ເຄື່ອງ­ບູ­ຊາ​ໄຖ່​ການ​ລະ­ເມີດ

1“ຖ້າ​ຜູ້­ໃດ​ເຮັດ​ຄວາມ​ຜິດ­ບາບ​ຍ້ອນ​ໄດ້­ຍິນ​ສຽງ​ຄຳ­ສາ­ບານ ແລະ​ເປັນ​ພະ­ຍານ ຈຶ່ງ​ປິດ­ບັງ​ສິ່ງ​ເຫລົ່າ­ນັ້ນ​ທີ່​ຕົນ​ໄດ້​ເຫັນ ຫລື​ຮູ້­ຈັກ ແລະ​ເຖິງ­ວ່າ​ລາວ​ຈະ​ເປັນ​ພະ­ຍານ​ໂດຍ​ທີ່​ລາວ​ເຫັນ ຫລື​ຮູ້​ເລື່ອງ​ກໍ​ຕາມ ແຕ່​ລາວ​ບໍ່­ຍອມ​ໃຫ້­ການ​ເປັນ​ພະ­ຍານ ລາວ​ຕ້ອງ​ຮັບ­ໂທດ​ຕາມ​ຄວາມ​ຊົ່ວ­ຊ້າ​ຂອງ​ລາວ2ຫລື​ຜູ້​ໜຶ່ງ​ຜູ້­ໃດ​ແຕະ­ຕ້ອງ​ສິ່ງ​ທີ່​ເປັນ​ມົນ­ທິນ ຈະ​ເປັນ​ຊາກ​ສັດ­ປ່າ​ທີ່​ເປັນ​ມົນ­ທິນ ຫລື​ຊາກ​ສັດ­ລ້ຽງ​ທີ່​ເປັນ​ມົນ­ທິນ ຫລື​ຊາກ​ສັດ­ເລືອ­ຄານ​ທີ່​ເປັນ​ມົນ­ທິນ ໂດຍ​ບໍ່​ທັນ​ຮູ້​ຕົວ ລາວ​ຈຶ່ງ​ເປັນ​ຄົນ​ມີ​ມົນ­ທິນ ລາວ­ກໍ​ມີ​ຄວາມ​ຜິດ3ຫລື​ຖ້າ​ລາວ​ແຕະ­ຕ້ອງ​ສິ່ງ​ອັນ​ເປັນ​ມົນ­ທິນ​ຂອງ​ຄົນ​ຈະ​ເປັນ​ສິ່ງ­ໃດໆ​ກໍ​ຕາມ ຊຶ່ງ​ເປັນ​ມົນ­ທິນ ອັນ​ເປັນ​ສິ່ງ​ທີ່​ເຮັດ­ໃຫ້​ຄົນ​ນັ້ນ​ເປັນ​ມົນ­ທິນ ໂດຍ​ລາວ​ບໍ່​ຮູ້​ຕົວ ເມື່ອ​ລາວ​ຮູ້​ແລ້ວ ລາວ­ກໍ​ມີ​ຄວາມ​ຜິດ4ຫລື​ຖ້າ​ຄົນ​ໜຶ່ງ​ຄົນ​ໃດ​ໄດ້​ກ່າວ​ຄຳ­ສາ­ບານ​ໂລໆ​ເລໆ​ວ່າ​ຈະ​ເຮັດ​ຊົ່ວ ຫລື​ດີ ໄດ້​ກ່າວ​ຄຳ­ສາ­ບານ​ໃດໆ​ກໍ​ຕາມ ແລະ​ລາວ​ເຮັດ​ໂດຍ​ບໍ່​ທັນ​ຮູ້​ຕົວ ເມື່ອ​ລາວ​ຮູ້­ສຶກ​ແລ້ວ ລາວ­ກໍ​ມີ​ຄວາມ​ຜິດ5ເມື່ອ​ຜູ້​ໜຶ່ງ​ຜູ້­ໃດ​ເຮັດ​ຄວາມ​ຜິດ​ໃດໆ​ທີ່​ກ່າວ​ມາ​ນີ້ ກໍ​ໃຫ້​ລາວ​ສາ­ລະ­ພາບ​ຄວາມ​ຜິດ​ທີ່​ລາວ​ໄດ້​ເຮັດ6ແລະ​ໃຫ້​ລາວ​ເອົາ​ເຄື່ອງ­ບູ­ຊາ​ໄຖ່​ຄວາມ​ຜິດ­ບາບ​ມາ​ຖວາຍ​ແດ່​ພຣະ­ຜູ້­ເປັນ­ເຈົ້າ ເພາະ​ບາບ​ຊຶ່ງ​ລາວ​ໄດ້​ເຮັດ​ນັ້ນ ເຄື່ອງ­ບູ­ຊາ​ຈະ​ເປັນ​ສັດ​ໂຕ​ແມ່​ຈາກ​ຝູງ ຄື​ລູກ​ແກະ ຫລື​ລູກ​ແບ້ ກໍ​ເປັນ​ເຄື່ອງ­ບູ­ຊາ​ໄຖ່​ບາບ​ໄດ້ ແລະ​ປະ­ໂລ­ຫິດ​ຈະ​ເຮັດ­ການ​ໄຖ່​ບາບ​ແທນ​ຜູ້​ທີ່​ເຮັດ​ຜິດ​ນັ້ນ

7ຖ້າ​ລາວ​ບໍ່​ສາ­ມາດ​ຖວາຍ​ລູກ​ແກະ​ໂຕ​ໜຶ່ງ ກໍ​ໃຫ້​ລາວ​ເອົາ​ນົກ­ເຂົາ​ສອງ​ໂຕ ຫລື​ນົກ­ກາງ­ແກ​ໜຸ່ມ​ສອງ​ໂຕ ມາ​ເປັນ​ເຄື່ອງ​ຖວາຍ​ພຣະ­ຜູ້­ເປັນ­ເຈົ້າ ໄຖ່​ຄວາມ​ຜິດ­ບາບ​ທີ່​ຕົນ​ໄດ້​ເຮັດ ນົກ​ໂຕ​ໜຶ່ງ​ເປັນ​ເຄື່ອງ­ບູ­ຊາ​ໄຖ່​ບາບ ແລະ​ນົກ​ອີກ​ໂຕ​ໜຶ່ງ​ເປັນ​ເຄື່ອງ​ເຜົາ​ບູ­ຊາ​ດ້ວຍ​ໄຟ8ໃຫ້​ລາວ​ເອົາ​ນົກ​ທັງ​ສອງ​ໂຕ​ມາ​ໃຫ້​ປະ­ໂລ­ຫິດ ປະ­ໂລ­ຫິດ​ຈະ​ຖວາຍ​ນົກ​ໂຕ​ໜຶ່ງ​ເປັນ​ເຄື່ອງ­ບູ­ຊາ​ໄຖ່​ບາບ​ກ່ອນ ໃຫ້​ລາວ​ບິດ​ຫົວ​ນົກ​ຫລຸດ​ອອກ­ຈາກ​ຄໍ​ແຕ່​ຢ່າ​ໃຫ້​ຂາດ.9ແລະ​ປະ­ໂລ­ຫິດ​ຈະ​ເອົາ​ເລືອດ​ຂອງ​ເຄື່ອງ­ບູ­ຊາ​ໄຖ່​ບາບ​ມາ​ຊິດ​ໃສ່​ຂ້າງ​ແທ່ນ​ບູ­ຊາ ສ່ວນ​ເລືອດ​ທີ່​ເຫລືອ​ຢູ່​ນັ້ນ ໃຫ້​ໄຫລ​ອອກ­ຈາກ​ຫີນ​ແທ່ນ ນີ້­ແມ່ນ​ເຄື່ອງ­ບູ­ຊາ​ໄຖ່​ບາບ10ແລ້ວ​ລາວ​ຈະ​ຖວາຍ​ນົກ​ໂຕ​ທີ​ສອງ​ເປັນ​ເຄື່ອງ​ເຜົາ​ບູ­ຊາ​ຕາມ​ກົດ­ໝາຍ ແລະ​ປະ­ໂລ­ຫິດ​ຈະ​ເຮັດ­ການ​ໄຖ່​ໂທດ​ທີ່​ລາວ​ໄດ້​ເຮັດ​ໄປ ແລະ​ລາວ​ຈະ​ໄດ້­ຮັບ​ການ​ອະ­ໄພ­ໂທດ

11ແຕ່​ຖ້າ​ລາວ​ບໍ່​ສາ­ມາດ​ທີ່​ຈະ​ເອົາ​ນົກ­ເຂົາ​ສອງ​ໂຕ ຫລື​ນົກ­ກາງ­ແກ​ໜຸ່ມ​ສອງ​ໂຕ​ມາ ກໍ​ໃຫ້​ລາວ​ເອົາ​ເຄື່ອງ­ບູ­ຊາ​ໄຖ່​ບາບ ຊຶ່ງ​ລາວ​ໄດ້​ເຮັດ​ນັ້ນ​ມາ ຄື​ຍອດ​ແປ້ງ​ໜຶ່ງ​ໃນ​ສິບ​ເອ­ຟາ​ເອົາ​ມາ​ເປັນ​ເຄື່ອງ­ບູ­ຊາ​ໄຖ່​ບາບ ຢ່າ​ໃສ່​ນ້ຳ­ມັນ ຫລື​ໃສ່­ເຄື່ອງ​ກຳ­ຍານ​ໃນ​ແປ້ງ ເພາະ​ເປັນ​ເຄື່ອງ­ບູ­ຊາ​ໄຖ່​ບາບ12ໃຫ້​ລາວ​ເອົາ​ແປ້ງ​ເຂົ້າ​ມາ​ໃຫ້​ປະ­ໂລ­ຫິດ ແລະ​ປະ­ໂລ­ຫິດ​ຈະ​ເອົາ​ແປ້ງ​ເຂົ້າ­ກຳ​ມື​ໜຶ່ງ​ເປັນ​ສ່ວນ​ທີ່​ລະ­ນຶກ ແລະ​ເຜົາ ເທິງ​ແທ່ນ​ບູ­ຊາ​ຄື​ກັບ​ເຄື່ອງ​ເຜົາ​ບູ­ຊາ​ດ້ວຍ​ໄຟ​ຖວາຍ​ແດ່​ພຣະ­ຜູ້­ເປັນ­ເຈົ້າ ເປັນ​ເຄື່ອງ­ບູ­ຊາ​ໄຖ່​ບາບ13ແລະ​ປະ­ໂລ­ຫິດ​ຈະ​ເຮັດ­ການ​ໄຖ່​ບາບ​ຂອງ​ລາວ​ເພາະ​ບາບ​ທີ່​ລາວ​ໄດ້​ເຮັດ​ໃນ​ເລື່ອງ​ໃດ​ເລື່ອງ​ໜຶ່ງ​ທີ່​ກ່າວ​ມາ​ນີ້ ແລະ​ລາວ​ຈະ​ໄດ້­ຮັບ​ການ­ອະ­ໄພ ແລະ​ສ່ວນ​ທີ່​ເຫລືອ­ນັ້ນ​ຈະ​ເປັນ​ຂອງ​ປະ­ໂລ­ຫິດ ເຊັ່ນ​ດຽວ​ກັບ​ເຄື່ອງ​ຖວາຍ​ເພື່ອ​ຄວາມ​ສາ­ມັກ­ຄີ­ທຳ”

14ພຣະ­ຜູ້­ເປັນ­ເຈົ້າ​ກ່າວ​ກັບ​ໂມ­ເຊ​ວ່າ:15“ຖ້າ​ຜູ້­ໃດ​ເຮັດ­ການ​ບໍ່­ສັດ­ຊື່ ແລະ​ເຮັດ​ບາບ​ໂດຍ​ບໍ່​ຮູ້​ຕົວ​ໃນ​ເລື່ອງ​ຂອງ​ຄວາມ​ບໍ­ລິ­ສຸດ​ແຫ່ງ​ພຣະ­ຜູ້­ເປັນ­ເຈົ້າ ໃຫ້​ຜູ້­ນັ້ນ​ເອົາ​ແກະ​ໂຕ​ຜູ້​ທີ່​ດີ​ທີ່­ສຸດ​ຈາກ​ຝູງ​ເປັນ​ເຄື່ອງ­ບູ­ຊາ​ໄຖ່​ຄວາມ​ຜິດ­ບາບ​ຖວາຍ​ແດ່​ພຣະ­ຜູ້­ເປັນ­ເຈົ້າ ໃຫ້​ເຈົ້າ​ຕີ­ລາ­ຄາ​ເປັນ​ເງິນ​ເຊ​ເຂ​ຕາມ​ເຊ​ເຂ​ຂອງ​ສະ­ຖານ­ທີ່​ບໍ­ລິ­ສຸດ ເປັນ​ເຄື່ອງ­ບູ­ຊາ​ໄຖ່​ຄວາມ​ຜິດ­ບາບ16ແລະ​ໃຫ້​ຜູ້­ນັ້ນ​ເອົາ​ມາ​ໃຊ້​ແທນ​ຂອງ​ບໍ­ລິ­ສຸດ​ທີ່​ຂາດ​ໄປ ແລະ​ເພີ່ມ​ອີກ​ໜຶ່ງ​ໃນ​ຫ້າ​ຂອງ​ລາ­ຄາ​ສິ່ງ​ທີ່​ຂາດ​ໄປ­ນັ້ນ​ມາ​ມອບ​ໃຫ້​ແກ່​ປະ­ໂລ­ຫິດ ແລະ ປະ­ໂລ­ຫິດ​ຈະ​ເຮັດ­ການ​ໄຖ່​ໂທດ​ຂອງ​ລາວ​ດ້ວຍ​ແກະ​ຜູ້​ທີ່​ຖວາຍ​ເປັນ​ເຄື່ອງ ບູ­ຊາ​ໄຖ່​ຄວາມ​ຜິດ­ບາບ ແລະ​ລາວ​ຈະ​ໄດ້­ຮັບ​ການ​ອະ­ໄພ­ໂທດ

17ຖ້າ​ຜູ້­ໃດ​ເຮັດ​ຜິດ ຄື​ເຮັດ​ສິ່ງ​ທີ່​ພຣະ­ຜູ້­ເປັນ­ເຈົ້າ​ໄດ້​ບັນ­ຊາ​ບໍ່­ໃຫ້​ເຮັດ ເຖິງ­ແມ່ນ­ວ່າ​ລາວ​ເຮັດ​ໂດຍ​ບໍ່​ຮູ້​ຕົວ ລາວ­ກໍ​ມີ​ຄວາມ​ຜິດ ຈະ​ຕ້ອງ​ຮັບ­ໂທດ​ຕາມ​ຄວາມ​ຊົ່ວ­ຊ້າ​ຂອງ​ລາວ18ໃຫ້​ຜູ້­ນັ້ນ​ເອົາ​ແກະ​ໂຕ​ຜູ້​ທີ່​ດີ​ທີ່­ສຸດ​ຈາກ​ຝູງ​ມາ​ໃຫ້​ປະ­ໂລ­ຫິດ ໃຫ້​ເຈົ້າ​ຕີ­ລາ­ຄາ​ເປັນ​ລາ­ຄາ​ເຄື່ອງ­ບູ­ຊາ​ໄຖ່​ຄວາມ​ຜິດ­ບາບ ແລະ​ໃຫ້​ປະ­ໂລ­ຫິດ​ເຮັດ­ການ​ໄຖ່​ໂທດ​ຂອງ​ລາວ​ຕາມ​ຄວາມ​ຜິດ​ທີ່​ລາວ​ໄດ້​ເຮັດ​ໂດຍ​ບໍ່­ໄດ້​ເຈດ­ຕະ­ນາ ແລະ​ລາວ​ຈະ​ໄດ້­ຮັບ​ການ​ອະ­ໄພ­ໂທດ19ເປັນ​ເຄື່ອງ­ບູ­ຊາ​ໄຖ່​ຄວາມ​ຜິດ ເພາະ​ລາວ​ໄດ້​ເຮັດ​ຄວາມ​ຜິດ​ຕໍ່​ພຣະ­ຜູ້­ເປັນ­ເຈົ້າ”