ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ເອີ້ນ​ໃຫ້​ປ່ຽນ​ໃຈ​ໃໝ່

1ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ວ່າ,

“ປະ­ຊາ­ຊົນ​ອິ­ສຣາ­ເອນ​ເອີຍ ຖ້າ​ພວກ​ເຈົ້າ​ຢາກ​ຈະ​ກັບ​ຄືນ​ມາ

ກໍ​ຈົ່ງ​ກັບ​ມາ​ຫາ​ເຮົາ​ເທີ້ນ

ໃຫ້​ຖິ້ມ​ຮູບ​ເຄົາ­ລົບ​ທີ່​ເຮົາ​ກຽດ­ຊັງ​ນັ້ນ​ເສຍ

ແລະ​ຢ່າ​ໜີ​ຫ່າງ​ຈາກ​ເຮົາ​ໄປ.

2ຖ້າ​ພວກ​ເຈົ້າ​ສາ­ບານ​ໃນ​ນາມ​ຂອງ​ພຣະ­ເຈົ້າ​ຜູ້​ມີ­ຊີ­ວິດ​ຢູ່​ດ້ວຍ​ຄວາມ­ຈິງ

ຄວາມ­ຍຸດ­ຕິ­ທຳ ແລະ​ຄວາມ​ສັດ­ຊື່

ຊາດ​ທັງ­ປວງ​ກໍ​ຈະ​ອ້ອນ­ວອນ​ໃຫ້​ເຮົາ​ອວຍ­ພອນ​ພວກ​ເຂົາ

ແລະ​ພວກ​ເຂົາ​ທັງ­ຫລາຍ​ກໍ​ຈະ​ສັນ­ລະ­ເສີນ​ເຮົາ.”

3ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ຕໍ່​ຊາວ​ຢູ­ດາ ແລະ​ຊາວ​ເຢ­ຣູ­ຊາ­ເລັມ​ວ່າ,

“ຈົ່ງ​ໄຖ​ນາ­ເຮື້ອ​ຂອງ​ເຈົ້າ ຢ່າ​ຫວ່ານ​ເມັດ​ເຂົ້າ​ລົງ​ໃນ​ກໍ­ໜາມ.

4ຊາວ​ຢູ­ດາ ແລະ​ເຢ­ຣູ­ຊາ­ເລັມ​ເອີຍ

ຈົ່ງ​ຮັກ­ສາ​ຄຳ­ໝັ້ນ­ສັນ­ຍາ​ທີ່​ເຈົ້າ​ມີ​ຕໍ່​ເຮົາ​ພຣະ­ຜູ້­ເປັນ­ເຈົ້າ​ຂອງ​ເຈົ້າ

ແລະ​ຈົ່ງ​ມອບ​ຈິດ­ໃຈ​ຂອງ​ເຈົ້າ​ໃຫ້​ແກ່​ເຮົາ

ຢ້ານ​ວ່າຄ­ວາມ​ຄຽດ​ຮ້າຍ​ຂອງ​ເຮົາ​ຈະ​ເຜົາ​ໄໝ້​ເໝືອນ​ໄຟ

ເນື່ອງ­ຈາກ​ຄວາມ​ຊົ່ວ​ທີ່​ພວກ​ເຈົ້າ​ໄດ້​ເຮັດ

ໄຟ​ນັ້ນ​ຈະ​ເຜົາ​ໄໝ້​ແລະ​ຈະ​ບໍ່­ມີ​ໃຜ​ມອດ​ໄດ້.

ຊາວ​ຢູ­ດາ​ຖືກ​ບຸກ­ລຸກ

5ຈົ່ງ​ເປົ່າ​ແກ​ໃຫ້​ດັງ​ໄປ​ທົ່ວ​ປະ­ເທດ

ໃຫ້​ຮ້ອງ​ສຽງ​ດັງ​ຊັດ​ແຈ້ງ

ເພື່ອ​ບອກ​ປະ­ຊາ­ຊົນ​ຢູ­ດາ ແລະ​ເຢ­ຣູ­ຊາ­ເລັມ

ແລ່ນ​ເຂົ້າ­ໄປ​ໃນ​ເມືອງ​ທີ່​ມີ​ປ້ອມ​ປ້ອງ­ກັນ.

6ໃຫ້​ຍົກ​ທຸງ​ມຸ່ງ​ໜ້າ​ໄປ​ຍັງ​ເມືອງ​ຊີ­ໂອນ

ຈົ່ງ​ແລ່ນ​ໄປ­ໃຫ້­ພົ້ນ ຢ່າ​ຊ້າ​ຢູ່

ພຣະ­ຜູ້­ເປັນ­ເຈົ້າ​ຈະ​ນຳ​ເອົາ​ຄວາມ​ຮ້າຍ

ແລະ​ການ​ທຳ­ລາຍ​ອັນ­ຍິ່ງ­ໃຫຍ່​ມາ​ຈາກ​ທາງ​ເໜືອ.

7ສິງ­ໂຕ​ໄດ້​ອອກ​ມາ​ຈາກ​ບ່ອນ​ລີ້​ຊ້ອນ​ຂອງ​ມັນ​ແລ້ວ

ຜູ້​ທຳ­ລາຍ​ນາໆ ຊາດ​ໄດ້​ຍ່າງ​ອອກ​ມາ​ຈາກ​ບ່ອນ​ຂອງ​ມັນ

ເພື່ອ​ທຳ­ລາຍ​ຊາວ​ຢູ­ດາ​ໃຫ້​ໝົດ​ສິ້ນ​ໄປ

ຫົວ​ເມືອງ​ທັງ­ຫລາຍ​ຂອງ​ຊາວ​ຢູ­ດາ​ຈະ​ເພ­ພັງ​ຮ້າງ​ເປົ່າ

ແລະ​ຈະ​ບໍ່­ມີ​ໃຜ​ອາ­ໄສ​ຢູ່­ໃນ​ເມືອງ​ເຫລົ່າ­ນັ້ນ.

8ດ້ວຍ​ເຫດ​ນີ້ ຈົ່ງ​ນຸ່ງ​ເຄື່ອງ​ໄວ້​ທຸກ ແລະ​ຮ້ອງ­ໄຫ້​ຄວນ​ຄາງ

ເພາະ­ວ່າ​ພຣະ­ພິ­ໂລດ​ອັນ​ຮຸນ­ແຮງ​ຂອງ​ພຣະ­ຜູ້­ເປັນ­ເຈົ້າ

ບໍ່­ໄດ້​ຫັນ​ໜີ​ໄປ​ຈາກ​ຊາວ​ຢູ­ດາ​ເລີຍ.”

9ພຣະ­ຜູ້­ເປັນ­ເຈົ້າ​ກ່າວ​ວ່າ “ຕໍ່­ມາ​ໃນ​ມື້​ນັ້ນ​ທັງ​ກະ­ສັດ​ແລະ​ພວກ​ເຈົ້າ​ນາຍ​ຈະ​ໝົດ​ກຳ­ລັງ​ໃຈ ບັນ­ດາ​ປະ­ໂລ­ຫິດ​ຈະ​ຕົກ​ອົກ​ຕົກ­ໃຈ ແລະ​ຜູ້­ປະ­ກາດ­ພຣະ­ທຳ​ກໍ​ຈະ​ອັດ­ສະ­ຈັນ​ໃຈ”

10ແລ້ວ​ຂ້າ­ພະ­ເຈົ້າ​ຈຶ່ງ​ທູນ​ວ່າ “ຂ້າ​ແຕ່​ອົງ​ພຣະ­ຜູ້­ເປັນ­ເຈົ້າ ພຣະ­ອົງ​ຊົງ​ຫລອກ­ລວງ​ຊົນ­ຊາດ​ນີ້ ແລະ​ກຸງ​ເຢ­ຣູ­ຊາ­ເລັມ​ວ່າ ‘ເຈົ້າ​ທັງ­ຫລາຍ​ຈະ​ຢູ່​ເຢັນ​ເປັນ​ສຸກ’ ແຕ່​ທີ່​ຈິງ​ດາບ​ໄດ້​ມາ​ເຖິງ​ຊີ­ວິດ​ຂອງ​ພວກ​ເຂົາ​ທັງ­ຫລາຍ”

11“ໃນ​ເທື່ອ​ນັ້ນ ພວກ​ເຂົາ​ຈະ​ກ່າວ​ແກ່​ຊົນ­ຊາດ​ນີ້ ແລະ​ແກ່​ກຸງ​ເຢ­ຣູ­ຊາ­ເລັມ​ວ່າ ‘ລົມ​ຮ້ອນ​ຈາກ​ບ່ອນ​ສູງ​ໃນ​ຖິ່ນ­ແຫ້ງ­ແລ້ງ​ທຸ­ລະ­ກັນ­ດານ​ພັດ​ມາ­ສູ່​ບຸດ​ສາວ​ປະ­ຊາ­ຊົນ​ຂອງ​ເຮົາ ບໍ່­ແມ່ນ​ຈະ​ມາ​ຝັດ ຫລື​ມາ​ຊຳ­ລະ12ກະ­ແສ​ລົມ​ທີ່​ແຮງ​ຈະ​ພັດ​ມາ​ຈາກ​ທີ່​ເຫລົ່າ­ນັ້ນ​ມາ­ສູ່​ເຮົາ ບັດ­ນີ້​ເຮົາ​ຈະ​ກ່າວ​ຄຳ​ຕັດ­ສິນ​ຕໍ່​ພວກ​ເຂົາ’13ເບິ່ງ​ແມ ພວກ​ເຂົາ​ຈະ​ຂຶ້ນ​ມາ​ເໝືອນ​ເມກ ລົດ­ຮົບ​ຂອງ​ພວກ​ເຂົາ​ຈະ​ເໝືອນ​ລົມ​ບ້າ­ໝູ ມ້າ​ທັງ­ຫລາຍ​ຂອງ​ພວກ​ເຂົາ​ໄວ​ຍິ່ງ​ກວ່າ​ນົກ​ອິນ­ຊີ ວິ­ບັດ​ແກ່​ເຮົາ​ທັງ­ຫລາຍ ເພາະ­ວ່າ​ເຮົາ​ຈະ​ຕ້ອງ​ຈິບ­ຫາຍ14ກຸງ​ເຢ­ຣູ­ຊາ­ເລັມ​ເອີຍ ຈົ່ງ​ລ້າງ​ຈິດ­ໃຈ​ຂອງ​ເຈົ້າ​ໃຫ້​ພົ້ນ​ຈາກ​ຄວາມ​ຊົ່ວ­ຮ້າຍ ເພື່ອ​ເຈົ້າ​ຈະ​ລອດ­ພົ້ນ​ໄດ້ ຄວາມ​ຄິດ​ຊົ່ວ­ຮ້າຍ​ຂອງ​ເຈົ້າ​ນັ້ນ​ຈະ​ສິງ​ຢູ່­ໃນ​ໃຈ​ຂອງ​ເຈົ້າ​ດົນ​ຈັກ​ເທົ່າ­ໃດ15ເພາະ­ວ່າ​ມີ​ສຽງ​ປະ­ກາດ​ມາ​ຈາກ​ເມືອງ​ດານ ແລະ​ໂຄ­ສະ­ນາ​ຄວາມ​ຊົ່ວ­ຮ້າຍ​ຈາກ​ພູ­ເຂົາ​ເອ­ຟຣາ­ຢິມ16ຈົ່ງ​ກ່າວ​ແກ່​ບັນ­ດາ​ປະ­ຊາ­ຊາດ ເບິ່ງ​ແມ ຈົ່ງ​ໂຄ­ສະ­ນາ​ແກ່​ກຸງ​ເຢ­ຣູ­ຊາ­ເລັມ​ວ່າ ບັນ­ດາ​ຜູ້​ອ້ອມ​ມາ​ຈາກ​ແຜ່ນ­ດິນ​ໄກ ພວກ​ເຂົາ​ທັງ­ຫລາຍ​ໂຫ່­ຮ້ອງ​ເຂົ້າ​ໃສ່​ຫົວ​ເມືອງ​ຢູ­ດາ17ພວກ​ເຂົາ​ທັງ­ຫລາຍ​ອ້ອມ​ຢູ­ດາ​ໄວ້​ເໝືອນ​ກັບ​ຜູ້​ເບິ່ງ­ແຍງ​ເຝົ້າ​ນາ ເພາະ­ວ່າ​ຢູ­ດາ​ໄດ້​ກະ­ບົດ​ຕໍ່​ເຮົາ” ພຣະ­ຜູ້­ເປັນ­ເຈົ້າ​ກ່າວ​ດັ່ງ​ນີ້­ແຫລະ18“ການ​ດຳ­ເນີນ​ຊີ­ວິດ ແລະ​ການ​ກະ­ທຳ​ທັງ­ຫລາຍ​ຂອງ​ເຈົ້າ​ໄດ້​ນຳ​ເລື່ອງ​ນີ້​ມາ​ເໜືອ​ເຈົ້າ ນີ້­ແຫລະ​ເປັນ​ຜົນ​ແຫ່ງ​ຄວາມ​ຊົ່ວ­ຮ້າຍ​ຂອງ​ເຈົ້າ ເພາະ​ມັນ​ຂົມ­ຂື່ນ ເພາະ​ມັນ​ມາ​ເຖິງ​ຈິດ­ໃຈ​ຂອງ​ເຈົ້າ​ທັນ­ທີ​ທັນ­ໃດ”

ເຢ­ເຣ­ມີ­ຢາ​ຮ້ອງ​ຄາງ​ເລື່ອງ​ຢູ­ດາ

19ແສນ​ລະ​ທົມ ແສນ​ລະ​ທົມ ຂ້ອຍ​ກໍ​ບິດ​ຕົວ​ດ້ວຍ​ຄວາມ­ເຈັບ​ປວດ ໂອ ຝາ​ດວງ​ໃຈ​ຂອງ​ຂ້ອຍ​ເອີຍ ຈິດ­ໃຈ​ຂອງ​ຂ້ອຍ​ກໍ​ວຸ້ນ­ວາຍ ຂ້ອຍ​ຈະ​ຢູ່​ເສີຍໆ​ບໍ່­ໄດ້ ເພາະ​ຈິດ­ໃຈ​ຂ້ອຍ​ໄດ້­ຍິນ​ສຽງ​ເຂົາ­ສັດ ສຽງ​ປຸກ​ຂອງ​ສົງ­ຄາມ20ການ​ປະ­ກາດ​ເລື່ອງ​ຄວາມ​ຈິບ­ຫາຍ​ໄລ່​ຕິດ­ຕາມ​ຄວາມ​ຈິບ­ຫາຍ ແຜ່ນ­ດິນ​ທັງ​ໝົດ​ກໍ​ຖືກ​ຖິ້ມ​ຮ້າງ ບັນ­ດາ​ເຕັນ​ຂອງ​ຂ້ອຍ​ກໍ​ຖືກ​ທຳ­ລາຍ​ໄປ​ໂດຍ​ໄວ ມ່ານ​ທັງ­ຫລາຍ​ຂອງ​ຂ້ອຍ​ກໍ​ໝົດ​ໄປ​ໃນ​ບັດ​ດຽວ21ຂ້ອຍ​ຈະ​ຕ້ອງ​ເບິ່ງ​ທຸງ ແລະ​ຟັງ­ສຽງ​ເຂົາ­ສັດ​ດົນ​ຈັກ​ເທົ່າ­ໃດ

22“ເພາະ​ປະ­ຊາ­ຊົນ​ຂອງ​ເຮົາ​ໂງ່​ຈ້າ ພວກ​ເຂົາ​ທັງ­ຫລາຍ​ບໍ່​ຮູ້­ຈັກ​ເຮົາ ພວກ​ເຂົາ​ເປັນ​ລູກ​ຫລານ​ທີ່​ໂງ່​ຈ້າ ພວກ​ເຂົາ​ບໍ່­ມີ​ຄວາມ​ເຂົ້າ­ໃຈ ພວກ​ເຂົາ​ເຮັດ​ຄວາມ​ຊົ່ວ​ເກັ່ງ ແຕ່​ບໍ່​ເຂົ້າ­ໃຈ​ທີ່​ຈະ​ເຮັດ​ດີ”23ຂ້າ­ພະ­ເຈົ້າ​ເບິ່ງ​ພື້ນ​ທີ່​ໂລກ ແລະ​ເບິ່ງ​ແມ ເປັນ​ທີ່​ຮ້າງ​ແລະ​ວ່າງ​ເປົ່າ​ເສຍ ແລະ​ເບິ່ງ​ຟ້າ­ສະ­ຫວັນ ໃນ​ນັ້ນ​ກໍ​ບໍ່­ມີ​ຄວາມ​ສະ­ຫວ່າງ24ຂ້າ­ພະ­ເຈົ້າ​ເບິ່ງ​ພູ­ເຂົາ ເບິ່ງ​ແມ ມັນ​ກຳ­ລັງ​ສັ່ນ​ຢູ່ ບັນ­ດາ​ໂນນ­ພູ​ກໍ​ແກວ່ງ​ໄປ​ແກວ່ງ​ມາ25ຂ້າ­ພະ­ເຈົ້າ​ເບິ່ງ ແລະ​ເບິ່ງ​ແມ ບໍ່­ມີ​ມະ­ນຸດ​ເລີຍ ນົກ​ທັງ­ປວງ​ແຫ່ງ​ທ້ອງ­ຟ້າ​ອາ­ກາດ​ໄດ້​ໜີ​ໄປ​ແລ້ວ26ຂ້າ­ພະ­ເຈົ້າ​ເບິ່ງ ແລະ​ເບິ່ງ​ແມ ຮົ້ວ​ສວນ ຫລື​ໄຮ່­ນາ​ຕາ­ກ້າ​ກໍ​ເປັນ​ຖິ່ນ­ແຫ້ງ­ແລ້ງ​ກັນ­ດານ ແລະ​ຫົວ​ເມືອງ​ທັງ​ໝົດ​ກໍ​ຫັກ​ພັງ​ໄປ​ຕໍ່​ພຣະ­ພັກ​ພຣະ­ຜູ້­ເປັນ­ເຈົ້າ ຕໍ່​ພຣະ­ພິ­ໂລດ​ອັນ​ຮ້ອນ​ແຮງ​ຂອງ​ພຣະ­ອົງ27ເພາະ​ພຣະ­ຜູ້­ເປັນ­ເຈົ້າ​ກ່າວ​ດັ່ງ­ນີ້​ວ່າ “ແຜ່ນ­ດິນ​ທັງ​ໝົດ​ຈະ​ເປັນ​ບ່ອນ​ຮ້າງ ເຖິງ​ປານ​ນັ້ນ ເຮົາ​ກໍ​ຍັງ​ບໍ່­ໄດ້​ເຮັດ­ໃຫ້​ເຖິງ​ອະ­ວະ­ສານ​ເທື່ອ28ເພາະ​ເລື່ອງ​ນີ້​ໂລກ​ຈະ​ໄວ້​ທຸກ ແລະ​ຟ້າ­ສະ­ຫວັນ​ເບື້ອງ​ເທິງ​ຈະ​ດຳ​ມືດ ເພາະ​ເຮົາ​ໄດ້​ໃຫ້​ຄຳ​ເວົ້າ​ແລ້ວ ເຮົາ​ໄດ້​ໝາຍ​ໃຈ​ໄວ້​ແລ້ວ ເຮົາ​ຈະ​ບໍ່​ປ່ຽນ​ໃຈ ຫລື​ຖອຍ­ຫລັງ​ກັບ29ເມື່ອ​ໄດ້­ຍິນ​ສຽງ​ທະ­ຫານ­ມ້າ ແລະ​ນັກ​ທະ­ນູ ຊາວ­ເມືອງ​ທັງ​ໝົດ​ກໍ​ຈະ​ໜີ​ໄປ ພວກ​ເຂົາ​ເຂົ້າ­ໄປ​ຢູ່­ໃນ​ພຸ່ມ­ໄມ້ ແລະ​ໄຕ່​ປີນ​ໄປ​ທ່າມ­ກາງ​ສີ​ລາ ຫົວ​ເມືອງ​ທຸກ​ແຫ່ງ​ກໍ​ຖືກ​ປະ​ຖິ້ມ ແລະ​ບໍ່­ມີ​ມະ­ນຸດ​ອາ­ໄສ​ຢູ່­ໃນ​ເມືອງ​ເຫລົ່າ­ນັ້ນ​ເລີຍ30ເຈົ້າ​ຜູ້​ທີ່​ຖືກ​ຖິ້ມ​ຮ້າງ​ເອີຍ ທີ່​ເຈົ້າ​ແຕ່ງ​ຕົວ​ສີ­ແດງ​ນັ້ນ​ເຈົ້າ​ເຮັດ­ຫຍັງ​ກັນ ແລະ​ທີ່​ເຈົ້າ​ປະ­ດັບ​ຕົວ​ດ້ວຍ​ເຄື່ອງ​ເອ້​ທອງ­ຄຳ ທີ່​ເຈົ້າ​ຂະ­ຫຍາຍ​ດວງ­ຕາ​ໃຫ້​ກວ້າງ​ດ້ວຍ​ແຕ້ມ​ສີ ເຈົ້າ​ແຕ່ງ​ຕົວ​ໃຫ້​ງາມ​ເຮັດ­ຫຍັງ ຄົນ​ຮັກ​ຂອງ​ເຈົ້າ​ຈະ​ໝິ່ນ­ປະ­ໝາດ​ເຈົ້າ ພວກ​ເຂົາ​ທັງ­ຫລາຍ​ຈະ​ສະ­ແຫວງ­ຫາ​ຊີ­ວິດ​ຂອງ​ເຈົ້າ31ເພາະ​ເຮົາ​ໄດ້­ຍິນ​ສຽງ​ຄື​ກັບ​ສຽງ​ຜູ້­ຍິງ​ເກີດ​ລູກ​ຮ້ອງ​ແສນ​ເຈັບ​ປວດ​ຄື​ກັບ​ຈະ​ເກີດ​ລູກ​ຫົວ­ປີ ສຽງ­ຮ້ອງ​ແຫ່ງ​ບຸດ​ສາວ​ຊີ­ໂອນ​ນັ້ນ ແທບ​ຈະ​ຂາດ­ໃຈ ຢຽດ​ມື​ຂອງ​ນາງ​ອອກ​ຮ້ອງ​ວ່າ ‘ວິ­ບັດ​ແກ່​ຂ້ອຍ ຈິດ­ໃຈ​ຂ້ອຍ​ກໍ​ອ່ອນ­ເພຍ​ຢູ່​ເພາະ​ເຫດ​ຜູ້­ຂ້າ​ຄົນ’”