ການ​ສັນ­ລະ­ເສີນ​ໃນ​ສະ­ຖານ­ທີ່​ນະ­ມັດ­ສະ­ການ​ພຣະ­ເຈົ້າ

ບົດ­ເພງ​ໃຊ້​ແຫ່​ຂຶ້ນ​ຂອງ​ດາ­ວິດ

1ຂ້າ​ແດ່​ພຣະ­ຜູ້­ເປັນ­ເຈົ້າ ຂໍ​ພຣະ­ອົງ​ຢ່າ​ຊົງ​ຫລົງ​ລືມ​ກະ­ສັດ​ດາ­ວິດ

ແລະ​ວຽກ​ງານ​ທຸກ​ຢ່າງ​ທີ່​ເພິ່ນ​ໄດ້​ເຮັດ​ມາ.

2ຂ້າ​ແດ່​ພຣະ­ຜູ້­ເປັນ­ເຈົ້າ ຂໍ​ພຣະ­ອົງ​ຊົງ​ລະ­ນຶກ​ເຖິງ​ຄຳ​ສັນ­ຍາ ແລະ​ຄຳ­ສາ­ບານ

ທີ່​ເພິ່ນ​ມີ​ຕໍ່​ພຣະ­ຜູ້­ເປັນ­ເຈົ້າ​ອົງ​ຊົງ​ມີ​ອຳ­ນາດ​ຍິ່ງ­ໃຫຍ່

ຂອງ​ພວກ​ອິ­ສຣາ­ເອນ​ດັ່ງ­ນີ້.

3ຂ້າ­ນ້ອຍ​ຈະ​ບໍ່​ເຂົ້າ­ໄປ​ໃນ​ເຮືອນ ຫລື​ເຂົ້າ­ໄປ​ນອນ

4ຂ້າ­ນ້ອຍ​ຈະ​ບໍ່​ພັກ­ຜ່ອນ ຫລື​ຫລັບ​ນອນ.

5ຈົນ​ກວ່າ​ຂ້າ­ນ້ອຍ​ໄດ້​ຈັດ​ຕຽມ​ບ່ອນ​ສຳ­ລັບ​ພຣະ­ຜູ້­ເປັນ­ເຈົ້າ

ແລະ​ທີ່​ປະ­ທັບ​ສຳ­ລັບ​ພຣະ­ເຈົ້າ​ອົງ​ຊົງ​ມີ​ອຳ­ນາດ​ຍິ່ງ­ໃຫຍ່

ຂອງ​ພວກ​ອິ­ສຣາ­ເອນ.

6ພວກ​ຂ້າ­ນ້ອຍ​ໄດ້­ຍິນ​ເຖິງ​ເລື່ອງ​ຫີບ​ຄຳ​ສັນ­ຍາ​ຢູ່​ເມືອງ​ເອ­ຟຣາ­ທາ

ແລະ​ໄດ້​ພົບ​ຫີບ​ນີ້​ຢູ່­ໃນ​ທົ່ງ­ຫຍ້າ​ຢາ​ອານ.

7ພວກ​ຂ້າ­ນ້ອຍ​ຈຶ່ງ​ໄດ້​ເວົ້າ​ວ່າ

ຂໍ​ໃຫ້​ພວກ­ເຮົາ​ໄປ​ທີ່​ປະ­ທັບ​ຂອງ​ພຣະ­ຜູ້­ເປັນ­ເຈົ້າ

ແລະ​ເຂົ້າ​ເຝົ້າ​ນະ­ມັດ­ສະ­ການ​ຕໍ່­ໜ້າ​ພຣະ­ທີ່­ນັ່ງ​ຂອງ​ພຣະ­ອົງ.

8ຂ້າ​ແດ່​ພຣະ­ຜູ້­ເປັນ­ເຈົ້າ ຂໍ​ພຣະ­ອົງ​ສະ­ເດັດ​ມາ­ຍັງ​ບ່ອນ​ພັກ­ຜ່ອນ​ຂອງ​ພຣະ­ອົງ

ພ້ອມ­ກັບ​ຫີບ​ຄຳ​ສັນ­ຍາ

ຊຶ່ງ​ເປັນ​ສັນ­ຍາ­ລັກ​ແຫ່ງ​ອຳ­ນາດ​ຂອງ​ພຣະ­ອົງ.

9ຂໍ​ໃຫ້​ພວກ­ປະ­ໂລ­ຫິດ​ປະ­ກອບ​ດ້ວຍ​ຄວາມ​ຊອບ­ທຳ

ຂໍ​ໃຫ້​ໄພ່​ພົນ​ຂອງ​ພຣະ­ອົງ​ທຸກ​ຄົນ​ໂຮ­ຮ້ອງ​ດ້ວຍ​ຄວາມ​ຍິນ­ດີ.

10ຂ້າ​ແດ່​ພຣະ­ຜູ້­ເປັນ­ເຈົ້າ ພຣະ­ອົງ​ຊົງ​ສັນ­ຍາ​ກັບ​ດາ­ວິດ​ຜູ້­ຮັບ­ໃຊ້​ຂອງ​ພຣະ­ອົງ

ຂໍ​ພຣະ­ອົງ​ຢ່າ​ຊົງ​ປະ­ຕິ­ເສດ​ເຈົ້າ​ຊີ­ວິດ​ທີ່​ພຣະ­ອົງ​ຊົງ­ເລືອກ​ໄວ້.

11ພຣະ­ອົງ​ຊົງ​ສັນ­ຍາ​ຢ່າງ​ໝັ້ນ­ຄົງ​ຕໍ່​ດາ­ວິດ​ວ່າ,

“ພາຍ­ຫລັງ​ເຈົ້າ​ນີ້ ເຮົາ​ຈະ​ແຕ່ງ­ຕັ້ງ​ລູກ­ຊາຍ​ຂອງ​ເຈົ້າ​ໃຫ້​ຂຶ້ນ​ປົກ­ຄອງ.

12ຖ້າ­ວ່າ​ລູກ​ຫລານ​ຂອງ​ເຈົ້າ​ສັດ­ຊື່​ຕໍ່​ຄຳ­ໝັ້ນ­ສັນ­ຍາ​ຂອງ​ເຮົາ

ແລະ​ຂໍ້​ຄຳ​ສັ່ງ​ທີ່​ເຮົາ​ໄດ້​ໃຫ້​ແກ່​ພວກ​ເຂົາ

ບັນ­ດາ​ລູກ­ຊາຍ​ຂອງ​ພວກ​ເຂົາ​ຈະ​ເປັນ​ເຈົ້າ​ຊີ­ວິດ​ປົກ­ຄອງ

ຄື​ກັບ​ເຈົ້າ​ສືບ­ຕໍ່​ກັນ​ໄປ”

ພຣະ­ອົງ​ຈະ​ບໍ່​ຖອນ​ຄຳ​ສັນ­ຍາ​ນີ້​ຄືນ.

13ພຣະ­ຜູ້­ເປັນ­ເຈົ້າ​ຊົງ­ເລືອກ​ເມືອງ​ຊີ­ໂອນ​ໄວ້

ພຣະ­ອົງ​ມີ​ພຣະ­ປະ­ສົງ​ສ້າງ​ທີ່​ປະ­ທັບ​ຂອງ​ພຣະ­ອົງ​ໄວ້​ທີ່​ນັ້ນ

ຄື​ພຣະ­ອົງ​ຊົງ​ກ່າວ​ວ່າ,

14“ນີ້­ແມ່ນ​ບ່ອນ​ທີ່​ເຮົາ​ຢາກ​ຢູ່

ແລະ​ເປັນ​ບ່ອນ​ທີ່​ເຮົາ​ຢາກ​ປົກ­ຄອງ​ຕະ­ຫລອດ​ໄປ.

15ເຮົາ​ຈະ​ຈັດ​ຕຽມ​ເມືອງ​ຊີ­ໂອນ​ນີ້​ໄວ້​ໃຫ້​ອຸ­ດົມ­ສົມ­ບູນ

ເຮົາ​ຈະ​ເອົາ​ສະ­ບຽງ​ອາ­ຫານ​ໃຫ້​ຄົນ​ທຸກ​ຍາກ​ໃນ​ເມືອງ​ນີ້.

16ເຮົາ​ຈະ­ໃຫ້​ພວກ­ປະ­ໂລ­ຫິດ​ຂອງ​ເມືອງ​ນີ້​ປະ­ກາດ​ວ່າ

ເຮົາ​ເປັນ​ຜູ້​ຊ່ອຍ​ໃຫ້​ພົ້ນ​ໄພ

ແລ້ວ​ປະ­ຊາ­ຊົນ​ຈະ​ຮ້ອງ­ເພງ​ໂຮ­ຮ້ອງ​ດ້ວຍ​ຄວາມ​ຍິນ­ດີ.

17ໃນ​ເມືອງ​ນີ້​ເຮົາ​ຈະ​ແຕ່ງ­ຕັ້ງ​ຜູ້​ໜຶ່ງ​ໃນ​ເຊື້ອ­ສາຍ​ຂອງ​ດາ­ວິດ

ເປັນ​ເຈົ້າ​ຊີ­ວິດ​ອົງ​ຍິ່ງ­ໃຫຍ່

ແລະ​ເຮົາ​ຈະ­ໃຫ້​ເຈົ້າ​ຊີ­ວິດ​ອົງ​ນີ້​ເປັນ​ຜູ້­ປົກ­ຄອງ.

18ເຮົາ​ຈະ​ເຮັດ­ໃຫ້​ສັດ­ຕູ​ຂອງ​ລາວ​ໄດ້­ຮັບ​ຄວາມ​ອັບ­ອາຍ

ແຕ່­ວ່າ​ລາ­ຊະ­ອາ­ນາ­ຈັກ​ຂອງ​ລາວ​ຈະ​ຮຸ່ງ­ເຮືອງ ແລະ​ອຸ­ດົມ­ສົມ­ບູນ.”