ມັດທາຍ

ລຳ­ດັບ​ເຊື້ອ​ວົງ​ຂອງ​ພຣະ­ເຢ­ຊູຄ­ຣິດ

(ລກ. 3:23-28)

1ໜັງ­ສື​ລຳ­ດັບ​ເຊື້ອ​ວົງ​ຂອງ​ພຣະ­ເຢ­ຊູຄ­ຣິດ ຜູ້​ເປັນ​ເຊື້ອ­ສາຍ​ຂອງ​ດາ­ວິດ ຜູ້​ສືບ​ກະ­ກູນ​ເນື່ອງ​ມາ​ຈາກ​ອັບ­ຣາ­ຮາມ.

2ອັບ­ຣາ­ຮາມ​ມີ​ບຸດ​ຊາຍ​ຊື່​ອີ­ຊາກ ອີ­ຊາກ​ມີ​ບຸດ​ຊາຍ​ຊື່​ຢາ­ໂຄບ ຢາ­ໂຄບ​ມີ​ບຸດ​ຊາຍ​ຊື່​ຢູ­ດາ ແລະ​ອ້າຍ​ນ້ອງ​ຂອງ­ຕົນ.3ຢູ­ດາ​ມີ​ບຸດ​ຊາຍ​ຊື່​ເປ­ເຣັດ​ແລະ​ເຊ­ຣາ ເກີດ​ຈາກ​ນາງ​ຕາ­ມາ ເປ­ເຣັດ​ມີ​ບຸດ​ຊາຍ​ຊື່​ເຮດ­ຊະ­ໂຣນ, ເຮດ­ຊະ­ໂຣນ​ມີ​ບຸດ​ຊາຍ​ຊື່​ຣາມ.4ຣາມ​ມີ​ບຸດ​ຊາຍ​ຊື່​ອຳ­ມີ­ນາ­ດາບ ອຳ­ມີ­ນາ­ດາບ​ມີ​ບຸດ​ຊາຍ​ຊື່​ນາ­ໂຊນ ນາ­ໂຊນ​ມີ​ບຸດ​ຊາຍ​ຊື່​ຊັນ­ໂມນ.5ຊັນ­ໂມນ​ມີ​ບຸດ​ຊາຍ​ຊື່​ໂບ­ອາດ ເກີດ​ຈາກ​ນາງ​ຣາ­ຮາບ ໂບ­ອາດ​ມີ​ບຸດ​ຊາຍ​ຊື່​ໂອ­ເບັດ ເກີດ​ຈາກ​ນາງ​ຣຸດ ໂອ­ເບັດ​ມີ​ບຸດ​ຊາຍ​ຊື່​ເຢ­ຊີ.6ເຢ­ຊີ​ມີ​ບຸດ​ຊາຍ​ຊື່​ດາ­ວິດ ຜູ້​ຊົງ​ເປັນ​ກະ­ສັດ.

ກະ­ສັດ​ດາ­ວິດ​ຊົງ​ມີ​ບຸດ​ຊາຍ​ຊື່​ໂຊ­ໂລ­ໂມນ ຊົງ​ເກີດ​ຈາກ​ນາງ​ຊຶ່ງ​ແຕ່­ກ່ອນ​ເປັນ​ພັນ­ລະ­ຍາ​ຂອງ​ອູ­ຣີ­ຢາ.7ກະ­ສັດ​ໂຊ­ໂລ­ໂມນ​ຊົງ​ມີ​ບຸດ​ຊາຍ​ຊື່​ເຣ­ໂຮ­ໂບ­ອາມ ເຣ­ໂຮ­ໂບ­ອາມ​ມີ​ບຸດ​ຊາຍ​ຊື່​ອະ​ບີ​ຢາ ອະ​ບີ​ຢາ​ມີ​ບຸດ​ຊາຍ​ຊື່​ອາ­ຊາ.8ອາ­ຊາ​ມີ​ບຸດ​ຊາຍ​ຊື່​ເຢ­ໂຮ­ຊາ­ຟັດ ເຢ­ໂຮ­ຊາ­ຟັດ​ມີ​ບຸດ​ຊາຍ​ຊື່​ໂຢ­ຣາມ ໂຢ­ຣາມ​ມີ​ບຸດ​ຊາຍ​ຊື່​ອຸດ­ຊີ­ຢາ.9ອຸດ­ຊີ­ຢາ​ມີ​ບຸດ​ຊາຍ​ຊື່​ໂຢ­ທາມ ໂຢ­ທາມ​ມີ​ບຸດ​ຊາຍ​ຊື່​ອາ­ຮາດ ອາ­ຮາດ​ມີ​ບຸດ​ຊາຍ​ຊື່​ເຮ­ເຊ­ກີ­ຢາ.10ເຮ­ເຊ­ກີ­ຢາ​ມີ​ບຸດ​ຊາຍ​ຊື່​ມາ­ນາ­ເຊ ມາ­ນາ­ເຊ​ມີ​ບຸດ​ຊາຍ​ຊື່​ອາ­ໂມນ ອາ­ໂມນ​ມີ​ບຸດ​ຊາຍ​ຊື່​ໂຢ­ສີ­ຢາ.11ໂຢ­ສີ­ຢາ​ມີ​ບຸດ​ຊາຍ​ຊື່​ເຢ­ໂຮ­ຢາ­ກິນ ກັບ​ພວກ​ອ້າຍ​ນ້ອງ​ຂອງ­ຕົນ ເກີດ​ໃນ​ເວ­ລາ​ຖືກ​ກວາດ​ໄປ​ຍັງ​ກຸງ​ບາ­ບີ­ໂລນ.

12ຄັນ​ຖືກ​ກວາດ​ໄປ​ຍັງ​ກຸງ​ບາ­ບີ­ໂລນ​ແລ້ວ ເຢ­ໂຮ­ຢາ­ກິນ​ກໍ​ມີ​ບຸດ​ຊາຍ​ຊື່​ເຊ­ອານ­ຕີ­ເອນ ເຊ­ອານ­ຕີ­ເອນ​ມີ​ບຸດ​ຊາຍ​ຊື່​ເຊ­ຣູ­ບາ­ເບນ.13ເຊ­ຣູ­ບາ­ເບນ​ມີ​ບຸດ​ຊາຍ​ຊື່​ອາ­ບີ­ອຸດ ອາ­ບີ­ອຸດ​ມີ​ບຸດ​ຊາຍ​ຊື່​ເອ­ລີ­ຢາ­ກີມ ເອ­ລີ­ຢາ­ກີມ​ມີ​ບຸດ​ຊາຍ​ຊື່​ອາ­ໂຊ.14ອາ­ໂຊ​ມີ​ບຸດ​ຊາຍ​ຊື່​ຊາ­ໂດກ ຊາ­ໂດກ​ມີ​ບຸດ​ຊາຍ​ຊື່​ອາ­ຂີມ ອາ­ຂີມ​ມີ​ບຸດ​ຊາຍ​ຊື່​ເອ­ລີ­ອຸດ.15ເອ­ລີ­ອຸດ​ມີ​ບຸດ​ຊາຍ​ຊື່​ເອ­ເລ­ອາ­ຊາ ເອ­ເລ­ອາ­ຊາ​ມີ​ບຸດ​ຊາຍ​ຊື່​ມັດ­ທານ ມັດ­ທານ​ມີ​ບຸດ​ຊາຍ​ຊື່​ຢາ­ໂຄບ.16ຢາ­ໂຄບ​ມີ​ບຸດ​ຊາຍ​ຊື່​ໂຢ­ເຊັບ ຜູ້​ເປັນ​ສາ­ມີ​ຂອງ​ນາງ​ມາ­ຣິ­ອາ ພຣະ­ເຢ­ຊູ​ຜູ້​ທີ່​ເອີ້ນ­ວ່າ​ພຣະ­ຄຣິດ ກໍ​ຊົງ​ບັງ­ເກີດ​ມາ​ຈາກ​ນາງ​ມາ­ຣິ­ອາ​ຜູ້​ນີ້.

17ດັ່ງ­ນັ້ນ​ນັບ​ຕັ້ງ­ແຕ່​ອັບ­ຣາ­ຮາມ​ລົງ​ມາ­ຈົນ​ເຖິງ​ກະ­ສັດ​ດາ­ວິດ​ຈິ່ງ​ເປັນ​ສິບ​ສີ່​ຊົ່ວ​ຄົນ ນັບ​ຕັ້ງ­ແຕ່​ກະ­ສັດ​ດາ­ວິດ​ຈົນ​ເຖິງ​ຄາວ​ຖືກ​ກວາດ​ໄປ​ຍັງ​ກຸງ​ບາ­ບີ­ໂລນ ເປັນ​ເວ­ລາ​ສິບ​ສີ່​ຊົ່ວ​ຄົນ ແລະ​ນັບ​ຕັ້ງ­ແຕ່​ຄາວ​ຖືກ​ກວາດ​ໄປ​ຍັງ​ກຸງ​ບາ­ບີ­ໂລນ​ຈົນ​ເຖິງ​ພຣະ­ຄຣິດ ເປັນ​ເວ­ລາ​ສິບ​ສີ່​ຊົ່ວ​ຄົນ.

ພຣະ­ກຳ­ເນີດ​ຂອງ​ພຣະ­ເຢ­ຊູຄ­ຣິດ

(ລກ. 2:1-7)

18ເລື່ອງ​ພຣະ­ກຳ­ເນີດ​ຂອງ​ພຣະ­ເຢ­ຊູຄ­ຣິດ​ເປັນ​ດັ່ງ­ນີ້: ຄື​ນາງ​ມາ­ຣິ­ອາ​ຜູ້​ເປັນ​ມານ­ດາ​ຂອງ​ພຣະ­ເຢ­ຊູ​ນັ້ນ ໄດ້​ເປັນ​ຄູ່​ໝັ້ນ​ກັບ​ໂຢ­ເຊັບ​ແລ້ວ ກ່ອນ​ເວ­ລາ​ເຂົາ​ໄດ້​ເປັນ​ຄູ່​ຜົວ­ເມຍ​ກັນ​ກໍ​ປະ­ກົດ​ວ່າ ນາງ​ມີ​ທ້ອງ​ແລ້ວ​ດ້ວຍ​ລິດ­ເດດ​ພຣະ­ວິນ­ຍານ­ບໍ­ລິ­ສຸດ.19ຝ່າຍ​ໂຢ­ເຊັບ​ຜູ້​ເປັນ​ຄູ່​ໝັ້ນ​ຂອງ​ນາງ​ເປັນ​ຄົນ​ມີ​ສິນ​ທຳ ແຕ່​ປານ​ນັ້ນ​ເພິ່ນ​ບໍ່­ຢາກ​ໃຫ້​ເລື່ອງ​ນີ້​ເປັນ​ທີ່​ອັບ­ອາຍ­ຂາຍ­ໜ້າ​ແກ່​ນາງ ຈິ່ງ​ຕັດ​ສີນ​ໃຈ​ວ່າ​ຈະ​ຖອນ­ໝັ້ນ​ເສຍ​ຢ່າງ​ລັບໆ.20ແຕ່​ເມື່ອ​ໂຢ­ເຊັບ​ຍັງ​ຄຶດ​ໃນ​ເລື່ອງ​ນີ້​ຢູ່ ກໍ​ມີ​ເທ­ວະ­ດາ​ຕົນ​ໜຶ່ງ​ຂອງ​ພຣະ­ຜູ້­ເປັນ­ເຈົ້າ​ມາ​ປະ­ກົດ​ແກ່​ໂຢ­ເຊັບ​ໃນ​ຄວາມ​ຝັນ​ວ່າ, “ໂຢ­ເຊັບ​ບຸດ​ດາ­ວິດ​ເອີຍ, ຢ່າ­ຊູ່­ຢ້ານ​ທີ່​ຈະ​ຮັບ​ນາງ​ມາ­ຣິ­ອາ​ມາ​ເປັນ​ເມຍ​ຂອງ​ເຈົ້າ ເພາະ­ວ່າ​ຜູ້​ຊຶ່ງ​ປະ­ຕິ­ສົນ­ທິ​ໃນ​ທ້ອງ​ຂອງ​ນາງ​ກໍ​ເປັນ​ໂດຍ​ເດດ​ພຣະ­ວິນ­ຍານ­ບໍ­ລິ­ສຸດ.21ນາງ​ຈະ​ປະ­ສູດ​ບຸດ ແລ້ວ​ເຈົ້າ​ຈົ່ງ​ຖວາຍ​ນາມ​ທ່ານ​ວ່າ ‘ເຢ­ຊູ’ ເພາະ­ວ່າ​ທ່ານ​ຜູ້​ນີ້­ແຫລະ, ຈະ​ເປັນ​ຜູ້­ໂຜດ​ໄພ່​ພົນ​ຂອງ­ຕົນ​ໃຫ້​ລອດ­ພົ້ນ​ຈາກ​ຄວາມ​ຜິດ­ບາບ​ຂອງ​ເຂົາ.”22ການ​ທັງ­ປວງ​ນີ້​ເກີດ​ຂຶ້ນ​ເພື່ອ­ຈະ​ໃຫ້​ສຳ­ເລັດ ຕາມ​ທີ່​ພຣະ­ຜູ້­ເປັນ­ເຈົ້າ​ໄດ້​ຊົງ​ກ່າວ​ໄວ້​ດ້ວຍ​ຜູ້­ປະ­ກາດ­ພຣະ­ທຳ​ວ່າ.23“ເບິ່ງ​ແມ, ຍິງ​ພົມ​ຈະ​ລີ​ນັ້ນ​ຈະ​ມີ​ທ້ອງ​ແລະ​ປະ­ສູດ​ບຸດ​ຄົນ​ໜຶ່ງ, ແລະ​ເຂົາ​ຈະ​ເອີ້ນ​ຊື່​ບຸດ​ນັ້ນ​ວ່າ ‘ເອ­ມາ­ນູ­ເອນ’” (ແປ​ວ່າ “ພຣະ­ເຈົ້າ​ຊົງ​ສະ­ຖິດ​ຢູ່​ກັບ​ເຮົາ​ທັງ­ຫລາຍ”).24ເມື່ອ​ໂຢ­ເຊັບ​ຕື່ນ​ຂຶ້ນ​ກໍ​ເຮັດ​ຕາມ​ຄຳ​ທີ່​ເທ­ວະ­ດາ​ຂອງ​ພຣະ­ຜູ້­ເປັນ­ເຈົ້າ​ສັ່ງ​ນັ້ນ ຄື​ຮັບ​ເອົາ​ນາງ​ມາ­ຣິ­ອາ​ມາ​ເປັນ​ພັນ­ລະ­ຍາ​ຂອງ­ຕົນ.25ແຕ່​ບໍ່­ໄດ້​ສົມ­ສູ່​ຢູ່​ກັບ​ນາງ​ຈົນ​ປະ­ສູດ​ບຸດ​ຊາຍ​ແລ້ວ ແລະ​ໂຢ­ເຊັບ​ໄດ້​ເອີ້ນ​ຊື່​ບຸດ​ນັ້ນ​ວ່າ “ເຢ­ຊູ”.