ປັນຍາຈານ

ຖ້າ​ບໍ່­ມີ​ພຣະ­ເຈົ້າ​ແລ້ວ ການ​ງານ
ແລະ ປັນ­ຍາ​ທັງ​ໝົດ​ຂອງ​ມະ­ນຸດ ກໍ​ບໍ່​ເປັນ​ປະ­ໂຫຍດ

1ຖ້ອຍ­ຄຳ​ຂອງ​ປັນ­ຍາ­ຈານ ຜູ້​ເປັນ​ລູກ­ຊາຍ​ຂອງ​ດາ­ວິດ ກະ­ສັດ​ໃນ​ເຢ­ຣູ­ຊາ­ເລັມ.

2ປັນ­ຍາ­ຈານ​ກ່າວ​ວ່າ ບໍ່​ເປັນ​ປະ­ໂຫຍດ ບໍ່​ໄດ້­ຜົນ

ສາ­ລະ­ພັດ​ລ້ວນ­ແຕ່​ບໍ່​ໄດ້­ຜົນ.

3ມະ­ນຸດ​ເຮັດ­ວຽກ​ໜັກ​ຈົນ​ໝົດ​ເຫື່ອ­ແຮງ​ພາຍ­ໃຕ້​ດວງ​ຕາ­ເວັນ

ລາວ​ໄດ້​ປະ­ໂຫຍດ​ຫຍັງ​ຈາກ​ງານ​ທັງ​ໝົດ​ທີ່​ລາວ​ເຮັດ​ນັ້ນ?

ສິ່ງ​ສາ­ລະ­ພັດ​ທີ່​ປາດ­ຖະ­ໜາ​ກໍ​ລ່ວງ​ລັບ​ໄປ

4ຊົ່ວ­ອາ­ຍຸ​ໜຶ່ງ​ລ່ວງ­ໄປ ແລະ​ອີກ​ຊົ່ວ­ອາ­ຍຸ​ໜຶ່ງ​ກໍ​ມາ

ແຕ່​ແຜ່ນ­ດິນ­ໂລກ​ຍັງ​ຄົງ​ເດີມ​ຢູ່​ເປັນ­ນິດ.

5ດວງ​ຕາ­ເວັນ​ຂຶ້ນ ແລະ​ດວງ​ຕາ­ເວັນ­ຕົກ

ແລ້ວ​ຮີບ​ໄປ​ເຖິງ​ບ່ອນ ຊຶ່ງ​ມັນ​ຂຶ້ນ​ມາ​ນັ້ນ.

6ລົມ­ພັດ​ໄປ​ທາງ​ໃຕ້ ແລ້ວ​ວຽນ​ກັບ​ໄປ​ທາງ​ເໜືອ ລົມ­ພັດ​ວຽນ​ໄປ​ວຽນ­ມາ

ແລ້ວ​ລົມ​ກໍ​ພັດ​ກັບ​ຕາມ​ທາງ​ວຽນ​ຂອງ​ມັນ.

7ແມ່­ນ້ຳ​ທັງ­ຫລາຍ​ໄຫລ​ໄປ​ສູ່​ທະ­ເລ ແຕ່​ທະ­ເລ​ກໍ​ບໍ່​ເຕັມ

ແມ່­ນ້ຳ​ໄຫລ​ໄປ​ສູ່​ບ່ອນ​ໃດ​ກໍ​ໄຫລ​ໄປ​ສູ່​ບ່ອນ­ນັ້ນ​ອີກ.

8ສາ­ລະ­ພັດ​ນຳ­ໄປ​ສູ່​ຄວາມ​ເບື່ອ​ໜ່າຍ ແມ່ນ​ໃຜ​ກໍ​ເວົ້າ​ບໍ່­ອອກ

ຕາ­ກໍ​ເບິ່ງ​ບໍ່​ອີ່ມ ຫລື​ຫູ​ກໍ​ຟັງ​ບໍ່​ເຕັມ.

9ສິ່ງ​ທີ່​ເປັນ​ຂຶ້ນ​ແລ້ວ​ຄື​ສິ່ງ​ທີ່​ຈະ​ເປັນ​ຂຶ້ນ​ອີກ ສິ່ງ​ທີ່​ເຮັດ​ແລ້ວ​ຄື​ສິ່ງ​ທີ່​ຈະ​ຕ້ອງ​ເຮັດ​ອີກ

ແລະ​ບໍ່­ມີ​ສິ່ງ­ໃດ​ໃໝ່​ພາຍ­ໃຕ້​ດວງ​ຕາ­ເວັນ.

10ມີ​ອັນ­ໃດ​ແດ່​ທີ່​ເຂົາ​ຈະ​ເວົ້າ​ໄດ້​ວ່າ “ເບິ່ງ​ແມ ສິ່ງ​ນີ້​ໃໝ່”

ສິ່ງ​ນັ້ນ​ມີ​ຢູ່​ແລ້ວ​ໃນ​ສະ­ໄໝ​ກ່ອນ​ເຮົາ​ທັງ­ຫລາຍ.

11ບໍ່​ມີ­ການ​ຈື່​ຈຳ​ເຖິງ​ສະ­ໄໝ​ກ່ອນ

ແລະ​ຈະ​ບໍ່​ມີ­ການ​ຈົດ​ຈຳ​ສິ່ງ​ຫລັງໆ​ທີ່​ຈະ​ເກີດ​ມາ​ທ່າມ­ກາງ​ບັນ­ດາ​ຜູ້​ທີ່​ມາ​ພາຍ­ຫລັງ.

ສະ­ຕິ­ປັນ­ຍາ ແລະ ຄວາມ​ຮູ້​ຫລວງ­ຫລາຍ​ນຳ​ຄວາມ​ເສົ້າ­ໂສກ
ແລະ ຄວາມ​ເສຍ­ໃຈ​ມາ­ສູ່​ເຮົາ

12ຂ້າ­ພະ­ເຈົ້າ ປັນ­ຍາ­ຈານ ເຄີຍ​ເປັນ​ກະ­ສັດ​ເໜືອ​ອິ­ສຣາ­ເອນ​ໃນ​ກຸງ​ເຢ­ຣູ­ຊາ­ເລັມ.13ຂ້າ­ພະ­ເຈົ້າ​ຕັ້ງ­ໃຈ​ຊອກ ແລະ​ສະ­ແຫວງ­ຫາ​ໂດຍ​ສະ­ຕິ­ປັນ­ຍາ ເຖິງ​ສິ່ງ​ສາ­ລະ­ພັດ​ທີ່​ເຮັດ​ພາຍ­ໃຕ້​ຟ້າ­ສະ­ຫວັນ ເປັນ​ເລື່ອງ​ຍາກ​ລຳ­ບາກ​ຊຶ່ງ​ພຣະ­ເຈົ້າ​ປະ­ທານ​ໃຫ້​ລູກ​ຂອງ​ມະ­ນຸດ​ເຮັດ​ຢູ່​ນັ້ນ.14ຂ້າ­ພະ­ເຈົ້າ​ເຄີຍ​ເຫັນ​ການ​ທັງ­ປວງ ຊຶ່ງ​ເຂົາ​ເຮັດ​ພາຍ­ໃຕ້​ດວງ​ຕາ­ເວັນ ແລະ​ເບິ່ງ​ແມ ສາ­ລະ­ພັດ​ກໍ​ບໍ່​ໄດ້­ຜົນ ຄື​ກິນ­ລົມ​ກິນ​ແລ້ງ.

15ແມ່ນ​ຫຍັງ​ທີ່​ຄົດ​ແລ້ວ​ຈະ​ເຮັດ­ໃຫ້​ຊື່​ບໍ່­ໄດ້

ແລະ​ແມ່ນ​ຫຍັງ​ທີ່​ຂາດ​ຢູ່​ຈະ​ນັບ​ໃຫ້​ຄົບ​ກໍ​ບໍ່­ໄດ້.

16ຂ້າ­ພະ­ເຈົ້າ​ຄຶດ​ໃນ​ໃຈ​ວ່າ “ເບິ່ງ​ແມ ຂ້າ­ພະ­ເຈົ້າ​ມີ​ຖາ­ນະ​ສູງ ແລະ​ໄດ້​ສະ­ຕິ­ປັນ­ຍາ​ຫລາຍ­ກວ່າ​ທຸກ​ຄົນ­ທີ່​ຢູ່­ໃນ​ເມືອງ​ເຢ­ຣູ­ຊາ­ເລັມ​ກ່ອນ​ຂ້າ­ພະ­ເຈົ້າ ເອີ ໃຈ​ຂ້າ­ພະ­ເຈົ້າ​ກໍ­ໄດ້​ເຫັນ​ໃນ​ສະ­ຕິ­ປັນ­ຍາ ແລະ​ຄວາມ​ຮູ້​ຢ່າງ​ຫລວງ­ຫລາຍ”.17ຂ້າ­ພະ­ເຈົ້າ​ຕັ້ງ­ໃຈ​ຈະ​ໄດ້​ຮູ້​ສະ­ຕິ­ປັນ­ຍາ ຮູ້​ຄວາມ​ບ້າ ແລະ​ຄວາມ​ໂງ່​ຈ້າ ຂ້າ­ພະ­ເຈົ້າ​ສັງ­ເກດ​ເຫັນ​ວ່າ​ເລື່ອງ​ນີ້​ກໍ​ເປັນ­ພຽງ​ແຕ່​ການ​ໄລ່​ຕາມ​ລົມ.

18ເພາະ​ໃນ​ສະ­ຕິ­ປັນ­ຍາ​ຫລວງ­ຫລາຍ​ກໍ​ມີ​ຄວາມ­ທຸກ​ລະ​ທົມ​ຫລາຍ

ແລະ​ບຸກ​ຄົນ­ທີ່​ເພີ່ມ​ຄວາມ​ຮູ້ ກໍ​ເພີ່ມ​ຄວາມ​ເສົ້າ­ໂສກ.