1ຕໍ່ມາ, ພຣະເຢຊູໄດ້ຊົງສະແດງພຣະອົງແກ່ພວກສາວົກອີກທີ່ທະເລຕີເບເຣຍພຣະອົງຊົງສະແດງພຣະອົງຢ່າງນີ້ຄື.2ພວກທີ່ຢູ່ພ້ອມກັນມີຊີໂມນເປໂຕ, ໂທມາທີ່ເອີ້ນວ່າແຝດ, ນະທານາເອັນໄທບ້ານການາແຂວງຄາລີເລ, ລູກຊາຍທັງສອງຂອງເຊເບດາຍ ແລະສາວົກຂອງພຣະອົງອີກສອງຄົນ.3ຊີໂມນເປໂຕບອກເຂົາວ່າ, “ຂ້ອຍຈະໄປຫາປາ” ຝ່າຍເຂົາຈຶ່ງຕອບວ່າ, “ພວກເຮົາຈະໄປນຳເຈົ້າດ້ວຍ” ແລ້ວເຂົາກໍອອກໄປລົງເຮືອ ແຕ່ໃນຄືນນັ້ນເຂົາບໍ່ໄດ້ປາຈັກໂຕ.
4ເມື່ອກຳລັງຮຸ່ງເຊົ້າພຣະເຢຊູປະທັບຢືນຢູ່ທີ່ຝັ່ງ ແຕ່ພວກສາວົກບໍ່ຮູ້ວ່າແມ່ນພຣະເຢຊູ.5ພຣະອົງຊົງຖາມເຂົາວ່າ, “ລູກເອີຍ, ພວກເຈົ້າມີຂອງກິນບໍ່” ເຂົາທູນຕອບວ່າ, “ບໍ່ມີ”6ພຣະອົງຊົງກ່າວກັບເຂົາວ່າ “ຈົ່ງຖິ້ມມອງລົງເບື້ອງຂວາເຮືອແລ້ວຈະໄດ້ປາ” ເຂົາຈຶ່ງຖິ້ມມອງລົງແລະຖືກປາຫລາຍ ຈົນດຶງຂຶ້ນບໍ່ໄດ້ເພາະເຫລືອແຮງ.
7ສາວົກທີ່ພຣະເຢຊູຊົງຮັກໄດ້ບອກເປໂຕວ່າ, “ແມ່ນອົງພຣະຜູ້ເປັນເຈົ້າແຫລະ” ເມື່ອຊີໂມນເປໂຕໄດ້ຍິນວ່າເປັນອົງພຣະຜູ້ເປັນເຈົ້າທ່ານໄດ້ຈັບເອົາເສື້ອມານຸ່ງເພາະເປືອຍໂຕຢູ່ ແລ້ວກໍໂຕນລົງນ້ຳ.8ແຕ່ພວກສາວົກອື່ນໆ ນັ້ນໄດ້ເອົາເຮືອນ້ອຍລາກມອງທີ່ຖືກປາມາ ເພາະເຂົາບໍ່ຢູ່ໄກຈາກຝັ່ງ ໄກປະມານສອງຮ້ອຍສອກເທົ່ານັ້ນ.
9ເມື່ອເຂົາຂຶ້ນຝັ່ງແລ້ວກໍເຫັນຖ່ານຕິດໄຟຢູ່ ພ້ອມທັງມີປາແລະເຂົ້າຈີ່ຂາງຢູ່.10ພຣະເຢຊູຊົງບອກເຂົາວ່າ, “ປາທີ່ພວກເຈົ້າຫາໄດ້ມື້ກີ້ນີ້ຈົ່ງເອົາມາບາງໂຕ.”11ຊີໂມນເປໂຕຈຶ່ງເຂົ້າໃນເຮືອດຶງມອງຂຶ້ນຝັ່ງ ແລະມີປາໃຫຍ່ເຕັມຢູ່ຈຳນວນ 153 ໂຕ ເຖິງວ່າມີປາຫລາຍປານນັ້ນມອງກໍບໍ່ຂາດ.12ພຣະເຢຊູຊົງບອກເຂົາວ່າ, “ພາກັນມາປັ້ນເຂົ້າເທາະ” ໃນພວກສາວົກບໍ່ມີໃຜກ້າຖາມພຣະອົງວ່າ, “ທ່ານຄືໃຜ” ເພາະເຂົາຮູ້ຢູ່ວ່າຜູ້ນີ້ແຫລະ, ເປັນອົງພຣະຜູ້ເປັນເຈົ້າ.13ພຣະເຢຊູຊົງເຂົ້າມາຈັບເອົາເຂົ້າຈີ່ແຈກໃຫ້ເຂົາ ແລະເອົາປາແຈກໃຫ້ເໝືອນກັນ.14ນີ້ເປັນເທື່ອທີສາມທີ່ພຣະເຢຊູຊົງສະແດງພຣະອົງແກ່ພວກສາວົກ ຫລັງຈາກທີ່ພຣະອົງຖືກຊົງບັນດານໃຫ້ເປັນຄືນມາຈາກຕາຍແລ້ວ.
15ເມື່ອເຂົາປັ້ນເຂົ້າແລ້ວພຣະເຢຊູຊົງກ່າວກັບຊີໂມນເປໂຕວ່າ, “ຊີໂມນລູກໂຢຮັນເອີຍ, ເຈົ້າຮັກເຮົາຫລາຍກວ່າເຫລົ່ານີ້ຫລື”
ອາດຈະໝາຍຄວາມວ່າ “ເຈົ້າຮັກເຮົາຫລາຍກວ່າເຈົ້າຮັກຄົນເຫລົ່ານີ້ຫລື” ຫລືວ່າ “ເຈົ້າຮັກເຮົາຫລາຍກວ່າຄົນເຫລົ່ານີ້ຮັກເຮົາຫລື” ຫລືວ່າ “ເຈົ້າຮັກເຮົາຫລາຍກວ່າເຈົ້າຮັກສິ່ງເຫລົ່ານີ້ຫລື.” ເປໂຕທູນວ່າ “ໂດຍພຣະອົງເຈົ້າເອີຍ, ພຣະອົງຊົງຊາບວ່າຂ້າພຣະອົງຮັກແພງພຣະອົງ”ຫລືວ່າ “ເປັນສະຫາຍຮັກຂອງພຣະອົງ.” ພຣະອົງຊົງສັ່ງເປໂຕວ່າ, “ຈົ່ງລ້ຽງແກະໜຸ່ມຂອງເຮົາເນີ.”16ພຣະອົງຊົງກ່າວກັບເປໂຕເປັນເທື່ອທີສອງວ່າ, “ຊີໂມນລູກໂຢຮັນເອີຍ, ເຈົ້າຮັກເຮົາຫລື” ເປໂຕທູນຕອບວ່າ, “ໂດຍພຣະອົງເຈົ້າເອີຍ, ພຣະອົງຊົງຊາບວ່າຂ້າພຣະອົງຮັກແພງພຣະອົງ” ພຣະອົງຊົງສັ່ງທ່ານວ່າ, “ຈົ່ງລ້ຽງຮັກສາແກະຂອງເຮົາເນີ.”17ພຣະອົງຊົງກ່າວກັບເປໂຕເປັນເທື່ອທີສາມວ່າ, “ຊີໂມນລູກໂຢຮັນເອີຍ, ເຈົ້າຮັກແພງເຮົາຫລື”ຫລືວ່າ “ເປັນສະຫາຍຮັກຂອງເຮົາຫລື.” ເປໂຕກໍເປັນທຸກໃຈທີ່ພຣະອົງຊົງຖາມທ່ານເທື່ອທີສາມວ່າ, “ເຈົ້າຮັກແພງເຮົາຫລື”ຫລືວ່າ ທີ່ພຣະອົງຊົງຖາມທ່ານເທື່ອທີສາມໂດຍຊົງກ່າວວ່າ, “ເຈົ້າເປັນສະຫາຍຮັກຂອງເຮົາຫລື.” ເປໂຕຈິ່ງທູນຕອບວ່າ, “ພຣະອົງເຈົ້າເອີຍ, ພຣະອົງຊົງຊາບທຸກສິ່ງ ພຣະອົງຊົງຊາບວ່າຂ້າພຣະອົງຮັກແພງພຣະອົງ” ພຣະເຢຊູຊົງສັ່ງທ່ານວ່າ, “ຈົ່ງລ້ຽງແກະຂອງເຮົາເນີ.18ເຮົາບອກແກ່ເຈົ້າຕາມຄວາມຈິງວ່າ ເມື່ອເຈົ້າຍັງໜຸ່ມເຈົ້າເຄີຍຄາດແອວຂອງເຈົ້າເອງ ແລະທຽວໄປມາໃສໄດ້ຕາມໃຈເຈົ້າມັກ ແຕ່ເມື່ອເຈົ້າເຖົ້າແລ້ວ, ເຈົ້າຈະຢຽດມືຂອງເຈົ້າອອກ ແລະຄົນອື່ນຈະຄາດແອວໃຫ້ແລະພາໄປບ່ອນເຈົ້າບໍ່ຢາກໄປ.”19(ທີ່ພຣະອົງຊົງກ່າວດັ່ງນີ້ກໍໝາຍຄວາມວ່າ ເປໂຕຈະຖວາຍກຽດຕິຍົດແດ່ພຣະເຈົ້າດ້ວຍການຕາຍຢ່າງໃດ) ຄັນພຣະອົງຊົງກ່າວດັ່ງນີ້ແລ້ວຈຶ່ງຊົງສັ່ງເປໂຕວ່າ, “ເຈົ້າຈົ່ງຕາມເຮົາມາ.”20ເປໂຕຫລຽວຫລັງເຫັນສາວົກຜູ້ທີ່ພຣະເຢຊູຊົງຮັກກຳລັງຕາມມາ ຄືຜູ້ທີ່ເນີ້ງກາຍລົງອີງພຣະຊວງຂອງພຣະອົງເມື່ອຮັບປະທານອາຫານແລງນັ້ນ ແລະທູນຖາມວ່າ, “ນາຍເຈົ້າເອີຍ, ຜູ້ທີ່ຈະມອບທ່ານໄວ້ຄືຜູ້ໃດ.”21ເມື່ອເປໂຕເຫັນສາວົກຜູ້ນັ້ນແລ້ວຈຶ່ງທູນຖາມພຣະເຢຊູວ່າ, “ພຣະອົງເຈົ້າເອີຍ, ຜູ້ນີ້ເດ, ຈະເປັນຢ່າງໃດ.”22ພຣະເຢຊູຊົງຕອບວ່າ, “ຖ້າເຮົາມີໃຈຢາກໃຫ້ຜູ້ນີ້ຍືນຢູ່ຈົນເຖິງເຮົາມານັ້ນຈະເປັນທຸລະອັນໃດກັບເຈົ້າໜໍ ສ່ວນເຈົ້າຈົ່ງຕາມເຮົາມາ.”23ເຫດສັນນັ້ນຄຳທີ່ວ່າສາວົກຜູ້ນັ້ນຈະບໍ່ຕາຍ ຈຶ່ງຊ່າລືໄປໃນຖ້າມກາງຂອງພວກພີ່ນ້ອງ ແຕ່ພຣະເຢຊູບໍ່ໄດ້ຊົງກ່າວວ່າສາວົກຜູ້ນັ້ນຈະບໍ່ຕາຍ ແຕ່ຊົງກ່າວວ່າ, “ຖ້າເຮົາມີໃຈຢາກໃຫ້ຜູ້ນີ້ຍືນຢູ່ຈົນເຖິງເຮົາມານັ້ນ ຈະເປັນທຸລະອັນໃດກັບເຈົ້າໜໍ.”
24ແມ່ນສາວົກຜູ້ນີ້ແຫລະ, ທີ່ເປັນພະຍານເຖິງເຫດການເຫລົ່ານີ້ ແລະເປັນຜູ້ທີ່ບັນທຶກສິ່ງເຫລົ່ານີ້ໄວ້ ແລະພວກເຮົາຮູ້ວ່າຄຳພະຍານຂອງຜູ້ນີ້ເປັນຄວາມຈິງ.25ຍັງມີອີກຫລາຍສິ່ງທີ່ພຣະເຢຊູຊົງກະທຳ ຖ້າຈະຂຽນໄວ້ຕາມລຳດັບທຸກປະການ ຂ້າພະເຈົ້າຄາດວ່າໝົດທັງໂລກກໍບໍ່ມີບ່ອນພໍໄວ້ໜັງສືທີ່ຈະຂຽນນັ້ນ.