1ວຽກການຂອງຄົນກໍ່ສ້າງເຮືອນກໍໄຮ້ປະໂຫຍດ
ຖ້າວ່າພຣະຜູ້ເປັນເຈົ້າບໍ່ເປັນຜູ້ຊົງສ້າງ
ທະຫານຢືນຍາມກໍ່ໄຮ້ປະໂຫຍດ
ຖ້າວ່າພຣະຜູ້ເປັນເຈົ້າບໍ່ຊົງປ້ອງກັນບ້ານເມືອງໄວ້.
2ການເຮັດວຽກໜັກເພື່ອລ້ຽງຊີວິດ
ຄືຜູ້ນອນເດິກລຸກເຊົ້າກໍ່ໄຮ້ປະໂຫຍດ
ເພາະວ່າພຣະຜູ້ເປັນເຈົ້າຊົງປະທານການຜັກຜ່ອນໃຫ້ແກ່ຜູ້ທີ່ພຣະອົງຊົງຮັກ.
3ເດັກນ້ອຍທັງຫລາຍເປັນພຣະພອນອັນແທ້ຈິງ
ທີ່ພຣະຜູ້ເປັນເຈົ້າຊົງປະທານໃຫ້.
4ຜູ້ທີ່ມີລູກເມື່ອຕົນຍັງໜຸ່ມກໍມີປະໂຫຍດຫລາຍ
ເໝືອນທະຫານທີ່ມີລູກທະນູຫລາຍໃນກຳມື.
5ຜູ້ນັ້ນຈະມີຄວາມສຸກ
ເມື່ອລາວປະເຊີນໜ້າກັບສັດຕູທັງຫລາຍໃນສານຕັດສິນ
ລາວຈະບໍ່ພ່າຍແພ້ຈັກເທື່ອ.