1ເພາະ​ສັນ­ນັ້ນ​ທ່ານ​ທັງ­ຫລາຍ ຈົ່ງ​ເປັນ​ຜູ້​ດຳ­ເນີນ​ຊີ­ວິດ​ຕາມ​ແບບ­ຢ່າງພຣະ­ເຈົ້າເໝືອນ​ເປັນ​ບຸດ​ທີ່​ຮັກ.Be ye therefore imitators of God, as beloved children;
2ແລະ​ຈົ່ງ​ດຳ­ເນີນ​ຊີ­ວິດ​ນັ້ນ​ໃນ​ຄວາມ​ຮັກ ເໝືອນ​ດັ່ງພຣະ­ຄຣິດໄດ້​ຊົງ​ຮັກ​ທ່ານ​ທັງ­ຫລາຍ ແລະ​ຊົງ​ສະ­ຫລະ​ພຣະ­ອົງ​ເອງ​ເພື່ອ​ພວກ​ເຮົາ ໃຫ້​ເປັນ​ເຄື່ອງ​ບູ­ຊາ​ແລະ​ເຄື່ອງ​ຖວາຍ​ທີ່​ມີ​ກິ່ນ​ຫອມ​ຫວານ​ແກ່ພຣະ­ເຈົ້າ.and walk in love, even as Christ also loved you, and gave himself up for us, an offering and a sacrifice to God for an odor of a sweet smell.
3ແຕ່​ການ​ເອີ່ຍ​ເຖິງ​ການ​ຫລິ້ນ​ຊູ້, ການ​ຊົ່ວ​ຮ້າຍ​ທຸກ​ຢ່າງ, ຫລື​ຄວາມ​ໂລ­ພະ­ຕັນ­ຫາ​ກໍ​ດີ ຢ່າ​ໃຫ້​ມີ​ຂຶ້ນ​ໃນ​ຖ້າມ­ກາງ​ທ່ານ​ທັງ­ຫລາຍ ເພື່ອ​ຈະ​ໄດ້​ເໝາະ​ສົມ​ກັບ​ພວກ​ທ່ານ​ເປັນ​ໄພ່​ພົນ​ຂອງພຣະ­ເຈົ້າ.But fornication, and all uncleanness, or covetousness, let it not even be named among you, as becometh saints;
4ທັງ​ຢ່າ​ກ່າວ​ຄຳ​ຫຍາບ­ຊ້າ, ຢ່າ​ເວົ້າ​ຢ່າງ​ບໍ່​ມີ​ແກ່ນ­ສານ, ຫລື​ເວົ້າ​ຕະ­ຫລົກ​ຫລິ້ນ ຊຶ່ງ​ເປັນ​ການ​ບໍ່​ສົມ­ຄວນ ແຕ່​ໃຫ້​ມີ­ການ​ຂອບ​ພຣະ­ຄຸນ​ດີກ​ວ່າ.nor filthiness, nor foolish talking, or jesting, which are not befitting: but rather giving of thanks.
5ເພາະ­ວ່າ​ເລື່ອງ​ນີ້​ທ່ານ​ທັງ­ຫລາຍ​ຄົງ​ຮູ້​ແນ່​ວ່າ ຄົນ​ຫລິ້ນ​ຊູ້, ຄົນ​ຊົ່ວ​ຮ້າຍ ຄົນ​ໂລ­ພະ­ຕັນ­ຫາ (ທີ່​ເປັນ​ເໝືອນ​ຄົນ​ທີ່​ໄຫວ້​ພຣະ­ທຽມ) ກໍ​ດີ ຈະ​ມີ​ສ່ວນ​ໃນ​ລາ­ຊະ​ອາ­ນາ­ຈັກ​ຂອງພຣະ­ຄຣິດແລະ​ຂອງພຣະ­ເຈົ້າບໍ່​ໄດ້.For this ye know of a surety, that no fornicator, nor unclean person, nor covetous man, who is an idolater, hath any inheritance in the kingdom of Christ and God.
6ຢ່າ​ໃຫ້​ຜູ້​ໃດ​ລໍ້​ລວງ​ພວກ​ທ່ານ​ດ້ວຍ​ຄຳ​ເວົ້າ​ອັນ​ໄຮ້​ປະ­ໂຫຍດ ເພາະ​ການ​ເຮັດ​ເຫລົ່າ​ນີ້​ແຫລະ, ພຣະ­ພິ­ໂລດ​ຂອງພຣະ­ເຈົ້າຈຶ່ງ​ຕົກ​ໃສ່​ຄົນ​ທັງ­ຫລາຍ​ທີ່​ບໍ່​ຍອມ​ເຊື່ອ​ຟັງ.Let no man deceive you with empty words: for because of these things cometh the wrath of God upon the sons of disobedience.
7ເຫດ​ສັນ­ນັ້ນ​ທ່ານ​ທັງ­ຫລາຍ​ຢ່າ​ຄົບ​ຫາ​ສະ­ມາ­ຄົມ​ກັບ​ຄົນ​ເຫລົ່າ­ນັ້ນ​ຈັກ​ເທື່ອ.Be not ye therefore partakers with them;
8ເພາະ­ວ່າ​ເມື່ອ​ກ່ອນ, ທ່ານ​ທັງ­ຫລາຍ​ຢູ່​ຝ່າຍ​ຄວາມ​ມືດ ແຕ່​ບັດ​ນີ້​ກໍ​ຢູ່​ຝ່າຍ​ຄວາມ​ສະ­ຫວ່າງ​ໃນ​ອົງພຣະ­ຜູ້­ເປັນ­ເຈົ້າ ຈົ່ງ​ດຳ­ເນີນ​ຊີ­ວິດ​ເໝືອນ​ຢູ່​ຝ່າຍ​ຄວາມ​ສະ­ຫວ່າງ​ແລ້ວ.For ye were once darkness, but are now light in the Lord: walk as children of light
9(ດ້ວຍ​ວ່າ ຜົນ​ຂອງພຣະ­ວິນ­ຍານນັ້ນ​ຄື​ຄວາມ​ດີ ແລະ​ຄວາມ​ຊອບ​ທຳ​ກັບ​ຄວາມ​ຈິງ​ທຸກ​ຢ່າງ).(for the fruit of the light is in all goodness and righteousness and truth),
10ທ່ານ​ທັງ­ຫລາຍ​ຈົ່ງ​ພະ­ຍາ­ຍາມ​ຮຽນ​ຮູ້­ຈັກ​ວ່າ ເຮັດ​ສິ່ງ​ໃດ​ຈຶ່ງ​ຈະ​ເປັນ​ທີ່​ຊອບ​ພຣະ­ໄທ​ອົງພຣະ­ຜູ້­ເປັນ­ເຈົ້າ.proving what is well-pleasing unto the Lord;
11ແລະ​ຢ່າ​ເຂົ້າ​ສ່ວນ​ກັບ​ກິດ­ຈະ­ການ​ຂອງ​ຄວາມ​ມືດ​ທີ່​ບໍ່​ມີ​ປະ­ໂຫຍດ ແຕ່​ຈົ່ງ​ເປີດ­ເຜີຍ​ກິດ­ຈະ­ການ​ນັ້ນ​ໃຫ້​ປະ­ກົດ​ດີກ​ວ່າ.and have no fellowship with the unfruitful works of darkness, but rather even reprove them;
12ເພາະ­ວ່າ​ແມ່ນ​ແຕ່​ຈະ​ເວົ້າ​ເຖິງ​ການ​ເຫລົ່າ­ນັ້ນ​ທີ່​ເຂົາ​ເຮັດ​ໃນ​ທີ່​ລັບ­ລີ້​ກໍ​ຍັງ​ເປັນ​ການ​ໜ້າ​ອາຍ.for the things which are done by them in secret it is a shame even to speak of.
13ແຕ່​ເມື່ອ​ສິ່ງ​ສາ­ລະ­ພັດ​ຖືກ​ເປີດ­ເຜີຍ​ອອກ​ໂດຍ​ຄວາມ​ສະ­ຫວ່າງ ສິ່ງ​ນັ້ນ​ກໍ​ປະ­ກົດ​ແຈ້ງ ເພາະ­ວ່າ​ທຸກ​ສິ່ງ​ທີ່​ໃຫ້​ປະ­ກົດ​ແຈ້ງ​ກໍ​ຄື​ຄວາມ​ສະ­ຫວ່າງ.But all things when they are reproved are made manifest by the light: for everything that is made manifest is light.
14ເຫດ​ສັນ­ນັ້ນ​ຈຶ່ງ​ມີ​ຄຳ​ກ່າວ​ວ່າ, “ຄົນ​ທີ່​ນອນ​ຫລັບ​ເອີຍ, ຈົ່ງ​ຕື່ນ​ຂຶ້ນ ຈົ່ງ​ຟື້ນ​ຂຶ້ນ​ມາ​ຈາກ​ຄວາມ​ຕາຍ ແລະພຣະ­ຄຣິດຈະ​ສ່ອງ​ສະ­ຫວ່າງ​ໃສ່​ເຈົ້າ.” \fWherefore [he] saith, Awake, thou that sleepest, and arise from the dead, and Christ shall shine upon thee.
15ເຫດ​ສັນ­ນັ້ນ​ທ່ານ​ທັງ­ຫລາຍ​ຈົ່ງ​ລະ­ວັງ​ໃນ​ການ​ດຳ­ເນີນ​ຊີ­ວິດ​ໃຫ້​ດີ ຢ່າ​ໃຫ້​ເໝືອນ​ຄົນ​ໄຮ້​ປັນ­ຍາ ແຕ່​ໃຫ້​ເໝືອນ​ຄົນ​ມີ​ປັນ­ຍາ.Look therefore carefully how ye walk, not as unwise, but as wise;
16ຈົ່ງ​ສວຍ​ເອົາ​ໂອ­ກາດ ເພາະ­ວ່າ​ທຸກ​ວັນ​ນີ້​ເປັນ​ຄາວ​ຊົ່ວ​ຮ້າຍ.redeeming the time, because the days are evil.
17ເຫດ​ສັນ­ນັ້ນ​ຢ່າ​ເປັນ​ຄົນ​ໂງ່ ແຕ່​ຈົ່ງ​ເຂົ້າ­ໃຈ​ນ້ຳ​ພຣະ­ໄທ​ຂອງ​ອົງພຣະ­ຜູ້­ເປັນ­ເຈົ້າວ່າ​ເປັນ​ຢ່າງ­ໃດ.Wherefore be ye not foolish, but understand what the will of the Lord is.
18ແລະ​ຢ່າ​ເມົາ​ເຫລົ້າ​ແວງ ຊຶ່ງ​ພາ­ໃຫ້​ເສຍ​ຄົນ ແຕ່​ຈົ່ງ​ເຕັມ​ດ້ວຍພຣະ­ວິນ­ຍານກໍ​ດີກ​ວ່າ.And be not drunken with wine, wherein is riot, but be filled with the Spirit;
19ຈົ່ງ​ສົນ­ທະ­ນາ​ກັນ​ດ້ວຍ​ເພງ​ສັນ­ລະ­ເສີນ, ເພງ​ນະ­ມັດ­ສະ­ການ, ແລະ​ເພງ​ຍ້ອງ­ຍໍ​ສໍ­ລະ­ເສີນ​ຝ່າຍພຣະ­ວິນ­ຍານ ຄື​ຮ້ອງ­ເພງ​ແລະ​ສັນ­ລະ­ເສີນ​ຈາກ​ໃຈ​ຂອງ​ທ່ານ​ທັງ­ຫລາຍ​ຖວາຍ​ແດ່​ອົງພຣະ­ຜູ້­ເປັນ­ເຈົ້າ.speaking one to another in psalms and hymns and spiritual songs, singing and making melody with your heart to the Lord;
20ຈົ່ງ​ຂອບ​ພຣະ­ຄຸນພຣະ­ເຈົ້າ ຄືພຣະ­ບິ­ດາສຳ­ລັບ​ສິ່ງ​ສາ­ລະ­ພັດ​ສະ­ເໝີ ໃນ​ພຣະ­ນາມ​ຂອງພຣະ­ເຢຊູຄິດ​ເຈົ້າ​ຂອງ​ເຮົາ​ທັງ­ຫລາຍ.giving thanks always for all things in the name of our Lord Jesus Christ to God, even the Father;
21ເນື່ອງ​ດ້ວຍ​ເຈົ້າ​ມີ​ຄວາມ​ຢຳ​ເກງພຣະ­ຄຣິດ ຈົ່ງ​ຍອມ​ຟັງ​ເຊິ່ງ​ກັນ​ແລະ​ກັນ.subjecting yourselves one to another in the fear of Christ.
22ຝ່າຍ​ພັນ​ລະ​ຍາ, ຈົ່ງ​ຍອມ​ຢູ່​ໃຕ້​ບັງ­ຄັບ​ສາ­ມີ​ຂອງ​ຕົນ ເໝືອນ​ຍອມ​ຟັງ​ອົງພຣະ­ຜູ້­ເປັນ­ເຈົ້າ.Wives, [be in subjection] unto your own husbands, as unto the Lord.
23ເພາະ­ວ່າ​ສາ­ມີ​ເປັນ​ສີ­ສະ​ຂອງ​ພັນ​ລະ​ຍາ ເໝືອນພຣະ­ຄຣິດຊົງ​ເປັນ​ປະ­ມຸກ​ຂອງ​ຄຣິສ­ຕະ­ຈັກ ຊຶ່ງ​ເປັນ​ພຣະ­ກາຍ​ຂອງ​ພຣະ­ອົງ ແລະ​ພຣະ­ອົງ​ຊົງ​ເປັນ​ຜູ້​ໂຜດ​ໃຫ້​ຄຣິສ­ຕະ­ຈັກ​ນັ້ນ​ພົ້ນ.For the husband is the head of the wife, and Christ also is the head of the church, [being] himself the saviour of the body.
24ຄຣິສ­ຕະ­ຈັກ​ຍອມ​ຢູ່​ໃຕ້​ບັງ­ຄັບ​ຂອງພຣະ­ຄຣິດສັນ­ໃດ ພັນ​ລະ​ຍາ​ກໍ​ຄວນ​ຍອມ​ຢູ່​ໃຕ້​ບັງ­ຄັບ​ສາ­ມີ​ຂອງ​ຕົນ​ທຸກ​ປະ­ການ​ສັນ­ນັ້ນ.But as the church is subject to Christ, so [let] the wives also [be] to their husbands in everything.
25ຝ່າຍ​ສາ­ມີ, ຈົ່ງ​ຮັກ​ພັນ​ລະ​ຍາ​ຂອງ​ຕົນ ເໝືອນ​ດັ່ງພຣະ­ຄຣິດໄດ້​ຊົງ​ຮັກ​ຄຣິສ­ຕະ­ຈັກ ແລະ​ຊົງ​ສະ­ຫລະ​ພຣະ­ອົງ​ເອງ​ເພື່ອ​ຄຣິສ­ຕະ­ຈັກ.Husbands, love your wives, even as Christ also loved the church, and gave himself up for it;
26ເພື່ອ​ຊົງ​ຕັ້ງ​ຄຣິສ­ຕະ­ຈັກ​ນັ້ນ​ໄວ້​ສຳ­ລັບພຣະ­ເຈົ້າໂດຍ​ການ​ຊົງ​ຊຳ­ລະ​ດ້ວຍ​ນ້ຳ​ກັບ​ດ້ວຍ​ຖ້ອຍ​ຄຳ. \fthat he might sanctify it, having cleansed it by the washing of water with the word,
27ເພື່ອ​ພຣະ­ອົງ​ນັ້ນ​ຈະ​ໄດ້​ຮັບ​ຄຣິສ­ຕະ­ຈັກ​ສຳ­ລັບ​ພຣະ­ອົງ​ເອງ ຄື​ຄຣິສ­ຕະ­ຈັກ​ທີ່​ມີ​ສະ­ຫງ່າ​ລາ­ສີ, ບໍ່​ມີ​ຈຸດ​ດ່າງ​ພອຍ​ຫລື​ຮອຍ​ໜັງ​ຫ່ຽວ, ແລະ​ສິ່ງ​ອື່ນໆ ໃນ​ທຳ­ນອງ​ນັ້ນ ເພື່ອ​ຄຣິສ­ຕະ­ຈັກ​ຈະ​ບໍ­ລິ­ສຸດ​ບໍ່​ມີ​ຕຳ­ໜິ.that he might present the church to himself a glorious [church], not having spot or wrinkle or any such thing; but that it should be holy and without blemish.
28ຢ່າງ​ນັ້ນ​ແຫລະ, ສາ­ມີ​ຈຶ່ງ​ຄວນ​ຮັກ​ພັນ​ລະ​ຍາ​ຂອງ​ຕົນ​ເໝືອນ​ກັບ​ຮັກ­ກາຍ​ຂອງ​ຕົນ​ເອງ ຜູ້​ທີ່​ຮັກ​ພັນ​ລະ​ຍາ​ຂອງ​ຕົນ​ກໍ​ຮັກ​ຕົນ​ເອງ.Even so ought husbands also to love their own wives as their own bodies. He that loveth his own wife loveth himself:
29ເພາະ­ວ່າ​ບໍ່​ມີ​ຜູ້​ໃດ​ກຽດ​ຊັງ​ເນື້ອ​ກາຍ​ຂອງ​ຕົນ​ເອງ​ຈັກ​ເທື່ອ ມີ​ແຕ່​ບຳ­ລຸງ​ຖະ­ໜອມ​ລ້ຽງ​ໄວ້ ເໝືອນ​ດັ່ງພຣະ­ຄຣິດຊົງ​ກະ­ທຳ​ແກ່​ຄຣິສ­ຕະ­ຈັກ.for no man ever hated his own flesh; but nourisheth and cherisheth it, even as Christ also the church;
30ເພາະ­ວ່າ​ເຮົາ​ທັງ­ຫລາຍ​ເປັນ​ອະ​ໄວ​ຍະ​ວະ​ແຫ່ງ​ພຣະ­ກາຍ​ຂອງ​ພຣະ­ອົງ.because we are members of his body.
31“ເພາະ​ເຫດ​ນີ້​ຜູ້​ຊາຍ​ຈຶ່ງ​ຈະ​ລະ​ບິ­ດາ​ມານ​ດາ​ຂອງ​ຕົນ​ໄປ​ຜູກ​ພັນ​ກັບ​ພັນ​ລະ​ຍາ ແລະ​ເຂົາ​ທັງ​ສອງ​ຈະ​ເປັນ​ກາຍ​ອັນ​ດຽວ​ກັນ.”For this cause shall a man leave his father and mother, and shall cleave to his wife; and the two shall become one flesh.
32ຄວາມ​ຈິງ​ທີ່​ຝັງ​ຢູ່​ໃນ​ຂໍ້​ນີ້​ກໍ​ເລິກ­ເຊິ່ງ ແຕ່​ສ່ວນ​ຂ້າ­ພະ­ເຈົ້າ, ເຂົ້າ­ໃຈ​ວ່າ​ໝາຍ​ເຖິງພຣະ­ຄຣິດແລະ​ຄຣິສ­ຕະ­ຈັກ.This mystery is great: but I speak in regard of Christ and of the church.
33ເຖິງ​ຢ່າງ­ໃດ​ກໍ​ດີ, ພວກ​ທ່ານ​ທຸກ​ຄົນ​ຈົ່ງ​ຮັກ​ພັນ​ລະ​ຍາ​ຂອງ​ຕົນ​ເໝືອນ​ຮັກ​ຕົນ​ເອງ ແລະ​ພັນ​ລະ​ຍາ​ກໍ​ຈົ່ງ​ຢຳ​ເກງ​ສາ­ມີ​ຂອງ​ຕົນ.Nevertheless do ye also severally love each one his own wife even as himself; and [let] the wife [see] that she fear her husband.