ພຣະ­ບັນ­ຍັດ ຫລື ຄວາມ­ເຊື່ອ

1ໂອ ຊາວ​ຄາ­ລາ­ເຕຍ ຜູ້​ບໍ່­ມີ​ຄວາມ​ຄຶດ​ເອີຍ ໃຜ​ໄດ້​ສະ­ກົດ​ດວງ​ຈິດ​ຂອງ​ເຈົ້າ​ທັງ­ຫລາຍ ໃຫ້​ຫລົງ​ເຊື່ອ​ໄປ ການ​ທີ່​ພຣະ­ເຢ­ຊູ​ຊົງ​ຖືກ​ຄຶງ​ໄວ້​ນັ້ນ ກໍ​ສະ­ແດງ​ຕໍ່​ຕາ​ຂອງ​ພວກ​ເຈົ້າ​ຢ່າງ​ຄັກ­ແນ່​ແລ້ວ.2ເຮົາ​ຢາກ​ຮູ້​ຂໍ້​ດຽວ​ຈາກ​ພວກ​ເຈົ້າ​ວ່າ ເຈົ້າ​ທັງ­ຫລາຍ​ໄດ້­ຮັບ​ພຣະ­ວິນ­ຍານ​ນັ້ນ​ໂດຍ​ການ​ປະ­ຕິ­ບັດ​ຕາມ​ພຣະ­ບັນ­ຍັດ​ຫລື ຫລື​ວ່າ​ໄດ້­ຮັບ​ໂດຍ​ການ​ເຊື່ອ​ຟັງ​ຂໍ້­ຄວາມ​ທີ່​ໄດ້­ຍິນ​ນັ້ນ.3ເຈົ້າ​ທັງ­ຫລາຍ​ຍັງ​ໂງ່​ເຖິງ​ພຽງ​ນັ້ນ​ຫລື ພວກ​ເຈົ້າ​ໄດ້​ຕັ້ງ­ຕົ້ນ​ໂດຍ​ທາງ​ພຣະ­ວິນ­ຍານ​ນັ້ນ ແລະ​ບັດ­ນີ້​ພວກ​ເຈົ້າ​ໄດ້​ສຳ­ເລັດ​ລົງ​ໂດຍ​ທາງ​ທຳ­ມະ­ດາ​ມະ­ນຸດ​ຫລື.4ການ​ທີ່​ເຈົ້າ​ທັງ­ຫລາຍ​ໄດ້​ອົດ­ທົນ​ມາ​ຫລາຍ​ແລ້ວ​ນັ້ນ​ເປັນ​ການ​ເສຍ​ປະ­ໂຫຍດ​ຫລື ຖ້າ​ເປັນ​ການ​ເສຍ​ປະ­ໂຫຍດ​ແທ້.5ພຣະ­ອົງ​ຜູ້​ຊົງ​ປະ­ທານ​ພຣະ­ວິນ­ຍານ​ແກ່​ເຈົ້າ​ທັງ­ຫລາຍ ແລະ​ຊົງ​ສະ­ແດງ​ອິດ­ທິ­ລິດ​ຖ້າມ­ກາງ​ພວກ​ເຈົ້າ ຊົງ­ກະ­ທຳ​ການ​ເຫລົ່າ­ນັ້ນ​ເພາະ​ດ້ວຍ​ການ​ປະ­ຕິ­ບັດ​ຕາມ​ພຣະ­ບັນ­ຍັດ​ຫລື ຫລື​ວ່າ​ເພາະ​ດ້ວຍ​ການ​ເຊື່ອ​ຟັງ​ຂໍ້­ຄວາມ​ທີ່​ໄດ້­ຍິນ​ນັ້ນ.

6ເໝືອນ​ດັ່ງ​ອັບ­ຣາ­ຮາມ​ນັ້ນ​ແຫລະ “ທ່ານ​ໄດ້​ເຊື່ອ​ພຣະ­ເຈົ້າ ແລະ​ຄວາມ­ເຊື່ອ​ນັ້ນ​ພຣະ­ເຈົ້າ​ໄດ້​ຊົງ​ນັບ​ວ່າ​ເປັນ­ຄວາມ​ຊອບ­ທຳ​ແກ່​ທ່ານ.”7ສັນ­ນັ້ນ​ເຈົ້າ​ທັງ­ຫລາຍ​ຈົ່ງ​ຮູ້­ວ່າ ຄົນ­ທີ່​ເຊື່ອ​ນັ້ນ​ແຫລະ, ເປັນ​ລູກ​ຂອງ​ອັບ­ຣາ­ຮາມ.8ແລະ​ພຣະ­ຄຳ­ພີ​ຮູ້​ລ່ວງ​ໜ້າ​ກ່ອນ​ວ່າ ພຣະ­ເຈົ້າ​ຈະ​ຊົງ​ຖື​ວ່າ​ຄົນ​ຕ່າງ­ຊາດ​ເປັນ​ຄົນ​ຊອບ­ທຳ​ໂດຍ​ທາງ​ຄວາມ­ເຊື່ອ ຈຶ່ງ​ໄດ້​ປະ­ກາດ​ເລື່ອງ​ຂ່າວ­ປະ­ເສີດ​ລ່ວງ​ໜ້າ​ແກ່​ອັບ­ຣາ­ຮາມ​ວ່າ, “ຊົນ­ຊາດ​ທັງ­ຫລາຍ​ຈະ​ໄດ້­ຮັບ​ພຣະ­ພອນ​ເພາະ​ເຈົ້າ”.9ເຫດ​ສັນ­ນັ້ນ​ຄົນ­ທີ່​ເຊື່ອ​ຈຶ່ງ​ໄດ້­ຮັບ​ພຣະ­ພອນ​ດ້ວຍ​ກັນ­ກັບ​ອັບ­ຣາ­ຮາມ​ຜູ້​ທີ່​ເຊື່ອ​ນັ້ນ.10ເພາະ­ວ່າ​ທຸກ​ຄົນ­ທີ່​ອາ​ໃສ​ການ​ປະ­ຕິ­ບັດ​ຕາມ​ພຣະ­ບັນ­ຍັດ​ກໍ​ຢູ່​ໃຕ້​ຄວາມ​ປ້ອຍ­ດ່າ ເພາະ​ພຣະ­ຄຳ­ພີ​ຂຽນ­ໄວ້​ວ່າ, “ທຸກ​ຄົນ­ທີ່​ບໍ່­ໄດ້​ເຮັດ​ຕາມ​ຂໍ້­ຄວາມ​ທີ່​ຂຽນ­ໄວ້​ໃນ​ໜັງ­ສື​ພຣະ­ບັນ­ຍັດ​ທຸກ​ຂໍ້​ກໍ​ຖືກ​ປ້ອຍ­ດ່າ”.

11ເປັນ​ທີ່​ຮູ້​ແຈ້ງ​ແລ້ວ​ວ່າ ບໍ່­ມີ​ມະ­ນຸດ​ຄົນ​ໃດ​ທີ່​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບ­ທຳ​ຕໍ່​ພຣະ­ພັກ​ພຣະ­ເຈົ້າ​ໂດຍ​ການ​ປະ­ຕິ­ບັດ​ພຣະ­ບັນ­ຍັດ ເພາະ­ວ່າ “ຜູ້​ທີ່​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບ­ທຳ​ເພາະ​ດ້ວຍ​ຄວາມ­ເຊື່ອ ຜູ້­ນັ້ນ​ແຫລະ, ຈະ​ໄດ້​ຊີ­ວິດ”.12ແຕ່​ພຣະ­ບັນ­ຍັດ​ນັ້ນ​ບໍ່­ໄດ້​ອາ​ໃສ​ຄວາມ­ເຊື່ອ ເພາະ “ຜູ້​ທີ່​ໄດ້​ປະ­ຕິ­ບັດ​ຕາມ​ພຣະ­ບັນ­ຍັດ​ກໍ​ຈະ​ດຳ­ເນີນ​ຊີ­ວິດ​ຢູ່​ໂດຍ​ພຣະ­ບັນ­ຍັດ​ນັ້ນ”.13ພຣະ­ຄຣິດ​ໄດ້​ໄຖ່​ພວກ­ເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ປ້ອຍ­ດ່າ​ຂອງ​ພຣະ­ບັນ­ຍັດ ໂດຍ​ການ​ທີ່​ພຣະ­ອົງ​ຍອມ​ຖືກ​ປ້ອຍ­ດ່າ​ແທນ​ພວກ­ເຮົາ (ເພາະ​ພຣະ­ຄຳ­ພີ​ຂຽນ­ໄວ້​ວ່າ, “ທຸກ​ຄົນ­ທີ່​ຖືກ​ແຂວນ­ໄວ້​ທີ່​ຕົ້ນ­ໄມ້ ກໍ​ຖືກ​ປ້ອຍ­ດ່າ​ແລ້ວ”.14ເພື່ອ​ພຣະ­ພອນ​ທາງ​ອັບ­ຣາ­ຮາມ​ຈະ​ໄດ້​ມາ​ເຖິງ​ຄົນ​ຕ່າງ­ຊາດ​ທັງ­ຫລາຍ​ເພາະ​ພຣະ­ເຢ­ຊູຄ­ຣິດ ເພື່ອ​ພວກ­ເຮົາ​ຈະ​ໄດ້­ຮັບ​ພຣະ­ວິນ­ຍານ​ຕາມ​ພຣະ­ສັນ­ຍາ​ໂດຍ​ຄວາມ­ເຊື່ອ.

ພຣະ­ບັນ­ຍັດ ແລະ ພຣະ­ສັນ­ຍາ

15ພີ່­ນ້ອງ​ທັງ­ຫລາຍ​ເອີຍ, ເຮົາ​ຂໍ​ຍົກ​ຕົວ­ຢ່າງ​ຈັກ​ເລື່ອງ​ໜຶ່ງ​ມາ​ກ່າວ ເຖິງ­ແມ່ນ​ເປັນ​ຄຳ​ສັນ­ຍາ​ຂອງ​ມະ­ນຸດ ເມື່ອ​ໄດ້­ຮັບ​ຮອງ​ກັນ​ແລ້ວ ບໍ່­ມີ​ຜູ້­ໃດ​ຈະ​ລົ້ມ​ເລີກ​ຫລື​ເພີ່ມ​ເຕີມ​ອີກ​ໄດ້.16ບັນ­ດາ​ພຣະ­ສັນ­ຍາ​ທີ່​ໄດ້​ຊົງ​ກ່າວ​ໄວ້​ແກ່​ອັບ­ຣາ­ຮາມ​ແລະ​ແກ່​ເຊື້ອ­ສາຍ​ຂອງ​ເພິ່ນ​ນັ້ນ ບໍ່­ໄດ້​ຊົງ​ກ່າວ​ວ່າ, “ແລະ​ແກ່​ເຊື້ອ­ສາຍ​ທັງ­ຫລາຍ” ເໝືອນ​ກັບ​ວ່າ​ແກ່​ຄົນ​ຫລາຍ​ຄົນ ແຕ່​ເໝືອນ​ກັບ​ວ່າ​ແກ່​ຄົນ​ຜູ້​ດຽວ ຄື “ແກ່​ເຊື້ອ­ສາຍ​ຂອງ​ທ່ານ” ຊຶ່ງ​ເປັນ​ພຣະ­ຄຣິດ.17ເຮົາ​ຈຶ່ງ​ເວົ້າ​ຢ່າງ​ນີ້​ວ່າ ພຣະ­ບັນ­ຍັດ​ທີ່​ມາ​ພາຍ­ຫລັງ​ເຖິງ​ສີ່​ຮ້ອຍ​ສາມ​ສິບ​ປີ ຈະ​ທຳ­ລາຍ​ພຣະ­ສັນ­ຍາ​ຊຶ່ງ​ພຣະ­ເຈົ້າ​ໄດ້​ຕັ້ງ​ໄວ້​ກ່ອນ­ນັ້ນ​ໃຫ້­ເປັນ​ໂມ­ຄະ​ບໍ່­ໄດ້.18ເພາະ­ວ່າ​ຖ້າ​ໄດ້­ຮັບ​ມໍ­ລະ­ດົກ​ໂດຍ​ທາງ​ພຣະ­ບັນ­ຍັດ ກໍ​ບໍ່​ໃຊ່​ໂດຍ​ທາງ​ພຣະ­ສັນ­ຍາ​ອີກ​ຕໍ່­ໄປ ແຕ່​ພຣະ­ເຈົ້າ​ໄດ້​ໂຜດ­ປະ­ທານ​ມໍ­ລະ­ດົກ​ນັ້ນ​ໃຫ້​ແກ່​ອັບ­ຣາ­ຮາມ​ນັ້ນ​ໂດຍ​ທາງ​ພຣະ­ສັນ­ຍາ.

19ຖ້າ​ດັ່ງ​ນັ້ນ­ແລ້ວ, ພຣະ­ບັນ­ຍັດ​ມີ​ໄວ້​ເພື່ອ​ຫຍັງ ທີ່​ເພີ່ມ​ພຣະ­ບັນ­ຍັດ​ໄວ້ ກໍ​ເພື່ອ​ຄວາມ​ຜິດ­ບາບ​ຈະ​ປະ­ກົດ​ເປັນ​ການ​ລ່ວງ​ລະ­ເມີດ​ຈົນ​ກວ່າ​ເຊື້ອ­ສາຍ​ທີ່​ໄດ້­ຮັບ​ພຣະ­ສັນ­ຍາ​ນັ້ນ​ຈະ​ມາ​ເຖິງ ພວກ​ເທ­ວະ­ດາ​ໄດ້​ຕັ້ງ​ພຣະ­ບັນ­ຍັດ​ນັ້ນ​ໄວ້​ດ້ວຍ​ມື​ຂອງ​ຄົນ​ກາງ.20ເມື່ອ​ມີ​ຝ່າຍ​ດຽວ​ກໍ​ບໍ່​ຕ້ອງ­ການ​ຄົນ​ກາງ ແລະ​ພຣະ­ເຈົ້າ​ຊົງ​ເປັນ​ຝ່າຍ​ດຽວ​ນັ້ນ.

ຈຸດ­ປະ­ສົງ​ຂອງ​ພຣະ­ບັນ­ຍັດ

21ຖ້າ​ດັ່ງ­ນັ້ນ, ພຣະ­ບັນ­ຍັດ​ຂັດ​ແຍ່ງ​ກັບ​ພຣະ­ສັນ­ຍາ​ຂອງ​ພຣະ­ເຈົ້າ​ຫລື ບໍ່­ແມ່ນ​ຢ່າງ​ນັ້ນ​ດອກ ເພາະ­ວ່າ​ຖ້າ​ຊົງ​ປະ­ທານ​ພຣະ­ບັນ­ຍັດ​ອັນ​ອາດ​ໃຫ້​ມີ­ຊີ­ວິດ​ຢູ່​ໄດ້ ການ​ຖື​ວ່າ​ເປັນ​ຄົນ​ຊອບ­ທຳ​ຄົງ​ຈະ​ໄດ້​ມີ​ຢູ່​ໂດຍ​ພຣະ­ບັນ­ຍັດ​ນັ້ນ​ແທ້.22ແຕ່​ພຣະ­ຄຳ­ພີ​ໄດ້​ຮວບ­ຮວມ​ສິ່ງ​ທັງ​ໝົດ ໃຫ້​ເຂົ້າ​ຢູ່​ພາຍ­ໃຕ້​ອຳ­ນາດ​ຄວາມ​ຜິດ­ບາບ ເພື່ອ​ວ່າ​ທຸກ​ຄົນ­ທີ່​ເຊື່ອ​ຈະ​ໄດ້­ຮັບ​ຂອງ​ປະ­ທານ​ຕາມ​ທີ່​ຊົງ​ສັນ­ຍາ​ໄວ້, ຊຶ່ງ​ໄດ້​ໂຜດ­ປະ­ທານ​ໂດຍ​ອາ​ໃສ​ຄວາມ­ເຊື່ອ​ໃນ​ພຣະ­ເຢ­ຊູຄ­ຣິດ​ເປັນ​ຫລັກ.

23ເມື່ອ​ຄວາມ­ເຊື່ອ​ຍັງ​ບໍ່​ທັນ​ມາ​ນັ້ນ ພວກ­ເຮົາ​ໄດ້​ຕົກ​ຢູ່­ໃນ​ຂອບ­ເຂດ​ອຳ­ນາດ​ຂອງ​ພຣະ­ບັນ­ຍັດ ຖືກ​ຄວບ­ຄຸມ​ໄວ້​ຈົນ​ເຖິງ​ຄວາມ­ເຊື່ອ​ຈະ​ໄດ້​ມາ​ປະ­ກົດ.24ເພາະ​ສັນ­ນັ້ນ​ພຣະ­ບັນ­ຍັດ​ຈຶ່ງ​ປົກ­ຄອງ​ນຳ­ພາ​ພວກ­ເຮົາ​ໄປ​ຈົນ​ເຖິງ​ພຣະ­ຄຣິດ​ສະ­ເດັດ​ມາ ເພື່ອ​ພວກ­ເຮົາ​ຈະ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບ­ທຳ​ໂດຍ​ອາ​ໃສ​ຄວາມ­ເຊື່ອ.25ແຕ່​ບັດ­ນີ້​ຄວາມ­ເຊື່ອ​ໄດ້​ມາ​ແລ້ວ ເຮົາ​ທັງ­ຫລາຍ​ຈຶ່ງ​ບໍ່­ໄດ້​ຢູ່​ໃຕ້​ບັງ­ຄັບ​ຂອງ​ຜູ້­ປົກ­ຄອງ​ນຳ­ພາ​ນັ້ນ​ຕໍ່­ໄປ.26ເພາະ­ວ່າ​ເຈົ້າ​ທັງ­ຫລາຍ​ກໍ​ເປັນ​ບຸດ​ຂອງ​ພຣະ­ເຈົ້າ ຮ່ວມ​ໃນ​ພຣະ­ເຢ­ຊູຄ­ຣິດ​ໂດຍ​ທາງ​ຄວາມ­ເຊື່ອ.27ດ້ວຍ​ວ່າ​ຝ່າຍ​ພວກ​ເຈົ້າ​ຄົນ​ໃດ​ທີ່​ໄດ້­ຮັບ​ບັບ­ຕິ­ສະ­ມາ​ໃນ​ພຣະ­ຄຣິດ​ແລ້ວ ຄົນ​ນັ້ນ​ກໍ­ໄດ້​ຫົ່ມ​ຊີ­ວິດ​ພຣະ­ຄຣິດ.28ຈະ​ບໍ່​ເປັນ​ຊາດ​ຢິວ​ຫລື​ຄົນ​ຕ່າງ­ຊາດ, ຈະ​ບໍ່​ເປັນ​ຂ້ອຍ​ຂ້າ​ຫລື​ອິດ­ສາຫ­ລະ, ຈະ​ເປັນ​ຊາຍ​ຫລື​ຍິງ ເພາະ­ວ່າ​ເຈົ້າ​ທັງ­ປວງ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ໃນ​ພຣະ­ຄຣິດ​ຄື​ພຣະ­ເຢ­ຊູ.29ແລະ​ຖ້າ​ເຈົ້າ​ທັງ­ຫລາຍ​ເປັນ​ຂອງ​ພຣະ­ຄຣິດ​ແລ້ວ ເຈົ້າ​ກໍ​ເປັນ​ເຊື້ອ­ສາຍ​ຂອງ​ອັບ­ຣາ­ຮາມ ຄື​ເປັນ​ຜູ້​ຮັບ​ມໍ­ລະ­ດົກ​ຕາມ​ພຣະ­ສັນ­ຍາ.