1ວັນຕົ້ນສັບປະດານັ້ນເວລາເຊົ້າຍັງມືດຢູ່ ມາຣິອາໄທມັກດາລາໄດ້ມາເຖິງອຸບໂມງ ແລະນາງໄດ້ເຫັນກ້ອນຫີນຖືກຍ້າຍອອກຈາກ ປາກອຸບໂມງແລ້ວ.2ນາງຈຶ່ງແລ່ນໄປຫາຊີໂມນເປໂຕແລະສາວົກຜູ້ອື່ນທີ່ພຣະເຢຊູຊົງຮັກແພງນັ້ນ ແລ້ວເວົ້າກັບເຂົາວ່າ, “ເຂົາໄດ້ເອົາສົບຂອງພຣະອາຈານອອກຈາກອຸບໂມງແລ້ວ ແລະພວກເຮົາບໍ່ຮູ້ຈັກວ່າເຂົາເອົາໄປໄວ້ທີ່ໃດ.”3ເປໂຕກັບສາວົກຄົນອື່ນນັ້ນຈຶ່ງພາກັນອອກມາເຖິງອຸບໂມງ.4ເຂົາທັງສອງພ້ອມກັນແລ່ນມາ ແຕ່ສາວົກອື່ນນັ້ນໄດ້ແລ່ນໄວກວ່າເປໂຕຈຶ່ງມາເຖິງອຸບໂມງກ່ອນ.5ເມື່ອກົ້ມລົງເພິ່ນໄດ້ເຫັນຜ້າປ່ານກອງຢູ່ແຕ່ບໍ່ໄດ້ເຂົ້າໄປທັງໃນ.6ສ່ວນຊີໂມນເປໂຕທີ່ຕາມຫລັງມານັ້ນ ກໍຮອດເໝືອນກັນ ແລ້ວໄດ້ເຂົ້າໄປໃນອຸໂມງແລະໄດ້ເຫັນຜ້າປ່ານກອງຢູ່.7ແລະຜ້າປົກພຣະສຽນຂອງພຣະອົງບໍ່ໄດ້ກອງຢູ່ກັບຜ້າອື່ນ ແຕ່ພັບໄວ້ຕ່າງຫາກ.8ແລ້ວສາວົກຜູ້ອື່ນທີ່ມາເຖິງກ່ອນນັ້ນກໍໄດ້ເຂົາໄປເໝືອນກັນ ກໍໄດ້ເຫັນແລະເຊື່ອ.9ເພາະວ່າຂະນະນັ້ນເຂົາຍັງບໍ່ໄດ້ເຂົ້າໃຈຂໍ້ພຣະຄຳພີທີ່ຂຽນໄວ້ວ່າ ພຣະອົງຈະຕ້ອງຄືນມາຈາກຄວາມຕາຍ.
10ແລ້ວສາວົກທັງສອງນັ້ນກໍກັບໄປຍັງບ້ານຂອງຕົນ.
11ຝ່າຍມາຣິອາຢືນຮ້ອງໄຫ້ຢູ່ນອກອຸບໂມງ ຂະນະທີ່ຍັງຮ້ອງໄຫ້ຢູ່ນາງໄດ້ກົ້ມຫລຽວໄປທາງອຸບໂມງ.12ແລະນາງໄດ້ເຫັນເທວະດາສອງຕົນນັ່ງຢູ່ບ່ອນທີ່ເຂົາວາງພຣະສົບຂອງພຣະເຢຊູ ຕົນໜຶ່ງຢູ່ເບື້ອງພຣະສຽນ ຕົນໜຶ່ງຢູ່ເບື້ອງພຣະບາດ.13ເທວະດາທັງສອງນັ້ນໄດ້ຖາມນາງວ່າ, “ນາງເອີຍ, ເຈົ້າຮ້ອງໄຫ້ເຮັດຫຍັງ” ນາງຈຶ່ງຕອບວ່າ, “ເພາະເຂົາໄດ້ເອົາພຣະສົບຂອງພຣະອາຈານຂອງຂ້ານ້ອຍໄປແລ້ວ ແລະຂ້ານ້ອຍບໍ່ຮູ້ວ່າເຂົາເອົາໄປວາງໄວ້ບ່ອນໃດ.”14ເມື່ອເວົ້າດັ່ງນັ້ນແລ້ວນາງໄດ້ຫລຽວຫລັງມາເຫັນພຣະເຢຊູຢືນຢູ່ ແຕ່ບໍ່ຮູ້ວ່າແມ່ນພຣະເຢຊູ.
15ພຣະເຢຊູຊົງຖາມນາງວ່າ, “ນາງເອີຍ, ເຈົ້າຮ້ອງໄຫ້ເຮັດຫຍັງ ເຈົ້າຊອກຫາຜູ້ໃດ” ນາງຄຶດວ່າແມ່ນຄົນເຝົ້າສວນ ຈຶ່ງຕອບວ່າ, “ນາຍເອີຍ, ຖ້າແມ່ນທ່ານໄດ້ເອົາສົບເພິ່ນໄປ ຂໍບອກຂ້ານ້ອຍວ່າທ່ານໄດ້ເອົາໄປວາງໄວ້ທີ່ໃດແລະຂ້ານ້ອຍຈະໄປຍົກເອົາເສຍ”16ພຣະເຢຊູຊົງກ່າວກັບນາງວ່າ, “ມາຣິອາເອີຍ” ມາຣິອາກໍຕ່າວໜ້າມາທູນພຣະອົງເປັນພາສາເຮັບເຣີວ່າ, “ຣັບໂບນີ” (ທີ່ແປວ່າ “ພຣະອາຈານເອີຍ).17ພຣະເຢຊູຊົງກ່າວກັບມາຣິອາວ່າ, “ຢ່າຊູ່ໜ່ວງດຶງເຮົາ ເພາະເຮົາຍັງບໍ່ໄດ້ຂຶ້ນໄປຫາພຣະບິດາຂອງເຮົາ ແຕ່ເຈົ້າຈົ່ງໄປຫາພີ່ນ້ອງຂອງເຮົາແລະບອກເຂົາວ່າ ‘ເຮົາຈະຂຶ້ນເມືອຫາພຣະບິດາຂອງເຮົາແລະພຣະບິດາຂອງພວກທ່ານ ຈະເມືອຫາພຣະເຈົ້າຂອງເຮົາແລະພຣະເຈົ້າຂອງພວກທ່ານ.”18ນາງມາຣິອາມັກດາລາຈຶ່ງໄປບອກຂ່າວນີ້ແກ່ພວກສາວົກວ່າ, “ຂ້ານ້ອຍໄດ້ເຫັນອົງພຣະຜູ້ເປັນເຈົ້າແລ້ວ” ແລະໄດ້ບອກເຂົາວ່າ ພຣະອົງໄດ້ກ່າວຄຳເຫລົ່ານີ້ແກ່ຕົນ.
19ຄ່ຳວັນນັ້ນເປັນວັນຕົ້ນສັບປະດາ ເມື່ອສາວົກອັດປະຕູທີ່ເຂົາຢູ່ນັ້ນເພາະຢ້ານພວກຢິວ ພຣະເຢຊູໄດ້ສະເດັດເຂົ້າມາຢູ່ຖ້າມກາງເຂົາ ແລ້ວຊົງກ່າວວ່າ, “ສັນຕິສຸກຈົ່ງມີແກ່ທ່ານທັງຫລາຍ.”20ເມື່ອພຣະອົງຊົງກ່າວດັ່ງນັ້ນແລ້ວ ພຣະອົງກໍສະແດງພຣະຫັດແລະຂ້າງຂອງ ພຣະອົງໃຫ້ເຂົາເບິ່ງ ເມື່ອພວກສາວົກໄດ້ເຫັນອົງພຣະຜູ້ເປັນເຈົ້າແລ້ວກໍເກີດຄວາມຊົມຊື່ນຍິນດີ.21ພຣະເຢຊູຊົງກ່າວກັບເຂົາອີກວ່າ, “ສັນຕິສຸກຈົ່ງຢູ່ກັບທ່ານທັງຫລາຍ ພຣະບິດາໄດ້ໃຊ້ເຮົາມາຢ່າງໃດ ຝ່າຍເຮົາກໍໃຊ້ທ່ານທັງໄປຢ່າງນັ້ນ.”22ເມື່ອຊົງກ່າວຢ່າງນັ້ນແລ້ວ ພຣະອົງຊົງລະບາຍລົມອອກຈາກພຣະໂອດໃສ່ເຂົາ ໂດຍບອກວ່າ, “ທ່ານທັງຫລາຍຈົ່ງຮັບເອົາພຣະວິນຍານບໍລິສຸດ.23ຖ້າທ່ານທັງຫລາຍຈະຍົກເອົາຜິດບາບຂອງຜູ້ໃດ ຄວາມບາບຂອງຜູ້ນັ້ນພຣະເຈົ້າໄດ້ຊົງຍົກເສຍແລ້ວ ແລະຖ້າທ່ານທັງຫລາຍກັກຄວາມຜິດບາບໃຫ້ຢູ່ກັບຜູ້ໃດ ພຣະເຈົ້າໄດ້ຊົງກັກຄວາມຜິດບາບໃຫ້ຢູ່ກັບຜູ້ນັ້ນແລ້ວ.”
24ຝ່າຍໂທມາທີ່ເອີ້ນກັນວ່າ ແຝດ ຊຶ່ງເປັນສາວົກຜູ້ໜຶ່ງໃນສິບສອງຄົນນັ້ນ ບໍ່ໄດ້ຢູ່ກັບເຂົາເມື່ອພຣະເຢຊູສະເດັດມານັ້ນ.25ສາວົກອື່ນຈຶ່ງບອກໂທມາວ່າ, “ເຮົາໄດ້ເຫັນອົງພຣະຜູ້ເປັນເຈົ້າແລ້ວ” ແຕ່ໂທມາຕອບເຂົາເຫລົ່ານັ້ນວ່າ, “ຖ້າຂ້ອຍບໍ່ເຫັນຮອຍຕະປູທີ່ຝ່າພຣະຫັດ, ແລະບໍ່ໄດ້ເອົານິ້ວມືຂອງຂ້ອຍແປະໃສ່ຮອຍຕະປູນັ້ນ, ແລະບໍ່ໄດ້ເອົາມືຂອງຂ້ອຍແປະໃສ່ຂ້າງເພິ່ນແລ້ວ ຂ້ອຍຈະບໍ່ເຊື່ອ.”
26ຄັນລ່ວງໄປໄດ້ແປດວັນແລ້ວພວກສາວົກຂອງພຣະອົງກໍຢູ່ກັນທີ່ເຮືອນນັ້ນອີກແລະໂທມາກໍຢູ່ກັບເຂົາ ສ່ວນປະຕູກໍອັດໄວ້ ແຕ່ພຣະເຢຊູກໍໄດ້ສະເດັດເຂົ້າມາຢືນຢູ່ຖ້າມກາງເຂົາ ແລ້ວຊົງກ່າວວ່າ, “ສັນຕິສຸກຈົ່ງມີຢູ່ກັບທ່ານທັງຫລາຍ.”27ແລະພຣະອົງຊົງກ່າວກັບໂທມາວ່າ, “ຈົ່ງເດ່ນິ້ວມືຂອງທ່ານມາລູບເບິ່ງຝາມືຂອງເຮົາ ຈົ່ງເດ່ມືຂອງທ່ານມາໃສ່ຂ້າງຂອງເຮົາ ຢ່າຂາດຄວາມເຊື່ອແຕ່ຈົ່ງເຊື່ອ.”28ໂທມາທູນຕອບວ່າ, “ອົງພຣະຜູ້ເປັນເຈົ້າຂອງຂ້າພຣະອົງ ແລະພຣະເຈົ້າຂອງຂ້າພະອົງ.”29ພຣະເຢຊູຊົງກ່າວກັບໂທມາວ່າ, “ເພາະໄດ້ເຫັນເຮົາທ່ານຈຶ່ງເຊື່ອຫລື ຜູ້ທີ່ບໍ່ເຫັນເຮົາແຕ່ໄດ້ເຊື່ອກໍເປັນສຸກ.”
30ອັນໜຶ່ງພຣະເຢຊູໄດ້ຊົງເຮັດໝາຍສຳຄັນອື່ນໆ ອີກຫລາຍປະການ ຕໍ່ໜ້າພວກສາວົກເຫລົ່ານັ້ນ ຊຶ່ງບໍ່ໄດ້ຈົດໄວ້ໃນໜັງສືເຫລັ້ມນີ້.31ແຕ່ທີ່ໄດ້ຈົດເຫດການເຫລົ່ານີ້ໄວ້ ກໍເພື່ອທ່ານທັງຫລາຍຈະໄດ້ເຊື່ອວ່າ ພຣະເຢຊູຊົງເປັນພຣະຄຣິດພຣະບຸດຂອງພຣະເຈົ້າ ແລະເມື່ອມີຄວາມເຊື່ອແລ້ວທ່ານ ກໍມີຊີວິດໂດຍພຣະນາມຂອງພຣະອົງ.