ເຊື້ອ­ສາຍ​ຂອງ​ອັບ­ຣາ­ຮາມ​ຈາກ​ຍິງ​ອື່ນ

1ອັບ­ຣາ­ຮາມ​ໄດ້​ແຕ່ງ­ງານ​ກັບ​ຍິງ​ອີກ​ຜູ້​ໜຶ່ງ​ຊື່­ວ່າ ເກ­ຕຸ­ຣາ.2ນາງ​ໄດ້​ປະ­ສູດ​ລູກ­ຊາຍ​ຫລາຍ​ຄົນ​ໃຫ້​ເພິ່ນ​ຄື ຊິມ­ຣານ ໂຢກ­ຊານ ເມ­ດານ ມີ­ດີ­ອານ ອີ­ຊະ­ບາກ​ແລະ​ຊູ­ອາ.3ໂຢກ­ຊານ​ເປັນ​ພໍ່​ຂອງ​ເຊ­ບາ​ແລະ​ເດ­ດານ ລູກ­ຊາຍ​ທັງ­ຫລາຍ​ຂອງ​ເດ­ດານ​ຄື ຊາວ​ອັດ­ຊີ­ເຣຍ ຊາວ​ເລ­ຕູ­ຊີມ​ແລະ​ຊາວ​ເລ­ອຸມ­ມີມ.4ລູກ­ຊາຍ​ຂອງ​ມີ­ດີ­ອານ ເອ­ຟາ ເອ­ເຟ ຮາ­ໂນກ ອາ­ບີ­ດາ ແລະ​ເອັນ­ດາ­ອາ ພວກ​ເຂົາ​ທັງ​ໝົດ​ນີ້​ເປັນ​ລູກ​ຫລານ​ຂອງ​ນາງ ເກ­ຕຸ­ຣາ.

5–6ອັບ­ຣາ­ຮາມ​ໄດ້​ມອບ​ມໍ­ລະ­ດົກ​ທຸກ​ສິ່ງ​ໃຫ້​ອີ­ຊາກ​ກ່ອນ​ເສຍ​ຊີ­ວິດ ເພິ່ນ​ໄດ້​ແບ່ງ​ຊັບ​ສິ່ງ​ຂອງ​ບາງ​ສ່ວນ​ໃຫ້​ລູກ­ຊາຍ​ທີ່​ໄດ້​ຈາກ​ເມຍ​ຜູ້​ທີ​ສອງ​ທຸກໆ​ຄົນ​ແລ້ວ​ໃຫ້​ພວກ​ເຂົາ​ໜີ​ຈາກ​ອີ­ຊາກ​ລູກ­ຊາຍ​ຂອງ­ຕົນ ໄປ​ຢູ່​ທາງ​ດິນ­ແດນ​ທິດ­ຕາ­ເວັນ­ອອກ.

ການ​ຝັງ​ສົບ​ອັບ­ຣາ­ຮາມ

7–8ອັບ­ຣາ­ຮາມ​ເຖົ້າ​ແກ່​ຫລາຍ ເພິ່ນ​ໄດ້​ເຖິງ​ແກ່­ກຳ​ໄປ​ຢູ່​ນຳ​ພີ່­ນ້ອງ​ທີ່​ຕາຍ​ໄປ​ກ່ອນ​ແລ້ວ​ເມື່ອ​ອາ­ຍຸ 175 ປີ.9ອີ­ຊາກ​ແລະ​ອິດ­ຊະ­ມາ­ເອນ​ລູກ­ຊາຍ​ຂອງ​ເພິ່ນ​ໄດ້​ຝັງ​ສົບ​ໄວ້​ໃນ​ອຸບ​ມຸງ ມັກ­ເປ­ລາ ໃນ​ນາ​ທີ່​ເພິ່ນ​ໄດ້​ຊື້​ຈາກ ເອ­ຟະ­ໂຣນ​ລູກ­ຊາຍ​ຂອງ​ໂຊ­ຮາ​ຊາວ​ຮິດ­ຕີ ຢູ່​ທາງ​ຕາ­ເວັນ​ອອກ​ຂອງ​ເມືອງ​ມາມ­ເຣ.10–11ສົບ​ຂອງ​ອັບ­ຣາ­ຮາມ​ແລະ​ເມຍ​ຂອງ​ເພິ່ນ​ກໍ­ໄດ້​ຝັງ​ໃນ​ນາ​ຕອນ​ນີ້​ຄື­ກັນ ຫລັງ​ຈາກ​ອັບ­ຣາ­ຮາມ​ໄດ້​ເຖິງ​ແກ່­ກຳ​ໄປ​ແລ້ວ ພຣະ­ເຈົ້າ​ຊົງ​ອວຍ­ພອນ​ອີ­ຊາກ​ຜູ້​ຊຶ່ງ​ໄດ້​ອາ­ໄສ​ຢູ່​ໃກ້​ນ້ຳ­ສ້າງ​ທີ່​ຊື່­ວ່າ, “ນ້ຳ­ສ້າງ​ຂອງ​ອົງ​ພຣະ­ຜູ້­ເປັນ­ເຈົ້າ​ຜູ້​ຊົງ​ເຫັນ​ຂ້ອຍ.”

12ເຊື້ອ­ສາຍ​ຂອງ​ອິດ­ຊະ­ມາ­ເອນ​ລູກ­ຊາຍ​ອັບ­ຣາ­ຮາມ ແລະ​ນາງ​ຮາ­ກາ​ຄົນ​ເອ­ຢິບ ຊຶ່ງ​ເປັນ​ສາວ​ໃຊ້​ນາງ​ຊາ­ຣາ​ມີ​ດັ່ງ­ນີ້:

13ຊື່​ລູກ­ຊາຍ​ຂອງ​ອິດ­ຊະ­ມາ­ເອນ​ຕາມ​ລຳ­ດັບ​ກຳ­ເນີດ​ຄື ເນ­ບາ­ໂຢດ​ລູກ­ກົກ ຕໍ່­ມາ​ເກ­ດາ ອັດ­ເບ­ເອນ ມິບ­ສາມ.14–16ມິ­ຊະ­ມາ ດູ­ມາ ມັດ­ສາ ຮາ­ດັດ ເຕ­ມາ ເຢ­ຕູ­ເຣ ນາ­ຟິດ​ແລະ​ເກ­ເດ­ມາ​ຄົນ​ເຫລົ່າ­ນີ້​ແມ່ນ​ລູກ­ຊາຍ​ຂອງ​ອິດ­ຊະ­ມາ­ເອນ​ຊຶ່ງ​ຊື່​ຂອງ​ພວກ​ເຂົາ​ກາຍ​ເປັນ​ຊື່​ບ້ານ ຊື່​ບ່ອນ​ພັກ​ອາ­ໄສ ແລະ​ຊື່​ສິບ​ສອງ​ເຜົ່າ​ໃນ​ຈຳ­ນວນ​ເຜົ່າ​ຕ່າງໆ.

17ເມື່ອ​ອິດ­ຊະ­ມາ­ເອນ​ມີ​ອາ­ຍຸ 137 ປີ ເພິ່ນ​ກໍ​ເຖິງ​ແກ່­ກຳ​ໄປ​ຢູ່​ນຳ​ພີ່­ນ້ອງ​ທີ່​ຕາຍ​ໄປ​ກ່ອນ​ແລ້ວ.18ເຊື້ອ­ສາຍ​ຂອງ​ອິດ­ຊະ­ມາ­ເອນ​ໄດ້​ອາ­ໄສ​ຢູ່­ໃນ​ດິນ­ແດນ ລະ­ຫວ່າງ​ເມືອງ​ຮາ­ວິ­ລາ ຈົນ​ເຖິງ​ເມືອງ​ຊູ­ເຣ​ທາງ​ທິດ­ຕາ­ເວັນ­ອອກ​ຂອງ​ປະ­ເທດ​ເອ­ຢິບ​ທາງ​ໄປ​ສູ່​ປະ­ເທດ​ອັດ­ຊີ­ເຣຍ ພວກ​ເຂົາ​ອາ­ໄສ​ຢູ່​ຕ່າງ­ຫາກ​ຈາກ​ຍາດ­ພີ່­ນ້ອງ​ຂອງ​ເຂົາ.

ການ​ເກີດ​ຂອງ​ເອ­ຊາວ​ແລະ​ຢາ­ໂຄບ

19ເລື່ອງ​ຂອງ​ອີ­ຊາກ​ລູກ­ຊາຍ​ຂອງ​ອັບ­ຣາ­ຮາມ ເປັນ​ມາ​ດັ່ງ­ນີ້:20ອີ­ຊາກ​ມີ​ອາ­ຍຸ​ໄດ້​ສີ່­ສິບ­ປີ ເມື່ອ​ແຕ່ງ­ງານ​ກັບ​ນາງ​ເຣ­ເບ­ກາ ນ້ອງ­ສາວ​ລາ­ບານ​ລູກ​ເບ­ທູ­ເອນ ຊາວ​ອາ­ຣາມ ຊຶ່ງ​ມາ​ຈາກ​ປະ­ເທດ​ເມ­ໂຊ­ໂປ­ຕາ­ເມຍ.

21ຍ້ອນ​ນາງ​ເຣ­ເບ­ກາ​ບໍ່­ມີ​ລູກ ອີ­ຊາກ​ຈຶ່ງ​ອະ­ທິ­ຖານ​ຕໍ່​ພຣະ­ຜູ້­ເປັນ­ເຈົ້າ ພຣະ­ອົງ​ຊົງ​ຕອບ​ຄຳ​ອະ­ທິ­ຖານ​ຂອງ​ລາວ ໂດຍ​ໃຫ້​ນາງ​ເຣ­ເບ­ກາ​ຖື­ພາ.22ເມື່ອ​ນາງ​ຖື­ພາ​ຢູ່​ນັ້ນ ລູກ​ຝາ­ແຝດ​ໄດ້​ບຽດ­ສຽດ​ກັນ​ຢູ່­ໃນ​ທ້ອງ ນາງ​ຈຶ່ງ​ເວົ້າ​ວ່າ, “ຖ້າ​ຫາກ​ເປັນ​ເຊັ່ນ​ນີ້ ເປັນ­ຫຍັງ​ຂ້ອຍ​ຈຶ່ງ​ຢາກ​ມີ​ລູກ?” ແລ້ວ​ນາງ​ຈຶ່ງ​ໄປ​ອ້ອນ­ວອນ​ກາບ​ທູນ​ຕໍ່​ພຣະ­ເຈົ້າ​ກ່ຽວ­ກັບ​ເລື່ອງ​ນີ້.23ພຣະ­ຜູ້­ເປັນ­ເຈົ້າ​ກ່າວ​ວ່າ,

“ເດັກ​ສອງ​ຄົນ­ທີ່​ຢູ່­ໃນ​ທ້ອງ​ຂອງ​ເຈົ້າ ຈະ​ເກີດ​ເປັນ

ປະ­ຊາ­ຊົນ​ສອງ​ປະ­ເທດ​ຕໍ່­ສູ້​ກັນ ຜູ້​ໜຶ່ງ​ຈະ​ແຂງ­ແຮງ

ກວ່າ​ອີກ​ຜູ້​ໜຶ່ງ ອ້າຍ​ຈະ​ຮັບ­ໃຊ້​ນ້ອງ.”

24–25ຄັນ​ຢູ່​ຕໍ່­ມາ ນາງ​ກໍ​ອອກ­ລູກ​ຝາ­ແຝດ​ສອງ​ຄົນ ລູກ­ຊາຍ​ຜູ້​ອອກ​ກ່ອນ​ແດງ ແລະ​ມີ​ຂົນ​ເຕັມ­ຕົວ​ຄື​ເສື້ອ​ທີ່​ເຮັດ​ດ້ວຍ​ຂົນ​ສັດ ດ້ວຍ​ເຫດ​ນີ້​ເພິ່ນ​ຈຶ່ງ​ເອີ້ນ​ລາວ​ວ່າ ເອ­ຊາວ.26ເມື່ອ​ນ້ອງ​ລາວ​ເກີດ​ມາ ມື​ກໍ​ຈັບ​ສົ້ນ​ນ່ອງ​ຂອງ​ເອ­ຊາວ​ໄວ້ ສະ­ນັ້ນ​ເພິ່ນ​ຈຶ່ງ​ເອີ້ນ​ລາວ​ວ່າ ຢາ­ໂຄບ ເມື່ອ​ລູກ­ຊາຍ​ຝາ­ແຝດ​ທັງ​ສອງ​ເກີດ ອີ­ຊາກ​ອາ­ຍຸ​ໄດ້​ຫົກ­ສິບ​ປີ​ແລ້ວ.

ເອ­ຊາວ​ຂາຍ​ສິດ­ທິ​ອ້າຍ​ກົກ

27ເມື່ອ​ເດັກ­ນ້ອຍ​ທັງ​ສອງ​ໃຫຍ່​ເຕີບ­ໂຕ​ຂຶ້ນ​ມາ ເອ­ຊາວ​ໄດ້​ກາຍ​ເປັນ​ນາຍ­ພານ​ທີ່​ເກ່ງ​ກ້າ ແລະ​ຊຳ­ນານ ລາວ​ເປັນ​ຄົນ­ທີ່​ບໍ່​ມັກ​ຢູ່​ເຮືອນ.28ສ່ວນ​ຢາ­ໂຄບ​ເປັນ​ຄົນ​ສຸ­ຂຸມ ແລະ​ມັກ​ຢູ່​ແຕ່​ໃນ​ເຮືອນ ອີ­ຊາກ​ຮັກ​ເອ­ຊາວ​ເພາະ­ວ່າ​ໄດ້​ກິນ​ຊີ້ນ​ທີ່​ລາວ​ຫາ​ມາ​ໄດ້ ສ່ວນ​ນາງ​ເຣ­ເບ­ກາ​ຮັກ​ຢາ­ໂຄບ.

29ມື້­ໜຶ່ງ ເມື່ອ​ຢາ­ໂຄບ​ກຳ­ລັງ​ເຮັດ​ແກງ​ຢູ່ ພໍ­ດີ​ເອ­ຊາວ​ກັບ​ມາ​ແຕ່​ລ່າ​ສັດ ລາວ​ຫິວ​ຫລາຍ.30ຈຶ່ງ​ເວົ້າ​ກັບ​ຢາ­ໂຄບ​ວ່າ, “ຂ້ອຍ​ຂໍ​ກິນ​ແກງ​ໝາກ­ຖົ່ວ​ແດງ​ເຈົ້າ​ຈັກ​ຄຳ​ແດ່­ທ້ອນ ຂ້ອຍ​ຫິວ​ຈະ​ຕາຍ​ຢູ່​ແລ້ວ” (ດ້ວຍ​ເຫດ­ຜົນ​ດັ່ງ­ກ່າວ​ນີ້ ເພິ່ນ​ຈຶ່ງ​ເອີ້ນ​ເອ­ຊາວ​ວ່າ ເອ­ໂດມ).

31ແຕ່​ຢາ­ໂຄບ​ຕອບ​ວ່າ, “ຂ້ອຍ​ຈະ­ໃຫ້​ເຈົ້າ​ກິນ ຖ້າ​ເຈົ້າ​ຫາກ​ຂາຍ​ສິດ­ທິ​ອ້າຍ​ກົກ​ໃຫ້​ຂ້ອຍ.”32ເອ­ຊາວ​ເວົ້າ​ວ່າ, “ເບິ່ງ​ແມ! ຂ້ອຍ​ຫິວ​ໃກ້​ຈະ​ຕາຍ​ຢູ່​ແລ້ວ ສິດ­ທິ​ອ້າຍ​ກົກ​ຈະ​ມີ​ປະ­ໂຫຍດ​ຫຍັງ​ກັບ​ຂ້ອຍ.”33ຢາ­ໂຄບ​ຈຶ່ງ​ເວົ້າ​ວ່າ, “ສາ­ບານ​ກ່ອນ​ແມ! ວ່າ​ເຈົ້າ​ຈະ​ມອບ​ສິດ­ທິ​ອ້າຍ​ກົກ​ໃຫ້​ຂ້ອຍ” ເອ­ຊາວ​ຈຶ່ງ​ສາ­ບານ​ແລ້ວ​ຂາຍ​ສິດ­ທິ​ອ້າຍ​ກົກ​ຂອງ­ຕົນ​ໃຫ້​ຢາ­ໂຄບ.

34ຄັນ​ແລ້ວ ຢາ­ໂຄບ​ຈຶ່ງ​ເອົາ​ເຂົ້າ­ຈີ່ ແລະ​ແກງ​ໝາກ­ຖົ່ວ​ໃຫ້​ເອ­ຊາວ ລາວ​ກິນ ແລະ​ດື່ມ​ຈົນ​ອີ່ມ ແລ້ວ​ກໍ​ໜີ​ໄປ ການ​ປະ­ໝາດ​ສິດ­ທິ​ອ້າຍ​ກົກ​ຂອງ​ເອ­ຊາວ​ກໍ​ເປັນ​ມາ​ດັ່ງ​ນີ້­ແຫລະ.