1ດ້ວຍ​ວ່າ​ພຣະ­ບັນ­ຍັດ​ເປັນ­ພຽງ​ແຕ່​ເງົາ​ຂອງ​ສິ່ງ​ປະ­ເສີດ​ທີ່​ຈະ​ມາ​ພາຍ­ໜ້າ​ນັ້ນ ແລະ​ບໍ່­ແມ່ນ​ຕົວ​ຈິງ​ຂອງ​ສິ່ງ​ເຫລົ່າ­ນັ້ນ ເຄື່ອງ­ບູ­ຊາ​ທີ່​ເຂົາ​ຖວາຍ​ທຸກ​ປີ​ສະ­ເໝີ​ມາ​ຕາມ​ພຣະ­ບັນ­ຍັດ ກໍ​ບໍ່​ອາດ­ຈະ​ເຮັດ­ໃຫ້​ຜູ້​ທີ່​ເຂົ້າ​ເຝົ້າ​ນັ້ນ​ເຖິງ​ທີ່​ສຳ­ເລັດ​ໄດ້​ຈັກ­ເທື່ອ.2ເພາະ​ຖ້າ​ເປັນ​ຢ່າງ​ນັ້ນ​ໄດ້ ເຂົາ​ຄົງ​ໄດ້​ຢຸດ​ການ­ຖວາຍ​ເຄື່ອງ­ບູ­ຊາ​ແລ້ວ ບໍ່­ແມ່ນ​ຫລື ຖ້າ​ຜູ້​ນະ­ມັດ­ສະ­ການ​ນັ້ນ​ໄດ້­ຮັບ​ການ​ຊຳ­ລະ­ລ້າງ​ເທື່ອ​ດຽວ​ເປັນ​ການ​ສິ້ນ­ສຸດ​ແລ້ວ ຄົນ​ເຫລົ່າ­ນັ້ນ​ຄົງ​ຈະ​ບໍ່​ຮູ້­ສຶກ​ວ່າ​ມີ​ບາບ​ອີກ​ຕໍ່­ໄປ.3ແຕ່​ການ­ຖວາຍ​ເຄື່ອງ­ບູ­ຊາ​ນັ້ນ​ເປັນ​ການ​ເຕືອນ​ໃຫ້​ລະ­ນຶກ​ເຖິງ​ບາບ​ທຸກ​ປີ.4ເຫດ​ວ່າ​ເລືອດ​ງົວ­ເຖິກ​ແລະ​ເລືອດ​ແບ້​ບໍ່​ສາ­ມາດ​ຊຳ­ລະ​ບາບ​ໃຫ້​ໝົດ​ສິ້ນ​ໄປ​ໄດ້​ຈັກ­ເທື່ອ.5ດັ່ງ­ນັ້ນ, ເມື່ອ​ພຣະ­ຄຣິດ​ສະ­ເດັດ​ເຂົ້າ​ມາ​ໃນ​ໂລກ ພຣະ­ອົງ​ຊົງ​ທູນ​ວ່າ,

“ເຄື່ອງ­ບູ­ຊາ​ແລະ​ຂອງ​ທານ ພຣະ­ອົງ­ເຈົ້າ​ບໍ່​ຊົງ​ປະ­ສົງ

ແຕ່​ພຣະ­ອົງ​ໄດ້​ຈັດ​ຕຽມ​ຮ່າງ­ກາຍ​ສຳ­ລັບ​ຂ້າ​ພຣະ­ອົງ.

6ເຄື່ອງ​ເຜົາ​ບູ­ຊາ​ແລະ​ເຄື່ອງ­ບູ­ຊາ​ລົບ­ລ້າງ​ບາບ​ນັ້ນ

ພຣະ­ອົງ­ເຈົ້າ​ບໍ່​ຊົງ​ພໍ­ພຣະ­ໄທ.

7ເມື່ອ­ນັ້ນ​ຂ້າ​ພຣະ­ອົງ​ຈິ່ງ​ທູນ​ວ່າ ‘ຂ້າ​ແດ່​ພຣະ­ເຈົ້າ,

ຂ້າ​ພຣະ­ອົງ​ໄດ້​ມາ​ເພື່ອ­ຈະ​ເຮັດ​ຕາມ​ນ້ຳ​ພຣະ­ໄທ​ຂອງ​ພຣະ­ອົງ

ຕາມ​ທີ່​ມີ​ເລື່ອງ​ຂອງ​ຂ້າ​ພຣະ­ອົງ​ຂຽນ­ໄວ້​ໃນ​ໜັງ­ສື​ມ້ວນ​ນັ້ນ.”

8ເມື່ອ​ພຣະ­ອົງ​ຊົງ​ກ່າວ​ແລ້ວ​ວ່າ “ເຄື່ອງ­ບູ­ຊາ​ແລະ​ຂອງ​ທານ” ກັບ “ເຄື່ອງ​ເຜົາ​ບູ­ຊາ​ແລະ​ເຄື່ອງ­ບູ­ຊາ​ລົບ​ລ້າງ­ບາບ ທີ່​ເຂົາ​ໄດ້​ບູ­ຊາ​ຕາມ​ພຣະ­ບັນ­ຍັດ​ນັ້ນ ພຣະ­ອົງ­ເຈົ້າ​ບໍ່​ຊົງ​ປະ­ສົງ​ແລະ​ບໍ່​ຊົງ​ພໍ­ພຣະ­ໄທ.”9ຕໍ່​ນັ້ນ​ມາ​ພຣະ­ອົງ​ຊົງ​ກ່າວ​ວ່າ, “ຂ້າ​ແດ່​ພຣະ­ເຈົ້າ, ຂ້າ​ພຣະ­ອົງ​ໄດ້​ມາ​ເພື່ອ­ຈະ​ເຮັດ​ຕາມ​ນ້ຳ​ພຣະ­ໄທ​ຂອງ​ພຣະ­ອົງ” ພຣະ­ອົງ​ຊົງ​ເລີກ​ລະ­ບົບ​ເດີມ​ນັ້ນ​ເສຍ ເພື່ອ­ຈະ​ຊົງ​ຕັ້ງ​ລະ­ບົບ​ທີ​ສອງ​ໄວ້.10ແລະ​ໂດຍ​ນ້ຳ​ພຣະ­ໄທ​ນັ້ນ​ແຫລະ, ທີ່​ເຮົາ​ທັງ­ຫລາຍ​ໄດ້­ຮັບ​ການ​ຊົງ​ຊຳ­ລະ​ໃຫ້­ບໍ­ລິ­ສຸດ ດ້ວຍ​ການ­ຖວາຍ​ພຣະ­ກາຍ­ຂອງ­ພຣະ­ເຢ­ຊູຄ­ຣິດ​ເທື່ອ​ດຽວ​ເທົ່າ​ນັ້ນ ເປັນ​ການ​ສິ້ນ­ສຸດ.11ຝ່າຍ​ປະ­ໂລ­ຫິດ​ທຸກ​ຕົນ​ກໍ​ຢືນ​ບົວ­ລະ­ບັດ​ຢູ່​ທຸກ​ວັນ ໂດຍ​ການ​ນຳ​ເຄື່ອງ­ບູ­ຊາ​ຢ່າງ​ດຽວ​ກັນ​ມາ​ຖວາຍ​ເລື້ອຍໆ ເຄື່ອງ­ບູ­ຊາ​ນັ້ນ​ບໍ່​ສາ­ມາດ​ຊຳ­ລະ­ລ້າງ​ບາບ​ໄດ້​ຈັກ­ເທື່ອ.12ແຕ່​ເມື່ອ​ປະ­ໂລ­ຫິດ​ຕົນ​ນີ້​ໄດ້​ຖວາຍ​ເຄື່ອງ­ບູ­ຊາ​ອັນ​ດຽວ ເປັນ​ເຄື່ອງ­ບູ­ຊາ​ລົບ​ລ້າງ­ບາບ​ໄດ້​ຕະ­ຫລອດ​ໄປ “ພຣະ­ອົງ​ກໍ​ສະ­ເດັດ​ປະ­ທັບ​ເບື້ອງ​ຂວາ​ຂອງ​ພຣະ­ເຈົ້າ.”13ເພື່ອ​ຊົງ​ຄອຍ​ຢູ່ “ຈົນ​ບັນ­ດາ​ສັດ­ຕູ​ຂອງ​ພຣະ­ອົງ​ຖືກ​ປາບ​ລົງ​ໃຕ້​ພຣະ­ບາດ​ຂອງ​ພຣະ­ອົງ.”14ເພາະ­ວ່າ​ດ້ວຍ​ເຄື່ອງ­ບູ­ຊາ​ອັນ​ດຽວ ພຣະ­ອົງ​ໄດ້​ຊົງ​ໂຜດ​ຄົນ​ທັງ­ຫລາຍ​ທີ່​ຊົງ​ຊຳ­ລະ​ເປັນ​ບໍ­ລິ­ສຸດ​ນັ້ນ​ໃຫ້​ເຖິງ​ທີ່​ສຳ­ເລັດ​ເປັນ­ນິດ.

15ແລະ​ພຣະ­ວິນ­ຍານ­ບໍ­ລິ­ສຸດ​ຊົງ​ເປັນ​ພະ­ຍານ​ໃຫ້​ແກ່​ພວກ­ເຮົາ​ເໝືອນ​ກັນ ເພາະ­ວ່າ​ພຣະ­ອົງ​ໄດ້​ຊົງ​ກ່າວ​ໄວ້​ແລ້ວ​ວ່າ,

16“ອົງ​ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ວ່າ:

ນີ້­ແມ່ນ​ຄຳ​ສັນ­ຍາ​ທີ່​ເຮົາ​ຈະ​ສັນ­ຍາ​ໄວ້​ກັບ​ເຂົາ​ພາຍ­ຫລັງ​ສະ­ໄໝ​ນັ້ນ

ຄື​ເຮົາ​ຈະ​ບັນ­ຈຸ​ຂໍ້​ບັນ­ຍັດ​ຂອງ​ເຮົາ​ໄວ້​ໃນ​ຈິດ­ໃຈ​ຂອງ​ເຂົາ

ເຮົາ​ຈະ​ຈາ­ລຶກ​ຂໍ້​ບັນ­ຍັດ​ນັ້ນ​ໄວ້​ໃນ​ຫົວ­ໃຈ​ຂອງ​ເຂົາ.”

17ແລ້ວ​ຊົງ​ກ່າວ​ຕໍ່­ໄປ​ວ່າ

“ແລະ​ການ​ຜິດ­ບາບ​ກັບ­ການ​ອະ­ທຳ​ຂອງ​ເຂົາ​ເຮົາ​ຈະ​ບໍ່​ຈົດ​ຈຳ​ຕໍ່­ໄປ​ອີກ​ຈັກ­ເທື່ອ.”

18ເພາະ­ວ່າ​ເມື່ອ​ມີ­ການ​ໃຫ້​ອະ­ໄພ​ແລ້ວ ກໍ​ບໍ່­ມີ​ເຄື່ອງ­ບູ­ຊາ​ລົບ​ລ້າງ­ບາບ​ຕໍ່­ໄປ.

ໃຫ້​ພວກ­ເຮົາ​ເຂົ້າ​ມາ​ໃກ້​ຍຶດ­ໝັ້ນ​ໃນ​ຄວາມ​ຫວັງ

19ດັ່ງ­ນັ້ນ​ພີ່­ນ້ອງ​ທັງ­ຫລາຍ​ເອີຍ, ເຮົາ​ທັງ­ຫລາຍ​ມີ­ໃຈ​ກ້າ​ຈະ​ເຂົ້າ­ໄປ​ໃນ​ສະ­ຖານ​ສັກ­ສິດ​ທີ່­ສຸດ​ດ້ວຍ​ຄວາມ​ຕາຍ

ພາ­ສາ​ເດີມ​ວ່າ “ໂດຍ​ພຣະ­ໂລ­ຫິດ.” ຂອງ​ພຣະ­ເຢ­ຊູ.20ຕາມ​ທາງ​ໃໝ່​ຊຶ່ງ​ມີ­ຊີ­ວິດ ທີ່​ພຣະ­ອົງ​ໄດ້​ຊົງ​ໄຂ​ອອກ​ໃຫ້​ພວກ­ເຮົາ ຜ່ານ​ເຂົ້າ­ໄປ​ທາງ​ຜ້າ­ກັ້ງ​ນັ້ນ ຄື​ທາງ​ພຣະ­ກາຍ​ຂອງ​ພຣະ­ອົງ.21ອີກ​ປະ­ການ​ໜຶ່ງ, ພວກ­ເຮົາ​ມີ​ປະ­ໂລ­ຫິດ​ຕົນ​ໃຫຍ່​ເໜືອ​ຄົວ​ເຮືອນ­ຂອງ­ພຣະ­ເຈົ້າ​ແລ້ວ.22ໂດຍ​ເຫດ​ນີ້, ຈົ່ງ​ໃຫ້​ພວກ­ເຮົາ​ເຂົ້າ­ໄປ​ໃກ້​ດ້ວຍ​ຈິງ​ໃຈ, ດ້ວຍ​ຄວາມ­ເຊື່ອ​ອັນ​ເຕັມ​ບໍ­ລິ­ບູນ, ມີ­ໃຈ​ທີ່​ໄດ້­ຮັບ​ການ​ຊົງ​ຊຳ­ລະ​ຈາກ​ການ​ຮູ້­ສຶກ​ຕົວ​ວ່າ​ມີ​ບາບ, ແລະ​ມີ​ຮ່າງ­ກາຍ​ທີ່​ຊຳ­ລະ­ລ້າງ​ດ້ວຍ​ນ້ຳ​ບໍ­ລິ­ສຸດ.23ຈົ່ງ​ຍຶດ­ໝັ້ນ​ໃນ​ຄວາມ​ຫວັງ​ທີ່​ພວກ­ເຮົາ​ປະ­ກາດ​ຕົວ​ວ່າ​ໄດ້­ຮັບ​ໄວ້​ແລ້ວ​ນັ້ນ ຢ່າ​ໃຫ້​ເຄື່ອນ​ໄຫວ ເພາະ­ວ່າ​ພຣະ­ອົງ​ຜູ້​ຊົງ​ປະ­ທານ​ພຣະ­ສັນ­ຍາ​ນັ້ນ​ກໍ​ຊົງ​ສັດ­ຊື່.24ຈົ່ງ​ຄ່ອຍ​ພິ­ລະ​ນາ​ເບິ່ງ​ເຊິ່ງ​ກັນ​ແລະ​ກັນ ເພື່ອ​ປຸກ​ໃຈ​ເຊິ່ງ​ກັນ​ແລະ​ກັນ​ໃຫ້​ມີ​ຄວາມ​ຮັກ​ແລະ​ເຮັດ­ການ​ດີ­ງາມ.25ຢ່າ​ປະ­ການ​ປະ­ຊຸມ​ກັນ​ເໝືອນ​ຢ່າງ​ລາງ​ຄົນ​ເຄີຍ​ປະ​ນັ້ນ ແຕ່​ຈົ່ງ​ໜຸນ​ໃຈ​ກັນ​ຫລາຍ­ກວ່າ​ເກົ່າ​ອີກ ເພາະ​ທ່ານ​ກໍ​ຮູ້​ກໍ​ເຫັນ​ຢູ່​ວ່າ​ວັນ​ນັ້ນ​ໃກ້​ເຂົ້າ​ມາ​ແລ້ວ.

26ດ້ວຍ​ວ່າ​ຖ້າ​ພວກ­ເຮົາ​ໄດ້­ຮັບ​ຄວາມ​ຮູ້​ເລື່ອງ​ຄວາມ­ຈິງ​ແລ້ວ ແຕ່​ຍັງ​ເຈດ­ຕະ­ນາ​ເຮັດ​ບາບ​ຢູ່ ເຄື່ອງ­ບູ­ຊາ​ລົບ​ລ້າງ­ບາບ​ກໍ​ຈະ​ບໍ່­ມີ​ເຫລືອ​ຢູ່​ຕໍ່­ໄປ.27ເຫລືອ​ແຕ່​ຄວາມ​ຢ້ານ​ອັນ​ພິ­ລຶກ​ໃນ​ການ​ລໍ­ຖ້າ​ການ​ພິ­ພາກ­ສາ​ລົງ­ໂທດ ແລະ​ໄຟ​ອັນ​ຮ້າຍ­ແຮງ​ທີ່​ຈະ​ເຜົາ​ຜານ​ບັນ­ດາ​ຄົນ­ທີ່​ຕໍ່­ສູ້​ພຣະ­ເຈົ້າ.28ຄົນ­ທີ່​ລະ­ເມີດ​ບັນ­ຍັດ​ຂອງ​ໂມ­ເຊ​ນັ້ນ ຖ້າ​ມີ​ພະ­ຍານ​ສອງ​ຫລື​ສາມ​ປາກ ກໍ​ຈະ​ຕ້ອງ​ຕາຍ​ໂດຍ​ບໍ່­ມີ​ຄວາມ​ເມດ­ຕາ.29ທ່ານ​ທັງ­ຫລາຍ​ຈົ່ງ​ຄຶດ​ເບິ່ງ­ວ່າ ຄົນ­ທີ່​ຢຽບ­ຢ່ຳ​ພຣະ­ບຸດ​ຂອງ​ພຣະ­ເຈົ້າ, ແລະ​ຖື​ພຣະ­ໂລ­ຫິດ​ອັນ​ກ່ຽວ­ກັບ​ພຣະ­ສັນ­ຍາ ຊຶ່ງ​ຊຳ­ລະ​ຕົວ​ໃຫ້­ບໍ­ລິ­ສຸດ​ວ່າ​ເປັນ​ສິ່ງ​ຊົ່ວ­ຊ້າ, ກັບ​ທັງ​ປະ­ໝາດ​ພຣະ­ວິນ­ຍານ​ຜູ້​ຊົງ​ພຣະ­ຄຸນ​ນັ້ນ ຄວນ​ຈະ​ຖືກ​ລົງ­ໂທດ​ຫລາຍ­ກວ່າ​ຄົນ​ເຫລົ່າ­ນັ້ນ​ຈັກ​ເທົ່າ­ໃດ.30ເພາະ​ພວກ­ເຮົາ​ໄດ້​ຮູ້­ຈັກ​ພຣະ­ອົງ​ຜູ້​ຊົງ​ກ່າວ​ວ່າ, “ການ​ແກ້­ແຄ້ນ​ເປັນ​ທຸ­ລະ​ຂອງ​ເຮົາ ຝ່າຍ​ເຮົາ​ຈະ​ຕອບ­ແທນ” ແລະ​ໄດ້​ຊົງ​ກ່າວ​ອີກ­ວ່າ, “ອົງ​ພຣະ­ຜູ້­ເປັນ­ເຈົ້າ​ຈະ​ຊົງ​ພິ­ພາກ­ສາ​ພົນ­ລະ­ເມືອງ​ຂອງ​ພຣະ­ອົງ.”31ການ​ຕົກ​ຢູ່­ໃນ​ເງື້ອມ​ພຣະ­ຫັດ​ຂອງ​ພຣະ­ເຈົ້າ​ຜູ້​ຊົງ​ພຣະ­ຊົນ​ຢູ່​ນັ້ນ ກໍ​ເປັນ​ການ​ພິ­ລຶກ­ເພິງ­ກົວ.

32ແຕ່​ທ່ານ​ທັງ­ຫລາຍ​ຈົ່ງ​ລະ­ນຶກ​ເຖິງ​ຄາວ​ກ່ອນ­ນັ້ນ ຫລັງ​ຈາກ​ທີ່​ທ່ານ​ໄດ້­ຮັບ​ຄວາມ​ສະ­ຫວ່າງ​ແລ້ວ ພວກ​ທ່ານ​ໄດ້​ສູ້​ທົນ​ຕໍ່​ຄວາມ​ຍາກ​ລຳ­ບາກ​ອັນ​ໃຫຍ່­ຫລວງ.33ລາງ­ເທື່ອ​ພວກ​ທ່ານ​ກໍ​ຖືກ​ການ​ປະ­ຈານ​ອັບ­ອາຍ­ຂາຍ­ໜ້າ ແລະ​ຖືກ​ຂົ່ມ­ເຫງ​ໃຫ້​ປະ­ຊາ­ຊົນ​ຊົນ ລາງ­ເທື່ອ​ພວກ​ທ່ານ​ກໍ​ເຂົ້າ​ຮ່ວມ​ທຸກ​ກັບ​ຄົນ­ທີ່​ຖືກ​ການ​ຢ່າງ​ດຽວ​ກັນ​ນັ້ນ.34ເພາະ­ວ່າ​ທ່ານ​ທັງ­ຫລາຍ​ມີ­ໃຈ​ເມດ­ຕາ​ຕໍ່​ຄົນ​ເຫລົ່າ­ນັ້ນ​ທີ່​ຖືກ​ຜູກ­ມັດ ແລະ​ເມື່ອ​ມີ­ຄົນ​ປຸ້ນ​ເອົາ​ຊັບ​ສິ່ງ​ຂອງໆ ພວກ​ທ່ານ​ໄປ ພວກ​ທ່ານ​ກໍ​ຍອມ​ໃຫ້​ເຂົາ​ດ້ວຍ​ໃຈ​ຍິນ­ດີ ເພາະ​ພວກ​ທ່ານ​ຮູ້​ແລ້ວ​ວ່າ ພວກ​ທ່ານ​ເອງ​ມີ​ຊັບ­ສົມ­ບັດ​ດີກ­ວ່າ ແລະ​ຖາ­ວອນ​ກວ່າ​ນັ້ນ​ອີກ.35ເຫດ​ສັນ­ນັ້ນ​ຢ່າ​ໄດ້​ປະ​ຖິ້ມ​ຄວາມ​ໄວ້​ວາງ­ໃຈ​ຂອງ​ພວກ​ທ່ານ​ທີ່​ຈະ​ມີ​ລາງ­ວັນ​ອັນ​ໃຫຍ່​ນັ້ນ.36ທ່ານ​ທັງ­ຫລາຍ​ຈຳ­ເປັນ​ຕ້ອງ​ມີ​ຄວາມ­ອົດ­ທົນ ເພື່ອ​ວ່າ, ເມື່ອ​ໄດ້​ເຮັດ​ຕາມ​ນ້ຳ​ພຣະ­ໄທ​ຂອງ​ພຣະ­ເຈົ້າ​ແລ້ວ ກໍ​ຈະ​ໄດ້­ຮັບ​ຕາມ​ທີ່​ຊົງ​ສັນ­ຍາ​ໄວ້.37“ອີກ​ບໍ່​ເຫິງ, ບໍ່​ເຫິງ​ເທົ່າ­ໃດ​ພຣະ­ອົງ​ຜູ້​ຈະ​ສະ­ເດັດ​ມາ​ກໍ​ຈະ​ສະ­ເດັດ​ມາ​ແລະ​ຈະ​ບໍ່​ຊົງ​ຊັກ​ຊ້າ.38ແຕ່​ຄົນ​ຊອບ­ທຳ​ຂອງ​ເຮົາ​ຈະ​ມີ­ຊີ­ວິດ​ຢູ່​ດ້ວຍ​ຄວາມ­ເຊື່ອ​ຖ້າ​ເຂົາ​ຫາກ​ຫລົບ​ຖອຍ­ຫລັງ ເຮົາ​ຈະ​ບໍ່​ພໍ­ໃຈ​ໃນ​ຄົນ​ນັ້ນ.”39ສ່ວນ​ພວກ­ເຮົາ, ບໍ່­ຢູ່​ຝ່າຍ​ຄົນ­ທີ່​ຫລົບ​ຖອຍ­ຫລັງ​ຈົນ​ເຖິງ​ຄວາມ​ຈິບ­ຫາຍ​ເສຍ ແຕ່​ຢູ່​ຝ່າຍ​ຄົນ­ທີ່​ມີ​ຄວາມ­ເຊື່ອ ຈິ່ງ​ຮັກ­ສາ​ຊີ­ວິດ​ແລະ​ຈິດ­ໃຈ​ຂອງ­ຕົນ​ໄວ້​ໄດ້.