ຈາກ​ຄວາມ​ຕາຍ​ໄປ​ສູ່​ຊີ­ວິດ

1ພຣະ­ເຈົ້າ​ໄດ້​ຊົງ​ບັນ­ດານ​ໃຫ້​ທ່ານ​ທັງ­ຫລາຍ​ຄືນ​ມີ­ຊີ­ວິດ​ເໝືອນ​ກັນ

ຫົວ­ຂໍ້​ທີ 1 ນີ້​ກໍ​ຕິດ­ຕໍ່​ມາ​ຈາກ​ບົດ­ທີ1 ຂໍ້​ທີ 20. ເຖິງ­ແມ່ນ­ວ່າ​ທ່ານ​ທັງ­ຫລາຍ​ຕາຍ​ແລ້ວ​ໂດຍ​ການ​ຫລົງ­ຜິດ​ແລະ​ເຮັດ​ບາບ.2ເມື່ອ​ກ່ອນ​ພວກ​ທ່ານ​ເຄີຍ​ດຳ­ເນີນ​ຢູ່­ໃນ​ການ​ບາບ​ນັ້ນ ຕາມ​ວິ­ທີ​ຂອງ​ໂລກ, ຕາມ​ເຈົ້າ​ນາຍ​ແຫ່ງ​ຍ່ານ​ອາ­ກາດ ຄື​ວິນ­ຍານ​ທີ່​ຄອບ­ຄອງ​ຢູ່­ໃນ​ຄົນ​ທັງ­ຫລາຍ​ທີ່​ບໍ່​ເຊື່ອ​ຟັງ.3ເມື່ອ​ກ່ອນ, ເຮົາ​ທັງ­ປວງ​ເຄີຍ​ດຳ­ເນີນ​ຊີ­ວິດ​ຕາມ​ຕັນ­ຫາ​ຂອງ​ຝ່າຍ​ມະ­ນຸດ​ທຳ­ມະ­ດາ​ເໝືອນ​ຄົນ​ເຫລົ່າ­ນັ້ນ​ຄື​ດຳ­ເນີນ​ໄປ​ຕາມ​ຄວາມ​ປາດ­ຖະ­ໜາ​ຂອງ​ຮ່າງ­ກາຍ​ແລະ​ຂອງ​ຈິດ­ໃຈ ຕາມ​ສັນ­ດານ​ພວກ­ເຮົາ​ເປັນ​ຄົນ​ຄວນ​ຖືກ​ພຣະ­ພິ­ໂລດ​ເໝືອນ​ດັ່ງ​ຄົນ​ອື່ນ.

4ແຕ່​ພຣະ­ເຈົ້າ​ຜູ້​ຊົງ​ປະ­ກອບ​ດ້ວຍ​ພຣະ­ກະ­ລຸ­ນາ​ອັນ​ອຸ­ດົມ ເພາະ​ເຫດ​ຄວາມ​ຮັກ​ອັນ​ໃຫຍ່­ຫລວງ​ທີ່​ພຣະ­ອົງ​ຊົງ​ຮັກ​ພວກ­ເຮົາ​ນັ້ນ.5ເຖິງ­ແມ່ນ­ວ່າ​ເມື່ອ​ພວກ­ເຮົາ​ຕາຍ​ໄປ​ແລ້ວ​ໃນ​ການ​ຫລົງ­ຜິດ ພຣະ­ອົງ​ຍັງ​ໄດ້​ຊົງ​ບັນ­ດານ​ໃຫ້​ເຮົາ​ມີ­ຊີ­ວິດ​ຢູ່​ກັບ​ພຣະ­ຄຣິດ (ທີ່​ທ່ານ​ທັງ­ຫລາຍ​ໄດ້​ຖືກ​ຊົງ​ໂຜດ­ໃຫ້​ພົ້ນ​ນັ້ນ​ກໍ​ພົ້ນ​ດ້ວຍ​ພຣະ­ຄຸນ).6ແລະ​ໄດ້​ຊົງ​ບັນ­ດານ​ໃຫ້​ເຮົາ​ເປັນ​ຄືນ​ມາ​ດ້ວຍ​ກັນ­ກັບ​ພຣະ­ອົງ ແລະ​ໄດ້​ຊົງ​ໂຜດ­ໃຫ້​ເຮົາ​ນັ່ງ​ໃນ​ສະ­ຫວັນ​ສະ­ຖານ​ດ້ວຍ​ກັນ­ກັບ​ພຣະ­ເຢ­ຊູຄ­ຣິດ.7ເພື່ອ​ໃນ​ຄາວ​ຕໍ່­ໄປ​ພຣະ­ອົງ​ຈະ​ໄດ້​ຊົງ​ສະ­ແດງ​ພຣະ­ຄຸນ​ອັນ​ອຸ­ດົມ​ເຫລືອ­ລົ້ນ​ຂອງ​ພຣະ­ອົງ ໃນ​ການ​ຊຶ່ງ​ພຣະ­ອົງ​ໄດ້​ຊົງ​ເມດ­ຕາ​ເຮົາ​ທັງ­ຫລາຍ​ໃນ​ພຣະ­ເຢ­ຊູຄ­ຣິດ.8ດ້ວຍ​ວ່າ​ຊຶ່ງ​ທ່ານ​ທັງ­ຫລາຍ​ໄດ້​ຖືກ​ຊົງ​ໂຜດ­ໃຫ້​ພົ້ນ​ນັ້ນ ກໍ​ຍ້ອນ​ພຣະ­ຄຸນ​ດ້ວຍ​ທາງ​ຄວາມ­ເຊື່ອ ສິ່ງ​ເຫລົ່າ­ນີ້​ບໍ່​ໃຊ່​ພວກ​ທ່ານ​ເຮັດ​ເອົາ​ເອງ ແຕ່​ພຣະ­ເຈົ້າ​ຊົງ​ປະ­ທານ​ໃຫ້.9ຄວາມ­ພົ້ນ​ນັ້ນ​ບໍ່­ແມ່ນ​ມີ​ມາ​ຍ້ອນ​ການ​ປະ­ຕິ­ບັດ ເພື່ອ​ບໍ່­ໃຫ້​ຄົນ​ໜຶ່ງ​ຄົນ​ໃດ​ອວດ​ໄດ້.10ເພາະ­ວ່າ​ເຮົາ​ທັງ­ຫລາຍ​ເປັນ​ສີ​ພຣະ­ຫັດ​ຂອງ​ພຣະ­ອົງ ທີ່​ຊົງ​ສ້າງ​ຂຶ້ນ​ໃນ​ພຣະ­ເຢ­ຊູຄ­ຣິດ ເພື່ອ​ໃຫ້​ປະ­ກອບ​ການ​ດີ ຊຶ່ງ​ພຣະ­ເຈົ້າ​ໄດ້​ຊົງ​ຈັດ​ຕຽມ​ລ່ວງ​ໜ້າ​ໄວ້​ກ່ອນ ເພື່ອ​ໃຫ້​ພວກ­ເຮົາ​ປະ­ຕິ­ບັດ​ຕາມ.

ເຮັດ­ໃຫ້​ສອງ​ຝ່າຍ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ໃນ​ພຣະ­ຄຣິດ

11ເຫດ​ສັນ­ນັ້ນ​ຈົ່ງ​ລະ­ນຶກ​ວ່າ ເມື່ອ​ກ່ອນ​ທ່ານ​ທັງ­ຫລາຍ​ເປັນ​ຄົນ​ຕ່າງ­ຊາດ​ຕາມ​ເນື້ອ​ກາຍ ແລະ​ພວກ​ທີ່​ເຂົາ​ເອີ້ນ­ວ່າ​ຝ່າຍ​ພິ­ທີ­ຕັດ ຄື​ພວກ​ທີ່​ຮັບ​ພິ­ທີ­ຕັດ​ດ້ວຍ​ມື​ມະ­ນຸດ​ນັ້ນ​ເຄີຍ​ເອີ້ນ​ທ່ານ​ທັງ​ຫລາຍ­ວ່າ ຝ່າຍ​ບໍ່​ຮັບ​ພິ­ທີ­ຕັດ.12ຈົ່ງ​ລະ­ນຶກ​ວ່າ ເມື່ອ­ນັ້ນ​ທ່ານ​ທັງ­ຫລາຍ​ເປັນ​ຄົນ​ຢູ່​ນອກ​ພຣະ­ຄຣິດ, ຂາດ​ຈາກ​ການ​ເປັນ​ພົນ­ລະ­ເມືອງ​ອິ­ສຣາ­ເອນ, ບໍ່­ມີ​ສ່ວນ​ໃນ​ບັນ­ດາ​ຄຳ­ໝັ້ນ­ສັນ­ຍາ​ທີ່​ຊົງ​ສັນ­ຍາ​ໄວ້​ນັ້ນ, ຢູ່­ໃນ​ໂລກ​ໂດຍ​ບໍ່­ມີ​ຄວາມ​ຫວັງ​ແລະ​ບໍ່­ມີ​ພຣະ­ເຈົ້າ.13ແຕ່​ບັດ­ນີ້​ທ່ານ​ທັງ­ຫລາຍ​ຢູ່­ໃນ​ພຣະ­ເຢ­ຊູຄ­ຣິດ ຊຶ່ງ​ເມື່ອ­ກ່ອນ­ນັ້ນ​ເຄີຍ​ຢູ່​ຫ່າງ​ໄກ ແຕ່​ໄດ້​ຫຍັບ​ເຂົ້າ​ມາ​ໃກ້​ໂດຍ​ພຣະ­ໂລ­ຫິດ​ຂອງ​ພຣະ­ອົງ.14ເພາະ­ວ່າ​ພຣະ­ຄຣິດ​ນັ້ນ​ຊົງ​ເປັນ​ສັນ­ຕິ­ສຸກ​ຂອງ​ເຮົາ​ທັງ­ຫລາຍ​ຄື​ເປັນ​ຜູ້​ຊົງ​ກະ­ທຳ­ໃຫ້​ທັງ​ສອງ​ຝ່າຍ​ເຂົ້າ​ເປັນ​ພວກ​ດຽວ​ກັນ ພຣະ­ອົງ​ໄດ້​ຊົງ​ຮື້​ກຳ­ແພງ​ທີ່​ຂັ້ນ​ລະ­ຫວ່າງ​ການ​ເປັນ​ສັດ­ຕູ​ກັນ​ຖິ້ມ​ເສຍ​ດ້ວຍ​ພຣະ­ກາຍ​ຂອງ​ພຣະ­ອົງ.15ພຣະ­ອົງ​ໄດ້​ຊົງ​ຍົກ­ເລີກ​ກົດ​ຂອງ​ພຣະ­ບັນ­ຍັດ​ທີ່​ໃຫ້​ຖື​ສິນ​ຕ່າງໆ ເພື່ອ­ຈະ​ກະ­ທຳ­ໃຫ້​ທັງ​ສອງ​ຝ່າຍ​ເປັນ​ຄົນ​ໃໝ່​ຄົນ​ດຽວ​ໃນ​ພຣະ­ອົງ ຢ່າງ​ນັ້ນ​ແຫລະ, ຈຶ່ງ​ຊົງ​ບັນ­ດານ​ໃຫ້​ເກີດ​ສັນ­ຕິ­ສຸກ.16ແລະ​ເພື່ອ­ຈະ​ຊົງ​ກະ­ທຳ­ໃຫ້​ທັງ​ສອງ​ພວກ​ຄືນ​ດີ​ກັນ­ກັບ​ພຣະ­ເຈົ້າ ເປັນ​ກາຍ​ອັນ​ດຽວ​ກັນ​ໂດຍ​ໄມ້­ກາງ­ແຂນ ຊຶ່ງ​ເປັນ​ສິ່ງ​ທີ່​ເຮັດ­ໃຫ້​ການ​ເປັນ​ສັດ­ຕູ​ກັນ​ນັ້ນ​ໝົດ​ສິ້ນ​ໄປ.17ພຣະ­ອົງ​ໄດ້​ສະ­ເດັດ​ມາ​ປະ­ກາດ​ຂ່າວ­ປະ­ເສີດ​ເລື່ອງ​ສັນ­ຕິ­ສຸກ​ແກ່​ທ່ານ​ທັງ­ຫລາຍ​ທີ່­ຢູ່​ຫ່າງ​ໄກ​ຈາກ​ພຣະ­ເຈົ້າ ແລະ​ປະ­ກາດ​ສັນ­ຕິ­ສຸກ​ແກ່​ພວກ​ຄົນ​ທີ່­ຢູ່​ໃກ້​ພຣະ­ອົງ.18ເພາະ​ໂດຍ​ພຣະ­ອົງ​ນີ້­ແຫລະ, ເຮົາ​ທັງ​ສອງ​ພວກ​ຈຶ່ງ​ມີ​ໂອ­ກາດ​ເຂົ້າ​ເຝົ້າ​ພຣະ­ບິ­ດາ​ໂດຍ​ພຣະ­ວິນ­ຍານ​ອົງ​ດຽວ​ກັນ.19ເຫດ​ສັນ­ນັ້ນ​ທ່ານ​ທັງ­ຫລາຍ​ຈຶ່ງ​ບໍ່​ເປັນ​ຄົນ​ຕ່າງ­ດ້າວ​ທ້າວ​ຕ່າງ​ແດນ​ອີກ​ຕໍ່­ໄປ ແຕ່­ວ່າ​ເປັນ​ພົນ­ລະ­ເມືອງ​ອັນ​ດຽວ​ກັນ­ກັບ​ພວກ​ໄພ່​ພົນ ແລະ​ເປັນ​ຄົວ​ເຮືອນ­ຂອງ­ພຣະ­ເຈົ້າ.20ພວກ​ທ່ານ​ໄດ້​ຖືກ​ສ້າງ​ຂຶ້ນ​ເທິງ​ຮາກ­ຖານ ຊຶ່ງ​ພວກ​ອັກ­ຄະ­ສາ­ວົກ​ແລະ​ພວກ​ຜູ້­ປະ­ກາດ­ພຣະ­ທຳ​ໄດ້​ວາງ​ລົງ​ແລ້ວ, ອົງ​ພຣະ­ເຢ­ຊູຄ­ຣິດ​ເອງ​ຊົງ​ເປັນ​ຫີນ​ເສົາ​ເອກ.21ໃນ​ພຣະ­ອົງ​ນັ້ນ​ທຸກ​ສ່ວນ​ຂອງ​ໂຄງ​ຮ່າງ​ກໍ​ຕິດ​ເຊື່ອມ​ຕໍ່​ສະ­ໜິດ​ເຂົ້າ­ກັນ​ໂດຍ​ດີ ແລະ​ຈະ­ເລີນ​ຂຶ້ນ​ເປັນ​ພຣະ­ວິ­ຫານ​ອັນ​ສັກ­ສິດ​ໃນ​ອົງ​ພຣະ­ຜູ້­ເປັນ­ເຈົ້າ.22ໃນ​ພຣະ­ອົງ​ນັ້ນ​ທ່ານ​ທັງ­ຫລາຍ​ກຳ­ລັງ​ຖືກ​ກໍ່​ຂຶ້ນ ໃຫ້­ເປັນ​ທີ່​ສະ­ຖິດ​ຂອງ​ພຣະ­ເຈົ້າ​ໂດຍ​ພຣະ­ວິນ­ຍານ​ເໝືອນ​ກັນ.