1ຫລັງຈາກນັ້ນກໍເຖິງເທດສະການຂອງຊາດຢິວ ແລະພຣະເຢຊູກໍສະເດັດຂຶ້ນເມືອຍັງກຸງເຢຣູຊາເລັມ.2ໃນກຸງເຢຣູຊາເລັມທີ່ຮີມປະຕູແກະມີສະໜ່ວຍໜຶ່ງ ພາສາເຮັບເຣີເອີ້ນສະນັ້ນວ່າ ເບັດສາທາ ມີສາລາອ້ອມຢູ່ຫ້າຫລັງ.3ໃນສາລາເຫລົ່ານັ້ນມີຄົນປ່ວຍເປັນຈຳນວນຫລາຍ ຄືຄົນຕາບອດ, ຄົນຂາເສັ້ງ, ແລະຄົນອົງຄະລີບນອນຢູ່ [ຄອຍຖ້ານ້ຳເຟືອນ.4ດ້ວຍວ່າມີເທວະດາຄົນໜຶ່ງຂອງພຣະຜູ້ເປັນເຈົ້າລົງມາກວນນ້ຳສະນັ້ນເປັນຍາມໆ ແລະເມື່ອນ້ຳເຟືອນຜູ້ໃດລົງໄປໃນນ້ຳກ່ອນກໍຫາຍຈາກພະຍາດທີ່ຕົນເປັນຢູ່ນັ້ນ].5ທີ່ນັ້ນມີຊາຍຄົນໜຶ່ງປ່ວຍຢູ່ໄດ້ສາມສິບແປດປີມາແລ້ວ.6ເມື່ອພຣະເຢຊູຊົງເຫັນຄົນນັ້ນນອນຢູ່ ແລະຊົງຊາບວ່າລາວເປັນຢູ່ຢ່າງນັ້ນເຫິງແລ້ວ ພຣະອົງຈຶ່ງຊົງຖາມວ່າ, “ເຈົ້າຢາກດີຫລື.”7ຄົນປ່ວຍນັ້ນຈຶ່ງທູນວ່າ, “ນາຍເອີຍ, ເວລານ້ຳເຟືອນຂຶ້ນບໍ່ມີໃຜຈະເອົາຂ້ານ້ອຍລົງໄປໃນສະ ແລະເມື່ອຂ້ານ້ອຍກຳລັງລົງໄປຄົນອື່ນກໍລົງໄປກ່ອນແລ້ວ.”8ພຣະເຢຊູຊົງບອກຄົນນັ້ນວ່າ, “ຈົ່ງລຸກຂຶ້ນຍົກເອົາບ່ອນນອນຂອງເຈົ້າຍ່າງໄປ.”9ໃນທັນໃດນັ້ນຊາຍຄົນນັ້ນກໍດີພະຍາດ ຈຶ່ງຍົກເອົາບ່ອນນອນຂອງຕົນແລ້ວຍ່າງໄປ.
10ວັນນັ້ນເປັນວັນຊະບາໂຕ ດັ່ງນັ້ນພວກຢິວຈຶ່ງເວົ້າກັບຄົນທີ່ຖືກຊົງບັນດານໃຫ້ດີພະຍາດນັ້ນວ່າ, “ວັນນີ້ເປັນວັນຊະບາໂຕ ທີ່ເຈົ້າຈະຍົກເອົາບ່ອນນອນຂອງເຈົ້າໄປກໍຜິດພຣະບັນຍັດ.”11ຄົນນັ້ນຈຶ່ງຕອບເຂົາວ່າ, “ຜູ້ທີ່ໃຫ້ຂ້ານ້ອຍດີພະຍາດນັ້ນໄດ້ບອກຂ້ານ້ອຍວ່າ, ‘ຈົ່ງຍົກເອົາບ່ອນນອນຂອງເຈົ້າຍ່າງໄປ’.”12ເຂົາຈຶ່ງຖາມຄົນນັ້ນວ່າ, “ແມ່ນໃຜທີ່ບອກເຈົ້າວ່າ, ‘ຈົ່ງເອົາບ່ອນນອນຍ່າງໄປ’.”13ແຕ່ວ່າຄົນທີ່ໄດ້ດີພະຍາດນັ້ນບໍ່ຮູ້ວ່າແມ່ນໃຜ ດ້ວຍວ່າພຣະເຢຊູໄດ້ສະເດັດຫລົບໄປແລ້ວເພາະວ່າຢູ່ທີ່ນັ້ນມີຫລາຍຄົນ.
14ພາຍຫລັງນັ້ນພຣະເຢຊູໄດ້ຊົງພົບຄົນນັ້ນໃນບໍລິເວນພຣະວິຫານ ແລ້ວຊົງບອກວ່າ, “ນີ້ແຫລະ, ເຈົ້າດີພະຍາດແລ້ວ ຢ່າເຮັດບາບຕໍ່ໄປ ຢ້ານວ່າເຫດຮ້າຍກວ່ານັ້ນຈະເກີດກັບເຈົ້າອີກ.”15ຊາຍຜູ້ນັ້ນກໍໄດ້ໄປບອກພວກຢິວວ່າ ຜູ້ທີ່ໄດ້ເຮັດໃຫ້ຕົວດີພະຍາດນັ້ນຄືພຣະເຢຊູ.
16ເຫດສັນນັ້ນພວກຢິວຈຶ່ງໄດ້ຂົ່ມເຫງພຣະເຢຊູ ເພາະພຣະອົງຊົງເຮັດການນັ້ນໃນວັນຊະບາໂຕ.17ແຕ່ພຣະເຢຊູຊົງຕອບເຂົາວ່າ, “ພຣະບິດາຂອງເຮົາຍັງຊົງກະທຳກິດຈະການມາຈົນເຖິງບັດນີ້ ແລະຝ່າຍເຮົາກໍເຮັດຢູ່ເໝືອນກັນ.”18ເຫດສັນນັ້ນພວກຢິວແຮ່ງຊອກໂອກາດຈະຂ້າພຣະອົງເສຍ ບໍ່ແມ່ນຍ້ອນພຣະອົງລ່ວງກົດວັນຊະບາໂຕເທົ່ານັ້ນ ແຕ່ຍັງໄດ້ຊົງເອີ້ນພຣະເຈົ້າວ່າເປັນພຣະບິດາຂອງຕົນ ຊຶ່ງເປັນການເຮັດໃຫ້ຕົນສະເໝີກັນກັບພຣະເຈົ້າ.
19ພຣະເຢຊູຊົງກ່າວກັບເຂົາວ່າ, “ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າພຣະບຸດຈະກະທຳສິ່ງໃດຕາມໃຈບໍ່ໄດ້ ນອກຈາກທີ່ໄດ້ເຫັນພຣະບິດາຊົງກະທຳ ເພາະສິ່ງໃດທີ່ພຣະບິດາຊົງກະທຳ ສິ່ງນັ້ນແຫລະ, ພຣະບຸດຈຶ່ງຊົງກະທຳເໝືອນກັນ.20ເພາະວ່າພຣະບິດາຊົງຮັກພຣະບຸດ ແລະຊົງສະແດງໃຫ້ພຣະບຸດເຫັນທຸກສິ່ງທີ່ພຣະອົງເອງຊົງກະທຳ ແລ້ວພຣະອົງຈະຊົງສະແດງໃຫ້ພຣະບຸດເຫັນການໃຫຍ່ກວ່ານັ້ນອີກ ຊຶ່ງທ່ານທັງຫລາຍຈະອັດສະຈັນໃຈ.21ເພາະພຣະບິດາຊົງບັນດານໃຫ້ຄົນທີ່ຕາຍແລ້ວຄືນມີຊີວິດສັນໃດ ຖ້າພຣະບຸດປາດຖະໜາຈະບັນດານໃຫ້ຜູ້ໃດມີຊີວິດກໍຈະເຮັດສັນນັ້ນເໝືອນກັນ.22ເພາະວ່າພຣະບິດາບໍ່ໄດ້ຊົງພິພາກສາຜູ້ໃດ ແຕ່ພຣະອົງໄດ້ຊົງມອບການພິພາກສາທັງສິ້ນໄວ້ກັບພຣະບຸດ,23ເພື່ອຄົນທັງປວງຈະໄດ້ຖວາຍກຽດແດ່ພຣະບຸດເໝືອນທີ່ເຂົາຖວາຍກຽດແດ່ພຣະບິດາ ຜູ້ໃດບໍ່ຖວາຍກຽດແດ່ພຣະບຸດ ຜູ້ນັ້ນກໍບໍ່ຖວາຍກຽດແດ່ພຣະບິດາຜູ້ຊົງໃຊ້ພຣະບຸດມາ.
24ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ຖ້າຜູ້ໃດຟັງຄຳຂອງເຮົາແລະວາງໃຈໃນພຣະອົງຜູ້ຊົງໃຊ້ເຮົາມາ ຜູ້ນັ້ນກໍມີຊີວິດອັນຕະຫລອດໄປເປັນນິດ ແລະບໍ່ເຂົ້າໃນການພິພາກສາແຕ່ໄດ້ຜ່ານພົ້ນຈາກຄວາມຕາຍໄປສູ່ຊີວິດແລ້ວ.25“ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ເວລານັ້ນໃກ້ຈະເຖິງ ແລະບັດນີ້ມາເຖິງແລ້ວ ຄືເມື່ອຜູ້ຕາຍແລ້ວຈະໄດ້ຍິນພຣະສຸລະສຽງແຫ່ງພຣະບຸດຂອງພຣະເຈົ້າ ແລະບັນດາຜູ້ທີ່ໄດ້ຍິນຈະມີຊີວິດ.26ເພາະວ່າພຣະບິດາຊົງພຣະຊົນໃນພຣະອົງເອງຢ່າງໃດ ພຣະອົງກໍໄດ້ຊົງປະທານໃຫ້ພຣະບຸດຊົງພຣະຊົນໃນພຣະອົງເອງຢ່າງນັ້ນ,27ຊ້ຳໄດ້ຊົງປະທານໃຫ້ພຣະອົງມີສິດອຳນາດທີ່ຈະພິພາກສາ ເພາະພຣະອົງຊົງເປັນບຸດມະນຸດ.
28ຢ່າປະຫລາດໃຈໃນຂໍ້ນີ້ ເພາະໃກ້ຈະເຖິງເວລາທີ່ບັນດາຜູ້ທີ່ຢູ່ໃນຂຸມຝັງສົບຈະໄດ້ຍິນພຣະສຸລະສຽງຂອງພຣະອົງ,29ແລະຈະໄດ້ອອກມາ ບັນດາຜູ້ທີ່ໄດ້ເຮັດການດີກໍຄືນສູ່ຊີວິດແລະບັນດາຜູ້ເຮັດການຊົ່ວກໍຄືນສູ່ການພິພາກສາ.
30“ເຮົາຈະເຮັດສິ່ງໃດຕາມລຳພັງໃຈບໍ່ໄດ້ ເຮົາໄດ້ຍິນຢ່າງໃດເຮົາກໍພິພາກສາຢ່າງນັ້ນ ແລະການພິພາກສາຂອງເຮົາກໍຍຸດຕິທຳ ເພາະວ່າເຮົາບໍ່ໄດ້ພະຍາຍາມເຮັດຕາມນ້ຳໃຈຂອງເຮົາ ແຕ່ຕາມນ້ຳພຣະໄທຂອງພຣະອົງຜູ້ຊົງໃຊ້ເຮົາມາ.
31ຖ້າເຮົາເປັນພະຍານໃຫ້ຕົວເຮົາເອງ ຄຳພະຍານຂອງເຮົາກໍບໍ່ຈິງ.32ມີອີກຜູ້ໜຶ່ງທີ່ເປັນພະຍານໃຫ້ແກ່ເຮົາ ແລະເຮົາຮູ້ວ່າຄຳພະຍານທີ່ຜູ້ນັ້ນເປັນພະຍານໃຫ້ແກ່ເຮົາເປັນຄວາມຈິງ.33ທ່ານທັງຫລາຍໄດ້ໃຊ້ຄົນໄປຫາໂຢຮັນ ແລະໂຢຮັນກໍໄດ້ເປັນພະຍານໃນເລື່ອງຄວາມຈິງ.34ແຕ່ຝ່າຍເຮົາ, ເຮົາບໍ່ໄດ້ຮັບຄຳພະຍານຈາກມະນຸດ ແຕ່ເຮົາກ່າວສິ່ງເຫລົ່ານີ້ເພື່ອທ່ານທັງຫລາຍຈະໄດ້ລອດພົ້ນ.35ໂຢຮັນເປັນໂຄມທີ່ໄຕ້ສ່ອງສະຫວ່າງຢູ່ ທ່ານທັງຫລາຍກໍພໍໃຈທີ່ຈະຍິນດີໃນຄວາມສະຫວ່າງຂອງເພິ່ນຊົ່ວຂະນະໜຶ່ງ
36ແຕ່ເຮົາມີຄຳພະຍານສຳຄັນກວ່າຄຳພະຍານຂອງໂຢຮັນອີກ ເພາະວ່າງານທີ່ພຣະບິດາຊົງມອບໃຫ້ເຮົາເຮັດໃຫ້ສຳເລັດ ຄືງານທີ່ເຮົາກຳລັງເຮັດຢູ່ນີ້ແຫລະ, ກໍເປັນພະຍານໃຫ້ແກ່ເຮົາວ່າ ພຣະບິດາຊົງໃຊ້ເຮົາມາ.37ພຣະບິດາຜູ້ຊົງໃຊ້ເຮົາມາ ພຣະອົງເອງໄດ້ຊົງເປັນພະຍານໃຫ້ແກ່ເຮົາ ທ່ານທັງຫລາຍບໍ່ໄດ້ຍິນພຣະສຸລະສຽງຂອງພຣະອົງ ແລະບໍ່ເຫັນຮູບຮ່າງຂອງພຣະອົງຈັກເທື່ອ.38ທ່ານທັງຫລາຍບໍ່ມີຄຳໂອວາດຂອງພຣະອົງຢູ່ໃນໃຈ ເພາະວ່າທ່ານທັງຫລາຍບໍ່ໄດ້ວາງໃຈໃນພຣະອົງຜູ້ທີ່ພຣະບິດາຊົງໃຊ້ມານັ້ນ.39ທ່ານທັງຫລາຍຄົ້ນຫາໃນພຣະທຳຄຳພີ ເພາະພວກທ່ານຄຶດວ່າໃນພຣະທຳຄຳພີນັ້ນມີຊີວິດອັນຕະຫລອດໄປເປັນນິດ ແມ່ນພຣະຄຳພີນັ້ນແຫລະ ເປັນພະຍານໃຫ້ແກ່ເຮົາ.40ແຕ່ທ່ານທັງຫລາຍຍັງບໍ່ມີໃຈຢາກມາຫາເຮົາເພື່ອຈະໄດ້ຊີວິດ.
41ເຮົາບໍ່ຮັບເອົາຍົດສັກຈາກມະນຸດ.42ແຕ່ເຮົາໄດ້ສັງເກດຮູ້ທ່ານທັງຫລາຍວ່າບໍ່ມີຄວາມຮັກພຣະເຈົ້າໃນໃຈຂອງພວກທ່ານ.43ເຮົາໄດ້ມາໃນພຣະນາມພຣະບິດາຂອງເຮົາ ແລະທ່ານທັງຫລາຍບໍ່ໄດ້ຮັບເຮົາ ຖ້າຜູ້ອື່ນມາໃນນາມຂອງຕົນເອງພວກທ່ານກໍຈະຮັບຜູ້ນັ້ນ.44ທ່ານທັງຫລາຍທີ່ຮັບຍົດສັກຈາກກັນແລະກັນ ແລະບໍ່ສະແຫວງຫາຍົດສັກ ຊຶ່ງມາຈາກພຣະອົງຜູ້ຊົງເປັນພຣະເຈົ້າແຕ່ອົງດຽວພວກທ່ານຈະເຊື່ອໄດ້ຢ່າງໃດ.
45ຢ່າຄຶດວ່າເຮົາຈະຟ້ອງທ່ານທັງຫລາຍຕໍ່ພຣະບິດາ ມີຜູ້ຟ້ອງພວກທ່ານແລ້ວ ຄືໂມເຊຜູ້ຊຶ່ງພວກທ່ານຫວັງໃຈຢູ່.46ຖ້າທ່ານທັງຫລາຍເຊື່ອໂມເຊ ພວກທ່ານກໍຄົງຈະເຊື່ອເຮົາເໝືອນກັນ ເພາະໂມເຊໄດ້ຂຽນເຖິງເລື່ອງເຮົາ.47ແຕ່ຖ້າທ່ານທັງຫລາຍບໍ່ເຊື່ອເລື່ອງທີ່ໂມເຊຂຽນແລ້ວ ພວກທ່ານຈະເຊື່ອຖ້ອຍຄຳຂອງເຮົາໄດ້ຢ່າງໃດ.”