ເພງສັນລະເສີນ

ຄວາມ­ສຸກ​ອັນ​ແທ້​ຈິງ

1ຄວາມ­ສຸກ​ເປັນ​ຂອງ​ຄົນ ຜູ້​ທີ່​ບໍ່​ເຮັດ​ຕາມ​ຄຳ​ແນະ­ນຳ​ຂອງ​ຄົນ­ຊົ່ວ

ຜູ້​ທີ່​ບໍ່​ປະ­ພຶດ​ຕາມ​ແບບ­ຢ່າງ​ຂອງ​ຄົນ​ບາບ ຫລື​ບໍ່​ຕິດ​ພັນ​ກັບ​ພວກ​ທີ່​ປະ­ໝາດ​ພຣະ­ເຈົ້າ.

2ແຕ່­ວ່າ​ຄວາມ­ສຸກ​ເປັນ​ຂອງ​ຜູ້​ທີ່​ມັກ​ອ່ານ​ພຣະ­ທຳ​ຂອງ​ພຣະ­ຜູ້­ເປັນ­ເຈົ້າ

ແລະ​ຮຽນ­ຮູ້​ເອົາ​ທຸກ​ມື້​ທຸກ​ຄືນ.

3ຄົນ​ຜູ້​ນີ້​ເປັນ​ຄື​ຕົ້ນ­ໄມ້​ທີ່​ປູກ​ໃກ້​ລຳ​ນ້ຳ ຊຶ່ງ​ມີ​ໃບ​ຂຽວ​ສົດ​ງົດ­ງາມ

ແລະ​ເກີດ​ໝາກ​ຕາມ​ລະ­ດູ ລາວ​ກະ­ທຳ​ທຸກ​ສິ່ງ​ກໍ​ສຳ­ເລັດ​ຜົນ.

4ແຕ່­ວ່າ​ຄົນ­ຊົ່ວ​ບໍ່​ເປັນ​ຢ່າງ​ນີ້​ເລີຍ

ລາວ​ເປັນ​ເໝືອນ​ຂີ້­ແກບ​ທີ່​ລົມ­ພັດ​ປິວ​ໄປ.

5ພຣະ­ເຈົ້າ​ຈະ​ຕັດ­ສິນ­ລົງ­ໂທດ​ຄົນ­ຊົ່ວ

ຄົນ​ບາບ​ຈະ​ຖືກ​ກຳ­ຈັດ​ໜີ​ຈາກ​ຄົນ​ຊອບ­ທຳ

6ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ພິ­ພາກ­ສາ​ຄົນ​ຊອບ­ທຳ

ແຕ່­ວ່າ​ຄົນ­ຊົ່ວ​ຈະ​ຖືກ​ປະ­ປ່ອຍ​ໃຫ້​ດັບ­ສູນ​ໄປ.