1“ຂໍ້­ຄວາມ​ເຫລົ່າ­ນີ້​ເຮົາ​ໄດ້​ບອກ​ທ່ານ​ທັງ­ຫລາຍ​ແລ້ວ ເພື່ອ​ບໍ່­ໃຫ້​ພວກ​ທ່ານ​ເກີດ​ຄວາມ​ສະ­ດຸດ­ໃຈ.2ເຂົາ​ຈະ​ໄລ່​ທ່ານ​ທັງ­ຫລາຍ​ອອກ­ຈາກ​ໂຮງ­ທຳ​ມະ​ເທດ​ສະ­ໜາ​ຈະ​ມີ​ເວ­ລາ​ໜຶ່ງ​ເມື່ອ​ບຸກ​ຄົນ­ທີ່​ຂ້າ​ພວກ​ທ່ານ​ເສຍ​ຈະ​ຄຶດ​ວ່າ ຕົນ​ເຮັດ­ການ​ນັ້ນ​ເພື່ອ​ບູ­ຊາ​ຕໍ່​ພຣະ­ເຈົ້າ.3ເຂົາ​ຈະ​ເຮັດ​ດັ່ງ­ນັ້ນ ເພາະ​ເຂົາ​ບໍ່­ໄດ້​ຮູ້­ຈັກ​ພຣະ­ບິ­ດາ​ແລະ​ບໍ່­ໄດ້​ຮູ້­ຈັກ​ເຮົາ.

4ແຕ່​ທີ່​ເຮົາ​ໄດ້​ບອກ​ສິ່ງ​ເຫລົ່າ­ນີ້​ໃຫ້​ທ່ານ​ທັງ­ຫລາຍ ກໍ​ເພື່ອ​ວ່າ, ເມື່ອ​ເວ­ລາ​ຂອງ​ເຂົາ​ມາ​ເຖິງ​ແລ້ວ ພວກ​ທ່ານ​ຈະ​ໄດ້​ລະ­ນຶກ​ວ່າ ຝ່າຍ​ເຮົາ​ໄດ້​ບອກ​ພວກ​ທ່ານ​ໄວ້​ແລ້ວ.

ງານ​ຂອງ​ພຣະ­ວິນ­ຍານ­ບໍ­ລິ­ສຸດ

“ເຮົາ​ບໍ່­ໄດ້​ບອກ​ສິ່ງ​ເຫລົ່າ­ນີ້​ແກ່​ທ່ານ​ທັງ­ຫລາຍ​ຕັ້ງ­ແຕ່​ຕົ້ນ​ມາ ເພາະ­ວ່າ​ເຮົາ​ຍັງ​ຢູ່​ກັບ​ພວກ​ທ່ານ.5ແຕ່​ບັດ­ນີ້​ເຮົາ​ຈວນ​ຈະ​ໄປ​ຫາ​ພຣະ­ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ ແລະ​ບໍ່­ມີ​ຜູ້­ໃດ​ໃນ​ພວກ​ທ່ານ​ຖາມ​ເຮົາ​ວ່າ, ‘ທ່ານ​ຈະ​ໄປ​ໃສ’.6ແຕ່​ເພາະ​ເຮົາ​ໄດ້​ບອກ​ສິ່ງ​ເຫລົ່າ­ນີ້​ຕໍ່​ພວກ​ທ່ານ ໃຈ​ຂອງ​ພວກ​ທ່ານ​ຈຶ່ງ​ເຕັມ​ໄປ​ດ້ວຍ​ຄວາມ­ທຸກ.7ຢ່າງ­ໃດ​ກໍ​ຕາມ, ເຮົາ​ກໍ​ບອກ​ຄວາມ­ຈິງ​ຕໍ່​ທ່ານ​ທັງ​ຫລາຍ­ວ່າ ການ​ທີ່​ເຮົາ​ຈາກ​ໄປ­ນັ້ນ​ເປັນ​ປະ­ໂຫຍດ​ແກ່​ພວກ​ທ່ານ ເພາະ​ຖ້າ​ເຮົາ​ບໍ່​ໄປ ອົງ​ພຣະ­ຜູ້­ຊ່ອຍ​ນັ້ນ​ຈະ​ບໍ່­ໄດ້​ສະ­ເດັດ​ມາ​ຫາ​ພວກ​ທ່ານ ແຕ່​ຖ້າ​ເຮົາ​ໄປ​ແລ້ວ ເຮົາ​ກໍ​ຈະ​ໃຊ້ ພຣະ­ອົງ​ນັ້ນ​ມາ​ຫາ​ພວກ​ທ່ານ.8ເມື່ອ​ພຣະ­ອົງ​ສະ­ເດັດ​ມາ​ແລ້ວ ພຣະ­ອົງ​ນັ້ນ​ແຫລະ, ຈະ​ຊົງ​ບັນ­ດົນ​ໃຫ້​ໂລກ​ຮູ້​ແຈ້ງ​ໃນ​ເລື່ອງ​ຄວາມ​ຜິດ­ບາບ, ຄວາມ​ຊອບ­ທຳ, ແລະ​ການ​ພິ­ພາກ­ສາ.9ໃນ​ເລື່ອງ​ຄວາມ​ຜິດ­ບາບ​ນັ້ນ ຄື​ເພາະ​ເຂົາ​ບໍ່​ວາງ­ໃຈ​ເຊື່ອ​ໃນ​ເຮົາ.10ໃນ​ເລື່ອງ​ຄວາມ​ຊອບ­ທຳ​ນັ້ນ ຄື​ເພາະ​ເຮົາ​ໄປ​ຫາ​ພຣະ­ບິ­ດາ​ແລະ​ພວກ​ທ່ານ​ຈະ​ບໍ່​ເຫັນ​ເຮົາ​ອີກ.11ສ່ວນ​ເລື່ອງ​ການ​ພິ­ພາກ­ສາ​ນັ້ນ ຄື​ເພາະ​ຜູ້­ປົກ­ຄອງ​ໂລກ​ນີ້​ໄດ້​ຖືກ​ພິ­ພາກ­ສາ​ແລ້ວ.

12“ເຮົາ​ຍັງ­ມີ​ອີກ​ຫລາຍ​ສິ່ງ​ທີ່​ຈະ​ບອກ​ແກ່​ທ່ານ​ທັງ­ຫລາຍ ແຕ່​ດຽວ­ນີ້​ພວກ​ທ່ານ​ບໍ່​ອາດ­ຈະ​ທົນ​ໄດ້.13ແຕ່​ເມື່ອ​ພຣະ­ອົງ​ນັ້ນ​ຄື​ພຣະ­ວິນ­ຍານ​ແຫ່ງ​ຄວາມ­ຈິງ​ຈະ​ສະ­ເດັດ​ມາ​ແລ້ວ ພຣະ­ອົງ​ຈະ​ນຳ​ທ່ານ​ທັງ­ຫລາຍ​ໄປ​ສູ່​ຄວາມ­ຈິງ​ທັງ​ໝົດ ເພາະ​ພຣະ­ອົງ​ຈະ​ບໍ່​ກ່າວ​ແຕ່​ລຳ­ພັງ​ຂອງ​ພຣະ­ອົງ​ເອງ ແຕ່​ພຣະ­ອົງ​ຊົງ​ໄດ້­ຍິນ​ສິ່ງ­ໃດ​ກໍ​ຈະ​ຊົງ​ກ່າວ​ສິ່ງ​ນັ້ນ ແລະ​ຈະ​ຊົງ​ປະ­ກາດ​ໃຫ້​ທ່ານ​ທັງ­ຫລາຍ​ຮູ້​ເຖິງ​ສິ່ງ​ເຫລົ່າ­ນີ້​ທີ່​ຈະ​ເກີດ​ຂຶ້ນ.14ພຣະ­ອົງ​ຈະ​ຊົງ​ໃຫ້​ເຮົາ​ໄດ້­ຮັບ​ກຽດ ເພາະ­ວ່າ​ພຣະ­ອົງ​ຈະ​ຊົງ​ເອົາ​ສິ່ງ​ທີ່​ເປັນ​ຂອງ​ເຮົາ​ມາ​ປະ­ກາດ​ແກ່​ທ່ານ​ທັງ­ຫລາຍ.15ທຸກໆ ສິ່ງ​ທີ່​ພຣະ­ບິ­ດາ​ຊົງ​ມີ​ຢູ່​ນັ້ນ​ກໍ​ເປັນ​ຂອງ​ເຮົາ ເຫດ​ສັນ­ນັ້ນ​ເຮົາ​ຈຶ່ງ​ກ່າວ​ວ່າ ພຣະ­ວິນ­ຍານ​ຊົງ​ເອົາ​ສິ່ງ​ຊຶ່ງ​ເປັນ​ຂອງ​ເຮົາ​ນັ້ນ​ມາ​ປະ­ກາດ​ແກ່​ທ່ານ​ທັງ­ຫລາຍ.

ຄວາມ­ທຸກ​ໂສກ​ຈະ​ກາຍ​ເປັນ­ຄວາມ​ຊົມ­ຊື່ນ­ຍິນ­ດີ

16“ຍັງ​ໜ້ອຍ​ໜຶ່ງ​ທ່ານ​ທັງ­ຫລາຍ​ຈະ​ບໍ່​ເຫັນ​ເຮົາ​ຕໍ່­ໄປ ແລະ​ຍັງ​ອີກ​ໜ້ອຍ​ໜຶ່ງ​ພວກ​ທ່ານ​ກໍ​ຈະ​ເຫັນ​ເຮົາ.”

17ສາ­ວົກ​ຂອງ​ພຣະ­ອົງ​ລາງ​ຄົນ​ຈຶ່ງ​ຖາມ​ກັນ​ວ່າ, “ທີ່​ທ່ານ​ໄດ້​ກ່າວ​ຕໍ່​ພວກ­ເຮົາ​ວ່າ ‘ຍັງ​ໜ້ອຍ​ໜຶ່ງ​ທ່ານ​ທັງ­ຫລາຍ​ຈະ​ບໍ່​ເຫັນ​ເຮົາ ແລະ​ຍັງ​ອີກ​ໜ້ອຍ​ໜຶ່ງ​ພວກ​ທ່ານ​ກໍ​ຈະ​ເຫັນ​ເຮົາ ແລະ ‘ເພາະ​ເຮົາ​ໄປ​ຫາ​ພຣະ­ບິ­ດາ’ ນີ້​ໝາຍ​ຄວາມ​ຢ່າງ­ໃດ.”18ເຂົາ​ຈຶ່ງ​ເວົ້າ​ກັນ​ວ່າ, “ຍັງ​ໜ້ອຍ​ໜຶ່ງ ນັ້ນ​ໝາຍ­ຄວາມ­ວ່າ​ຢ່າງ­ໃດ ພວກ­ເຮົາ​ບໍ່​ເຂົ້າ­ໃຈ​ວ່າ​ທ່ານ​ກຳ­ລັງ​ເວົ້າ​ຫຍັງ.”

19ພຣະ­ເຢ­ຊູ​ຊົງ​ຊາບ​ວ່າ​ເຂົາ​ຢາກ​ທູນ​ຖາມ​ພຣະ­ອົງ ພຣະ­ອົງ​ຈຶ່ງ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ທ່ານ​ທັງ­ຫລາຍ​ຖາມ​ກັນ​ໃນ​ເລື່ອງ​ທີ່​ເຮົາ​ກ່າວ​ນັ້ນ​ຫລື​ວ່າ ‘ຍັງ​ໜ້ອຍ​ໜຶ່ງ​ທ່ານ​ທັງ­ຫລາຍ​ຈະ​ບໍ່​ເຫັນ​ເຮົາ’ ແລະ ‘ອີກ​ໜ້ອຍ​ໜຶ່ງ​ພວກ​ທ່ານ​ກໍ​ຈະ​ເຫັນ​ເຮົາ’.20ເຮົາ​ບອກ​ທ່ານ​ທັງ­ຫລາຍ​ຕາມ​ຄວາມ­ຈິງ​ວ່າ ທ່ານ​ທັງ­ຫລາຍ​ຈະ​ຮ້ອງ­ໄຫ້​ຮ່ຳ­ໄຮ ແຕ່​ໂລກ​ນີ້​ຈະ​ຊົມ­ຊື່ນ­ຍິນ­ດີ ສ່ວນ​ພວກ​ທ່ານ​ຈະ​ມີ​ຄວາມ­ທຸກ​ໂສກ ແຕ່​ຄວາມ­ທຸກ​ໂສກ​ຂອງ​ພວກ​ທ່ານ​ນັ້ນ​ຈະ​ກັບ­ກາຍ​ເປັນ­ຄວາມ​ຍິນ­ດີ.21ເມື່ອ​ຜູ້­ຍິງ​ຈະ​ເກີດ​ລູກ ນາງ​ກໍ​ມີ​ຄວາມ­ທຸກ​ເພາະ​ເຖິງ​ກຳ­ນົດ​ແລ້ວ ແຕ່​ເມື່ອ​ເກີດ​ລູກ​ແລ້ວ​ນາງ​ກໍ​ບໍ່​ຄຶດ​ເຖິງ​ຄວາມ­ເຈັບ​ປວດ​ນັ້ນ​ອີກ ເພາະ​ມີ​ຄວາມ​ຊົມ­ຊື່ນ­ຍິນ­ດີ​ທີ່​ຄົນ​ຜູ້​ໜຶ່ງ​ເກີດ​ມາ​ໃນ​ໂລກ.22ດັ່ງ­ນັ້ນ​ໃນ​ບັດ­ນີ້​ທ່ານ​ທັງ­ຫລາຍ​ກໍ​ມີ​ຄວາມ­ທຸກ​ໂສກ ແຕ່​ເຮົາ​ຈະ​ເຫັນ​ພວກ​ທ່ານ​ອີກ ແລະ​ໃຈ​ຂອງ​ພວກ​ທ່ານ​ຈະ​ຊົມ­ຊື່ນ­ຍິນ­ດີ ແລະ​ບໍ່­ມີ​ຜູ້­ໃດ​ຈະ​ເອົາ​ຄວາມ​ຍິນ­ດີ​ນັ້ນ​ອອກ​ໄປ​ຈາກ​ພວກ​ທ່ານ​ໄດ້.23ໃນ​ວັນ​ນັ້ນ​ທ່ານ​ທັງ­ຫລາຍ​ຈະ​ບໍ່​ຖາມ​ເຮົາ​ເຖິງ​ສິ່ງ­ໃດ ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ­ຈິງ​ວ່າ ຖ້າ​ພວກ​ທ່ານ​ຈະ​ຂໍ​ສິ່ງ­ໃດ​ຈາກ​ພຣະ­ບິ­ດາ​ໃນ​ນາມ​ຂອງ​ເຮົາ ພຣະ­ອົງ​ຈະ​ຊົງ​ໂຜດ­ປະ­ທານ​ສິ່ງ​ນັ້ນ​ໃຫ້​ແກ່​ທ່ານ.24ມາ​ເຖິງ​ບັດ­ນີ້​ທ່ານ​ທັງ­ຫລາຍ​ບໍ່­ໄດ້​ຂໍ​ສິ່ງ­ໃດ​ໃນ​ນາມ​ຂອງ​ເຮົາ ຈົ່ງ​ຂໍ​ແລ້ວ​ພວກ​ທ່ານ​ຈະ​ໄດ້­ຮັບ ເພື່ອ​ຄວາມ​ຍິນ­ດີ​ຂອງ​ພວກ​ທ່ານ​ຈະ​ເຕັມ​ບໍ­ລິ­ບູນ.

ເຮົາ​ໄດ້​ຊະ­ນະ​ໂລກ​ແລ້ວ

25“ສິ່ງ​ເຫລົ່າ­ນີ້​ເຮົາ​ໄດ້​ກ່າວ​ຕໍ່​ທ່ານ​ທັງ­ຫລາຍ ເປັນ​ຄຳ­ປຽບ­ທຽບ ເມື່ອ​ເຖິງ​ເວ­ລາ​ໜຶ່ງ​ເຮົາ​ຈະ​ບໍ່​ກ່າວ​ເປັນ​ຄຳ­ປຽບ­ທຽບ​ຕໍ່​ພວກ​ທ່ານ​ອີກ ແຕ່​ຈະ​ບອກ​ໃຫ້​ພວກ​ທ່ານ​ຮູ້​ເລື່ອງ​ພຣະ­ບິ­ດາ​ໂດຍ​ແຈ່ມ­ແຈ້ງ.26ໃນ​ວັນ​ນັ້ນ​ທ່ານ​ທັງ­ຫລາຍ​ຈະ​ທູນ​ຂໍ​ໃນ​ນາມ​ຂອງ​ເຮົາ ແລະ​ເຮົາ​ຈະ​ບໍ່​ບອກ​ພວກ​ທ່ານ​ວ່າ ເຮົາ​ຈະ​ອ້ອນ­ວອນ​ພຣະ­ບິ­ດາ​ເພື່ອ​ພວກ​ທ່ານ.27ດ້ວຍ​ວ່າ​ພຣະ­ບິ­ດາ​ເອງ​ກໍ​ຊົງ​ຮັກ­ແພງ​ທ່ານ​ທັງ­ຫລາຍ ເພາະ­ວ່າ​ພວກ​ທ່ານ​ໄດ້​ຮັກ­ແພງ​ເຮົາ ແລະ​ໄດ້​ເຊື່ອ​ວ່າ ເຮົາ​ອອກ​ມາ​ຈາກ​ພຣະ­ເຈົ້າ.28ເຮົາ​ໄດ້​ອອກ​ມາ​ຈາກ​ພຣະ­ບິ­ດາ​ແລະ​ໄດ້​ມາ​ໃນ​ໂລກ ແລ້ວ​ເຮົາ​ຈະ​ຈາກ​ໂລກ​ໄປ​ຫາ​ພຣະ­ບິ­ດາ​ອີກ.”

29ພວກ​ສາ­ວົກ​ຂອງ​ພຣະ­ອົງ​ໄດ້​ທູນ​ວ່າ, “ນີ້­ແຫລະ, ບັດ­ນີ້​ທ່ານ​ກ່າວ​ໂດຍ​ແຈ່ມ­ແຈ້ງ ບໍ່­ໄດ້​ກ່າວ​ເປັນ​ຄຳ­ປຽບ­ທຽບ.30ບັດ­ນີ້​ພວກ​ຂ້າ­ນ້ອຍ​ຮູ້​ແລ້ວ​ວ່າ​ທ່ານ​ຮູ້­ຈັກ​ສັບ­ພະ​ທຸກ​ສິ່ງ ແລະ​ບໍ່​ຈຳ­ເປັນ​ທີ່​ຜູ້­ໃດ​ຈະ​ຖາມ​ທ່ານ​ອີກ ດ້ວຍ​ເຫດ​ນີ້​ພວກ​ຂ້າ­ນ້ອຍ​ຈຶ່ງ​ເຊື່ອ​ວ່າ​ທ່ານ​ມາ​ຈາກ​ພຣະ­ເຈົ້າ.”

31ພຣະ­ເຢ­ຊູ​ຊົງ​ຕອບ​ເຂົາ​ວ່າ, “ດຽວ­ນີ້​ທ່ານ​ທັງ­ຫລາຍ​ເຊື່ອ​ແລ້ວ​ຫລື.32ເບິ່ງ​ແມ, ເວ­ລາ​ຈະ​ມາ​ແລະ​ເວ­ລາ​ນັ້ນ​ກໍ​ເຖິງ​ແລ້ວ ທີ່​ທ່ານ​ທັງ­ຫລາຍ​ຈະ​ຕ້ອງ​ແຕກ​ຊະ​ກັນ​ໄປ​ບ້ານ​ໃຜ​ເຮືອນ​ມັນ ແລະ​ຈະ​ປະ​ເຮົາ​ໄວ້​ຜູ້​ດຽວ​ແຕ່​ຫາກ­ວ່າ​ເຮົາ​ບໍ່­ໄດ້​ຢູ່​ຜູ້​ດຽວ​ເພາະ​ພຣະ­ບິ­ດາ​ຊົງ​ສະ­ຖິດ​ຢູ່​ກັບ​ເຮົາ.33ເຮົາ​ໄດ້​ບອກ​ເລື່ອງ​ນີ້​ແກ່​ທ່ານ​ທັງ­ຫລາຍ ເພື່ອ​ພວກ​ທ່ານ​ຈະ​ມີ​ຄວາມ­ສະ­ຫງົບ­ສຸກ​ໃນ​ເຮົາ ໃນ​ໂລກ​ນີ້​ພວກ​ທ່ານ​ຈະ​ມີ​ຄວາມ­ທຸກ​ລຳ­ບາກ ແຕ່​ຈົ່ງ​ຊື່ນ­ໃຈ​ເທາະ ຝ່າຍ​ເຮົາ​ໄດ້​ຊະ­ນະ​ໂລກ​ແລ້ວ.”