ຊົງ​ໃຊ້​ສາ­ວົກ​ສິບ​ສອງ​ຄົນ​ອອກ​ໄປ​ປະ­ກາດ

(ມທ. 10:5:15; ມຣກ. 6:7-13)

1ເມື່ອ​ພຣະ­ອົງ​ຊົງ​ເອີ້ນ​ພວກ​ສິບ​ສອງ​ຄົນ​ນັ້ນ​ມາ​ພ້ອມ​ກັນ​ແລ້ວ ກໍ​ຊົງ​ປະ­ທານ​ໃຫ້​ເຂົາ​ມີ​ລິດ​ແລະ​ມີ​ອຳ­ນາດ​ເໜືອ​ຜີ­ຮ້າຍ​ທັງ­ປວງ ແລະ​ເພື່ອ­ຈະ​ໄດ້​ເຮັດ­ໃຫ້​ດີ​ພະ­ຍາດ​ຕ່າງໆ.2ແລ້ວ​ພຣະ­ອົງ​ຊົງ​ໃຊ້​ເຂົາ​ໃຫ້​ອອກ​ໄປ​ປະ­ກາດ​ລາ­ຊະ­ອາ­ນາ­ຈັກ​ຂອງ​ພຣະ­ເຈົ້າ ແລະ​ເຮັດ­ໃຫ້​ຄົນ­ເຈັບ­ປ່ວຍ​ດີ​ພະ­ຍາດ.3ພຣະ­ອົງ​ຈິ່ງ​ຊົງ​ສັ່ງ​ເຂົາ​ວ່າ, “ຢ່າ​ເອົາ​ສິ່ງ­ໃດ​ໄປ​ໃຊ້​ຕາມ​ທາງ ຄື ຢ່າ​ເອົາ​ໄມ້­ຄ້ອນ­ເທົ້າ, ຫລື​ຖົງ, ຫລື​ອາ­ຫານ, ຫລື​ເງິນ, ຫລື​ເສື້ອ​ສອງ​ໂຕ.4ແລະ​ຖ້າ​ເຂົາ​ໄປ​ໃນ​ເຮືອນ​ຫລັງ​ໃດ ກໍ​ໃຫ້​ອາ​ໃສ​ຢູ່­ໃນ​ເຮືອນ​ຫລັງ​ນັ້ນ​ຈົນ​ກວ່າ​ຈະ​ຈາກ​ໄປ.5ຖ້າ​ຜູ້­ໃດ​ບໍ່​ຕ້ອນ­ຮັບ​ພວກ​ທ່ານ ຈົ່ງ​ອອກ­ຈາກ​ເມືອງ​ນັ້ນ​ໄປ ແລະ​ຈົ່ງ​ສັ່ນ​ຂີ້­ຝຸ່ນ​ທີ່​ຕິດ​ຕີນ​ຂອງ​ພວກ​ທ່ານ​ອອກ​ເສຍ ເພື່ອ​ເປັນ​ພະ­ຍານ​ຕໍ່​ເຂົາ.”6ແລ້ວ​ພວກ​ສາ­ວົກ​ກໍ­ພາ­ກັນ​ອອກ​ໄປ​ປະ­ກາດ​ຂ່າວ­ປະ­ເສີດ​ຕາມ​ບ້ານ­ເມືອງ​ຕ່າງໆ ແລະ​ໄດ້​ເຮັດ­ໃຫ້​ຄົນ­ເຈັບ­ປ່ວຍ​ທົ່ວ​ທຸກ​ບ່ອນ​ດີ​ພະ­ຍາດ.

ຄວາມ​ສົງ​ໃສ​ຂອງ​ເຮ­ໂຣດ

(ມທ. 14:1-12; ມຣກ. 6:14-29)

7ຝ່າຍ​ເຮ­ໂຣດ​ຜູ້­ປົກ­ຄອງ​ໄດ້­ຍິນ​ເລື່ອງ​ເຫດ­ການ​ທັງ­ປວງ​ຊຶ່ງ​ເກີດ​ຂຶ້ນ​ນັ້ນ ຈິ່ງ​ຫຍຸ້ງ​ໃຈ​ສົງ​ໃສ​ຫລາຍ ເພາະ​ລາງ​ຄົນ​ເວົ້າ​ວ່າ, “ໂຢ­ຮັນ​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ.”8ລາງ​ຄົນ​ວ່າ, “ເປັນ​ເອ­ລີ­ຢາ​ມາ​ປະ­ກົດ” ຄົນ​ອື່ນ​ກໍ​ວ່າ, “ເປັນ​ຜູ້­ປະ­ກາດ­ພຣະ­ທຳ​ແຕ່​ເຊັ່ນ​ບູ­ຮານ​ກັບ​ເປັນ​ຄືນ​ມາ​ອີກ.”9ເຮ­ໂຣດ​ຈິ່ງ​ກ່າວ​ວ່າ, “ໂຢ­ຮັນ​ນັ້ນ​ເຮົາ​ໄດ້​ຕັດ​ຫົວ​ແລ້ວ ແຕ່​ຄົນ​ຜູ້​ທີ່​ເຮົາ​ໄດ້­ຍິນ​ຂ່າວ​ນີ້­ແມ່ນ​ຜູ້­ໃດ​ໜໍ?” ແລ້ວ​ເຮ­ໂຣດ​ໄດ້​ຫາ​ໂອ­ກາດ​ທີ່​ຈະ​ພົບ​ພຣະ­ອົງ.

ຊົງ​ລ້ຽງ​ຫ້າ​ພັນ​ຄົນ

(ມທ. 14:13-21; ມຣກ. 6:30-44; ຢຮ. 6:1-14)

10ເມື່ອ​ອັກ­ຄະ­ສາ­ວົກ​ກັບ​ຄືນ​ມາ​ແລ້ວ ເຂົາ​ກໍ​ທູນ​ພຣະ­ອົງ​ເຖິງ​ບັນ­ດາ​ການ​ທີ່​ເຂົາ​ໄດ້​ເຮັດ​ນັ້ນ ແລະ​ພຣະ­ອົງ​ຊົງ​ພາ​ເຂົາ​ແຕ່​ໝູ່​ດຽວ​ອອກ​ໄປ​ເຖິງ​ເມືອງ​ໜຶ່ງ ຊື່​ເບັດ­ຊາ­ອີ­ດາ.11ແຕ່​ເມື່ອ​ປະ­ຊາ­ຊົນ​ຮູ້­ຈັກ ເຂົາ​ກໍ​ຕາມ​ໄປ​ຫາ​ພຣະ­ອົງ ສ່ວນ​ພຣະ­ອົງ​ກໍ​ຊົງ​ຕ້ອນ­ຮັບ​ເຂົາ​ແລະ​ຊົງ​ບອກ​ເຂົາ​ເຖິງ​ລາ­ຊະ​ແຜ່ນ­ດິນ​ຂອງ​ເຈົ້າ ແລະ​ທຸກ​ຄົນ­ທີ່​ຕ້ອງ­ການ​ຢາກ​ດີ​ພະ­ຍາດ​ພຣະ­ອົງ​ກໍ​ຊົງ​ໂຜດ­ໃຫ້​ດີ.12ຄັນ​ຕາ­ເວັນ​ກຳ­ລັງ​ຈະ​ຕົກ ພວກ​ສິບ​ສອງ​ຄົນ​ນັ້ນ​ໄດ້​ມາ​ທູນ​ພຣະ­ອົງ​ວ່າ, “ຂໍ​ໃຫ້​ປະ­ຊາ­ຊົນ​ເລີກ​ໄປ​ຕາມ​ບ້ານ​ໄຮ່​ບ້ານ​ນາ​ໃນ​ແຖບ​ນີ້​ເພື່ອ​ຫາ​ບ່ອນ​ພັກ​ນອນ​ແລະ​ຊື້​ອາ­ຫານ​ກິນ ເພາະ​ບ່ອນ­ນີ້​ຢູ່​ກາງ​ປ່າ.”13ແຕ່​ພຣະ­ອົງ​ຊົງ​ຕອບ​ເຂົາ​ວ່າ, “ພວກ​ທ່ານ​ຈົ່ງ​ລ້ຽງ​ເຂົາ​ສາ!” ພວກ​ສາ­ວົກ​ຈິ່ງ​ທູນ​ວ່າ, “ພວກ​ຂ້າ­ນ້ອຍ​ບໍ່­ມີ​ຫຍັງ​ນອກ­ຈາກ​ເຂົ້າ­ຈີ່​ຫ້າ​ກ້ອນ​ແລະ​ປາ​ສອງ​ໂຕ​ເທົ່າ​ນັ້ນ ເວັ້ນ​ແຕ່​ພວກ​ຂ້າ­ນ້ອຍ​ຈະ​ໄປ​ຊື້​ອາ­ຫານ​ສຳ­ລັບ​ຄົນ​ທັງ­ປວງ​ນີ້.”14ເພາະ­ວ່າ​ຄົນ​ເຫລົ່າ­ນັ້ນ​ແຕ່​ຜູ້­ຊາຍ​ມີ​ປະ­ມານ​ຫ້າ​ພັນ​ຄົນ ແລ້ວ​ອົງ​ຊົງ​ສັ່ງ​ພວກ​ສາ­ວົກ​ວ່າ, “ຈົ່ງ​ໃຫ້​ຄົນ​ທັງ­ປວງ​ນັ່ງ​ລົງ​ເປັນ​ໝູ່ ໝູ່​ລະ​ຫ້າ​ສິບ​ຄົນ.”15ເຂົາ​ກໍ​ເຮັດ​ຕາມ ຄື​ໄດ້​ໃຫ້​ຄົນ​ທັງ­ປວງ​ນັ່ງ​ລົງ.

16ເມື່ອ​ພຣະ­ອົງ​ຊົງ​ຮັບ​ເອົາ​ເຂົ້າ­ຈີ່​ຫ້າ​ກ້ອນ​ແລະ​ປາ​ສອງ​ໂຕ​ນັ້ນ­ແລ້ວ ກໍ​ຊົງ​ເງີຍ​ພຣະ­ພັກ​ເບິ່ງ​ຟ້າ​ຂໍ​ພຣະ­ພອນ ແລະ​ຊົງ​ຫັກ​ເຂົ້າ­ຈີ່​ນັ້ນ​ຍື່ນ​ໃຫ້​ພວກ​ສາ­ວົກ​ເພື່ອ​ແຈກ​ໃຫ້​ແກ່​ຄົນ​ທັງ­ປວງ.17ເຂົາ​ກໍ​ກິນ​ອີ່ມ​ທຸກ​ຄົນ ສ່ວນ​ຕ່ອນ​ຫັກ​ທີ່​ເຫລືອ­ນັ້ນ​ກໍ​ເກັບ​ໄດ້​ສິບ​ສອງ​ບຸງ.

ເປ­ໂຕ​ກ່າວ​ວ່າ​ພຣະ­ເຢ­ຊູ​ຊົງ​ເປັນ​ພຣະ­ຄຣິດ

(ມທ. 16:13-19; ມຣກ. 8:27-29)

18ຢູ່​ມາ​ເມື່ອ​ພຣະ­ອົງ​ກຳ­ລັງ​ໄຫວ້​ວອນ​ຢູ່­ໃນ​ບ່ອນ​ຕ່າງ­ຫາກ ມີ​ແຕ່​ພວກ​ສາ­ວົກ​ຢູ່​ນຳ​ພຣະ­ອົງ​ຊົງ​ຖາມ​ເຂົາ​ວ່າ, “ປະ­ຊາ­ຊົນ​ເວົ້າ​ກັນ​ວ່າ​ເຮົາ​ແມ່ນ​ຜູ້­ໃດ?”.19ພວກ​ສາ­ວົກ​ທູນ​ຕອບ​ວ່າ, “ເຂົາ​ວ່າ​ແມ່ນ​ໂຢ­ຮັນບັບ­ຕິ­ສະ­ໂຕ, ລາງ​ຄົນ​ວ່າ ແມ່ນ​ເອ­ລີ­ຢາ, ແຕ່​ຄົນ​ອື່ນ​ວ່າ​ແມ່ນ​ຜູ້­ປະ­ກາດ­ພຣະ­ທຳ​ແຕ່​ເຊັ່ນ​ບູ­ຮານ​ກັບ​ເປັນ​ຄືນ​ມາ​ອີກ.”20ແລ້ວ​ພຣະ­ອົງ​ຊົງ​ຖາມ​ເຂົາ​ວ່າ, “ຝ່າຍ​ພວກ​ທ່ານ​ເດ ວ່າ​ເຮົາ​ແມ່ນ​ໃຜ?” ເປ­ໂຕ​ທູນ​ຕອບ​ວ່າ, “ແມ່ນ​ພຣະ­ຄຣິດ​ມາ​ແຕ່​ພຣະ­ເຈົ້າ.”

ຊົງ​ທຳ­ນວາຍ​ເຖິງ​ມໍ­ລະ­ນະ​ພາບ​ຂອງ​ພຣະ­ອົງ

(ມທ. 16:20-28; ມຣກ. 8:30- 9:1)

21ພຣະ­ອົງ​ຈິ່ງ​ຊົງ​ສັ່ງ​ຫ້າມ​ເຂົາ​ຢ່າງ​ແຂງ­ແຮງ ບໍ່­ໃຫ້​ບອກ​ຄວາມ​ນີ້​ແກ່​ຜູ້­ໃດ.22ແລ້ວ​ຊົງ​ກ່າວ​ວ່າ, “ບຸດ​ມະ­ນຸດ​ຈະ​ຕ້ອງ​ທົນ​ທຸກ­ທໍ­ລະ­ມານ​ຫລາຍ​ປະ­ການ ພວກ​ເຖົ້າ​ແກ່​ກັບ​ພວກ­ປະ­ໂລ­ຫິດ​ຕົນ​ໃຫຍ່​ແລະ​ພວກ­ນັກ­ທຳ​ຈະ​ບໍ່​ຍອມ­ຮັບ​ເພິ່ນ ເຂົາ​ຈະ​ໄດ້​ຂ້າ​ເພິ່ນ​ເສຍ ແລ້ວ​ໃນ​ວັນ​ຖ້ວນ​ສາມ​ເພິ່ນ​ຈະ​ຖືກ​ຊົງ​ບັນ­ດານ​ໃຫ້​ຄືນ​ມາ​ອີກ.”

23ແລະ​ພຣະ­ອົງ​ຊົງ​ກ່າວ​ກັບ​ຄົນ​ທັງ​ຫລາຍ­ວ່າ, “ຖ້າ​ຜູ້­ໃດ​ຈະ​ຕາມ​ເຮົາ​ມາ ໃຫ້​ຜູ້­ນັ້ນ​ຕັດ​ສິດ​ຂອງ­ຕົນ​ເສຍ​ແລະ​ຮັບ​ແບກ​ໄມ້­ກາງ­ແຂນ​ຂອງ­ຕົນ​ທຸກ​ວັນ ແລ້ວ​ຕິດ­ຕາມ​ເຮົາ​ມາ.24ເພາະ­ວ່າ​ຜູ້­ໃດ​ຢາກ​ຊ່ອຍ​ຊີ­ວິດ​ຂອງ­ຕົນ​ໃຫ້​ພົ້ນ ຜູ້­ນັ້ນ​ຈະ​ເສຍ​ຊີ­ວິດ ແຕ່​ຜູ້­ໃດ​ຈະ​ເສຍ​ຊີ­ວິດ​ຂອງ­ຕົນ​ເພາະ​ເຫັນ­ແກ່​ເຮົາ ຜູ້­ນັ້ນ​ກໍ​ຈະ​ມີ­ຊີ­ວິດ​ພົ້ນ.25ເຫດ​ວ່າ​ຖ້າ​ຜູ້­ໃດ​ຈະ​ໄດ້​ສິ່ງ​ຂອງ​ໝົດ​ທັງ​ໂລກ ແຕ່​ຈະ​ເຮັດ­ໃຫ້​ຕົວ​ເອງ​ຈິບ­ຫາຍ ຫລື​ເສຍ​ໄປ ຜູ້­ນັ້ນ​ຈະ​ໄດ້​ປະ­ໂຫຍດ​ອັນ­ໃດ.26ດ້ວຍ​ວ່າ​ຖ້າ​ຜູ້­ໃດ​ມີ​ຄວາມ​ລະ­ອາຍ​ເພາະ​ເຮົາ ແລະ​ເພາະ​ຖ້ອຍ­ຄຳ​ຂອງ​ເຮົາ ບຸດ​ມະ­ນຸດ​ກໍ​ຈະ​ມີ​ຄວາມ​ລະ­ອາຍ​ເພາະ​ຜູ້­ນັ້ນ ເມື່ອ​ເພິ່ນ​ມາ​ດ້ວຍ​ສະ­ຫງ່າ­ລາ­ສີ​ຂອງ­ຕົນ, ຂອງ​ພຣະ­ບິ­ດາ ແລະ​ຂອງ​ພວກ​ເທ­ວະ­ດາ​ບໍ­ລິ­ສຸດ.27ແຕ່​ເຮົາ​ບອກ​ທ່ານ​ທັງ­ຫລາຍ​ຕາມ​ຄວາມ­ຈິງ​ວ່າ ມີ​ລາງ​ຄົນ­ທີ່​ຢືນ­ຢູ່​ທີ່​ນີ້​ຈະ​ບໍ່​ຮູ້​ລົດ​ຄວາມ​ຕາຍ​ຈົນ​ກວ່າ​ຈະ​ໄດ້​ເຫັນ​ລາ­ຊະ­ອາ­ນາ­ຈັກ​ຂອງ​ພຣະ­ເຈົ້າ.”

ຊົງ​ປ່ຽນ​ລັກ­ສະ­ນະ

(ມທ. 17:1-8; ມຣກ. 9:2-8)

28ພາຍ­ຫລັງ​ພຣະ­ອົງ​ຊົງ​ກ່າວ​ຄຳ​ເຫລົ່າ­ນີ້​ແລ້ວ​ປະ­ມານ​ແປດ​ວັນ ພຣະ­ອົງ​ໄດ້​ຊົງ​ພາ​ເປ­ໂຕ, ໂຢ­ຮັນ, ແລະ​ຢາ­ໂກ­ໂບ​ຂຶ້ນ​ໄປ​ເທິງ​ພູ​ເພື່ອ​ໄຫວ້​ວອນ.29ເມື່ອ​ພຣະ­ອົງ​ກຳ­ລັງ​ຊົງ​ໄຫວ້​ວອນ​ຢູ່​ນັ້ນ ວັນ­ນະ​ພຣະ­ພັກ​ຂອງ​ພຣະ­ອົງ​ກໍ​ປ່ຽນ​ໄປ ແລະ​ເຄື່ອງ​ທົງ​ຂອງ​ພຣະ­ອົງ​ກໍ​ຂາວ​ເຫລື້ອມ.30ແລະ​ເບິ່ງ​ແມ! ມີ​ສອງ​ຄົນ​ເຝົ້າ​ສົນ­ທະ­ນາ​ຢູ່​ກັບ​ພຣະ­ອົງ ຄື​ໂມ­ເຊ​ແລະ​ເອ­ລີ­ຢາ.31ຜູ້​ມາ​ປະ­ກົດ​ດ້ວຍ​ລັດ­ສະ­ໝີ ແລະ​ກ່າວ­ເຖິງ​ການ​ທີ່​ພຣະ­ອົງ​ຈະ​ສະ­ເດັດ​ຈາກ​ໂລກ​ໄປ ຊຶ່ງ​ຈະ​ສຳ­ເລັດ​ໃນ​ກຸງ​ເຢ­ຣູ­ຊາ­ເລັມ.32ຝ່າຍ​ເປ­ໂຕ​ກັບ​ໝູ່​ຂອງ­ຕົນ​ກໍ​ເຫງົາ­ນອນ ແລະ​ເມື່ອ​ຕາ​ຂອງ​ເຂົາ​ສະ­ຫວ່າງ​ຂຶ້ນ​ແລ້ວ ເຂົາ​ກໍ­ໄດ້​ເຫັນ​ພຣະ­ລັດ­ສະ­ໝີ​ຂອງ​ພຣະ­ອົງ ແລະ​ເຫັນ​ສອງ​ຄົນ​ນັ້ນ​ທີ່​ຢືນ­ຢູ່​ກັບ​ພຣະ­ອົງ.33ເມື່ອ​ສອງ​ຄົນ​ນັ້ນ​ກຳ­ລັງ​ລາ​ຈາກ​ພຣະ­ອົງ​ໄປ ເປ­ໂຕ​ໄດ້​ທູນ​ພຣະ­ເຢ­ຊູ​ວ່າ, “ອາ­ຈານ​ເຈົ້າ​ເອີຍ, ຊຶ່ງ​ພວກ​ຂ້າ­ນ້ອຍ​ຢູ່​ທີ່​ນີ້​ກໍ­ດີ​ຢູ່ ໃຫ້​ພວກ​ຂ້າ­ນ້ອຍ​ພາ­ກັນ​ປຸກ​ຕູບ​ສາມ​ຫລັງ ສຳ­ລັບ​ທ່ານ​ຫລັງ​ໜຶ່ງ, ສຳ­ລັບ​ໂມ­ເຊ​ຫລັງ​ໜຶ່ງ, ແລະ​ຫລັງ​ໜຶ່ງ​ສຳ­ລັບ​ເອ­ລີ­ຢາເປ­ໂຕ​ບໍ່​ຮູ້­ສຶກ​ຕົວ​ວ່າ​ຕົນ​ກຳ­ລັງ​ເວົ້າ​ຫຍັງ.34ເມື່ອ​ເປ­ໂຕ​ຍັງ​ຊົງ​ກ່າວ​ຄຳ​ເຫລົ່າ­ນີ້​ຢູ່ ມີ​ເມກ​ມາ​ປົກ​ຫຸ້ມ​ເຂົາ​ໄວ້ ເມື່ອ​ຢູ່­ໃນ​ເມກ​ນັ້ນ​ເຂົາ​ກໍ​ຢ້ານ.35ແລະ​ມີ​ພຣະ­ສຸ­ລະ­ສຽງ​ອອກ​ມາ​ຈາກ​ເມກ​ນັ້ນ​ວ່າ, “ທ່ານ​ຜູ້​ນີ້­ແຫລະ, ເປັນ​ບຸດ​ຂອງ​ເຮົາ​ທີ່​ເຮົາ​ເລືອກ​ໄວ້ ຈົ່ງ​ເຊື່ອ​ຟັງ​ທ່ານ.”36ເມື່ອ​ພຣະ­ສຸ­ລະ­ສຽງ​ນັ້ນ​ສະ­ຫງົບ​ລົງ​ແລ້ວ ກໍ​ມີ​ແຕ່​ພຣະ­ເຢ­ຊູ​ຜູ້​ດຽວ​ຊົງ​ສະ­ຖິດ​ຢູ່­ຫັ້ນ ສ່ວນ​ເຂົາ​ທັງ​ສາມ​ກໍ​ມິດ​ຢູ່ ໃນ​ຄາວ​ນັ້ນ​ເຂົາ​ບໍ່­ໄດ້​ບອກ​ເຫດ­ການ​ທີ່​ເຂົາ​ໄດ້​ເຫັນ​ນັ້ນ​ຈັກ­ຢ່າງ​ໃຫ້​ຜູ້­ໃດ​ຟັງ.

ຊົງ​ໂຜດ​ເດັກ­ນ້ອຍ​ຜູ້​ມີ​ຜີ​ສິງ

(ມທ. 17:14-18; ມຣກ. 9:14-27)

37ວັນ​ໜ້າ​ມາ, ເມື່ອ​ພຣະ­ອົງ​ສະ­ເດັດ​ພ້ອມ­ກັບ​ພວກ​ສາ­ວົກ​ລົງ­ມາ​ຈາກ​ພູ​ແລ້ວ ປະ­ຊາ­ຊົນ​ຈຳ­ນວນ­ຫລາຍ​ໄດ້​ມາ​ພົບ​ພຣະ­ອົງ.38ແລະ​ດັ່ງ­ນີ້, ມີ​ຊາຍ​ຄົນ​ໜຶ່ງ​ໃນ​ໝູ່​ປະ­ຊາ­ຊົນ​ນັ້ນ​ຮ້ອງ​ຂຶ້ນ​ວ່າ, “ອາ­ຈານ­ເອີຍ, ຂໍ​ໂຜດ​ເບິ່ງ​ລູກ­ຊາຍ​ຂ້າ­ນ້ອຍ​ແດ່­ທ້ອນ ເພາະ​ຂ້າ­ນ້ອຍ​ມີ​ແຕ່​ລູກ​ຄົນ​ດຽວ.39ເບິ່ງ​ແມ! ມີ​ຜີ­ຮ້າຍ​ກຸມ​ຕົວ​ເດັກ­ນ້ອຍ ມັນ​ກໍ​ຮ້ອງ​ຂຶ້ນ​ທັນ­ທີ, ເຮັດ­ໃຫ້​ເດັກ­ນ້ອຍ​ຊັກ​ດີ້ນ, ນ້ຳ­ລາຍ​ຟູມ​ປາກ, ແລະ​ໃຫ້​ຕົວ​ເດັກ­ນ້ອຍ​ຟົກ​ຊ້ຳ​ໄປ ແລ້ວ​ອອກ​ມາ​ຈາກ​ມັນ​ບໍ່­ໄດ້​ງ່າຍ.40ຂ້າ­ນ້ອຍ​ໄດ້​ຂໍ​ໃຫ້​ພວກ​ສາ­ວົກ​ຂອງ​ທ່ານ​ຂັບ­ໄລ່​ຜີ​ນັ້ນ​ອອກ​ເສຍ ແຕ່​ເຂົາ​ເຮັດ​ບໍ່­ໄດ້.”41ພຣະ­ເຢ­ຊູ​ຊົງ​ຕອບ​ວ່າ, “ໂອ​ຄົນ​ໃນ​ສະ­ໄໝ​ທີ່​ຂາດ​ຄວາມ­ເຊື່ອ ແລະ​ຊົ່ວ­ຊ້າ​ເຮີຍ, ເຮົາ​ຈະ​ຕ້ອງ​ຢູ່​ກັບ​ເຈົ້າ​ທັງ­ຫລາຍ​ແລະ​ອົດ­ທົນ​ກັບ​ພວກ​ເຈົ້າ​ເຫິງ​ປານ­ໃດ ຈົ່ງ​ພາ​ລູກ​ຂອງ​ທ່ານ​ມາ​ນີ້​ສາ!”.42ເມື່ອ​ເດັກ­ນ້ອຍ​ນັ້ນ​ກຳ­ລັງ​ມາ ຜີ​ໄດ້​ເຮັດ­ໃຫ້​ມັນ​ລົ້ມ​ກິ້ງ­ເກືອກ​ໄປ​ມາ ແຕ່​ພຣະ­ເຢ­ຊູ​ຊົງ​ກ່າວ​ຊຳ­ລະ​ຜີ​ຖ່ອຍ​ຮ້າຍ​ນັ້ນ ແລະ​ຊົງ​ເຮັດ­ໃຫ້​ເດັກ­ນ້ອຍ​ດີ​ແລ້ວ​ສົ່ງ​ຄືນ​ໃຫ້​ພໍ່​ມັນ.

43ແລະ​ຄົນ​ທັງ­ປວງ​ກໍ​ງຶດ​ປະ­ຫລາດ​ໃຈ​ດ້ວຍ​ອາ­ນຸ­ພາບ​ອັນ​ໃຫຍ່​ຂອງ​ພຣະ­ເຈົ້າ.

ຊົງ​ທຳ­ນວາຍ​ອີກ​ເຖິງ​ມໍ­ລະ­ນະ​ພາບ​ຂອງ​ພຣະ­ອົງ

(ມທ. 17:22-23; ມຣກ. 9:30-32)

ແຕ່​ເມື່ອ​ເຂົາ​ທັງ­ຫລາຍ​ຍັງ​ປະ­ຫລາດ​ໃຈ​ຢູ່​ດ້ວຍ​ເຫດ­ການ​ທັງ­ປວງ​ທີ່​ພຣະ­ເຢ­ຊູ​ຊົງ­ກະ­ທຳ​ນັ້ນ ພຣະ­ອົງ​ຈິ່ງ​ຊົງ​ກ່າວ​ກັບ​ພວກ​ສາ­ວົກ​ຂອງ­ຕົນ​ວ່າ,44“ທ່ານ​ທັງ­ຫລາຍ​ຈົ່ງ​ໃຫ້​ຄຳ​ເຫລົ່າ­ນີ້​ເຂົ້າ​ໃນ​ຫູ​ຂອງ​ທ່ານ ເພາະ­ວ່າ​ບຸດ​ມະ­ນຸດ​ຈະ​ຕ້ອງ​ຖືກ​ມອບ​ໄວ້​ໃນ​ມື​ມະ­ນຸດ.”45ແຕ່​ຖ້ອຍ­ຄຳ​ເຫລົ່າ­ນັ້ນ​ພວກ​ສາ­ວົກ​ບໍ່­ໄດ້­ເຂົ້າ​ໃຈ ເພາະ​ຖືກ​ຊົງ​ບັງ​ໄວ້​ຈາກ​ເຂົາ ເພື່ອ​ເຂົາ​ຈະ​ບໍ່​ສັງ­ເກດ​ຮູ້​ໄດ້ ແລະ​ເຂົາ​ບໍ່​ກ້າ​ຖາມ​ພຣະ­ອົງ​ເຖິງ​ຄຳ​ນັ້ນ.

ໃຜ​ເປັນ​ໃຫຍ່

(ມທ. 18:1-5; ມຣກ. 9:33-37)

46ແລ້ວ​ໄດ້​ເກີດ​ການ​ຖົກ​ຖຽງ­ກັນ​ຂຶ້ນ​ໃນ​ລະ­ຫວ່າງ​ພວກ​ສາ­ວົກ ວ່າ​ໃຜ​ຈະ​ເປັນ​ໃຫຍ່​ກວ່າ​ໝູ່.47ຝ່າຍ​ພຣະ­ເຢ­ຊູ​ຊົງ​ຊາບ​ຄວາມ​ຄຶດ​ໃນ​ໃຈ​ຂອງ​ເຂົາ ຈິ່ງ​ຊົງ​ໃຫ້​ເດັກ­ນ້ອຍ​ຄົນ​ໜຶ່ງ​ມາ​ຢືນ­ຢູ່​ໃກ້​ພຣະ­ອົງ.48ແລ້ວ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ຖ້າ​ຜູ້­ໃດ​ຈະ​ຮັບ​ເອົາ​ເດັກ­ນ້ອຍ​ຄົນ​ນີ້​ໃນ​ນາມ​ຂອງ​ເຮົາ ຜູ້­ນັ້ນ​ກໍ​ໄດ້­ຮັບ​ເຮົາ ແລະ​ຜູ້­ໃດ​ຮັບ​ເຮົາ ຜູ້­ນັ້ນ​ກໍ​ຮັບ​ພຣະ­ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ ເພາະ­ວ່າ​ໃນ​ພວກ​ທ່ານ ຜູ້­ໃດ​ເປັນ​ຜູ້​ນ້ອຍ​ກວ່າ​ໝູ່ ຜູ້­ນັ້ນ​ແຫລະ, ເປັນ​ຜູ້­ໃຫຍ່.”

ຜູ້­ໃດ​ບໍ່​ຕໍ່­ສູ້​ທ່ານ​ກໍ​ເປັນ​ຝ່າຍ​ທ່ານ

(ມຣກ. 9:38-40)

49ຝ່າຍ​ໂຢ­ຮັນ​ທູນ​ພຣະ­ອົງ​ວ່າ, “ອາ­ຈານ​ເຈົ້າ​ເອີຍ, ພວກ​ຂ້າ­ນ້ອຍ​ໄດ້​ເຫັນ​ຄົນ​ຜູ້​ໜຶ່ງ​ຂັບ­ໄລ່​ຜີ​ອອກ​ໃນ​ນາມ​ຂອງ​ທ່ານ ແລະ​ພວກ​ຂ້າ­ນ້ອຍ​ໄດ້​ຫ້າມ​ຄົນ​ນັ້ນ​ເສຍ ເພາະ​ເພິ່ນ​ບໍ່​ຮ່ວມ​ຕິດ­ຕາມ​ພຣະ­ອົງ​ກັບ​ພວກ​ຂ້າ­ນ້ອຍ.”50ພຣະ­ເຢ­ຊູ​ຊົງ​ຕອບ​ໂຢ­ຮັນ​ວ່າ, “ຢ່າ​ຫ້າມ​ເທາະ ເພາະ­ວ່າ​ຜູ້­ໃດ​ບໍ່​ຕໍ່­ສູ້​ພວກ​ທ່ານ​ກໍ​ເປັນ​ຝ່າຍ​ທ່ານ​ແລ້ວ.”

ຊາວ​ຊາ­ມາ­ເຣຍ​ບ້ານ​ໜຶ່ງ​ບໍ່­ຍອມ​ຕ້ອນ­ຮັບ​ພຣະ­ເຢ­ຊູ

51ຄັນ​ຈວນ​ເວ­ລາ​ທີ່​ພຣະ­ອົງ​ຈະ​ຊົງ​ຖືກ​ຮັບ​ຂຶ້ນ​ເມື່ອ­ນັ້ນ ພຣະ­ອົງ​ຊົງ​ຕັ້ງ​ພຣະ­ໄທ​ແນ້ວ­ແນ່​ຈະ​ໄປ​ສູ່​ກຸງ​ເຢ­ຣູ­ຊາ­ເລັມ.52ແລະ​ພຣະ­ອົງ​ໄດ້​ຊົງ​ໃຊ້​ຜູ້­ຮັບ­ໃຊ້​ໄປ​ກ່ອນ​ໜ້າ​ພຣະ­ອົງ ເມື່ອ​ຜູ້­ຮັບ­ໃຊ້​ນັ້ນ​ໄປ​ແລ້ວ ເຂົາ​ກໍ​ເຂົ້າ­ໄປ​ໃນ​ບ້ານ​ໜຶ່ງ​ຂອງ​ຊາວ​ຊາ­ມາ­ເຣຍ ເພື່ອ​ຈັດ­ແຈງ​ໄວ້​ສຳ­ລັບ​ພຣະ­ອົງ.53ແຕ່​ຊາວ­ບ້ານ​ນັ້ນ​ບໍ່­ໄດ້​ຕ້ອນ­ຮັບ​ພຣະ­ອົງ ເພາະ​ພຣະ­ອົງ​ຊົງ​ຕັ້ງ​ພຣະ­ພັກ​ຈະ​ໄປ​ສູ່​ກຸງ​ເຢ­ຣູ­ຊາ­ເລັມ.54ເມື່ອ​ສາ­ວົກ​ຂອງ​ພຣະ­ອົງ ຄື​ຢາ­ໂກ­ໂບ​ແລະ​ໂຢ­ຮັນ ໄດ້​ເຫັນ​ດັ່ງ­ນັ້ນ ເຂົາ​ຈິ່ງ​ທູນ​ວ່າ, “ນາຍ​ເອີຍ, ທ່ານ​ປະ­ສົງ​ຢາກ​ໃຫ້​ຂ້າ­ນ້ອຍ​ບອກ​ໃຫ້​ໄຟ​ລົງ­ມາ​ຈາກ​ສະ­ຫວັນ ເພື່ອ​ເຜົາ​ຜານ​ເຂົາ​ເສຍ​ຫລື!”.55ແຕ່​ພຣະ­ອົງ​ຊົງ​ຫລຽວ​ໄປ​ຫ້າມ​ປາມ​ເຂົາ​ທັງ​ສອງ [ແລະ​ຊົງ​ກ່າວ​ວ່າ, “ທ່ານ​ບໍ່​ຮູ້­ວ່າ​ທ່ານ​ມີ​ຈິດ­ໃຈ​ແນວ­ໃດ ເພາະ­ວ່າ​ບຸດ​ມະ­ນຸດ​ບໍ່­ໄດ້​ມາ​ເພື່ອ​ທຳ­ລາຍ​ຊີ­ວິດ​ມະ­ນຸດ ແຕ່​ມາ​ເພື່ອ​ໂຜດ­ໃຫ້​ເຂົາ​ພົ້ນ.”]56ແລະ​ພຣະ­ອົງ​ໄດ້​ສະ­ເດັດ​ພ້ອມ­ກັບ​ພວກ​ສາ­ວົກ​ເຂົ້າ­ໄປ­ສູ່​ບ້ານ​ອື່ນ.

ຜູ້​ສະ­ໝັກ​ຈະ​ຕາມ​ພຣະ­ອົງ​ໄປ

(ມທ. 8:19-22)

57ຂະ­ນະ​ທີ່​ພຣະ­ອົງ​ກຳ­ລັງ​ສະ­ເດັດ​ໄປ​ຕາມ​ທາງ​ພ້ອມ­ກັບ​ພວກ​ສາ­ວົກ ມີ­ຄົນ​ໜຶ່ງ​ມາ​ທູນ​ວ່າ, “ທ່ານ​ຈະ​ໄປ​ທີ່​ໃດ​ຂ້າ­ນ້ອຍ​ຈະ​ຕິດ­ຕາມ​ທ່ານ​ໄປ​ທີ່​ນັ້ນ.”58ພຣະ­ເຢ­ຊູ​ຊົງ​ຕອບ​ຜູ້­ນັ້ນ​ວ່າ, “ໝາ​ຈິກ­ຈອກ​ກໍ​ມີ​ຮູ​ແລະ​ນົກ​ປ່າ​ກໍ​ຍັງ­ມີ​ຮັງ ແຕ່​ບຸດ​ມະ­ນຸດ​ບໍ່­ມີ​ບ່ອນ​ຈະ​ວາງ​ຫົວ​ລົງ.”59ພຣະ­ອົງ​ຊົງ​ກ່າວ​ກັບ​ຄົນ​ໜຶ່ງ​ອີກ­ວ່າ, “ຈົ່ງ​ຕາມ​ເຮົາ​ມາ” ຄົນ​ນັ້ນ​ທູນ​ຕອບ​ວ່າ, “[ນາຍ​ເອີຍ,] ຂໍ​ໂຜດ​ອະ­ນຸ­ຍາດ​ໃຫ້​ຂ້າ­ນ້ອຍ​ໄປ​ຝັງ​ສົບ​ພໍ່​ຂອງ​ຂ້າ­ນ້ອຍ​ເສຍ­ກ່ອນ.”60ພຣະ­ອົງ​ຊົງ​ຕອບ​ຜູ້­ນັ້ນ​ວ່າ, “ຈົ່ງ​ປະ​ໃຫ້​ຄົນ​ຕາຍ​ຝັງ​ກັນ​ເອງ​ເທາະ​ແຕ່​ສ່ວນ​ທ່ານ, ຈົ່ງ​ໄປ​ປະ­ກາດ​ລາ­ຊະ­ອາ­ນາ­ຈັກ​ຂອງ​ພຣະ­ເຈົ້າ.”61ອີກ​ຄົນ​ໜຶ່ງ​ທູນ​ວ່າ, “ນາຍ​ເອີຍ, ຂ້າ­ນ້ອຍ​ຈະ​ຕາມ​ທ່ານ​ໄປ ແຕ່​ຂໍ­ອະ­ນຸ­ຍາດ​ໃຫ້​ຂ້າ­ນ້ອຍ​ໄປ​ລາ​ໄທ­ເຮືອນ​ຂອງ​ຂ້າ­ນ້ອຍ​ກ່ອນ.”62ພຣະ­ເຢ­ຊູ​ຊົງ​ບອກ​ຜູ້­ນັ້ນ​ວ່າ, “ຜູ້­ໃດ​ເອົາ​ມື​ຈັບ​ງ້ອນ​ໄຖ​ແລ້ວ​ຫລຽວ​ຄືນ​ຫລັງ ຜູ້­ນັ້ນ​ບໍ່​ສົມ­ຄວນ​ກັບ​ລາ­ຊະ­ອາ­ນາ­ຈັກ​ຂອງ​ພຣະ­ເຈົ້າ.”