1ໃນມື້ທີ່ໂມເຊຈັດຕັ້ງຫໍເຕັນສັກສິດສຳເລັດ ທັງໄດ້ເຈີມ ແລະໄດ້ຊຳລະຫໍເຕັນສັກສິດກັບບັນດາເຄື່ອງໃຊ້ສອຍປະຈຳຫໍເຕັນສັກສິດໃຫ້ບໍລິສຸດ ແລະໄດ້ເຈີມ ໄດ້ຊຳລະແທ່ນບູຊາ ກັບພາຊະນະ ປະຈຳທັງໝົດໃຫ້ບໍລິສຸດແລ້ວ2ບັນດາຫົວໜ້າຂອງຄົນອິສຣາເອນ ຫົວໜ້າຍາດຕິພີ່ນ້ອງຕາມບັນພະບູລຸດ ຄືຫົວໜ້າຂອງຕະກູນຕ່າງໆ ຜູ້ຢູ່ເໜືອຜູ້ທີ່ຂຶ້ນທະບຽນໄວ້ ໄດ້ເຂົ້າມາຖວາຍເຄື່ອງຂອງ3ແລະໄດ້ນຳຂອງບູຊາມາຖວາຍຕໍ່ພຣະພັກພຣະຜູ້ເປັນເຈົ້າ ມີກວຽນຫົກລຳ ກັບງົວຫົກຄູ່ ຫົວໜ້າສອງຄົນນຳກວຽນລຳໜຶ່ງ ແລະງົວຄົນລະໂຕ ຖວາຍຢູ່ໜ້າຫໍເຕັນສັກສິດ
4ແລ້ວພຣະຜູ້ເປັນເຈົ້າກ່າວກັບໂມເຊວ່າ5“ຈົ່ງຮັບຂອງເຫລົ່ານີ້ໄວ້ຈາກພວກເຂົາເພື່ອຈະໄດ້ໃຊ້ໃນການບົວລະບັດຫໍເຕັນສັກສິດແຫ່ງຊຸມນຸມ ຈົ່ງມອບໄວ້ກັບຄົນເລວີແກ່ທຸກຄົນຕາມງານບົວລະບັດຂອງພວກເຂົາ”
6ໂມເຊຈຶ່ງນຳກວຽນ ແລະງົວໄປມອບໃຫ້ແກ່ຄົນເລວີ7ເພິ່ນໃຫ້ກວຽນສອງລຳກັບງົວສອງຄູ່ແກ່ລູກຊາຍທັງຫລາຍຂອງເກໂຊນຕາມງານບົວລະບັດຂອງພວກເຂົາ8ເພິ່ນມອບກວຽນສີ່ລຳ ແລະງົວສີ່ຄູ່ໃຫ້ແກ່ລູກຊາຍທັງຫລາຍຂອງເມຣາຣີຕາມງານບົວລະບັດຂອງພວກເຂົາ ຊຶ່ງເປັນຕາມຄຳຊີ້ແຈງຂອງອີທາມາລູກຊາຍອາໂຣນ9ແຕ່ເພິ່ນບໍ່ໄດ້ມອບຫຍັງໃຫ້ແກ່ລູກຊາຍຂອງໂກຮາດ ເພາະງານບົວລະບັດຂອງພວກເຂົາເປັນງານທີ່ຕ້ອງຫາມສິ່ງຂອງບໍລິສຸດເທິງບ່າ
10ແລະບັນດາຫົວໜ້າກໍນຳຂອງບູຊາມາເພື່ອມອບຖວາຍແທ່ນບູຊາໃນມື້ທີ່ເຮັດພິທີ ເຈີມແທ່ນບູຊານັ້ນ ແລະພວກຫົວໜ້າຕ່າງກໍຖວາຍເຄື່ອງບູຊາຂອງຕົນຕໍ່ໜ້າແທ່ນບູຊາ11ພຣະຜູ້ເປັນເຈົ້າກ່າວກັບໂມເຊວ່າ “ໃຫ້ພວກຫົວໜ້າມາຖວາຍເຄື່ອງບູຊາຂອງພວກເຂົາມື້ລະຄົນໃນງານມອບຖວາຍແທ່ນບູຊາ”
12ຜູ້ທີ່ຖວາຍເຄື່ອງບູຊາໃນມື້ທຳອິດຄືນາໂຊນລູກຊາຍອຳມີນາດາບແຫ່ງຕະກູນຢູດາ13ເຄື່ອງຖວາຍຂອງລາວຄືຈານເງິນໜ່ວຍໜຶ່ງ ໜັກໜຶ່ງຮ້ອຍສາມສິບເຊເຂ ແລະຊາມເງິນໜ່ວຍໜຶ່ງໜັກເຈັດສິບເຊເຂຕາມເຊເຂຂອງສະຖານທີ່ບໍລິສຸດ ພາຊະນະທັງສອງນີ້ມີຍອດແປ້ງປະສົມກັບນ້ຳມັນເຕັມເພື່ອເປັນເຄື່ອງບູຊາພືດຜົນເປັນເມັດ14ບ່ວງຄຳອັນໜຶ່ງໜັກສິບເຊເຂ ມີເຄື່ອງຫອມສຳລັບເຜົາເຕັມ15ງົວໜຸ່ມໂຕໜຶ່ງ ແກະຜູ້ໂຕໜຶ່ງ ລູກແກະອາຍຸໜຶ່ງປີໂຕໜຶ່ງ ເປັນເຄື່ອງເຜົາບູຊາ16ລູກແບ້ຜູ້ໂຕໜຶ່ງເປັນເຄື່ອງບູຊາໄຖ່ບາບ17ງົວເຖິກສອງໂຕ ແກະຜູ້ຫ້າໂຕ ແບ້ຜູ້ຫ້າໂຕ ລູກແກະອາຍຸໜຶ່ງປີຫ້າໂຕ ເປັນເຄື່ອງບູຊາເພື່ອຄວາມສາມັກຄີທຳ ສິ່ງເຫລົ່ານີ້ເປັນຂອງຖວາຍຂອງນາໂຊນລູກຊາຍຂອງອຳມີນາດາບ
18ມື້ທີສອງເນທາເນນລູກຊາຍຊູອາຫົວໜ້າຂອງຕະກູນອິດຊາຄາຖວາຍເຄື່ອງ19ເຄື່ອງຖວາຍຂອງລາວແມ່ນຈານເງິນອັນໜຶ່ງໜັກໜຶ່ງຮ້ອຍສາມສິບເຊເຂ ຊາມເງິນ ໃບໜຶ່ງໜັກເຈັດສິບເຊເຂຕາມເຊເຂຂອງສະຖານທີ່ບໍລິສຸດ ພາຊະນະທັງສອງນີ້ມີຍອດແປ້ງປະສົມກັບນ້ຳມັນເຕັມເພື່ອເປັນເຄື່ອງບູຊາພືດຜົນເປັນເມັດ20ບ່ວງຄຳອັນໜຶ່ງໜັກສິບເຊເຂ ມີເຄື່ອງຫອມສຳລັບເຜົາເຕັມ21ງົວໜຸ່ມໂຕໜຶ່ງ ແກະຜູ້ໂຕໜຶ່ງ ລູກແກະອາຍຸໜຶ່ງປີໂຕໜຶ່ງ ເປັນເຄື່ອງເຜົາບູຊາ22ລູກແບ້ຜູ້ໂຕໜຶ່ງເປັນເຄື່ອງບູຊາໄຖ່ບາບ23ແລະງົວເຖິກສອງໂຕ ແກະຜູ້ຫ້າໂຕ ແບ້ຜູ້ຫ້າໂຕ ລູກແກະອາຍຸໜຶ່ງປີຫ້າໂຕ ເປັນເຄື່ອງບູຊາເພື່ອຄວາມສາມັກຄີທຳ ສິ່ງເຫລົ່ານີ້ເປັນເຄື່ອງຖວາຍຂອງເນທາເນນລູກຊາຍຂອງຊູອາ
24ມື້ທີສາມເອລີອາບລູກຊາຍເຮໂລນຫົວໜ້າຂອງລູກຫລານເຊບູລູນຖວາຍເຄື່ອງ25ເຄື່ອງຖວາຍຂອງເຂົາຄືຈານເງິນໃບໜຶ່ງໜັກໜຶ່ງຮ້ອຍສາມສິບເຊເຂ ຊາມເງິນໃບໜຶ່ງໜັກເຈັດສິບເຊເຂຕາມເຊເຂຂອງສະຖານທີ່ບໍລິສຸດ ພາຊະນະທັງສອງນີ້ມີຍອດແປ້ງປະສົມກັບນ້ຳມັນເຕັມເພື່ອເປັນເຄື່ອງບູຊາພືດຜົນເປັນເມັດ26ບ່ວງຄຳອັນໜຶ່ງໜັກສິບເຊເຂ ມີເຄື່ອງຫອມສຳລັບເຜົາເຕັມ27ງົວໜຸ່ມໂຕໜຶ່ງ ແກະຜູ້ໂຕໜຶ່ງ ລູກແກະອາຍຸໜຶ່ງປີໂຕໜຶ່ງ ເປັນເຄື່ອງເຜົາບູຊາ28ລູກແບ້ຜູ້ໂຕໜຶ່ງເປັນເຄື່ອງບູຊາໄຖ່ບາບ29ງົວເຖິກສອງໂຕ ແກະຜູ້ຫ້າໂຕ ແບ້ຜູ້ຫ້າໂຕ ລູກແກະອາຍຸໜຶ່ງປີຫ້າໂຕ ເປັນເຄື່ອງບູຊາເພື່ອຄວາມສາມັກຄີທຳ ສິ່ງເຫລົ້ານີ້ເປັນເຄື່ອງຖວາຍຂອງເອລີອາບລູກຊາຍຂອງເຮໂລນ
30ມື້ທີສີ່ເອລີຊູລູກຊາຍຂອງເຊເດອູປະມຸກຂອງລູກຫລານຣູເບັນຖວາຍເຄື່ອງ31ເຄື່ອງຖວາຍຂອງລາວຄືຈານເງິນໃບໜຶ່ງໜັກໜຶ່ງຮ້ອຍສາມສິບເຊເຂ ຊາມເງິນໃບໜຶ່ງໜັກເຈັດສິບເຊເຂຕາມເຊເຂຂອງສະຖານທີ່ບໍລິສຸດ ພາຊະນະທັງສອງນີ້ມີຍອດແປ້ງປະສົມກັບນ້ຳມັນເຕັມເພື່ອເປັນເຄື່ອງບູຊາພືດຜົນເປັນເມັດ32ບ່ວງຄຳໃບໜຶ່ງໜັກສິບເຊເຂ ມີເຄື່ອງຫອມສຳລັບເຜົາເຕັມ33ງົວໜຸ່ມໂຕໜຶ່ງ ແກະຜູ້ໂຕໜຶ່ງ ລູກແກະອາຍຸໜຶ່ງປີໂຕໜຶ່ງ ເປັນເຄື່ອງເຜົາບູຊາ34ລູກແບ້ຜູ້ໂຕໜຶ່ງເປັນເຄື່ອງບູຊາໄຖ່ບາບ35ງົວເຖິກສອງໂຕ ແກະຜູ້ຫ້າໂຕ ແບ້ຜູ້ຫ້າໂຕ ລູກແກະອາຍຸໜຶ່ງປີຫ້າໂຕ ເປັນເຄື່ອງບູຊາເພື່ອຄວາມສາມັກຄີທຳ ສິ່ງເຫລົ່ານີ້ເປັນເຄື່ອງຖວາຍຂອງເອລີຊູລູກຊາຍຂອງເຊເດອູ
36ມື້ທີຫ້າເຊລູມີເອນລູກຊາຍຊູຣີຊັດດາຍ ຫົວໜ້າຂອງຄົນຊິເມໂອນຖວາຍເຄື່ອງ37ເຄື່ອງຖວາຍຂອງລາວຄືຈານເງິນໃບໜຶ່ງໜັກໜຶ່ງຮ້ອຍສາມສິບເຊເຂ ຊາມເງິນໃບໜຶ່ງໜັກເຈັດສິບເຊເຂຕາມເຊເຂຂອງສະຖານທີ່ບໍລິສຸດ ພາຊະນະທັງສອງນີ້ມີຍອດແປ້ງປະສົມກັບນ້ຳມັນເຕັມເພື່ອເປັນເຄື່ອງບູຊາພືດຜົນເປັນເມັດ38ບ່ວງຄຳອັນໜຶ່ງໜັກສິບເຊເຂ ມີເຄື່ອງຫອມສຳລັບເຜົາເຕັມ39ງົວໜຸ່ມໂຕໜຶ່ງ ແກະຜູ້ໂຕໜຶ່ງ ລູກແກະອາຍຸໜຶ່ງປີໂຕໜຶ່ງ ເປັນເຄື່ອງເຜົາບູຊາ40ລູກແບ້ຜູ້ໂຕໜຶ່ງເປັນເຄື່ອງບູຊາໄຖ່ບາບ41ງົວເຖິກສອງໂຕ ແກະຜູ້ຫ້າໂຕ້ ແບ້ຜູ້ຫ້າໂຕ້ ລູກແກະອາຍຸໜຶ່ງປີຫ້າໂຕ ເປັນເຄື່ອງບູຊາເພື່ອຄວາມສາມັກຄີທຳ ສິ່ງເຫລົ່ານີ້ເປັນເຄື່ອງຖວາຍຂອງເຊລູມີເອນລູກຊາຍຂອງຊູຣີຊັດດາຍ
42ມື້ທີຫົກເອລີຢາສັບລູກຊາຍດູເອນຫົວໜ້າຂອງລູກຫລານຄາດຖວາຍເຄື່ອງ43ເຄື່ອງຖວາຍຂອງລາວຄືຈານເງິນໃບໜຶ່ງໜັກໜຶ່ງຮ້ອຍສາມສິບເຊເຂ ຊາມເງິນໃບໜຶ່ງໜັກເຈັດສິບເຊເຂ ຕາມເຊເຂຂອງສະຖານທີ່ບໍລິສຸດ ພາຊະນະທັງສອງນີ້ມີຍອດແປ້ງປະສົມກັບນ້ຳມັນເຕັມເພື່ອເປັນເຄື່ອງບູຊາພືດຜົນເປັນເມັດ44ບ່ວງຄຳອັນໜຶ່ງໜັກສິບເຊເຂ ມີເຄື່ອງຫອມສຳລັບເຜົາເຕັມ45ງົວໜຸ່ມໂຕໜຶ່ງ ແກະຜູ້ໂຕໜຶ່ງ ລູກແກະອາຍຸໜຶ່ງປີໂຕໜຶ່ງ ເປັນເຄື່ອງເຜົາບູຊາ46ລູກແບ້ຜູ້ໂຕໜຶ່ງເປັນເຄື່ອງບູຊາໄຖ່ບາບ47ງົວເຖິກສອງໂຕ ແກະຜູ້ຫ້າໂຕ ແບ້ຜູ້ຫ້າໂຕ ລູກແກະອາຍຸໜຶ່ງປີຫ້າໂຕ ເປັນເຄື່ອງບູຊາເພື່ອຄວາມສາມັກຄີທຳ ສິ່ງເຫລົ່ານີ້ເປັນເຄື່ອງຖວາຍຂອງເອລີຢາສັບລູກຊາຍຂອງດູເອນ
48ມື້ທີເຈັດເອລີຊາມາລູກຊາຍອຳມີຮຸດຫົວໜ້າຂອງລູກຫລານເອຟຣາຢິມຖວາຍເຄື່ອງ49ເຄື່ອງຖວາຍຂອງລາວຄືຈານເງິນໃບໜຶ່ງໜັກໜຶ່ງຮ້ອຍສາມສິບເຊເຂ ຊາມເງິນໃບໜຶ່ງໜັກເຈັດສິບເຊເຂຕາມເຊເຂຂອງສະຖານທີ່ບໍລິສຸດ ພາຊະນະທັງສອງນີ້ມີຍອດແປ້ງປະສົມກັບນ້ຳມັນເຕັມເພື່ອເປັນເຄື່ອງບູຊາພືດຜົນເປັນເມັດ50ບ່ວງຄຳອັນໜຶ່ງໜັກສິບເຊເຂ ມີເຄື່ອງຫອມສຳລັບເຜົາເຕັມ51ງົວໜຸ່ມໂຕໜຶ່ງ ແກະຜູ້ໂຕໜຶ່ງ ລູກແກະອາຍຸໜຶ່ງປີໂຕໜຶ່ງ ເປັນເຄື່ອງເຜົາບູຊາ52ລູກແບ້ຜູ້ໂຕໜຶ່ງເປັນເຄື່ອງບູຊາໄຖ່ບາບ53ງົວເຖິກສອງໂຕ ແກະຜູ້ຫ້າໂຕ ແບ້ຜູ້ຫ້າໂຕ ລູກແກະອາຍຸໜຶ່ງປີຫ້າໂຕ ເປັນເຄື່ອງບູຊາເພື່ອຄວາມສາມັກຄີທຳ ສິ່ງເຫລົ່ານີ້ເປັນເຄື່ອງຖວາຍຂອງເອລີຊາມາລູກຊາຍຂອງອຳມີຮຸດ
54ມື້ທີແປດຄາມາລີເອັນລູກຊາຍເປດາຊູຫົວໜ້າມານາເຊ55ເຄື່ອງຖວາຍຂອງລາວຄືຈານເງິນໃບໜຶ່ງໜັກໜຶ່ງຮ້ອຍສາມສິບເຊເຂ ຊາມເງິນໃບໜຶ່ງໜັກເຈັດສິບເຊເຂຕາມເຊເຂຂອງສະຖານທີ່ບໍລິສຸດ ພາຊະນະທັງສອງນີ້ມີຍອດແປ້ງປະສົມກັບນ້ຳມັນເຕັມເພື່ອເປັນເຄື່ອງບູຊາພືດຜົນເປັນເມັດ56ບ່ວງຄຳອັນໜຶ່ງໜັກສິບເຊເຂ ມີເຄື່ອງຫອມສຳລັບເຜົາເຕັມ57ງົວໜຸ່ມໂຕໜຶ່ງ ແກະຜູ້ໂຕໜຶ່ງ ລູກແກະອາຍຸໜຶ່ງປີໂຕໜຶ່ງ ເປັນເຄື່ອງເຜົາບູຊາ58ລູກແບ້ຜູ້ໂຕໜຶ່ງເປັນເຄື່ອງບູຊາໄຖ່ບາບ59ງົວເຖິກສອງໂຕ ແກະຜູ້ຫ້າໂຕ ແບ້ຜູ້ຫ້າໂຕ ລູກແກະອາຍຸໜຶ່ງປີຫ້າໂຕ ເປັນເຄື່ອງບູຊາເພື່ອຄວາມສາມັກຄີທຳ ສິ່ງເຫລົ່ານີ້ເປັນເຄື່ອງຖວາຍຂອງຄາມາລີເອັນລູກຊາຍຂອງເປດາຊູ
60ມື້ທີເກົ້າອາບີດານລູກຊາຍກິເດໂອນີຫົວໜ້າຂອງລູກຫລານເບັນຢາມິນຖວາຍເຄື່ອງ61ເຄື່ອງຖວາຍຂອງລາວຄືຈານເງິນໃບໜຶ່ງໜັກໜຶ່ງຮ້ອຍສາມສິບເຊເຂ ຊາມເງິນໃບໜຶ່ງໜັກເຈັດສິບເຊເຂຕາມເຊເຂຂອງສະຖານທີ່ບໍລິສຸດ ພາຊະນະທັງສອງນີ້ມີຍອດແປ້ງປະສົມກັບນ້ຳມັນເຕັມເພື່ອເປັນເຄື່ອງບູຊາພືດຜົນເປັນເມັດ62ບ່ວງຄຳອັນໜຶ່ງໜັກສິບເຊເຂ ມີເຄື່ອງຫອມສຳລັບເຜົາເຕັມ63ງົວໜຸ່ມໂຕໜຶ່ງ ແກະຜູ້ໂຕໜຶ່ງ ລູກແກະອາຍຸໜຶ່ງປີໂຕໜຶ່ງ ເປັນເຄື່ອງເຜົາບູຊາ64ລູກແບ້ຜູ້ໂຕໜຶ່ງເປັນເຄື່ອງບູຊາໄຖ່ບາບ65ງົວເຖິກສອງໂຕ ແກະຜູ້ຫ້າໂຕ ແບ້ຜູ້ຫ້າໂຕ ລູກແກະອາຍຸໜຶ່ງປີຫ້າໂຕ ເປັນເຄື່ອງບູຊາເພື່ອຄວາມສາມັກຄີທຳ ສິ່ງເຫລົ່ານີ້ເປັນເຄື່ອງຖວາຍຂອງອາບີດານລູກຊາຍຂອງກິເດໂອນີ
66ມື້ທີສິບອາຮີເອເຊລູກຊາຍອຳມີຊັດດາຍຫົວໜ້າຂອງລູກຫລານດານຖວາຍເຄື່ອງ67ເຄື່ອງຖວາຍຂອງລາວຄືຈານເງິນໃບໜຶ່ງໜັກໜຶ່ງຮ້ອຍສາມສິບເຊເຂ ຊາມເງິນໃບໜຶ່ງໜັກເຈັດສິບເຊເຂຕາມເຊເຂຂອງສະຖານທີ່ບໍລິສຸດ ພາຊະນະທັງສອງນີ້ມີຍອດແປ້ງປະສົມກັບນ້ຳມັນເຕັມເພື່ອເປັນເຄື່ອງບູຊາພືດຜົນເປັນເມັດ68ບ່ວງຄຳອັນໜຶ່ງໜັກສິບເຊເຂ ມີເຄື່ອງຫອມສຳລັບເຜົາເຕັມ69ງົວໜຸ່ມໂຕໜຶ່ງ ແກະຜູ້ໂຕໜຶ່ງ ລູກແກະອາຍຸໜຶ່ງປີໂຕໜຶ່ງ ເປັນເຄື່ອງເຜົາບູຊາ70ລູກແບ້ຜູ້ໂຕໜຶ່ງເປັນເຄື່ອງບູຊາໄຖ່ບາບ71ງົວເຖິກສອງໂຕ ແກະຜູ້ຫ້າໂຕ ແບ້ຜູ້ຫ້າໂຕ ລູກແກະອາຍຸໜຶ່ງປີຫ້າໂຕ ເປັນເຄື່ອງບູຊາເພື່ອຄວາມສາມັກຄີທຳ ສິ່ງເຫລົ່ານີ້ເປັນເຄື່ອງຖວາຍຂອງອາຮີເອເຊລູກຊາຍຂອງອຳມີຊັດດາຍ
72ມື້ທີສິບເອັດປາກີເອນລູກຊາຍອົກຣັນຫົວໜ້າຂອງລູກຫລານອາເຊຖວາຍເຄື່ອງ73ເຄື່ອງຖວາຍຂອງລາວຄືຈານເງິນໃບໜຶ່ງໜັກໜຶ່ງຮ້ອຍສາມສິບເຊເຂ ຊາມເງິນໃບໜຶ່ງໜັກເຈັດສິບເຊເຂຕາມເຊເຂຂອງສະຖານທີ່ບໍລິສຸດ ພາຊະນະທັງສອງນີ້ມີຍອດແປ້ງປະສົມກັບນ້ຳມັນເຕັມເພື່ອເປັນເຄື່ອງບູຊາພືດຜົນເປັນເມັດ74ບ່ວງຄຳໃບໜຶ່ງໜັກສິບເຊເຂ ມີເຄື່ອງຫອມສຳລັບເຜົາເຕັມ75ງົວໜຸ່ມໂຕໜຶ່ງ ແກະຜູ້ໂຕໜຶ່ງ ລູກແກະອາຍຸໜຶ່ງປີໂຕໜຶ່ງ ເປັນເຄື່ອງເຜົາບູຊາ76ລູກແບ້ຜູ້ໂຕໜຶ່ງເປັນເຄື່ອງບູຊາໄຖ່ບາບ77ງົວເຖິກສອງໂຕ ແກະຜູ້ຫ້າໂຕ ແບ້ຜູ້ຫ້າໂຕ ລູກແກະອາຍຸໜຶ່ງປີຫ້າໂຕ ເປັນເຄື່ອງບູຊາເພື່ອຄວາມສາມັກຄີທຳ ສິ່ງເຫລົ່ານີ້ເປັນເຄື່ອງຖວາຍຂອງປາກີເອນລູກຊາຍຂອງອົກຣັນ
78ມື້ທີສິບສອງອາຮີຣາລູກຊາຍເອນັນຫົວໜ້າຂອງລູກຫລານນັບທາລີຖວາຍເຄື່ອງ79ເຄື່ອງຖວາຍຂອງລາວຄືຈານເງິນໃບໜຶ່ງໜັກໜຶ່ງຮ້ອຍສາມສິບເຊເຂ ຊາມເງິນໃບໜຶ່ງໜັກເຈັດສິບເຊເຂຕາມເຊເຂຂອງສະຖານທີ່ບໍລິສຸດ ພາຊະນະທັງສອງນີ້ມີຍອດແປ້ງປະສົມກັບນ້ຳມັນເຕັມເພື່ອເປັນເຄື່ອງບູຊາພືດຜົນເປັນເມັດ80ບ່ວງຄຳໃບໜຶ່ງໜັກສິບເຊເຂ ມີເຄື່ອງຫອມສຳລັບເຜົາເຕັມ81ງົວໜຸ່ມໂຕໜຶ່ງ ແກະຜູ້ໂຕໜຶ່ງ ລູກແກະອາຍຸໜຶ່ງປີໂຕໜຶ່ງ ເປັນເຄື່ອງເຜົາບູຊາ82ລູກແບ້ຜູ້ໂຕໜຶ່ງເປັນເຄື່ອງບູຊາໄຖ່ບາບ83ງົວເຖິກສອງໂຕ ແກະຜູ້ຫ້າໂຕ ແບ້ຜູ້ຫ້າໂຕ ລູກແກະອາຍຸໜຶ່ງປີຫ້າໂຕ ເປັນເຄື່ອງບູຊາເພື່ອຄວາມສາມັກຄີທຳ ສິ່ງເຫລົ່ານີ້ເປັນເຄື່ອງຖວາຍຂອງອາຮີຣາລູກຊາຍຂອງເອນັນ
84ຕໍ່ໄປນີ້ເປັນເຄື່ອງຖວາຍໃນງານຖວາຍແທ່ນບູຊາຈາກຫົວໜ້າຂອງຄົນອິສຣາເອນ ໃນມື້ທີ່ມີພິທີເຈີມແທ່ນບູຊານັ້ນຄືຈານເງິນສິບສອງໃບ ຊາມເງິນສິບສອງໃບ ບ່ວງຄຳສິບສອງອັນ85ຈານເງິນໃບໜຶ່ງໜັກໜຶ່ງຮ້ອຍສາມສິບເຊເຂ ແລະຊາມໃບໜຶ່ງໜັກເຈັດສິບເຊເຂ ເງິນທີ່ໃຊ້ເຮັດພາຊະນະທັງໝົດໜັກສອງພັນສີ່ຮ້ອຍເຊເຂ ຕາມເຊເຂຂອງສະຖານທີ່ບໍລິສຸດ86ບ່ວງຄຳສິບສອງອັນ ມີເຄື່ອງຫອມສຳລັບເຜົາເຕັມ ໜັກອັນລະສິບເຊເຂຕາມເຊເຂຂອງສະຖານທີ່ບໍລິສຸດ ຄຳທີ່ໃຊ້ເຮັດບ່ວງທັງໝົດໜັກໜຶ່ງຮ້ອຍຊາວເຊເຂ87ສັດສຳລັບເຄື່ອງເຜົາບູຊາ ມີງົວເຖິກສິບສອງໂຕ ແກະຜູ້ສິບສອງໂຕ ລູກແກະອາຍຸໜຶ່ງປີສິບສອງໂຕ ພ້ອມກັບເຄື່ອງບູຊາພືດຜົນເປັນເມັດຄູ່ກັນ ແລະແບ້ຜູ້ສິບສອງໂຕສຳລັບເປັນເຄື່ອງບູຊາໄຖ່ບາບ88ສັດທັງໝົດທີ່ຖວາຍເປັນເຄື່ອງບູຊາເພື່ອຄວາມສາມັກຄີທຳ ມີງົວເຖິກຊາວສີ່ໂຕ ແກະຜູ້ຫົກສິບໂຕ ແບ້ຜູ້ຫົກສິບໂຕ ແລະລູກແກະອາຍຸໜຶ່ງປີຫົກສິບໂຕ ນີ້ແຫລະ ແມ່ນເຄື່ອງຖວາຍໃນງານຖວາຍແທ່ນບູຊາ ເມື່ອໄດ້ເຮັດການເຈີມແລ້ວ
89ເມື່ອໂມເຊໄດ້ເຂົ້າໄປໃນຫໍເຕັນສັກສິດແຫ່ງຊຸມນຸມເພື່ອຈະຂາບທູນພຣະອົງ ເພິ່ນໄດ້ຍິນພຣະສຸລະສຽງກ່າວກັບຕົນມາຈາກພຣະທີ່ນັ່ງແຫ່ງພຣະກະລຸນາ ຊຶ່ງຢູ່ເທິງຫີບພຣະບັນຍັດທ່າມກາງເຄຣຸບທັງສອງ ແລະພຣະສຸລະສຽງນັ້ນໄດ້ສົນທະນາກັບເພິ່ນ