ລາຍ­ຊື່​ເພື່ອນ​ຮ່ວມ​ງານ​ຂອງ​ເອັດ­ຊະ­ຣາ

1ຕໍ່­ໄປ​ນີ້­ແມ່ນ​ລາຍ­ຊື່​ຫົວ­ໜ້າ​ຂອງ​ຕະ­ກູນ​ຕ່າງໆ ທີ່​ຖືກ​ຈັບ​ໄປ​ເປັນ​ຊະ­ເລີຍ​ໃນ​ບາ­ບີ­ໂລນ ແຕ່​ໄດ້​ກັບ​ຄືນ​ມາ­ຍັງ​ກຸງ​ເຢ­ຣູ­ຊາ­ເລັມ​ນຳ​ເອັດ­ຊະ­ຣາ ໃນ​ຄາວ​ທີ່​ກະ­ສັດ​ອາ­ຕາ­ເຊ­ເຊັດ​ເປັນ​ຈັກ­ກະ­ພັດ:

2ຈາກ​ຕະ­ກູນ​ຟີ­ເນ­ຮາດ ມີ ເກ­ໂຊມ ຈາກ​ຕະ­ກູນ​ອີ­ທາ­ມາ ມີ ດາ­ນີ­ເອນ ຈາກ​ຕະ­ກູນ​ດາ­ວິດ ມີ ຮັດ­ຕຸ­ຊະ3ຈາກ​ຕະ­ກູນ​ເຊ­ກາ­ນີ­ອາ ຈາກ​ຕະ­ກູນ​ປາ­ຣົດ ມີ ເຊ­ຄາ­ຣີ­ຢາ ພ້ອມ­ກັບ​ເພິ່ນ​ມີ ຜູ້­ຊາຍ​ຜູ້​ຂຶ້ນ​ທະ­ບຽນ​ໄວ້ 150 ຄົນ
4ຈາກ​ຕະ­ກູນ​ປາ­ຮາດໂມ­ອາບ ມີ ເອ­ລີ­ເອ­ໂຮ­ນາຍ ລູກ­ຊາຍ​ເຊ­ຣາ­ຮີ­ຢາ ພ້ອມ­ກັບ​ເພິ່ນ​ມີ​ຜູ້­ຊາຍ 200 ຄົນ
5ຈາກ​ຕະ­ກູນ​ເຊ­ກາ­ນີ­ອາ ມີ ລູກ­ຊາຍ​ຂອງ​ຢາ­ຮາ­ຊີ­ເອນ ພ້ອມ­ກັບ​ເພິ່ນ​ມີ​ຜູ້­ຊາຍ 300 ຄົນ
6ຈາກ​ຕະ­ກູນ​ອາ­ດິນ ມີ ເອ­ເບັດ ລູກ­ຊາຍ​ໂຢ­ນາ­ທານ ພ້ອມ­ກັບ​ເພິ່ນ​ມີ​ຜູ້­ຊາຍ 50 ຄົນ
7ຈາກ​ຕະ­ກູນ​ເອ­ລາມ ມີ ເຢ­ຊາ­ຢາ ລູກ­ຊາຍ​ອາ­ທາ­ລີ­ຢາ ພ້ອມ­ກັບ​ເພິ່ນ​ມີ​ຜູ້­ຊາຍ 70 ຄົນ
8ຈາກ​ຕະ­ກູນ​ເຊ­ຟາ­ຕີ­ຢາ ມີ ເຊ­ບາ­ດີ­ຢາ ລູກ­ຊາຍ​ມີ­ກາ­ເອນ ພ້ອມ­ກັບ​ເພິ່ນ​ມີ​ຜູ້­ຊາຍ 80 ຄົນ
9ຈາກ​ຕະ­ກູນ​ໂຢ­ອາບ ມີ ໂອ­ບາ­ດີ­ຢາ​ລູກ­ຊາຍ​ເຢ­ຮີ­ເອນ ພ້ອມ­ກັບ​ເພິ່ນ​ມີ​ຜູ້­ຊາຍ 218 ຄົນ
10ຈາກ​ຕະ­ກູນ​ເຊ­ໂລ­ມິດ ມີ ລູກ­ຊາຍ​ຂອງ​ໂຢ­ສີ­ຟີ­ຢາ ພ້ອມ­ກັບ​ເພິ່ນ​ມີ​ຜູ້­ຊາຍ 160 ຄົນ
11ຈາກ​ຕະ­ກູນ​ເບ­ບາຍ ມີ ເຊ­ຄາ­ຣີ­ຢາ ລູກ­ຊາຍ​ເບ­ບາຍ ພ້ອມ­ກັບ​ເພິ່ນ​ມີ​ຜູ້­ຊາຍ 28 ຄົນ
12ຈາກ​ຕະ­ກູນ​ອາ­ຊະ­ກາດ ມີ ໂຢ­ຮາ­ນານ ລູກ­ຊາຍ​ຮັກ­ກາ­ຕານ ພ້ອມ­ກັບ​ເພິ່ນ​ມີ​ຜູ້­ຊາຍ 110 ຄົນ
13ຈາກ​ຕະ­ກູນ​ອາ­ໂດ­ນີ­ກາມ​ມີ​ຜູ້​ທີ່​ມາ​ພາຍ­ຫລັງ ຕໍ່­ໄປ​ນີ້​ເປັນ​ຊື່​ຂອງ​ພວກ​ເຂົາ ຄື ເອ­ລີ­ເຟ­ເລັດ ເຢ­ອູ­ເອນ ແລະ​ເຊ­ມາ­ຢາ ພ້ອມ­ກັບ​ພວກ​ເຂົາ​ມີ​ຜູ້­ຊາຍ 60 ຄົນ
14ຈາກ​ຕະ­ກູນ​ບິກ­ວາຍ ມີ​ອຸ­ທາຍ ແລະ​ຊາ­ກູ­ເຣ ພ້ອມ­ກັບ​ພວກ​ເຂົາ​ທັງ​ສອງ​ມີ​ຜູ້­ຊາຍ 70 ຄົນ

ເອັດ­ຊະ­ຣາ​ຕ້ອງ­ການ​ໃຫ້​ມີ­ຄົນ​ເລ­ວີ ແລະ​ຄົນ­ໃຊ້​ປະ­ຈຳ​ພຣະ­ວິ­ຫານ​ໄປ​ເພີ່ມ​ເຕີມ

15ຂ້າ­ພະ­ເຈົ້າ​ໄດ້​ຮວບ­ຮວມ​ພວກ​ເຂົາ​ທັງ­ຫລາຍ​ເຂົ້າ​ມາ­ຍັງ​ແມ່­ນ້ຳ​ທີ່​ໄຫລ​ໄປ​ສູ່​ອາ­ຮາ­ວາ ເຮົາ​ຕັ້ງ​ຄ້າຍ​ຢູ່​ບ່ອນ­ນັ້ນ​ສາມ​ມື້ ເມື່ອ​ຂ້າ­ພະ­ເຈົ້າ​ສຳ­ຫລວດ​ເບິ່ງ​ປະ­ຊາ­ຊົນ ແລະ​ປະ­ໂລ­ຫິດ ຂ້າ­ພະ­ເຈົ້າ​ບໍ່​ເຫັນ​ເຊື້ອ­ສາຍ​ຂອງ​ເລ­ວີ​ບ່ອນ­ນັ້ນ​ເລີຍ16ແລ້ວ​ຂ້າ­ພະ­ເຈົ້າ​ຈຶ່ງ​ໃຫ້​ໄປ​ເອີ້ນ​ເອ­ລີ­ເອ­ເຊ ອາ­ຣີ­ເອນ ເຊ­ມາ­ຢາ ເອນ­ນາ­ທານ ຢາ­ຣິບ ເອນ­ນາ­ທານ ນາ­ທານ ເຊ­ຄາ­ຣີ­ຢາ ແລະ​ເມ­ຊຸນ­ລຳ ບຸກ­ຄົນ​ຊັ້ນ​ຫົວ­ໜ້າ ແລະ​ໃຫ້­ຫາ​ໂຢ­ຢາ­ຣິບ ກັບ​ເອນ­ນາ­ທານ ຜູ້​ເປັນ​ຄົນ​ມີ​ຄວາມ​ເຂົ້າ­ໃຈ17ແລ້ວ​ສົ່ງ​ພວກ​ເຂົາ​ດ້ວຍ​ຄຳ​ສັ່ງ​ໄປ​ຍັງ​ທ່ານ​ອິດ­ໂດ ບຸກ­ຄົນ​ຊັ້ນ​ຫົວ­ໜ້າ​ຍັງ​ສະ­ຖານ­ທີ່​ທີ່​ຊື່​ກາ­ຊິ­ເຟຍ ຄື​ໃຫ້​ບອກ​ອິດ­ໂດ​ແລະ​ພີ່­ນ້ອງ​ຂອງ​ເພິ່ນ​ຜູ້​ເປັນ​ຄົນ­ໃຊ້​ປະ­ຈຳ​ພຣະ­ວິ­ຫານ​ໃນ​ກາ­ຊິ­ເຟຍ​ວ່າ ຂໍ​ສົ່ງ​ຜູ້​ບົວ­ລະ­ບັດ​ສຳ­ລັບ​ພຣະ­ວິ­ຫານ​ຂອງ​ພຣະ­ເຈົ້າ​ຂອງ​ເຮົາ​ມາ­ຍັງ​ເຮົາ

18ແລະ​ໂດຍ​ພຣະ­ຫັດ​ທີ່​ຊົງ​ພຣະ­ຄຸນ​ຂອງ​ພຣະ­ເຈົ້າ​ຂອງ​ເຮົາ​ຢູ່​ກັບ​ເຮົາ ພວກ​ເຂົາ​ໄດ້​ນຳ​ຄົນ­ທີ່​ມີ​ຄວາມ​ສາ­ມາດ​ມາ​ໃຫ້​ເຮົາ ເປັນ​ເຊື້ອ­ສາຍ​ຂອງ​ມາ­ລີ​ລູກ­ຊາຍ​ເລ­ວີ ຜູ້​ເປັນ​ລູກ­ຊາຍ​ອິ­ສຣາ­ເອນ ຊື່​ເຊ­ເຣ­ບີ­ຢາ ກັບ​ລູກ­ຊາຍ ແລະ​ຍາດ­ພີ່­ນ້ອງ​ລວມ​ສິບ​ແປດ​ຄົນ19ທັງ​ຮາ­ຊາ­ບີ­ຢາ ແລະ​ເຢ­ຊາ­ຢາ ເຊື້ອ­ສາຍ​ຂອງ​ເມ­ຣາ­ຣີ​ກັບ​ຍາດ­ພີ່­ນ້ອງ ແລະ​ລູກ­ຊາຍ​ຂອງ​ພວກ​ເຂົາ​ລວມ​ຊາວ​ຄົນ20ຄົນ­ໃຊ້​ປະ­ຈຳ​ພຣະ­ວິ­ຫານ ຊຶ່ງ​ດາ­ວິດ ແລະ​ຂ້າ­ລາ­ຊະ­ການ​ຂອງ​ພະ­ອົງ​ໄດ້​ຈັດ​ຕັ້ງ​ຂຶ້ນ​ໄວ້ ເພື່ອ​ບົວ­ລະ­ບັດ​ຄົນ​ເລ­ວີ ມີ​ຄົນ­ໃຊ້​ປະ­ຈຳ​ພຣະ­ວິ­ຫານ​ສອງ​ຮ້ອຍ​ຊາວ​ຄົນ ບຸກ­ຄົນ​ເຫລົ່າ­ນີ້​ທັງ​ໝົດ​ມີ​ຊື່​ລະ­ບຸ​ໄວ້

ການ​ຖື​ສິນ​ອົດ­ອາ­ຫານ​ທີ່​ແມ່­ນ້ຳ​ອາ­ຮາ­ວາ

21ແລ້ວ​ຂ້າ­ພະ­ເຈົ້າ​ກໍ​ປະ­ກາດ​ໃຫ້​ຖື​ສິນ​ອົດ­ອາ­ຫານ​ບ່ອນ­ນັ້ນ ຄື​ທີ່​ແມ່­ນ້ຳ​ອາ­ຮາ­ວາ ເພື່ອ​ເຮົາ​ທັງ­ຫລາຍ​ຈະ​ໄດ້​ຖ່ອມ­ຕົວ​ລົງ​ຕໍ່​ພຣະ­ພັກ​ພຣະ­ເຈົ້າ​ຂອງ​ເຮົາ ເພື່ອ­ຈະ​ທູນ​ຂໍ​ຫົນ­ທາງ​ອັນ​ຖືກ­ຕ້ອງ​ຈາກ​ພຣະ­ອົງ ສຳ­ລັບ​ເຮົາ ລູກ​ຫລານ​ຂອງ​ເຮົາ ແລະ​ສິ່ງ​ຂອງ​ທັງ​ໝົດ​ຂອງ​ເຮົາ22ເພາະ​ຂ້າ­ພະ­ເຈົ້າ​ອັບ­ອາຍ​ທີ່​ຈະ​ທູນ​ຂໍ​ກອງ­ທະ­ຫານ ແລະ​ພົນ​ທະ­ຫານ­ມ້າ​ຈາກ​ກະ­ສັດ ເພື່ອ​ຊ່ວຍ​ເຮົາ​ສູ້​ສັດ­ຕູ​ຕາມ​ທາງ​ຂອງ​ເຮົາ ໃນ​ເມື່ອ​ເຮົາ​ໄດ້​ກາບ​ທູນ​ກະ­ສັດ​ແລ້ວ​ວ່າ “ພຣະ­ຫັດ​ຂອງ​ພຣະ­ເຈົ້າ​ຂອງ​ເຮົາ​ຢູ່​ກັບ​ບັນ­ດາ​ຜູ້​ທີ່​ສະ­ແຫວງ­ຫາ​ພຣະ­ອົງ​ສຳ­ລັບ​ການ​ດີ ແຕ່​ລິດ­ທາ­ນຸ­ພາບ​ແລະ​ພຣະ­ພິ­ໂລດ​ຂອງ​ພຣະ­ອົງ​ຕໍ່­ສູ້​ຄົນ​ເຫລົ່າ­ນັ້ນ​ທີ່​ປະ​ຖິ້ມ​ພຣະ­ອົງ”23ເຮົາ​ຈຶ່ງ​ອົດ­ອາ­ຫານ ແລະ​ອ້ອນ­ວອນ​ພຣະ­ເຈົ້າ​ຂອງ​ເຮົາ​ເພື່ອ​ເລື່ອງ​ນີ້ ແລະ​ພຣະ­ອົງ​ຊົງ​ຟັງ​ສຽງ­ຮ້ອງ​ທູນ​ຂອງ​ເຮົາ

ຊັບ­ສົມ­ບັດ​ມອບ​ໄວ້​ແກ່​ປະ­ໂລ­ຫິດ​ສິບ​ສອງ​ຄົນ

24ແລ້ວ​ຂ້າ­ພະ­ເຈົ້າ​ໄດ້­ເລືອກ​ຕັ້ງ​ປະ­ໂລ­ຫິດ​ໃຫຍ່​ສິບ​ສອງ​ຄົນ​ຄື ເຊ­ເຣ­ບີ­ຢາ ຮາ­ຊາ­ບີ­ຢາ ແລະ​ພີ່­ນ້ອງ​ຂອງ​ພວກ​ເຂົາ​ທີ່­ຢູ່​ກັບ​ພວກ​ເຂົາ​ສິບ​ຄົນ25ຂ້າ­ພະ­ເຈົ້າ​ໄດ້​ຊັ່ງ​ເງິນ ແລະ​ຄຳ ກັບ​ເຄື່ອງ­ໃຊ້ ເຄື່ອງ­ບູ­ຊາ​ສຳ­ລັບ​ພຣະ­ວິ­ຫານ​ຂອງ​ພຣະ­ເຈົ້າ​ຂອງ​ເຮົາ ມອບ​ໃຫ້​ພວກ​ເຂົາ​ທັງ­ຫລາຍ ຊຶ່ງ​ກະ­ສັດ ແລະ​ທີ່​ປຶກ­ສາ ລວມ​ທັງ​ເຈົ້າ​ນາຍ​ຂອງ​ພະ­ອົງ ແລະ​ຄົນ​ອິ­ສຣາ­ເອນ​ທັງ­ປວງ​ບ່ອນ­ນັ້ນ​ໄດ້​ຖວາຍ​ໄວ້

26ຂ້າ­ພະ­ເຈົ້າ​ໄດ້​ຊັ່ງ​ໃສ່​ມື​ຂອງ​ພວກ​ເຂົາ​ເປັນ​ເງິນ​ຫົກ​ຮ້ອຍ​ຫ້າ​ສິບ​ຕະ­ລັນ­ຕົນໜຶ່ງ​ຕະ­ລັນ­ຕົນ ຄື 3.4 ກິ­ໂລ (kg) ແລະ​ເຄື່ອງ­ໃຊ້​ທີ່​ເຮັດ​ດ້ວຍ​ເງິນ​ມີ­ຄ່າ​ໜຶ່ງ​ຮ້ອຍ​ຕະ­ລັນ­ຕົນ ແລະ​ຄຳ​ຮ້ອຍ​ຕະ­ລັນ­ຕົນ27ຊາມ​ຄຳ​ຊາວ​ໜ່ວຍ​ມີ­ຄ່າ​ໜຶ່ງ​ພັນ​ດາ­ຣິກໜຶ່ງ​ພັນ​ດາ­ຣິກ ຄື 8.4 ກິ­ໂລ (kg) ແລະ​ເຄື່ອງ­ໃຊ້​ທອງ­ເຫລືອງ​ເນື້ອ­ລະ­ອຽດ​ສຸກ­ໃສ​ສອງ​ໜ່ວຍ​ມີ­ຄ່າ​ເທົ່າ​ກັບ​ຄຳ28ຂ້າ­ພະ­ເຈົ້າ​ບອກ​ພວກ​ເຂົາ​ວ່າ “ທ່ານ​ທັງ­ຫລາຍ​ບໍ­ລິ­ສຸດ​ຕໍ່​ພຣະ­ຜູ້­ເປັນ­ເຈົ້າ ແລະ​ເຄື່ອງ­ໃຊ້​ກໍ​ບໍ­ລິ­ສຸດ ແລະ​ເງິນ​ກັບ​ຄຳ​ເປັນ​ຂອງ​ຖວາຍ​ດ້ວຍ​ໃຈ​ສະ­ໝັກ​ແດ່​ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ແຫ່ງ​ບັນ­ພະ­ບູ­ລຸດ​ຂອງ​ທ່ານ​ທັງ­ຫລາຍ29ຈົ່ງ​ເຝົ້າ​ເບິ່ງ​ໄວ້​ຈົນ​ກວ່າ​ທ່ານ​ຊັ່ງ​ສິ່ງ​ເຫລົ່າ­ນັ້ນ​ຕໍ່­ໜ້າ​ພວກ­ປະ­ໂລ­ຫິດ​ໃຫຍ່ ແລະ​ຄົນ​ເລ­ວີ ກັບ​ຫົວ­ໜ້າ​ຂອງ​ຕະ­ກູນ​ອິ­ສຣາ­ເອນ​ໃນ​ເຢ­ຣູ­ຊາ­ເລັມ ພາຍ­ໃນ​ຫ້ອງ​ພຣະ­ວິ­ຫານ​ຂອງ​ພຣະ­ຜູ້­ເປັນ­ເຈົ້າ”

30ບັນ­ດາ​ປະ­ໂລ­ຫິດ ແລະ​ຄົນ​ເລ­ວີ​ຈຶ່ງ​ຮັບ​ເງິນ ແລະ​ຄຳ​ທີ່​ໄດ້​ຊັ່ງ ກັບ​ເຄື່ອງ­ໃຊ້ ເພື່ອ​ນຳ­ໄປ​ຍັງ​ເຢ­ຣູ­ຊາ­ເລັມ​ໃນ​ພຣະ­ວິ­ຫານ​ຂອງ​ພຣະ­ເຈົ້າ​ຂອງ​ເຮົາ

ເອັດ­ຊະ­ຣາ​ເຖິງ​ເຢ­ຣູ­ຊາ­ເລັມ

31ແລ້ວ​ເຮົາ​ກໍ​ອອກ­ຈາກ​ແມ່­ນ້ຳ​ອາ­ຮາ­ວາ​ໃນ​ວັນ­ທີ​ສິບ​ສອງ​ຂອງ​ເດືອນ​ຕົ້ນ ເພື່ອ​ໄປ​ຍັງ​ເຢ­ຣູ­ຊາ­ເລັມ ແລະ​ພຣະ­ຫັດ​ຂອງ​ພຣະ­ເຈົ້າ​ຂອງ​ເຮົາ​ຢູ່​ກັບ​ເຮົາ ພຣະ­ອົງ​ໄດ້​ຊ່ວຍ​ເຮົາ​ໃຫ້​ພົ້ນ​ຈາກ​ມື​ຂອງ​ສັດ­ຕູ ຈາກ​ພວກ​ດັກ​ຊຸ້ມ​ຄອຍ­ຖ້າ​ຢູ່​ຕາມ​ທາງ32ເຮົາ​ມາ​ເຖິງ​ເຢ­ຣູ­ຊາ­ເລັມ ແລະ​ພັກ​ຢູ່​ບ່ອນ­ນັ້ນ​ສາມ​ມື້33ໃນ​ວັນ­ທີ​ສີ່​ພາຍ­ໃນ​ພຣະ­ວິ­ຫານ​ຂອງ​ພຣະ­ເຈົ້າ​ຂອງ​ເຮົາ ກໍ​ຊັ່ງ​ເງິນ​ຄຳ ແລະ​ເຄື່ອງ­ໃຊ້​ໃສ່​ມື​ຂອງ​ເມ­ເຣ­ໂມດ​ປະ­ໂລ­ຫິດ ລູກ­ຊາຍ​ອູ­ຣີ­ຢາ ແລະ​ຄົນ­ທີ່​ຢູ່​ກັບ​ພວກ​ເຂົາ​ຄື​ເອ­ເລ­ອາ­ຊາ​ລູກ­ຊາຍ​ຟີ­ເນ­ຮາດ ແລະ​ຄົນ​ທີ່­ຢູ່​ກັບ​ພວກ​ເຂົາ​ທັງ­ຫລາຍ​ຄື ໂຢ­ຊາ­ບັດ ລູກ­ຊາຍ​ເຢ­ຊູ­ອາ ແລະ​ໂນ­ອາ­ດີ­ຢາ​ລູກ­ຊາຍ​ບິນ­ນຸຍ ຄົນ​ເລ­ວີ34ພວກ​ເຂົາ​ຊັ່ງ ແລະ​ນັບ​ທັງ​ໝົດ ແລ້ວ​ບັນ­ທຶກ​ນ້ຳ­ໜັກ​ຂອງ​ທຸກ​ສິ່ງ​ໄວ້

35ບັນ­ດາ​ລູກ​ຫລານ​ຂອງ​ພວກ​ທີ່​ຖືກ​ກວາດ​ໄປ​ເປັນ​ຊະ­ເລີຍ ຊຶ່ງ​ໄດ້​ກັບ​ມາ​ຈາກ​ການ​ເປັນ​ຊະ­ເລີຍ ໄດ້​ຖວາຍ​ເຄື່ອງ​ເຜົາ​ບູ­ຊາ​ແດ່​ພຣະ­ເຈົ້າ​ແຫ່ງ​ອິ­ສຣາ­ເອນ ມີ​ງົວ­ເຖິກ​ສິບ​ສອງ​ໂຕ​ສຳ­ລັບ​ພວກ​ອິ­ສຣາ­ເອນ​ທັງ­ປວງ ແກະ​ຜູ້​ເກົ້າ­ສິບ​ຫົກ​ໂຕ ລູກ​ແກະ​ເຈັດ​ສິບ​ເຈັດ​ໂຕ ແລະ​ແບ້​ຜູ້​ສິບ​ສອງ​ໂຕ​ເປັນ​ເຄື່ອງ­ບູ­ຊາ​ໄຖ່​ບາບ ທັງ​ໝົດ​ນີ້​ເປັນ​ເຄື່ອງ​ເຜົາ​ບູ­ຊາ​ຖວາຍ​ພຣະ­ຜູ້­ເປັນ­ເຈົ້າ

ພວກ​ເຂົາ​ມອບ​ພະ​ລາ­ຊະ​ອົງ­ການ​ໃຫ້​ແກ່​ຜູ້­ປົກ­ຄອງ

36ພວກ​ເຂົາ​ທັງ­ຫລາຍ​ໄດ້​ມອບ​ພະ​ລາ­ຊະ​ອົງ­ການ​ໃຫ້​ແກ່​ຜູ້­ປົກ­ຄອງ ແລະ​ຂ້າ­ລາ­ຊະ­ການ​ຂອງ​ກະ­ສັດ ຟາກ​ແມ່­ນ້ຳ​ຕາ­ເວັນ­ຕົກ ແລະ​ພວກ​ເພິ່ນ​ເຫລົ່າ­ນີ້​ໄດ້​ຊ່ວຍ­ເຫລືອ​ປະ­ຊາ­ຊົນ ກັບ​ພຣະ­ວິ­ຫານ​ຂອງ​ພຣະ­ເຈົ້າ