ພຣະ­ເຢ­ຊູ​ຊົງ​ໂຜດ​ຄົນ​ໜຶ່ງ​ຊຶ່ງ​ຕາ­ບອດ​ແຕ່​ກຳ­ເນີດ

1ເມື່ອ​ພຣະ­ເຢ­ຊູ​ກຳ­ລັງ​ສະ­ເດັດ​ໄປ​ຊົງ​ເຫັນ​ຊາຍ​ຄົນ​ໜຶ່ງ​ຕາ­ບອດ​ແຕ່​ກຳ­ເນີດ.2ພວກ​ສາ­ວົກ​ຂອງ​ພຣະ­ອົງ​ທູນ​ຖາມ​ພຣະ­ອົງ​ວ່າ, “ອາ­ຈານ​ເຈົ້າ­ຂ້າ​ເອີຍ, ຜູ້­ໃດ​ໄດ້​ເຮັດ​ຜິດ­ບາບ​ຄົນ​ນີ້​ຫລື​ພໍ່​ແມ່​ຂອງ­ຕົນ ລາວ​ຈຶ່ງ​ເກີດ​ມາ​ຕາ­ບອດ.”3ພຣະ­ເຢ­ຊູ​ຊົງ​ຕອບ​ວ່າ, “ບໍ່­ແມ່ນ​ຄົນ​ນີ້​ຫລື​ພໍ່​ແມ່​ຂອງ­ຕົນ​ໄດ້​ເຮັດ​ບາບ ແຕ່​ເກີດ​ມາ​ເພື່ອ​ໃຫ້​ພຣະ­ລາ­ຊະ­ກິດ​ຂອງ​ພຣະ­ເຈົ້າ​ປະ­ກົດ​ໃນ​ຕົວ​ຄົນ​ນີ້.4ເມື່ອ​ຍັງ​ເວັນ​ຢູ່​ເຮົາ​ທັງ­ຫລາຍ​ຕ້ອງ​ເຮັດ​ພຣະ­ລາ­ຊະ­ກິດ​ຂອງ​ພຣະ­ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ ເວ­ລາ​ກາງ­ຄືນ​ກໍ​ຈະ​ໄດ້​ມາ​ເຖິງ ຄື​ເວ­ລາ​ທີ່​ບໍ່­ມີ​ຜູ້­ໃດ​ອາດ​ເຮັດ­ການ​ໄດ້.5ຕາບ­ໃດ​ເຮົາ​ຍັງ​ຢູ່­ໃນ​ໂລກ​ເຮົາ​ກໍ​ເປັນ­ຄວາມ​ສະ­ຫວ່າງ​ຂອງ​ໂລກ.”6ເມື່ອ​ຊົງ​ກ່າວ​ດັ່ງ​ນັ້ນ­ແລ້ວ ພຣະ­ອົງ​ຊົງ​ຖົ່ມ­ນ້ຳ­ລາຍ​ລົງ​ດິນ ແລະ​ຊົງ​ເຮັດ­ໃຫ້​ດິນ​ເປັນ​ຕົມ​ດ້ວຍ​ນ້ຳ­ລາຍ​ນັ້ນ ແລ້ວ​ຊົງ​ເອົາ​ຕົມ​ນັ້ນ​ທາ​ຕາ​ຂອງ​ຄົນ​ຕາ­ບອດ,7ກັບ​ທັງ​ຊົງ​ກ່າວ​ຕໍ່​ຄົນ​ນັ້ນ​ວ່າ, “ຈົ່ງ​ໄປ​ລ້າງ​ເສຍ​ທີ່​ສະ​ຊີ­ໂລ­ອາມ” (ຊຶ່ງ​ແປ​ວ່າ ໃຊ້​ໄປ) ລາວ​ຈຶ່ງ​ໄປ​ລ້າງ​ແລ້ວ​ກັບ​ມາ​ກໍ​ເຫັນ­ຮຸ່ງ​ໄດ້.

8ເຫດ​ສັນ­ນັ້ນ​ພວກ​ຄົນ​ໃກ້­ຄຽງ ແລະ​ຄົນ­ທີ່​ເຄີຍ​ເຫັນ​ລາວ​ເປັນ​ຄົນ​ຂໍ­ທານ​ຢູ່​ແຕ່­ກ່ອນ ຈຶ່ງ​ເວົ້າ​ກັນ​ວ່າ, “ຜູ້​ນີ້​ບໍ່­ແມ່ນ​ຄົນ­ທີ່​ເຄີຍ​ນັ່ງ​ຂໍ­ທານ​ນັ້ນ​ຫລື.”9ບາງ​ຄົນ​ຕອບ​ວ່າ, “ແມ່ນ​ຄົນ​ນັ້ນ​ແຫລະ” ແຕ່​ຄົນ​ອື່ນ​ກໍ​ວ່າ, “ບໍ່​ແມ່ນ­ແຕ່​ລາວ​ເໝືອນ​ຄົນ​ນັ້ນ” ສ່ວນ​ຄົນ​ນັ້ນ​ເອງ​ກໍ​ບອກ­ວ່າ,” ເຮົາ​ນີ້­ແມ່ນ​ຄົນ​ນັ້ນ​ແຫລະ.”10ເຂົາ​ຈຶ່ງ​ຖາມ­ລາວ­ວ່າ, “ເປັນ​ຢ່າງ­ໃດ​ຕາ​ຂອງ​ເຈົ້າ​ຈຶ່ງ​ມືນ​ອອກ​ໄດ້.”11ຄົນ​ນັ້ນ​ໄດ້​ຕອບ​ວ່າ, “ຊາຍ​ຄົນ​ໜຶ່ງ​ຊື່­ວ່າ​ເຢ­ຊູ​ໄດ້​ເຮັດ​ຂີ້­ຕົມ​ທາ​ຕາ​ຂອງ​ເຮົາ ແລ້ວ​ບອກ​ເຮົາ​ວ່າ ‘ຈົ່ງ​ໄປ​ລ້າງ​ທີ່​ສະ​ຊີ­ໂລ­ອາມ’ ເຮົາ​ຈຶ່ງ​ໄປ​ລ້າງ​ແລ້ວ​ກໍ­ໄດ້​ເຫັນ­ຮຸ່ງ​ມາ.”12ເຂົາ​ຈຶ່ງ​ຖາມ­ວ່າ, “ຜູ້­ນັ້ນ​ຢູ່​ໃສ” ລາວ​ຕອບ​ວ່າ, “ເຮົາ​ບໍ່​ຮູ້.”

ພວກ​ຟາ­ຣີ­ຊາຍ​ສອບ­ຖາມ​ເລື່ອງ​ການ​ຊົງ​ໂຜດ​ຄົນ​ຕາ­ບອດ

13ເຂົາ​ຈຶ່ງ​ພາ​ຄົນ­ທີ່​ຕາ­ບອດ​ແຕ່​ກ່ອນ­ນັ້ນ​ໄປ​ຫາ​ພວກ​ຟາ­ຣີ­ຊາຍ.14ອັນ​ໜຶ່ງ, ວັນ­ທີ່​ພຣະ­ເຢ­ຊູ​ຊົງ​ເຮັດ​ຕົມ​ປືດ​ຕາ​ຄົນ​ນີ້­ແມ່ນ​ວັນ​ຊະ­ບາ­ໂຕ.15ເຫດ​ສັນ­ນັ້ນ​ພວກ​ຟາ­ຣີ­ຊາຍ​ຈຶ່ງ​ໄດ້​ຖາມ​ຜູ້­ນັ້ນ​ເໝືອນ​ກັນ​ວ່າ ເຮັດ​ແນວ­ໃດ​ຕົນ​ຈຶ່ງ​ເຫັນ­ຮຸ່ງ​ໄດ້ ສ່ວນ​ຜູ້­ນັ້ນ​ໄດ້​ບອກ​ເຂົາ​ວ່າ, “ເພິ່ນ​ໄດ້​ເອົາ​ຂີ້­ຕົມ​ທາ​ຕາ​ຂອງ​ຂ້າ­ນ້ອຍ ແລ້ວ​ຂ້າ­ນ້ອຍ​ໄດ້​ໄປ​ລ້າງ​ຈຶ່ງ​ເຫັນ­ຮຸ່ງ​ໄດ້.”

16ເຫດ​ສັນ­ນັ້ນ​ພວກ​ຟາ­ຣີ­ຊາຍ​ລາງ​ຄົນ​ເວົ້າ​ວ່າ, “ຄົນ​ນັ້ນ​ບໍ່­ໄດ້​ມາ​ຈາກ​ພຣະ­ເຈົ້າ​ເພາະ​ເພິ່ນ​ບໍ່​ຖື­ຮັກ­ສາ​ວັນ​ຊະ­ບາ­ໂຕ” ແຕ່​ຄົນ​ອື່ນ​ເວົ້າ​ວ່າ, “ຄົນ​ບາບ​ຈະ​ເຮັດ​ໝາຍ​ສຳ­ຄັນ​ແນວ​ນີ້​ໄດ້​ຢ່າງ­ໃດ” ແລະ​ເຂົາ​ກໍ​ແຕກ­ແຍກ​ບໍ່​ຖືກ­ຕ້ອງ​ກັນ.17ເຂົາ​ຈຶ່ງ​ຖາມ​ຄົນ​ຕາ­ບອດ​ອີກ­ວ່າ, “ເຈົ້າ­ເດ, ເຈົ້າ​ເວົ້າ​ຢ່າງ­ໃດ​ເລື່ອງ​ຄົນ​ນັ້ນ​ໃນ​ການ​ທີ່​ເພິ່ນ​ໄດ້​ປືດ​ຕາ​ຂອງ​ເຈົ້າ” ຜູ້­ນັ້ນ​ຕອບ​ວ່າ, “ທ່ານ​ເປັນ​ຜູ້­ປະ­ກາດ­ພຣະ­ທຳ.”

18ຝ່າຍ​ພວກ­ຢິວ​ບໍ່​ເຊື່ອ​ວ່າ ຊາຍ​ຄົນ​ນັ້ນ​ເປັນ­ຕາ​ບອດ​ແລະ​ກັບ​ເຫັນ­ຮຸ່ງ​ໄດ້ ຈົນ​ເຂົາ​ໄດ້​ເອີ້ນ​ພໍ່​ແມ່​ຂອງ​ຜູ້­ນັ້ນ​ມາ,19ແລ້ວ​ຖາມ­ວ່າ, “ຊາຍ​ຄົນ​ນີ້​ເປັນ​ລູກ​ຂອງ​ໝູ່​ເຈົ້າ​ຫລື ທີ່​ໝູ່​ເຈົ້າ​ເວົ້າ​ວ່າ​ເປັນ­ຕາ​ບອດ​ແຕ່​ກຳ­ເນີດ​ມາ ເປັນ​ຢ່າງ­ໃດ​ດຽວ­ນີ້​ລາວ​ຈຶ່ງ​ເຫັນ​ໄດ້.”20ພໍ່​ແມ່​ຂອງ​ຜູ້­ນັ້ນ​ຕອບ​ວ່າ, “ພວກ​ຂ້າ­ນ້ອຍ​ຮູ້­ວ່າ​ຜູ້​ນີ້​ເປັນ​ລູກ​ຂອງ​ຂ້າ­ນ້ອຍ​ແລະ​ຮູ້­ວ່າ​ລາວ​ເປັນ­ຕາ​ບອດ​ແຕ່​ກຳ­ເນີດ.21ແຕ່​ທີ່​ລາວ​ເຫັນ­ຮຸ່ງ​ໄດ້​ດຽວ­ນີ້​ນັ້ນ ພວກ​ຂ້າ­ນ້ອຍ​ກໍ​ບໍ່​ຮູ້​ແລະ​ບໍ່​ຮູ້­ວ່າ​ແມ່ນ​ຜູ້­ໃດ​ໄດ້​ປືດ​ຕາ​ຂອງ​ລາວ ຈົ່ງ​ຖາມ​ລາວ​ເອງ ອາ­ຍຸ​ລາວ­ກໍ​ພົ້ນ​ກະ­ສຽນ​ແລ້ວ ລາວ​ຄົງ​ເວົ້າ​ເລື່ອງ​ຕົນ­ເອງ​ໄດ້.”22ທີ່​ພໍ່​ແມ່​ຂອງ​ຜູ້­ນັ້ນ​ເວົ້າ​ດັ່ງ­ນີ້​ກໍ​ເພາະ​ເຂົາ​ຢ້ານ​ພວກ­ຢິວ ດ້ວຍ​ວ່າ​ພວກ­ຢິວ​ຕົກ­ລົງ​ກັນ​ແລ້ວ​ວ່າ ຖ້າ​ຜູ້­ໃດ​ຍອມ­ຮັບ​ຜູ້­ນັ້ນ​ເປັນ​ພຣະ­ຄຣິດ ຈະ​ຕ້ອງ​ຖືກ​ໄລ່​ອອກ­ຈາກ​ໂຮງ­ທຳ​ມະ​ເທດ​ສະ­ໜາ.23ເພາະ​ສັນ­ນັ້ນ​ພໍ່​ແມ່​ຂອງ​ລາວ​ຈຶ່ງ​ເວົ້າ​ວ່າ, “ຈົ່ງ​ຖາມ​ລາວ​ເອງ​ເພາະ​ອາ­ຍຸ​ລາວ­ກໍ​ພົ້ນ​ກະ­ສຽນ​ແລ້ວ.”

24ເຫດ​ສັນ­ນັ້ນ​ເຂົາ​ຈຶ່ງ​ເອີ້ນ​ຄົນ­ທີ່​ໄດ້​ເປັນ­ຕາ​ບອດ ນັ້ນ​ມາ​ເປັນ​ເທື່ອ​ທີ່​ສອງ ແລະ​ບອກ​ລາວ​ວ່າ, “ຈົ່ງ​ສັນ­ລະ­ເສີນ​ພຣະ­ເຈົ້າ

ໝາຍ­ຄວາມ­ວ່າ “ຈົ່ງ​ເວົ້າ​ໄປ​ຕາມ​ຄວາມ­ຈິງ” (ເບິ່ງ ຢຊຍ. 7:19). ພວກ­ເຮົາ​ຮູ້​ຢູ່​ວ່າ​ຊາຍ​ຄົນ​ນັ້ນ​ເປັນ​ຄົນ​ບາບ.”25ລາວ​ຕອບ​ວ່າ, “ເພິ່ນ​ເປັນ​ຄົນ​ບາບ​ຫລື​ບໍ່​ເປັນ​ຂ້າ­ນ້ອຍ​ກໍ​ບໍ່​ຮູ້ ຂ້າ­ນ້ອຍ​ຮູ້​ແຕ່​ສິ່ງ​ດຽວ​ວ່າ ຄື​ແຕ່­ກ່ອນ​ຂ້າ­ນ້ອຍ​ເປັນ­ຕາ​ບອດ ແຕ່​ດຽວ­ນີ້​ຂ້າ­ນ້ອຍ​ເຫັນ​ໄດ້​ແລ້ວ.”26ເຂົາ​ຈຶ່ງ​ຖາມ​ລາວ​ອີກ­ວ່າ, “ຜູ້­ນັ້ນ​ໄດ້​ເຮັດ​ຢ່າງ­ໃດ​ໃຫ້​ເຈົ້າ​ແດ່ ແລະ​ໄດ້​ປືດ​ຕາ​ຂອງ​ເຈົ້າ​ຢ່າງ­ໃດ.”27ຊາຍ​ຄົນ​ນັ້ນ​ຕອບ​ວ່າ, “ຂ້າ­ນ້ອຍ​ໄດ້​ບອກ​ພວກ​ທ່ານ​ແລ້ວ ແລະ​ທ່ານ​ບໍ່​ຟັງ ເປັນ­ຫຍັງ​ພວກ​ທ່ານ​ຈຶ່ງ​ມີ­ໃຈ​ຢາກ​ຟັງ​ອີກ ຢາກ​ເປັນ​ສິດ​ຂອງ​ເພິ່ນ​ເໝືອນ​ກັນ​ຫລື.”

28ເຂົາ​ຈຶ່ງ​ເຍີ້ຍ​ຄົນ​ນັ້ນ​ວ່າ, “ມຶງ​ນັ້ນ​ແຫລະ, ເປັນ​ສິດ​ຂອງ​ມັນ ແຕ່​ພວກ­ເຮົາ​ນີ້​ເປັນ​ສິດ​ຂອງ​ໂມ­ເຊ.29ຝ່າຍ​ພວກ­ເຮົາ​ຮູ້​ຢູ່​ວ່າ​ພຣະ­ເຈົ້າ​ໄດ້​ຊົງ​ກ່າວ​ຕໍ່​ໂມ­ເຊ ແຕ່​ຄົນ​ນັ້ນ​ພວກ­ເຮົາ​ບໍ່​ຮູ້­ວ່າ​ມັນ​ມາ​ແຕ່​ໃສ.”30ຊາຍ​ນັ້ນ​ຕອບ​ເຂົາ​ວ່າ, “ນີ້​ກໍ​ເປັນ​ໜ້າ​ປະ­ຫລາດ​ແທ້ ທີ່​ພວກ​ທ່ານ​ບໍ່​ຮູ້­ວ່າ​ທ່ານ​ຜູ້­ນັ້ນ​ມາ​ແຕ່​ໃສ, ແຕ່​ເພິ່ນ​ຍັງ​ໄດ້​ປືດ​ຕາ​ຂອງ​ຂ້າ­ນ້ອຍ.31ພວກ­ເຮົາ​ຮູ້​ຢູ່​ວ່າ​ພຣະ­ເຈົ້າ​ບໍ່​ຊົງ​ຟັງ​ຄົນ​ບາບ ແຕ່​ຖ້າ​ຜູ້­ໃດ​ຢຳ​ເກງ​ພຣະ­ເຈົ້າ​ແລະ​ເຮັດ​ໄປ​ຕາມ​ນ້ຳ​ພຣະ­ໄທ​ຂອງ​ພຣະ­ອົງ ພຣະ­ອົງ​ກໍ​ຊົງ​ຟັງ​ຜູ້­ນັ້ນ.32ຕັ້ງ­ແຕ່​ເດີມ​ມີ​ໂລກ​ມາ ບໍ່­ຫ່ອນ​ໄດ້­ຍິນ​ວ່າ ມີ​ຜູ້­ໃດ​ໄດ້​ປືດ​ຕາ​ຂອງ​ຄົນ­ທີ່​ເປັນ­ຕາ​ບອດ​ແຕ່​ກຳ­ເນີດ​ໄດ້.33ຖ້າ​ທ່ານ​ຜູ້­ນັ້ນ​ບໍ່­ໄດ້​ມາ​ຈາກ​ພຣະ­ເຈົ້າ​ແລ້ວ ກໍ​ບໍ່​ສາ­ມາດ​ຈະ​ເຮັດ​ສິ່ງ­ໃດ​ໄດ້.”34ເຂົາ​ໄດ້​ກ່າວ​ຕອບ​ຄົນ​ນັ້ນ​ວ່າ, “ມຶງ​ເກີດ​ມາ​ໃນ​ການ​ບາບ​ທັງ​ນັ້ນ ແລະ​ມຶງ​ຈະ​ມາ​ສອນ​ພວກ­ເຮົາ​ຫລື” ແລ້ວ​ເຂົາ​ຈຶ່ງ​ໄລ່​ຄົນ​ນັ້ນ​ອອກ​ເສຍ.

ອາ­ການ​ບອດ​ຝ່າຍ​ວິນ­ຍານ​ຈິດ

35ພຣະ­ເຢ­ຊູ​ຊົງ​ໄດ້­ຍິນ​ວ່າ​ເຂົາ​ໄດ້​ໄລ່​ຄົນ​ນັ້ນ​ອອກ​ແລ້ວ ແລະ​ເມື່ອ​ພຣະ­ອົງ​ຊົງ​ພົບ​ລາວ​ຈຶ່ງ​ຊົງ​ຖາມ­ລາວ­ວ່າ, “ເຈົ້າ​ໄວ້​ວາງ­ໃຈ​ໃນ​ບຸດ​ມະ­ນຸດ​ຫລື.”36ຊາຍ​ຄົນ​ນັ້ນ​ທູນ​ຕອບ​ພຣະ­ອົງ​ວ່າ, “ນາຍ​ເອີຍ, ບຸດ​ມະ­ນຸດ​ນັ້ນ​ຄື​ຜູ້­ໃດ ເພື່ອ​ຂ້າ­ນ້ອຍ​ຈະ​ວາງ­ໃຈ​ໃນ​ເພິ່ນ.”37ພຣະ­ເຢ­ຊູ​ຊົງ​ກ່າວ​ກັບ​ລາວ​ວ່າ, “ເຈົ້າ​ໄດ້​ເຫັນ​ເພິ່ນ​ແລ້ວ ຄື​ຜູ້­ນັ້ນ​ແຫລະ, ທີ່​ກຳ­ລັງ​ເວົ້າ​ຢູ່​ກັບ​ເຈົ້າ.”38ລາວ​ຈຶ່ງ​ທູນ​ວ່າ, “ນາຍ​ເຈົ້າ​ເອີຍ, ຂ້າ­ນ້ອຍ​ວາງ­ໃຈ​ເຊື່ອ​ແລ້ວ” ລາວ​ຈຶ່ງ​ຂາບ­ລົງ​ໄຫວ້​ພຣະ­ອົງ.39ພຣະ­ເຢ­ຊູ​ຊົງ​ກ່າວ​ວ່າ, “ເຮົາ​ໄດ້​ມາ​ໃນ​ໂລກ​ນີ້​ສຳ­ລັບ​ການ​ພິ­ພາກ­ສາ ເພື່ອ​ຄົນ​ທັງ­ຫລາຍ​ທີ່​ບໍ່​ເຫັນ​ຈະ​ໄດ້​ເຫັນ ແລະ​ເພື່ອ​ຄົນ​ທັງ­ຫລາຍ​ທີ່​ເຫັນ​ແລ້ວ​ຈະ​ກາຍ​ເປັນ­ຕາ​ບອດ.”

40ແລະ​ເມື່ອ​ພວກ​ຟາ­ຣີ­ຊາຍ​ບາງ​ຄົນ​ທີ່­ຢູ່​ໃກ້​ພຣະ­ອົງ​ໄດ້­ຍິນ​ດັ່ງ­ນັ້ນ ຈຶ່ງ​ທູນ​ຖາມ­ວ່າ, “ຝ່າຍ​ພວກ­ເຮົາ​ເດ, ກໍ​ເປັນ­ຕາ​ບອດ​ເໝືອນ​ກັນ​ຫລື.”41ພຣະ­ເຢ­ຊູ​ຊົງ​ຕອບ​ເຂົາ​ວ່າ, “ຖ້າ​ພວກ​ທ່ານ​ເປັນ​ຄົນ​ຕາ­ບອດ​ພວກ​ທ່ານ​ຈະ​ບໍ່­ມີ​ຄວາມ​ຜິດ­ບາບ ແຕ່​ບັດ­ນີ້​ພວກ​ທ່ານ​ເວົ້າ​ວ່າ ‘ເຮົາ​ເຫັນ​ຢູ່’ ເຫດ​ສັນ­ນັ້ນ​ຄວາມ​ຜິດ­ບາບ​ຂອງ​ພວກ​ທ່ານ​ຈຶ່ງ​ຍັງ­ມີ​ຢູ່.”