ເມຍ​ຂອງ​ອີ­ຊາກ

1ຢູ່​ຕໍ່­ມາ ອັບ­ຣາ­ຮາມ​ກໍ​ເຖົ້າ​ແກ່​ຫລາຍ​ແລ້ວ ແລະ​ພຣະ­ຜູ້­ເປັນ­ເຈົ້າ​ໄດ້​ອວຍ­ພອນ​ໃຫ້​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ໄດ້​ເຮັດ​ມາ​ນັ້ນ​ຈະ­ເລີນ​ຂຶ້ນ.2–3ອັບ­ຣາ­ຮາມ ເວົ້າ​ກັບ​ຄົນ­ໃຊ້​ຜູ້­ອາ­ວຸ­ໂສ​ຊຶ່ງ​ຮັບ­ຜິດ­ຊອບ​ໃນ​ຊັບ­ສົມ­ບັດ​ວ່າ, “ຈົ່ງ​ວາງ​ມື​ລົງ​ຫວ່າງ​ກົກ­ຂາ​ຂ້ອຍ​ແລ້ວ​ສາ­ບານ​ຕໍ່​ພຣະ­ພັກ​ຂອງ​ພຣະ­ຜູ້­ເປັນ­ເຈົ້າ​ແຫ່ງ​ສະ­ຫວັນ​ແລະ​ແຜ່ນ­ດິນ­ໂລກ​ວ່າ​ເຈົ້າ​ຈະ​ບໍ່​ເອົາ​ຜູ້​ສາວ​ໃນ​ປະ­ເທດ​ກາ­ນາ­ອານ​ບ່ອນ​ທີ່​ຂ້ອຍ​ອາ­ໄສ​ຢູ່​ທີ່​ນີ້​ມາ​ເປັນ​ເມຍ​ຂອງ​ລູກ­ຊາຍ​ຂ້ອຍ.4ແຕ່­ວ່າ​ເຈົ້າ​ຈົ່ງ​ກັບ​ເມືອ​ປະ­ເທດ​ຂອງ​ຂ້ອຍ ແລ້ວ​ຊອກ­ຫາ​ເອົາ​ຜູ້​ສາວ​ໃນ​ທ່າມ­ກາງ​ພວກ​ຍາດ­ພີ່­ນ້ອງ​ມາ​ເປັນ​ເມຍ​ຂອງ​ອີ­ຊາກ.”

5ຄົນ­ໃຊ້​ຈຶ່ງ​ຖາມ­ວ່າ, “ຈະ​ເຮັດ​ແນວ­ໃດ ເມື່ອ​ຍິງ­ສາວ​ຜູ້​ທີ່​ຈະ​ເປັນ​ລູກ­ໃພ້​ນັ້ນ​ບໍ່­ຍອມ​ຈາກ​ບ້ານ​ມາ​ຢູ່​ນຳ​ເຮົາ​ໃນ​ປະ­ເທດ​ນີ້ ຈະ­ໃຫ້​ຂ້າ­ນ້ອຍ​ເອົາ​ລູກ­ຊາຍ​ຂອງ​ທ່ານ​ໄປ​ສູ່​ນາງ​ຫລື?”

6ອັບ­ຣາ­ຮາມ​ຈຶ່ງ​ຕອບ​ວ່າ, “ບໍ່ ເຈົ້າ​ຈົ່ງ​ລະ­ວັງ​ຢ່າ​ພາ​ລູກ­ຊາຍ​ຂ້ອຍ​ກັບ​ໄປ​ປະ­ເທດ​ຂອງ​ຂ້ອຍ​ອີກ.7ເຫດ​ວ່າ ພຣະ­ຜູ້­ເປັນ­ເຈົ້າ​ເທິງ​ສະ­ຫວັນ​ໄດ້​ພາ​ຂ້ອຍ​ໜີ​ອອກ­ຈາກ​ເຮືອນ​ບິ­ດາ ແລະ​ຈາກ​ບ້ານ­ເກີດ​ເມືອງ​ນອນ ມາ­ຍັງ​ດິນ​ດອນ​ຕອນ​ນີ້​ທີ່​ພຣະ­ອົງ​ຈະ​ຊົງ​ປະ­ທານ​ໃຫ້​ເຊື້ອ­ສາຍ​ຂອງ​ຂ້ອຍ​ຕາມ​ພຣະ­ສັນ­ຍາ ພຣະ­ອົງ​ຈະ​ໃຊ້​ທູດ​ຂອງ​ພຣະ­ອົງ​ໄປ​ກ່ອນ​ເຈົ້າ​ເພື່ອ​ເຈົ້າ​ຈະ​ຫາ​ເມຍ​ຢູ່​ທີ່​ນັ້ນ​ໃຫ້​ແກ່​ລູກ­ຊາຍ​ຂອງ​ຂ້ອຍ​ໄດ້.8ແຕ່­ວ່າ ຖ້າ​ຫາກ​ຍິງ​ນັ້ນ​ບໍ່­ຍອມ​ມາ​ນຳ​ເຈົ້າ ເຈົ້າ​ຈະ​ຫວິດ​ຈາກ​ຄຳ­ສາ­ບານ ເຖິງ​ຢ່າງ­ໃດ​ເຈົ້າ​ກໍ​ຢ່າ​ພາ​ລູກ­ຊາຍ​ຂອງ​ຂ້ອຍ​ກັບ​ໄປ​ທີ່​ນັ້ນ​ເດັດ­ຂາດ.9ດັ່ງ­ນັ້ນ ຄົນ­ໃຊ້​ຈຶ່ງ​ວາງ​ມື​ລົງ​ວ່າງ​ກົກ­ຂາ​ຂອງ​ອັບ­ຣາ­ຮາມ ແລະ​ສາ­ບານ​ວ່າ​ຈະ​ເຮັດ​ທຸກ​ສິ່ງ​ຕາມ​ທີ່​ນາຍ​ຂໍ­ຮ້ອງ.

10ຄັນ​ແລ້ວ ຄົນ­ໃຊ້​ຈຶ່ງ​ເອົາ​ອູດ​ສິບ​ໂຕ​ຂອງ​ນາຍ​ພ້ອມ​ທັງ​ຂອງ­ຂວັນ​ທີ່​ມີ­ຄ່າ​ຫລາຍ​ຢ່າງ ອອກ​ເດີນ­ທາງ​ມຸ້ງ​ໜ້າ​ໄປ​ສູ່​ເມືອງ​ຂອງ​ນາ­ໂຮ​ຢູ່­ໃນ​ປະ­ເທດ​ເມ­ໂຊ­ໂປ­ຕາ­ເມຍ.11ລາວ​ມາ​ຮອດ​ເມືອງ​ນີ້​ເວ­ລາ​ແລງ ພໍ­ດີ​ແມ່ນ​ຍາມ​ທີ່​ຍິງ­ສາວ​ຊາວ­ເມືອງ​ລົງ­ມາ​ຕັກ​ນ້ຳ ເມື່ອ​ມາ​ຮອດ​ນ້ຳ­ສ້າງ​ທີ່­ຢູ່​ນອກ​ເມືອງ​ລາວ​ຈຶ່ງ​ໃຫ້​ອູດ​ຄຸ­ເຂົ່າ​ລົງ.12ສ່ວນ​ລາວ​ເອງ​ກໍ​ອະ­ທິ­ຖານ​ພຣະ­ເຈົ້າ​ວ່າ, “ໂອ ອົງ​ພຣະ­ຜູ້­ເປັນ­ເຈົ້າ​ຂອງ​ອັບ­ຣາ­ຮາມ​ນາຍ​ຂອງ​ຂ້າ­ນ້ອຍ ຂໍ​ໂຜດ­ປະ­ທານ​ຄວາມ​ສຳ­ເລັດ​ໃນ​ມື້­ນີ້​ໃຫ້​ແກ່​ຂ້າ­ນ້ອຍ ແລະ​ໂຜດ​ສຳ­ແດງ​ຄວາມ​ຮັກ​ອັນ​ໝັ້ນ­ຄົງ​ຂອງ​ພຣະ­ອົງ​ຕໍ່​ນາຍ​ຂອງ​ຂ້າ­ນ້ອຍ​ເທີ້ນ.13ຂ້າ­ນ້ອຍ​ກຳ­ລັງ​ຢູ່​ແຄມ​ນ້ຳ­ສ້າງ​ບ່ອນ​ທີ່​ບັນ­ດາ​ຍິງ­ສາວ​ຊາວ­ເມືອງ​ກຳ­ລັງ​ອອກ​ມາ​ຕັກ​ນ້ຳ.14ຖ້າ​ຂ້າ­ນ້ອຍ​ເວົ້າ​ຕໍ່​ຍິງ­ສາວ​ຜູ້­ໃດ​ຜູ້​ໜຶ່ງ​ວ່າ, “ຂ້ອຍ​ຂໍ​ກິນ​ນ້ຳ​ໃນ​ໄຫ​ຂອງ​ເຈົ້າ​ແດ່” ແລ້ວ​ຖ້າ​ນາງ​ຕອບ​ວ່າ, “ເຊີນ​ກິນ​ແມ ຂ້ອຍ​ຈະ​ເອົາ​ໃຫ້​ຝູງ​ອູດ​ເຈົ້າ​ກິນ​ດ້ວຍ” ຂໍ​ໃຫ້​ຍິງ­ສາວ​ຜູ້­ນັ້ນ​ເປັນ​ຜູ້​ຊຶ່ງ​ພຣະ­ອົງ​ຊົງ­ເລືອກ​ໃຫ້­ເປັນ​ເມຍ​ອີ­ຊາກ​ຜູ້­ຮັບ­ໃຊ້​ຂອງ​ພຣະ­ອົງ ດ້ວຍ​ວິ­ທີ​ນີ້ ຂ້າ­ນ້ອຍ​ກໍ​ຈະ​ຮູ້​ໄດ້​ວ່າ ພຣະ­ອົງ​ຊົງ​ສະ­ແດງ​ຄວາມ​ຮັກ​ອັນ​ໝັ້ນ­ຄົງ​ຕໍ່​ນາຍ​ຂອງ​ຂ້າ­ນ້ອຍ.”

15ກ່ອນ​ລາວ​ອະ­ທິ­ຖານ​ແລ້ວ​ນາງ​ເຣ­ເບ­ກາ ລູກ­ສາວ​ເບ­ທູ­ເອນ​ກໍ​ແບກ​ໄຫ­ນ້ຳ​ຍ່າງ​ມາ​ທີ່​ນ້ຳ­ສ້າງ (ເບ­ທູ­ເອນ​ເປັນ​ລູກ​ນາງ​ມີ­ລະ­ກາ​ແລະ​ນາ­ໂຮ​ຜູ້​ເປັນ​ນ້ອງ­ຊາຍ​ຂອງ​ອັບ­ຣາ­ຮາມ).16ນາງ​ເປັນ​ສາວ​ໂສດ ແລະ​ງາມ​ຫລາຍ ນາງ​ລົງ​ໄປ​ທີ່​ນ້ຳ­ສ້າງ​ແລ້ວ​ຕັກ​ນ້ຳ​ຈົນ​ເຕັມ​ໄຫ.17ໃນ​ຂະ­ນະ​ທີ່​ກຳ­ລັງ​ຈະ​ກັບ​ຄືນ​ເມືອ ຄົນ­ໃຊ້​ຂອງ​ອັບ­ຣາ­ຮາມ​ຈຶ່ງ​ຟ້າວ​ແລ່ນ​ໄປ​ຫາ​ນາງ​ແລ້ວ​ເວົ້າ​ວ່າ, “ຂ້ອຍ​ຂໍ​ກິນ​ນ້ຳ​ໃນ​ໄຫ​ຂອງ​ເຈົ້າ​ແດ່.”18ນາງ​ຕອບ​ວ່າ, “ເຊີນ​ໂລດ​ຍາ​ລຸງ” ນາງ​ຈຶ່ງ​ປົງ​ໄຫ​ລົງ​ຈາກ​ບ່າ​ແລ້ວ​ເອົາ​ນ້ຳ​ໃຫ້​ລາວ​ກິນ.19ຫລັງ​ຈາກ​ລາວ​ອີ່ມ​ແລ້ວ​ນາງ​ກໍ​ເວົ້າ​ວ່າ, “ຂ້າ­ນ້ອຍ​ກໍ​ຈະ​ຕັກ​ນ້ຳ​ໃຫ້​ອູດ​ຂອງ​ຍາ​ລຸງ​ກິນ​ຈົນ​ອີ່ມ​ໝົດ​ທຸກ​ໂຕ.”20ນາງ​ຈຶ່ງ​ຟ້າວ​ຖອກ​ນ້ຳ​ໃນ​ໄຫ​ໃສ່​ຮາງ​ແລ້ວ​ກໍ​ແລ່ນ​ໄປ​ຕັກ​ມາ​ຖອກ​ໃສ່​ອີກ ຈົນ​ອູດ​ທຸກ​ໂຕ​ກິນ​ອີ່ມ.21ຊາຍ​ຄົນ​ນັ້ນ​ກໍ​ຢືນ​ເບິ່ງ​ນາງ​ຢ່າງ​ງຽບໆ ເພື່ອ­ຈະ​ໄດ້​ຮູ້­ວ່າ​ພຣະ­ເຈົ້າ​ປະ­ທານ​ຄວາມ​ສຳ­ເລັດ​ໃຫ້​ລາວ​ແທ້​ຫລື​ບໍ່.

22ເມື່ອ​ນາງ​ເອົາ​ນ້ຳ​ໃຫ້​ອູດ​ກິນ​ອີ່ມ​ໝົດ​ທຸກ​ໂຕ​ແລ້ວ ຄົນ­ໃຊ້​ຂອງ​ອັບ­ຣາ­ຮາມ ກໍ​ເອົາ​ປອກ​ຄຳ​ເຄິ່ງ​ບາດ​ເກາະ​ໃສ່​ດັງ​ນາງ ແລະ​ເອົາ​ສາຍ​ແຂນ​ສິບ​ບາດ​ສອງ​ເສັ້ນ​ໃສ່​ໃຫ້​ນາງ.23ແລ້ວ​ລາວ​ຖາມ​ນາງ​ຕື່ມ​ອີກ­ວ່າ, “ບອກ​ຂ້ອຍ​ແດ່​ໄດ້​ບໍ່​ວ່າ​ພໍ່​ຂອງ​ເຈົ້າ​ແມ່ນ​ໃຜ? ໃນ​ເຮືອນ​ຂອງ​ພໍ່​ເຈົ້າ​ຍັງ­ມີ​ບ່ອນ​ພັກ​ເຊົາ​ສຳ­ລັບ​ຂ້ອຍ ແລະ​ສັດ​ຂອງ​ຂ້ອຍ​ບໍ?

24ນາງ​ຕອບ​ວ່າ, “ຂ້າ­ນ້ອຍ​ເປັນ​ລູກ­ສາວ​ຂອງ​ເບ­ທູ­ເອນ​ຫລານ​ສາວ​ຂອງ​ນາ­ໂຮ​ແລະ​ນາງ​ມີ­ລະ­ກາ.25ຢູ່­ບ້ານ​ຂ້າ­ນ້ອຍ​ມີ​ເຟືອງ ແລະ​ຫຍ້າ​ສຳ­ລັບ​ສັດ ແລະ​ມີ​ບ່ອນ​ພັກ​ສຳ­ລັບ​ຍາ​ລຸງ​ດ້ວຍ.”

26ເມື່ອ​ໄດ້­ຍິນ​ນາງ​ເວົ້າ​ດັ່ງ­ນັ້ນ ຄົນ­ໃຊ້​ຂອງ​ອັບ­ຣາ­ຮາມ​ຈຶ່ງ​ຂາບ­ລົງ​ນະ­ມັດ­ສະ­ການ​ພຣະ­ເຈົ້າ.27ແລະ​ເວົ້າ​ວ່າ “ຂໍ​ສັນ­ລະ­ເສີນ​ອົງ​ພຣະ­ຜູ້­ເປັນ­ເຈົ້າ​ຂອງ​ອັບ­ຣາ­ຮາມ ພຣະ­ອົງ​ຊົງ​ສະ­ແດງ​ຄວາມ​ຮັກ​ອັນ​ໝັ້ນ­ຄົງ​ແລະ​ທ່ຽງ­ທຳ​ແທ້ ຕໍ່​ນາຍ​ຂອງ​ຂ້າ­ນ້ອຍ ແລະ​ຍັງ​ຊົງ​ພາ​ຂ້າ­ນ້ອຍ​ມາ​ເຖິງ​ບ້ານ​ນ້ອງ­ຊາຍ​ຂອງ​ເພິ່ນ.”

28ຍິງ­ສາວ​ຈຶ່ງ​ແລ່ນ​ໄປ​ຫາ​ແມ່​ຢູ່​ເຮືອນ ແລ້ວ​ເລົ່າ­ເລື່ອງ​ທັງ​ໝົດ​ສູ່​ຟັງ.29–30ເມື່ອ​ລາ­ບານ​ອ້າຍ​ນາງ​ເຣ­ເບ­ກາ​ເຫັນ​ປອກ​ຄຳ​ເກາະ​ດັງ ແລະ​ສາຍ​ແຂນ​ຄຳ​ນຳ​ນາງ​ທັງ​ໄດ້­ຍິນ​ເລື່ອງ​ຂອງ​ຊາຍ​ຄົນ​ນັ້ນ​ທີ່​ມາ​ເລົ່າ​ສູ່​ແມ່​ຟັງ ກໍ​ຟ້າວ​ແລ່ນ​ອອກ​ໄປ​ພົບ​ຄົນ­ໃຊ້​ຂອງ​ອັບ­ຣາ­ຮາມ​ທີ່​ຢືນ​ລໍ​ຢູ່​ກັບ​ຝູງ​ອູດ​ຂອງ​ລາວ​ໃກ້​ນ້ຳ­ສ້າງ.31ແລ້ວ​ເວົ້າ​ຕໍ່​ລາວ​ວ່າ, “ທ່ານ​ຜູ້​ມີ​ພຣະ­ພອນ​ຂອງ​ພຣະ­ເຈົ້າ ເຊີນ​ເຂົ້າ­ໄປ​ໃນ​ເຮືອນ​ເທາະ ເປັນ­ຫຍັງ​ທ່ານ​ຈຶ່ງ​ລໍ­ຖ້າ​ຢູ່​ຂ້າງ​ນອກ ຂ້າ­ນ້ອຍ​ໄດ້​ຈັດ​ບ່ອນ​ສຳ­ລັບ​ທ່ານ ແລະ​ສຳ­ລັບ​ຝູງ​ອູດ​ຂອງ​ທ່ານ​ແລ້ວ.”

32ເມື່ອ​ໄດ້­ຍິນ​ເຊັ່ນ​ນັ້ນ​ຄົນ­ໃຊ້​ອັບ­ຣາ­ຮາມ​ກໍ​ເຂົ້າ­ໄປ​ໃນ​ເຮືອນ ສ່ວນ​ລາ­ບານ​ກໍ​ຂົນ​ເຄື່ອງ​ລົງ​ຈາກ​ຫລັງ​ອູດ​ເອົາ​ເຟືອງ ແລະ​ຫຍ້າ​ໃຫ້​ອູດ​ກິນ​ແລ້ວ​ເອົາ​ນ້ຳ​ໃຫ້​ຄົນ­ໃຊ້​ຂອງ​ອັບ­ຣາ­ຮາມ​ແລະ​ຄົນ­ທີ່​ມາ​ນຳ​ລາວ​ລ້າງ​ຕີນ.33ເມື່ອ​ເຈົ້າ­ຂອງ­ບ້ານ​ຈັດ​ໂຕະ​ອາ­ຫານ​ຮຽບ­ຮ້ອຍ​ແລ້ວ ຄົນ­ໃຊ້​ຂອງ​ອັບ­ຣາ­ຮາມ​ຈຶ່ງ​ເວົ້າ​ວ່າ, “ຂ້ອຍ​ຈະ​ບໍ່​ຮັບ​ປະ­ທານ​ອາ­ຫານ​ຈົນ​ກວ່າ​ຂ້ອຍ​ຈະ​ເວົ້າ​ເລື່ອງ​ທີ່​ຂ້ອຍ​ຢາກ​ເວົ້າ​ເສຍ­ກ່ອນ” ລາ­ບານ​ຈຶ່ງ​ຕອບ​ວ່າ, “ເຊີນ​ເວົ້າ​ສາ.”

34–35ລາວ​ຈຶ່ງ​ເວົ້າ​ຂຶ້ນ​ວ່າ, “ຂ້ອຍ​ເປັນ​ຄົນ­ໃຊ້​ຂອງ​ອັບ­ຣາ­ຮາມ ອົງ​ພຣະ­ຜູ້­ເປັນ­ເຈົ້າ​ໄດ້​ຊົງ​ໂຜດ­ປະ­ທານ​ໃຫ້​ທ່ານ​ມີ​ຝູງ​ແກະ ຝູງ​ແບ້ ຝູງ​ງົວ ຝູງ​ລາ ແລະ​ຝູງ​ອູດ ມີ​ເງິນ​ມີ​ຄຳ ແລະ​ຂ້າ​ໃຊ້​ຊາຍ​ຍິງ.36ນາງ​ຊາ­ຣາ ເມຍ​ຂອງ​ນາຍ​ຂ້ອຍ​ໄດ້​ມີ​ລູກ­ຊາຍ​ຜູ້​ໜຶ່ງ​ເວ­ລາ​ເຖົ້າ​ແລ້ວ ເພິ່ນ​ໄດ້​ມອບ​ຊັບ­ສົມ­ບັດ​ທຸກ​ສິ່ງ​ທຸກ​ຢ່າງ​ໃຫ້​ລາວ.37ເພິ່ນ​ຍັງ​ໄດ້​ໃຫ້​ຂ້ອຍ​ສາ­ບານ​ວ່າ​ຈະ​ຍອມ​ຟັງ​ຄຳ​ສັ່ງ​ນີ້ ຄື​ບໍ່­ໃຫ້​ຂ້ອຍ​ເລືອກ​ເອົາ​ຍິງ­ສາວ​ຊາວ​ກາ­ນາ­ອານ ໃນ​ບ່ອນ​ທີ່​ເພິ່ນ​ຢູ່​ນັ້ນ​ມາ​ເປັນ​ລູກ­ໃພ້.38ເພິ່ນ​ຈະ​ສາບ­ແຊ່ງ​ຖ້າ​ຫາກ​ຂ້ອຍ​ບໍ່​ມາ​ຊອກ­ຫາ​ເອົາ​ຍິງ­ສາວ​ຂອງ​ຍາດ­ພີ່­ນ້ອງ​ຂອງ​ເພິ່ນ​ທີ່​ເມືອງ​ນີ້ ໃຫ້​ມາ​ເປັນ​ເມຍ​ຂອງ​ລູກ­ຊາຍ​ເພິ່ນ.39ແລ້ວ​ຂ້ອຍ​ໄດ້​ເວົ້າ​ຕໍ່​ນາຍ​ວ່າ ຈະ​ເຮັດ​ແນວ­ໃດ​ຖ້າ​ຫາກ​ຍິງ­ສາວ​ຄົນ​ນັ້ນ​ບໍ່​ມາ​ນຳ.40ເພິ່ນ​ໄດ້​ຕອບ​ວ່າ ອົງ​ພຣະ­ຜູ້­ເປັນ­ເຈົ້າ​ຜູ້​ຂ້ອຍ​ເຊື່ອ​ຟັງ​ມາ​ຕະ­ຫລອດ​ຈະ​ສົ່ງ​ທູດ​ຂອງ​ພຣະ­ອົງ​ໄປ​ກັບ​ເຈົ້າ ແລະ​ປະ­ທານ​ຄວາມ​ສຳ­ເລັດ​ໃຫ້ ເຈົ້າ​ຈະ​ໄດ້​ຍິງ­ສາວ​ຜູ້​ໜຶ່ງ​ຈາກ​ຄອບ­ຄົວ​ຍາດ­ຕິ​ພີ່­ນ້ອງ​ຂອງ​ພໍ່​ຂ້ອຍ​ມາ​ໃຫ້​ອີ­ຊາກ.41ຖ້າ​ເຈົ້າ​ເຮັດ​ຕາມ​ຂ້ອຍ​ສັ່ງ ເຈົ້າ​ກໍ​ຈະ​ຫວິດ​ຈາກ​ຄຳ​ສາບ­ແຊ່ງ ແລະ​ຖ້າ​ເຈົ້າ​ໄດ້­ຮັບ​ຄຳ​ປະ­ຕິ­ເສດ​ຈາກ​ຍາດ­ພີ່­ນ້ອງ​ຈາກ​ຄອບ­ຄົວ​ຂ້ອຍ ເຈົ້າ​ກໍ​ຈະ​ຫວິດ​ຈາກ​ຄຳ​ສາບ­ແຊ່ງ​ນີ້​ເຊັ່ນ​ດຽວ​ກັນ.42ເມື່ອ​ຂ້ອຍ​ໄດ້​ເດີນ­ທາງ​ມາ​ຮອດ​ນ້ຳ­ສ້າງ​ທີ່​ນີ້ ຂ້ອຍ​ໄດ້​ອ້ອນ­ວອນ​ທູນ​ຂໍ​ນຳ​ພຣະ­ເຈົ້າ​ວ່າ ຂ້າ​ແດ່​ອົງ​ພຣະ­ຜູ້­ເປັນ­ເຈົ້າ​ຂອງ​ອັບ­ຣາ­ຮາມ​ຂໍ​ຊົງ​ໂຜດ­ໃຫ້​ສິ່ງ​ທີ່​ຂ້າ­ນ້ອຍ​ເຮັດ​ນີ້​ສຳ­ເລັດ​ເທີ້ນ.43ເວ­ລາ​ນີ້​ຂ້າ­ນ້ອຍ​ກຳ­ລັງ​ຢືນ­ຢູ່​ໃກ້​ນ້ຳ­ສ້າງ ຖ້າ​ຍິງ­ສາວ​ຜູ້​ໜຶ່ງ​ອອກ​ມາ​ຕັກ​ນ້ຳ ແລະ​ຂ້າ­ນ້ອຍ​ຈະ​ເວົ້າ​ກັບ​ນາງ​ວ່າ ຂໍ​ດື່ມ­ນ້ຳ​ແດ່.44ຄັນ​ນາງ​ຕອບ​ວ່າ ເຊີນ​ດື່ມ​ແມ ແລະ​ຂ້ອຍ​ຈະ​ເອົາ​ນ້ຳ​ໃຫ້​ອູດ​ຂອງ​ເຈົ້າ​ກິນ​ດ້ວຍ ຂໍ​ໃຫ້​ຜູ້​ນີ້​ເປັນ​ຍິງ­ສາວ ຜູ້​ທີ່​ພຣະ­ຜູ້­ເປັນ­ເຈົ້າ​ຊົງ­ເລືອກ​ໃຫ້­ເປັນ​ເມຍ​ລູກ­ຊາຍ​ນາຍ​ຂອງ​ຂ້າ­ນ້ອຍ​ແດ່­ທ້ອນ.

45ກ່ອນ​ຂ້ອຍ​ອະ­ທິ­ຖານ​ຈົບ ກໍ​ພໍ­ດີ​ນາງ​ເຣ­ເບ­ກາ​ແບກ​ໄຫ​ລົງ​ໄປ​ຕັກ​ນ້ຳ ຂ້ອຍ​ຈຶ່ງ​ເວົ້າ​ຕໍ່​ນາງ​ວ່າ ຂ້ອຍ​ຂໍ​ດື່ມ­ນ້ຳ​ແດ່.46ນາງ​ຈຶ່ງ​ຟ້າວ​ເອົາ​ໄຫ​ລົງ​ຈາກ​ບ່າ​ແລ້ວ​ເວົ້າ​ວ່າ ເຊີນ​ດື່ມ​ແມ ແລ້ວ​ຂ້າ­ນ້ອຍ​ຈະ​ເອົາ​ນ້ຳ​ໃຫ້​ຝູງ​ອູດ​ທ່ານ​ກິນ​ດ້ວຍ ຂ້ອຍ​ຈຶ່ງ​ດື່ມ ແລ້ວ​ນາງ​ກໍ​ຕັກ​ນ້ຳ​ໃຫ້​ອູດ​ກິນ​ຄື­ກັນ.47ຂ້ອຍ​ຈຶ່ງ​ຖາມ​ນາງ​ວ່າ ພໍ່​ຂອງ​ເຈົ້າ​ແມ່ນ​ໃຜ? ນາງ​ຕອບ​ວ່າ ພໍ່​ຂອງ​ຂ້າ­ນ້ອຍ​ແມ່ນ​ເບ­ທູ­ເອນ ຂ້າ­ນ້ອຍ​ເປັນ​ຫລານ​ສາວ​ນາ­ໂຮ​ແລະ​ນາງ​ມີ­ລະ­ກາ ດັ່ງ­ນັ້ນ ຂ້ອຍ​ຈຶ່ງ​ເອົາ​ປອກ​ຄຳ​ເກາະ​ໃສ່​ດັງ ແລະ​ເອົາ​ສາຍ​ແຂນ​ໃສ່​ໃຫ້​ນາງ.48ຄັນ​ແລ້ວ ຂ້ອຍ​ກໍ​ຂາບ­ລົງ​ນະ­ມັດ­ສະ­ການ ແລະ​ສັນ­ລະ­ເສີນ​ພຣະ­ຜູ້­ເປັນ­ເຈົ້າ​ຂອງ​ອັບ­ຣາ­ຮາມ ຜູ້​ຊົງ​ພາ​ຂ້ອຍ​ມາ​ຖືກ​ບ່ອນ​ທີ່​ຂ້ອຍ​ພົບ​ຫລານ​ສາວ​ຂອງ​ນາຍ​ຂ້ອຍ ຜູ້​ທີ່​ຈະ​ເປັນ​ເມຍ​ລູກ­ຊາຍ​ຂອງ​ເພິ່ນ.49ບັດ­ນີ້​ຖ້າ​ພວກ​ເຈົ້າ​ຍອມ​ສະ­ແດງ​ຄວາມ​ສັດ­ຊື່ ແລະ​ຄວາມ­ຈິງ​ໃຈ​ຕໍ່​ນາຍ​ຂ້ອຍ ກໍ​ຂໍ​ບອກ​ໃຫ້​ຂ້ອຍ​ຮູ້ ຫລື​ຖ້າ​ຫາກ​ບໍ່​ເປັນ​ດັ່ງ­ນັ້ນ ກໍ​ຂໍ​ບອກ​ມາ​ເພື່ອ​ຂ້ອຍ​ຈະ​ໄດ້​ຕັດ­ສິນ­ໃຈ​ວ່າ​ຈະ​ຄວນ​ເຮັດ​ແນວ­ໃດ.”

50ເບ­ທູ­ເອນ​ແລະ​ລາ­ບານ​ຈຶ່ງ​ຕອບ​ວ່າ, “ດ້ວຍ​ວ່າ​ເລື່ອງ​ນີ້​ເປັນ​ນ້ຳ​ພຣະ­ໄທ​ຂອງ​ພຣະ­ຜູ້­ເປັນ­ເຈົ້າ​ແລ້ວ ບໍ່­ແມ່ນ​ພວກ­ເຮົາ​ທີ່​ຈະ​ຕັດ­ສິນ­ໃຈ​ແນວ­ໃດ​ແນວ​ໜຶ່ງ​ໄດ້.51ນາງ​ເຣ­ເບ­ກາ​ກໍ​ຢູ່​ນີ້ ຈົ່ງ​ເອົາ​ນາງ​ໄປ​ເປັນ​ເມຍ​ຂອງ​ລູກ­ຊາຍ​ນາຍ​ເຈົ້າ​ສາ​ຕາມ​ທີ່​ພຣະ­ອົງ​ຊົງ​ກ່າວ​ໄວ້.”

52ເມື່ອ​ຂ້າ​ໃຊ້​ອັບ­ຣາ­ຮາມ​ໄດ້­ຍິນ​ເຊັ່ນ​ນັ້ນ ລາວ​ຈຶ່ງ​ຂາບ­ລົງ​ນະ­ມັດ­ສະ­ການ​ພຣະ­ຜູ້­ເປັນ­ເຈົ້າ.53ແລ້ວ​ລາວ­ກໍ​ເອົາ​ເຄື່ອງ​ເງິນ​ຄຳ ເພັດ­ພອຍ ແລະ​ເສື້ອ­ຜ້າ​ອັນ​ງາມໆ​ໃຫ້​ນາງ​ເຣ­ເບ­ກາ ລາວ​ຍັງ​ໄດ້​ເອົາ​ຂອງ­ຂວັນ​ລາ­ຄາ​ແພງ​ໃຫ້​ແມ່ ແລະ​ອ້າຍ​ຂອງ​ນາງ​ອີກ​ດ້ວຍ.54ຄັນ​ແລ້ວ ຄົນ­ໃຊ້​ຂອງ​ອັບ­ຣາ­ຮາມ​ແລະ​ຄົນ­ທີ່​ມາ­ກັບ​ລາວ­ກໍ​ຮັບ​ປະ­ທານ​ອາ­ຫານ​ແລ້ວ​ຄ້າງ​ຄືນ​ຢູ່​ທີ່​ນັ້ນ ຕອນ​ເຊົ້າ​ເມື່ອ​ພວກ​ເຂົາ​ຕື່ນ​ຂຶ້ນ ຄົນ­ໃຊ້​ນັ້ນ​ໄດ້​ເວົ້າ​ວ່າ, “ຈົ່ງ​ໃຫ້​ຂ້ອຍ​ກັບ​ເມືອ​ຫາ​ນາຍ​ຂອງ​ຂ້ອຍ​ສາ.”55ແຕ່​ແມ່ ແລະ​ອ້າຍ​ຂອງ​ເຣ­ເບ­ກາ​ເວົ້າ​ວ່າ, “ຂໍ​ໃຫ້​ນາງ​ຢູ່​ກັບ​ພວກ­ເຮົາ​ກ່ອນ​ຈັກ​ອາ­ທິດ​ໜຶ່ງ​ຫລື​ຈັກ​ສິບ​ມື້ ແລ້ວ​ຈຶ່ງ​ຄ່ອຍ​ໄປ​ບໍ່­ໄດ້​ບໍ?”56ແຕ່​ລາວ​ຕອບ​ວ່າ, “ຢ່າ​ຖ່ວງ​ດຶງ​ຂ້ອຍ​ໄວ້​ເລີຍ ອົງ​ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ໃຫ້­ການ​ເດີນ­ທາງ​ຂອງ​ຂ້ອຍ​ບັງ­ເກີດ​ຜົນ​ແລ້ວ ຈົ່ງ​ໃຫ້​ຂ້ອຍ​ກັບ​ເມືອ​ຫາ​ນາຍ​ຂ້ອຍ​ສາ.”57ພວກ​ເຂົາ​ຈຶ່ງ​ຕອບ​ວ່າ, “ຄັນ­ຊັ້ນ​ໃຫ້​ເອີ້ນ​ນາງ​ມາ​ຖາມ​ເບິ່ງ­ວ່າ ນາງ​ຈະ​ເວົ້າ​ວ່າ​ຈັ່ງ​ໃດ.”58ພວກ​ເຂົາ​ຈຶ່ງ​ໄດ້​ເອີ້ນ​ນາງ​ເຣ­ເບ­ກາ​ມາ​ຖາມ­ວ່າ, “ເຈົ້າ​ຈະ​ໄປ​ກັບ​ເພິ່ນ​ບໍ?” ນາງ​ຈຶ່ງ​ຕອບ​ວ່າ, “ໂດຍ ຂ້າ­ນ້ອຍ​ຈະ​ໄປ.”

59ດ້ວຍ​ເຫດ​ນີ້​ພວກ​ເຂົາ​ຈຶ່ງ​ມອບ​ນາງ​ເຣ­ເບ­ກາ​ພ້ອມ­ກັບ​ແມ່­ນົມ​ຂອງ​ນາງ ໃຫ້​ໄປ​ກັບ​ຄົນ­ໃຊ້​ຂອງ​ອັບ­ຣາ­ຮາມ​ແລະ​ຄົນ​ຂອງ​ລາວ.60ກ່ອນ​ຈະ​ຈາກ​ໄປ​ພວກ​ເຂົາ​ໄດ້​ອວຍ­ພອນ​ໃຫ້​ແກ່​ນາງ​ເຣ­ເບ­ກາ​ມີ​ຂໍ້­ຄວາມ​ດັ່ງ­ນີ້: “ນ້ອງ​ເອີຍ ຂໍ​ໃຫ້​ເຈົ້າ​ເປັນ​ແມ່​ຂອງ​ຄົນ​ຫລາຍ​ແສນ ຂໍ​ໃຫ້​ເຊື້ອ­ສາຍ​ຂອງ​ເຈົ້າ ຜາບ​ແພ້​ສັດ­ຕູ.”

61ຄັນ​ແລ້ວ ນາງ​ເຣ­ເບ­ກາ​ແລະ​ສາວ​ໃຊ້​ກໍ​ຂຶ້ນ​ຫລັງ​ອູດ​ອອກ​ເດີນ­ທາງ​ໄປ​ກັບ​ຄົນ­ໃຊ້​ຂອງ​ອັບ­ຣາ­ຮາມ.

62ຝ່າຍ​ອີ­ຊາກ​ພວມ​ຫາ­ກໍ​ກັບ​ມາ​ແຕ່​ນ້ຳ­ສ້າງ​ທີ່​ຊື່­ວ່າ, “ນ້ຳ­ສ້າງ​ຂອງ​ພຣະ­ເຈົ້າ​ຜູ້​ຊົງ​ເຫັນ​ຂ້ອຍ” ຢູ່­ໃນ​ແຄວ້ນ​ເນ­ເກັບ.63ໃນ​ຕອນ​ແລງ​ລາວ​ໄດ້​ອອກ​ໄປ​ຍ່າງ​ຫລິ້ນ​ໃນ​ທົ່ງ­ນາ ເລີຍ​ເຫັນ​ຂະ­ບວນ​ອູດ​ກຳ­ລັງ​ມາ.64ເມື່ອ​ນາງ​ເຣ­ເບ­ກາ​ເຫັນ​ອີ­ຊາກ ນາງ​ຈຶ່ງ​ລົງ​ຈາກ​ຫລັງ​ອູດ.65ແລ້ວ​ຖາມ​ຄົນ­ໃຊ້​ຂອງ​ອັບ­ຣາ­ຮາມ​ວ່າ, “ຜູ້­ຊາຍ​ທີ່​ກຳ­ລັງ​ຍ່າງ​ມາ​ນັ້ນ​ແມ່ນ​ໃຜ?” ລາວ​ຈຶ່ງ​ຕອບ​ນາງ​ວ່າ, “ແມ່ນ​ນາຍ​ຂອງ​ຂ້ອຍ.” ເມື່ອ​ໄດ້­ຍິນ​ດັ່ງ­ນັ້ນ​ນາງ​ຈຶ່ງ​ເອົາ​ຜ້າ​ອັດ​ໜ້າ​ໄວ

66ຄົນ­ໃຊ້​ຈຶ່ງ​ໄດ້​ເລົ່າ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ໄດ້​ເຮັດ​ມາ­ສູ່​ອີ­ຊາກ​ຟັງ.67ຄັນ​ແລ້ວ​ອີ­ຊາກ​ກໍ​ພາ​ນາງ​ເຣ­ເບ­ກາ​ເຂົ້າ​ມາ​ໃນ​ເຕັນ​ຂອງ​ແມ່ ແລະ​ຮັບ​ເອົາ​ນາງ​ເປັນ​ເມຍ ອີ­ຊາກ​ກໍ​ຮັກ​ນາງ​ເຣ­ເບ­ກາ ດັ່ງ­ນັ້ນ​ລາວ​ຈຶ່ງ​ມີ​ຄວາມ​ສະ­ບາຍ​ໃຈ​ຂຶ້ນ ຫລັງ​ຈາກ​ໄດ້​ສູນ­ເສຍ​ແມ່​ສຸດ​ທີ່​ຮັກ​ໄປ​ແລ້ວ.