ພວກ​ຫົວ­ໜ້າ​ປອງ­ຮ້າຍ​ພຣະ­ເຢ­ຊູ

(ມຣກ. 14:1-2; ລກ. 22:1-2; ຢຮ. 10:45-53)

1ເມື່ອ​ພຣະ­ເຢ­ຊູ​ຊົງ​ກ່າວ​ຖ້ອຍ­ຄຳ​ເຫລົ່າ­ນີ້​ສິນ​ສຸດ​ລົງ​ແລ້ວ ພຣະ­ອົງ​ຊົງ​ບອກ​ພວກ​ສາ­ວົກ​ຂອງ­ຕົນ​ວ່າ,2“ທ່ານ​ທັງ­ຫລາຍ​ຮູ້​ຢູ່​ວ່າ​ອີກ​ສອງ​ວັນ​ກໍ​ຈະ​ເຖິງ​ເທດ­ສະ­ການ​ປັດ­ສະ­ຄາ ແລະ​ບຸດ​ມະ­ນຸດ​ຈະ​ຖືກ​ມອບ​ໄວ້​ໃຫ້​ເຂົາ​ຕອກ­ຄຶງ​ໄວ້​ທີ່​ໄມ້­ກາງ­ແຂນ.”3ໃນ​ເວ­ລາ​ນັ້ນ​ພວກ­ປະ­ໂລ­ຫິດ​ຕົນ​ໃຫຍ່​ກັບ​ພວກ​ເຖົ້າ​ແກ່​ຂອງ​ພົນ­ລະ­ເມືອງ​ໄດ້​ປະ­ຊຸມ​ກັນ​ຢູ່​ທີ່​ສຳ­ນັກ​ຂອງ​ມະ­ຫາ​ໂລ­ຫິດ​ຊື່​ກາ­ຢະ­ຟາ.4ເຂົາ​ປຶກ­ສາ​ກັນ​ເພື່ອ­ຈະ​ໄດ້​ຈັບ​ພຣະ­ເຢ­ຊູ​ດ້ວຍ​ກົນ­ອຸ­ບາຍ​ເອົາ​ໄປ​ຂ້າ​ເສຍ.5ແຕ່​ເຂົາ​ເວົ້າ​ກັນ​ວ່າ, “ຢ່າ​ໄດ້​ເຮັດ­ການ​ນັ້ນ ໃນ​ລະ­ຫວ່າງ​ວັນ​ເທດ­ສະ­ການ ຢ້ານ​ພົນ­ລະ­ເມືອງ​ຈະ​ເກີດ​ວຸ້ນ­ວາຍ.”

ການ​ຖອກ​ນ້ຳ­ມັນ​ຫອມ​ໃສ່​ພຣະ­ສຽນ​ທີ່​ບ້ານ​ເບັດ­ທາ­ນີ

(ມຣກ. 14:3-9; ຢຮ. 12:1-8)

6ເມື່ອ​ພຣະ­ເຢ­ຊູ​ປະ­ທັບ​ຢູ່­ບ້ານ​ເບັດ­ທາ­ນີ ໃນ​ເຮືອນ​ຂອງ​ຊີ­ໂມນ​ຄົນ​ຂີ້­ທູດ,7ມີ​ຍິງ​ຜູ້​ໜຶ່ງ​ຖື​ກະ­ອອມ​ຫີນ​ຂາວ​ເຕັມ​ດ້ວຍ​ນ້ຳ­ມັນ​ຫອມ​ທີ່​ມີ​ລາ­ຄາ​ແພງ​ເຂົ້າ​ມາ​ເຝົ້າ​ພຣະ­ອົງ ຂະ­ນະ​ເມື່ອ​ພຣະ­ອົງ​ຊົງ​ນັ່ງ​ຮັບ​ປະ­ທານ​ອາ­ຫານ​ຢູ່ ນາງ​ໄດ້​ຖອກ​ນ້ຳ​ຫອມ​ໃສ່​ພຣະ­ສຽນ​ຂອງ​ພຣະ­ອົງ.8ແຕ່​ເມື່ອ​ພວກ​ສາ­ວົກ​ເຫັນ​ດັ່ງ­ນັ້ນ​ກໍ​ເຄື່ອງ​ໃຈ​ຈິ່ງ​ເວົ້າ​ວ່າ, “ເຫດ­ໃດ​ຈິ່ງ​ເຮັດ­ໃຫ້​ເສຍ​ຂອງໆ ຢ່າງ​ນີ້.9ເພາະ​ຖ້າ​ຂາຍ­ຂອງ​ນີ້​ກໍ​ຄົງ​ໄດ້​ເງິນ​ຈຳ­ນວນ­ຫລາຍ ແລ້ວ​ຈະ​ແຈກ​ໃຫ້​ຄົນ​ຍາກ​ຈົດ​ກໍ­ໄດ້.”10ແຕ່​ພຣະ­ເຢ­ຊູ​ຊົງ​ຊາບ​ຈິ່ງ​ກ່າວ​ແກ່​ເຂົາ​ວ່າ, “ພວກ​ທ່ານ​ກວນ­ໃຈ​ຍິງ​ນີ້​ເຮັດ­ຫຍັງ ນາງ​ໄດ້​ເຮັດ­ການ​ດີ​ແກ່​ເຮົາ​ແລ້ວ.11ດ້ວຍ​ວ່າ​ຄົນ​ຍາກ­ຈົນ​ມີ​ຢູ່​ກັບ​ພວກ​ທ່ານ​ສະ­ເໝີ ແຕ່​ຝ່າຍ​ເຮົາ​ບໍ່­ຢູ່​ກັບ​ພວກ​ທ່ານ​ສະ­ເໝີ.12ຊຶ່ງ​ຍິງ​ນີ້​ໄດ້​ຖອກ​ນ້ຳ­ມັນ​ຫອມ​ໃສ່​ກາຍ​ຂອງ​ເຮົາ ກໍ­ໄດ້​ເຮັດ​ເພື່ອ​ການ​ປົງ​ສົບ​ຂອງ​ເຮົາ.13ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ­ຈິງ​ວ່າ ຂ່າວ­ປະ­ເສີດ​ນີ້​ປະ­ກາດ​ໄປ​ເຖິງ​ບ່ອນ​ໃດ​ໃນ​ທົ່ວ​ພິ­ພົບ ການ​ທີ່​ຍິງ​ຜູ້​ນີ້​ໄດ້​ເຮັດ​ກໍ​ຈະ​ເລື່ອງ­ລື​ໄປ​ເຖິງ​ບ່ອນ­ນັ້ນ​ເປັນ​ທີ່​ລະ­ນຶກ​ເຖິງ​ນາງ.”

ຢູ­ດາ​ອິ­ສະ­ກາ­ຣີ­ອົດ​ຕົກ­ລົງ​ຈະ​ມອບ​ພຣະ­ເຢ­ຊູ​ໄວ້

(ມຣກ. 14:10-11; ລກ. 22:3-6)

14ເມື່ອ­ນັ້ນ​ຜູ້​ໜຶ່ງ​ໃນ​ພວກ​ສິບ​ສອງ​ຄົນ​ນັ້ນ​ຊື່​ຢູ­ດາອິ­ສະ­ກາ­ຣີ­ອົດ ໄດ້​ໄປ​ຫາ​ພວກ­ປະ­ໂລ­ຫິດ​ຕົນ​ໃຫຍ່,15ຖາມ­ວ່າ, “ພວກ​ທ່ານ​ຈະ​ຍອມ​ໃຫ້​ອັນ­ໃດ​ໃຫ້​ແກ່​ຂ້າ­ນ້ອຍ ສ່ວນ​ຂ້າ­ນ້ອຍ​ຈະ​ມອບ​ເພິ່ນ​ໃຫ້​ແກ່​ພວກ​ທ່ານ” ເຂົາ​ຈິ່ງ​ເອົາ​ເງິນ​ສາມ​ສິບ​ຫລຽນ​ໃຫ້​ແກ່​ຢູ­ດາ.16ຕັ້ງ­ແຕ່​ນັ້ນ​ມາ​ຢູ­ດາ​ໄດ້​ຊອກ­ຫາ​ໂອ­ກາດ​ເພື່ອ­ຈະ​ມອບ​ພຣະ­ອົງ​ໄວ້.

ຊົງ​ຮັບ​ປະ­ທານ​ປັດ­ສະ­ຄາ​ພ້ອມ­ກັບ​ສາ­ວົກ

(ມຣກ. 14:12-21; ລກ. 22:7-14, 21-23; ຢຮ. 13:21-30)

17ເມື່ອ​ວັນ​ຕົ້ນ​ເທດ­ສະ­ການ​ກິນ​ເຂົ້າ­ຈີ່​ບໍ່­ມີ​ເຊື້ອ­ແປ້ງ ພວກ​ສາ­ວົກ​ໄດ້​ມາ​ທູນ​ຖາມ​ພຣະ­ອົງ​ວ່າ, “ທ່ານ​ປະ­ສົງ​ຈະ­ໃຫ້​ພວກ​ຂ້າ­ນ້ອຍ​ຈັດ­ແຈງ​ປັດ­ສະ­ຄາ​ໃຫ້​ເພິ່ນ​ຮັບ​ປະ­ທານ​ບ່ອນ​ໃດ.”18ພຣະ­ອົງ​ຊົງ​ຕອບ​ວ່າ, “ຈົ່ງ​ເຂົ້າ­ໄປ​ຫາ​ຄົນ​ໜຶ່ງ​ໃນ​ກຸງ​ບອກ­ວ່າ ‘ອາ­ຈານ​ກ່າວ​ວ່າ ເວ­ລາ​ກຳ­ນົດ​ຂອງ​ເຮົາ​ມາ​ໃກ້​ແລ້ວ ເຮົາ​ຈະ​ຖື​ສິນ​ປັດ­ສະ­ຄາ​ທີ່​ເຮືອນ​ຂອງ​ທ່ານ​ພ້ອມ­ກັບ​ສາ­ວົກ​ຂອງ​ເຮົາ.”19ແລ້ວ​ພວກ​ສາ­ວົກ​ຈິ່ງ​ໄດ້​ເຮັດ​ຕາມ​ທີ່​ພຣະ­ເຢ­ຊູ​ຊົງ​ສັ່ງ ແລ້ວ​ເຂົາ​ໄດ້​ຈັດ­ແຈງ​ປັດ­ສະ­ຄາ​ໄວ້​ພ້ອມ.20ຄັນ​ເຖິງ​ເວ­ລາ​ຄ່ຳ​ແລ້ວ​ພຣະ­ອົງ​ຊົງ​ປະ­ທັບ​ຮ່ວມ​ໂຕະ​ກັບ​ພວກ​ສາ­ວົກ​ສິບ​ສອງ​ຄົນ.21ເມື່ອ​ກຳ­ລັງ​ຮັບ​ປະ­ທານ​ອາ­ຫານ​ຢູ່ ພຣະ­ອົງ​ຊົງ​ກ່າວ​ວ່າ, “ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິ່ງ​ວ່າ ຄົນ​ໜຶ່ງ​ໃນ​ພວກ​ທ່ານ​ຈະ​ທໍ­ລະ­ຍົດ​ຕໍ່​ເຮົາ.”22ຝ່າຍ​ສາ­ວົກ​ກໍ​ມີ​ຄວາມ­ທຸກ​ໃຈ​ຫລາຍ ທຸກ​ຄົນ​ຕ່າງ​ກໍ​ຕັ້ງ­ຕົ້ນ​ທູນ​ພຣະ­ອົງ​ວ່າ, “ບໍ່​ອາດ­ຈະ​ແມ່ນ​ຂ້າ­ນ້ອຍ​ຕີ້, ນາຍ​ເອີຍ.”23ພຣະ­ອົງ​ຊົງ​ຕອບ​ວ່າ, “ຜູ້​ທີ່​ໄດ້​ຈ້ຳ​ຮ່ວມ​ຊາມ​ດຽວ​ກັບ​ເຮົາ ຜູ້­ນັ້ນ​ແຫລະ, ຈະ​ທໍ­ລະ­ຍົດ​ຕໍ່​ເຮົາ.24ບຸດ​ມະ­ນຸດ​ສະ­ເດັດ​ໄປ​ຕາມ​ທີ່​ໄດ້​ຂຽນ­ໄວ້​ໃນ​ພຣະ­ຄຳ­ພີ​ເຖິງ​ເລື່ອງ​ເພິ່ນ ແຕ່​ວິ­ບັດ​ແກ່​ຜູ້​ທີ່​ຈະ​ທໍ­ລະ­ຍົດ​ຕໍ່​ບຸດ​ມະ­ນຸດ ຖ້າ​ຜູ້­ນັ້ນ​ບໍ່­ເກີດ​ມາ​ກໍ​ດີກ­ວ່າ.”25ຢູ­ດາ​ຜູ້​ທີ່​ທໍ­ລະ­ຍົດ​ຕໍ່​ພຣະ­ອົງ​ທູນ​ຖາມ­ວ່າ, “ບໍ່​ອາດ­ຈະ​ແມ່ນ​ຂ້າ­ນ້ອຍ​ຕີ້, ອາ­ຈານ­ເອີຍ” ພຣະ­ອົງ​ຊົງ​ຕອບ​ວ່າ, “ແມ່ນ​ທ່ານ​ນັ້ນ­ແລ້ວ.”

ຊົງ​ຕັ້ງ​ສິນ​ມະ­ຫາ​ສະ­ໜິດ

(ມຣກ. 14:22-26; ລກ. 22:15-20; 1 ກຣທ. 11:23-26)

26ລະ­ຫວ່າງ​ອາ­ຫານ​ມື້​ນັ້ນ ພຣະ­ເຢ­ຊູ​ຊົງ​ຈັບ​ເຂົ້າ­ຈີ່​ມາ ແລະ​ເມື່ອ​ຂໍ​ພຣະ­ພອນ​ແລ້ວ ຊົງ​ຫັກ​ເຂົ້າ­ຈີ່​ນັ້ນ​ໃຫ້​ພວກ​ສາ­ວົກ ໂດຍ​ຊົງ​ກ່າວ​ວ່າ, “ຈົ່ງ​ຮັບ​ກິນ​ສາ ນີ້­ແຫລະ, ຄື​ກາຍ​ຂອງ​ເຮົາ.”27ແລ້ວ​ພຣະ­ອົງ​ຊົງ​ຈັບ​ເອົາ​ຈອກ​ມາ​ໂມ­ທະ­ນາ​ພຣະ­ຄຸນ​ແລະ​ຍື່ນ​ໃຫ້​ເຂົາ ໂດຍ​ຊົງ​ກ່າວ​ວ່າ, “ຈົ່ງ​ດື່ມ​ແຕ່​ຈອກ​ນີ້​ທຸກ​ຄົນ.28ເພາະ­ວ່າ​ນີ້­ແຫລະ​ຄື​ເລືອດ​ຂອງ​ເຮົາ ແມ່ນ​ເລືອດ​ອັນ​ກ່ຽວ­ກັບ​ພຣະ­ສັນ­ຍາ ທີ່​ຖອກ­ອອກ​ເພື່ອ​ຍົກ​ຜິດ­ບາບ​ຄົນ​ຈຳ­ນວນ­ຫລາຍ.29ເຮົາ​ບອກ​ທ່ານ​ທັງ​ຫລາຍ­ວ່າ ເຮົາ​ຈະ​ບໍ່​ດືມ​ນ້ຳ​ຜົນ​ອະ­ງຸ່ນ​ຕໍ່­ໄປ​ອີກ​ຈົນ​ກວ່າ​ວັນ​ນັ້ນ​ມາ​ເຖິງ ຄື​ວັນ­ທີ່​ຈະ​ດື່ມ​ອັນ​ໃໝ່​ກັບ​ພວກ​ທ່ານ​ໃນ​ລາ­ຊະ​ແຜນ​ດິນ​ພຣະ­ບິ­ດາ​ຂອງ​ເຮົາ.”30ເມື່ອ​ຮ້ອງ​ເພງ­ສັນ­ລະ­ເສີນ​ແລ້ວ ເຂົາ​ກໍ­ພາ­ກັນ​ອອກ​ໄປ​ຍັງ​ພູ​ໝາກ­ກອກ­ເທດ.

ຊົງ​ທຳ­ນວາຍ​ວ່າ​ເປ­ໂຕ​ຈະ​ປະ­ຕິ­ເສດ​ພຣະ­ອົງ

(ມຣກ. 14:27-31; ລກ. 22:31-34; ຢຮ. 13:36-38)

31ເມື່ອ­ນັ້ນ​ພຣະ­ເຢ­ຊູ​ຊົງ​ກ່າວ​ກັບ​ພວກ​ສາ­ວົກ​ວ່າ, “ໃນ​ຄືນ​ວັນ​ນີ້​ທ່ານ​ທຸກ​ຄົນ​ຈະ​ສະ­ດຸດ­ໃຈ​ເພາະ​ເຮົາ ເພາະ​ມີ​ຄຳ​ຂຽນ­ໄວ້​ໃນ​ພຣະ­ຄຳ­ພີ​ວ່າ ‘ເຮົາ​ຈະ​ປະ­ຫານ​ຜູ້​ລ້ຽງ​ແກະ​ຝູງ​ນັ້ນ​ຈະ​ແຕກ​ຊະ​ກັນ​ໄປ.’

32ແຕ່​ເມື່ອ​ເຮົາ​ຖືກ​ຊົງ​ບັນ­ດານ​ໃຫ້­ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ ເຮົາ​ຈະ​ໄປ​ເຖິງ​ແຂວງ​ຄາ­ລີ­ເລ​ກ່ອນ​ໜ້າ​ພວກ​ທ່ານ.”33ຝ່າຍ​ເປ­ໂຕ​ຈິ່ງ​ທູນ​ຕອບ​ພຣະ­ອົງ​ວ່າ, “ຖ້າ​ຄົນ​ທັງ­ປວງ​ຈະ​ສະ­ດຸດ­ໃຈ​ເພາະ​ທ່ານ ຝ່າຍ​ຂ້າ­ນ້ອຍ​ຈະ​ບໍ່​ສະ­ດຸດ­ໃຈ​ຈັກ­ເທື່ອ.”34ພຣະ­ເຢ­ຊູ​ຊົງ​ຕອບ​ເປ­ໂຕ​ວ່າ, “ໃນ​ຄືນ​ວັນ​ນີ້​ກ່ອນ​ໄກ່​ຈະ​ຂັນ ທ່ານ​ຈະ​ປະ­ຕິ­ເສດ​ເຮົາ​ເຖິງ​ສາມ​ເທື່ອ.”35ເປ­ໂຕ​ທູນ​ພຣະ­ອົງ​ວ່າ, “ເຖິງ­ແມ່ນ​ຂ້າ­ນ້ອຍ​ຈະ​ຕ້ອງ​ຕາຍ​ກັບ​ທ່ານ ຂ້າ­ນ້ອຍ​ຈະ​ບໍ່​ປະ­ຕິ­ເສດ​ທ່ານ​ຈັກ­ເທື່ອ” ຝ່າຍ​ພວກ​ສາ­ວົກ​ກໍ​ທູນ​ຢ່າງ​ນັ້ນ​ເໝືອນ​ກັບ​ທຸກ​ຄົນ.

ຊົງ​ອ້ອນ­ວອນ​ທີ່​ເຄັດ­ເຊ­ມາ­ເນ

(ມຣກ. 14:32-42; ລກ. 22:39-46)

36ແລ້ວ​ພຣະ­ເຢ­ຊູ​ກໍ​ສະ­ເດັດ​ພ້ອມ­ກັບ​ພວກ​ສາ­ວົກ ໄປ​ເຖິງ​ບ່ອນ​ໜຶ່ງ​ຊື່​ເຄັດ­ເຊ­ມາ­ເນ​ຈິ່ງ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ຈົ່ງ​ນັ່ງ​ຢູ່​ທີ່​ນີ້ ໃນ​ເວ­ລາ​ເຮົາ​ຈະ​ໄປ​ອ້ອນ­ວອນ​ຢູ່​ທີ່​ນັ້ນ.”37ພຣະ­ອົງ​ຊົງ​ພາ​ເປ­ໂຕ​ກັບ​ລູກ­ຊາຍ​ທັງ​ສອງ​ຂອງ​ເຊ​ເປ​ດາຍ​ໄປ​ນຳ ແລ້ວ​ຊົງ​ເກີດ​ມີ​ຄວາມ­ໂສກ­ເສົ້າ​ແລະ​ໜັກ​ເພາະ​ໄທ​ຫລາຍ.38ພຣະ­ອົງ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ຈິດ­ໃຈ​ຂອງ​ເຮົາ​ທຸກ​ໜັກ​ແທບ​ຈະ​ຕາຍ​ຢູ່​ແລ້ວ ຈົ່ງ​ຄອຍ​ຢູ່​ທີ່​ນີ້ ເຝົ້າ​ຢູ່​ກັບ​ເຮົາ​ເທີນ,”39ແລ້ວ​ສະ­ເດັດ​ໄປ​ອີກ​ໜ້ອຍ​ໜຶ່ງ ຈິ່ງ​ຊົງ​ໝູບ​ພຣະ­ພັກ​ລົງ​ເຖິງ​ດິນ​ອ້ອນ­ວອນ​ວ່າ, “ໂອ​ບິ­ດາ​ເອີຍ, ຖ້າ​ເປັນ​ໄດ້​ຂໍ​ໃຫ້​ຈອກ​ນີ້​ເລື່ອນ​ພົ້ນ​ໄປ​ຈາກ​ລູກ​ທ້ອນ ແຕ່​ຢ່າງ­ໃດ​ກໍ­ດີ, ຂໍ​ຢ່າ​ໃຫ້­ເປັນ​ໄປ​ຕາມ­ໃຈ​ປາດ­ຖະ­ໜາ​ຂອງ​ລູກ ແຕ່​ໃຫ້­ເປັນ​ໄປ​ຕາມ​ພຣະ­ໄທ​ຂອງ​ພຣະ­ອົງ​ເທີນ”40ແລ້ວ​ພຣະ­ອົງ​ໄດ້​ສະ­ເດັດ​ກັບ​ມາ​ຫາ​ສາ­ວົກ​ເຫລົ່າ­ນັ້ນ ຊົງ​ເຫັນ​ເຂົາ​ນອນ­ຫລັບ​ຢູ່ ແລະ​ຊົງ​ກ່າວ​ແກ່​ເປ­ໂຕ​ວ່າ, “ຢ່າງ​ນັ້ນ​ພວກ​ທ່ານ​ບໍ່​ສາ­ມາດ​ຈະ​ຄອຍ​ເຝົ້າ​ຢູ່​ກັບ​ເຮົາ​ຈັກ​ທຸ່ມ​ດຽວ​ຫລື.41ຈົ່ງ​ເຝົ້າ​ລະ­ວັງ​ແລະ​ອ້ອນ­ວອນ ຢູ່​ເພື່ອ​ພວກ​ທ່ານ​ຈະ​ບໍ່​ຕົກ​ໃນ​ການ​ທົດ­ລອງ ຈິດ­ໃຈ​ພ້ອມ​ຢູ່​ແລ້ວ​ກໍ​ຈິງ ແຕ່​ກາຍ​ກໍ​ອ່ອນ​ກຳ­ລັງ.”42ພຣະ­ອົງ​ໄດ້​ສະ­ເດັດ​ອອກ​ໄປ​ອີກ​ເປັນ​ເທື່ອ​ທີ​ສອງ ຊົງ​ອ້ອນ­ວອນ ວ່າ, “ບິ­ດາ​ຂ້າ­ນ້ອຍ​ເອີຍ, ຖ້າ​ຈອກ​ນີ້​ເລື່ອນ​ພົ້ນ​ໄປ​ບໍ່­ໄດ້​ເວັ້ນ​ແຕ່​ຂ້າ­ນ້ອຍ​ຈຳ​ຕ້ອງ​ດື່ມ ກໍ​ບໍ່​ໃຫ້­ເປັນ​ໄປ​ຕາມ​ນ້ຳ​ພຣະ­ໄທ​ຂອງ​ພຣະ­ອົງ.”43ຄັນ​ສະ­ເດັດ​ກັບ​ຄືນ​ມາ​ກໍ​ຊົງ​ເຫັນ​ພວກ​ສາ­ວົກ​ນອນ­ຫລັບ​ຢູ່​ເພາະ​ຕາ​ຂອງ​ເຂົາ​ມືນ​ບໍ່​ຂຶ້ນ.44ຈິ່ງ​ຊົງ​ປະ​ເຂົາ​ໄວ້​ສະ­ເດັດ​ໄປ​ອ້ອນ­ວອນ​ເປັນ​ເທື່ອ​ທີ່​ສາມ ໂດຍ​ຊົງ​ກ່າວ​ຄຳ​ເກົ່າ​ນັ້ນ​ອີກ.45ແລ້ວ​ພຣະ­ອົງ​ໄດ້​ສະ­ເດັດ​ມາ­ຍັງ​ພວກ​ສາ­ວົກ​ຊົງ​ກ່າວ​ວ່າ, “ພວກ​ທ່ານ​ຍັງ​ນອນ­ຫລັບ​ເຊົາ​ເມື່ອຍ​ຢູ່​ຫລື ເບິ່ງ​ແມ, ເວ​ລາ­ມາ​ໃກ້​ແລ້ວ ບຸດ​ມະ­ນຸດ​ກຳ­ລັງ​ຈະ​ຖືກ​ມອບ​ໄວ້​ໃນ​ມື​ຄົນ​ນອກ​ສິນ​ທຳ.46ຈົ່ງ​ລຸກ­ຂຶ້ນ​ມາ​ໄປ​ກັນ​ເທາະ ເບິ່ງ​ແມ, ຜູ້​ທີ່​ຈະ​ມອບ​ເຮົາ​ນັ້ນ​ມາ​ໃກ້​ແລ້ວ.”

ຊົງ​ຖືກ​ມອບ​ໄວ້​ແລະ​ຈັບ​ໄປ

(ມຣກ. 14:24-50; ລກ. 22:27-53; ຢຮ. 18:2-12)

47ເມື່ອ​ພຣະ­ອົງ​ຍັງ​ຊົງ​ກ່າວ​ບໍ່​ທັນ​ຂາດ​ຄຳ ເບິ່ງ​ແມ, ຜູ້​ໜຶ່ງ​ໃນ​ຈຳ­ພວກ​ສິບ​ສອງ​ຄົນ​ນັ້ນ​ຄື​ຢູ­ດາ ໄດ້​ເຂົ້າ​ມາ​ພ້ອມ​ດ້ວຍ​ປະ­ຊາ­ຊົນ​ຈຳ­ນວນ­ຫລາຍ ຖື​ດາບ​ຖື​ໄມ້­ຄ້ອນ​ມາ​ຈາກ​ພວກ­ປະ­ໂລ­ຫິດ​ຕົນ​ໃຫຍ່​ກັບ​ພວກ​ຜູ້​ເຖົ້າ​ແກ່​ຂອງ​ພົນ­ລະ­ເມືອງ.48ຜູ້​ທີ່​ຈະ​ມອບ​ພຣະ­ອົງ​ນັ້ນ​ໄດ້​ນັດ​ໝາຍ​ສຳ­ຄັນ​ໃຫ້​ແກ່​ເຂົາ​ວ່າ, “ເຮົາ​ຈະ​ຈູບ​ຄຳ­ນັບ​ຜູ້­ໃດ​ກໍ​ແມ່ນ​ຜູ້­ນັ້ນ​ແຫລະ​ຈົ່ງ​ຈັບ​ເອົາ​ໄວ້.”49ຢູ­ດາ​ເຂົ້າ​ມາ​ຫາ​ພຣະ­ເຢ­ຊູ​ທັນ­ທີ​ທູນ​ວ່າ, “ສະ­ບາຍ­ດີ, ອາ­ຈານ​ເຈົ້າ­ຂ້າ” ແລ້ວ​ຈູບ​ພຣະ­ອົງ​ຢ່າງ​ຮັກ­ແພງ.

50ຝ່າຍ​ພຣະ­ເຢ­ຊູ​ຊົງ​ກ່າວ​ວ່າ​ແກ່​ຢູ­ດາ​ວ່າ, “ສະ­ຫາຍ​ເອີຍ, ມາ​ທີ່​ນີ່​ເຮັດ­ຫຍັງ”ຫລື​ວ່າ “ຈົ່ງ​ເຮັດ​ຕາມ​ທີ່​ທ່ານ​ຕັ້ງ­ໃຈ​ມາ​ນັ້ນ.” ແລ້ວ​ຄົນ​ເຫລົ່າ­ນັ້ນ​ເຂົ້າ​ມາ​ລົງ­ມື​ຈັບ​ພຣະ­ເຢ­ຊູ​ໄວ້.51ຂະ­ນະ​ນັ້ນ ເບິ່ງ​ແມ, ທີ່​ມີ​ຜູ້​ໜຶ່ງ​ທີ່­ຢູ່​ກັບ​ພຣະ­ເຢ­ຊູ ຊັກ​ດາບ​ອອກ​ຟັນ​ຂ້ອຍ​ໃຊ້​ຄົນ​ໜຶ່ງ​ຂອງ​ມະ­ຫາ​ປະ­ໂລ­ຫິດ ຖືກ​ຫູ​ຂາດ​ເບື້ອງ​ໜຶ່ງ.52ພຣະ­ເຢ­ຊູ​ຈິ່ງ​ຊົງ​ບອກ​ຜູ້­ນັ້ນ​ວ່າ, “ຈົ່ງ​ເອົາ​ດາບ​ຂອງ​ທ່ານ​ມ້ຽນ­ໄວ້​ບ່ອນ​ມັນ ເພາະ­ວ່າ​ບັນ­ດາ​ຜູ້​ທີ່​ຖື​ດາບ​ກໍ​ຈະ​ຖືກ​ທຳ­ລາຍ​ດ້ວຍ​ດາບ.53ທ່ານ​ຄຶດ​ວ່າ​ເຮົາ​ຈະ​ຂໍ​ຄວາມ​ຊ່ອຍ​ເຫລືອ​ຈາກ​ພຣະ­ບິ­ດາ​ຂອງ​ເຮົາ​ບໍ່­ໄດ້​ຫລື ແລະ​ໃນ​ທັນ­ທີ​ພຣະ­ອົງ​ຈະ​ໃຊ້​ເທ­ວະ­ດາ​ມາ​ຫາ​ເຮົາ​ກວ່າ​ສິບ​ສອງ​ກອງ.54ແຕ່​ຖ້າ​ຢ່າງ​ນັ້ນ​ພຣະ­ຄຳ­ພີ​ທີ່​ວ່າ​ຈຳ​ຕ້ອງ​ເປັນ​ຢ່າງ​ນັ້ນ​ຈະ​ສຳ­ເລັດ​ໄດ້​ຢ່າງ­ໃດ.”55ໃນ​ເວ­ລາ​ນັ້ນ​ພຣະ­ເຢ­ຊູ​ໄດ້​ຊົງ​ກ່າວ​ກັບ​ປວງ­ຊົນ​ວ່າ, “ທ່ານ​ທັງ­ຫລາຍ​ຖື​ດາບ​ຖື​ໄມ້­ຄ້ອນ​ອອກ​ມາ​ຈັບ​ເຮົາ​ເໝືອນ​ຈັບ​ໂຈນ​ຫລື ເຮົາ​ໄດ້​ນັ່ງ​ສັ່ງ­ສອນ​ໃນ​ບໍ­ລິ­ເວນ​ພຣະ­ວິ­ຫານ​ທຸກໆ ວັນ​ແຕ່​ພວກ​ທ່ານ​ບໍ່­ໄດ້​ຈັບ​ເຮົາ.56ແຕ່​ເຫດ­ການ​ທັງ­ປວງ​ນີ້​ໄດ້​ບັງ­ເກີດ​ຂຶ້ນ​ເພື່ອ­ຈະ​ສຳ­ເລັດ​ຕາມ​ທີ່​ຜູ້­ປະ­ກາດ­ພຣະ­ທຳ​ໄດ້​ຂຽນ­ໄວ້.”ເມື່ອ­ນັ້ນ​ພວກ​ສາ­ວົກ​ທັງ​ໝົດ​ໄດ້​ປະ​ພຣະ­ອົງ​ພາ­ກັນ​ໜີ​ໄປ.

ພຣະ­ເຢ­ຊູ​ຊົງ​ຢູ່​ຕໍ່­ໜ້າ​ສານ­ສູງ​ສຸດ

(ມຣກ. 14:53-65; ລກ. 22:54-55, 66-71; ຢຮ. 18:12-14, 19-24)

57ພວກ​ທີ່​ຈັບ​ພຣະ­ເຢ­ຊູ​ໄດ້​ພາ​ພຣະ­ອົງ​ໄປ​ຫາ​ມະ­ຫາ​ປະ­ໂລ­ຫິດ​ຊື່​ກາ­ຢະ­ຟາ ບ່ອນ​ທີ່​ພວກ­ນັກ­ທຳ​ແລະ​ພວກ​ເຖົ້າ​ແກ່​ໄດ້​ມາ​ປະ­ຊຸມ​ກັນ​ນັ້ນ.58ຝ່າຍ​ເປ­ໂຕ​ໄດ້​ຕາມ​ພຣະ­ອົງ​ໄປ​ໃນ​ໄລ­ຍະ​ຫ່າງ​ໄກ ຈົນ​ມາ​ເຖິງ​ເດີ່ນ­ບ້ານ​ຂອງ​ມະ­ຫາ​ປະ­ໂລ­ຫິດ​ແລ້ວ​ເຂົ້າ­ໄປ​ນັ່ງ​ຢູ່​ກາງ​ເດີນ​ບ້ານ​ກັບ​ພວກ​ຍາມ ເພື່ອ​ຊອມ­ເບິ່ງ​ວ່າ​ທີ່­ສຸດ​ຂອງ​ເລື່ອງ​ນັ້ນ​ຈະ​ເປັນ​ຢ່າງ­ໃດ.59ພວກ­ປະ­ໂລ­ຫິດ​ຕົນ​ໃຫຍ່​ກັບ​ບັນ­ດາ​ສະ­ມາ­ຊິກ​ສານ​ຈິ່ງ​ຫາ​ພະ­ຍານ​ຕົວະ​ມາ​ເບີກ​ຕໍ່­ສູ້​ພຣະ­ເຢ­ຊູ​ເພື່ອ​ຂ້າ​ພຣະ­ອົງ​ເສຍ.60ເຖິງ­ແມ່ນ­ວ່າ​ມີ​ພະ­ຍານ​ຕົວະ​ຫລາຍ​ປາກ​ມາ​ໃຫ້­ການ​ກໍ­ດີ ແຕ່​ກໍ​ຫາ​ຫລັກ​ຖານ​ບໍ່­ໄດ້ ໃນ​ທີ່­ສຸດ​ມີ​ສອງ​ຄົນ​ໄດ້​ມາ​ໃຫ້­ການ,61ວ່າ, “ຜູ້​ນີ້­ແຫລະ, ໄດ້​ກ່າວ​ວ່າ​ເຮົາ​ສາ­ມາດ​ຈະ​ມ້າງ​ພຣະ­ວິ­ຫານ​ຂອງ​ພຣະ­ເຈົ້າ​ແລະ​ຈະ​ສ້າງ​ຂຶ້ນ​ໃໝ່​ພາຍ­ໃນ​ສາມ​ວັນ’.”62ມະ­ຫາ​ປະ­ໂລ­ຫິດ​ໄດ້​ຢືນ​ຂຶ້ນ​ຖາມ​ພຣະ­ອົງ​ວ່າ, “ເຈົ້າ​ບໍ່​ຕອບ​ຫຍັງ​ຫລື ຄຳ​ພະ­ຍານ​ທີ່​ຄົນ​ເຫລົ່າ­ນີ້​ກ່າວ​ຕໍ່­ສູ້​ເຈົ້າ​ເປັນ​ແນວ­ໃດ.”63ແຕ່​ພຣະ­ເຢ­ຊູ​ຊົງ​ມິດ​ຢູ່ ແລ້ວ​ມະ­ຫາ​ປະ­ໂລ­ຫິດ​ຈິ່ງ​ກ່າວ​ວ່າ, “ເຮົາ​ໃຫ້​ເຈົ້າ​ສາ­ບານ​ໂດຍ​ອ້າງ​ພຣະ­ເຈົ້າ​ຜູ້​ຊົງ​ພຣະ­ຊົນ​ຢູ່ ໃຫ້​ເຈົ້າ​ບອກ​ເຮົາ​ວ່າ​ເຈົ້າ​ເປັນ​ພຣະ­ຄຣິດ​ພຣະ­ບຸດ​ຂອງ​ພຣະ­ເຈົ້າ​ຫລື​ບໍ່,”64ພຣະ­ເຢ­ຊູ​ຊົງ​ຕອບ​ວ່າ, “ທ່ານ​ເວົ້າ​ນັ້ນ­ແລ້ວ ແລະ​ຫລາຍ­ກວ່າ​ນັ້ນ​ອີກ, ເຮົາ​ບອກ​ພວກ​ທ່ານ​ວ່າ ໃນ​ເວ­ລາ​ຕໍ່­ໄປ​ພວກ​ທ່ານ​ຈະ​ເຫັນ​ບຸດ​ມະ­ນຸດ​ນັ່ງ​ຢູ່​ເບື້ອງ​ຂວາ​ຂອງ​ຜູ້​ຊົງ​ລິດ­ທາ­ນຸ­ພາບ ແລະ​ກຳ­ລັງ​ສະ­ເດັດ​ມາ​ເຖິງ​ເມກ​ໃນ​ທ້ອງ­ຟ້າ,”65ເມື່ອ­ນັ້ນ​ມະ­ຫາ​ປະ­ໂລ­ຫິດ​ໄດ້​ຈີກ​ເສື້ອ­ຜ້າ​ຂອງ­ຕົນ​ແລ້ວ​ກ່າວ​ວ່າ, “ມັນ​ໄດ້​ເວົ້າ​ໝິ່ນ­ປະ­ໝາດ​ພຣະ­ເຈົ້າ​ແລ້ວ ພວກ­ເຮົາ​ຍັງ​ຈະ​ຕ້ອງ­ການ​ພະ­ຍານ​ອັນ­ໃດ​ອີກ ນີ້­ແຫລະ, ທ່ານ​ໄດ້­ຍິນ​ຄຳ​ປະ­ໝາດ​ນັ້ນ­ແລ້ວ.66ພວກ​ທ່ານ​ຄຶດ​ເຫັນ​ຢ່າງ­ໃດ” ເຂົາ​ກໍ​ຕອບ​ວ່າ, “ຄວນ​ຖືກ​ໂທດ​ປະ­ຫານ​ຊີ­ວິດ,”67ແລ້ວ​ເຂົາ​ໄດ້​ຖົ່ມ­ນ້ຳ­ລາຍ​ໃສ່​ພຣະ­ພັກ​ທັງ​ທຸບ­ຕີ​ພຣະ­ອົງ ແລະ​ລາງ​ຄົນ​ໄດ້​ເອົາ​ມື​ຕົບ​ພຣະ­ອົງ,68ແລ້ວ​ເວົ້າ​ວ່າ, “ເຈົ້າ​ພຣະ­ຄຣິດ, ແມ່ນ​ໃຜ​ຕີ​ມຶງ ທວາຍ​ພວກ­ເຮົາ​ຟັງ​ແມ.”

ເປ­ໂຕ​ປະ­ຕິ­ເສດ​ພຣະ­ເຢ­ຊູ

(ມຣກ. 14:66-72; ລກ. 22:56-62; ຢຮ. 18:15-18, 25-28)

69ຝ່າຍ​ເປ­ໂຕ​ນັ່ງ​ຢູ່​ນອກ​ກາງ​ເດີ່ນ­ບ້ານ ມິ​ຍິງ​ໃຊ້​ຄົນ​ໜຶ່ງ​ມາ​ຫາ​ກ່າວ​ວ່າ, “ໂຕ​ເຄີຍ​ຢູ່​ກັບ​ໄທ​ຄາ­ລີ­ເລ ຄື​ເຢ­ຊູ​ນັ້ນ​ເໝືອນ​ກັນ.”70ແຕ່​ເປ­ໂຕ​ຕອບ​ປະ­ຕິ­ເສດ​ຕໍ່­ໜ້າ​ຄົນ​ທັງ­ປວງ​ວ່າ, “ທີ່​ເຈົ້າ​ເວົ້າ​ນັ້ນ, ຂ້ອຍ​ບໍ່​ຮູ້​ເລື່ອງ.”71ເມື່ອ​ເປ­ໂຕ​ອອກ​ໄປ​ທີ່​ປະ­ຕູ​ບ້ານ​ມີ​ຍິງ​ໃຊ້​ອີກ​ຄົນ​ໜຶ່ງ​ແລ​ເຫັນ ຈິ່ງ​ກ່າວ​ແກ່​ຄົນ​ທັງ­ຫລາຍ​ທີ່​ຢູ່­ຫັ້ນ​ວ່າ, “ຄົນ​ນີ້­ແຫລະ, ເຄີຍ​ຢູ່​ກັບ​ເຢ­ຊູ​ໄທ​ນາ­ຊາ­ເຣັດ.”72ເປ­ໂຕ​ໄດ້​ປະ­ຕິ­ເສດ​ທັງ​ສາ­ບານ​ວ່າ, “ຂ້ອຍ​ບໍ່​ຮູ້­ຈັກ​ຄົນ​ນັ້ນ.”73ພາຍ­ຫລັງ​ນັ້ນ​ໜ້ອຍ​ໜຶ່ງ​ຄົນ​ທັງ­ຫລາຍ​ທີ່​ຢືນ​ຢູ່­ຫັ້ນ​ໄດ້​ມາ​ເວົ້າ​ກັບ​ເປ­ໂຕ​ວ່າ, “ໂຕ​ເປັນ​ພັກ​ພວກ​ຂອງ​ເຂົາ​ເຫລົ່າ­ນັ້ນ​ແທ້ ດ້ວຍ​ວ່າ​ສຳ­ນຽງ​ຂອງ​ໂຕ​ກໍ​ສໍ້​ໃຫ້​ຮູ້​ໂຕ​ເອງ.”74ເມື່ອ­ນັ້ນ​ເປ­ໂຕ​ກໍ​ຕັ້ງ­ຕົ້ນ​ປ້ອຍ​ດາ ທັງ​ສະ­ບົດ­ສາ­ບານ​ວ່າ, “ຄົນ​ນັ້ນ​ກູ​ບໍ່​ຮູ້­ຈັກ” ໃນ​ທັນ­ໃດ​ນັ້ນ​ໄກ່​ກໍ​ຂັນ.75ແລ້ວ​ເປ­ໂຕ​ຈິ່ງ​ລະ­ນຶກ​ເຖິງ​ຄຳ​ທີ່​ພຣະ­ເຢ­ຊູ​ຊົງ​ກ່າວ​ໄວ້​ວ່າ, “ກ່ອນ​ໄກ່​ຂັນ​ທ່ານ​ຈະ​ປະ­ຕິ­ເສດ​ເຮົາ​ເຖິງ​ສາມ​ເທື່ອ”, ແລ້ວ​ເປ­ໂຕ​ກໍ​ອອກ​ໄປ​ຂ້າງ​ນອກ​ຮ້ອງ­ໄຫ້​ເປັນ​ທຸກ​ໜັກ​ໃຈ.