ບົດ­ເພງ​ທີ​ສາມ

ຄົນ​ຮັກ​ຂອງ​ນາງ:

1ໂອ​ຍິງ​ທີ່​ງາມ​ເລີດ ຕີນ​ນ້ອງ​ທີ່​ສຸບ­ໃສ່​ເກີບ​ຢູ່​ນັ້ນ​ງາມ​ຫລາຍ

ທ້າຍ​ຂອງ​ນ້ອງ​ງາມ​ເໝືອນ​ນັກ​ສິນ­ລະ­ປິນ​ແຕ້ມ.

2ສະ­ບື​ນ້ອງ​ເໝືອນ​ກັບ​ຂັນ​ນ້ຳ

ຊຶ່ງ​ເກັບ​ຮັກ­ສາ​ກິ່ນ​ເຫລົ້າ­ອະ­ງຸ່ນ​ບໍ່­ໃຫ້​ເຫີຍ­ໄປ

ທ້ອງ​ນ້ອງ​ເໝືອນ​ກອງ​ເຂົ້າ

ທີ່​ມີ​ດອກ​ຊ້ອນ​ອ້ອມ­ຮອບ​ໄວ້.

3ນົມ​ຂອງ​ນ້ອງ​ງາມ​ເໝືອນ​ລູກ​ກວາງ​ຝາ­ແຝດ.

4ລຳ​ຄໍ​ຂອງ​ນ້ອງ​ເໝືອນ​ຫໍ­ຄອຍ​ສູງ​ທີ່​ເຮັດ​ດ້ວຍ​ງາ​ຊ້າງ

ຕາ​ຂອງ​ນ້ອງ​ເໝືອນ​ໜອງ​ນ້ຳ​ຢູ່­ໃນ​ເມືອງ​ເຮັດ­ຊະ­ໂບນ

ຊຶ່ງ​ໜອງ​ນີ້​ຢູ່​ໃກ້​ປະ­ຕູ​ກຳ­ແພງ​ເມືອງ

ດັງ​ນ້ອງ​ງາມ​ດັ່ງ​ຫໍ­ຄອຍ​ສູງ​ທີ່​ເລ­ບາ­ນອນ

ຊຶ່ງ​ເປັນ​ບ່ອນ​ເຝົ້າ​ຍາມ​ຢູ່​ກົງ​ກັບ​ຂ້າມ​ກັບ​ເມືອງ​ດາ­ມາ­ເຊ.

5ຫົວ​ຂອງ​ນ້ອງ​ສູງ​ດັ່ງ​ພູ​ກາ­ເມນ

ຜົມ​ເປຍ​ຂອງ​ນ້ອງ​ສະ­ງ່າ​ງາມ​ດັ່ງ​ສີ­ມ່ວງ

ຄວາມ­ງາມ​ຂອງ​ມັນ​ເຮັດ­ໃຫ້​ພະ­ລາ­ຊາ​ກາຍ​ເປັນ​ຈຳ­ເລີຍ​ຮັກ.

6ທີ່​ຮັກ​ຂອງ​ອ້າຍ ນ້ອງ​ງາມ​ທີ່­ສຸດ

ຄວາມ​ຍິນ­ດີ​ຢ່າງ​ພາກ­ພູມ​ໃຈ​ທີ່​ນ້ອງ​ມອບ​ໃຫ້​ອ້າຍ​ນັ້ນ​ມີ​ລົ້ນ​ເຫລືອ.

7ນ້ອງ​ເຕັມ​ໄປ​ດ້ວຍ​ຄວາມ​ງົດ­ງາມ​ເໝືອນ​ດັ່ງ​ຕົ້ນ​ຕານ

ນົມ​ນ້ອງ​ເໝືອນ​ແຊງ​ໝາກ​ຕານ.

8ອ້າຍ​ຈະ​ປີນ​ຂຶ້ນ​ຕົ້ນ​ຕານ

ແລະ​ປິດ​ເອົາ​ໝາກ​ຂອງ​ມັນ​ມາ

ນົມ​ນ້ອງ​ປຽບ​ເໝືອນ​ພົ້ວ​ໝາກ​ອະ­ງຸ່ນ​ສຳ­ລັບ​ອ້າຍ

ລົມ​ຫາຍ­ໃຈ​ຂອງ​ນ້ອງ​ເໝືອນ​ກິ່ນ­ຫອມ​ຂອງ​ໝາກ­ໂປມ.

9ແລະ​ປາກ​ຂອງ​ນ້ອງ​ເໝືອນ​ດັ່ງ​ເຫລົ້າ­ອະ­ງຸ່ນ​ຊັ້ນ​ດີ.

ຍິງ­ສາວ:

ຂໍ​ໃຫ້​ເຫລົ້າ­ອະ­ງຸ່ນ​ໄຫລ​ຊື່​ໄປ​ຫາ​ຄົນ​ຮັກ​ຂອງ​ຂ້ອຍ

ຂໍ​ໃຫ້​ໄຫລ​ໄປ​ຜ່ານ​ສົບ ແລະ​ແຂ້ວ​ຂອງ​ລາວ.

10ຂ້ອຍ​ເປັນ​ຂອງ​ຄົນ​ຮັກ​ຂອງ​ຂ້ອຍ ແລະ​ລາວ­ກໍ​ຕ້ອງ­ການ​ຂ້ອຍ.

11ທີ່​ຮັກ ຈົ່ງ​ມາ​ພີ້ ໃຫ້​ພວກ­ເຮົາ​ອອກ​ໄປ​ທົ່ງ­ນາ​ນຳ­ກັນ

ແລະ​ໄປ​ນອນ​ຄ້າງ​ຄືນ​ຢູ່​ຕາມ​ບ້ານ.

12ພວກ­ເຮົາ​ຈະ​ລຸກ​ແຕ່​ເຊົ້າ​ໄປ​ເບິ່ງ​ຕົ້ນ​ໝາກ​ອະ­ງຸ່ນ

ເພື່ອ​ຢາກ​ຮູ້­ວ່າ​ມັນ​ປົ່ງ​ຍອດ​ແລ້ວ​ຫລື​ຍັງ

ດອກ​ຂອງ​ມັນ​ບານ​ແລ້ວ​ບໍ

ແລະ​ເພື່ອ​ເບິ່ງ­ວ່າ​ຕົ້ນ​ພິ­ລາ​ມີ​ດອກ​ແລ້ວ​ຫລື​ບໍ

ຢູ່​ບ່ອນ­ນັ້ນ ນ້ອງ​ຈະ​ມອບ​ຄວາມ​ຮັກ​ໃຫ້​ແກ່​ອ້າຍ.

13ອ້າຍ​ຈະ​ດົມ​ກິ່ນ­ຫອມ​ຂອງ​ໝາກ­ເຂືອ

ແລະ​ພວກ­ເຮົາ​ຈະ​ມີ​ໝາກ​ໄມ້​ດີໆ ທຸກ​ຢ່າງ​ຢູ່​ຕໍ່­ໜ້າ​ເຮືອນ

ທີ່​ຮັກ ໝາກ​ໄມ້​ຫອມ​ຫວານ​ທີ່​ເກັບ​ໄວ້​ແຕ່​ດົນ ແລະ​ເກັບ​ດຽວ­ນີ້

ນ້ອງ​ໄດ້​ຮັກ­ສາ​ໄວ້​ໃຫ້​ອ້າຍ​ສະ­ເໝີ.