1 | ວິບັດແກ່ຄົນເຫລົ່ານັ້ນທີ່ອອກກົດໝາຍອະທຳ ແລະຜູ້ຂຽນທີ່ຂຽນແຕ່ການບີບບັງຄັບຕະຫລອດ. | Woe unto them that decree unrighteous decrees, and to the writers that write perverseness; |
2 | ເພື່ອຫັນຄົນຂັດສົນໄປຈາກຄວາມຍຸດຕິທຳ ແລະປຸ້ນເອົາສິດຂອງຄົນຍາກຈົນແຫ່ງຊົນຊາດຂອງເຮົາ ເພື່ອວ່າແມ່ໝ້າຍຈະເປັນເຫຍື່ອຂອງພວກເຂົາ ແລະເພື່ອພວກເຂົາຈະປຸ້ນຄົນກຳພ້າພໍ່ເສຍ. | to turn aside the needy from justice, and to rob the poor of my people of their right, that widows may be their spoil, and that they may make the fatherless their prey! |
3 | ພວກເຈົ້າຈະເຮັດຢ່າງໃດໃນວັນແຫ່ງການພິພາກສາ ລົງໂທດ ແລະໃນການກວາດລ້າງຊຶ່ງຈະມາຈາກທີ່ໄກ ເຈົ້າຈະໜີໄປເພິ່ງໃຜ ແລະເຈົ້າຈະຝາກສະຫງ່າລາສີຂອງເຈົ້າໄວ້ຢູ່ໃສ. | And what will ye do in the day of visitation, and in the desolation which shall come from far? to whom will ye flee for help? and where will ye leave your glory? |
4 | ຫາກປາດສະຈາກເຮົາ ພວກເຂົາຈະຂາບລົງຢູ່ກັບນັກໂທດ. ພວກເຂົາຈະລົ້ມລົງໃນໝູ່ຄົນທີ່ຖືກຂ້າ ເຖິງປານນັ້ນ ພຣະພິໂລດຂອງພຣະອົງກໍຍັງບໍ່ໄດ້ຫັນກັບ ແລະພຣະຫັດຂອງພຣະອົງຍັງຢຽດອອກຢູ່. | They shall only bow down under the prisoners, and shall fall under the slain. For all this his anger is not turned away, but his hand is stretched out still. |
5 | ໂອ ຊາວອັດຊີເລຍເອີຍ ຜູ້ເປັນໄມ້ຄ້ອນແຫ່ງຄວາມໂກດຮ້າຍຂອງເຮົາ ແລະໄມ້ຄ້ອນເທົ້າໃນມືຂອງພວກເຂົາ ແມ່ນຄວາມຢາກຮ້າຍຂອງເຮົາ. | Ho Assyrian, the rod of mine anger, the staff in whose hand is mine indignation! |
6 | ເຮົາຈະໃຊ້ພວກເຂົາໄປສູ້ປະຊາຊາດທີ່ໜ້າຊື່ໃຈຄົດ ເຮົາຈະບັນຊາພວກເຂົາໃຫ້ໄປສູ້ກັບຊົນຊາດທີ່ເຮົາໂກດຮ້າຍ ເພື່ອປຸ້ນຈີ້, ຈັບເຫຍື່ອ ແລະໃຫ້ຢຽບຢ່ຳລົງເໝືອນຢ່າງຢຽບຂີ້ຝຸ່ນດິນຢູ່ເທິງຖະໜົນ. | I will send him against a profane nation, and against the people of my wrath will I give him a charge, to take the spoil, and to take the prey, and to tread them down like the mire of the streets. |
7 | ລາວບໍ່ໄດ້ຕັ້ງໃຈຢ່າງນັ້ນ ແລະຈິດໃຈຂອງລາວກໍບໍ່ໄດ້ຄິດຢ່າງນັ້ນ ແຕ່ໃນໃຈຂອງລາວກໍຄິດຢາກທຳລາຍ ແລະຕັດປະຊາຊາດນັ້ນເສຍ. | Howbeit he meaneth not so, neither doth his heart think so; but it is in his heart to destroy, and to cut off nations not a few. |
8 | ເພາະລາວເວົ້າວ່າ, “ຜູ້ບັງຄັບບັນຊາຂອງຂ້ອຍກໍເປັນກະສັດໝົດ ບໍ່ແມ່ນບໍ.” | For he saith, Are not my princes all of them kings? |
9 | ເມືອງການໂນກໍເໝືອນກັບເມືອງກາເກມິດ ບໍ່ແມ່ນບໍ. ເມືອງຮາມັດກໍເໝືອນກັບເມືອງອາປາດ ບໍ່ແມ່ນບໍ. ເມືອງຊາມາເຣຍກໍເໝືອນກັບເມືອງດາມາເຊ ບໍ່ແມ່ນບໍ | Is not Calno as Carchemish? is not Hamath as Arpad? is not Samaria as Damascus? |
10 | ເໝືອນກັບມືຂອງເຮົາ ທີ່ໄປເຖິງບັນດາລາຊະອານາຈັກຂອງຮູບ ຊຶ່ງຮູບແກະສະຫລັກຂອງພວກເຂົານັ້ນກໍໃຫຍ່ກວ່າຂອງເຢຣູຊາເລັມ ແລະຊາມາເຣຍ | As my hand hath found the kingdoms of the idols, whose graven images did excel them of Jerusalem and of Samaria; |
11 | ເຮົາກໍຈະບໍ່ເຮັດແກ່ເຢຣູຊາເລັມແລະຮູບເຄົາລົບຂອງເຂົາດອກບໍ? ເໝືອນກັບທີ່ເຮົາໄດ້ເຮັດແກ່ຊາມາເຣຍ ແລະຮູບເຄົາລົບຂອງພວກເຂົາ” | shall I not, as I have done unto Samaria and her idols, so do to Jerusalem and her idols? |
12 | ຕໍ່ມາເມື່ອອົງພຣະຜູ້ເປັນເຈົ້າສຳເລັດພະລາຊະກິດທັງໝົດຂອງພຣະອົງທີ່ພູເຂົາຊີໂອນແລະຢູ່ທີ່ເຢຣູຊາເລັມ ແລ້ວເຮົາຈະລົງໂທດແກ່ຈິດໃຈທີ່ຈອງຫອງຂອງກະສັດແຫ່ງອັດຊີເຣຍ ແລະຄວາມອວດອົ່ງທະນົງຕົວຂອງເຂົາ | Wherefore it shall come to pass, that, when the Lord hath performed his whole work upon mount Zion and on Jerusalem, I will punish the fruit of the stout heart of the king of Assyria, and the glory of his high looks. |
13 | ເພາະວ່າກະສັດນັ້ນໄດ້ກ່າວວ່າ “ຂ້ອຍໄດ້ກະທຳການນີ້ດ້ວຍກຳລັງມືຂອງຂ້ອຍ ແລະດ້ວຍສະຕິປັນຍາ ຂອງຂ້ອຍ ເພາະວ່າຂ້ອຍມີຄວາມເຂົ້າໃຈ ຂ້ອຍໄດ້ຖອນເຂດແດນຂອງຊົນຊາດທັງຫລາຍ ແລະໄດ້ປຸ້ນຊັບສົມບັດຂອງເຂົາ ຂ້ອຍໄດ້ຖິ້ມບັນດາຊາວເມືອງລົງມາຢ່າງຄົນກ້າຫານ (ເໝືອນງົວຜູ້) | For he hath said, By the strength of my hand I have done it, and by my wisdom; for I have understanding: and I have removed the bounds of the peoples, and have robbed their treasures, and like a valiant man I have brought down them that sit [on thrones]: |
14 | ມືຂອງຂ້ອຍໄດ້ພົບຊັບສົມບັດຂອງຊົນຊາດທັງຫລາຍ ເໝືອນພົບຮັງນົກແລະຄົນເກັບໄຂ່ທີ່ປະຖິ້ມໄວ້ ຂ້ອຍກໍຮວບຮວມແຜ່ນດິນໂລກທັງໝົດແລະບໍ່ມີຜູ້ໃດເໜັງປີກ ຫລືອ້າປາກຫລືຮ້ອງສຽງດັງ” | and my hand hath found as a nest the riches of the peoples; and as one gathereth eggs that are forsaken, have I gathered all the earth: and there was none that moved the wing, or that opened the mouth, or chirped. |
15 | ຂວານຈະເວົ້າກັບຄົນທີ່ໃຊ້ມັນຖາກນັ້ນບໍ? ຫລືເລື່ອຍຈະຍົກຍໍໂຕຂຶ້ນຕໍ່ສູ້ຜູ້ທີ່ໃຊ້ມັນເລື່ອຍນັ້ນບໍ? ຄືກັນກັບວ່າໄມ້ແສ້ຈະຍົກຜູ້ຊຶ່ງຖືມັນຂຶ້ນຕີບໍ? ໄມ້ຄ້ອນຈະຍົກຕົວຂຶ້ນເໝືອນກັບວ່າມັນບໍ່ເຮັດດ້ວຍໄມ້ | Shall the axe boast itself against him that heweth therewith? shall the saw magnify itself against him that wieldeth it? as if a rod should wield them that lift it up, [or] as if a staff should lift up [him that is] not wood. |
16 | ສະນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງຈັກກະວານ ຈະໃຫ້ພະຍາດຈ່ອຍແຫ້ງເຂົ້າມາໃນໝູ່ຄົນອ້ວນພີຂອງເຂົາ ພາຍໃຕ້ກຽດຂອງເຂົາຈະມີການໄໝ້ທີ່ໃຫຍ່ໂຕເໝືອນໄຟໄໝ້ | Therefore will the Lord, Jehovah of hosts, send among his fat ones leanness; and under his glory there shall be kindled a burning like the burning of fire. |
17 | ຄວາມສະຫວ່າງແຫ່ງອິສຣາເອນຈະເປັນໄຟ ແລະອົງບໍລິສຸດຂອງທ່ານຈະກາຍເປັນແປວໄຟ ແລະຈະເຜົາ ແຕ່ເຄືອໜາມໃຫຍ່ແລະເຄືອໜາມນ້ອຍຂອງພວກເຂົາໃນມື້ດຽວ | And the light of Israel will be for a fire, and his Holy One for a flame; and it will burn and devour his thorns and his briers in one day. |
18 | ພຣະອົງຈະທຳລາຍຄວາມອຸດົມສົມບູນແຫ່ງປ່າຂອງພວກເຂົາ ແລະສວນຫມາກໄມ້ຂອງພວກເຂົາ ທັງຈິດວິນຍານແລະຮ່າງກາຍ ຈະເປັນເໝືອນກັບເວລາຄົນເຈັບປ່ວຍຢູ່ທີ່ຈະບໍ່ດີຈັກເທື່ອ | And he will consume the glory of his forest, and of his fruitful field, both soul and body: and it shall be as when a standard-bearer fainteth. |
19 | ກົກໄມ້ໃນປ່າຂອງພວກເຂົາຈະເຫລືອນ້ອຍຫລາຍ ຈົນເດັກນ້ອຍຜູ້ນຶ່ງຈະຂຽນໄວ້ລົງໄດ້ | And the remnant of the trees of his forest shall be few, so that a child may write them. |
20 | ແລະຕໍ່ມາໃນມື້ນັ້ນ ຊາວອິສຣາເອນທີ່ຍັງເຫລືອຢູ່ ແລະຈຳພວກຄົນທີ່ໜີລອດໄປຂອງຄອບຄົວຂອງຢາໂຄບ ຈະບໍ່ໄດ້ເພິ່ງຜູ້ທີ່ໂຈມຕີພວກເຂົາອີກ ແຕ່ຈະເພິ່ງພຣະຜູ້ເປັນເຈົ້າອົງບໍລິສຸດຂອງອິສຣາເອນໂດຍຄວາມຈິງ | And it shall come to pass in that day, that the remnant of Israel, and they that are escaped of the house of Jacob, shall no more again lean upon him that smote them, but shall lean upon Jehovah, the Holy One of Israel, in truth. |
21 | ສ່ວນຄົນທີ່ເຫລືອຢູ່ຂອງຢາໂຄບຈະກັບມາຫາພຣະເຈົ້າຜູ້ມີລິດອຳນາດ | A remnant shall return, [even] the remnant of Jacob, unto the mighty God. |
22 | ພວກເຈົ້າຊາວອິສຣາເອນເອີຍ ເຖິງວ່າຊົນຊາດຂອງເຈົ້າຈະເປັນດັ່ງເມັດຊາຍໃນທະເລ ຄົນທີ່ເຫລືອຢູ່ເທົ່ານັ້ນຈະກັບຄືນມາ ການເຜົາຜານຊຶ່ງກຳນົດໄວ້ແລ້ວຈະຖ້ວມລົ້ນໄປດ້ວຍຄວາມຊອບທຳ | For though thy people, Israel, be as the sand of the sea, [only] a remnant of them shall return: a destruction [is] determined, overflowing with righteousness. |
23 | ເພາະວ່າອົງພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງຈັກກະວານຈະເຮັດໃຫ້ການເຜົາຜານນັ້ນສິ້ນສຸດລົງຕາມທີ່ກຳນົດໄວ້ແລ້ວໃນຖ້າມກາງແຜ່ນດິນທັງໝົດ | For a full end, and that determined, will the Lord, Jehovah of hosts, make in the midst of all the earth. |
24 | ສະນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງຈັກກະວານບອກດັ່ງນີ້ວ່າ “ຊົນຊາດຂອງເຮົາເອີຍຜູ້ທີ່ຢູ່ໃນເມືອງ ຊີໂອນ ຢ່າຢ້ານຄົນອັດຊີເຣຍ ພວກເຂົາຈະຕີເຈົ້າດ້ວຍໄມ້ແສ້ແລະຈະຍົກໄມ້ຄ້ອນຂອງພວກເຂົາຂຶ້ນຕໍ່ສູ້ພວກເຈົ້າ ເໝືອນຢູ່ໃນເອຢິບ | Therefore thus saith the Lord, Jehovah of hosts, O my people that dwellest in Zion, be not afraid of the Assyrian, though he smite thee with the rod, and lift up his staff against thee, after the manner of Egypt. |
25 | ເພາະວ່າຍັງອີກບໍ່ດົນຄວາມໂກດຮ້າຍນັ້ນຈະສິ້ນສຸດ (ການລົງໂທດຈະສຳເລັດ ແລະຄວາມຄຽດຂອງເຮົາ ຈະເຮັດໃຫ້ພວກອັດຊີເຣຍຈີບຫາຍໄປ | For yet a very little while, and the indignation [against thee] shall be accomplished, and mine anger [shall be directed] to his destruction. |
26 | ແລະພຣະຜູ້ເປັນເຈົ້າແຫ່ງຈັກກະວານຈະແກວ່ງແສ້ມາເພື່ອສູ້ກັບພວກເຂົາ ເໝືອນດັ່ງທີ່ພຣະອົງໄດ້ໂຈມຕີຄົນ ມີດີອານໃນໂງ່ນຫີນໂອເຣັບ ແລະໄມ້ຄ້ອນຂອງພຣະອົງນັ້ນຈະຍົກຂຶ້ນເໜືອທະເລ, ພຣະອົງຈະຍົກຂຶ້ນເໝືອນກັບໃນປະເທດເອຢິບ | And Jehovah of hosts will stir up against him a scourge, as in the slaughter of Midian at the rock of Oreb: and his rod will be over the sea, and he will lift it up after the manner of Egypt. |
27 | ແລະຕໍ່ມາໃນມື້ນັ້ນພາລະໜັກຂອງພວກເຂົາຈະຖືກຍົກໄປຈາກບ່າຂອງພວກເຈົ້າ ແລະແອກຂອງພວກເຂົາ ຈະຖືກຫັກຈາກຄໍຂອງພວກເຈົ້າ ແລະແອກນັ້ນຈະຖືກທຳລາຍຍ້ອນການຊົງເຈີມ (ນ້ຳມັນຊະໂລມທາ)” | And it shall come to pass in that day, that his burden shall depart from off thy shoulder, and his yoke from off thy neck, and the yoke shall be destroyed by reason of fatness. |
28 | ພວກເຂົາໄດ້ມາຮອດອາອີແລ້ວ ພວກເຂົາໄດ້ຂ້າມມິກໂຣນ ພວກເຂົາປະສິ່ງຂອງ ຂອງພວກເຂົາໄວ້ໃນເມືອງມິກມາດ | He is come to Aiath, he is passed through Migron; at Michmash he layeth up his baggage; |
29 | ເຂົາເຫລົ່ານັ້ນຜ່ານໄປທາງຜ່ານ ເຂົ້າມາແລ້ວເກບາເປັນບ່ອນທີ່ເຂົານອນຄ້າງຄືນ ເມືອງຣາມາສະທົກສະທ້ານຫວັ່ນໄຫວ ກິເບອາຂອງຊາອູນໜີໄປແລ້ວ | they are gone over the pass; they have taken up their lodging at Geba; Ramah trembleth; Gibeah of Saul is fled. |
30 | ລູກສາວຂອງກັນລີມເອີຍຈົ່ງສົ່ງສຽງຮ້ອງໂຮ ໃຫ້ພວກເຂົາໄດ້ຍິນໃນລາຍຊາເຖີດ ອານາໂທດເອີຍ ໜ້າສົງສານ ແທ້ໆ | Cry aloud with thy voice, O daughter of Gallim! hearken, O Laishah! O thou poor Anathoth! |
31 | ຊາວເມືອງມັດເມນາໄດ້ປົບໜີແລ້ວ ຊາວເມືອງເກບີມກຳລັງປົບໜີ | Madmenah is a fugitive; the inhabitants of Gebim flee for safety. |
32 | ໃນມື້ນີ້ເອງພວກເຂົາຈະຢຸດຢູ່ທີ່ເມືອງໂນບ ເຂົາຂູ່ເຂັນເຮັດຮ້າຍດ້ວຍມືຕໍ່ສູ້ພູເຂົາຂອງລູກສາວແຫ່ງເມືອງຊີໂອນ, ໂນນພູຂອງເຢຣູຊາເລັມ | This very day shall he halt at Nob: he shaketh his hand at the mount of the daughter of Zion, the hill of Jerusalem. |
33 | ເບິ່ງເຖີດ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງຈັກກະວານ ຈະຕັດກິ່ງໄມ້ດ້ວຍກຳລັງທີ່ໜ້າຢ້ານ ຕົ້ນທີ່ສູງຈະຖືກປ້ຳລົງມາ ແລະຕົ້ນທີ່ຍິ່ງຈອງຫອງຈະຕ້ອງຕ່ຳລົງ \f | Behold, the Lord, Jehovah of hosts, will lop the boughs with terror: and the high of stature shall be hewn down, and the lofty shall be brought low. |
34 | ພຣະອົງຈະໃຊ້ຂວານເຫລັກຟັນປ່າທຶບ ແລະພູເລບານອນຈະລົ້ມລົງໂດຍຄົນມີອຳນາດໃຫຍ່ຫລວງ | And he will cut down the thickets of the forest with iron, and Lebanon shall fall by a mighty one. |