ອ່າງ​ຢຽບ​ອະ­ງຸ່ນ​ແຫ່ງ​ພຣະ­ພິ­ໂລດ​ຂອງ​ພຣະ­ເຈົ້າ

1ໃຜ​ນໍ​ທີ່​ມາ​ຈາກ​ເມືອງ​ເອ­ໂດມ ສວມ​ເສື້ອ­ຜ້າ​ຍ້ອມ​ສີ​ຈາກ​ເມືອງ​ໂບ­ຊະ­ຣາ

ພຣະ­ອົງ​ຜູ້​ຊົງ​ສະ­ຫງ່າ​ງາມ​ໃນ​ເຄື່ອງ­ນຸ່ງ​ຂອງ​ພຣະ­ອົງ

ສະ­ເດັດ​ມາ​ດ້ວຍ​ກຳ­ລັງ​ຍິ່ງ­ໃຫຍ່​ຂອງ​ພຣະ­ອົງ

“ເຮົາ​ເອງ ຮ້ອງ​ປະ­ກາດ​ໃນ​ຄວາມ​ຊອບ­ທຳ

ແລະ​ມີ​ລິດ­ທາ­ນຸ­ພາບ​ທີ່​ຈະ​ຊ່ວຍ​ໃຫ້​ລອດ­ພົ້ນ”

2ເປັນ­ຫຍັງ​ເຄື່ອງ­ນຸ່ງ​ຂອງ​ພຣະ­ອົງ​ຈຶ່ງ​ສີ­ແດງ

ແລະ​ເສື້ອ­ຜ້າ​ຂອງ​ພຣະ­ອົງ​ຄື­ກັນ­ກັບ​ຂອງ​ຄົນ­ທີ່​ຢຽບ​ໃນ​ອ່າງ​ຢຽບ​ອະ­ງຸ່ນ

3“ເຮົາ​ໄດ້​ຢຽບ​ອະ­ງຸ່ນ​ແຕ່​ຜູ້​ດຽວ ແລະ​ບໍ່­ມີ​ໃຜ​ຈາກ​ຊົນ­ຊາດ​ທັງ­ຫລາຍ​ຢູ່​ກັບ​ເຮົາ​ເລີຍ

ເຮົາ​ຈະ​ຢຽບ​ມັນ​ດ້ວຍ​ຄວາມ​ຄຽດ​ຮ້າຍ​ຂອງ​ເຮົາ

ເຮົາ​ຢຽບ​ມັນ​ດ້ວຍ​ຄວາມ​ພິ­ໂລດ​ຂອງ​ເຮົາ

ເລືອດ​ຂອງ​ພວກ​ເຂົາ​ຈະ​ຕິດ​ຢູ່​ເທິງ​ເສື້ອ­ຜ້າ​ຂອງ​ເຮົາ

ແລະ​ເຮົາ​ຈະ​ເຮັດ­ໃຫ້​ເສື້ອ­ຜ້າ​ຂອງ​ເຮົາ​ເປື້ອນ​ໝົດ

4ເພາະ­ວ່າ​ມື້​ແກ້­ແຄ້ນ​ຢູ່­ໃນ​ໃຈ​ຂອງ​ເຮົາ ແລະ​ປີ​ແຫ່ງ​ການ​ໄຖ່​ຂອງ​ເຮົາ​ໄດ້​ມາ​ເຖິງ

5ເຮົາ​ເບິ່ງ ແຕ່​ບໍ່­ມີ​ຜູ້­ໃດ​ຊ່ວຍ­ເຫລືອ ເຮົາ​ປະ­ຫລາດ​ໃຈ​ວ່າ​ບໍ່­ມີ​ຜູ້​ຍົກ­ໄວ້

ເຫດ​ສັນ­ນັ້ນ ແຂນ​ຂອງ​ເຮົາ​ເອງ​ຈຶ່ງ​ນຳ​ຄວາມ­ພົ້ນ​ມາ​ໃຫ້​ເຮົາ

ແລະ​ຄວາມ​ພິ­ໂລດ​ຂອງ​ເຮົາ ຄ້ຳ​ຊູ​ເຮົາ​ໄວ້

6ເຮົາ​ຈະ​ຢຽບ​ຊົນ­ຊາດ​ທັງ­ຫລາຍ​ລົງ​ດ້ວຍ​ຄວາມ​ຄຽດ​ຮ້າຍ​ຂອງ​ເຮົາ

ເຮົາ​ເຮັດ­ໃຫ້​ພວກ​ເຂົາ​ເມົາ​ດ້ວຍ​ຄວາມ​ພິ­ໂລດ​ຂອງ​ເຮົາ

ແລະ​ເຮົາ​ຈະ​ເຮັດ­ໃຫ້​ກຳ­ລັງ​ຂອງ​ພວກ​ເຂົາ​ຫລຸດ​ນ້ອຍ​ລົງ​ເທິງ​ແຜ່ນ­ດິນ​ໂລກ”

ພຣະ­ເຈົ້າ​ດູ­ແລ­ຮັກ­ສາ​ອິ­ສຣາ­ເອນ

7ຂ້າ­ພະ­ເຈົ້າ​ຈະ​ກ່າວ­ເຖິງ​ຄວາມ​ເມດ­ຕາ​ແຫ່ງ​ພຣະ­ຜູ້­ເປັນ­ເຈົ້າ

ແລະ​ການ​ສັນ­ລະ­ເສີນ​ຂອງ​ພຣະ­ຜູ້­ເປັນ­ເຈົ້າ

ຕາມ​ບັນ­ດາ​ຊຶ່ງ​ພຣະ­ຜູ້­ເປັນ­ເຈົ້າ​ປະ­ທານ​ແກ່​ພວກ­ເຮົາ

ແລະ​ຄວາມ​ດີ​ຍິ່ງ­ໃຫຍ່​ຕໍ່​ວົງ­ວານ​ຂອງ​ອິ­ສຣາ­ເອນ

ຊຶ່ງ​ພຣະ­ອົງ​ອະ­ນຸ­ຍາດ​ໃຫ້​ຕາມ​ພຣະ­ກະ­ລຸ­ນາ​ຂອງ​ພຣະ­ອົງ

ຕາມ​ຄວາມ​ເມດ­ຕາ​ອັນ​ອຸ­ດົມ­ສົມ­ບູນ​ຂອງ​ພຣະ­ອົງ

8ເພາະ­ວ່າ​ພຣະ­ອົງ​ບອກ­ວ່າ “ແນ່­ນອນ ພວກ​ເຂົາ​ເປັນ​ຊົນ­ຊາດ​ຂອງ​ເຮົາ

ລູກ ຜູ້​ຈະ​ບໍ່​ເວົ້າ​ຕົວະ”

ແລະ​ພຣະ­ອົງ​ໄດ້​ເປັນ​ພຣະ­ຜູ້­ຊ່ອຍ​ໃຫ້​ລອດ­ພົ້ນ​ຂອງ​ເຮົາ

9ພຣະ­ອົງ​ທຸກ​ພຣະ­ໄທ​ໃນ​ຄວາມ­ທຸກ​ໃຈ​ທັງ​ໝົດ​ຂອງ​ພວກ​ເຂົາ

ແລະ​ທູດ­ສະ­ຫວັນ​ທີ່­ຢູ່​ຕໍ່​ພຣະ­ພັກ​ພຣະ­ອົງ

ພຣະ­ອົງ​ຊ່ວຍ​ພວກ​ເຂົາ​ທັງ­ຫລາຍ​ໃຫ້​ລອດ­ພົ້ນ

ພຣະ­ອົງ​ໄຖ່​ພວກ​ເຂົາ​ດ້ວຍ​ຄວາມ​ຮັກ​ຂອງ​ພຣະ­ອົງ

ແລະ​ດ້ວຍ​ຄວາມ​ສົງ­ສານ​ຂອງ​ພຣະ­ອົງ ພຣະ­ອົງ​ຍົກ​ພວກ​ເຂົາ​ຂຶ້ນ

ແລະ​ຫອບ​ພວກ​ເຂົາ​ໄປ​ຕະ­ຫລອດ­ການ

10ແຕ່​ພວກ​ເຂົາ​ທັງ­ຫລາຍ​ໄດ້​ກະ­ບົດ

ແລະ​ເຮັດ­ໃຫ້​ພຣະ­ວິນ­ຍານ­ບໍ­ລິ­ສຸດ​ຂອງ​ພຣະ­ອົງ​ເສຍ​ພຣະ­ໄທ

ສະ­ນັ້ນ ພຣະ­ອົງ​ຈຶ່ງ​ຫັນ​ເປັນ​ສັດ­ຕູ​ຂອງ​ພວກ​ເຂົາ​ທັງ­ຫລາຍ

ແລະ​ພຣະ­ອົງ​ຕໍ່­ສູ້​ກັບ​ພວກ​ເຂົາ​ທັງ­ຫລາຍ​ເອງ

11ແລ້ວ​ພຣະ­ອົງ​ລະ­ນຶກ​ເຖິງ​ສະ­ໄໝ​ເກົ່າ​ກ່ອນ ເຖິງ​ໂມ­ເຊ ເຖິງ​ຊົນ­ຊາດ​ຂອງ​ພຣະ­ອົງ​ວ່າ

“ພຣະ­ອົງ​ຜູ້­ນຳ​ພວກ​ເຂົາ​ທັງ­ຫລາຍ​ຂຶ້ນ​ມາ​ຈາກ​ທະ­ເລ

ພ້ອມ­ກັບ​ຜູ້​ລ້ຽງ​ແບ້​ແກະ​ຂອງ​ພຣະ­ອົງ​ຢູ່​ໃສ ພຣະ­ອົງ​ຢູ່​ໃສ

ຜູ້​ຊຶ່ງ​ບັນ­ຈຸ​ພຣະ­ວິນ­ຍານ­ບໍ­ລິ­ສຸດ​ຂອງ​ພຣະ­ອົງ​ທ່າມ­ກາງ​ພວກ​ເຂົາ

12ຜູ້­ນຳ​ພວກ​ເຂົາ​ທັງ­ຫລາຍ​ທາງ​ມື​ຂວາ​ຂອງ​ໂມ­ເຊ

ດ້ວຍ​ພຣະ­ກອນ​ອັນ​ຮຸ່ງ­ເຮືອງ​ຂອງ​ພຣະ­ອົງ

ຜູ້​ແຍກ​ນ້ຳ​ອອກ​ຕໍ່­ໜ້າ​ພວກ​ເຂົາ ເພື່ອ​ສ້າງ​ພຣະ­ນາມ​ນິ­ລັນ­ດອນ​ໃຫ້​ພຣະ­ອົງ​ເອງ

13ຜູ້​ໄດ້​ນຳ​ພວກ​ເຂົາ​ຂ້າມ​ທະ­ເລ​ນັ້ນ​ຄື​ມ້າ​ໃນ​ຖິ່ນ­ແຫ້ງ­ແລ້ງ​ກັນ­ດານ

ເພື່ອ​ພວກ​ເຂົາ​ທັງ­ຫລາຍ​ຈະ​ບໍ່­ໄດ້​ສະ­ດຸດ

14ເໝືອນ​ຢ່າງ​ສັດ­ລ້ຽງ​ໄປ​ຍັງ​ຮ່ອມ​ພູ­ເຂົາ​ສັນ­ໃດ

ພຣະ­ວິນ­ຍານ​ຂອງ​ພຣະ­ຜູ້­ເປັນ­ເຈົ້າ​ປະ­ທານ​ໃຫ້​ພວກ​ເຂົາ​ຢຸດ​ພັກ​ສັນ­ນັ້ນ”

ພຣະ­ອົງ​ຈຶ່ງ​ນຳ​ຊົນ­ຊາດ​ຂອງ​ພຣະ­ອົງ

ເພື່ອ­ຈະ​ສ້າງ​ພຣະ­ນາມ​ອັນ​ຮຸ່ງ­ເຮືອງ​ແດ່​ພຣະ­ອົງ​ເອງ

15ຂໍ​ທອດ​ພຣະ­ເນດ​ລົງ­ມາ​ຈາກ​ຟ້າ­ສະ­ຫວັນ

ແລະ​ເບິ່ງ​ຈາກ​ສະ­ຖານ­ທີ່​ບໍ­ລິ­ສຸດ ແລະ​ຮຸ່ງ­ເຮືອງ​ຂອງ​ພຣະ­ອົງ

ຄວາມ​ກະ­ຕື­ລື­ລົ້ນ ແລະ​ລິດ­ທາ­ນຸ­ພາບ​ຂອງ​ພຣະ­ອົງ​ຢູ່​ໃສ

ພຣະ­ໄທ​ກະ­ລຸ­ນາ ແລະ​ພຣະ­ເມດ­ຕາ​ຂອງ​ພຣະ­ອົງ

ຕໍ່​ຂ້າ​ພຣະ­ອົງ​ຢູ່​ໃສ ໄດ້​ຖືກ​ຍຶດ​ໄວ້​ແລ້ວ​ບໍ

16ແນ່­ນອນ ພຣະ­ອົງ​ເປັນ​ພໍ່​ຂອງ​ຂ້າ­ພະ­ອົງ​ທັງ­ຫລາຍ

ເຖິງ­ແມ່ນ​ອັບ­ຣາ­ຮາມ​ບໍ່­ໄດ້​ຮູ້­ຈັກ​ຂ້າ­ພະ­ອົງ

ແລະ​ອິ­ສຣາ­ເອນ​ບໍ່​ຈື່​ຂ້າ­ພະ­ອົງ​ໄດ້ ຂ້າ​ແດ່​ພຣະ­ຜູ້­ເປັນ­ເຈົ້າ

ພຣະ­ອົງ​ເປັນ​ພໍ່ ແລະ​ພຣະ­ຜູ້­ໄຖ່​ຂອງ​ຂ້າ­ພະ­ອົງ​ທັງ­ຫລາຍ

ພຣະ­ນາມ​ຂອງ​ພຣະ­ອົງ​ດຳ­ລົງ​ຢູ່​ຕັ້ງ­ແຕ່​ຊົ່ວ­ອາ­ຍຸ​ທັງ­ປວງ

17ຂ້າ​ແດ່​ພຣະ­ຜູ້­ເປັນ­ເຈົ້າ

ເຫດ­ໃດ​ພຣະ­ອົງ​ຈຶ່ງ​ໃຫ້​ຂ້າ­ພະ­ອົງ​ທັງ­ຫລາຍ​ຜິດ​ໄປ​ຈາກ​ທາງ​ທັງ­ຫລາຍ​ຂອງ​ພຣະ­ອົງ

ແລະ​ເຮັດ­ໃຫ້​ໃຈ​ຂອງ​ຂ້າ­ພະ­ອົງ​ແຂງ​ກະ­ດ້າງ​ຈົນ​ຂ້າ­ພະ­ອົງ​ບໍ່​ຢຳ​ເກງ​ພຣະ­ອົງ

ຂໍ​ພຣະ­ອົງ​ກັບ​ມາ​ເພາະ​ເຫັນ­ແກ່​ບັນ­ດາ​ຜູ້­ຮັບ­ໃຊ້​ຂອງ​ພຣະ­ອົງ​ຄື

ຕະ­ກູນ​ທັງ­ຫລາຍ​ອັນ​ເປັນ​ມໍ­ລະ­ດົກ​ຂອງ​ພຣະ­ອົງ

18ຊົນ­ຊາດ​ແຫ່ງ​ຄວາມ​ບໍ­ລິ­ສຸດ​ຂອງ​ພຣະ­ອົງ​ໄດ້​ອາ­ໄສ​ຢູ່­ຫັ້ນ​ເວ­ລາ​ໜ້ອຍ​ດຽວ​ໜຶ່ງ

ສັດ­ຕູ​ຂອງ​ຂ້າ­ພະ­ອົງ​ທັງ­ຫລາຍ​ໄດ້​ຢຽບ­ຢ່ຳ​ສະ­ຖານ­ທີ່​ບໍ­ລິ­ສຸດ​ຂອງ​ພຣະ­ອົງ​ລົງ

19ຂ້າ­ພະ­ອົງ​ທັງ­ຫລາຍ​ເປັນ​ຂອງ​ພຣະ­ອົງ ພຣະ­ອົງ​ບໍ່​ເຄີຍ​ປົກ­ຄອງ​ພວກ​ເຂົາ​ເລີຍ

ພວກ​ເຂົາ​ບໍ່­ໄດ້​ຖືກ​ເອີ້ນ​ໂດຍ​ພຣະ­ນາມ​ຂອງ​ພຣະ­ອົງ