1ນາອາມານຜູ້ບັນຊາການທະຫານຊີເຣຍ ເປັນບຸກຄົນຄຳຄັນ ແລະໄດ້ຮັບກຽດອັນສູງສົ່ງຈາກເຈົ້າຊີວິດແຫ່ງຊີເຣຍ ເພາະວ່າ ພຣະຜູ້ເປັນເຈົ້າຊົງໃຫ້ເພິ່ນເປັນຜູ້ນຳໄຊຊະນະມາສູ່ກອງທັບຊີເຣຍ ເພິ່ນເປັນນາຍທະຫານທີ່ເກັ່ງກ້າ ແຕ່ເພິ່ນເປັນຄົນຂີ້ທູດ.2ມີເທື່ອໜຶ່ງ ເມື່ອພວກຊີເຣຍໄປຕໍ່ສູ້ກັບພວກອິສຣາເອນ ພວກເຂົາໄດ້ຈັບເອົາຍິງສາວຄົນໜຶ່ງມາເປັນຄົນໃຊ້ຂອງເມຍຂອງນາອາມານ.3ມີເທື່ອໜຶ່ງ ຄົນໃຊ້ຜູ້ນີ້ເວົ້າຕໍ່ນາຍຍິງຂອງນາງວ່າ, “ຂ້ານ້ອຍຢາກໃຫ້ນາຍຜູ້ຊາຍໄປຫາຜູ້ປະກາດພຣະຄຳທີ່ ຊາມາເຣຍ ຄົນຜູ້ນັ້ນສາມາດປົວພະຍາດຂີ້ທູດຂອງເຈົ້ານາຍໃຫ້ດີໄດ້.”
4ເມື່ອນາອາມານໄດ້ຍິນດັ່ງນັ້ນ ເພິ່ນກໍໄປທູນເຈົ້າຊີວິດຕາມທີ່ຄົນໃຊ້ໄດ້ລາຍງານໃຫ້ຟັງ.5ເຈົ້າຊີວິດແຫ່ງຊີເຣຍຈຶ່ງບອກນາອາມານວ່າ, “ຈົ່ງໄປຫາເຈົ້າຊີວິດແຫ່ງອິສຣາເອນ ແລະຍື່ນຈົດໝາຍນີ້ໃຫ້ພະອົງ.” ນາອາມານໄດ້ນຳເອົາເງິນສາມສິບພັນຫລຽນ ພ້ອມທັງເຄື່ອງນຸ່ງທີ່ສວຍງາມສິບຊຸດອອກເດີນທາງໄປ.6ເພິ່ນໄດ້ຖວາຍສານໃຫ້ແກ່ເຈົ້າຊີວິດອິສຣາເອນ ໃນລາຊະສານນັ້ນມີເນື້ອຄວາມດັ່ງນີ້ “ນີ້ຄືນາອາມານ ນາຍທະຫານຂອງຂ້າພະເຈົ້າ ຂ້າພະເຈົ້າຢາກໃຫ້ພະອົງປົວພະຍາດຂີ້ທູດໃຫ້ລາວ.”7ເມື່ອເຈົ້າຊີວິດອິສຣາເອນໄດ້ອ່ານລາຊະສານແລ້ວ ພະອົງກໍຈີກເຄື່ອງສະຫລອງພະອົງອອກ ແລະເວົ້າຂຶ້ນດ້ວຍຄວາມເສຍພະໄທວ່າ, “ຂ້ອຍແມ່ນພຣະເຈົ້າຜູ້ມີອຳນາດທີ່ບອກໃຫ້ຕາຍ ຫລືໃຫ້ເປັນໄດ້ຊັ້ນບໍ? ຈຶ່ງຢາກໃຫ້ຂ້ອຍປົວພະຍາດຂີ້ທູດໃຫ້? ລາວຢາກຊອກເລື່ອງຜິດກັນກັບຂ້ອຍບໍ?
8ເມື່ອຜູ້ປະກາດພຣະຄຳເອລີຊາ ຮູ້ຂ່າວເຫດການທີ່ເກີດຂຶ້ນ ເພິ່ນກໍສົ່ງຄວາມໄປທູນເຈົ້າຊີວິດວ່າ, “ເປັນຫຍັງພະອົງຈຶ່ງຊົງທຸກພະໄທໜັກຂໍຊົງສົ່ງຊາຍຄົນນັ້ນມາຫາຂ້ານ້ອຍ ຂ້ານ້ອຍຈະແນະນຳໃຫ້ນາຍຮູ້ຈັກວ່າ ຢູ່ທີ່ອິສຣາເອນນີ້ ມີຜູ້ປະກາດພຣະຄຳ.”9ດັ່ງນັ້ນ ນາອາມານພ້ອມທັງຄະນະ ແລະລົດມ້າກໍມາຮອດເຮືອນຂອງເອລີຊາ.10ຝ່າຍເອລີຊາໄດ້ສົ່ງຄົນມາບອກນາອາມານວ່າ, “ຈົ່ງໄປອາບນ້ຳທີ່ແມ່ນ້ຳຢໍແດນເຈັດເທື່ອ ແລະເນື້ອໜັງຂອງທ່ານຈະສະອາດເປັນປົກກະຕິ.11ແຕ່ນາອາມານໃຈຮ້າຍ ແລະຍ່າງອອກໄປພ້ອມທັງຈົ່ມວ່າ, “ຂ້ອຍຄິດວ່າ ຢ່າງນ້ອຍເພິ່ນຕ້ອງອອກມາພົບຂ້ອຍ ແລ້ວອ້ອນວອນຫາພຣະຜູ້ເປັນເຈົ້າຂອງເພິ່ນ ໂດຍວາງມືໃສ່ເທິງບ່ອນທີ່ເປັນພະຍາດໃຫ້ເຮົາດີຊັ້ນດອກ.12ຕາມຈິງແລ້ວແມ່ນ້ຳອາບານາ ແລະແມ່ນ້ຳຟາປາທີ່ເມືອງດາມາເຊ ຍັງດີກວ່າແມ່ນ້ຳໃນອິສຣາເອນນີ້ ເຮົາໄປອາບໃນແມ່ນ້ຳເຫລົ່ານັ້ນກໍຄົງຈະຫາຍດີຢູ່ຕິ” ແລ້ວລາວກໍຫັນຫລັງຄືນໄປດ້ວຍຄວາມໂກດຮ້າຍ.13ແຕ່ພວກຂ້າໃຊ້ຂອງເພິ່ນເຂົ້າມາເວົ້າກັບເພິ່ນວ່າ, “ຍາພໍ່ເອີຍ ຖ້າຫາກວ່າ ຜູ້ປະກາດພຣະຄຳສັ່ງໃຫ້ທ່ານເຮັດສິ່ງທີ່ຍາກ ທ່ານກໍຄວນເຮັດແຕ່ດຽວນີ້ ເພິ່ນບອກໃຫ້ທ່ານພຽງແຕ່ໄປອາບນ້ຳ ແລ້ວທ່ານກໍຈະສະອາດ ແລະດີພະຍາດ ເປັນຫຍັງທ່ານຈຶ່ງບໍ່ເຮັດ.”14ດັ່ງນັ້ນ ນາອາມານ ຈຶ່ງລົງໄປແຊ່ໃນແມ່ນ້ຳຢໍແດນເຈັດເທື່ອຕາມທີ່ເອລີຊາໄດ້ບອກ ແລ້ວເນື້ອໜັງຂອງເພິ່ນຈຶ່ງສະອາດເປັນປົກກະຕິຄືກັບເນື້ອໜັງຂອງເດັກນ້ອຍ.
15ແລ້ວນາອາມານ ພ້ອມທັງພວກຕິດຕາມທຸກຄົນກໍກັບຄືນໄປຫາເອລີຊາ ແລ້ວເວົ້າວ່າ, “ດຽວນີ້ ຂ້າພະເຈົ້າຮູ້ແລ້ວວ່າ ບໍ່ມີພຣະເຈົ້າອົງອື່ນ ນອກຈາກພຣະເຈົ້າຂອງອິສຣາເອນ ບັດນີ້ ຂໍທ່ານຈົ່ງຮັບເອົາຂອງຂວັນຈາກຂ້າພະເຈົ້າດ້ວຍເຖີດ.”16ແຕ່ເອລີຊາຕອບວ່າ, “ດ້ວຍພຣະນາມຂອງພຣະເຈົ້າຜູ້ຊົງພຣະຊົນຢູ່ ຜູ້ຊຶ່ງຂ້າພະເຈົ້າກຳລັງຮັບໃຊ້ຢູ່ ຂ້າພະເຈົ້າຈະບໍ່ຍອມຮັບເອົາຂອງສິ່ງໃດໝົດ.” ສ່ວນນາອາມານ ກໍຂ້ຽວເຂັນໃຫ້ເພິ່ນຍອມຮັບເອົາ ແຕ່ເພິ່ນກໍປະຕິເສດ.17ແລ້ວນາອາມານຈຶ່ງເວົ້າວ່າ, “ຖ້າທ່ານບໍ່ຍອມຮັບເອົາຂອງຂວັນຈາກຂ້າພະເຈົ້າ ຂໍອະນຸຍາດໃຫ້ຂ້າພະເຈົ້າເອົາດິນຈາກທີ່ນີ້ເມືອບ້ານນຳໃຫ້ພໍດີກັບລໍສອງໂຕບັນທຸກໄດ້ ເພາະວ່າ ຂ້າພະເຈົ້າຈະບໍ່ຖວາຍເຄື່ອງເຜົາບູຊາ ຫລືການບູຊາໃດແກ່ພຣະອົງອື່ນນອກຈາກພຣະຜູ້ເປັນເຈົ້າເທົ່ານັ້ນ.18ແລະຂ້າພະເຈົ້າຂໍພຽງຢ່າງດຽວຄື ເວລາທີ່ຂ້າພະເຈົ້າໄປນຳກະສັດເພື່ອນະມັດສະການພະຣິມໂມນຂອງຊີເຣຍນັ້ນ ຂໍພຣະຜູ້ເປັນເຈົ້າຊົງໂຜດອະໄພຂ້ານ້ອຍດ້ວຍ.”19ເອລີຊາຕອບວ່າ, “ຂໍທ່ານຈົ່ງໄປເປັນສຸກເທີ້ນ” ແລ້ວນາອາມານກໍຈາກໄປ.
20ເມື່ອນາອາມານ ໄປບໍ່ໄດ້ໄກເທົ່າໃດ ເກຮາຊີຄົນໃຊ້ຂອງເອລີຊາກໍຄິດໃນໃຈວ່າ, “ເອີ ນາຍຂອງເຮົາບໍ່ຍອມຮັບເອົາສິ່ງໃດທີ່ນາອາມານ ຊາວອາຣາມຄົນນີ້ມອບໃຫ້ ແລະປ່ອຍໃຫ້ລາວໄປລ້າໆ ເພິ່ນຄວນຍອມຮັບເອົາສິ່ງເຫລົ່ານີ້ ດ້ວຍພຣະນາມຂອງພຣະຜູ້ເປັນເຈົ້າຜູ້ຊົງພຣະຊົນຢູ່ ເຮົາຈະຕ້ອງແລ່ນໄປເອົາບາງສິ່ງບາງຢ່າງນຳລາວໃຫ້ໄດ້.”21ດັ່ງນັ້ນ ເກຮາຊີຈຶ່ງແລ່ນຕິດຕາມນາອາມານໄປ ເມື່ອນາອາມານເຫັນລາວແລ່ນຕາມຫລັງມາ ເພິ່ນຈຶ່ງລົງຈາກລົດມ້າມາພົບລາວ ແລະຖາມວ່າ, “ເຈົ້າຕາມມາຫຍັງນໍ?”22ເກຮາຊີຕອບວ່າ, “ທຸກສິ່ງຮຽບຮ້ອຍດີ ແຕ່ນາຍຂອງຂ້ານ້ອຍໄດ້ສັ່ງຂ້ານ້ອຍມາບອກທ່ານວ່າ ຫວ່າງກີ້ນີ້ ມີຜູ້ປະກາດພຣະຄຳໜຸ່ມສອງຄົນເດີນທາງມາຈາກພູ ເອຟຣາຢິມ ນາຍຂອງຂ້ານ້ອຍຢາກໃຫ້ທ່ານເອົາເງິນສາມພັນຫລຽນ ກັບເຄື່ອງນຸ່ງສອງຊຸດໃຫ້ພວກນັ້ນ.”23ນາອາມານຕອບວ່າ, “ຈົ່ງເອົາເງິນນີ້ໄປຫົກພັນຫລຽນ” ເພິ່ນບອກໃຫ້ພວກເຂົາຟ້າວມັດເງິນໃສ່ຖົງສອງຖົງໄວ້ ແລະເອົາເສື້ອສອງຊຸດໃຫ້ ເພິ່ນສັ່ງໃຫ້ຄົນໃຊ້ສອງຄົນຫາມໄປກ່ອນເກຮາຊີ.24ເມື່ອມາຮອດພູນ້ອຍບ່ອນທີ່ເອລີຊາຢູ່ ລາວກໍເອົາຖົງເງິນສອງຖົງໄປປະໄວ້ໃນເຮືອນ ແລະບອກໃຫ້ຄົນໃຊ້ຂອງນາອາມານກັບຄືນເມືອ.
25ເມື່ອເກຮາຊີເຂົ້າໄປໃນເຮືອນ ເອລີຊາໄດ້ຖາມລາວວ່າ, “ເກຮາຊີ ມື້ກີ້ນີ້ເຈົ້າໄປໃສມາ? ເກຮາຊີຕອບວ່າ, “ບໍ່ໄດ້ໄປໃສ.”26ແຕ່ເອລີຊາເວົ້າກັບລາວວ່າ, “ເວລາຊາຍນັ້ນລົງຈາກລົດມ້າມາຫາເຈົ້າ ຈິດວິນຍານຂອງຂ້ອຍກໍຢູ່ທີ່ນັ້ນ ດຽວນີ້ເຈົ້າໄດ້ເອົາເງິນນຳຜູ້ນັ້ນ ເຈົ້າອາດຊື້ສວນໝາກກອກເທດ ຊື້ແກະຊື້ງົວ ແລະທາດໃຊ້ຍິງຊາຍ.27ແຕ່ວ່າ ພະຍາດຂີ້ທູດຂອງນາອາມານ ຈະຕິດແປດເຈົ້າ ແລະຕິດແປດເຊື້ອສາຍຂອງເຈົ້າຕະຫລອດໄປ”. ເກຮາຊີ ໄດ້ໜີຈາກເອລີຊາໄປໂດຍມີພະຍາດຂີ້ທູດຂາວດັ່ງນວນຝ້າຍເຕັມຮ່າງກາຍ.