່າ, “ທ່ານຜູ້ເປັນບຸດດາວິດເອີຍ, ຂໍຈົ່ງເມດຕາພວກຂ້ານ້ອຍແດ່ທ້ອນ.” | And the multitude rebuked them, that they should hold their peace: but they cried out the more, saying, Lord, have mercy on us, thou son of David. |
32 | ພຣະເຢຊູຊົງຢຸດຢູ່ແລະເອີ້ນເຂົາມາແລ້ວຊົງຖາມເຂົາວ່າ, “ພວກເຈົ້າຢາກໃຫ້ເຮົາເຮັດຫຍັງເພື່ອເຈົ້າ.” | And Jesus stood still, and called them, and said, What will ye that I should do unto you? |
33 | ເຂົາຈິ່ງທູນຕອບວ່າ, “ທ່ານເອີຍ, ຂໍໂຜດເຮັດໃຫ້ຕາຂອງພວກຂ້ານ້ອຍມືນເຫັນຮຸ່ງແດ່ທ້ອນ.” | They say unto him, Lord, that our eyes may be opened. |
34 | ພຣະເຢຊູຊົງມີພຣະໄທຄຶດສົງສານ ຈິ່ງຊົງບາຍຕາຂອງເຂົາ ໃນທັນໃດນັ້ນເຂົາກໍເຫັນຮຸ່ງ ຈິ່ງໄດ້ຕິດຕາມພຣະອົງໄປ. | And Jesus, being moved with compassion, touched their eyes; and straightway they received their sight, and followed him. |