ຄຳ​ອຸ­ປະ­ມາ​ເລື່ອງ​ຄອກ​ແກະ

1“ເຮົາ​ບອກ​ທ່ານ​ທັງ­ຫລາຍ​ຕາມ​ຄວາມ­ຈິງ​ວ່າ ຜູ້​ທີ່​ບໍ່­ໄດ້­ເຂົ້າ​ໄປ​ໃນ​ຄອກ​ແກະ​ທາງ​ປະ­ຕູ ແຕ່​ປີນ​ເຂົ້າ­ໄປ​ທາງ​ອື່ນ ຜູ້­ນັ້ນ​ກໍ​ເປັນ​ຂະ­ໂມຍ​ແລະ​ໂຈນ.2ແຕ່​ຜູ້​ທີ່​ເຂົ້າ​ທາງ​ປະ­ຕູ​ກໍ​ເປັນ​ຜູ້​ລ້ຽງ​ແກະ.3ນາຍ​ປະ­ຕູ​ກໍ​ໄຂ​ປະ­ຕູ​ໃຫ້​ແກ່​ຜູ້­ນັ້ນ ແລະ​ຝູງ​ແກະ​ກໍ​ຍອມ​ຟັງ­ສຽງ​ຂອງ​ເພິ່ນ ແລະ​ເພິ່ນ​ເອີ້ນ​ແກະ​ຂອງ­ຕົນ​ຕາມ​ຊື່​ແລະ​ພາ​ເຂົາ​ອອກ​ໄປ.4ເມື່ອ​ເພິ່ນ​ໃຫ້​ແກະ​ຂອງ­ຕົນ​ອອກ​ໄປ​ໝົດ​ແລ້ວ ເພິ່ນ​ກໍ​ນຳ​ໜ້າ​ເຂົາ​ໄປ ແລະ​ຝູງ​ແກະ​ກໍ​ຕາມ​ເພິ່ນ​ໄປ​ເພາະ​ເຂົາ​ຮູ້­ຈັກ​ສຽງ​ຂອງ​ເພິ່ນ.5ສ່ວນ​ຄົນ​ຕ່າງ​ໜ້າ, ຝູງ​ແກະ​ຈະ​ບໍ່​ຕາມ​ໄປ ມີ​ແຕ່​ຈະ​ໜີ​ຈາກ​ຄົນ​ນັ້ນ​ເພາະ​ເຂົາ​ບໍ່​ຮູ້­ຈັກ​ສຽງ​ຂອງ​ຄົນ​ຕ່າງ​ໜ້າ​ນັ້ນ.”6ຄຳ­ປຽບ­ທຽບ​ນີ້​ພຣະ­ເຢ­ຊູ​ຊົງ​ກ່າວ​ຕໍ່​ເຂົາ ແຕ່​ເຂົາ​ບໍ່­ໄດ້­ເຂົ້າ​ໃຈ​ວ່າ ຄຳ​ທີ່​ພຣະ­ອົງ​ຊົງ​ກ່າວ​ນັ້ນ​ມີ​ຄວາມ­ໝາຍ​ຢ່າງ­ໃດ.

ພຣະ­ເຢ­ຊູ​ຊົງ​ເປັນ​ຜູ້​ລ້ຽງ​ທີ່​ດີ

7ພຣະ­ເຢ­ຊູ​ຊົງ​ກ່າວ​ອີກ­ວ່າ, “ເຮົາ​ບອກ​ທ່ານ​ທັງ­ຫລາຍ​ຕາມ​ຄວາມ­ຈິງ​ວ່າ ເຮົາ​ນີ້­ແຫລະ, ເປັນ​ປະ­ຕູ​ຂອງ​ແກະ​ທັງ­ຫລາຍ.8ບັນ­ດາ​ຜູ້​ທີ່​ມາ​ກ່ອນ​ເຮົາ​ນັ້ນ​ກໍ​ເປັນ​ຂະ­ໂມຍ​ແລະ​ໂຈນ ແຕ່​ຝູງ​ແກະ​ບໍ່­ໄດ້​ຟັງ​ເຂົາ.9ເຮົາ​ນີ້­ແຫລະ, ເປັນ​ປະ­ຕູ ຖ້າ​ຜູ້­ໃດ​ເຂົ້າ​ທາງ​ເຮົາ​ຜູ້­ນັ້ນ​ຈະ​ພົ້ນ ແລ້ວ​ຈະ​ເຂົ້າ​ອອກ​ທັງ​ຈະ​ພົບ​ອາ­ຫານ.10ຂະ­ໂມຍ​ມາ​ກໍ​ພຽງ​ແຕ່​ຈະ​ລັກ, ຈະ​ຂ້າ, ແລະ​ທຳ­ລາຍ​ເທົ່າ​ນັ້ນ ຝ່າຍ​ເຮົາ​ໄດ້​ມາ​ເພື່ອ​ເຂົາ​ຈະ​ໄດ້​ຊີ­ວິດ ແລະ​ຈະ​ໄດ້​ຢ່າງ​ຄົບ​ບໍ­ລິ­ບູນ.

11ເຮົາ​ນີ້­ແຫລະ, ເປັນ​ຜູ້​ລ້ຽງ​ແກະ​ທີ່​ດີ ຜູ້​ລ້ຽງ​ທີ່​ດີ​ນັ້ນ​ຍ່ອມ​ສະ­ຫລະ​ຊີ­ວິດ​ຂອງ­ຕົນ​ເພື່ອ​ຝູງ​ແກະ.12ຜູ້​ທີ່​ຮັບ­ຈ້າງ​ບໍ່​ເປັນ​ຜູ້​ລ້ຽງ​ແກະ​ແລະ​ຝູງ​ແກະ​ບໍ່­ແມ່ນ​ຂອງ­ຕົນ ເມື່ອ​ເຫັນ​ໝາ­ໄນ​ມາ​ຜູ້­ນັ້ນ​ກໍ­ປະ​ຖິ້ມ​ຝູງ​ແກະ​ປົບ​ໜີ​ໄປ ໝາ­ໄນ​ກໍ​ຄາບ​ຍາດ​ເອົາ​ແກະ​ໄປ​ເສຍ ແລະ​ເຮັດ­ໃຫ້​ຝູງ​ແກະ​ແຕກ​ຊະ​ກັນ​ໄປ.13ຄົນ​ນັ້ນ​ໜີ​ກໍ​ເພາະ​ເປັນ​ຜູ້​ຮັບ­ຈ້າງ ແລະ​ບໍ່​ເປັນ​ຫ່ວງ​ນຳ​ຝູງ​ແກະ.

14ເຮົາ​ນີ້­ແຫລະ, ເປັນ​ຜູ້​ລ້ຽງ​ທີ່​ດີ ເຮົາ​ຮູ້­ຈັກ​ແກະ​ຂອງ​ເຮົາ ແລະ​ແກະ​ຂອງ​ເຮົາ​ກໍ​ຮູ້­ຈັກ​ເຮົາ,15ເໝືອນ​ດັ່ງ​ພຣະ­ບິ­ດາ​ຊົງ​ຮູ້­ຈັກ​ເຮົາ ແລະ​ເຮົາ​ຮູ້­ຈັກ​ພຣະ­ບິ­ດາ ແລະ​ຊີ­ວິດ​ຂອງ​ເຮົາ ເຮົາ​ກໍ​ສະ­ຫລະ​ເພື່ອ​ແກະ.16ແກະ​ອື່ນ​ອີກ​ທີ່​ບໍ່​ແມ່ນ­ແຕ່​ຄອກ​ນີ້​ເຮົາ​ກໍ​ມີ​ຢູ່ ແກະ​ເຫລົ່າ­ນັ້ນ​ເຮົາ​ຕ້ອງ​ພາ​ມາ​ເໝືອນ​ກັນ ແລະ​ເຂົາ​ຈະ​ຟັງ­ສຽງ​ຂອງ​ເຮົາ ແລ້ວ​ຈະ​ຮ່ວມ​ເປັນ​ຝູງ​ດຽວ ແລະ​ມີ​ຜູ້​ລ້ຽງ​ພຽງ​ຜູ້​ດຽວ.17ດ້ວຍ​ເຫດ​ນີ້​ພຣະ­ບິ­ດາ​ຈຶ່ງ​ຊົງ​ຮັກ​ເຮົາ ເພາະ​ເຮົາ​ສະ­ຫລະ​ຊີ­ວິດ​ຂອງ​ເຮົາ​ເພື່ອ­ຈະ​ຮັບ​ຊີ­ວິດ​ນັ້ນ​ຄືນ​ອີກ.18ບໍ່­ມີ​ຜູ້­ໃດ​ຍາດ​ເອົາ​ຊີ­ວິດ​ໄປ​ຈາກ​ເຮົາ ແຕ່​ເຮົາ​ສະ­ຫລະ​ຊີ­ວິດ​ດ້ວຍ​ໃຈ​ສະ­ໝັກ​ຂອງ​ເຮົາ​ເອງ ເຮົາ​ມີ​ສິດ​ທີ່​ຈະ​ສະ­ຫລະ​ຊີ­ວິດ​ນັ້ນ​ແລະ​ມີ​ສິດ​ທີ່​ຈະ​ຮັບ​ຄືນ​ອີກ ຄຳ​ສັ່ງ​ນີ້​ເຮົາ​ໄດ້­ຮັບ​ຈາກ​ພຣະ­ບິ­ດາ​ຂອງ​ເຮົາ.”

19ເພາະ​ດ້ວຍ​ຂໍ້­ຄວາມ​ນີ້​ພວກ­ຢິວ​ຈຶ່ງ​ເກີດ​ແຕກ­ແຍກ​ບໍ່​ຖືກ­ຕ້ອງ​ກັນ​ອີກ.20ມີ​ຫລາຍ​ຄົນ​ໃນ​ພວກ​ນັ້ນ​ເວົ້າ​ວ່າ, “ມັນ​ມີ​ຜິ​ສິງ​ຢູ່​ແລະ​ເປັນ​ບ້າ​ແລ້ວ ຟັງ​ມັນ​ເຮັດ­ຫຍັງ.”21ພວກ​ອື່ນ​ກໍ​ເວົ້າ​ວ່າ, “ຄຳ​ນີ້​ບໍ່­ແມ່ນ​ຄຳ​ເວົ້າ​ຂອງ​ຄົນ­ທີ່​ມີ​ຜີ​ສິງ ຜີ​ຈະ​ປືດ​ຕາ​ຂອງ​ຄົນ​ຕາ­ບອດ​ໄດ້​ຫລື.”

ພວກ­ຢິວ​ປະ­ຕິ­ເສດ​ບໍ່​ຍອມ­ຮັບ​ພຣະ­ເຢ­ຊູ

22ເວ­ລາ​ນັ້ນ​ເປັນ​ເທດ­ສະ­ການ​ສະ­ຫລອງ​ພຣະ­ວິ­ຫານ​ໃນ​ກຸງ​ເຢ­ຣູ­ຊາ­ເລັມ.23ເປັນ​ລະ­ດູ­ໜາວ ສ່ວນ​ພຣະ­ເຢ­ຊູ​ກຳ­ລັງ​ສະ­ເດັດ​ໄປ​ມາ​ໃນ​ບໍ­ລິ­ເວນ​ພຣະ­ວິ­ຫານ​ທີ່​ລະ­ບຽງ​ຂອງ​ໂຊ­ໂລ­ໂມນ.24ພວກ­ຢິວ​ກໍ­ພາ­ກັນ​ມາ​ລ້ອມ​ພຣະ­ອົງ​ແລ້ວ​ທູນ​ວ່າ, “ຈະ­ໃຫ້​ພວກ­ເຮົາ​ສົງ​ໃສ​ຢູ່​ເຫິງ​ປານ­ໃດ ຖ້າ​ທ່ານ​ເປັນ​ພຣະ­ຄຣິດ​ຈົ່ງ​ບອກ​ໃຫ້​ພວກ­ເຮົາ​ຮູ້​ຄັກ​ເສຍ.”25ພຣະ­ເຢ­ຊູ​ຊົງ​ຕອບ​ເຂົາ​ວ່າ, “ເຮົາ​ໄດ້​ບອກ​ທ່ານ​ທັງ­ຫລາຍ​ແລ້ວ ແລະ​ພວກ​ທ່ານ​ບໍ່​ເຊື່ອ ກິດ­ຈະ­ການ​ທີ່​ເຮົາ​ນີ້​ໄດ້​ເຮັດ​ໃນ​ພຣະ­ນາມ​ພຣະ­ບິ­ດາ​ຂອງ​ເຮົາ​ກໍ​ເປັນ​ພະ­ຍານ​ຝ່າຍ​ເຮົາ.26ແຕ່​ພວກ​ທ່ານ​ບໍ່​ເຊື່ອ​ເພາະ​ພວກ​ທ່ານ​ບໍ່​ເປັນ​ແຕ່​ຝູງ​ແກະ​ຂອງ​ເຮົາ.27ແກະ​ຂອງ​ເຮົາ​ກໍ​ຟັງ­ສຽງ​ຂອງ​ເຮົາ ແລະ​ເຮົາ​ກໍ​ຮູ້­ຈັກ​ຝູງ​ແກະ​ນັ້ນ​ແລະ​ເຂົາ​ຕາມ​ເຮົາ​ໄປ.28ຝ່າຍ​ເຮົາ​ກໍ​ປະ­ທານ​ຊີ­ວິດ​ອັນ­ຕະ­ຫລອດ­ໄປ­ເປັນ­ນິດ​ໃຫ້​ແກ່​ແກະ​ນັ້ນ ແລະ​ເຂົາ​ຈະ​ບໍ່​ຈິບ­ຫາຍ​ຈັກ­ເທື່ອ ບໍ່­ມີ​ຜູ້­ໃດ​ຈະ​ຍາດ​ເຂົາ​ອອກ­ຈາກ​ມື​ຂອງ​ເຮົາ​ໄດ້.

29ອັນ​ທີ່​ພຣະ­ບິ­ດາ​ຂອງ​ເຮົາ​ໄດ້​ຊົງ​ປະ­ທານ​ໃຫ້​ເຮົາ​ນັ້ນ​ກໍ​ໃຫຍ່​ກວ່າ​ສັບ­ພະ​ທຸກ​ສິ່ງຫລື​ວ່າ “ພຣະ­ບິ­ດາ​ຂອງ​ເຮົາ​ຜູ້​ຊົງ​ປະ­ທານ​ແກະ​ນັ້ນ​ໃຫ້​ເຮົາ​ກໍ​ຊົງ​ເປັນ​ໃຫຍ່​ກວ່າ​ສັບ­ພະ​ສິ່ງ.”  ແລະ​ບໍ່­ມີ​ຜູ້­ໃດ​ຈະ​ອາດ​ຍາດ​ອັນ​ນັ້ນ​ອອກ­ຈາກ​ພຣະ­ຫັດ​ພຣະ­ບິ­ດາ​ຂອງ​ເຮົາ​ໄດ້.30ເຮົາ​ກັບ​ພຣະ­ບິ­ດາ​ກໍ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ.”

31ພວກ­ຢິວ​ກໍ​ຍົກ​ເອົາ​ກ້ອນ­ຫີນ​ມາ​ອີກ​ຈະ​ຄວ່າງ​ໃສ່​ພຣະ­ອົງ.32ພຣະ­ເຢ­ຊູ​ຊົງ​ກ່າວ​ຕໍ່​ເຂົາ​ວ່າ, “ເຮົາ​ໄດ້​ສະ­ແດງ​ໃຫ້​ທ່ານ​ທັງ­ຫລາຍ​ເຫັນ​ການ​ດີ​ຫລາຍ​ປະ­ການ​ທີ່​ມາ​ຈາກ​ພຣະ­ບິ­ດາ​ຂອງ​ເຮົາ ເພາະ​ເຫດ​ຂໍ້​ໃດ​ໃນ​ການ​ດີ​ທັງ­ຫລາຍ​ນັ້ນ​ພວກ​ທ່ານ​ຈຶ່ງ​ຈະ​ຄວ່າງ​ກ້ອນ­ຫີນ​ໃສ່​ເຮົາ.”33ພວກ­ຢິວ​ທູນ​ພຣະ­ອົງ​ວ່າ, “ທີ່​ພວກ­ເຮົາ​ຈະ​ຄວ່າງ​ກ້ອນ­ຫີນ​ໃສ່​ເຈົ້າ​ນັ້ນ​ບໍ່­ແມ່ນ​ຍ້ອນ​ການ​ດີ ແຕ່​ເພາະ​ຄວາມ​ໝິ່ນ­ປະ­ໝາດ​ພຣະ­ເຈົ້າ ເພາະ​ເຈົ້າ​ເປັນ­ພຽງ​ມະ­ນຸດ​ແຕ່​ຕັ້ງ​ຕົວ​ເປັນ​ພຣະ­ເຈົ້າ.”

34ພຣະ­ເຢ­ຊູ​ຊົງ​ຕອບ​ເຂົາ​ວ່າ, “ໃນ​ພຣະ­ບັນ­ຍັດ​ຂອງ​ທ່ານ​ທັງ­ຫລາຍ​ມີ​ຄຳ​ຂຽນ­ໄວ້​ແລ້ວ​ບໍ່­ແມ່ນ​ຫລື​ວ່າ ‘ຝ່າຍ​ເຮົາ​ໄດ້​ກ່າວ​ວ່າ ທ່ານ​ທັງ­ຫລາຍ​ເປັນ​ພະ.’35ຖ້າ​ພຣະ­ອົງ​ຊົງ​ເອີ້ນ​ຜູ້​ຮັບ​ພຣະ­ທຳ​ຂອງ​ພຣະ­ເຈົ້າ​ວ່າ ເຂົາ​ເປັນ​ພະ (ພຣະ­ຄຳ­ພີ​ນັ້ນ​ຈະ​ຖືກ​ລົບ­ລ້າງ​ເສຍ​ບໍ່­ໄດ້.)36ທ່ານ​ທັງ­ຫລາຍ​ຈະ​ກ່າວ​ຫາ​ທ່ານ ຜູ້​ທີ່​ພຣະ­ບິ­ດາ​ຊົງ​ຕັ້ງ​ໄວ້​ແລະ​ຊົງ​ໃຊ້​ເຂົ້າ​ມາ​ໃນ​ໂລ​ກວ່າ ‘ເຈົ້າ​ກ່າວ​ຄຳ​ໝິ່ນ­ປະ­ໝາດ​ພຣະ­ເຈົ້າ’ ເພາະ​ເຮົາ​ໄດ້​ກ່າວ​ວ່າ ‘ເຮົາ​ເປັນ​ບຸດ​ຂອງ​ພຣະ­ເຈົ້າ’ ຢ່າງ​ນັ້ນ​ຫລື.37ຖ້າ​ເຮົາ​ບໍ່​ເຮັດ​ພຣະ­ລາ­ຊະ­ກິດ​ພຣະ­ບິ­ດາ​ຂອງ​ເຮົາ​ກໍ​ຢ່າ​ໄດ້​ເຊື່ອ​ເຮົາ.38ແຕ່​ຖ້າ​ເຮົາ​ເຮັດ​ພຣະ­ລາ­ຊະ­ກິດ​ນັ້ນ ເຖິງ­ວ່າ​ທ່ານ​ທັງ­ຫລາຍ​ບໍ່​ເຊື່ອ​ເຮົາ​ກໍ​ຈົ່ງ​ເຊື່ອ​ພຣະ­ລາ­ຊະ­ກິດ​ນັ້ນ ເພື່ອ​ພວກ​ທ່ານ​ຈະ​ໄດ້​ຮູ້​ແລະ​ເຂົ້າ­ໃຈ​ວ່າ ພຣະ­ບິ­ດາ​ຊົງ​ຢູ່­ໃນ​ເຮົາ​ແລະ​ເຮົາ​ຢູ່­ໃນ​ພຣະ­ບິ­ດາ.”39ເຫດ​ສັນ​ນີ້​ເຂົາ​ຈຶ່ງ​ພະ­ຍາ­ຍາມ​ຈັບ​ພຣະ­ອົງ​ອີກ ແຕ່​ພຣະ­ອົງ​ກໍ​ສະ­ເດັດ​ໜີ​ພົ້ນ​ຈາກ​ມື​ຂອງ​ເຂົາ​ໄປ​ໄດ້.

40ແລ້ວ​ພຣະ­ອົງ​ໄດ້​ສະ­ເດັດ​ຂ້າມ​ແມ່­ນ້ຳ​ຢໍ­ແດນ​ອີກ ໄປ​ເຖິງ​ບ່ອນ​ໂຢ­ຮັນ​ໃຫ້​ຮັບ​ບັບ­ຕິ­ສະ­ມາ​ແຕ່​ກ່ອນ­ນັ້ນ ແລະ​ພຣະ­ອົງ​ກໍ​ປະ­ທັບ​ຢູ່​ທີ່​ນັ້ນ.41ມີ​ຫລາຍ​ຄົນ​ໄດ້​ພາ­ກັນ​ມາ​ຫາ​ພຣະ­ອົງ​ແລະ​ກ່າວ​ວ່າ, “ໂຢ­ຮັນ​ບໍ່­ໄດ້​ເຮັດ​ໝາຍ​ສຳ­ຄັນ​ຈັກ­ຢ່າງ ແຕ່​ທຸກ​ສິ່ງ​ທີ່​ໂຢ­ຮັນ​ກ່າວ­ເຖິງ​ທ່ານ​ຜູ້​ນີ້​ກໍ​ເປັນ­ຄວາມ​ຈິງ​ທັງ​ໝົດ.”42ໃນ​ທີ່​ນັ້ນ​ມີ​ຫລາຍ​ຄົນ​ໄດ້​ເຊື່ອ​ໃນ​ພຣະ­ອົງ.