ປະຖົມມະການ

ພຣະ­ເຈົ້າ​ຊົງ​ສ້າງ​ໂລກ

1ໃນ​ຕົ້ນ​ເດີມ​ນັ້ນ ພຣະ­ເຈົ້າ​ຊົງ​ນິ­ລະ­ມິດ​ສ້າງ​ແຜ່ນ­ດິນ ແລະ​ສັບ­ພະ​ທຸກ​ສິ່ງ​ໃນ​ທ້ອງ­ຟ້າ.

2ໂລກ​ບໍ່​ທັນ​ມີ​ຮູບ­ຮ່າງ​ເທື່ອ ຄວາມ​ມືດ​ຫຸ້ມ​ຫໍ່​ມະ­ຫາ­ສະ­ໝຸດ​ອັນ​ກວ້າງ​ໃຫຍ່​ໄພ­ສານ ແລະ​ພຣະ­ວິນ­ຍານ​ຂອງ​ພຣະ­ເຈົ້າ​ຊົງ​ວົນ­ວຽນ​ຢູ່​ເທິງ​ນ້ຳ.3ພຣະ­ເຈົ້າ​ຊົງ​ສັ່ງ​ວ່າ, “ໃຫ້​ແສງ­ສະ­ຫວ່າງ​ເກີດ​ມີ​ຂຶ້ນ” ແສງ­ສະ­ຫວ່າງ​ກໍ​ມີ​ຂຶ້ນ​ມາ.4ພຣະ­ອົງ​ຈຶ່ງ​ຊົງ​ທອດ​ພຣະ­ເນດ​ແສງ­ສະ­ຫວ່າງ​ດ້ວຍ​ຄວາມ​ພໍ­ພຣະ­ໄທ. ດັ່ງ­ນັ້ນ ຈຶ່ງ​ຊົງ​ແຍກ​ແສງ­ສະ­ຫວ່າງ​ອອກ­ຈາກ​ຄວາມ​ມືດ5ພຣະ­ອົງ​ຊົງ​ເອີ້ນ​ແສງ­ສະ­ຫວ່າງ​ນັ້ນ​ວ່າ, “ກາງ­ເວັນ” ແລະ​ຊົງ​ເອີ້ນ​ຄວາມ​ມືດ​ນັ້ນ​ວ່າ, “ກາງ­ຄືນ” ມື້​ຄືນ​ຜ່ານ­ໄປ ມື້​ເຊົ້າ​ຕ່າວ​ມາ ແມ່ນ​ມື້​ທີ​ໜຶ່ງ.

6ຕໍ່­ມາ ພຣະ­ເຈົ້າ​ຊົງ​ສັ່ງ​ວ່າ, “ໃຫ້​ມີ​ວົງ​ໂຄ້ງ​ແຍກ​ນ້ຳ​ອອກ­ຈາກ​ກັນ​ເປັນ​ສອງ​ສ່ວນ ຄື: ນ້ຳ​ຢູ່​ເທິງ​ວົງ​ໂຄ້ງ ແລະ​ນ້ຳ​ຢູ່​ລຸ່ມ​ວົງ​ໂຄ້ງ.”7ແລ້ວ​ສິ່ງ​ນັ້ນ​ກໍ­ເກີດ​ມີ​ມາ.8ດັ່ງ­ນັ້ນ ພຣະ­ເຈົ້າ​ຈຶ່ງ​ຊົງ​ເຮັດ​ວົງ​ໂຄ້ງ ແລະ​ຊົງ​ເອີ້ນ​ວົງ​ໂຄ້ງ​ນັ້ນ​ວ່າ, “ຟ້າ” ມື້​ຄືນ​ຜ່ານ­ໄປ ແລະ​ມື້​ເຊົ້າ​ຕ່າວ​ມາ ແມ່ນ​ມື້​ທີ​ສອງ.

9ຕໍ່­ມາ​ອີກ ພຣະ­ເຈົ້າ​ຊົງ​ສັ່ງ​ວ່າ, “ໃຫ້​ນ້ຳ​ທີ່­ຢູ່​ລຸ່ມ​ທ້ອງ­ຟ້າ​ໂຮມ​ເຂົ້າ­ກັນ​ຢູ່​ບ່ອນ​ດຽວ ເພື່ອ​ໃຫ້​ມີ​ວັດ­ຖຸ​ແຫ້ງ​ປະ­ກົດ​ຂຶ້ນ” ແລ້ວ​ສິ່ງ​ນັ້ນ​ກໍ­ເກີດ​ມີ​ມາ.10ພຣະ­ອົງ​ຊົງ​ເອີ້ນ​ວັດ­ຖຸ​ແຫ້ງ​ນັ້ນ​ວ່າ, “ແຜ່ນ­ດິນ” ແລະ​ຊົງ​ເອີ້ນ​ນ້ຳ​ທີ່​ໂຮມ​ເຂົ້າ­ກັນ​ນັ້ນ​ວ່າ, “ມະ­ຫາ­ສະ­ໝຸດ” ພຣະ­ອົງ​ຊົງ​ຊົມ​ສິ່ງ​ທີ່​ນິ­ລະ­ມິດ​ສ້າງ​ຂຶ້ນ​ມາ​ແລ້ວ​ນັ້ນ ກໍ​ຊົງ​ພໍ­ພຣະ­ໄທ.

11ຈຶ່ງ​ຊົງ​ສັ່ງ​ວ່າ, “ໃຫ້​ແຜ່ນ­ດິນ​ເກີດ​ພືດ​ທຸກ​ຊະ­ນິດ ທັງ​ແນວ​ເປັນ​ເມັດ ແລະ​ແນວ​ເປັນ​ໝາກ” ແລ້ວ​ທຸກ​ສິ່ງ​ກໍ­ເກີດ​ມີ​ມາ.12ດັ່ງ­ນັ້ນ ພືດ​ທຸກ​ຊະ­ນິດ​ຈຶ່ງ​ເກີດ​ມີ​ຂຶ້ນ​ຕາມ​ທີ່​ພຣະ­ອົງ​ຊົງ​ສັ່ງ ພຣະ­ອົງ​ຊົງ​ທອດ​ພຣະ­ເນດ ສິ່ງ​ທີ່​ຊົງ​ນິ­ລະ­ມິດ​ສ້າງ​ກໍ​ຊົງ​ພໍ­ພຣະ­ໄທ.13ມື້​ຄືນ​ຜ່ານ­ໄປ ແລະ​ມື້​ເຊົ້າ​ຕ່າວ​ມາ ແມ່ນ​ມື້​ທີ​ສາມ.

14ຕໍ່­ມາ ພຣະ­ເຈົ້າ​ຊົງ​ສັ່ງ​ວ່າ, “ໃຫ້​ມີ​ດວງ​ແຈ້ງ​ໃນ​ທ້ອງ­ຟ້າ ແຍກ​ກາງ­ເວັນ ແລະ​ກາງ­ຄືນ ແລະ​ໃຫ້​ກຳ­ນົດ​ເວ­ລາ​ຂອງ​ມື້ ຂອງ​ປີ ແລະ​ຂອງ​ລະ­ດູ­ການ.15ພ້ອມ​ທັງ​ສົ່ງ​ແສງ​ລົງ­ມາ​ເທິງ​ແຜ່ນ­ດິນ​ໂລກ ແລ້ວ​ສິ່ງ​ນັ້ນ​ກໍ­ເກີດ​ມີ​ມາ.16ດັ່ງ­ນັ້ນ ພຣະ­ເຈົ້າ​ຈຶ່ງ​ຊົງ​ສ້າງ​ດວງ​ແຈ້ງ​ໃຫຍ່​ສອງ​ດວງ ຄື​ດວງ​ຕາ­ເວັນ ສຳ­ລັບ​ຄອບ­ຄອງ​ກາງ­ເວັນ ແລະ​ດວງ­ຈັນ​ສຳ­ລັບ​ຄອບ­ຄອງ​ກາງ­ຄືນ ພຣະ­ອົງ​ຍັງ​ໄດ້​ຊົງ​ສ້າງ​ໝູ່​ດວງ​ດາວ​ຕ່າງໆ ອີກ.17ພຣະ­ອົງ​ໄດ້​ຕັ້ງ​ດວງ​ຕາ­ເວັນ ດວງ­ຈັນ ແລະ​ດວງ​ດາວ​ຕ່າງໆ ທີ່­ຢູ່​ເທິງ​ຟ້າ ໃຫ້​ສົ່ງ​ແສງ­ສະ­ຫວ່າງ ລົງ​ມາ­ສູ່​ແຜ່ນ­ດິນ­ໂລກ.18ເພື່ອ​ກຳ­ນົດ​ກາງ­ເວັນ​ກາງ­ຄືນ ແລະ​ແຍກ​ແສງ­ສະ­ຫວ່າງ​ອອກ­ຈາກ​ຄວາມ​ມືດ ພຣະ­ອົງ​ຊົງ​ທອດ​ພຣະ­ເນດ​ສິ່ງ​ທີ່​ນິ­ລະ­ມິດ​ສ້າງ ກໍ​ຊົງ​ພໍ­ພຣະ­ໄທ.19ມື້​ຄືນ​ຜ່ານ­ໄປ ແລະ​ມື້​ເຊົ້າ​ຕ່າວ​ມາ ແມ່ນ​ມື້​ທີ​ສີ່.

20ແລ້ວ​ຕໍ່­ມາ ພຣະ­ອົງ​ຊົງ​ສັ່ງ​ວ່າ, “ໃຫ້​ສັດ​ຫລາຍ​ແນວ​ເກີດ​ຂຶ້ນ​ໃນ​ນ້ຳ ແລະ​ໃຫ້​ມີ​ນົກ​ບິນ​ໄປ​ມາ​ໃນ​ທ້ອງ­ຟ້າ​ອາ­ກາດ” ແລ້ວ​ກໍ​ເປັນ​ດັ່ງ­ນັ້ນ.21ສະ­ນັ້ນ ພຣະ­ເຈົ້າ​ຈຶ່ງ​ຊົງ​ນິ­ລະ­ມິດ​ສ້າງ​ສັດ­ທະ​ເລ​ຂະ­ໜາດ​ໃຫຍ່ ແລະ​ສິ່ງ​ທີ່​ມີ­ຊີ­ວິດ​ທຸກ​ຊະ­ນິດ​ເກີດ​ຂຶ້ນ​ມາ​ໃນ​ນ້ຳ ແລະ​ຊົງ​ສ້າງ​ນົກ​ທຸກ​ຊະ­ນິດ​ໃນ​ທ້ອງ­ຟ້າ​ອາ­ກາດ ພຣະ­ອົງ​ຊົງ​ທອດ​ພຣະ­ເນດ​ສິ່ງ​ທີ່​ນິ­ລະ­ມິດ​ສ້າງ ກໍ​ຊົງ​ພໍ­ພຣະ­ໄທ.22ແລ້ວ​ຊົງ​ອວຍ­ພອນ​ແກ່​ສັດ​ເຫລົ່າ­ນັ້ນ​ວ່າ, “ຈົ່ງ​ອອກ​ແມ່​ແຜ່​ລູກ​ໃຫ້​ເຕັມ​ມະ­ຫາ­ສະ­ໝຸດ ແລະ​ໃຫ້​ມີ​ຝູງ​ນົກ​ແຜ່­ຜາຍ​ຂະ­ຫຍາຍ​ພັນ​ຫລາຍ​ຂຶ້ນ​ເທິງ​ແຜ່ນ­ດິນ​ໂລກ.”23ມື້​ຄືນ​ຜ່ານ­ໄປ ແລະ​ມື້​ເຊົ້າ​ຕ່າວ​ມາ ແມ່ນ​ມື້​ທີ​ຫ້າ.

24ຄັນ​ຕໍ່­ມາ ພຣະ­ເຈົ້າ​ຊົງ​ສັ່ງ​ອີກ­ວ່າ, “ໃຫ້​ສັດ​ຕ່າງໆ ຄື​ສັດ­ບ້ານ​ສັດ­ປ່າ ແລະ​ສັດ­ເລືອ­ຄານ​ເກີດ​ມີ​ຂຶ້ນ​ທົ່ວ­ໂລກ” ແລ້ວ​ສິ່ງ​ນັ້ນ​ກໍ­ເກີດ​ມີ​ມາ.25ດັ່ງ­ນັ້ນ ພຣະ­ເຈົ້າ​ຈຶ່ງ​ຊົງ​ນິ­ລະ­ມິດ​ສ້າງ​ສັດ­ບ້ານ ສັດ­ປ່າ ແລະ​ສັດ­ເລືອ­ຄານ​ທຸກ​ຊະ­ນິດ ພຣະ­ອົງ​ຊົງ​ທອດ​ພຣະ­ເນດ​ສັດ​ເຫລົ່າ­ນັ້ນ ກໍ​ຊົງ​ພໍ­ພຣະ­ໄທ.

26ຄັນ​ແລ້ວ ພຣະ­ເຈົ້າ​ຈຶ່ງ​ຊົງ​ກ່າວ​ວ່າ, “ບັດ­ນີ້​ເຮົາ​ຈະ​ສ້າງ​ມະ­ນຸດ​ໃຫ້​ມີ​ຮູບ­ຮ່າງ­ຄ້າຍ­ຄື​ເຮົາ​ເອງ ເຂົາ​ຈະ​ມີ​ອຳ­ນາດ​ເໜືອກ​ວ່າ​ປາ ນົກ ສັດ­ປ່າ ແລະ​ສັດ­ເລືອ­ຄານ​ຕ່າງໆ.”

27ດັ່ງ­ນັ້ນ ພຣະ­ເຈົ້າ​ຈຶ່ງ​ຊົງ​ສ້າງ​ມະ­ນຸດ​ໃຫ້​ມີ​ຮູບ­ຮ່າງ​ຄ້າຍ ຄື­ກັນ­ກັບ​ພຣະ­ອົງ ພຣະ­ອົງ​ໄດ້​ຊົງ​ສ້າງ​ຊາຍ ແລະ​ຍິງ.

28ຄັນ​ສ້າງ​ແລ້ວ ກໍ​ຊົງ​ອວຍ­ພອນ​ໃຫ້​ແກ່​ເຂົາ​ວ່າ, “ຈົ່ງ​ມີ​ລູກ­ເຕົ້າ​ໃຫ້​ມາກ​ຫລາຍ ໃຫ້​ເຊື້ອ­ສາຍ​ຂອງ​ພວກ​ເຈົ້າ​ມີ​ຢູ່​ທົ່ວ​ທຸກ​ແຫ່ງ​ເພື່ອ​ຄຸ້ມ­ຄອງ​ໂລກ​ເຮົາ ໃຫ້​ພວກ​ເຈົ້າ​ມີ​ອຳ­ນາດ​ເໜືອກ​ວ່າ​ປາ ນົກ ສັດ­ປ່າ ແລະ​ສັດ­ເລືອ­ຄານ​ທຸກ​ຊະ­ນິດ.”29ພຣະ­ເຈົ້າ​ຊົງ​ກ່າວ​ຕໍ່­ໄປ​ວ່າ, “ສຳ­ລັບ​ພວກ​ເຈົ້າ​ເຮົາ​ໄດ້​ໃຫ້​ພືດ ແລະ​ໝາກ​ໄມ້​ທຸກ​ຊະ­ນິດ​ເປັນ​ອາ­ຫານ.30ແຕ່​ສຳ­ລັບ​ສັດ­ປ່າ ສັດ­ເລືອ­ຄານ ແລະ​ຝູງ​ນົກ​ນັ້ນ​ເຮົາ​ໄດ້​ໃຫ້​ຫຍ້າ​ເປັນ​ອາ­ຫານ” ແລ້ວ​ສິ່ງ​ນັ້ນ​ກໍ­ເກີດ​ມີ​ມາ.

31ພຣະ­ເຈົ້າ​ຊົງ​ທອດ​ພຣະ­ເນດ​ສັບ­ພະ​ທຸກ​ສິ່ງ​ທີ່​ຊົງ​ນິ­ລະ­ມິດ​ສ້າງ ກໍ​ຊົງ​ພໍ­ພຣະ­ໄທ​ຫລາຍ ມື້​ຄືນ​ຜ່ານ­ໄປ​ມື້​ເຊົ້າ​ຕ່າວ​ມາ ແມ່ນ​ມື້​ທີ​ຫົກ.