ຄວາມ​ໂງ່​ຈ້າ​ແຫ່ງ​ຄວາມ​ຊົ່ວ­ຮ້າຍ
ກໍ​ປຽບ​ກັບ​ສະ­ຕິ­ປັນ­ຍາ​ແຫ່ງ​ຄວາມ​ຊອບ­ທຳ

1ສຸ­ພາ­ສິດ​ຂອງ​ໂຊ­ໂລ­ໂມນ ລູກ­ຊາຍ​ທີ່​ສະ­ຫລາດ​ເຮັດ­ໃຫ້​ພໍ່​ຍິນ­ດີ

ແຕ່​ລູກ­ຊາຍ​ທີ່​ໂງ່​ເປັນ​ຄວາມ­ໂສກ­ເສົ້າ​ຂອງ​ແມ່​ລາວ

2ຄັງ​ຊັບ​ຊົ່ວ­ຮ້າຍ​ບໍ່​ເປັນ​ກຳ­ໄລ

ແຕ່​ຄວາມ​ຊອບ­ທຳ​ຊ່ວຍ​ໃຫ້​ພົ້ນ​ຈາກ​ຄວາມ​ຕາຍ

3ພຣະ­ຜູ້­ເປັນ­ເຈົ້າ​ຈະ​ບໍ່​ຊົງ​ປ່ອຍ​ໃຫ້​ຈິດ­ໃຈ​ຄົນ​ຊອບ­ທຳ​ອຶດ­ຫິວ

ແຕ່​ພຣະ­ອົງ​ຊົງ​ປະ​ຖິ້ມ​ຊັບ­ສົມ­ບັດ​ຂອງ​ຄົນ​ຊົ່ວ­ຮ້າຍ

4ມື​ທີ່​ຂີ້­ຄ້ານ​ເປັນ​ເຫດ​ໃຫ້​ເກີດ​ຄວາມ​ຍາກ­ຈົນ

ແຕ່​ມື​ທີ່​ຂະ­ຫຍັນ​ໝັ່ນ​ພຽນ​ເຮັດ­ໃຫ້​ຮັ່ງ­ມີ

5ຜູ້​ທີ່​ຮວບ­ຮວມ​ໄວ້​ໃນ​ລະ­ດູ­ແລ້ງ​ກໍ​ເປັນ​ລູກ­ຊາຍ​ທີ່​ສະ­ຫລາດ

ແຕ່​ຜູ້​ຫລັບ​ນອນ​ໃນ​ລະ­ດູ​ເກັບ­ກ່ຽວ​ກໍ​ເປັນ​ລູກ­ຊາຍ​ທີ່​ນຳ​ຄວາມ​ອັບ­ອາຍ​ມາ

6ພຣະ­ພອນ​ຢູ່​ເທິງ​ຫົວ​ຂອງ​ຄົນ​ຍຸດ­ຕິ­ທຳ

ແຕ່​ຄວາມ​ທາ­ລຸນ​ປົກ​ຄຸມ​ປາກ​ຄົນ​ຊົ່ວ­ຮ້າຍ

7ການ​ລະ­ນຶກ​ເຖິງ​ຄົນ​ຍຸດ­ຕິ­ທຳ​ເປັນ​ພຣະ­ພອນ

ແຕ່​ຊື່­ສຽງ​ຂອງ​ຄົນ​ຊົ່ວ­ຮ້າຍ​ຈະ​ເນົ່າ​ເໝັນ

8ຜູ້​ທີ່​ມີ­ໃຈ​ປະ­ກອບ​ດ້ວຍ​ປັນ­ຍາ​ຈະ​ຍອມ­ຮັບ​ບັນ­ຍັດ

ແຕ່​ຄົນ­ທີ່​ເວົ້າ​ໂງ່ໆ​ຈະ​ລົ້ມ­ລົງ

9ຜູ້­ໃດ​ທີ່​ດຳ­ເນີນ​ໃນ​ຄວາມ­ທ່ຽງ­ທຳ ກໍ​ດຳ­ເນີນ​ຢ່າງ​ໝັ້ນ­ຄົງ​ດີ

ແຕ່​ຜູ້​ທີ່​ເຮັດ​ທາງ​ຂອງ­ຕົນ​ໃຫ້​ຊົ່ວ​ກໍ​ຈະ​ປາ­ກົດ​ແຈ້ງ​ແກ່​ຄົນ​ອື່ນ

10ຜູ້​ທີ່​ຂະ​ຫຍິບ​ຕາ ກໍ​ກໍ່​ຄວາມ­ໂສກ­ເສົ້າ

ແຕ່​ຄົນ­ທີ່​ເວົ້າ​ໂງ່ໆ​ຈະ​ລົ້ມ­ລົງ

11ປາກ​ຂອງ​ຄົນ​ຊອບ­ທຳ​ເປັນ​ບໍ່­ນ້ຳ​ແຫ່ງ​ຊີ­ວິດ

ແຕ່​ຄວາມ​ທາ­ລຸນ​ປົກ​ຄຸມ​ປາກ​ຄົນ​ຊົ່ວ­ຮ້າຍ

12ຄວາມ​ກຽດ­ຊັງ​ເຮັດ­ໃຫ້​ເກີດ​ຄວາມ​ຜິດ​ກັນ

ແຕ່​ຄວາມ​ຮັກ​ປົກ​ຄຸມ​ບັນ­ດາ​ຄວາມ​ຜິດ­ບາບ​ເສຍ

13ຮີມ­ປາກ​ຂອງ​ຜູ້​ທີ່​ມີ​ຄວາມ​ເຂົ້າ­ໃຈ​ຈະ​ພົບ​ປັນ­ຍາ

ແຕ່​ໄມ້­ແສ້ ກໍ​ເໝາະ​ສຳ​ລັບ­ຫລັງ​ຂອງ​ຜູ້​ທີ່​ຂາດ​ຄວາມ​ເຂົ້າ­ໃຈ

14ນັກ­ປາດ​ກໍ​ຮວບ­ຮວມ​ຄວາມ​ຮູ້​ໄວ້

ແຕ່​ປາກ​ຂອງ​ຄົນ​ໂງ່​ນຳ​ຄວາມ​ຈິບ­ຫາຍ​ມາ​ໃກ້

15ຊັບ­ສົມ­ບັດ​ຂອງ​ຄົນ­ຮັ່ງ­ມີ​ຄື​ເມືອງ​ອັນ​ເຂັ້ມ­ແຂງ​ຂອງ​ພວກ​ເຂົາ

ແຕ່​ຄວາມ​ຍາກ­ຈົນ​ຂອງ​ຄົນ​ຈົນ​ຄື​ຄວາມ​ຈິບ­ຫາຍ​ຂອງ​ພວກ​ເຂົາ

16ຜົນ­ງານ​ຂອງ​ຄົນ​ຊອບ­ທຳ​ນຳ­ໄປ​ເຖິງ​ຊີ­ວິດ

ແຕ່​ຜົນ​ຂອງ​ຄົນ​ຊົ່ວ­ຮ້າຍ​ນຳ­ໄປ​ເຖິງ​ຄວາມ​ບາບ

17ຜູ້​ທີ່​ຮັກ­ສາ​ຄຳ​ສັ່ງ­ສອນ​ກໍ​ຢູ່­ໃນ​ການ​ວິ­ຖີ​ທາງ​ແຫ່ງ​ຊີ­ວິດ

ແຕ່​ຜູ້​ປະ­ຕິ­ເສດ​ຄຳ­ເຕືອນ​ສະ­ຕິ ກໍ​ຫລົງ​ເຮັດ​ບາບ​ເສຍ

18ຜູ້​ປິດ­ບັງ​ຄວາມ​ກຽດ­ຊັງ​ດ້ວຍ​ຮີມ­ປາກ​ຂີ້­ຕົວະ

ແລະ​ຜູ້​ອອກ­ປາກ​ໃສ່­ຮ້າຍ ກໍ​ເປັນ​ຄົນ​ໂງ່

19ການ​ເວົ້າ​ຫລາຍ ກໍ​ຈະ​ບໍ່​ຂາດ​ຄວາມ​ຜິດ­ບາບ

ແຕ່​ຜູ້​ຫ້າມ​ຮີມ­ປາກ​ຂອງ­ຕົນ ກໍ​ເປັນ​ຜູ້​ທີ່​ສະ­ຫລາດ

20ລີ້ນ​ຂອງ​ຄົນ​ຍຸດ­ຕິ­ທຳ ກໍ​ເໝືອນ​ກັບ​ເງິນ​ເນື້ອ​ບໍ­ລິ­ສຸດ

ຄວາມ​ຄິດ​ຂອງ​ຄົນ​ຊົ່ວ­ຮ້າຍ​ມີ­ຄ່າ​ແຕ່​ໜ້ອຍ​ດຽວ

21ຮີມ­ປາກ​ຂອງ​ຄົນ​ຊອບ­ທຳ​ລ້ຽງ​ຄົນ​ເປັນ​ຈຳ­ນວນ­ຫລາຍ

ແຕ່​ຄົນ​ໂງ່​ຕາຍ ເພາະ​ຂາດ​ສະ­ຕິ­ປັນ­ຍາ

22ພຣະ­ພອນ​ຂອງ​ພຣະ­ຜູ້­ເປັນ­ເຈົ້າ​ເຮັດ­ໃຫ້​ຮັ່ງ­ມີ

ແລະ​ພຣະ­ອົງ​ບໍ່­ໄດ້​ແຖມ​ຄວາມ­ໂສກ­ເສົ້າ​ໄວ້​ດ້ວຍ

23ຄົນ​ໂງ່​ເຮັດ​ຄວາມ​ຜິດ​ເໝືອນ​ກັບ­ການ​ຫລິ້ນ​ສະ­ໜຸກ

ແຕ່​ຄົນ­ທີ່​ມີ​ຄວາມ​ເຂົ້າ­ໃຈ​ກໍ​ປົນ​ດ້ວຍ​ປັນ­ຍາ

24ສິ່ງ­ໃດ​ທີ່​ຄົນ​ຊົ່ວ­ຮ້າຍ​ຄິດ​ຢ້ານ ມັນ​ຈະ​ມາ​ເຖິງ​ລາວ

ແຕ່​ສິ່ງ­ໃດ​ທີ່​ຄົນ​ຊອບ­ທຳ​ປາດ­ຖະ­ໜາ​ຈະ​ຊົງ​ປະ­ທານ​ໃຫ້

25ລົມ​ບ້າ­ໝູ​ຜ່ານ­ໄປ​ສັນ­ໃດ ຄົນ­ຊົ່ວ​ກໍ​ບໍ່­ມີ​ອີກ​ສັນ­ນັ້ນ

ແຕ່​ຄົນ​ຊອບ­ທຳ​ເປັນ​ຮາກ­ຖານ​ທີ່­ຢູ່​ເປັນ­ນິດ

26ນ້ຳ​ສົ້ມ​ກັບ​ແຂ້ວ ແລະ​ຄວັນ​ກັບ​ຕາ​ເປັນ​ສັນ­ໃດ

ຄົນ​ຂີ້­ຄ້ານ​ກັບ​ຜູ້​ທີ່​ໃຊ້​ລາວ​ໄປ ກໍ​ເປັນ​ຢ່າງ​ນັ້ນ

27ຄວາມ​ຢຳ​ເກງ​ພຣະ­ຜູ້­ເປັນ­ເຈົ້າ​ນັ້ນ​ຍືດ​ຊີ­ວິດ​ໃຫ້​ຍາວ​ອອກ

ແຕ່​ປີ​ເດືອນ​ຂອງ​ຄົນ​ຊົ່ວ­ຮ້າຍ​ນັ້ນ​ຈະ​ສັ້ນ​ເຂົ້າ

28ຄວາມ​ຫວັງ​ຂອງ​ຄົນ​ຊອບ­ທຳ​ຈະ​ຈົບ­ລົງ​ໃນ​ຄວາມ​ຍິນ­ດີ

ແຕ່​ຄວາມ​ມຸ້ງ​ຫວັງ​ຂອງ​ຄວາມ​ຊົ່ວ­ຮ້າຍ​ກໍ​ຈະ​ສູນ­ເປົ່າ

29ເສັ້ນ­ທາງ​ຂອງ​ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ເປັນ​ກຳ­ລັງ​ແກ່​ຜູ້​ທ່ຽງ­ທຳ

ແຕ່​ຜູ້​ເຮັດ​ຄວາມ​ຊົ່ວ­ຊ້າ​ຈະ​ຖືກ​ທຳ­ລາຍ

30ຜູ້​ຊອບ­ທຳ​ຈະ​ບໍ່​ຖືກ​ກຳ­ຈັດ​ເລີຍ

ແຕ່​ຄົນ​ຊົ່ວ­ຮ້າຍ​ຈະ​ບໍ່­ໄດ້​ຢູ່­ໃນ​ແຜ່ນ­ດິນ

31ປາກ​ຂອງ​ຄົນ​ຍຸດ­ຕິ­ທຳ​ນຳ​ປັນ­ຍາ​ອອກ​ມາ

ແຕ່​ລີ້ນ​ຂອງ​ຄົນ​ປະ­ຈົບ­ປະ­ແຈງ​ຈະ​ຖືກ​ຕັດ​ອອກ

32ຮີມ­ປາກ​ຂອງ​ຄົນ​ຊອບ­ທຳ​ຮູ້­ວ່າ​ອັນ­ໃດ​ເໝາະ​ສົມ

ແຕ່​ປາກ​ຂອງ​ຄົນ​ຊົ່ວ­ຮ້າຍ​ຮູ້­ວ່າ​ສິ່ງ­ໃດ​ປະ­ຈົບ­ປະ­ແຈງ