1ເບິ່ງ​ແມ, ພຣະ­ບິ­ດາຊົງ​ໂຜດ​ປະ­ທານ​ຄວາມ​ຮັກ​ແກ່​ເຮົາ​ທັງ­ຫລາຍ​ເປັນ​ຢ່າງ­ໃດ​ທີ່ພຣະ­ເຈົ້າຊົງ​ເອີ້ນ​ພວກ​ເຮົາ​ວ່າ​ບຸດ​ຂອງ​ພຣະ­ອົງ ແລະ​ພວກ​ເຮົາ​ກໍ​ເປັນ​ຢ່າງ​ນັ້ນ­ແລ້ວ ເຫດ​ທີ່​ໂລກ​ບໍ່​ຮູ້­ຈັກ​ເຮົາ​ທັງ­ຫລາຍ ກໍ​ເພາະ​ເຂົາ​ບໍ່​ຮູ້­ຈັກ​ພຣະ­ອົງ​ນັ້ນ​ແຫລະ.Behold what manner of love the Father hath bestowed upon us, that we should be called children of God; and [such] we are. For this cause the world knoweth us not, because it knew him not.
2ພວກ​ທີ່​ຮັກ​ເຮົາ​ເອີຍ, ບັດ​ນີ້​ເຮົາ​ເປັນ​ບຸດ​ຂອງພຣະ­ເຈົ້າແລ້ວ ແລະ​ຍັງ​ບໍ່​ໄດ້​ຊົງ​ສະ­ແດງ​ໃຫ້​ຮູ້​ຄັກ​ວ່າ​ຕໍ່​ໄປ​ພວກ​ເຮົາ​ຈະ​ເປັນ​ຢ່າງ­ໃດ ແຕ່​ພວກ​ເຮົາ​ຮູ້​ວ່າ ເມື່ອ​ພຣະ­ອົງ​ນັ້ນ ຈະ​ສະ­ເດັດ​ມາ​ປະ­ກົດ​ນັ້ນ ເຮົາ​ທັງ­ຫລາຍ​ຈະ​ເປັນ​ເໝືອນ​ພຣະ­ອົງ ເພາະ­ວ່າ​ພວກ​ເຮົາ​ຈະ​ເຫັນ​ພຣະ­ອົງ​ຢ່າງ​ທີ່​ພຣະ­ອົງ​ຊົງ​ເປັນ​ຢູ່​ນັ້ນ.Beloved, now are we children of God, and it is not yet made manifest what we shall be. We know that, if he shall be manifested, we shall be like him; for we shall see him even as he is.
3ທຸກ​ຄົນ​ທີ່​ມີ​ຄວາມ​ຫວັງ​ໃນ​ພຣະ­ອົງ​ດັ່ງ­ກ່າວ​ມາ​ນີ້ ກໍ​ຊຳ­ຮະ​ລ້າງ​ຕົນ​ໃຫ້​ບໍ­ລິ­ສຸດ​ເໝືອນພຣະ­ຄຣິດຊົງ​ບໍ­ລິ­ສຸດ.And every one that hath this hope [set] on him purifieth himself, even as he is pure.
4ທຸກ​ຄົນ​ທີ່​ເຮັດ​ບາບ​ກໍ​ເຮັດ​ຜິດ​ຕໍ່​ພຣະ­ບັນ­ຍັດ​ເໝືອນ​ກັນ ບາບ​ເປັນ​ສິ່ງ​ທີ່​ຜິດ​ຕໍ່​ພຣະ­ບັນ­ຍັດ.Every one that doeth sin doeth also lawlessness; and sin is lawlessness.
5ເຈົ້າ​ທັງ­ຫລາຍ​ຮູ້​ແລ້ວ​ວ່າພຣະ­ຄຣິດໄດ້​ຊົງ​ປະ­ກົດ​ເພື່ອ​ຍົກ​ເອົາ​ຜິດ​ບາບ​ໄປ​ເສຍ ແລະ​ພຣະ­ອົງ​ນັ້ນ​ບໍ່​ຊົງ​ມີ​ບາບ​ເລີຍ.And ye know that he was manifested to take away sins; and in him is no sin.
6ຜູ້​ໃດ​ຕັ້ງ​ໝັ້ນ​ຢູ່​ໃນ​ພຣະ­ອົງ ຜູ້​ນັ້ນ​ກໍ​ບໍ່​ເຮັດ​ບາບ​ຕາມ​ເຄີຍ​ຜູ້​ໃດ​ທີ່​ຍັງ​ເຮັດ​ບາບ​ຕາມ​ເຄີຍ ຜູ້​ນັ້ນ​ຍັງ​ບໍ່​ເຫັນ​ພຣະ­ອົງ ແລະ​ຍັງ​ບໍ່​ຮູ້­ຈັກ​ພຣະ­ອົງ.Whosoever abideth in him sinneth not: whosoever sinneth hath not seen him, neither knoweth him.
7ລູກ­ນ້ອຍ​ທັງ­ຫລາຍ​ເອີຍ, ຢ່າ​ໃຫ້​ຜູ້​ໃດ​ຊັກ​ຈູງ​ພວກ​ເຈົ້າ​ໃຫ້​ຫລົງ ຜູ້​ທີ່​ເຮັດ​ຕາມ​ຄວາມ​ທ່ຽງ​ທຳ ກໍ​ເປັນ​ຜູ້​ທ່ຽງ​ທຳ ເໝືອນພຣະ­ຄຣິດຊົງ​ທ່ຽງ​ທຳ.[My] little children, let no man lead you astray: he that doeth righteousness is righteous, even as he is righteous:
8ຜູ້​ທີ່​ເຮັດ​ບາບ​ຕາມ​ເຄີຍ​ກໍ​ມາ​ຈາກ​ມານ ເພາະ­ວ່າ​ມານ​ໄດ້​ເຮັດ​ບາບ​ຕັ້ງ­ແຕ່​ຕົ້ນ​ເດີມ​ມາ ພຣະ­ບຸດຂອງພຣະ­ເຈົ້າໄດ້​ສະ­ເດັດ​ມາ​ປະ­ກົດ​ກໍ​ເພາະ​ເຫດ​ນີ້​ແຫລະ ຄື​ເພື່ອ​ຊົງ​ທຳ­ລາຍ​ກິດ­ຈະ­ການ​ຂອງ​ມານ​ເສຍ.he that doeth sin is of the devil; for the devil sinneth from the beginning. To this end was the Son of God manifested, that he might destroy the works of the devil.
9ຜູ້​ໃດ​ທີ່​ເກີດ​ຈາກພຣະ­ເຈົ້າ ກໍ​ບໍ່​ເຮັດ​ບາບ​ຕາມ​ເຄີຍ ເພາະ​ສະ­ພາບ​ຂອງ​ພຣະ­ອົງ​ຊົງ​ດຳ­ລົງ​ຢູ່​ໃນ​ຜູ້​ນັ້ນ​ແລະ​ຜູ້​ນັ້ນ​ບໍ່​ອາດ​ເຮັດ​ບາບ​ຕາມ​ເຄີຍ ເພາະ​ຕົນ​ໄດ້​ບັງ­ເກີດ​ມາ​ຈາກພຣະ­ເຈົ້າ.Whosoever is begotten of God doeth no sin, because his seed abideth in him: and he cannot sin, because he is begotten of God.
10ດັ່ງ­ນີ້​ແຫລະ, ຈຶ່ງ​ເຫັນ​ໄດ້​ວ່າ​ຜູ້​ໃດ​ເປັນ​ບຸດ​ຂອງພຣະ­ເຈົ້າແລະ​ຜູ້​ໃດ​ເປັນ​ລູກ​ຂອງ​ມານ ຄື​ວ່າ​ຜູ້​ໃດ​ທີ່​ບໍ່​ໄດ້​ເຮັດ​ຕາມ​ຄວາມ​ທ່ຽງ​ທຳ​ຫລື​ບໍ່​ຮັກ​ພີ່­ນ້ອງ​ຂອງ​ຕົນ​ຜູ້​ນັ້ນ​ກໍ​ບໍ່​ໄດ້​ມາ​ຈາກພຣະ­ເຈົ້າ.In this the children of God are manifest, and the children of the devil: whosoever doeth not righteousness is not of God, neither he that loveth not his brother.
11ດ້ວຍ​ວ່າ​ນີ້​ແຫລະ, ເປັນ​ຂໍ້­ຄວາມ​ທີ່​ເຈົ້າ​ໄດ້​ຍິນ​ໄດ້​ຟັງ​ຕັ້ງ­ແຕ່​ເດີມ​ແລ້ວ​ຄື​ໃຫ້​ພວກ​ເຮົາ​ຮັກ​ຊຶ່ງ​ກັນ​ແລະ​ກັນ.For this is the message which ye heard from the beginning, that we should love one another:
12ຢ່າ​ໄດ້​ເປັນ​ເໝືອນກາ­ອິນຜູ້​ມາ​ຈາກ​ມານ​ແລະ​ໄດ້​ຂ້າ​ນ້ອງ​ຂອງ​ຕົນ​ເສຍ ດ້ວຍ​ເຫດ​ໃດ​ລາວ​ຈຶ່ງ​ຂ້າ​ນ້ອງ ກໍ​ເພາະ​ການ​ເຮັດ​ຂອງ​ຕົນ​ຊົ່ວ ແລະ​ການ​ເຮັດ​ຂອງ​ນ້ອງ​ນັ້ນ​ຊອບ​ທຳ.not as Cain was of the evil one, and slew his brother. And wherefore slew he him? Because his works were evil, and his brother's righteous.
13ພີ່­ນ້ອງ​ທັງ­ຫລາຍ​ເອີຍ, ຖ້າ​ໂລກ​ນີ້​ກຽດ​ຊັງ​ພວກ​ເຈົ້າ​ຢ່າ​ປະ­ຫລາດ​ໃຈ.Marvel not, brethren, if the world hateth you.
14ຝ່າຍ​ເຮົາ​ທັງ­ຫລາຍ​ຮູ້​ແລ້ວ​ວ່າ ພວກ​ເຮົາ​ໄດ້​ຍ້າຍ​ອອກ​ຈາກ​ຄວາມ​ຕາຍ​ເຂົ້າ​ສູ່​ຊີ­ວິດ​ແລ້ວ​ກໍ​ເພາະ​ພວກ​ເຮົາ​ຮັກ​ພີ່­ນ້ອງ ຜູ້​ໃດ​ທີ່​ບໍ່​ຮັກ ຜູ້​ນັ້ນ​ກໍ​ຍັງ​ຢູ່​ໃນ​ຄວາມ​ຕາຍ.We know that we have passed out of death into life, because we love the brethren. He that loveth not abideth in death.
15ຜູ້​ໃດ​ທີ່​ກຽດ​ຊັງ​ພີ່­ນ້ອງ​ຂອງ​ຕົນ​ກໍ​ເປັນ​ຜູ້​ຂ້າ​ຄົນ ແລະ​ເຈົ້າ​ທັງ­ຫລາຍ​ຮູ້​ແລ້ວ​ວ່າ ຜູ້​ຂ້າ​ຄົນ​ບໍ່​ມີ​ຊີ­ວິດ​ອັນ​ຕະ­ຫລອດ​ໄປ​ເປັນ­ນິດ​ຕັ້ງ​ຢູ່​ໃນ​ຕົນ​ຈັກ​ຄົນ.Whosoever hateth his brother is a murderer: and ye know that no murderer hath eternal life abiding in him.
16ດັ່ງ­ນີ້​ແຫລະ, ເຮົາ​ທັງ­ຫລາຍ​ຈຶ່ງ​ຮູ້­ຈັກ​ຄວາມ​ຮັກ ໂດຍ​ທີ່ພຣະ­ຄຣິດໄດ້​ຊົງ​ຍອມ​ສະ­ຫລະ​ພຣະ­ຊົນ​ຂອງ​ພຣະ­ອົງ​ເພື່ອ​ເຮົາ​ທັງ­ຫລາຍ ຝ່າຍ​ພວກ​ເຮົາ​ຄວນ​ຈະ​ສະ­ຫລະ​ຊີ­ວິດ​ຂອງ​ພວກ​ເຮົາ​ເພື່ອ​ພີ່­ນ້ອງ​ເໝືອນ​ກັນ.Hereby know we love, because he laid down his life for us: and we ought to lay down our lives for the brethren.
17ແຕ່​ຖ້າ​ຜູ້​ໃດ​ມີ​ຊັບ​ສົມ­ບັດ​ໃນ​ໂລກ​ນີ້​ແລະ​ເຫັນ​ພີ່­ນ້ອງ​ຂອງ​ຕົນ​ຂັດ​ສົນ ແລ້ວ​ຍັງ​ບໍ່​ຍອມ​ມີ­ໃຈ​ເມດ​ຕາ​ຊ່ອຍ​ເຫລືອ​ຜູ້​ນັ້ນ ຄວາມ​ຮັກ​ຕໍ່ພຣະ­ເຈົ້າຈະ​ດຳ­ລົງ​ຢູ່​ໃນ​ຕົນ​ໄດ້​ຢ່າງ­ໃດ.But whoso hath the world's goods, and beholdeth his brother in need, and shutteth up his compassion from him, how doth the love of God abide in him?
18ລູກ­ນ້ອຍ​ທັງ­ຫລາຍ, ຢ່າ​ໃຫ້​ເຮົາ​ຮັກ​ດ້ວຍ​ຄວາມ​ເວົ້າ​ແລະ​ດ້ວຍ​ປາກ​ເທົ່າ​ນັ້ນ ແຕ່​ຈົ່ງ​ສະ­ແດງ​ຄວາມ​ຮັກ​ອັນ​ແທ້​ຈິງ​ດ້ວຍ​ການ​ກະ­ທຳ.[My] Little children, let us not love in word, neither with the tongue; but in deed and truth.
19ດ້ວຍ​ເຫດ​ນີ້​ແຫລະ, ເຮົາ​ທັງ­ຫລາຍ​ກໍ​ຮູ້​ແລ້ວ​ວ່າ​ພວກ​ເຮົາ​ຢູ່​ຝ່າຍ​ຄວາມ​ຈິງ​ພວກ​ເຮົາ​ຈຶ່ງ​ມີ​ຄວາມ​ແນ່​ໃຈ​ຕໍ່​ພຣະ­ພັກ​ພຣະ­ອົງ.Hereby shall we know that we are of the truth, and shall assure our heart before him:
20ເພາະ­ວ່າ​ຖ້າ​ໃຈ​ຂອງ​ພວກ​ເຮົາ​ກ່າວ​ໂທດ​ໃສ່​ຕົວ​ເຮົາ​ເມື່ອ​ໃດ ພຣະ­ເຈົ້າຊົງ​ເປັນ​ໃຫຍ່​ກວ່າ​ໃຈ​ຂອງ​ພວກ​ເຮົາ ແລະ​ພຣະ­ອົງ​ຊົງ​ຊາບ​ທຸກໆ ສິ່ງ.because if our heart condemn us, God is greater than our heart, and knoweth all things.
21ພວກ​ທີ່​ຮັກ​ເອີຍ, ຖ້າ​ໃຈ​ຂອງ​ພວກ​ເຮົາ​ບໍ່​ກ່າວ​ໂທດ​ໃສ່​ຕົວ​ເຮົາ ເຮົາ​ກໍ​ມີ​ຄວາມ​ແນ່​ໃຈ​ຕໍ່​ພຣະ­ພັກພຣະ­ເຈົ້າ.Beloved, if our heart condemn us not, we have boldness toward God;
22ແລະ​ພວກ​ເຮົາ​ຂໍ​ສິ່ງ​ໃດ ເຮົາ​ກໍ​ໄດ້​ສິ່ງ​ນັ້ນ​ຈາກ​ພຣະ­ອົງ ເພາະ­ວ່າ​ພວກ​ເຮົາ​ຖື​ຮັກ­ສາ​ຂໍ້​ບັນ­ຍັດ​ຂອງ​ພຣະ­ອົງ​ແລະ​ປະ­ຕິ­ບັດ​ຕາມ​ຊອບ​ພຣະ­ໄທ​ພຣະ­ອົງ.and whatsoever we ask we receive of him, because we keep his commandments and do the things that are pleasing in his sight.
23ນີ້​ແຫລະ, ເປັນ​ຂໍ້​ບັນ­ຍັດ​ຂອງພຣະ­ເຈົ້າຄື​ວ່າ ໃຫ້​ເຮົາ​ທັງ­ຫລາຍ​ວາງ­ໃຈ​ເຊື່ອ​ໃນ​ພຣະ­ນາມ​ຂອງພຣະ­ເຢຊູ­ຄຣິດ ພຣະ­ບຸດຂອງ​ພຣະ­ອົງ ແລະ​ໃຫ້​ພວກ​ເຮົາ​ຮັກ​ຊຶ່ງ​ກັນ​ແລະ​ກັນ ຕາມ​ທີ່ພຣະ­ຄຣິດໄດ້​ຊົງ​ບັນ­ຍັດ​ໄວ້​ແກ່​ພວກ​ເຮົາ.And this is his commandment, that we should believe in the name of his Son Jesus Christ, and love one another, even as he gave us commandment.
24ຜູ້​ໃດ​ທີ່​ຖື​ຮັກ­ສາ​ບັນ­ດາ​ຂໍ້​ບັນ­ຍັດ​ຂອງ​ພຣະ­ອົງ ກໍ​ຕັ້ງ​ຢູ່​ໃນ​ພຣະ­ອົງ ແລະ​ພຣະ­ອົງ​ຊົງ​ສະ­ຖິດ​ຢູ່​ໃນ​ຜູ້​ນັ້ນ ດ້ວຍ​ເຫດ​ນີ້​ແຫລະ, ເຮົາ​ທັງ­ຫລາຍ​ຈຶ່ງ​ຮູ້​ວ່າ​ພຣະ­ອົງ​ຊົງ​ສະ­ຖິດ​ຢູ່​ໃນ​ພວກ​ເຮົາ ຄື​ດ້ວຍພຣະ­ວິນ­ຍານທີ່​ພຣະ­ອົງ​ຊົງ​ໂຜດ​ປະ­ທານ​ແກ່​ພວກ​ເຮົາ​ແລ້ວ.And he that keepeth his commandments abideth in him, and he in him. And hereby we know that he abideth in us, by the Spirit which he gave us.