ຕັ້ງ​ໝັ້ນ​ຢູ່­ໃນ​ເສ­ລີ­ພາບ

1ເພື່ອ​ເສ­ລີ­ພາບ​ນັ້ນ​ແຫລະ, ພຣະ­ຄຣິດ​ຈຶ່ງ​ໄດ້​ຊົງ​ໂຜດ­ໃຫ້​ເຮົາ​ທັງ­ຫລາຍ​ເປັນ​ອິດ­ສະ­ຫລະ ເຫດ​ສັນ­ນັ້ນ​ຈົ່ງ​ຕັ້ງ​ໝັ້ນ­ຄົງ​ຢູ່ ແລະ​ຢ່າ​ຍອມ​ເຂົ້າ​ທຽມ­ແອກ​ເປັນ​ຂ້ອຍ​ຂ້າ​ອີກ.2ເບິ່ງ​ແມ ເຮົາ, ຄື​ໂປ­ໂລ ຂໍ​ບອກ​ພວກ​ເຈົ້າ​ທັງ​ຫລາຍ­ວ່າ​ຖ້າ​ພວກ​ເຈົ້າ​ຮັບ​ພິ­ທີ­ຕັດ ພຣະ­ຄຣິດ​ກໍ​ຈະ​ບໍ່​ເປັນ​ປະ­ໂຫຍດ​ອັນ­ໃດ​ແກ່​ພວກ​ເຈົ້າ.3ເຮົາ​ເປັນ​ພະ­ຍານ​ແກ່​ທຸກ​ຄົນ­ທີ່​ຮັບ​ພິ­ທີ­ຕັດ​ນັ້ນ​ອີກ­ວ່າ ເຂົາ​ໄດ້​ຖືກ​ຜູກ­ມັດ​ໃຫ້​ປະ­ຕິ­ບັດ​ຕາມ​ພຣະ­ບັນ­ຍັດ​ທັງ​ໝົດ.4ເຈົ້າ​ທັງ­ຫລາຍ​ທີ່​ປາດ­ຖະ­ໜາ​ຈະ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບ­ທຳ​ໂດຍ​ພຣະ­ບັນ­ຍັດ ກໍ­ໄດ້​ຖືກ​ຕັດ­ຂາດ​ເສຍ​ຈາກ​ພຣະ­ຄຣິດ ແລະ​ໄດ້​ຫລຸດ​ຕົກ​ຈາກ​ພຣະ­ຄຸນ​ແລ້ວ.5ເພາະ­ວ່າ​ຝ່າຍ​ພວກ­ເຮົາ, ເຮົາ​ຫວັງ­ວ່າ​ພຣະ­ເຈົ້າ​ຈະ​ຊົງ​ບັນ­ດານ​ໃຫ້​ພວກ­ເຮົາ​ເປັນ​ຄົນ​ຊອບ­ທຳ ເຮົາ​ຈຶ່ງ​ລໍ­ຄອຍ​ການ​ນັ້ນ​ໂດຍ​ພຣະ­ວິນ­ຍານ​ແລະ​ຄວາມ­ເຊື່ອ.6ເພາະ­ວ່າ​ໃນ​ພຣະ­ຄຣິດ​ເຢ­ຊູ ການ​ທີ່​ຮັບ​ພິ­ທີ­ຕັດ​ຫລື​ບໍ່​ຮັບ​ກໍ​ບໍ່­ເກີດ​ປະ­ໂຫຍດ​ອັນ­ໃດ ແຕ່​ຄວາມ­ເຊື່ອ​ຊຶ່ງ​ສະ­ແດງ​ອອກ​ເປັນ​ຜົນ​ໂດຍ​ທາງ​ຄວາມ​ຮັກ​ເທົ່າ​ນັ້ນ​ສຳ­ຄັນ.

7ເຈົ້າ​ທັງ­ຫລາຍ​ກຳ­ລັງ​ແລ່ນ­ແຂ່ງ​ດີ​ຢູ່​ແລ້ວ ແມ່ນ​ໃຜ​ໄດ້​ຂັດ­ຂວາງ​ພວກ​ເຈົ້າ​ບໍ່­ໃຫ້​ເຊື່ອ​ຟັງ​ຄວາມ­ຈິງ.8ການ​ຊັກ­ຊວນ​ຢ່າງ​ນັ້ນ​ບໍ່­ໄດ້​ມາ​ຈາກ​ພຣະ­ອົງ​ຜູ້​ຊົງ​ເອີ້ນ​ເຈົ້າ​ທັງ­ຫລາຍ.9ເຊື້ອ­ແປ້ງ​ເລັກ​ໜ້ອຍ​ກໍ​ເຮັດ­ໃຫ້​ແປ້ງ​ນວດ​ທັງ​ໝົດ​ຟູ​ຂຶ້ນ.10ເຮົາ​ໄດ້​ໄວ້­ໃຈ​ໃນ​ອົງ​ພຣະ­ຜູ້­ເປັນ­ເຈົ້າ​ວ່າ ເຈົ້າ​ທັງ­ຫລາຍ​ຈະ​ບໍ່­ມີ​ຄວາມ​ຄຶດ​ຢ່າງ​ອື່ນ ແຕ່​ຝ່າຍ​ຜູ້​ທີ່​ມາ​ກໍ່­ກວນ​ພວກ​ເຈົ້າ​ນັ້ນ ຈະ​ເປັນ​ຜູ້­ໃດ​ກໍ​ຕາມ​ເຂົາ​ຄົງ​ຈະ​ຕ້ອງ​ໄດ້​ຮັບ­ໂທດ.11ພີ່­ນ້ອງ​ທັງ­ຫລາຍ​ເອີຍ, ຖ້າ​ເຮົາ​ຍັງ​ປະ­ກາດ​ໃຫ້​ຮັບ​ພິ­ທີ­ຕັດ ເປັນ​ດ້ວຍ​ເຫດ­ໃດ​ເຮົາ​ຈຶ່ງ​ຍັງ​ຖືກ​ຂົ່ມ­ເຫງ​ຢູ່ ຖ້າ​ດັ່ງ­ນັ້ນ​ການ­ສະ­ດຸດ​ໃຈ​ຍ້ອນ​ໄມ້­ກາງ­ແຂນ​ກໍ​ຖືກ​ຍົກ­ເລີກ​ແລ້ວ.12ສ່ວນ​ຄົນ​ເຫລົ່າ­ນັ້ນ​ທີ່​ກໍ​ຄວາມ​ວຸ້ນ­ວາຍ​ຕໍ່​ພວກ​ເຈົ້າ ໃຫ້​ເຂົາ​ຕອນ​ຕົວ​ເອງ​ເສຍ.

13ພວກ​ພີ່­ນ້ອງ​ເອີຍ, ທີ່​ຊົງ​ເອີ້ນ​ເຈົ້າ​ທັງ­ຫລາຍ​ກໍ​ເພື່ອ​ໃຫ້​ມີ​ເສ­ລີ­ພາບ ແລະ​ຢ່າ​ເອົາ​ເສ­ລີ­ພາບ​ນັ້ນ​ໄປ​ເປັນ​ຊ່ອງ­ທາງ​ປ່ອຍ​ຕົວ​ໄປ​ຕາມ​ທຳ­ມະ­ດາ​ໂລກ ແຕ່​ຈົ່ງ​ຮັບ­ໃຊ້

ພາ­ສາ​ເດີມ​ວ່າ “ເປັນ​ຂ້ອຍ​ຂ້າ.” ເຊິ່ງ​ກັນ​ແລະ​ກັນ​ດ້ວຍ​ຄວາມ​ຮັກ​ເທີນ.14ເພາະ­ວ່າ​ພຣະ­ບັນ­ຍັດ​ທັງ​ສິ້ນ​ກໍ​ຮວບ­ຮວມ​ເຂົ້າ​ໃນ​ຂໍ້​ດຽວ ຄື “ຈົ່ງ​ຮັກ​ເພື່ອນ­ບ້ານ​ເໝືອນ​ຮັກ​ຕົນ­ເອງ”.15ແຕ່­ວ່າ​ຖ້າ​ເຈົ້າ​ທັງ­ຫລາຍ​ກັດ​ກັນ​ແລະ​ກິນ​ເນື້ອ​ກັນ ຈົ່ງ​ລະ­ວັງ ຢ້ານ­ວ່າ​ຈະ​ພາ­ກັນ​ຈິບ­ຫາຍ​ໄປ.

ຜົນ​ຂອງ​ພຣະ­ວິນ­ຍານ​ແລະ​ການ​ງານ​ຂອງ​ມະ­ນຸດ​ທຳ­ມະ­ດາ

16ແຕ່​ເຮົາ​ຂໍ​ບອກ­ວ່າ ຈົ່ງ​ຍອມ​ໃຫ້​ພຣະ­ວິນ­ຍານ​ເປັນ​ຜູ້​ຊົງ­ນຳ​ພາ ແລະ​ເຈົ້າ​ທັງ­ຫລາຍ​ຈະ​ບໍ່­ໄດ້​ເຮັດ​ຕາມ​ຕັນ­ຫາ​ຂອງ​ມະ­ນຸດ.17ເພາະ­ວ່າ​ມະ­ນຸດ​ທຳ­ມະ­ດາ​ມີ​ຕັນ­ຫາ​ຕໍ່­ສູ້​ກັບ​ພຣະ­ວິນ­ຍານ ແລະ​ພຣະ­ວິນ­ຍານ​ກໍ​ຕໍ່­ສູ້​ກັບ​ມະ­ນຸດ ເພາະ​ທັງ​ສອງ​ຝ່າຍ​ເປັນ​ສັດ­ຕູ​ກັນ ດັ່ງ­ນັ້ນ​ສິ່ງ​ທີ່​ເຈົ້າ​ທັງ­ຫລາຍ​ຢາກ​ເຮັດ ພວກ​ເຈົ້າ​ຈຶ່ງ​ເຮັດ​ບໍ່­ໄດ້.18ແຕ່​ຖ້າ​ພຣະ­ວິນ­ຍານ​ຊົງ­ນຳ​ພາ​ເຈົ້າ​ທັງ­ຫລາຍ​ໄປ ພວກ​ເຈົ້າ​ກໍ​ບໍ່­ຢູ່​ໃຕ້​ພຣະ­ບັນ­ຍັດ.19ແຕ່​ການ​ງານ​ຂອງ​ມະ­ນຸດ​ທຳ­ມະ­ດາ​ນັ້ນ​ກໍ​ປະ­ກົດ​ແຈ້ງ​ແລ້ວ ຄື ການ​ຫລິ້ນ­ຊູ້, ການ​ບໍ່​ສະ­ອາດ, ການ​ລ່ວງ­ປະ­ເວ­ນີ, ການ​ໂລ­ພະ­ຕັນ­ຫາ,20ການ​ໄຫວ້​ພຣະ­ທຽມ, ການ​ເຊື່ອ​ເວດ­ມົນ​ຄາ­ຖາ, ການ​ເປັນ​ສັດ­ຕູ​ກັນ, ການ​ວິ­ວາດ​ຜິດ​ຖຽງ­ກັນ, ການ​ເຫິງ​ສາ​ກັນ, ການ​ຄຽດ­ແຄ້ນ​ກັນ, ການ​ໃຝ່­ສູງ​ຕໍ່​ກັນ, ການ​ແຕກ­ແຍກ​ກັນ, ການ​ຖື​ພັກ​ຖື​ພວກ,21ການ​ອິດ­ສາ​ກັນ, ການ​ຂ້າ​ກັນ, ການ​ເສບ​ສຸ­ລາ​ຢາ​ເມົາ, ການ​ກິນ​ລ້ຽງ​ຢ່າງ​ຊົ່ວ­ຊ້າ, ແລະ​ການ​ອື່ນໆ ໃນ​ທຳ­ນອງ​ນີ້​ອີກ ເຮົາ​ຂໍ​ເຕືອນ​ເຈົ້າ​ທັງ­ຫລາຍ​ເໝືອນ​ກັບ​ເຮົາ​ໄດ້​ເຕືອນ​ພວກ​ເຈົ້າ​ລ່ວງ​ໜ້າ​ແລ້ວ​ວ່າ ຄົນ­ທີ່​ເຄີຍ​ເຮັດ­ການ​ຢ່າງ​ນັ້ນ​ຈະ​ບໍ່­ມີ​ສ່ວນ​ໃນ​ລາ­ຊະ­ອາ­ນາ­ຈັກ​ຂອງ​ພຣະ­ເຈົ້າ.

22ຝ່າຍ​ຜົນ​ຂອງ​ພຣະ­ວິນ­ຍານ​ນັ້ນ​ຄື ຄວາມ​ຮັກ, ຄວາມ​ຍິນ­ດີ, ສັນ­ຕິ­ສຸກ, ຄວາມ​ອົດ­ກັ້ນ​ໄວ້​ນານ, ຄວາມ​ປາ­ນີ, ຄວາມ​ດີ, ຄວາມ​ສັດ­ຊື່,23ຄວາມ​ສຸ­ພາບ​ອ່ອນ­ຫວານ, ການ​ຮູ້­ຈັກ​ບັງ­ຄັບ­ຕົນ ກົດ­ໝາຍ​ທີ່​ຫ້າມ​ການ​ຢ່າງ​ນີ້​ກໍ​ບໍ່­ມີ.24ຜູ້​ທີ່­ຢູ່​ຝ່າຍ​ພຣະ­ເຢ­ຊູຄ­ຣິດ​ກໍ­ໄດ້​ເອົາ​ຄວາມ​ປາດ­ຖະ­ໜາ​ກັບ­ຕັນ​ຫາ​ຂອງ​ມະ­ນຸດ​ທຳ­ມະ­ດາ​ນັ້ນ ຄຶງ​ໄວ້​ທີ່​ໄມ້­ກາງ­ແຂນ​ແລ້ວ.25ຖ້າ​ພວກ­ເຮົາ​ມີ­ຊີ­ວິດ​ຢູ່​ໂດຍ​ພຣະ­ວິນ­ຍານ​ກໍ​ຈົ່ງ​ດຳ­ເນີນ​ຊີ­ວິດ​ໄປ​ຕາມ​ພຣະ­ວິນ­ຍານ​ດ້ວຍ.26ເຮົາ​ຢ່າ​ເປັນ​ຄົນ​ຖື​ຕົວ​ເປົ່າໆ, ຢ່າ​ກຸກ​ກວນ­ໃຈ​ກັນ, ແລະ​ຢ່າ​ອິດ­ສາ​ກັນ​ແລະ​ກັນ.