ການ​ສັນ­ລະ­ເສີນ​ພຣະ­ເຈົ້າ ເພາະ​ຄຳ­ໝັ້ນ­ສັນ­ຍາ
ແລະ​ຄວາມ​ຍິນ­ດີ​ຂອງ​ພຣະ­ອົງ

ມັດ­ຄິນ​ບົດ​ໜຶ່ງ​ຂອງ​ເອ­ທານ ຄົນ​ເອັດ­ຊະ­ຣາ.

1ຂ້າ­ນ້ອຍ​ຈະ​ຮ້ອງ­ເພງ​ເຖິງ​ຄວາມ​ເມດ­ຕາ​ຂອງ​ພຣະ­ຜູ້­ເປັນ­ເຈົ້າ​ເປັນ­ນິດ

ດ້ວຍ​ປາກ​ຂອງ​ຂ້າ­ນ້ອຍ

ຂ້າ­ນ້ອຍ​ຈະ​ປະ­ກາດ​ຄວາມ​ສັດ­ຊື່​ຂອງ​ພຣະ­ອົງ

ຕະ­ຫລອດ​ທຸກ​ຊົ່ວ­ອາ­ຍຸ

2ດ້ວຍ​ຂ້າ­ນ້ອຍ​ໄດ້​ກ່າວ​ແລ້ວ​ວ່າ “ຄວາມ​ເມດ­ຕາ​ຈະ​ຕັ້ງ​ຢູ່​ເປັນ­ນິດ

ພຣະ­ອົງ​ຈະ​ສະ­ຖາ­ປະ­ນາ​ຄວາມ​ສັດ­ຊື່​ຂອງ​ພຣະ­ອົງ​ໃນ​ຟ້າ­ສະ­ຫວັນ”

3“ເຮົາ​ໄດ້​ກະ­ທຳ​ຄຳ­ໝັ້ນ­ສັນ­ຍາ​ກັບ​ຜູ້​ທີ່​ຖືກ​ເລືອກ​ຂອງ​ເຮົາ

ເຮົາ​ໄດ້​ປະ­ຕິ­ຍານ​ກັບ​ດາ­ວິດ​ຜູ້­ຮັບ­ໃຊ້​ຂອງ​ເຮົາ

4ວ່າ ‘ເຮົາ​ຈະ​ສະ­ຖາ­ປະ­ນາ​ເຊື້ອ­ສາຍ​ຂອງ​ເຈົ້າ​ໄວ້​ເປັນ­ນິດ

ແລະ​ຈະ​ສ້າງ​ບັນ­ລັງ​ຂອງ​ເຈົ້າ​ໄວ້​ທຸກ​ຊົ່ວ­ອາ­ຍຸ’”

5ຂ້າ​ແດ່​ພຣະ­ຜູ້­ເປັນ­ເຈົ້າ ຟ້າ­ສະ­ຫວັນ​ຈະ​ສັນ­ລະ­ເສີນ

ການ­ອັດ­ສະ­ຈັນ​ຂອງ​ພຣະ­ອົງ

ແລະ​ສັນ­ລະ­ເສີນ​ຄວາມ​ສັດ­ຊື່​ຂອງ​ພຣະ­ອົງ

ໃນ​ທີ່​ປະ­ຊຸມ​ຂອງ​ບັນ­ດາ​ຜູ້​ບໍ­ລິ­ສຸດ​ດ້ວຍ

6ເພາະ​ຜູ້­ໃດ​ໃນ​ຟ້າ­ສະ­ຫວັນ​ຈະ​ປຽບ​ກັບ​ພຣະ­ຜູ້­ເປັນ­ເຈົ້າ​ໄດ້

ໃນ​ບັນ­ດາ​ລູກ​ຫລານ​ຂອງ​ຜູ້​ມີ​ອຳ­ນາດ ຜູ້­ໃດ​ຈະ​ເໝືອນ​ພຣະ­ຜູ້­ເປັນ­ເຈົ້າ

7ຄື​ອົງ­ພຣະ­ເຈົ້າ​ຜູ້​ເປັນ​ທີ່​ຢຳ​ເກງ​ຢ່າງ​ຍິ່ງ​ໃນ​ສະ­ພາ​ຂອງ​ບັນ­ດາ​ຜູ້​ບໍ­ລິ­ສຸດ

ແລະ​ບັນ­ດາ​ຜູ້​ທີ່­ຢູ່​ຮອບ​ພຣະ­ອົງ​ກໍ​ຢຳ​ເກງ​ພຣະ­ອົງ

8ຂ້າ​ແດ່​ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ຈອມ​ໂຍ­ທາ ຂ້າ​ແດ່​ພຣະ­ຜູ້­ເປັນ­ເຈົ້າ

ຜູ້­ໃດ​ຈະ​ລິດ­ທາ­ນຸ­ພາບ​ເທົ່າ­ທຽມ​ພຣະ­ອົງ

ດ້ວຍ​ຄວາມ​ສັດ­ຊື່​ຂອງ​ພຣະ­ອົງ​ຮອບ​ພຣະ­ອົງ

9ພຣະ­ອົງ​ປົກ­ຄອງ​ການ​ຮຸນ­ແຮງ​ຂອງ​ທະ­ເລ ເມື່ອ​ຄື້ນ​ສູງ​ຂຶ້ນ​ພຣະ­ອົງ​ໃຫ້​ສະ­ຫງົບ​ລົງ

10ພຣະ­ອົງ​ຕີ​ເອ­ຢິບ​ເປັນ​ທ່ອນໆ​ເໝືອນ​ຜູ້​ຖືກ​ຂ້າ

ພຣະ­ອົງ​ພັດ​ສັດ­ຕູ​ຂອງ​ພຣະ­ອົງ​ດ້ວຍ​ລິດ​ພຣະ­ກອນ​ຂອງ​ພຣະ­ອົງ

11ຟ້າ­ສະ­ຫວັນ​ເປັນ​ຂອງ​ພຣະ­ອົງ ແຜ່ນ­ດິນ­ໂລກ​ເປັນ​ຂອງ​ພຣະ­ອົງ​ດ້ວຍ

ພຣະ­ອົງ​ໄດ້​ຕັ້ງ​ໂລກ ແລະ​ບັນ­ດາ​ສິ່ງ​ທີ່​ຢູ່­ໃນ­ນັ້ນ

12ທິດ­ເໜືອ ແລະ​ທິດ­ໃຕ້ ພຣະ­ອົງ​ກໍ­ໄດ້​ສ້າງ

ພູ­ເຂົາ​ຕາ­ໂບ​ກັບ​ພູ­ເຂົາ​ເຮີ­ໂມນ

ຈະ​ສັນ­ລະ­ເສີນ​ພຣະ­ນາມ​ຂອງ​ພຣະ­ອົງ​ຢ່າງ​ຊື່ນ­ບານ

13ພຣະ­ອົງ​ມີ​ພຣະ­ກອນ​ອັນ​ຊົງ​ລິດ ພຣະ­ຫັດ​ຂອງ​ພຣະ­ອົງ​ກໍ​ແຂງ­ແຮງ

ພຣະ­ຫັດ​ຂວາ​ຂອງ​ພຣະ­ອົງ​ກໍ​ສູງ

14ຄວາມ­ທ່ຽງ­ທຳ ແລະ​ຄວາມ­ຍຸດ­ຕິ­ທຳ​ເປັນ​ຮາກ­ຖານ​ແຫ່ງ​ບັນ­ລັງ​ຂອງ​ພຣະ­ອົງ

ຄວາມ​ເມດ­ຕາ ແລະ​ຄວາມ­ຈິງ​ຍ່າງ​ນຳ​ໜ້າ​ພຣະ­ອົງ

15ຊົນ­ຊາດ​ທີ່​ຮູ້­ຈັກ​ໂຫ່­ຮ້ອງ​ຢ່າງ​ຊື່ນ­ຊົມ­ຍິນ­ດີ ແລະ​ຊື່ນ­ບານ​ກໍ​ເປັນ​ສຸກ

ຂ້າ​ແດ່​ພຣະ­ຜູ້­ເປັນ­ເຈົ້າ

ພວກ​ເຂົາ​ຈະ​ຍ່າງ​ໃນ​ຄວາມ​ສະ­ຫວ່າງ​ແຫ່ງ​ພຣະ­ພັກ​ຂອງ​ພຣະ­ອົງ

16ພວກ​ເຂົາ​ຈະ​ຊົມ­ຊື່ນ­ຍິນ­ດີ​ໃນ​ພຣະ­ນາມ​ພຣະ­ອົງ​ແຕ່​ເຊົ້າ​ຮອດ​ຄ່ຳ

ແລະ​ໄດ້­ຮັບ​ການ​ເຊີດ­ຊູ​ໂດຍ​ຄວາມ​ຊອບ­ທຳ​ຂອງ​ພຣະ­ອົງ

17ເພາະ​ພຣະ­ອົງ​ເປັນ​ສະ­ຫງ່າ­ລາ­ສີ​ແຫ່ງ​ກຳ­ລັງ​ຂອງ​ພວກ​ເຂົາ​ທັງ­ຫລາຍ

ແຕ່​ໂດຍ​ຄວາມ​ຍິນ­ດີ​ຂອງ​ພຣະ­ອົງ

ເຂົາ​ຂອງ​ຂ້າ­ນ້ອຍ​ທັງ­ຫລາຍ​ຈະ​ຖືກ​ເຊີດ­ຊູ​ຂຶ້ນ

18ເພາະ​ຜູ້​ປ້ອງ­ກັນ​ເຮົາ​ທັງ­ຫລາຍ​ເປັນ​ພຣະ­ຜູ້­ເປັນ­ເຈົ້າ

ກະ­ສັດ​ຂອງ​ເຮົາ​ເປັນ​ອົງ​ບໍ­ລິ­ສຸດ​ແຫ່ງ​ອິ­ສຣາ­ເອນ

19ໃນ​ເວ­ລາ​ກ່ອນ ພຣະ­ອົງ​ກ່າວ​ດ້ວຍ​ນິ­ມິດ​ແກ່​ຜູ້​ບໍ­ລິ­ສຸດ​ຂອງ​ພຣະ­ອົງ

ແລະ​ກ່າວ​ວ່າ “ເຮົາ​ໄດ້​ຊ່ວຍ­ເຫລືອ​ຊາຍ​ໜຸ່ມ​ຄົນ​ໜຶ່ງ

ເຮົາ​ໄດ້​ເຊີດ­ຊູ​ຄົນ­ທີ່​ຖືກ​ເລືອກ​ຄົນ​ໜຶ່ງ​ເໜືອ​ປະ­ຊາ­ຊົນ

20ເຮົາ​ໄດ້​ພົບ​ດາ­ວິດ​ຜູ້­ຮັບ­ໃຊ້​ຂອງ​ເຮົາ ດ້ວຍ​ນ້ຳ­ມັນ​ບໍ­ລິ­ສຸດ​ຂອງ​ເຮົາ

ເຮົາ​ໄດ້​ເຈີມ​ລາວ​ໄວ້​ແລ້ວ

21ເພື່ອ​ວ່າ​ມື​ຂອງ​ເຮົາ​ຈະ​ຢູ່​ກັບ​ລາວ​ເປັນ­ນິດ

ແລະ​ແຂນ​ຂອງ​ເຮົາ​ຈະ​ເສີມ​ກຳ­ລັງ​ຂອງ​ລາວ

22ສັດ­ຕູ​ຈະ​ຮຽກ​ຫຍັງ​ຈາກ​ລາວ​ບໍ່­ໄດ້ ບຸດ​ແຫ່ງ​ຄວາມ​ຊົ່ວ­ຮ້າຍ​ຈະ​ກົດ­ຂີ່​ລາວ​ບໍ່­ໄດ້

23ເຮົາ​ຈະ​ຢຽບ­ຢ່ຳ​ສັດ­ຕູ​ຂອງ​ລາວ​ຕໍ່­ໜ້າ​ລາວ ແລະ​ຕີ​ຜູ້​ທີ່​ກຽດ­ຊັງ​ລາວ​ໃຫ້​ລົ້ມ­ລົງ

24ຄວາມ​ສັດ­ຊື່ ແລະ​ຄວາມ​ເມດ­ຕາ​ຂອງ​ເຮົາ​ຈະ​ຢູ່​ກັບ​ລາວ

ແລະ​ເຂົາ​ຂອງ​ລາວ​ຈະ​ເປັນ​ທີ່​ເຊີດ­ຊູ​ໂດຍ​ນາມ​ຂອງ​ເຮົາ

25ເຮົາ​ຈະ​ເອົາ​ມື​ຂອງ​ລາວ​ວາງ​ໄວ້​ເທິງ​ທະ­ເລ

ແລະ​ມື​ຂວາ​ຂອງ​ລາວ​ເທິງ​ແມ່­ນ້ຳ​ທັງ­ຫລາຍ

26ລາວ​ຈະ​ຮ້ອງ​ຕໍ່​ເຮົາ​ວ່າ ‘ພຣະ­ອົງ​ເປັນ​ພຣະ­ບິ­ດາ​ຂອງ​ຂ້າ­ນ້ອຍ

ພຣະ­ເຈົ້າ​ຂອງ​ຂ້າ­ນ້ອຍ ແລະ​ເປັນ​ສີ​ລາ​ແຫ່ງ​ຄວາມ­ພົ້ນ​ຂອງ​ຂ້າ­ນ້ອຍ’

27ແລະ​ເຮົາ​ຈະ­ໃຫ້​ລາວ​ເປັນ​ບຸດ​ຫົວ­ປີ​ຂອງ​ເຮົາ​ດ້ວຍ

ສູງ​ກວ່າ​ບັນ­ດາ​ກະ­ສັດ​ແຫ່ງ​ແຜ່ນ­ດິນ­ໂລກ

28ເຮົາ​ຈະ​ເກັບ​ຄວາມ​ເມດ­ຕາ​ຂອງ​ເຮົາ​ໄວ້​ໃຫ້​ລາວ​ເປັນ­ນິດ

ແລະ​ຄຳ­ໝັ້ນ­ສັນ­ຍາ​ຂອງ​ເຮົາ​ຈະ​ຕັ້ງ​ໝັ້ນ­ຄົງ​ຢູ່​ເພື່ອ​ລາວ

29ເຮົາ​ຈະ​ສະ­ຖາ­ປະ­ນາ​ເຊື້ອ­ສາຍ​ຂອງ​ລາວ​ໄວ້​ເປັນ­ນິດ

ທັງ​ບັນ­ລັງ​ຂອງ​ລາວ​ໃຫ້​ດຳ­ລົງ​ຕາບ​ເທົ່າ​ເວ­ລາ​ຂອງ​ຟ້າ­ສະ­ຫວັນ

30ຖ້າ​ລູກ​ຫລານ​ຂອງ​ລາວ​ຖິ້ມ​ບັນ­ຍັດ​ຂອງ​ເຮົາ

ແລະ​ບໍ່​ດຳ­ເນີນ​ຕາມ​ຄຳ​ຕັດ­ສິນ​ຂອງ​ເຮົາ

31ຖ້າ​ພວກ​ເຂົາ​ທັງ­ຫລາຍ​ຝ່າ­ຝືນ​ກົດ­ເກນ​ຂອງ​ເຮົາ

ແລະ​ບໍ່­ໄດ້​ຮັກ­ສາ​ບັນ­ຍັດ​ຂອງ​ເຮົາ

32ແລ້ວ​ເຮົາ​ຈະ​ລົງ­ໂທດ​ການ​ລະ­ເມີດ​ຂອງ​ພວກ​ເຂົາ​ດ້ວຍ​ໄມ້­ແສ້

ແລະ​ຄວາມ​ຊົ່ວ­ຊ້າ​ຂອງ​ພວກ​ເຂົາ​ດ້ວຍ​ການ​ຂ້ຽນ​ຕີ

33ແຕ່​ຈະ​ບໍ່​ຖອນ​ຄວາມ​ເມດ­ຕາ​ຂອງ​ເຮົາ​ໄປ​ຈາກ​ລາວ

ຫລື​ລະ­ເມີດ​ຕໍ່​ຄວາມ​ສັດ­ຊື່​ຂອງ​ເຮົາ

34ເຮົາ​ຈະ​ບໍ່​ຝ່າ­ຝືນ​ຄຳ­ໝັ້ນ­ສັນ­ຍາ​ຂອງ​ເຮົາ

ຫລື​ພິກ​ປີ້ນ​ຖ້ອຍ­ຄຳ​ທີ່​ອອກ​ໄປ​ຈາກ​ຮີມ­ປາກ​ຂອງ​ເຮົາ

35ເຮົາ​ປະ­ຕິ­ຍານ​ດ້ວຍ​ຄວາມ​ບໍ­ລິ­ສຸດ​ຂອງ​ເຮົາ​ເດັດ­ຂາດ​ວ່າ

ເຮົາ​ຈະ​ບໍ່​ຂີ້­ຕົວະ​ຕໍ່​ດາ­ວິດ

36ເຊື້ອ­ສາຍ​ຂອງ​ລາວ​ຈະ​ດຳ­ລົງ​ຢູ່​ເປັນ­ນິດ

ບັນ­ລັງ​ຂອງ​ລາວ​ຈະ​ຢືນ​ຍາວ​ເໝືອນ​ຢ່າງ​ດວງ​ອາ­ທິດ​ຕໍ່­ໜ້າ​ເຮົາ

37ຈະ​ສະ­ຖາ­ປະ­ນາ​ໄວ້​ເໝືອນ​ດັ່ງ​ດວງ­ຈັນ​ເປັນ­ນິດ

ແລະ​ເປັນ​ຊັກ​ຂີ​ພະ­ຍານ​ອັນ​ສັດ­ຊື່​ໃນ​ທ້ອງ­ຟ້າ”

38ແຕ່​ພຣະ­ອົງ​ໄດ້​ຖິ້ມ​ອອກ​ໄປ ແລະ​ກຽດ­ຊັງ

ພຣະ­ອົງ​ຊົງ​ພຣະ­ພິ­ໂລດ​ຕໍ່​ຜູ້​ທີ່​ເຈີມ​ໄວ້​ຂອງ​ພຣະ­ອົງ

39ພຣະ­ອົງ​ໄດ້​ບອກ​ເລີກ​ຄຳ­ໝັ້ນ­ສັນ­ຍາ​ກັບ​ຜູ້­ຮັບ­ໃຊ້​ຂອງ​ພຣະ­ອົງ

ພຣະ­ອົງ​ຊົງ​ເຮັດ­ໃຫ້​ມົງ­ກຸດ​ຂອງ​ເພິ່ນ​ເປັນ​ມົນ­ທິນ​ໂດຍ​ຖິ້ມ​ລົງ​ສູ່​ພື້ນ­ດິນ

40ພຣະ­ອົງ​ໄດ້​ພັງ​ຮົ້ວ​ຂອງ​ເພິ່ນ​ທັງ​ໝົດ

ພຣະ­ອົງ​ເຮັດ­ໃຫ້​ທີ່​ກຳ​ບັງ​ເຂັ້ມ­ແຂງ​ຂອງ​ເພິ່ນ​ຫັກ​ເພ­ພັງ

41ຄົນ​ທັງ­ປວງ​ທີ່​ຜ່ານ­ໄປ​ກໍ​ປຸ້ນ​ເພິ່ນ ເພິ່ນ​ກາຍ​ເປັນ​ທີ່​ນິນ­ທາ​ຂອງ​ເພື່ອນ­ບ້ານ

42ພຣະ­ອົງ​ຍົກ­ຍ້ອງ​ມື​ຂວາ​ຂອງ​ສັດ­ຕູ​ຂອງ​ເພິ່ນ

ພຣະ­ອົງ​ເຮັດ­ໃຫ້​ສັດ­ຕູ​ທັງ​ໝົດ​ຂອງ​ເພິ່ນ​ຊົມ­ຊື່ນ­ຍິນ­ດີ

43ຈິງ­ແທ້ ພຣະ­ອົງ​ຫັນ​ຄົມ​ດາບ​ຂອງ​ເພິ່ນ

ແລະ​ພຣະ­ອົງ​ບໍ່­ໄດ້​ເຮັດ­ໃຫ້​ເພິ່ນ​ຕັ້ງ​ໝັ້ນ​ຢູ່­ໃນ​ສົງ­ຄາມ

44ພຣະ­ອົງ​ໄດ້​ເຮັດ­ໃຫ້​ສະ­ຫງ່າ​ຂອງ​ເພິ່ນ​ເສື່ອມ­ສູນ​ໄປ

ແລະ​ຖິ້ມ​ບັນ­ລັງ​ຂອງ​ເພິ່ນ​ລົງ​ສູ່​ພື້ນ­ດິນ

45ພຣະ­ອົງ​ຕັດ​ໄວ​ໜຸ່ມ​ຂອງ​ເພິ່ນ​ໃຫ້​ສັ້ນ​ເຂົ້າ ແລະ​ຄຸມ​ເພິ່ນ​ໄວ້​ດ້ວຍ​ຄວາມ​ອັບ­ອາຍ

ພຣະ­ສັນ­ຍາ​ອັນ​ໝັ້ນ­ຄົງ​ຂອງ​ພຣະ­ເຈົ້າ​ຕໍ່​ດາ­ວິດ

46ຂ້າ​ແດ່​ພຣະ­ຜູ້­ເປັນ­ເຈົ້າ ພຣະ­ອົງ​ຈະ​ເຊື່ອງ​ພຣະ­ອົງ​ເອງ​ຢູ່​ດົນ​ເທົ່າ­ໃດ ເປັນ­ນິດ​ຫລື

ພຣະ­ພິ­ໂລດ​ຂອງ​ພຣະ­ອົງ​ຈະ​ໄໝ້​ຢູ່​ດົນ​ເທົ່າ­ໃດ

47ຂໍ​ລະ­ນຶກ​ວ່າ ຊ່ວງ​ຊີ­ວິດ​ຂອງ​ຂ້າ­ນ້ອຍ​ສັ້ນ​ເທົ່າ­ໃດ

ເຫດ­ໃດ​ພຣະ­ອົງ​ເນ­ລະ­ມິດ​ສ້າງ​ບັນ­ດາ​ມະ­ນຸດ​ມາ​ຢ່າງ​ໄຮ້​ປະ­ໂຫຍດ

48ມະ­ນຸດ​ຄົນ​ໃດ​ມີ­ຊີ­ວິດ​ຢູ່​ໄດ້​ໂດຍ​ບໍ່​ຕ້ອງ​ເຫັນ​ຄວາມ​ຕາຍ

ລາວ​ຈະ​ຊ່ວຍ​ຈິດ­ວິນ­ຍານ​ຂອງ­ຕົນ​ໃຫ້​ພົ້ນ​ຈາກ​ມື​ຂອງ​ຄວາມ​ຕາຍ​ໄດ້​ຫລື

49ຂ້າ​ແດ່​ອົງ​ພຣະ­ຜູ້­ເປັນ­ເຈົ້າ ຄວາມ​ເມດ­ຕາ​ໃນ​ເວ­ລາ​ກ່ອນ​ຂອງ​ພຣະ­ອົງ​ຢູ່​ທີ່​ໃດ

ຊຶ່ງ​ພຣະ­ອົງ​ປະ­ຕິ­ຍານ​ຕໍ່​ດາ­ວິດ​ໂດຍ​ຄວາມ­ຈິງ​ຂອງ​ພຣະ­ອົງ

50ຂ້າ​ແດ່​ອົງ​ພຣະ­ຜູ້­ເປັນ­ເຈົ້າ ຂໍ​ລະ­ນຶກ​ວ່າ​ຜູ້­ຮັບ­ໃຊ້​ຂອງ​ພຣະ­ອົງ​ຖືກ​ປ້ອຍ­ດ່າ​ຢ່າງ­ໃດ

ແລະ​ຂ້າ­ນ້ອຍ​ຮັບ​ການ​ໝິ່ນ­ປະ­ໝາດ​ຂອງ​ບັນ­ດາ​ຊົນ­ຊາດ

ທີ່​ມີ​ອຳ­ນາດ​ໃຫຍ່​ໄວ້​ໃນ​ເອິກ​ຂອງ​ຂ້າ­ນ້ອຍ​ຢ່າງ­ໃດ

51ຂ້າ​ແດ່​ພຣະ­ຜູ້­ເປັນ­ເຈົ້າ ນັ້ນ​ແຫລະ ສັດ­ຕູ​ຂອງ​ພຣະ­ອົງ​ໄດ້​ເຍາະ­ເຍີ້ຍ

ນັ້ນ​ແຫລະ ພວກ​ເຂົາ​ເຍາະ­ເຍີ້ຍ​ຮອຍ​ຕີນ​ຂອງ​ຜູ້​ທີ່​ເຈີມ​ໄວ້​ຂອງ​ພຣະ­ອົງ

52ສາ­ທຸ­ການ​ແດ່​ພຣະ­ຜູ້­ເປັນ­ເຈົ້າ​ເປັນ­ນິດ ອາ​ແມນ ແລະ​ອາ​ແມນ