ເກີດ​ການ​ອົນ­ລະ­ຫົນ​ວຸ້ນ­ວາຍ​ທີ່​ເມືອງ​ເທ­ຊະ­ໂລ­ນິກ

1ເມື່ອ​ທ່ານ​ທັງ​ສອງ​ໄດ້​ຜ່ານ​ເມືອງ​ອຳ­ຟີ­ໂປ­ລີ​ແລະ​ເມືອງ​ອາ­ໂປ­ໂລ­ເນຍ ກໍ​ມາ​ເຖິງ​ເມືອງ​ເທ­ຊະ­ໂລ­ນິກ ທີ່​ນັ້ນ​ມີ​ໂຮງ­ທຳ​ມະ​ເທດ​ສະ­ໜາ​ຂອງ​ຊາວ­ຢິວ.2ໂປ­ໂລ​ໄດ້​ເຂົ້າ­ໄປ​ຫາ​ເຂົາ​ໃນ​ໂຮງ­ທຳ​ຕາມ​ເຄີຍ ແລະ​ໄດ້​ອ້າງ​ຂໍ້­ຄວາມ​ໃນ​ພຣະ­ຄຳ­ພີ​ໂຕ້­ຕອບ​ກັບ​ເຂົາ​ໄດ້​ສາມ​ວັນ​ຊະ­ບາ­ໂຕ.3ແລະ​ໄຂ​ຂໍ້­ຄວາມ​ຊີ້​ແຈ້ງ​ໃຫ້​ເຫັນ​ວ່າ ຈຳ­ເປັນ​ທີ່​ອົງ​ພຣະ­ຄຣິດ ຕ້ອງ​ຊົງ​ທົນ​ທຸກ­ທໍ­ລະ­ມານ ແລະ​ຖືກ​ຊົງ​ບັນ­ດານ​ໃຫ້­ເປັນ​ຄືນ​ມາ ແລະ​ກ່າວ​ຕໍ່­ໄປ​ວ່າ, “ພຣະ­ເຢ­ຊູ​ຜູ້​ທີ່​ເຮົາ​ປະ­ກາດ​ແກ່​ທ່ານ​ທັງ­ຫລາຍ ຜູ້​ນີ້­ແຫລະ, ເປັນ​ພຣະ­ຄຣິດ.”4ບາງ​ຄົນ​ໃນ​ພວກ​ເຂົາ​ໄດ້​ຍອມ​ເຊື່ອ​ຈິ່ງ​ສະ­ໝັກ​ເຂົ້າ​ເປັນ​ພັກ​ພວກ​ຂອງ​ໂປ­ໂລ​ກັບ​ຊີ­ລາ ຮ່ວມ​ທັງ​ຊາດ​ກຣີກ​ຜູ້​ຢຳ​ເກງ​ພຣະ­ເຈົ້າ​ແລະ​ຍິງ​ຜູ້​ສຳ­ຄັນ​ບໍ່​ໃຊ້​ໜ້ອຍ​ຄົນ.5ແຕ່​ພວກ­ຢິວ​ໄດ້​ຄິດ​ເຫິງ​ສາ ໄປ​ຄົບ​ຄິດ​ກັບ​ຄົນ​ພານ​ຕາມ​ຕະ­ຫລາດ ຮວບ​ຮວມ­ກັນ​ມາ​ຢ່າງ​ຫລວງ­ຫລາຍ​ກໍ່­ການ​ອົນ­ລະ­ຫົນ​ວຸ້ນ­ວາຍ​ຂຶ້ນ​ໃນ​ເມືອງ ແລ້ວ​ເຂົ້າ​ບຸກ­ລຸກ​ເຮືອນ​ຂອງ​ຢາ­ໂຊນ ພະ­ຍາ­ຍາມ​ຈະ​ນຳ​ເອົາ​ທັງ​ສອງ​ອອກ​ມາ​ໃຫ້​ປະ­ຊາ­ຊົນ.6ເມື່ອ​ບໍ່​ພົບ​ເຂົາ​ຈິ່ງ​ລາກ​ເອົາ​ຢາ­ໂຊນ​ກັບ​ພີ່­ນ້ອງ​ລາງ​ຄົນ​ໄປ​ຫາ​ຜູ້­ປົກ­ຄອງ​ເມືອງ​ນັ້ນ​ແລະ​ຮ້ອງ​ຂຶ້ນ​ວ່າ, “ຄົນ​ເຫລົ່າ­ນີ້​ເປັນ​ພວກ​ຂວ້ຳ​ໂລກ​ມະ­ນຸດ​ໄດ້​ມາ​ທີ່​ນີ້.7ແລ້ວ​ຢາ­ໂຊນ​ໄດ້­ຮັບ​ຕ້ອນ​ເຂົາ​ໄວ້ ແລະ​ບັນ­ດາ​ຄົນ​ເຫລົ່າ­ນີ້​ໄດ້​ເຮັດ​ຜິດ​ຕໍ່​ຂໍ້​ດຳ­ລັດ​ຂອງ​ກາຍ­ຊາ ໂດຍ​ກ່າວ​ວ່າ, “ມີ​ກະ­ສັດ​ອີກ​ອົງ​ໜຶ່ງ​ຄື​ເຢ­ຊູ.”8ດ້ວຍ​ຂໍ້­ຄວາມ​ນັ້ນ​ພວກ­ຢິວ​ໄດ້​ເຮັດ­ໃຫ້​ປະ­ຊາ­ຊົນ​ກັບ​ພວກ​ຜູ້​ປົກ­ຄອງ​ຮ້ອນ­ໃຈ​ຂຶ້ນ.9ແລະ​ເມື່ອ​ມີ​ຜູ້​ຮັບ­ປະ­ກັນ​ຕົວ​ຂອງ​ຢາ­ໂຊນ​ແລະ​ຄົນ­ອື່ນໆ ແລ້ວ​ກໍ​ປ່ອຍ​ເຂົາ​ໄປ.

ໂປ­ໂລ​ກັບ​ຊີ­ລາ​ທີ່​ເມືອງ​ເບ­ເຣຍ

10ໃນ​ບັດ​ດຽວ​ນັ້ນ​ພວກ​ພີ່­ນ້ອງ​ຈິ່ງ​ໃຫ້​ໂປ­ໂລ​ກັບ​ຊີ­ລາ​ອອກ​ໄປ​ຍັງ​ເມືອງ​ເບ­ເຣຍ​ໃນ​ເວ­ລາ​ກາງ­ຄືນ ເມື່ອ​ເຖິງ​ແລ້ວ​ທ່ານ​ທັງ​ສອງ​ໄດ້​ເຂົ້າ­ໄປ​ໃນ​ໂຮງ­ທຳ​ມະ​ເທດ​ສະ­ໜາ​ຂອງ​ຊາວ­ຢິວ.11ພວກ­ຢິວ​ເຫລົ່າ­ນີ້​ມີ​ຈິດ­ໃຈ​ສູງ​ສົ່ງ​ກວ່າ​ຊາວ­ເມືອງ​ເທ­ຊະ­ໂລ­ນິກ ເພາະ​ເຂົາ​ມີ​ຈິດ­ໃຈ​ເຫລື້ອມ​ໃສ​ຮັບ​ເອົາ​ພຣະ­ທຳ​ແລະ​ຄົ້ນ​ເບິ່ງ​ພຣະ­ຄຳ­ພີ​ທຸກ​ວັນ ເພື່ອ​ຢາກ​ຮູ້­ວ່າ​ຂໍ້­ຄວາມ​ນັ້ນ​ເປັນ​ຈິງ​ດັ່ງ­ກ່າວ​ໄວ້​ຫລື​ບໍ່.12ເຫດ​ສັນ­ນັ້ນ​ໃນ​ພວກ​ເຂົາ​ມີ​ຫລາຍ​ຄົນ​ໄດ້­ຮັບ​ເຊື່ອ ແລະ​ພວກ​ຜູ້­ຍິງ​ທີ່​ມີ​ກຽດ­ຕິ­ຍົດ​ກັບ​ຜູ້­ຊາຍ​ຊາວ​ກຣີກ​ບໍ່​ໃຊ່​ໜ້ອຍ​ຄົນ​ໄດ້­ຮັບ​ເຊື່ອ​ເໝືອນ​ກັນ.13ແຕ່​ເມື່ອ​ພວກ­ຢິວ​ໃນ​ເມືອງ​ເທ­ຊະ­ໂລ­ນິກ​ຊາບ​ຂ່າວ​ວ່າ ໂປ­ໂລ​ໄດ້​ປະ­ກາດ​ພຣະ­ທຳ​ໃນ​ເມືອງ​ເບ­ເຣຍ​ເໝືອນ​ກັນ ເຂົາ​ກໍ­ພາ­ກັນ​ມາ​ທີ່​ນັ້ນ​ຍົວະ​ຍົງ​ປະ­ຊາ­ຊົນ​ໃຫ້​ວຸ້ນ­ວາຍ​ຂຶ້ນ.14ໃນ​ທັນ­ໃດ​ນັ້ນ​ພວກ​ພີ່­ນ້ອງ​ໄດ້​ໃຫ້​ໂປ­ໂລ​ອອກ​ໄປ​ເຖິງ​ແຄມ​ທະ­ເລ ສ່ວນ​ຊີ­ລາ​ກັບ​ຕີ­ໂມທ­ຽວ​ຍັງ​ພັກ​ຢູ່​ທີ່​ນັ້ນ.15ຄົນ­ທີ່​ໄດ້​ສົ່ງ​ໂປ­ໂລ​ໄປ­ນັ້ນ​ກໍ­ໄດ້​ນຳ​ທ່ານ​ໄປ​ເຖິງ​ກຸງ​ອາ­ແຖນ ແລະ​ເມື່ອ​ໄດ້­ຮັບ​ຄຳ​ສັ່ງ​ຈາກ​ທ່ານ​ບອກ​ຊີ­ລາ​ກັບ​ຕີ­ໂມທ­ຽວ​ໃຫ້​ມາ​ຫາ​ທ່ານ​ໄວ​ທີ່­ສຸດ​ເທົ່າ​ທີ່​ຈະ​ໄວ​ໄດ້ ເຂົາ​ກໍ​ຈາກ​ໄປ.

ໂປ­ໂລ​ທີ່​ກຸງ​ອາ­ແຖນ

16ຂະ­ນະ​ທີ່​ໂປ­ໂລ​ຍັງ​ລໍ­ຖ້າ​ຊີ­ລາ​ກັບ​ຕີ­ໂມທ­ຽວ​ຢູ່​ກຸງ​ອາ­ແຖນ​ນັ້ນ ທ່ານ​ກໍ​ມີ​ຄວາມ​ເດືອດ­ຮ້ອນ​ເຄືອງ​ໃຈ ເພາະ​ໄດ້​ເຫັນ​ເມືອງ​ນັ້ນ​ເຕັມ​ໄປ​ດ້ວຍ​ພຣະ­ທຽມ.17ເຫດ​ສັນ­ນັ້ນ​ທ່ານ​ຈິ່ງ​ໄດ້​ໂຕ້​ຖຽງ­ກັນ​ພວກ­ຢິວ ແລະ​ຜູ້​ທີ່​ຢຳ​ເກງ​ພຣະ­ເຈົ້າ​ໃນ​ໂຮງ­ທຳ ແລະ​ກັບ​ບຸກ­ຄົນ​ທີ່​ພົບ​ໃນ​ບ່ອນ​ປະ­ຊຸມ​ຊົນ​ທຸກ​ວັນ.18ມີ​ນັກ­ປາດ​ລາງ​ຄົນ​ໃນ​ພວກ​ເອ­ປີ­ກູຣ­ຽວ​ແລະ​ໃນ​ພວກ​ສະ­ໂຕ­ອີ­ໂກ​ໄດ້​ມາ​ພົບ​ທ່ານ ລາງ​ຄົນ​ກ່າວ​ວ່າ, “ຄົນ​ເກັບ­ເລັມ​ຄວາມ​ຮູ້​ຜູ້​ນີ້​ຢາກ ເວົ້າ​ອັນ­ໃດ” ລາງ​ຄົນ​ກ່າວ​ວ່າ “ເໝືອນ​ເປັນ​ຜູ້­ປະ­ກາດ​ພຣະ​ຕ່າງ­ດ້າວ” ເພາະ​ໂປ­ໂລ​ປະ­ກາດ​ຂ່າວ­ປະ­ເສີດ ເລື່ອງ​ພຣະ­ເຢ­ຊູ​ແລະ​ການ​ຄືນ​ມາ​ຈາກ​ຕາຍ.19ດັ່ງ­ນັ້ນ​ເຂົາ​ຈຶ່ງ​ຈັບ​ໂປ­ໂລ​ພາ​ໄປ​ຍັງ​ສະ­ພາ​ອາ­ເຣ­ໂອ­ປາ­ໂຄ ແລ້ວ​ຖາມ­ວ່າ “ເຮົາ​ຂໍ​ຮູ້​ໄດ້​ຫລື​ບໍ່​ວ່າ ຄວາມ​ສອນ​ອັນ​ໃໝ່​ທີ່​ທ່ານ​ກ່າວ​ນັ້ນ​ເປັນ​ຢ່າງ­ໃດ.20ດ້ວຍ​ວ່າ​ທ່ານ​ນຳ​ເລື່ອງ​ແປກ­ປະ­ຫລາດ​ເຖິງ​ຫູ​ຂອງ​ພວກ­ເຮົາ ເຫດ​ສັນ­ນັ້ນ ພວກ­ເຮົາ​ຢາກ​ຊາບ​ວ່າ​ເລື່ອງ​ເຫລົ່າ­ນີ້​ມີ​ຄວາມ­ໝາຍ​ຢ່າງ­ໃດ.”21ເພາະ​ຊາວ​ອາ­ແຖນ​ທັງ­ປວງ​ກັບ​ພວກ​ຕ່າງ­ປະ­ເທດ​ຊຶ່ງ​ອາ​ໃສ​ຢູ່​ທີ່​ນັ້ນ ບໍ່​ເຄີຍ​ເສຍ​ເວ­ລາ​ກ່ຽວ­ກັບ​ສິ່ງ​ອື່ນ​ໃດ ນອກ­ຈາກ​ຈະ​ກ່າວ​ຫລື​ຟັງ​ສິ່ງ​ໃໝ່ໆ.

22ຝ່າຍ​ໂປ­ໂລ​ຈິ່ງ​ຢືນ​ຂຶ້ນ​ຖ້າມ­ກາງ​ສະ­ພາ​ອາ­ເຣ­ໂອ­ປາ­ໂຄ ແລ້ວ​ກ່າວ​ວ່າ, “ທ່ານ​ຊາວ​ກຸງ​ອາ­ແຖນ​ເອີຍ, ໃນ​ທຸກ​ສິ່ງ​ທຸກ​ປະ­ການ​ຂ້າ­ພະ­ເຈົ້າ​ເຫັນ​ວ່າ​ພວກ​ທ່ານ​ເປັນ​ຜູ້​ປະ­ຕິ­ບັດ​ພະ­ຕ່າງໆ ຢ່າງ​ເຄັງ​ຄັດ.23ເພາະ­ວ່າ​ເມື່ອ​ຂ້າ­ພະ­ເຈົ້າ​ຜ່ານ­ມາ​ສັ່ງ​ເກດ​ເບິ່ງ​ສິ່ງ​ທັງ­ປວງ​ທີ່​ພວກ​ທ່ານ​ນະ­ມັດ­ສະ­ການ ກໍ­ໄດ້​ເຫັນ​ແທ່ນ​ອັນ​ໜຶ່ງ​ມີ​ຄຳ­ຈາ­ລຶກ​ໄວ້​ວ່າ ‘ແດ່​ພຣະ­ເຈົ້າ​ທີ່​ເຮົາ​ບໍ່​ຮູ້­ຈັກ’ ເຫດ​ສັນ­ນັ້ນ​ພະ​ທີ່​ທ່ານ​ທັງ­ຫລາຍ​ນະ­ມັດ­ສະ­ການ​ເມື່ອ​ຍັງ​ບໍ່​ຮູ້­ຈັກ ພຣະ­ເຈົ້າ​ອົງ​ນັ້ນ​ແຫລະ, ຂ້າ­ພະ­ເຈົ້າ​ມາ​ປະ­ກາດ​ແກ່​ພວກ​ທ່ານ.24ພຣະ­ເຈົ້າ​ຜູ້​ຊົງ​ສ້າງ​ໂລກ​ກັບ​ສິ່ງ​ທັງ­ປວງ​ທີ່­ຢູ່​ໃນ​ໂລກ​ນັ້ນ ຄື​ຜູ້​ຊົງ​ເປັນ​ເຈົ້າ​ສະ­ຫວັນ​ແລະ​ແຜ່ນ­ດິນ­ໂລກ ພຣະ­ອົງ​ນັ້ນ​ແຫລະ, ບໍ່­ໄດ້​ຊົງ​ສະ­ຖິດ​ຢູ່­ໃນ​ວິ­ຫານ​ທີ່​ມື​ມະ­ນຸດ​ສ້າງ​ໄວ້.25ພຣະ­ອົງ​ບໍ່​ຈຳ­ເປັນ​ໃຫ້​ມະ­ນຸດ​ປະ­ຕິ­ບັດ​ພຣະ­ອົງ ເໝືອນ​ວ່າ​ຊົງ​ມີ​ພຣະ­ປະ­ສົງ​ສິ່ງ​ໜຶ່ງ​ສິ່ງ­ໃດ ເພາະ​ພຣະ­ອົງ​ນີ້­ແຫລະ, ຊົງ​ເປັນ​ຜູ້​ປະ­ທານ​ຊີ­ວິດ, ລົມ​ຫັນ​ໃຈ, ແລະ​ສິ່ງ​ສາ­ລະ­ພັດ​ແກ່​ຄົນ​ທັງ­ປວງ.

26ພຣະ­ອົງ​ໄດ້​ຊົງ​ສ້າງ​ມະ­ນຸດ​ທຸກ​ຊາດ ໃຫ້​ເກີດ​ມາ​ຈາກ​ມະ­ນຸດ​ຄົນ​ດຽວຫລື “ໃຫ້​ເກີດ​ມາ​ຈາກ​ສາຍ­ເລືອດ​ອັນ​ດຽວ.” ແລະ​ໃຫ້​ເຂົາ​ຢູ່​ທົ່ວ​ພີ​ພົບ​ໂລກ ພຣະ­ອົງ​ໄດ້​ຊົງ​ກຳ­ນົດ​ເວ­ລາອາດ­ຈະ​ໝາຍ​ເຖິງ​ເວ­ລາ​ຕ່າງໆ ຄື ວັນ, ອາ­ທິດ, ເດືອນ, ປີ, ສັດ­ຕະ­ວັດ ຯລຯ ຫລື​ສະ­ໄໝ​ຕ່າງ ໆ. ແລະ​ກຳ­ນົດ​ເຂດ​ທີ່​ເຂົາ​ຢູ່​ນັ້ນ.27ເພື່ອ​ເຂົາ​ຈະ​ໄດ້​ສະ­ແຫວງ­ຫາ​ພຣະ­ເຈົ້າ ຫວັງ­ວ່າ​ເຂົາ​ຈະ​ງົມ​ຫາ​ຈົນ​ພົບ​ພຣະ­ອົງ ແຕ່​ທີ່​ຈິງ​ພຣະ­ອົງ​ບໍ່­ໄດ້​ຊົງ​ຢູ່​ໄກ​ຈາກ​ເຮົາ​ທຸກ​ຄົນ.28ເພາະ­ວ່າ ‘ໃນ​ພຣະ­ອົງ​ນັ້ນ​ພວກ­ເຮົາ​ມີ­ຊີ­ວິດ, ເຄື່ອນ​ໄຫວ​ໄປ​ມາ, ແລະ​ເປັນ​ຢູ່’ ດັ່ງ​ນັກ​ແຕ່ງ​ກາບ­ກອນ​ໃນ​ພວກ​ທ່ານ​ລາງ​ຄົນ​ໄດ້​ກ່າວ​ວ່າ, ‘ພວກ­ເຮົາ​ເປັນ​ເຊື້ອ­ສາຍ​ຂອງ​ພຣະ­ອົງ​ເໝືອນ​ກັນ.’29ເຫດ​ສັນ­ນັ້ນ​ເມື່ອ​ເຮົາ​ເປັນ​ເຊື້ອ­ສາຍ​ຂອງ​ພຣະ­ເຈົ້າ ແລ້ວ​ພວກ­ເຮົາ​ກໍ​ບໍ່​ຄວນ​ຖື​ວ່າ​ພຣະ­ເຈົ້າ​ຊົງ​ເປັນ​ຄຳ, ເງິນ, ຫລື​ຫີນ ທີ່​ສະ­ຫລັກ​ຄວັດ​ຫລື​ແຕ້ມ​ດ້ວຍ​ສິ­ລະ­ປະ​ແລະ​ຄວາມ​ນຶກ­ຄຶດ​ຂອງ​ມະ­ນຸດ.30ໃນ​ສະ­ໄໝ​ທີ່​ມະ­ນຸດ​ຍັງ​ໂງ່​ບໍ່​ຮູ້­ຈັກ​ພຣະ­ເຈົ້າ ພຣະ­ອົງ​ກໍ​ບໍ່​ຊົງ​ຖື​ໂທດຫລື “ຊົງ​ທຳ​ເສີຍ​ຄື​ບໍ່​ຊົງ​ເຫັນ.” ແຕ່​ບັດ­ນີ້​ພຣະ­ອົງ​ຊົງ​ສັ່ງ​ແກ່​ມະ­ນຸດ​ທັງ­ປວງ​ໃນ​ທົ່ວ​ທຸກ​ບ່ອນ ໃຫ້​ຖິ້ມ​ໃຈ​ເກົ່າ​ເອົາ­ໃຈ​ໃໝ່.31ເພາະ­ວ່າ​ພຣະ­ອົງ​ໄດ້​ຊົງ​ກຳ­ນົດ​ວັນ​ໜຶ່ງ​ໄວ້ ໃນ​ວັນ​ນັ້ນ​ພຣະ­ອົງ​ຈະ​ຊົງ​ພິ­ພາກ­ສາ​ໂລກ​ຕາມ​ຍຸດ­ຕິ­ທຳ ໂດຍ​ມະ­ນຸດ​ຜູ້​ໜຶ່ງ​ຊຶ່ງ​ພຣະ­ອົງ​ໄດ້​ຊົງ​ຕັ້ງ​ໄວ້ ແລະ​ພຣະ­ເຈົ້າ​ໄດ້​ຊົງ​ໂຜດ­ໃຫ້​ຄົນ​ທັງ­ປວງ​ມີ​ຄວາມ​ແນ່​ໃຈ​ໃນ​ເລື່ອງ​ນີ້ ໂດຍ​ຊົງ​ບັນ­ດານ​ໃຫ້​ມະ­ນຸດ​ຜູ້­ນັ້ນ​ເປັນ​ຄືນ​ມາ​ຈາກ​ຕາຍ.”

32ເມື່ອ​ເຂົາ​ໄດ້­ຍິນ​ຄຳ​ຊຶ່ງ​ວ່າ “ເປັນ​ຄືນ​ມາ​ຈາກ​ຕາຍ” ລາງ​ຄົນ​ກໍ​ເຍາະ­ເຍີ້ຍ​ແຕ່​ລາງ​ຄົນ​ກໍ​ເວົ້າ​ວ່າ, “ພວກ­ເຮົາ​ຈະ​ຄອຍ​ຟັງ​ທ່ານ​ກ່າວ​ເລື່ອງ​ນີ້​ອີກ.”33ດັ່ງ­ນັ້ນ​ໂປ­ໂລ​ຈິ່ງ​ໄດ້​ອອກ­ຈາກ​ຖ້າມ­ກາງ​ເຂົາ​ໄປ.34ແຕ່​ມີ​ຊາຍ​ລາງ​ຄົນ​ໄດ້​ຕິດ​ພັນ​ຢູ່​ກັບ​ໂປ­ໂລ​ແລະ​ໄດ້­ຮັບ​ເຊື່ອ ໃນ​ຄົນ​ເຫລົ່າ­ນັ້ນ​ມີ​ດີ­ໂອ­ນີ­ຊີ­ໂອ ຜູ້​ເປັນ​ສະ­ມາ­ຊິກ​ສະ­ພາ​ອາ­ເຣ­ໂອ­ປາ­ໂຄ ກັບ​ຍິງ​ຄົນ​ໜຶ່ງ​ຊື່​ດາ­ມາ­ຣີ ແລະ​ຄົນ­ອື່ນໆ ດ້ວຍ.