ລາ­ຊະ­ໂຣ​ສິ້ນ​ຊີ­ວິດ

1ມີ​ຊາຍ​ຄົນ​ໜຶ່ງ​ຊື່​ລາ­ຊະ­ໂຣ​ກຳ­ລັງ​ປ່ວຍ​ຢູ່​ທີ່​ບ້ານ​ເບັດ­ທາ­ນີ ຄື​ບ້ານ​ຂອງ​ນາງ​ມາ­ຣິ­ອາ ແລະ​ມາ­ທາ​ສອງ​ເອື້ອຍ​ນ້ອງ.2ແມ່ນ​ນາງ​ມາ­ຣິ­ອາ​ຜູ້​ນີ້​ທີ່​ໄດ້​ເອົາ​ນ້ຳ­ມັນ​ຫອມ​ສົງ​ອົງ​ພຣະ­ຜູ້­ເປັນ­ເຈົ້າ ແລະ​ໃຊ້​ຜົມ​ຂອງ­ຕົນ​ເຊັດ​ພຣະ­ບາດ​ຂອງ​ພຣະ­ອົງ ລາ­ຊະ­ໂຣ​ຜູ້​ທີ່​ປ່ວຍ​ຜູ້­ນັ້ນ​ກໍ​ເປັນ​ນ້ອງ­ຊາຍ​ຂອງ​ຍິງ​ຜູ້​ນີ້.

3ເອື້ອຍ​ທັງ​ສອງ​ໄດ້​ໃຊ້​ຄົນ​ໄປ​ເຝົ້າ​ພຣະ­ເຢ­ຊູ​ທູນ​ວ່າ, “ນາຍ​ເຈົ້າ​ເອີຍ, ເບິ່ງ​ແມ ຜູ້​ທີ່​ທ່ານ​ຮັກ­ແພງ​ນັ້ນຫລື​ວ່າ “ຜູ້​ທີ່​ທ່ານ​ເປັນ​ສະ­ຫາຍ​ຮັກ​ນັ້ນ” (ເບິ່ງ ຢຮ. 22:14 ຕໍ່). ກໍ​ກຳ­ລັງ​ປ່ວຍ​ຢູ່.”4ເມື່ອ​ພຣະ­ເຢ­ຊູ​ຊົງ​ໄດ້­ຍິນ​ດັ່ງ​ນັ້ນ­ແລ້ວ​ກໍ​ຊົງ​ກ່າວ​ວ່າ, “ການ​ປ່ວຍ​ນີ້​ບໍ່​ເຖິງ​ແກ່​ຄວາມ​ຕາຍ​ດອກ ແຕ່​ເກີດ​ຂຶ້ນ​ເພື່ອ​ກຽດ­ຕິ­ຍົດ​ຂອງ​ພຣະ­ເຈົ້າ ເພື່ອ​ໃຫ້​ພຣະ­ບຸດ​ຂອງ ພຣະ­ເຈົ້າ​ຊົງ​ໄດ້­ຮັບ​ກຽດ­ຕິ­ຍົດ​ເພາະ​ການ​ປ່ວຍ​ນີ້.”5ສ່ວນ​ພຣະ­ເຢ­ຊູ​ກໍ​ຊົງ​ຮັກ​ມາ­ທາ ແລະ​ນ້ອງ­ສາວ​ຂອງ​ນາງ​ກັບ​ລາ­ຊະ­ໂຣ.

6ຄັນ​ພຣະ­ອົງ​ຊົງ​ໄດ້­ຍິນ​ວ່າ​ລາ­ຊະ­ໂຣ​ປ່ວຍ​ຢູ່ ພຣະ­ອົງ​ຈຶ່ງ​ຊົງ​ພັກ​ຢູ່­ໃນ​ບ່ອນ​ພຣະ­ອົງ​ຊົງ​ຢູ່​ນັ້ນ​ອີກ​ສອງ​ວັນ.7ຫລັງ­ຈາກ­ນັ້ນ ພຣະ­ອົງ​ຊົງ​ກ່າວ​ກັບ​ພວກ​ສາ­ວົກ​ວ່າ, “ພວກ­ເຮົາ​ພາ­ກັນ​ເຂົ້າ­ໄປ​ໃນ​ແຂວງ​ຢູ­ດາຍ​ອີກ​ເທາະ.”8ພວກ​ສາ­ວົກ​ໄດ້​ທູນ​ພຣະ­ອົງ​ວ່າ, “ອາ­ຈານ​ເຈົ້າ­ຂ້າ​ເອີຍ, ເມື່ອ​ບໍ່​ເຫິງ​ນີ້​ພວກ­ຢິວ​ຫາ​ໂອ­ກາດ​ເອົາ​ຫີນ​ຄວ່າງ​ໃສ່​ທ່ານ​ໃຫ້​ຕາຍ ແລ້ວ​ທ່ານ​ຍັງ​ຈະ​ກັບ​ໄປ​ທີ່​ນັ້ນ​ອີກ​ຫລື.”9ພຣະ­ເຢ­ຊູ​ຊົງ​ຕອບ​ວ່າ, “ວັນ​ໜຶ່ງ​ມີ​ສິບ​ສອງ​ຊົ່ວ­ໂມງ​ບໍ່­ແມ່ນ​ຫລື ຖ້າ​ຄົນ​ໃດ​ຫາກ​ຍ່າງ​ໄປ​ໃນ​ເວ­ລາ​ກາງ­ເວັນ​ກໍ​ຈະ​ບໍ່​ຊູນ​ສະ­ດຸດ ເພາະ­ວ່າ​ເພິ່ນ​ເຫັນ​ຄວາມ​ສະ­ຫວ່າງ​ຂອງ​ໂລກ​ນີ້.10ແຕ່​ຖ້າ​ຜູ້­ໃດ​ຫາກ​ຍ່າງ​ໄປ​ໃນ​ເວ­ລາ​ກາງ­ຄືນ​ກໍ​ຈະ​ຊູນ​ສະ­ດຸດ ເພາະ­ວ່າ​ເພິ່ນ​ບໍ່­ມີ​ຄວາມ​ສະ­ຫວ່າງ​ໃນ​ຕົວ.”

11ເມື່ອ​ພຣະ­ອົງ​ຊົງ​ກ່າວ​ດັ່ງ­ນີ້​ແລ້ວ​ກໍ​ຊົງ​ບອກ​ພວກ​ສາ­ວົກ​ວ່າ, “ລາ­ຊະ­ໂຣ​ເພື່ອນ​ຂອງ​ເຮົາ​ກໍ​ຫລັບ​ໄປ​ແລ້ວ ແຕ່​ເຮົາ​ໄປ​ເພື່ອ­ຈະ​ປຸກ​ລາວ​ໃຫ້​ຕື່ນ.”12ພວກ​ສາ­ວົກ​ຈຶ່ງ​ທູນ​ພຣະ­ອົງ​ວ່າ, “ນາຍ​ເຈົ້າ​ເອີຍ, ຖ້າ​ຜູ້​ປ່ວຍ​ນອນ­ຫລັບ ລາວ­ກໍ​ຄົງ​ຈະ​ດີ​ປ່ວຍ.”13ສ່ວນ​ພຣະ­ເຢ­ຊູ​ກໍ­ໄດ້​ຊົງ​ກ່າວ­ເຖິງ​ການ­ຕາຍ​ຂອງ​ລາ­ຊະ­ໂຣ ແຕ່​ພວກ​ສາ­ວົກ​ຄຶດ​ວ່າ​ພຣະ­ອົງ​ຊົງ​ກ່າວ­ເຖິງ​ການ​ນອນ­ຫລັບ​ໃຫ້​ຫາຍ​ເມື່ອຍ.

14ເຫດ​ສັນ​ນີ້​ພຣະ­ເຢ­ຊູ​ຈຶ່ງ​ຊົງ​ບອກ​ເຂົາ​ໂດຍ​ແຈ່ມ­ແຈ້ງ​ວ່າ, “ລາ­ຊະ­ໂຣ​ຕາຍ​ແລ້ວ.15ເຮົາ​ຍິນ­ດີ​ທີ່​ເຮົາ​ບໍ່­ໄດ້​ຢູ່​ທີ່​ນັ້ນ​ເພາະ​ເຫັນ­ແກ່​ທ່ານ​ທັງ­ຫລາຍ ເພື່ອ​ທ່ານ​ທັງ­ຫລາຍ​ຈະ​ໄດ້​ເຊື່ອ ພວກ­ເຮົາ​ພາ­ກັນ​ໄປ​ຫາ​ລາວ​ເທາະ.”

16ໂທ­ມາ​ທີ່​ເອີ້ນ­ວ່າ​ແຝດ ໄດ້​ເວົ້າ​ກັບ​ເພື່ອນ​ສາ­ວົກ​ວ່າ, “ພວກ­ເຮົາ​ພາ­ກັນ​ໄປ​ເໝືອນ​ກັນ ເພື່ອ­ຈະ​ໄດ້​ຕາຍ​ດ້ວຍ​ກັນ­ກັບ​ພຣະ­ອົງ.”

ພຣະ­ເຢ­ຊູ​ຊົງ​ເປັນ​ເຫດ​ໃຫ້​ຄືນ​ມາ​ທັງ​ຊົງ​ເປັນ​ຊີ­ວິດ

17ເມື່ອ​ພຣະ­ເຢ­ຊູ​ສະ­ເດັດ​ມາ​ເຖິງ​ກໍ​ຊົງ​ເຫັນ​ວ່າ ລາ­ຊະ­ໂຣ​ຢູ່­ໃນ​ອຸບ­ໂມງ​ຝັງ​ສົບ​ໄດ້​ສີ່​ວັນ​ແລ້ວ.18ອັນ​ໜຶ່ງ, ບ້ານ​ເບັດ­ທາ­ນີ​ນັ້ນ​ຢູ່​ໄກ​ຈາກ​ກຸງ​ເຢ­ຣູ­ຊາ­ເລັມ​ປະ­ມານ​ພັນ​ຫ້າ​ຮ້ອຍ​ວາ.19ພວກ­ຢິວ​ຫລາຍ​ຄົນ​ໄດ້​ມາ​ຫາ​ນາງ​ມາ­ທາ​ແລະ​ມາ­ຣິ­ອາ ເພື່ອ​ເລົ້າ­ໂລມ​ໃຈ​ເຂົາ​ເນື່ອງ­ດ້ວຍ​ນ້ອງ­ຊາຍ​ຂອງ​ເຂົາ.20ເມື່ອ​ມາ­ທາ​ໄດ້­ຍິນ​ວ່າ​ພຣະ­ເຢ­ຊູ​ກຳ­ລັງ​ສະ­ເດັດ​ມາ ນາງ​ກໍ​ອອກ​ໄປ​ຕ້ອນ­ຮັບ​ພຣະ­ອົງ ແຕ່​ສ່ວນ​ມາ­ຣິ­ອາ​ນັ້ນ​ນັ່ງ​ຢູ່­ໃນ​ເຮືອນ.21ນາງ​ມາ­ທາ​ທູນ​ພຣະ­ເຢ­ຊູ​ວ່າ, “ນາຍ​ເຈົ້າ​ເອີຍ, ຖ້າ​ທ່ານ​ຢູ່​ທີ່​ນີ້​ນ້ອງ­ຊາຍ​ຂອງ​ຂ້າ­ນ້ອຍ​ກໍ​ຄົງ​ບໍ່​ຕາຍ.22ແຕ່​ບັດ­ນີ້​ກໍ­ດີ, ຂ້າ­ນ້ອຍ​ຊາບ​ວ່າ ສິ່ງ­ໃດໆ ທີ່​ທ່ານ​ຈະ​ທູນ​ຂໍ​ຈາກ​ພຣະ­ເຈົ້າ ພຣະ­ເຈົ້າ​ຈະ​ຊົງ​ໂຜດ­ປະ­ທານ​ແກ່​ທ່ານ.”

23ພຣະ­ເຢ­ຊູ​ຊົງ​ກ່າວ​ຕໍ່​ນາງ​ວ່າ, “ນ້ອງ­ຊາຍ​ຂອງ​ເຈົ້າ​ຈະ​ຄືນ​ມາ​ອີກ.”24ນາງ​ມາ­ທາ​ທູນ​ວ່າ, “ຂ້າ­ນ້ອຍ​ກໍ​ຊາບ​ແລ້ວ​ວ່າ ລາວ​ຈະ​ເປັນ​ຄືນ​ມາ​ອີກ​ໃນ​ເວ­ລາ​ຄືນ​ມາ ເມື່ອ​ວັນ​ສຸດ­ທ້າຍ​ນັ້ນ.”25ພຣະ­ເຢ­ຊູ​ຊົງ​ກ່າວ​ຕໍ່​ນາງ​ວ່າ, “ເຮົາ​ນີ້­ແຫລະ, ເປັນ​ເຫດ​ໃຫ້​ຄົນ​ທັງ­ປວງ​ເປັນ​ຄືນ​ມາ ທັງ​ເປັນ​ຊີ­ວິດ ຜູ້​ທີ່​ວາງ­ໃຈ​ເຊື່ອ​ຢູ່­ໃນ​ເຮົາ ເຖິງ­ແມ່ນ­ວ່າ​ຕາຍ​ໄປ​ແລ້ວ​ກໍ​ຍັງ​ຈະ​ມີ­ຊີ­ວິດ​ຢູ່.26ແລະ​ທຸກ​ຄົນ­ທີ່​ຍັງ​ມີ­ຊີ­ວິດ​ຢູ່​ແລະ​ວາງ­ໃຈ​ເຊື່ອ​ຢູ່­ໃນ​ເຮົາ​ກໍ​ຈະ​ບໍ່​ຕາຍ​ຈັກ­ເທື່ອ ເຈົ້າ​ເຊື່ອ​ຂໍ້​ນີ້​ຫລື.”27ມາ­ທາ​ຈຶ່ງ​ທູນ​ພຣະ­ອົງ​ວ່າ, “ເຊື່ອ​ຢູ່​ແລ້ວ, ນາຍ​ເຈົ້າ​ເອີຍ ຂ້າ­ນ້ອຍ​ເຊື່ອ​ແລ້ວ​ວ່າ​ທ່ານ​ເປັນ​ພຣະ­ຄຣິດ ຄື​ພຣະ­ບຸດ​ຂອງ​ພຣະ­ເຈົ້າ​ທີ່​ຕ້ອງ​ສະ­ເດັດ​ມາ​ໃນ​ໂລກ.”

ພຣະ­ເຢ­ຊູ​ຊົງ​ພຣະ​ກັນ­ແສງ

28ເມື່ອ​ທູນ​ດັ່ງ­ນັ້ນ​ແລ້ວ​ນາງ​ຈຶ່ງ​ກັບ​ໄປ​ເອີ້ນ​ມາ­ຣິ­ອາ​ນ້ອງ­ສາວ​ຂອງ­ຕົນ​ໂດຍ​ເວົ້າ​ຄ່ອຍໆ ວ່າ, “ອາ­ຈານ​ມາ​ແລ້ວ​ແລະ​ເອີ້ນ​ຫາ​ເຈົ້າ.”29ຄັນ​ມາ­ຣິ­ອາ​ໄດ້­ຍິນ​ແລ້ວ​ນາງ​ກໍ​ລຸກ­ຂຶ້ນ​ໂລດ​ໄປ​ເຝົ້າ​ພຣະ­ອົງ.30ສ່ວນ​ພຣະ­ເຢ­ຊູ​ບໍ່­ໄດ້​ສະ­ເດັດ​ເຂົ້າ­ໄປ​ໃນ​ບ້ານ ແຕ່​ຍັງ​ປະ­ທັບ​ຢູ່​ບ່ອນ​ທີ່​ມາ­ທາ​ໄດ້​ພົບ​ພຣະ­ອົງ​ນັ້ນ.31ເມື່ອ​ພວກ­ຢິວ​ທີ່­ຢູ່​ໃນ​ເຮືອນ​ກັບ​ມາ­ຣິ­ອາ​ກຳ­ລັງ​ເລົ້າ­ໂລມ​ລາວ​ຢູ່ ໄດ້​ເຫັນ​ມາ­ຣິ­ອາ​ຟ້າວ​ລຸກ­ຂຶ້ນ​ອອກ​ໄປ ເຂົາ​ຈຶ່ງ​ຕາມ​ໄປ​ນຶກ​ວ່າ​ນາງ​ຈະ​ໄປ​ຍັງ​ອຸບ­ໂມງ​ເພື່ອ​ຮ້ອງ­ໄຫ້​ຢູ່​ທີ່​ນັ້ນ.

32ຄັນ​ນາງ​ມາ​ເຖິງ​ບ່ອນ​ທີ່​ພຣະ­ເຢ­ຊູ​ປະ­ທັບ​ຢູ່​ແລະ​ເຫັນ​ພຣະ­ອົງ​ແລ້ວ ຈຶ່ງ​ຂາບ­ລົງ​ທີ່​ພຣະ­ບາດ​ຂອງ​ພຣະ­ອົງ​ທູນ​ວ່າ, “ນາຍ​ເຈົ້າ​ເອີຍ, ຖ້າ​ທ່ານ​ຢູ່​ທີ່​ນີ້​ນ້ອງ­ຊາຍ​ຂອງ​ຂ້າ­ນ້ອຍ​ກໍ​ຄົງ​ບໍ່​ຕາຍ.”33ເມື່ອ​ພຣະ­ເຢ­ຊູ​ຊົງ​ເຫັນ​ນາງ​ຮ້ອງ­ໄຫ້ ແລະ​ພວກ­ຢິວ​ທີ່​ມາ­ກັບ​ນາງ​ກຳ­ລັງ​ຮ້ອງ­ໄຫ້​ເໝືອນ​ກັນ ພຣະ­ອົງ​ຊົງ​ວຸ້ນ­ວາຍ​ແລະ​ຊົງ​ສະ­ເທືອນ​ພຣະ­ໄທ.34ພຣະ­ອົງ​ຈຶ່ງ​ຊົງ​ຖາມ­ວ່າ, “ໄດ້​ເອົາ​ສົບ​ໄປ​ໄວ້​ທີ່​ໃດ” ເຂົາ​ທູນ​ຕອບ​ວ່າ, “ນາຍ​ເຈົ້າ​ເອີຍ, ເຊີນ​ມາ​ເບິ່ງ​ແມ.”35ສ່ວນ​ພຣະ­ເຢ­ຊູ​ຊົງ​ພຣະ​ກັນ­ແສງ.36ພວກ­ຢິວ​ຈຶ່ງ​ເວົ້າ​ກັນ​ວ່າ, “ເບິ່ງ­ດູ, ເພິ່ນ​ຮັກ​ລາວ​ພຽງ​ໃດ​ໜໍ.”37ແຕ່​ລາງ​ຄົນ​ເວົ້າ​ວ່າ, “ຜູ້​ນີ້​ໄດ້​ປືດ​ຕາ​ຂອງ​ຄົນ​ຕາ­ບອດ​ນັ້ນ ແລ້ວ​ຈະ​ເຮັດ­ໃຫ້​ຄົນ​ນີ້​ບໍ່​ຕາຍ​ບໍ່­ໄດ້​ຫລື.”

ຊົງ​ບັນ­ດານ​ໃຫ້​ລາ­ຊະ­ໂລ​ເປັນ​ຄືນ​ມາ

38ພຣະ­ເຢ­ຊູ​ຊົງ​ສະ­ເທືອນ​ພຣະ­ໄທ​ອີກ ຈຶ່ງ​ສະ­ເດັດ​ມາ​ເຖິງ​ອຸບ­ໂມງ​ຝັງ​ສົບ ອຸບ­ໂມງ​ນັ້ນ​ເປັນ​ຖ້ຳ​ມີ​ຫີນ​ກ້ອນ​ໜຶ່ງ​ວາງ​ອັດ​ປາກ​ໄວ້.39ພຣະ­ເຢ­ຊູ​ຊົງ​ກ່າວ​ວ່າ, “ຈົ່ງ​ຍົກ​ຫີນ​ອອກ​ເສຍ” ມາ­ທາ​ເອື້ອຍ​ຂອງ​ຜູ້​ຕາຍ​ນັ້ນ​ທູນ​ວ່າ, “ນາຍ​ເຈົ້າ​ເອີຍ, ປານ​ນີ້​ສົບ​ມີ​ກິ່ນ​ເໝັນ​ແລ້ວ ເພາະ​ລາວ​ຕາຍ​ໄດ້​ສີ່​ວັນ​ແລ້ວ.”40ພຣະ­ເຢ­ຊູ​ຊົງ​ຕອບ​ນາງ​ວ່າ, “ເຮົາ​ໄດ້​ບອກ​ເຈົ້າ​ແລ້ວ​ບໍ່­ແມ່ນ​ຫລື​ວ່າ ຖ້າ​ເຈົ້າ​ເຊື່ອ​ຄົງ​ຈະ​ໄດ້​ເຫັນ​ສະ­ຫງ່າ­ລາ­ສີ​ຂອງ​ພຣະ­ເຈົ້າ.”41ດັ່ງ­ນັ້ນ​ເຂົາ​ຈຶ່ງ​ຍົກ​ຫີນ​ອອກ ຝ່າຍ​ພຣະ­ເຢ­ຊູ​ຊົງ​ເງີຍ​ພຣະ­ພັກ​ຂຶ້ນ​ໂດຍ​ຊົງ​ກ່າວ​ວ່າ, “ໂອ ພຣະ­ບິ­ດາ​ເອີຍ, ຂ້າ­ນ້ອຍ​ຂອບ​ພຣະ­ຄຸນ​ພຣະ­ອົງ​ເພາະ​ພຣະ­ອົງ​ຊົງ​ໂຜດ​ຟັງ​ຂ້າ­ນ້ອຍ.42ຂ້າ­ນ້ອຍ​ຊາບ​ວ່າ​ພຣະ­ອົງ​ຊົງ​ຟັງ​ຂ້າ­ນ້ອຍ​ຢູ່​ສະ­ເໝີ ແຕ່​ທີ່​ຂ້າ­ນ້ອຍ​ເວົ້າ​ຢ່າງ​ນີ້​ກໍ​ເພາະ​ເຫັນ­ແກ່​ຄົນ​ທັງ­ຫລາຍ​ທີ່​ຢືນ​ອ້ອມ​ຢູ່​ນີ້ ເພື່ອ​ເຂົາ​ຈະ​ໄດ້​ເຊື່ອ​ວ່າ​ແມ່ນ​ພຣະ­ອົງ​ແຫລະ, ທີ່​ຊົງ​ໃຊ້​ຂ້າ­ນ້ອຍ​ມາ.”43ເມື່ອ​ຊົງ​ກ່າວ​ຢ່າງ​ນັ້ນ­ແລ້ວ​ພຣະ­ອົງ​ຊົງ​ເປັ່ງ​ພຣະ­ສຸ­ລະ­ສຽງ​ວ່າ, “ລາ­ຊະ­ໂຣ​ເອີຍ, ຈົ່ງ​ອອກ​ມາ​ເສຍ.”44ຜູ້​ຕາຍ​ນັ້ນ​ກໍ­ໄດ້​ອອກ​ມາ ມີ​ຜ້າ​ພັນ​ຕີນ​ແລະ​ມື, ແລະ​ມີ​ຜ້າ​ປົກ​ໜ້າ​ໄວ້ ແລ້ວ​ພຣະ­ເຢ­ຊູ​ຈຶ່ງ​ຊົງ​ບອກ​ເຂົາ​ວ່າ, “ຈົ່ງ​ແກ້​ປ່ອຍ​ໃຫ້​ລາວ​ໄປ​ເສຍ.”

ການ​ປອງ­ຮ້າຍ​ພຣະ­ເຢ­ຊູ

(ມທ. 26:1-5; ມຣກ. 14:1-2; ລກ. 22:1-2)

45ເຫດ​ສັນ­ນັ້ນ​ພວກ­ຢິວ​ຫລາຍ​ຄົນ­ທີ່​ໄດ້​ມາ​ຫາ​ມາ­ຣິ­ອາ ແລະ​ໄດ້​ເຫັນ​ການ​ທີ່​ພຣະ­ເຢ­ຊູ​ຊົງ​ເຮັດ​ນັ້ນ​ກໍ​ວາງ­ໃຈ​ເຊື່ອ​ໃນ​ພຣະ­ອົງ.46ແຕ່​ລາງ​ຄົນ​ໃນ​ພວກ​ເຂົາ​ນັ້ນ​ໄດ້​ໄປ​ຫາ​ພວກ​ຟາ­ຣີ­ຊາຍ ເລົ່າ­ເລື່ອງ​ການ​ທີ່​ພຣະ­ເຢ­ຊູ​ໄດ້​ຊົງ​ເຮັດ​ນັ້ນ​ໃຫ້​ເຂົາ​ຟັງ.47ດັ່ງ­ນັ້ນ​ພວກ­ປະ­ໂລ­ຫິດ​ຕົນ​ໃຫຍ່​ກັບ​ພວກ​ຟາ­ຣີ­ຊາຍ ຈຶ່ງ​ເອີ້ນ​ສະ­ມາ­ຊິກ​ສະ­ພາ​ມາ​ປະ­ຊຸມ​ໂດຍ​ກ່າວ​ວ່າ, “ພວກ­ເຮົາ​ຈະ​ເຮັດ​ແນວ­ໃດ ເພາະ­ວ່າ​ຊາຍ​ຜູ້​ນີ້​ໄດ້​ເຮັດ​ໝາຍ​ສຳ­ຄັນ​ຫລາຍ​ປະ­ການ.48ຖ້າ​ເຮົາ​ຈະ​ປ່ອຍ​ໃຫ້​ລາວ​ເຮັດ​ຢູ່​ຢ່າງ​ນີ້ ຄົນ​ທັງ­ຫລາຍ​ກໍ​ຈະ​ເຊື່ອ​ຖື​ລາວ​ແລ້ວ​ພວກ­ໂຣມ​ກໍ​ຈະ​ມາ​ທຳ­ລາຍ​ພຣະ­ວິ­ຫານ​ທັງ​ປະ­ເທດ​ຊາດ​ຂອງ​ເຮົາ.”

49ແຕ່​ຜູ້​ໜຶ່ງ​ໃນ​ພວກ​ເຂົາ​ຊື່​ກາ­ຢະ­ຟາ ເປັນ​ມະ­ຫາ​ປະ­ໂລ­ຫິດ​ປະ­ຈຳ­ການ​ປີ​ນັ້ນ ໄດ້​ກ່າວ​ແກ່​ເຂົາ​ວ່າ, “ພວກ​ທ່ານ​ບໍ່​ຮູ້­ຈັກ​ຫຍັງ,50ແລະ​ບໍ່​ຄຶດ​ເຫັນ​ວ່າ​ມັນ​ຈະ​ເປັນ​ປະ­ໂຫຍດ​ແກ່​ທ່ານ​ທັງ­ຫລາຍ ຖ້າ​ຈະ­ໃຫ້​ຄົນ​ຜູ້​ດຽວ​ຕາຍ ແທນ​ທີ່​ຈະ­ໃຫ້​ທັງ​ປະ­ເທດ​ຊາດ​ຈິບ­ຫາຍ.”51ທີ່​ທ່ານ​ໄດ້​ກ່າວ​ຄຳ​ນັ້ນ​ກໍ​ບໍ່­ແມ່ນ​ດ້ວຍ​ລຳ­ພັງ​ຂອງ​ຕົນ­ເອງ ແຕ່​ເພາະ​ທ່ານ​ເປັນ​ມະ­ຫາ​ປະ­ໂລ­ຫິດ​ໃນ​ປີ​ນັ້ນ ຈຶ່ງ​ທຳ­ນວາຍ​ໄວ້​ກ່ອນ​ວ່າ ພຣະ­ເຢ­ຊູ​ຈະ​ສິ້ນ​ພຣະ­ຊົນ​ຕາງ​ປະ­ເທດ​ຊາດ,52ແລະ​ບໍ່­ແມ່ນ​ແທນ​ປະ­ເທດ​ຊາດ​ຢ່າງ​ດຽວ​ເທົ່າ​ນັ້ນ ແຕ່​ເພື່ອ​ຮວບ­ຮວມ​ບຸດ​ທັງ­ຫລາຍ​ຂອງ​ພຣະ­ເຈົ້າ​ທີ່​ແຕກ​ຊະ​ກັນ​ໄປ​ແລ້ວ​ນັ້ນ ໃຫ້​ເຂົ້າ​ເປັນ​ພວກ​ດຽວ​ກັນ.53ຕັ້ງ­ແຕ່​ວັນ​ນັ້ນ​ມາ​ເຂົາ​ໄດ້​ວາງ​ແຜນ­ການ​ຈະ​ຂ້າ​ພຣະ­ອົງ​ເສຍ.

54ເພາະ​ເຫດ​ນັ້ນ ພຣະ­ເຢ­ຊູ​ບໍ່­ໄດ້​ສະ­ເດັດ​ໄປ​ມາ​ໃນ​ຖ້າມ­ກາງ​ພວກ­ຢິວ​ໂດຍ​ເປີດ­ເຜີຍ​ອີກ ແຕ່​ໄດ້​ສະ­ເດັດ​ຈາກ​ທີ່​ນັ້ນ​ໄປ​ຍັງ​ທ້ອງ­ຖິ່ນ​ຢູ່​ໃກ້​ປ່າ​ເຖິງ​ເມືອງ​ໜຶ່ງ​ຊື່ ເອ­ຟຣາ­ຢິມ ແລະ​ປະ­ທັບ​ຢູ່​ທີ່​ນັ້ນ​ກັບ​ພວກ​ສາ­ວົກ.55ອັນ​ໜຶ່ງ, ໃກ້​ຈະ​ເຖິງ​ເທດ­ສະ­ການ​ປັດ­ສະ­ຄາ​ຂອງ​ຊາດ​ຢິວ​ແລ້ວ ຫລາຍ​ຄົນ​ໄດ້​ອອກ­ຈາກ​ບ້ານ­ເມືອງ​ທົ່ວ​ປະ­ເທດ ຂຶ້ນ​ເມືອ​ຍັງ​ກຸງ​ເຢ­ຣູ­ຊາ­ເລັມ​ກ່ອນ​ປັດ­ສະ­ຄາ​ເພື່ອ­ຈະ​ຊຳ­ລະ​ຕົວ.56ເຂົາ​ກຳ­ລັງ​ຕິດ­ຕາມ​ຊອກ­ຫາ​ພຣະ­ເຢ­ຊູ ແລະ​ເມື່ອ​ເຂົາ​ຢືນ­ຢູ່​ໃນ​ບໍ­ລິ­ເວນ​ພຣະ­ວິ­ຫານ​ຈຶ່ງ​ເວົ້າ​ກັນ​ວ່າ, “ທ່ານ​ຄຶດ​ເຫັນ​ຢ່າງ­ໃດ ເພິ່ນ​ຈະ​ບໍ່​ມາ​ໃນ​ງານ​ເທດ­ສະ­ການ​ນີ້​ຕີ້.57ຝ່າຍ​ພວກ­ປະ­ໂລ­ຫິດ​ຕົນ​ໃຫຍ່​ແລະ​ພວກ​ຟາ­ຣີ­ຊາຍ ໄດ້​ອອກ​ຄຳ​ສັ່ງ​ໄວ້​ວ່າ ຖ້າ​ຜູ້­ໃດ​ຮູ້­ວ່າ ພຣະ­ອົງ​ຢູ່​ໃສ ໃຫ້​ມາ­ບອກ​ເຂົາ​ເພື່ອ­ຈະ​ໄດ້​ໄປ​ຈັບ​ພຣະ­ອົງ.