ກິດຈະການ

ສັນ­ຍາ​ຈະ​ຊົງ​ປະ­ທານ​ພຣະ­ວິນ­ຍານ­ບໍ­ລິ­ສຸດ

1ທ່ານ​ເທ­ໂອ­ຟີ­ໂລ​ເອີຍ, ໃນ​ໜັງ­ສື​ເຫລັ້ມ​ຕົ້ນ ຂ້າ­ພະ­ເຈົ້າ​ໄດ້​ກ່າວ​ກ່ຽວ­ກັບ​ສິ່ງ​ທັງ­ປວງ​ທີ່​ພຣະ­ເຢ­ຊູ​ໄດ້​ຊົງ​ຕັ້ງ­ຕົ້ນ​ກະ­ທຳ​ແລະ​ສັ່ງ­ສອນ.2ຈົນ​ເຖິງ​ວັນ­ທີ່​ພຣະ­ເຈົ້າ​ຊົງ​ຮັບ​ພຣະ­ອົງ​ຂຶ້ນ​ເມື່ອ ຄື​ພາຍ­ຫລັງ​ທີ່​ພຣະ­ອົງ​ຊົງ​ສັ່ງ​ໂດຍ​ເດດ​ພຣະ­ວິນ­ຍານ­ບໍ­ລິ­ສຸດ​ແກ່​ພວກ​ອັກ­ຄະ­ສາ­ວົກ​ທີ່​ຊົງ­ເລືອກ​ໄວ້​ນັ້ນ.3ຄັນ​ພຣະ­ອົງ​ຊົງ​ທົນ​ທຸກ­ທໍ­ລະ­ມານ ແລ້ວ​ໄດ້​ຊົງ​ສະ­ແດງ​ພຣະ­ອົງ​ແກ່​ຄົນ​ພວກ​ນັ້ນ​ດ້ວຍ​ຫລັກ​ຖານ​ຫລາຍ​ຢ່າງ ພິ­ສູດ​ວ່າ ພຣະ­ອົງ​ຊົງ​ພຣະ­ຊົນ​ຢູ່ ແລະ​ໄດ້​ຊົງ​ປະ­ກົດ​ແກ່​ເຂົາ​ລະ­ຫວ່າງ​ສີ່​ສິບ​ວັນ ແລະ​ໄດ້​ຊົງ​ສົນ­ທະ­ນາ​ກັບ​ເຂົາ​ເຖິງ​ເລື່ອງ​ລາ­ຊະ­ອາ­ນາ­ຈັກ​ຂອງ​ພຣະ­ເຈົ້າ.

4ໃນ​ເວ­ລາ​ທີ່​ພຣະ­ອົງ​ຊົງ​ຮ່ວມ​ປະ­ຊຸມ​ຢູ່​ກັບ​ເຂົາຫລື​ວ່າ “ຊົງ​ຮ່ວມ​ຮັບ​ປະ­ທານ​ນຳ​ເຂົາ.” ຈິ່ງ​ຊົງ​ສັ່ງ​ເຂົາ​ບໍ່­ໃຫ້​ອອກ​ໄປ​ຈາກ​ກຸງ​ເຢ­ຣູ­ຊາ­ເລັມ ແຕ່​ໃຫ້​ຄອຍ​ຮັບ​ຕາມ​ພຣະ­ສັນ­ຍາ​ຂອງ​ພຣະ­ບິ­ດາ ຄື​ພຣະ­ອົງ​ໄດ້​ຊົງ​ບອກ­ວ່າ, “ຕາມ​ທີ່​ທ່ານ​ທັງ­ຫລາຍ​ໄດ້­ຍິນ​ຈາກ​ເຮົາ​ນັ້ນ​ແຫລະ.5ເພາະ­ວ່າ​ໂຢ­ຮັນ​ໃຫ້​ບັບ­ຕິ­ສະ­ມາ​ດ້ວຍ​ນ້ຳ​ກໍ​ແມ່ນ ແຕ່​ຕໍ່­ໄປ​ອີກ​ບໍ່​ເຫິງ​ທ່ານ​ທັງ­ຫລາຍ​ຈະ​ໄດ້­ຮັບ​ບັບ­ຕິ­ສະ­ມາ​ດ້ວຍ​ພຣະ­ວິນ­ຍານ­ບໍ­ລິ­ສຸດ.

ການ​ສະ­ເດັດ​ສູ່​ສະ­ຫວັນ

6ເມື່ອ​ເຂົາ​ໄດ້​ປະ­ຊຸມ​ພ້ອມ​ກັນ ເຂົາ​ຈິ່ງ​ທູນ​ຖາມ​ພຣະ­ອົງ​ວ່າ, “ຂ້າ​ແຕ່​ອົງ​ພຣະ­ຜູ້­ເປັນ­ເຈົ້າ, ພຣະ­ອົງ​ຈະ​ຊົງ​ຕັ້ງ​ລາ­ຊະ­ອາ­ນາ­ຈັກ​ຄືນ­ໃໝ່​ໃຫ້​ແກ່​ພວກ​ອິ­ສຣາ­ເອນ​ໃນ​ບັດ­ນີ້​ຫລື.”7ພຣະ­ອົງ​ຊົງ​ຕອບ​ເຂົາ​ວ່າ, “ບໍ່­ແມ່ນ​ໜ້າ­ທີ່​ຂອງ​ພວກ​ທ່ານ​ທີ່​ຈະ​ຮູ້​ເວ­ລາ​ຫລື​ຍາມ​ກຳ­ນົດ ຊຶ່ງ​ພຣະ­ບິ­ດາ​ໄດ້​ຊົງ​ຕັ້ງ​ໄວ້​ດ້ວຍ​ສິດ​ຂອງ​ພຣະ­ອົງ​ເອງ.8ແຕ່​ທ່ານ​ທັງ­ຫລາຍ​ຈະ​ໄດ້­ຮັບ​ພຣະ­ລາ­ຊະ­ທານ​ລິດ­ເດດ ເມື່ອ​ພຣະ­ວິນ­ຍານ­ບໍ­ລິ­ສຸດ​ຈະ​ສະ­ເດັດ​ມາ​ເຖິງ​ພວກ​ທ່ານ ແລະ​ພວກ​ທ່ານ​ຈະ​ເປັນ​ພະ­ຍານ​ຝ່າຍ​ເຮົາ​ໃນ​ກຸງ​ເຢ­ຣູ­ຊາ­ເລັມ, ຕະ­ຫລອດ​ທົ່ວ​ແຂວງ​ຢູ­ດາຍ, ກັບ​ແຂວງ​ຊາ­ມາ­ເຣຍ, ແລະ​ຈົນ​ເຖິງ​ທີ່­ສຸດ​ປາຍ­ແຜ່ນ­ດິນ­ໂລກ.”9ເມື່ອ​ພຣະ­ອົງ​ຊົງ​ກ່າວ​ດັ່ງ​ນັ້ນ­ແລ້ວ ພຣະ­ເຈົ້າ​ຊົງ​ຮັບ​ພຣະ­ອົງ​ຂຶ້ນ​ເມື່ອ​ຂະ­ນະ​ທີ່​ເຂົາ​ກຳ­ລັງ​ເບິ່ງ​ຢູ່ ແລະ​ມີ​ເມກ​ມາ​ຮັບ​ພຣະ­ອົງ​ໃຫ້​ພົ້ນ​ຈາກ​ສາຍ­ຕາ​ຂອງ​ເຂົາ.10ເມື່ອ​ເຂົາ​ກຳ­ລັງ​ແນມ­ເບິ່ງ​ຟ້າ ຂະ­ນະ​ທີ່​ພຣະ­ອົງ​ສະ­ເດັດ​ຂຶ້ນ​ເມື່ອ­ນັ້ນ ເບິ່ງ​ແມ, ມີ​ສອງ​ຄົນ​ນຸ່ງ​ເຄື່ອງ​ຂາວ​ມາ​ປະ­ກົດ​ຢືນ­ຢູ່​ໃກ້​ເຂົາ.11ສອງ​ຄົນ​ນັ້ນ​ຈຶ່ງ​ກ່າວ​ວ່າ, “ຊາວ​ຄາ­ລີ­ເລ​ເອີຍ, ເປັນ­ຫຍັງ​ພວກ​ທ່ານ​ຈຶ່ງ​ຢືນ​ເບິ່ງ​ທ້ອງ­ຟ້າ ພຣະ­ເຢ­ຊູ​ອົງ​ນີ້​ຊຶ່ງ​ຊົງ​ຮັບ​ໄປ​ຈາກ​ພວກ​ທ່ານ​ຂຶ້ນ​ເມືອ​ສະ­ຫວັນ​ແລ້ວ ຈະ​ສະ­ເດັດ​ມາ​ອີກ​ເໝືອນ​ຢ່າງ​ທີ່​ພວກ​ທ່ານ​ໄດ້​ເຫັນ​ພຣະ­ອົງ​ຂຶ້ນ​ເມືອ​ຍັງ​ສະ­ຫວັນ​ນັ້ນ.”

ເລືອກ​ຄົນ​ໜຶ່ງ​ແທນ​ຢູ­ດາ​ອິ­ສະ­ກາ­ຣີ­ອົດ

12ແລ້ວ​ພວກ​ອັກ­ຄະ­ສາ­ວົກ​ໄດ້​ລົງ­ມາ​ຈາກ​ພູ​ທີ່​ຊື່­ວ່າ​ເອ­ໄລ­ໂຢນ

ເອ­ໄລ­ໂຢນ​ແປ​ວ່າ​ສວນ​ໝາກ­ກອກ­ເທດ. ກັບ​ຄືນ​ໄປ​ກຸງ​ເຢ­ຣູ­ຊາ­ເລັມ ຊຶ່ງ​ຢູ່​ໄກ​ຈາກ​ກັນ​ທໍ່­ກັບ​ລະ­ຍະ​ທາງ​ທີ່​ກຳ­ນົດ​ໃຫ້​ທຽວ​ໃນ​ວັນ​ຊະ­ບາ­ໂຕ.13ເມື່ອ​ເຂົ້າ​ກຸງ​ແລ້ວ​ເຂົາ​ເຫລົ່າ­ນັ້ນ​ຈິ່ງ​ຂຶ້ນ​ເມືອ​ຍັງ​ຫ້ອງ​ຊັ້ນ​ເທິງ​ທີ່​ເຄີຍ​ພັກ​ຢູ່​ນັ້ນ ມີ​ເປ­ໂຕ, ໂຢ­ຮັນ, ຢາ­ໂກ­ໂບ​ກັບ​ອັນ­ເດ­ອາ, ຟີ­ລິບ​ກັບ​ໂທ­ມາ, ບາ­ຣະ­ໂທ­ໂລ­ມາຍ​ກັບ​ມັດ­ທາຍ, ຢາ­ໂກ­ໂບ​ລູກ​ຂອງ​ອາ­ລະ­ຟາຍ, ຊີ­ໂມນ​ພັກ​ຊາດ​ນິ­ຍົມ, ແລະ​ຢູ­ດາ​ລູກ​ຂອງ​ຢາ­ໂກ­ໂບ.14ເຂົາ​ເຫລົ່າ­ນີ້​ໄດ້​ຮ່ວມ​ໃຈ​ກັນ​ໄຫວ້​ວອນ​ດ້ວຍ​ຄວາມ­ໝັ້ນ​ໃຈ ພ້ອມ­ກັບ​ພວກ​ແມ່­ຍິງ​ແລະ​ນາງ​ມາ­ຣິ­ອາ​ມານ­ດາ​ຂອງ​ພຣະ­ເຢ­ຊູ ທັງ​ພວກ​ນ້ອງ­ຊາຍ​ຂອງ​ພຣະ­ອົງ.15ໃນ​ຄາວ​ນັ້ນ​ເປ­ໂຕ​ໄດ້​ຢືນ​ຂຶ້ນ​ຖ້າມ­ກາງ​ພີ່­ນ້ອງ​ທັງ­ຫລາຍ ຊຶ່ງ​ປະ­ຊຸມ​ກັນ​ຢູ່​ຮ່ວມ​ທັງ​ໝົດ​ມີ​ປະ­ມານ​ຮ້ອຍ​ຊາວ​ຄົນ ແລະ​ກ່າວ​ວ່າ.16“ພີ່­ນ້ອງ​ທັງ­ຫລາຍ​ເອີຍ, ຂໍ້​ພຣະ­ຄຳ­ພີ​ທີ່​ພຣະ­ວິນ­ຍານ­ບໍ­ລິ­ສຸດ​ຊົງ​ກ່າວ​ລ່ວງ​ໜ້າ​ໄວ້​ໂດຍ​ພຣະ­ໂອດ​ຂອງ​ກະ­ສັດ​ດາ­ວິດ ຈຳ­ເປັນ​ຕ້ອງ​ສຳ­ເລັດ ຄຳ​ນັ້ນ​ທີ່​ເວົ້າ­ເຖິງ​ຢູ­ດາ​ຊຶ່ງ​ກາຍ​ເປັນ​ຜູ້­ນຳ​ຄົນ​ທັງ­ຫລາຍ​ທີ່​ໄປ​ຈັບ​ພຣະ­ເຢ­ຊູ.17ເພາະ​ຢູ­ດາ​ນັ້ນ​ກໍ​ນັບ​ເຂົ້າ​ໃນ​ຈຳ­ນວນ​ພວກ­ເຮົາ ແລະ​ໄດ້­ຮັບ​ສ່ວນ​ໃນ​ການ​ງານ​ນີ້​ເໝືອນ​ກັນ.18ຝ່າຍ​ຜູ້​ນີ້​ໄດ້​ເອົາ​ຄ່າ​ບຳ­ເໜັດ​ແຫ່ງ​ການ​ຊົ່ວ​ຂອງ­ຕົນ​ໄປ​ຊື້​ດິນ​ຕອນ​ໜຶ່ງ ແລະ​ກໍ​ລົ້ມ­ລົງ​ແຕກ​ກາງ​ຕົວ​ຈົນ​ໄສ້​ໄຫລ​ອອກ​ທັງ​ໝົດ.19ເຫດ­ການ​ນີ້​ປະ­ກົດ​ແກ່​ຊາວ​ກຸງ​ເຢ­ຣູ­ຊາ­ເລັມ​ທັງ​ໝົດ ເຂົາ​ຈິ່ງ​ເອີ້ນ​ດິນ​ຕອນ­ນັ້ນ​ຕາມ​ພາ­ສາ​ຂອງ​ເຂົາ​ວ່າ​ອະ­ເກັນ­ດາ­ມາ ຄື​ດິນ​ເລືອດ.20ດ້ວຍ​ມີ​ຄຳ​ຂຽນ­ໄວ້​ໃນ​ພຣະ­ທຳ​ເພງ­ສັນ­ລະ­ເສີນ​ວ່າ, ‘ທີ່­ຢູ່​ຂອງ​ມັນ​ໃຫ້​ກາຍ​ເປັນ​ບ່ອນ​ຮ້າງ​ເປົ່າ​ຢ່າ​ໃຫ້​ມີ​ຜູ້­ໃດ​ອາ​ໃສ​ຢູ່­ໃນ​ທີ່​ນັ້ນ’ແລະ‘ສ່ວນ​ໜ້າ­ທີ່ປະ­ມານ​ໜຶ່ງ​ກີ­ໂລ​ແມດ. ຂອງ​ມັນ​ໃຫ້​ຄົນ​ອື່ນ​ຮັບ​ແທນ.’21ເຫດ​ສັນ­ນັ້ນ​ໃນ​ບັນ­ດາ​ຜູ້​ທີ່​ເປັນ​ພວກ​ດຽວ​ກັບ​ເຮົາ ຕະ­ຫລອດ​ເວ­ລາ​ທີ່​ພຣະ­ອົງ­ເຈົ້າ​ເຢ­ຊູ​ສະ­ເດັດ​ເຂົ້າ​ອອກ​ກັບ​ພວກ­ເຮົາ.22ຄື​ຕັ້ງ­ແຕ່​ບັບ­ຕິ­ສະ­ມາ​ຂອງ​ໂຢ­ຮັນ​ຈົນ​ເຖິງ​ວັນ­ທີ່​ພຣະ­ເຈົ້າ​ຊົງ​ຮັບ​ພຣະ­ອົງ​ຂຶ້ນ​ເມືອ​ຈາກ​ພວກ­ເຮົາ ຄົນ​ໜຶ່ງ​ໃນ​ພວກ​ນີ້​ຈະ​ຕ້ອງ​ກາຍ​ເປັນ​ພະ­ຍານ​ກັບ​ພວກ­ເຮົາ​ວ່າ ພຣະ­ອົງ​ໄດ້​ຊົງ​ຄືນ​ພຣະ­ຊົນ​ແລ້ວ.”23ແລ້ວ​ເຂົາ​ໄດ້​ສະ­ເໜີ​ຊື່​ສອງ​ຄົນ ຄື​ໂຢ­ເຊັບ​ທີ່​ເອີ້ນ­ວ່າ​ບາ­ຣະ­ຊາ­ບາ ມີ​ນາມ­ສະ­ກຸນ​ວ່າ​ຢູ­ສະ­ໂຕ ແລະ​ມັດ­ເທຍ.24ເຂົາ​ຈິ່ງ​ພາ­ກັນ​ອ້ອນ­ວອນ​ວ່າ, “ຂ້າ​ແດ່​ອົງ​ພຣະ­ຜູ້­ເປັນ­ເຈົ້າ, ຜູ້​ຊົງ​ຢັ່ງ­ຮູ້​ຈິດ­ໃຈ​ຂອງ​ຄົນ​ທັງ­ປວງ ຂໍ​ພຣະ­ອົງ​ຊົງ​ຊີ້​ບອກ­ວ່າ​ໃນ​ສອງ​ຄົນ​ນີ້​ພຣະ­ອົງ​ຊົງ­ເລືອກ​ເອົາ​ຄົນ​ໃດ.25ເພື່ອ​ເຂົ້າ​ຮັບ​ສ່ວນ​ໃນ​ການ​ປະ­ຕິ­ບັດ​ນີ້ ແລະ​ຮັບ​ຕຳ­ແໜ່ງ​ເປັນ​ອັກ­ຄະ­ສາ­ວົກ ຊຶ່ງ​ຢູ­ດາ​ໄດ້​ປະ​ຖິ້ມ​ແລ້ວ­ໄປ​ສູ່​ບ່ອນ​ຂອງ­ຕົນ.”26ເຂົາ​ຈິ່ງ​ໄດ້​ຈົກ​ສະ­ຫລາກ​ກັນ ແລະ​ສະ­ຫລາກ​ນີ້​ໄດ້​ຕົກ​ໃສ່​ມັດ­ເທຍ ມັດ­ເທຍ​ຈິ່ງ​ຖືກ​ນັບ​ເຂົ້າ​ໃນ​ພວກ​ອັກ­ຄະ­ສາ­ວົກ​ສິບ­ເອັດ​ຄົນ​ນັ້ນ.