1ທີ່ຮັກຂອງອ້າຍເອີຍ ເບິ່ງແມ ນາງຊ່າງສວຍງາມ ເບິ່ງນາງສວຍງາມຫລາຍ
ດວງຕາຂອງນາງເໝືອນດັ່ງນົກເຂົາຢູ່ໃນຜ້າຄຸມ
ຜົມຂອງນາງເໝືອນດັ່ງຝູງແບ້ທີ່ເຄື່ອນມາຕາມເນີນພູເຂົາກິເລອາດ
2ແຂ້ວຂອງນາງເໝືອນດັ່ງຝູງແກະທີ່ຕັດຂົນແລ້ວ ທີ່ຫາກໍຂຶ້ນມາຈາກການຊຳລະລ້າງ
ມີລູກແຝດຕິດມາທຸກ ໂຕ ແລະຫາໂຕໃດເປັນໝັນກໍບໍ່ມີ
3ຮີມປາກຂອງນາງແດງເໝືອນດັ່ງດ້າຍສີແດງສົດ
ແລະຄຳເວົ້າຂອງນາງກໍມ່ວນອອນຊອນ
ຂະໝັບຂອງນາງເປັນຄືໝາກພິລາຜ່າເຄິ່ງຢູ່ໃນຜ້າຄຸມ
4ລຳຄໍຂອງນາງເໝືອນດັ່ງຫໍປ້ອມຂອງກະສັດດາວິດທີ່ໄດ້ກໍ່ສ້າງໄວ້
ເພື່ອຈະຫ້ອຍເຄື່ອງອາວຸດ ມີໂລ່ພັນອັນທີ່ຫ້ອຍ ຢູ່ທີ່ນັ້ນ
ທັງໝົດເປັນໂລ່ຂອງທະຫານ
5ນົມທັງສອງຂອງນາງເໝືອນດັ່ງລູກຝາແຝດຂອງເຍືອງໂຕໜຶ່ງ
ທີ່ກິນຫຍ້າໃນທ່າມກາງໝູ່ດອກບົວ
6ຈົນຮຸ່ງເຊົ້າມາ ແລະເງົາມືດຫາຍໄປ
ຂ້ອຍຈະໄປເທິງພູທີ່ມີຢາງໄມ້ຫອມ ແລະໂນນພູທີ່ມີກຳຍານ
7ໂອ ທີ່ຮັກຂອງຂ້ອຍເອີຍ ເຈົ້າງາມໄປໝົດທຸກສິ່ງ
ໃນຕົວເຈົ້າຈະຫາບ່ອນຕຳໜິໜ້ອຍໜຶ່ງກໍບໍ່ມີ
8ຈາກເລບານອນມາກັບອ້າຍສາ ເຈົ້າສາວຂອງຂ້ອຍ
ຈົ່ງຈາກເລບານອນແລ້ວໄປກັບອ້າຍ ໃຫ້ເບິ່ງລົງຈາກຍອດເຂົາອາມານາ
ຈາກຍອດພູເຂົາເສນີ ແລະຈາກຍອດພູເຂົາເຮີໂມນ,
ຈາກບັນດາຖ້ຳສິງ ຈາກພູເສືອດາວທັງຫລາຍ
9ນ້ອງສາວຂອງອ້າຍເອີຍ ນ້ອງໄດ້ປຸ້ນເອົາດວງໃຈຂອງອ້າຍໄປແລ້ວ
ເຈົ້າສາວຂອງອ້າຍເອີຍ
ເຈົ້າໄດ້ປຸ້ນເອົາດວງໃຈຂອງອ້າຍໄປດ້ວຍສາຍຕາພຽງແວບດຽວເທົ່ານັ້ນ
ດ້ວຍສ້ອຍຄໍສາຍດຽວຂອງເຈົ້າ
10ນ້ອງສາວຂອງອ້າຍເອີຍ ເຈົ້າສາວຂອງອ້າຍເອີຍ
ຄວາມຮັກທັງຫຼາຍຂອງເຈົ້າຊ່າງຫວານເຫຼືອເກີນ
ຄວາມຮັກຂອງເຈົ້ານັ້ນດີກວ່ານ້ຳອະງຸ່ນ
ແລະກິ່ນນ້ຳມັນຂອງນາງຊ່າງຫອມກວ່າເຄື່ອງຫອມເທດທັງຫລາຍ
11ໂອ ເຈົ້າສາວຂອງອ້າຍເອີຍ ຮີມປາກຂອງນ້ອງເໝືອນດັ່ງນ້ຳເຜິ້ງກຳລັງຈະຍ້ອຍ
ໃຕ້ລີ້ນຂອງນ້ອງ ມີນ້ຳເຜິ້ງ ແລະນ້ຳນົມ
ກິ່ນເສື້ອຜ້າຂອງນ້ອງຫອມຄືກິ່ນຂອງພູເລບານອນ
12ເຈົ້າສາວຂອງອ້າຍເອີຍ ນ້ອງເປັນສວນທີ່ມີຄ້າຍອ້ອມຮອບໄວ້
ເປັນນ້ຳຄຳທີ່ອັດໄວ້ເປັນນ້ຳພຸທີ່ຖືກປະທັບຕາໄວ້
13ຜົນລະປູກຂອງນ້ອງເປັນສວນທີ່ມີກົກໝາກພິລາ
ແລະໝາກໄມ້ຊະນິດຕ່າງໆທີ່ຫວານຫລາຍ
ມີທັງດອກທຽນຂາວ ແລະນ້ຳມັນຫອມ
14ມີນ້ຳມັນຫອມ ແລະມີໄມ້ອໍ້ຫອມ ຕົ້ນສີໄຄ ແລະອົບເຊີຍ
ອີກທັງບັນດາຕົ້ນໄມ້ສຳລັບເຮັດກຳຍານ
ຄືຕົ້ນຢາງໄມ້ຫອມ ແລະຕົ້ນອາໂລ ອີກທັງເຄື່ອງຫອມຊັ້ນຢ້ຽມທັງປວງ
15ຕົວນ້ອງເປັນນ້ຳພຸທີ່ຢູ່ໃນສວນ
ເປັນບໍ່ນ້ຳແຫ່ງຊີວິດທີ່ໄຫລມາຈາກພູເລບານອນ
16ໂອ ລົມທິດເໜືອເອີຍ ຈົ່ງຕື່ນຂຶ້ນເຖີດ
ໂອ ລົມທິດໃຕ້ເອີຍ ຈົ່ງພັດມາ ສວນຂອງຂ້ອຍ
ເພື່ອຂອງຫອມໃນສວນນັ້ນຈະຫອມກຸ້ມກະຈາຍອອກໄປ
“ຂໍໃຫ້ທີ່ຮັກຂອງຂ້ອຍເຂົ້າມາໃນສວນຂອງລາວ
ແລະຮັບປະທານໝາກໄມ້ທີ່ແສນຫວານຂອງລາວເທີນ”