ບັນ­ຍັດ​ຕ່າງໆ​ເລື່ອງ​ມໍ­ລະ­ດົກ

1ຫົວ­ໜ້າ​ຄອບ­ຄົວ​ຄົນ​ກິ­ເລ­ອາດ ລູກ­ຊາຍ​ຂອງ​ມາ­ກີ ຜູ້​ເປັນ​ລູກ­ຊາຍ​ມາ­ນາ­ເຊ ຄອບ­ຄົວ​ຕ່າງໆ​ຂອງ​ລູກ­ຊາຍ​ໂຢ­ເຊັບ ເຂົ້າ​ມາ​ໃກ້ ແລະ​ເວົ້າ​ຕໍ່­ໜ້າ​ໂມ­ເຊ ແລະ​ຕໍ່­ໜ້າ​ຫົວ­ໜ້າ ຄື​ບັນ­ດາ​ຫົວ­ໜ້າ​ຄົນ​ອິ­ສຣາ­ເອນ2ພວກ​ເຂົາ​ເວົ້າ​ວ່າ “ພຣະ­ຜູ້­ເປັນ­ເຈົ້າ​ໄດ້​ບອກ​ເຈົ້າ​ນາຍ​ຂອງ​ຂ້າ­ນ້ອຍ​ໃຫ້​ຈັບ­ສະ­ຫລາກ​ຍົກ​ແຜ່ນ­ດິນ ໃຫ້­ເປັນ​ມໍ­ລະ­ດົກ​ແກ່​ຄົນ​ອິ­ສຣາ­ເອນ ແລະ​ເຈົ້າ​ນາຍ​ຂອງ​ຂ້າ­ນ້ອຍ​ໄດ້­ຮັບ​ບັນ­ຊາ​ຈາກ​ພຣະ­ຜູ້­ເປັນ­ເຈົ້າ​ໃຫ້​ຍົກ​ມໍ­ລະ­ດົກ​ຂອງ​ເຊ­ໂລ­ເຟ­ຂາດ​ພີ່­ນ້ອງ​ຂອງ​ພວກ­ເຮົາ​ແກ່​ລູກ­ສາວ​ຂອງ​ລາວ3ຖ້າ​ນາງ​ທັງ­ຫລາຍ​ແຕ່ງ­ງານ​ກັບ​ລູກ­ຊາຍ​ທັງ­ຫລາຍ​ຂອງ​ຄົນ​ອິ­ສຣາ­ເອນ​ຕະ­ກູນ​ອື່ນ​ແລ້ວ ສ່ວນ​ມໍ­ລະ­ດົກ​ຂອງ ບັນ­ພະ­ບູ­ລຸດ​ຂອງ​ພວກ­ເຮົາ​ຈະ​ເພີ່ມ​ໃຫ້​ກັບ​ມໍ­ລະ­ດົກ​ຂອງ​ຄົນ​ຕະ­ກູນ​ທີ່​ນາງ​ໄປ​ຢູ່​ນຳ ເພາະ­ສະ­ນັ້ນ​ຈຶ່ງ​ເປັນ​ການ​ນຳ​ມໍ­ລະ­ດົກ​ໄປ​ຈາກ​ສ່ວນ​ທີ່​ເປັນ​ຂອງ​ພວກ­ເຮົາ4ແລະ​ເມື່ອ​ເຖິງ​ປີ​ແຫ່ງ​ສຽງ​ເຂົາ­ສັດ​ຂອງ​ຄົນ​ອິ­ສຣາ­ເອນ ມໍ­ລະ­ດົກ​ທີ່​ເປັນ​ສ່ວນ​ຂອງ​ນາງ​ກໍ​ຈະ​ຖືກ​ຍົກ​ໄປ​ເພີ່ມ​ເຂົ້າ​ກັບ​ສ່ວນ​ຂອງ​ຕະ­ກູນ​ທີ່​ນາງ​ໄປ​ຢູ່​ນຳ ຈຶ່ງ​ເປັນ​ການ​ນຳ​ເອົາ​ສ່ວນ​ມໍ­ລະ­ດົກ​ຂອງ​ນາງ​ໄປ​ຈາກ​ສ່ວນ​ມໍ­ລະ­ດົກ​ຂອງ​ຕະ­ກູນ​ພໍ່​ຂອງ​ພວກ­ເຮົາ”

5ແລະ​ໂມ­ເຊ​ບອກ​ຄົນ​ອິ­ສຣາ­ເອນ​ຕາມ​ພຣະ­ຄຳ​ສັ່ງ​ຂອງ​ພຣະ­ຜູ້­ເປັນ­ເຈົ້າ​ວ່າ “ຕະ­ກູນ​ຄົນ​ໂຢ­ເຊັບ ເວົ້າ​ຖືກ­ຕ້ອງ​ແລ້ວ6ນີ້​ຄື​ສິ່ງ​ທີ່​ພຣະ­ຜູ້­ເປັນ­ເຈົ້າ​ໄດ້​ບັນ­ຊາ​ກ່ຽວ­ກັບ​ລູກ­ສາວ​ຂອງ​ເຊ­ໂລ­ເຟ­ຂາດ ວ່າ ‘ຈົ່ງ​ໃຫ້​ນາງ​ແຕ່ງ­ງານ​ກັບ​ໃຜ​ກໍ­ໄດ້​ທີ່​ນາງ​ພໍ­ໃຈ ແຕ່​ນາງ​ຕ້ອງ​ແຕ່ງ­ງານ​ກັບ​ຄົນ​ພາຍ­ໃນ​ຄອບ­ຄົວ​ຕະ­ກູນ​ພໍ່​ຂອງ​ນາງ​ເທົ່າ​ນັ້ນ7ດັ່ງ​ນີ້­ແຫລະ ສ່ວນ​ມໍ­ລະ­ດົກ​ຂອງ​ຄົນ​ອິ­ສຣາ­ເອນ​ຈະ​ບໍ່​ຖືກ​ຍົກ­ຍ້າຍ​ຈາກ​ຕະ­ກູນ​ໜຶ່ງ​ໄປ​ໃຫ້​ອີກ​ຕະ­ກູນ​ໜຶ່ງ​ຄົນ​ອິ­ສຣາ­ເອນ​ທຸກ​ຄົນ​ຕ້ອງ​ຢູ່­ໃນ​ມໍ­ລະ­ດົກ​ຂອງ​ຕະ­ກູນ​ບັນ­ພະ­ບູ­ລຸດ​ຂອງ­ຕົນ8ແລະ​ລູກ­ສາວ​ທຸກ​ຄົນ ຜູ້​ທີ່​ຮັບ​ກຳ­ມະ­ສິດ​ມໍ­ລະ­ດົກ​ໃນ​ຕະ­ກູນ​ອິ­ສຣາ­ເອນ​ຕະ­ກູນ​ໃດ ກໍ​ໃຫ້­ເປັນ​ເມຍ​ຂອງ​ຄົນ​ໃດ​ຄົນ​ໜຶ່ງ​ໃນ​ຄອບ­ຄົວ​ໃນ​ຕະ­ກູນ​ພໍ່​ຂອງ­ຕົນ ເພື່ອ​ຄົນ​ອິ­ສຣາ­ເອນ​ທຸກ​ຄົນ​ຈະ​ໄດ້​ຖື​ກຳ­ມະ­ສິດ​ມໍ­ລະ­ດົກ​ຂອງ​ພໍ່​ຂອງ​ພວກ​ເຂົາ9ດັ່ງ­ນັ້ນ ຈະ​ບໍ່­ມີ​ມໍ­ລະ­ດົກ​ທີ່​ຖືກ​ໂຍກ​ຍ້າຍ​ຈາກ​ຕະ­ກູນ​ໜຶ່ງ​ໄປ​ອີກ​ຕະ­ກູນ​ໜຶ່ງ ເພາະ­ວ່າ​ຄົນ ອິ­ສຣາ­ເອນ​ແຕ່­ລະ​ຕະ­ກູນ​ຄວນ​ຢູ່­ໃນ​ທີ່​ມໍ­ລະ­ດົກ​ຂອງ­ຕົນ’”

10ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ບອກ​ໂມ­ເຊ​ຢ່າງ­ໃດ ລູກ­ສາວ​ທັງ­ຫລາຍ​ຂອງ​ເຊ­ໂລ­ເຟ­ຂາດ​ກໍ​ປະ­ຕິ­ບັດ​ຢ່າງ​ນັ້ນ11ເພາະ­ວ່າ​ມາ­ລາ ຕີ­ຣະ­ຊາ ໂຮກ­ລາ ມີ­ລະ­ກາ ແລະ​ໂນ­ອາ ລູກ­ສາວ​ຂອງ​ເຊ­ໂລ­ເຟ­ຂາດ​ໄດ້​ແຕ່ງ­ງານ​ກັບ​ລູກ­ຊາຍ​ທັງ­ຫລາຍ​ຂອງ​ພີ່­ນ້ອງ​ພໍ່​ຂອງ­ຕົນ12ນາງ​ໄດ້​ແຕ່ງ­ງານ​ກັບ​ຄອບ­ຄົວ​ມາ­ນາ­ເຊ​ລູກ­ຊາຍ​ຂອງ​ໂຢ­ເຊັບ​ແລະ​ສ່ວນ​ມໍ­ລະ­ດົກ​ຂອງ​ນາງ​ກໍ​ຍັງ​ຢູ່­ໃນ​ຕະ­ກູນ​ພໍ່​ຂອງ​ນາງ

13ຂໍ້­ຄວາມ​ເຫລົ່າ­ນີ້​ເປັນ​ບົດ​ບັນ­ຍັດ ແລະ​ຄຳ​ຕັດ­ສິນ​ຊຶ່ງ​ພຣະ­ຜູ້­ເປັນ­ເຈົ້າ​ໄດ້​ຊົງ​ສັ່ງ​ຜ່ານ​ທາງ ໂມ­ເຊ​ແກ່​ຄົນ​ອິ­ສຣາ­ເອນ ໃນ​ທົ່ງ­ພຽງ​ໂມ­ອາບ​ແຄມ​ແມ່­ນ້ຳ​ຢໍ­ແດນ​ໃກ້​ກັບ​ເມືອງ​ເຢ­ຣິ­ໂກ