1ເມື່ອເບນຊັດຊາເຣ ໄດ້ເປັນກະສັດ ພະອົງໄດ້ເຊີນເຈົ້ານາຍໜຶ່ງພັນຄົນ ມາໃນງານລ້ຽງທີ່ຈັດຂຶ້ນຢ່າງໃຫຍ່ໂຕມະໂຫລານ ແລະໄດ້ສະເຫວີຍນ້ຳອະງຸ່ນກັບພວກເຫລົ່ານັ້ນ.2ຂະນະທີ່ພິດເຫລົ້າພວມຂຶ້ນ ຈຶ່ງໄດ້ຊົງສັ່ງໃຫ້ເອົາຈອກແລະຖ້ວຍທີ່ເຮັດດ້ວຍເງິນດ້ວຍຄຳມາໃຊ້ ຖ້ວຍເຫລົ່ານີ້ກະສັດເນບູກາດເນັດຊາ ພະລາຊະບິດາຂອງພະອົງໄດ້ເອົາມາຈາກວິຫານໃນນະຄອນເຢຣູຊາເລັມ ພະອົງໄດ້ຊົງໃຊ້ພວກເຂົາໄປເອົາຈອກ ແລະຖ້ວຍເຫລົ່ານັ້ນມາ ເພື່ອພະອົງພ້ອມທັງມະເຫສີ ກັບພວກເຈົ້ານາຍ ແລະນາງສະໜົມທັງຫລາຍ ຈະໄດ້ດື່ມຈາກພາຊະນະເຫລົ່ານີ້.3ດັ່ງນັ້ນ ຈອກ ແລະຖ້ວຍຄຳ ຈຶ່ງຖືກນຳມາໃນທັນທີ ທຸກໆຄົນໄດ້ດື່ມຈາກຈອກເຫລົ່ານີ້.4ພວກເຂົາໄດ້ດື່ມເຫລົ້າອະງຸ່ນ ແລະສັນລະເສີນຮູບພະທີ່ເຮັດດ້ວຍຄຳ ເງິນ ທອງສຳລິດ ເຫລັກ ໄມ້ ແລະຫີນ.
5ໃນທັນໃດນັ້ນ ມີມືມະນຸດປະກົດໃຫ້ເຫັນ ມືນັ້ນໄດ້ຂຽນໃສ່ຝາພະລາຊະວັງບ່ອນມີໂຄມໄຟໄຕ້ຮຸ່ງຢູ່.6ພະລາຊາໄດ້ເຫັນຂະນະທີ່ກຳລັງຂຽນຢູ່ ພະພັກຂອງພະອົງໄດ້ຂາວຊີດ ແລະຕົກພະໄທຫລາຍຈົນຂາສັ່ນ.7ພະອົງຈຶ່ງຊົງຮ້ອງບອກໃຫ້ຄົນນຳເອົາໝໍມົນ ໝໍວິຊາອາຄົມ ແລະໝໍດູເລີກຍາມເຂົ້າມາເຝົ້າ ເມື່ອພວກເຂົາມາເຖິງ ພະອົງໄດ້ຊົງກ່າວກັບພວກເຂົາວ່າ, “ໃຜອ່ານແລະແປຄວາມໝາຍທີ່ຂຽນນີ້ໄດ້ ຜູ້ນັ້ນຈະໄດ້ຫົ່ມເສື້ອສີມ່ວງ ແຂວນສາຍສ້ອຍຄຳກຽດຕິຍົດ ແລະຈະຖືກແຕ່ງຕັ້ງໃຫ້ເປັນອຸປະລາດໃນລາຊະອານາຈັກ.”8ພວກທີ່ປຶກສາທັງໝົດຂອງພະລາຊາຈຶ່ງໄດ້ເຂົ້າມາແຕ່ບໍ່ມີໃຜສາມາດອ່ານຄຳຂຽນ ຫລືບອກຄວາມໝາຍໃຫ້ພະລາຊາໄດ້.9ດ້ວຍເຫດນີ້ ພະລາຊາຈຶ່ງເສຍພະໄທ ແລະມີພະພັກຂາວຊີດ ພວກເຈົ້ານາຍຊັ້ນສູງຂອງພະອົງກໍບໍ່ຮູ້ວ່າຈະເຮັດແນວໃດ.
10ເມື່ອພະລາຊະມານດາໄດ້ຍິນສຽງເວົ້າຂອງພະລາຊາ ແລະພວກເຈົ້ານາຍ ພະນາງກໍສະເດັດເຂົ້າມາໃນຫ້ອງຈັດງານລ້ຽງ ແລ້ວຊົງກ່າວວ່າ, “ຂໍຈົ່ງຊົງພະຈະເລີນເທີ້ນ ຂໍລູກຢ່າໄດ້ຕົກໃຈຈົນໜ້າຂາວຊີດເລີຍ.11ເພາະວ່າລາຊະອານາຈັກຂອງລູກ ຍັງມີຊາຍຜູ້ໜຶ່ງມີພຣະວິນຍານບໍລິສຸດສະຖິດຢູ່ນຳ ຊາຍຜູ້ນີ້ເມື່ອຄາວພໍ່ຂອງລູກເປັນກະສັດ ລາວໄດ້ສະແດງຄວາມສະຫລາດຫລັກແຫລມ ຄວາມຮອບຮູ້ ແລະສະຕິປັນຍາອັນດີເໝືອນກັບປັນຍາຂອງພຣະເຈົ້າ ກະສັດເນບູກາດເນັດຊາພະລາຊະບິດາຂອງລູກໄດ້ແຕ່ງຕັ້ງໃຫ້ລາວເປັນຫົວໜ້າພວກໝໍດູ ໝໍມົນ ໝໍວິຊາອາຄົມ ແລະໝໍດູເລີກຍາມ.12ລາວມີຄວາມສາມາດທີ່ສຸດ ມີຄວາມສະຫລາດ ແລະຊຳນິຊຳນານໃນການແກ້ຄວາມຝັນ ແກ້ບັນຫາ ແລະແກ້ຄວາມເລິກລັບທັງຫລາຍໄດ້ ດັ່ງນັ້ນ ຂໍຈົ່ງເອີ້ນເອົາດານີເອນຄົນນີ້ (ຜູ້ຊຶ່ງພະລາຊາໄດ້ເອີ້ນລາວວ່າ ເບນເຕຊັດຊາເຣ) ເຂົ້າມາເຝົ້າ ແລ້ວໃຫ້ລາວບອກຄວາມໝາຍທັງໝົດນີ້ໃຫ້ແກ່ລູກ.”
13ດານີເອນໄດ້ຖືກເອີ້ນຕົວມາເຝົ້າພະລາຊາທັນທີ ພະລາຊາຊົງກ່າວຕໍ່ເພິ່ນວ່າ, “ທ່ານແມ່ນດານີເອນບໍ? ແລະເປັນຄົນໜຶ່ງໃນບັນດາພວກຊະເລີຍທີ່ເປັນຊາວຢູດາ ຊຶ່ງພະລາຊະບິດາຂອງເຮົາໄດ້ນຳມາຈາກປະເທດຢູດາແມ່ນບໍ?14ເຮົາໄດ້ຍິນວ່າພຣະວິນຍານບໍລິສຸດສະຖິດຢູ່ນຳທ່ານ ແລະທ່ານເປັນຜູ້ຊຳນານ ມີຄວາມຮູ້ ແລະສະຕິປັນຍາຢ່າງແປກປະຫລາດ.15ພວກທີ່ປຶກສາ ພວກໝໍມົນໄດ້ເຂົ້າມາອ່ານ ແລະແປຄວາມໝາຍຂໍ້ຂຽນນີ້ໃຫ້ເຮົາຮູ້ ແຕ່ພວກເຂົາກໍບໍ່ສາມາດຄົ້ນຄວ້າຫາຄວາມໝາຍໄດ້.16ບັດນີ້ ເຮົາໄດ້ຍິນວ່າທ່ານສາມາດຄົ້ນຫາຄວາມໝາຍ ແລະອະທິບາຍຄວາມເລິກລັບໄດ້ ສະນັ້ນ ຖ້າທ່ານສາມາດອ່ານ ແລະບອກຄວາມໝາຍຂອງຂໍ້ຄວາມນີ້ໃຫ້ເຮົາຮູ້ໄດ້ ທ່ານຈະໄດ້ຫົ່ມເສື້ອສີມ່ວງ ໃສ່ສາຍຄໍຄຳກຽດຕິຍົດ ແລະຈະໄດ້ເປັນອຸປະລາດໃນລາຊະອານາຈັກ.”
17ດານີເອນໄດ້ທູນຕອບວ່າ, “ຂ້າແດ່ພະລາຊາ ຂໍພະອົງຊົງເກັບຂອງພະລາຊານັ້ນໄວ້ ຈົ່ງພະລາຊະທານໃຫ້ຜູ້ອື່ນເສຍ ສ່ວນຂ້ານ້ອຍຈະຂໍອ່ານ ແລະທູນຖວາຍຄວາມໝາຍຂໍ້ຄວາມນີ້ໃຫ້ພະອົງລ້າໆ.18ຄືພຣະເຈົ້າອົງສູງສຸດໄດ້ຊົງແຕ່ງຕັ້ງເນບູກາດເນັດຊາພະບິດາຂອງພະອົງໃຫ້ເປັນມະຫາລາຊາ ຊົງປະທານກຽດຕິຍົດ ແລະຊື່ສຽງໃຫ້ພະອົງ.19ພຣະອົງຈຶ່ງຊົງຍິ່ງໃຫຍ່ຫລາຍ ຈົນຄົນທຸກປະເທດ ທຸກເຊື້ອຊາດ ແລະພາສາຢ້ານກົວຕົວສັ່ນ ຖ້າພະອົງປະສົງຈະປະຫານຊີວິດຜູ້ໃດ ກໍຊົງປະຫານໄດ້ໂລດ ຖ້າປະສົງຈະໃຫ້ໃຜມີຊີວິດຢູ່ ກໍຊົງໂປດໃຫ້ຜູ້ນັ້ນມີຊີວິດຢູ່ ຊົງປະທານຍົດ ແລະຖອດຍົດທຸກຄົນໄດ້ຕາມພະປະສົງ.20ແຕ່ຍ້ອນພະອົງມີຄວາມອວດອົ່ງ ມີພະໄທແຂງກະດ້າງ ແລະກະທຳການຊົ່ວຮ້າຍ ພະອົງຈຶ່ງຖືກປົດອອກຈາກພະລາຊະບັນລັງ ແລະສູນເສຍກຽດຕິຍົດ.21ຊົງຖືກຂັບໄລ່ອອກຈາກສັງຄົມມະນຸດ ແລະມີນ້ຳພະໄທເໝືອນດັ່ງໃຈສັດ ຊົງມີຊີວິດຢູ່ກັບຝູງລໍປ່າ ຊົງກິນຫຍ້າເໝືອນກັບໂຕງົວ ແລະຊົງບັນທົມຫລັບຢູ່ປ່າຈົນຮອດມື້ພະອົງຊົງປ່ຽນໃຈຍອມຮັບວ່າ ພຣະເຈົ້າອົງສູງສຸດຊົງປົກຄອງລາຊະອານາຈັກຂອງມະນຸດ ແລະຊົງແຕ່ງຕັ້ງກະສັດທັງປວງຕາມທີ່ພຣະອົງຊົງພໍພຣະໄທ.
22ຂ້າແດ່ເບນຊັດຊາເຣ ພະລາຊະໂອລົດຂອງກະສັດເນບູກາດເນັດຊາ ແຕ່ພະອົງນັ້ນ ເຖິງແມ່ນວ່າຊົງຊາບເລື່ອງນີ້ແລ້ວກໍຕາມ ກໍບໍ່ໄດ້ຖ່ອມພະໄທເລີຍ.23ຄື ພະອົງຊົງຖືຕົນວ່າຍິ່ງໃຫຍ່ເທົ່າກັບພຣະຜູ້ເປັນເຈົ້າ ເທິງສະຫວັນຊັ້ນຟ້າ ຊົງນຳເອົາຈອກ ແລະຖ້ວຍມາຈາກວິຫານຂອງພຣະຜູ້ເປັນເຈົ້າ ພະອົງພ້ອມດ້ວຍພວກເຈົ້ານາຍຊັ້ນສູງ ມະເຫສີ ແລະນາງສະໜົມທັງຫລາຍຂອງພະອົງໄດ້ດື່ມເຫລົ້າອະງຸ່ນຈາກຈອກເຫລົ່ານັ້ນ ແລ້ວກ່າວສັນລະເສີນຮູບພະທີ່ເຮັດດ້ວຍຄຳ ດ້ວຍເງິນ ດ້ວຍທອງສຳລິດ ດ້ວຍເຫລັກ ດ້ວຍໄມ້ ແລະຫີນ ພະເຫລົ່ານີ້ບໍ່ສາມາດຮູ້ເຫັນ ແລະໄດ້ຍິນອັນໃດໄດ້ ແຕ່ພະອົງບໍ່ໄດ້ຖວາຍພຣະກຽດແດ່ພຣະເຈົ້າອົງປົກຄອງຊີວິດຂອງພະອົງ ແລະປົກຄອງທຸກໆສິ່ງທີ່ພະອົງຊົງກະທຳ.24ດ້ວຍເຫດນີ້ແຫລະ ພຣະເຈົ້າຈຶ່ງສົ່ງມືມາຂຽນຂໍ້ຄວາມເຫລົ່ານີ້.
25ຕໍ່ໄປນີ້ແມ່ນຂໍ້ຄວາມທີ່ຂຽນຄື: ເມເນ ເມເນ ເທເຄລ ແລະ ຟາສິນ.26ແປຄວາມໝາຍຂອງມັນມີດັ່ງນີ້ ຄຳວ່າ ເມເນ ແມ່ນພຣະເຈົ້າຊົງນັບຄຳນວນມື້ແຫ່ງລາຊະອານາຈັກຂອງພະອົງໄວ້ແລ້ວ ແລະຊົງເຮັດໃຫ້ລາຊະອານາຈັກນັ້ນສິ້ນສຸດລົງ.27ຄຳວ່າ ເທເຄລ ແມ່ນພະອົງຊົງຖືກຊັ່ງນ້ຳໜັກໃນເຄື່ອງຊັ່ງ ແລະຊົງເຫັນວ່າຍັງເບົາຢູ່ຫລາຍ.28ຄຳວ່າ ຟາສິນ (ເປເຣັດ) ແມ່ນລາຊະອານາຈັກຂອງພະອົງຈະຖືກແບ່ງອອກໃຫ້ຄົນເມເດຍ ແລະຄົນເປີເຊຍ.”
29ແລ້ວກະສັດເບນຊັດຊາເຣຊົງສັ່ງໃຫ້ພວກເຂົາຫົ່ມເສື້ອສີມ່ວງໃຫ້ດານີເອນທັນທີ ແລະໃຫ້ໃສ່ສາຍຄໍຄຳກຽດຕິຍົດ ພ້ອມກັບຊົງແຕ່ງຕັ້ງໃຫ້ເປັນອຸປະລາດໃນລາຊະອານາຈັກ.30ໃນຄືນນັ້ນເອງ ເບນຊັດຊາເຣກະສັດແຫ່ງບາບີໂລນກໍຖືກປະຫານຊີວິດ.31ກະສັດດາຣິອຸດຄົນເມເດຍ ຈຶ່ງຍຶດອຳນາດ ແລະໄດ້ປົກຄອງລາຊະອານາຈັກ (ເວລານັ້ນ ກະສັດດາຣິອຸດຊົງມີພະຊົນໄດ້ 62 ພັນສາ).