1ໃນເວລານັ້ນພຣະເຢຊູໄດ້ສະເດັດຜ່ານທົ່ງນາໄປໃນວັນຊະບາໂຕ ສ່ວນພວກສິດຂອງພຣະອົງກໍຫິວເຂົ້າ ຈິ່ງຕັ້ງຕົ້ນເດັດເອົາຮວງເຂົ້າມາເກັດກິນ.2ເມື່ອພວກຟາຣີຊາຍເຫັນດັ່ງນັ້ນຈິ່ງທູນພຣະອົງວ່າ, “ເບິ່ງແມ, ພວກສິດຂອງທ່ານເຮັດຜິດຕໍ່ກົດຂອງວັນຊະບາໂຕ.”3ພຣະອົງຊົງກ່າວແກ່ເຂົາວ່າ, “ພວກທ່ານຍັງບໍ່ໄດ້ອ່ານຫລື ຊຶ່ງດາວິດໄດ້ເຮັດເມື່ອທ່ານແລະພັກພວກອຶດຫິວນັ້ນ.4ຄືດາວິດໄດ້ເຂົ້າໄປໃນທີ່ສະຖິດຂອງພຣະເຈົ້າ ຮັບປະທານເຂົ້າຈີ່ທີ່ຕັ້ງຖວາຍຕໍ່ພຣະພັກ ຊຶ່ງທ່ານແລະພັກພວກບໍ່ມີສິດຈະຮັບປະທານ ຄວນແຕ່ປະໂລຫິດພວກດຽວ.5ພວກທ່ານບໍ່ໄດ້ອ່ານໃນພຣະບັນຍັດຫລືທີ່ວ່າ ທຸກວັນຊະບາໂຕພວກປະໂລຫິດເຄີຍລະເມີດຕໍ່ກົດວັນຊະບາໂຕ ແຕ່ບໍ່ມີຄວາມຜິດ.6ເຮົາບອກພວກທ່ານວ່າ ຢູ່ທີ່ນີ້ມີສິ່ງໜຶ່ງໃຫຍ່ກວ່າພຣະວິຫານອີກ.7ຖ້າພວກທ່ານໄດ້ເຂົ້າໃຈຄວາມໝາຍຂອງພຣະຄຳພີທີ່ວ່າ, ‘ເຮົາປະສົງຄວາມເມດຕາບໍ່ປະສົງເຄື່ອງບູຊາ’.8ທ່ານກໍຄົງຈະບໍ່ກ່າວໂທດໃສ່ຄົນທີ່ບໍ່ມີຄວາມຜິດ ເພາະວ່າບຸດມະນຸດເປັນເຈົ້າຂອງວັນຊະບາໂຕ.”
9ແລ້ວພຣະອົງໄດ້ສະເດັດອອກຈາກທີ່ນັ້ນເຂົ້າໄປໃນໂຮງທຳມະເທດສະໜາຂອງເຂົາ.10ເບິ່ງແມ, ຢູ່ທີ່ນັ້ນມິຄົນມືລີບເບື້ອງໜຶ່ງ ເຂົາຈິ່ງທູນພຣະອົງວ່າ, “ຄວນຫລືຈະເຮັດໃຫ້ດີພະຍາດໃນວັນຊະບາໂຕ” ເພື່ອເຂົາຈະຟ້ອງພຣະອົງໄດ້.11ພຣະອົງຊົງຕອບເຂົາວ່າ, “ມີຜູ້ໃດໃນພວກທ່ານ ຖ້າມີແກະໂຕດຽວແລະແກະໂຕນັ້ນຕົກຂຸມໃນວັນຊະບາໂຕ ຜູ້ນັ້ນຈະບໍ່ດຶງມັນຂຶ້ນຫລື.12ມະນຸດຄົນໜຶ່ງປະເສີດກວ່າໂຕແກະຫລາຍເທົ່າໃດໜໍ ດ້ວຍເຫດນັ້ນຈິ່ງອະນຸຍາດໃຫ້ເຮັດການດີໃນວັນຊະບາໂຕ.”13ແລ້ວພຣະອົງຊົງບອກຄົນມືລີບວ່າ, “ເຈົ້າຈົ່ງຢຽດມືອອກ” ຄົນນັ້ນກໍຢຽດມືອອກ ແລ້ວມືນັ້ນກໍດີປົກກະຕິເໝືອນມືອີກເບື້ອງໜຶ່ງ.14ຝ່າຍພວກຟາຣີຊາຍຈິ່ງອອກໄປປຶກສາກັນເຖິງເລື່ອງພຣະອົງວ່າ ຈະເຮັດຢ່າງໃດຈິ່ງຈະຂ້າພຣະອົງໄດ້.
15ແຕ່ພຣະເຢຊູຊົງຊາບ ຈິ່ງສະເດັດອອກໄປຈາກທີ່ນັ້ນ ແລະປະຊາຊົນຫລວງຫລາຍກໍຕິດຕາມພຣະອົງໄປ ພຣະອົງກໍຊົງໂຜດໃຫ້ເຂົາດີພະຍາດທຸກຄົນ.16ແລ້ວພຣະອົງຊົງສັ່ງຫ້າມຢ່າງເດັດຂາດບໍ່ໃຫ້ເປີດເຜີຍພຣະນາມຂອງພຣະອົງ.17ທັງນີ້ເພື່ອຈະໃຫ້ສຳເລັດຕາມຄຳທີ່ເອຊາຢາຜູ້ປະກາດພຣະທຳໄດ້ກ່າວໄວ້ວ່າ.
18“ເບິ່ງແມ, ຜູ້ຮັບໃຊ້ຂອງເຮົາທີ່ເຮົາໄດ້ເລືອກໄວ້
ຜູ້ເປັນທີ່ຮັກແລະຊອບໃຈຂອງເຮົາ.
ເຮົາຈະເອົາວິນຍານຂອງເຮົາໃສ່ໄວ້ເທິງເພິ່ນ
ເພື່ອຈະປະກາດຄວາມຍຸດຕິທຳແກ່ບັນດາປະຊາຊາດ.
19ເພິ່ນຈະບໍ່ກໍ່ການວິວາດຜິດຖຽງແລະບໍ່ຮ້ອງສຽງດັງ
ບໍ່ມີໃຜຈະໄດ້ຍິນສຳນຽງສຽງຂອງເພິ່ນຕາມຖະໜົນ.
20ໄມ້ອໍ້ບວບແລ້ວເພິ່ນຈະບໍ່ຫັກ
ໃສ້ຕະກຽງເປັນຄວັນຈວນຈະມອດເພິ່ນຈະບໍ່ມອດ
ຈົນກວ່າເພິ່ນຈະໄດ້ນຳຄວາມຍຸດຕິທຳໃຫ້ມີໄຊຊະນະ.
21ແລະບັນດາປະຊາຊາດຈະຝາກຄວາມຫວັງໄວ້ກັບນາມຂອງເພິ່ນ.”
22ເມື່ອນັ້ນເຂົາໄດ້ພາຄົນຜູ້ໜຶ່ງທີ່ມີຜີຮ້າຍເຂົ້າສິງຢູ່ ທັງຕາບອດແລະປາກກືກມາຫາພຣະອົງ ພຣະອົງຊົງໃຫ້ດີປົກກະຕິ ຄົນນັ້ນຈິ່ງປາກໄດ້ເຫັນໄດ້.23ແລະປະຊາຊົນກໍອັດສະຈັນໃຈຖາມກັນວ່າ, “ຄົນນີ້ເປັນບຸດກະສັດດາວິດບໍ່ແມ່ນຫລື?”24ແຕ່ພວກຟາຣີຊາຍ ເມື່ອໄດ້ຍິນດັ່ງນັ້ນກໍເວົ້າກັນວ່າ, “ຜູ້ນີ້ຂັບໄລ່ຜີອອກໄດ້ໂດຍໃຊ້ອຳນາດເບເອນເຊບຸບຄືນາຍຜີນັ້ນ.”25ຝ່າຍພຣະເຢຊູຊົງຊາບຄວາມຄຶດຂອງເຂົາຈິ່ງຊົງກ່າວແກ່ເຂົາວ່າ, “ອານາຈັກໃດໆ ທີ່ແຕກຈາກກັນແລ້ວກໍຄົງຈິບຫາຍ ເມືອງໃດຫລືເຮືອນໃດໆ ທີ່ແຕກຈາກກັນແລ້ວຈະຕັ້ງໝັ້ນຢູ່ບໍ່ໄດ້.26ແລະຖ້າຊາຕານຂັບໄລ່ຊາຕານອອກ ມັນກໍແຕກແຍກກັນໃນຕົນມັນເອງ ແລ້ວອານາຈັກຂອງມັນຈະຕັ້ງໝັ້ນໄດ້ຢ່າງໃດ.27ແລະຖ້າເຮົາຂັບໄລ່ຜີອອກດ້ວຍອຳນາດເບເອນເຊບຸບ ພວກລູກຫລານຂອງທ່ານທັງຫລາຍເຄີຍຂັບມັນອອກດ້ວຍອຳນາດຂອງຜູ້ໃດ ດ້ວຍເຫດນີ້ແຫລະ, ເຂົາຈະເປັນຜູ້ຕັດສີນພວກທ່ານ.28ແຕ່ຖ້າເຮົາຂັບໄລ່ຜິອອກດ້ວຍພຣະວິນຍານຂອງພຣະເຈົ້າ ດັ່ງນັ້ນລາຊະອານາຈັກຂອງພຣະເຈົ້າກໍມາເຖິງພວກທ່ານແລ້ວ.29ຫລືໃຜຈະເຂົ້າໄປໃນເຮືອນຂອງຄົນແຂງແຮງ ແລະຈະປຸ້ນເອົາຊັບຂອງເພິ່ນໄດ້ຢ່າງໃດ ເວັ້ນໄວ້ແຕ່ຈະມັດຄົນແຂງແຮງນັ້ນໄວ້ເສຍກ່ອນ ແລ້ວຈິ່ງຈະປຸ້ນເອົາຊັບໃນເຮືອນຂອງເພິ່ນໄດ້.30ຜູ້ໃດບໍ່ຢູ່ຝ່າຍເຮົາກໍຕໍ່ສູ້ກັບເຮົາ ແລະຜູ້ໃດບໍ່ໂຮມເຂົ້າກັບເຮົາກໍເປັນຜູ້ເຮັດໃຫ້ແຕກກະຈາຍໄປ.31ດ້ວຍເຫດນີ້ເຮົາບອກພວກທ່ານວ່າຄວາມຜິດບາບແລະຄວາມໝິ່ນປະໝາດທຸກຢ່າງຈະຊົງໂຜດອະໄພໃຫ້ມະນຸດໄດ້ ແຕ່ຄຳໝິ່ນປະໝາດພຣະວິນຍານຈະຊົງໂຜດອະໄພໃຫ້ບໍ່ໄດ້.32ຜູ້ໃດທີ່ເວົ້າຄຳຂັດຂວາງຕໍ່ບຸດມະນຸດ ກໍຈະຊົງໂຜດໃຫ້ອະໄພແກ່ຜູ້ນັ້ນໄດ້ ແຕ່ຜູ້ໃດທີ່ເວົ້າຄຳຂັດຂວາງຕໍ່ພຣະວິນຍານບໍລິສຸດ ກໍຈະຊົງໂຜດອະໄພໃຫ້ແກ່ຜູ້ນັ້ນບໍ່ໄດ້ ທັງໃນໂລກນີ້ແລະໃນໂລກໜ້າ.
33“ຕ້ອງມີຕົ້ນໄມ້ດີ ໝາກມັນຈິ່ງດີ ຖ້າຕົ້ນໄມ້ບໍ່ດີ ໝາກມັນກໍບໍ່ດີ ເພາະວ່າຈະໄດ້ຮູ້ຈັກຕົ້ນໄມ້ດ້ວຍໝາກຂອງມັນ.34ໂອ ຊາດງູຮ້າຍເອີຍ, ພວກຜູ້ຊົ່ວແລ້ວຈະເວົ້າຄວາມດີໄດ້ຢ່າງໃດ ດ້ວຍວ່າໃຈເຕັມລົ້ນດ້ວຍສິ່ງໃດ ປາກກໍເວົ້າຕາມສິ່ງນັ້ນ.35ຄົນດີກໍເອົາຂອງດີອອກມາຈາກຄັງແຫ່ງຄວາມດີຂອງຕົນ ຄົນຊົ່ວກໍເອົາຂອງຊົ່ວອອກມາຈາກຄັງແຫ່ງຄວາມຊົ່ວຂອງຕົນ.36ເຮົາບອກພວກທ່ານວ່າ ຖ້ອຍຄຳເປົ່າໆ ທຸກຄຳທີ່ມະນຸດເວົ້າ ເຂົາຈະຕ້ອງໃຫ້ການເພາະຄຳນັ້ນໃນວັນພິພາກສາ.37ດ້ວຍເຫດວ່າທີ່ທ່ານຈະພົ້ນໂທດໄດ້ຫລືຈະຕ້ອງຖືກໂທດນັ້ນ ກໍເພາະດ້ວຍຖ້ອຍຄຳຂອງຕົນ.”
38ຄາວນັ້ນມີບາງຄົນໃນພວກນັກທຳແລະພວກຟາຣີຊາຍມາທູນພຣະອົງວ່າ, “ອາຈານເອີຍ, ພວກຂ້ານ້ອຍຢາກເຫັນໝາຍສຳຄັນຈາກທ່ານ.”39ພຣະອົງຊົງຕອບເຂົາວ່າ, “ຄົນສະໄໝຊົ່ວແລະຄຶດທໍລະຍົດຕໍ່ພຣະເຈົ້າສະແຫວງຫາໝາຍສຳຄັນ ແລະຈະບໍ່ຊົງໂຜດໝາຍສຳຄັນໃຫ້ແກ່ເຂົາ ເວັ້ນໄວ້ແຕ່ໝາຍສຳຄັນເລື່ອງໂຢນາຜູ້ປະກາດພຣະທຳ.40ດ້ວຍວ່າໂຢນາໄດ້ຢູ່ໃນທ້ອງປາໃຫຍ່ສາມວັນສາມຄືນສັນໃດ ບຸດມະນຸດຈະຢູ່ໃນທ້ອງແຜ່ນດິນສາມວັນສາມຄືນສັນນັ້ນ.41ໄທເມືອງນີເນເວຈະຢືນຂຶ້ນໃນວັນພິພາກສາ ພ້ອມກັບຄົນສະໄໝນີ້ກ່າວໂທດໃສ່ເຂົາ ດ້ວຍວ່າໄທເມືອງນີເນເວໄດ້ຖິ້ມໃຈເກົ່າເອົາໃຈໃໝ່ເພາະຄຳປະກາດຂອງໂຢນາ ແລະເບິ່ງແມ, ຊຶ່ງໃຫຍ່ກວ່າໂຢນາກໍມີຢູ່ທີ່ນີ້.42ນາງກະສັດຝ່າຍທິດໃຕ້ຈະລຸກຂຶ້ນໃນວັນພິພາກສາພ້ອມກັບຄົນສະໄໝນີ້ກ່າວໂທດໃສ່ເຂົາ ເພາະພະນາງໄດ້ສະເດັດມາແຕ່ທີ່ສຸດໂລກເພື່ອຈະຊົງຟັງພຣະສະຕິປັນຍາຂອງກະສັດໂຊໂລໂມນ ແລະເບິ່ງແມ, ຊຶ່ງໃຫຍ່ກວ່າກະສັດໂຊໂລໂມນກໍມີຢູ່ທີ່ນີ້.
43“ເມື່ອຜີຖ່ອຍຮ້າຍອອກມາຈາກຜູ້ໃດແລ້ວ ມັນກໍທຽວໄປໃນບ່ອນກັນດານເພື່ອສະແຫວງຫາບ່ອນເຊົາເມື່ອຍ ແຕ່ມັນບໍ່ພົບ.44ແລ້ວມັນເວົ້າວ່າ ‘ເຮົາຈະຕ່າວຄືນໄປຍັງເຮືອນຂອງເຮົາທີ່ເຮົາໄດ້ອອກມານັ້ນ’ ແລະເມື່ອມັນມາເຖິງກໍເຫັນວ່າເຮືອນນັ້ນເປົ່າຫວ່າງກວາດດີແລະຕົກແຕ່ງໄວ້ແລ້ວ.45ເມື່ອນັ້ນມັນຈິ່ງໄປຮັບເອົາຜີອື່ນອີກເຈັດໂຕຮ້າຍກວ່າມັນເອງ ແລ້ວກໍເຂົ້າໄປອາໃສຢູ່ທີ່ນັ້ນ ແລະສະພາບບັ້ນປາຍຂອງຄົນນັ້ນກໍຮ້າຍກວ່າບັ້ນຕົ້ນ ຄົນສະໄໝຊົ່ວນີ້ກໍຈະເປັນຢ່າງນັ້ນແຫລະ.”
46ຂະນະທີ່ພຣະອົງກຳລັງຊົງກ່າວກັບປະຊາຊົນຢູ່ນັ້ນ ເບິ່ງແມ, ມານດາກັບພວກນ້ອງຊາຍຂອງພຣະອົງກໍຢືນຢູ່ຂ້າງນອກ ຫາໂອກາດຈະເວົ້າກັບພຣະອົງ.47ມີຄົນໜຶ່ງທູນພຣະອົງວ່າ, “ເບິ່ງແມ, ມານດາກັບພວກນ້ອງຊາຍຂອງທ່ານຢືນຢູ່ຂ້າງນອກ ຫາໂອກາດຈະເວົ້າກັບທ່ານ.”48ແຕ່ພຣະອົງຊົງກ່າວກັບຜູ້ທີ່ມາທູນນັ້ນວ່າ “ໃຜເປັນມານດາແລະໃຜເປັນນ້ອງຊາຍຂອງເຮົາ.”49ແລ້ວພຣະອົງຊົງຊີ້ໄປທາງພວກສິດຂອງຕົນ ແລະຊົງກ່າວວ່າ, “ນີ້ແຫລະ, ຄືມານດາແລະນ້ອງຊາຍຂອງເຮົາ.50ດ້ວຍວ່າຜູ້ໃດຈະເຮັດຕາມນ້ຳພຣະໄທພຣະບິດາຂອງເຮົາຜູ້ຊົງສະຖິດໃນສະຫວັນ ຜູ້ນັ້ນແຫລະ, ເປັນນ້ອງຊາຍ, ເປັນນ້ອງສາວ, ແລະເປັນມານດາຂອງເຮົາ.”