ມະ­ນຸດ​ຕົກ​ຢູ່­ໃນ​ຄວາມ​ບາບ

1ງູ​ເປັນ​ສັດ​ທີ່​ຫລັກ­ແຫລມ​ກວ່າ​ສັດ​ທັງ­ຫລາຍ​ທີ່​ພຣະ­ຜູ້­ເປັນ­ເຈົ້າ​ໄດ້​ສ້າງ​ໄວ້ ງູ​ໄດ້​ຖາມ​ຜູ້­ຍິງ​ວ່າ, “ແມ່ນ­ແທ້​ບໍ ທີ່​ພຣະ­ເຈົ້າ​ຊົງ​ຫ້າມ​ບໍ່­ໃຫ້​ພວກ​ເຈົ້າ​ກິນ​ໝາກ​ໄມ້​ໃນ​ສວນ​ນີ້?”2ຜູ້­ຍິງ​ນັ້ນ​ຕອບ​ວ່າ, “ໝາກ​ໄມ້​ທຸກໆ ຕົ້ນ​ໃນ​ສວນ​ນີ້ ພວກ­ເຮົາ​ກິນ​ໄດ້3ເວັ້ນ​ໄວ້​ແຕ່​ໝາກ​ໄມ້​ໃນ​ຕົ້ນ​ທີ່­ຢູ່​ກາງ​ສວນ​ນັ້ນ. ເພາະ​ພຣະ­ເຈົ້າ​ບອກ​ບໍ່­ໃຫ້​ພວກ­ເຮົາ​ກິນ ຫລື ແມ່ນ­ແຕ່​ແຕະ­ຕ້ອງ​ເປັນ​ເດັດ­ຂາດ ຖ້າ​ພວກ­ເຮົາ​ຂືນ​ກິນ ພວກ­ເຮົາ​ຕ້ອງ​ຕາຍ.”4ງູ​ຈຶ່ງ​ຕອບ​ວ່າ, “ບໍ່​ເປັນ­ຄວາມ​ຈິງ ພວກ​ເຈົ້າ​ຈະ​ບໍ່​ຕາຍ​ດອກ.5ພຣະ­ເຈົ້າ​ເວົ້າ​ເຊັ່ນ​ນັ້ນ ກໍ​ເພາະ​ພຣະ­ອົງ​ຊົງ­ຮູ້​ດີ​ວ່າ ເມື່ອ­ໃດ​ທີ່​ເຈົ້າ​ກິນ​ໝາກ​ໄມ້​ນັ້ນ ເຈົ້າ​ຈະ​ຮູ້​ແຈ້ງ​ເຫັນ​ຈິງ​ກັບ​ຈະ​ຮູ້​ການ​ດີ ແລະ​ການ​ຊົ່ວ​ເໝືອນ​ດັ່ງ​ພຣະ­ອົງ.”

6ຜູ້­ຍິງ​ເຫັນ​ວ່າ​ໝາກ​ໄມ້​ໃນ​ຕົ້ນ​ນັ້ນ​ຊ່າງ​ງາມ ແລະ​ເປັນ​ໜ້າ​ຢາກ​ກິນ​ອີ່ຫ­ລີ ນອກ​ນີ້​ນາງ​ຍັງ​ຄິດ­ວ່າ​ຈະ​ມີ​ສະ­ຕິ­ປັນ­ຍາ​ອີກ ດັ່ງ­ນັ້ນ ນາງ​ຈຶ່ງ​ຕັດ­ສິນ­ໃຈ​ປິດ​ເອົາ​ໝາກ​ໄມ້​ແລ້ວ​ກິນ ຄັນ​ແລ້ວ​ຈຶ່ງ​ເອົາ​ໝາກ​ໄມ້​ນັ້ນ​ໃຫ້​ຜົວ​ນາງ​ກິນ​ນຳ.7ຫລັງ​ຈາກ​ກິນ​ໝາກ​ໄມ້​ແລ້ວ ໃນ​ທັນ­ໃດ​ນັ້ນ ພວກ​ເຂົາ​ຈຶ່ງ​ຮູ້​ແຈ້ງ​ເຫັນ​ຈິງ ແລະ​ຮູ້­ວ່າ ພວກ​ຕົນ​ກຳ­ລັງ​ເປືອຍ​ກາຍ​ຢູ່ ດັ່ງ­ນັ້ນ ພວກ​ເຂົາ​ຈຶ່ງ​ພາ­ກັນ​ເອົາ​ໃບ​ໄມ້​ມາ​ຫຍິບ​ເຂົ້າ­ກັນ​ເຮັດ​ເປັນ​ເຄື່ອງ­ນຸ່ງ.

8ໃນ​ຄືນ​ວັນ​ນັ້ນ ພວກ​ເຂົາ​ໄດ້­ຍິນ​ສຽງ​ຍ່າງ ຂອງ​ພຣະ­ຜູ້­ເປັນ­ເຈົ້າ​ໃນ​ສວນ ພວກ​ເຂົາ​ຈຶ່ງ​ພາ­ກັນ​ຫລົບ​ລີ້​ຢູ່­ໃນ​ທ່າມ­ກາງ​ຕົ້ນ­ໄມ້.9ແຕ່​ພຣະ­ຜູ້­ເປັນ­ເຈົ້າ​ໄດ້​ຊົງ​ເອີ້ນ​ຫາ​ຊາຍ​ຜູ້­ນັ້ນ​ວ່າ, “ເຈົ້າ​ຢູ່​ໃສ?”10ລາວ​ຈຶ່ງ​ຕອບ​ວ່າ, “ຂ້າ­ນ້ອຍ​ໄດ້­ຍິນ​ສຽງ​ຍ່າງ​ຂອງ​ພຣະ­ອົງ​ໃນ​ສວນ ຂ້າ­ນ້ອຍ​ຢ້ານ​ຈຶ່ງ​ຫລົບ​ລີ້​ຊ້ອນ​ຕົວ​ຢູ່​ເພາະ­ວ່າ​ຂ້າ­ນ້ອຍ​ກຳ­ລັງ​ເປືອຍ​ກາຍ.”11ພຣະ­ເຈົ້າ​ຈຶ່ງ​ຖາມ­ວ່າ, “ໃຜ​ບອກ­ວ່າ​ເຈົ້າ​ເປືອຍ​ກາຍ ບໍ່­ແມ່ນ​ເຈົ້າ​ກິນ​ໝາກ​ໄມ້​ທີ່​ເຮົາ​ໄດ້​ຫ້າມ​ນັ້ນ​ຫລື?”12ຊາຍ​ຜູ້­ນັ້ນ​ທູນ​ຕອບ​ວ່າ, “ໂດຍ­ຂ້າ­ນ້ອຍ ແມ່ນ​ຜູ້­ຍິງ​ທີ່​ພຣະ­ອົງ​ປະ­ທານ​ໃຫ້​ນັ້ນ​ເອົາ​ໝາກ​ໄມ້​ໃຫ້​ຂ້າ­ນ້ອຍ​ກິນ.”13ແລ້ວ​ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ຖາມ​ຜູ້­ຍິງ​ນັ້ນ​ວ່າ, “ເປັນ­ຫຍັງ​ເຈົ້າ​ຈຶ່ງ​ເຮັດ​ເຊັ່ນ​ນັ້ນ?” ນາງ​ທູນ​ຕອບ​ວ່າ, “ງູ​ໄດ້​ຍົວະ​ໃຫ້​ຂ້າ­ນ້ອຍ​ກິນ.”

ພຣະ­ເຈົ້າ​ຊົງ​ລົງ­ໂທດ

14ຕໍ່­ມາ ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ບອກ​ງູ​ວ່າ:

“ດ້ວຍ​ເຫດ​ວ່າ​ມຶງ ໄດ້​ຫລອກ­ລວງ​ຜູ້­ຍິງ​ນັ້ນ

ແມ່ນ​ມຶງ​ເທົ່າ​ນັ້ນ ທີ່​ຈະ​ໄດ້­ຮັບ​ການ​ສາບ­ແຊ່ງ

ໃນ​ຈຳ­ນວນ​ສັດ​ທັງ­ປວງ

ແຕ່​ບັດ­ນີ້​ໄປ ມຶງ​ຈະ​ລີ­ເລືອ​ໄປ​ດ້ວຍ​ທ້ອງ

ແລະ​ຈະ​ກິນ​ຂີ້­ດິນ​ເປັນ​ອາ­ຫານ.

15ມຶງ​ກັບ​ຜູ້­ຍິງ​ຈະ​ຕ້ອງ​ກຽດ­ຊັງ­ກັນ

ມະ­ນຸດ ແລະ​ງູ​ຈະ​ຕ້ອງ​ເປັນ​ສັດ­ຕູ​ກັນ

ມະ­ນຸດ​ຈະ​ພະ­ຍາ­ຍາມ​ຢຽບ​ຫົວ​ມຶງ​ໃຫ້​ແຕກ

ແລະ​ມຶງ​ກໍ​ຈະ​ພະ­ຍາ­ຍາມ​ຕອດ​ສົ້ນ​ໜ່ອງ​ຂອງ​ລາວ.”

16ແລ້ວ​ພຣະ­ອົງ​ຊົງ​ກ່າວ​ກັບ​ຜູ້­ຍິງ​ນັ້ນ​ວ່າ:

“ເຮົາ​ຈະ​ເພີ່ມ​ຄວາມ​ຫຍຸ້ງ­ຍາກ​ໃຫ້​ແກ່​ເຈົ້າ​ເວ­ລາ​ຖື­ພາ

ແລະ​ຈະ­ໃຫ້​ເຈົ້າ​ອອກ­ລູກ​ດ້ວຍ​ຄວາມ­ເຈັບ​ປວດ

ເຖິງ​ປານ​ນັ້ນ​ເຈົ້າ​ກໍ​ຍັງ​ຢາກ​ໄດ້​ຜົວ​ຢູ່

ແລະ​ຜົວ​ນັ້ນ​ຈະ​ເປັນ​ນາຍ​ປົກ­ຄອງ​ເຈົ້າ.”

17ຄັນ​ແລ້ວ ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ກັບ​ອາ­ດາມ​ວ່າ:

“ເຈົ້າ​ໄດ້​ເຊື່ອ​ຟັງ​ເມຍ​ຂອງ​ເຈົ້າ

ເຈົ້າ​ກິນ​ໝາກ​ໄມ້​ຊຶ່ງ​ເຮົາ​ໄດ້​ຫ້າມ

ຍ້ອນ​ສິ່ງ​ທີ່​ເຈົ້າ​ໄດ້​ກະ­ທຳ​ມາ​ນັ້ນ

ຂີ້­ດິນ​ຈະ​ຖືກ​ສາບ­ແຊ່ງ

ກ່ອນ​ຈະ​ໄດ້​ອາ­ຫານ​ມາ​ລ້ຽງ­ຊີບ

ເຈົ້າ​ຈະ​ຕ້ອງ​ເຮັດ­ວຽກ​ຢ່າງ​ໜັກ

ຂຸດ​ດິນ​ຟັນ​ໄມ້​ຈົນ​ໜ້າ​ແຫລ້​ໜ້າ​ກ່ຳ​ຕະ­ຫລອດ​ຊີ­ວິດ​ຂອງ​ເຈົ້າ.

18ຕົ້ນ­ໄມ້ ແລະ​ພືດ​ຕ່າງໆ ທີ່​ມີ​ໜາມ​ຈະ​ເກີດ​ຂຶ້ນ​ສຳ­ລັບ​ເຈົ້າ

ແລະ​ຈະ​ກິນ​ພືດ​ນັ້ນ​ເປັນ​ອາ­ຫານ.

19ເຈົ້າ​ຈະ​ຕ້ອງ​ຫາ​ລ້ຽງ­ຊີບ​ດ້ວຍ​ເຫື່ອ​ໄຫລ​ໄຄ​ຍ້ອຍ

ຈົນ​ກວ່າ​ເຈົ້າ​ຈະ​ສິ້ນ​ຊີ­ວິດ​ກັບ​ຄືນ​ໄປ​ສູ່​ດິນ​ບ່ອນ​ທີ່​ເຈົ້າ​ມາ

ເຈົ້າ​ມາ​ແຕ່​ດິນ ເຈົ້າ​ຈະ​ຕ້ອງ​ກັບ​ໄປ​ເປັນ​ດິນ​ອີກ.”

20ອາ­ດາມ​ໃສ່​ຊື່​ໃຫ້​ເມຍ​ຂອງ​ລາວ​ວ່າ, “ເອ­ວາ ຊຶ່ງ​ມີ​ຄວາມ­ໝາຍ​ວ່າ ນາງ​ເປັນ​ແມ່​ຂອງ​ມະ­ນຸດ​ທັງ­ປວງ.21ຕໍ່­ມາ ພຣະ­ຜູ້­ເປັນ­ເຈົ້າ​ໄດ້​ປະ­ທານ​ເສື້ອ​ທີ່​ເຮັດ​ດ້ວຍ​ຂົນ​ໜັງ​ສັດ​ໃຫ້​ອາ­ດາມ ແລະ​ເມຍ​ຂອງ​ລາວ​ນຸ່ງ­ຫົ່ມ.

ອາ­ດາມ​ແລະ​ເອ­ວາ​ຖືກ​ໄລ່­ອອກ​ຈາກ​ສວນ

22ຫລັງ­ຈາກ­ນັ້ນ​ຕໍ່­ມາ ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ວ່າ, “ບັດ­ນີ້​ມະ­ນຸດ​ໄດ້​ກາຍ​ເປັນ​ເໝືອນ​ພວກ­ເຮົາ​ຄື​ຮູ້­ຈັກ​ການ​ດີ​ແລະ​ການ​ຊົ່ວ ເຂົາ​ຈະ​ບໍ່­ໄດ້​ກິນ​ໝາກ​ໄມ້​ທີ່​ໃຫ້​ມີ­ຊີ­ວິດ​ຕະ­ຫລອດ­ໄປ­ເປັນ­ນິດ.”23ດັ່ງ­ນັ້ນ ພຣະ­ຜູ້­ເປັນ­ເຈົ້າ​ຈຶ່ງ​ຂັບ­ໄລ່​ເຂົາ​ອອກ­ຈາກ​ສວນ​ເອ­ເດັນ ໃຫ້​ເຮັດ­ວຽກ​ຂຸດ​ດິນ​ຟັນ​ໄມ້ ແລະ​ທຳ​ມາ​ຫາ​ກິນ​ໃນ​ດິນ​ບ່ອນ​ທີ່​ກຳ­ເນີດ​ມາ​ນັ້ນ.24ເມື່ອ​ພຣະ­ເຈົ້າ​ໄດ້​ຂັບ­ໄລ່​ມະ­ນຸດ​ອອກ­ຈາກ​ສວນ​ແລ້ວ ພຣະ­ອົງ​ໄດ້​ຊົງ​ແຕ່ງ­ຕັ້ງ​ເທ­ວະ­ດາ​ເຄ­ຣຸບ ທາງ​ທິດ­ຕາ­ເວັນ­ອອກ​ຂອງ​ສວນ ແລະ​ຕັ້ງ​ດາບ​ທີ່​ມີ​ແສງ​ໄຟ​ແກວ່ງ​ໄປ​ທົ່ວ​ທຸກ​ທິດ ເພື່ອ​ປ້ອງ­ກັນ​ບໍ່­ໃຫ້​ຜູ້​ໜຶ່ງ​ຜູ້­ໃດ​ເຂົ້າ­ໄປ​ໃກ້​ຕົ້ນ­ໄມ້​ທີ່​ໃຫ້​ມີ­ຊີ­ວິດ​ຕະ­ຫລອດ­ໄປ­ເປັນ­ນິດ​ໄດ້.