1ເມື່ອນາງອາທາລີຢາແມ່ຂອງອາຮາຊີຢາເຫັນວ່າລູກຊາຍຂອງນາງສິ້ນພະຊົນ ນາງກໍລຸກຂຶ້ນທຳລາຍເຊື້ອສາຍກະສັດ ທຸກຄົນຈົນໝົດ2ແຕ່ນາງເຢໂຮເຊບາລູກສາວຂອງກະສັດໂຢຣາມ ນ້ອງສາວຂອງອາຮາຊີຢາ ໄດ້ນຳໂຢອາດລູກຊາຍຂອງອາຮາຊີຢາ ແລະລັກພາເພິ່ນອອກໄປຈາກທ່າມກາງພວກລູກຊາຍຂອງກະສັດຜູ້ຊຶ່ງຈະຖືກປະຫານຊີວິດ ແລະນາງໄດ້ຮັບເອົາເພິ່ນ ແລະຜູ້ລ້ຽງດູຂອງເພິ່ນໂດຍນຳໄປມ້ຽນໄວ້ໃນຫ້ອງນອນຂອງນາງເຊື່ອງເພິ່ນຈາກອາທາລີຢາ ດັ່ງນີ້ແຫລະເພິ່ນຈຶ່ງບໍ່ໄດ້ຖືກ ປະຫານຊີວິດ3ແລະເພິ່ນຢູ່ກັບນາງຫົກປີ ລີ້ຢູ່ໃນພຣະວິຫານຂອງພຣະຜູ້ເປັນເຈົ້າ ແລະອາທາລີຢາກໍປົກຄອງແຜ່ນດິນ.
4ແຕ່ໃນປີທີເຈັດເຢໂຮຢາດາໄດ້ໃຊ້ໄປຫາບັນດານາຍຮ້ອຍຜູ້ບັງຄັບບັນຊາກອງທະຫານ ແລະພວກທະຫານຮັກສາຕົວເພິ່ນ ໃຫ້ພວກເຂົາມາຫາເພິ່ນໃນພຣະວິຫານຂອງພຣະຜູ້ເປັນເຈົ້າ ແລະເພິ່ນໄດ້ເຮັດພັນທະສັນຍາກັບພວກເຂົາ ແລະໃຫ້ພວກເຂົາສາບານໃນພຣະວິຫານຂອງພຣະຜູ້ເປັນເຈົ້າ ແລະເພິ່ນໄດ້ນຳລູກຊາຍຂອງກະສັດມາໃຫ້ພວກເຂົາເຫັນ5ເພິ່ນສັ່ງພວກເຂົາວ່າ “ທ່ານທັງຫລາຍຈົ່ງເຮັດສິ່ງນີ້ ຄື ພວກທ່ານທີ່ເຂົ້າເວນຍາມໃນວັນສະບາໂຕຈົ່ງແບ່ງເປັນສາມໝວດ: ໝວດໜຶ່ງໃຫ້ເຝົ້າພະລາຊະວັງ6ໝວດໜຶ່ງປະຈຳຢູ່ທີ່ປະຕູສູເຣ ແລະອີກໝວດໜຶ່ງປະຈຳຢູ່ທີ່ປະຕູຂ້າງຫລັງ, ທະຫານຮັກສາກະສັດ ແລະພວກທ່ານຈົ່ງເຝົ້າພະລາຊະວັງ (ບໍ່ໃຫ້ແຂກຜູ້ໜຶ່ງຜູ້ໃດເຂົ້າມາໃກ້) ເພື່ອປ້ອງກັນໄວ້ (ບໍ່ໃຫ້ຖືກທຳລາຍ)7ສ່ວນທ່ານທັງຫລາຍອີກສອງພວກ ຄືຜູ້ທີ່ອອກເວນຍາມໃນວັນສະບາໂຕ ໃຫ້ເຝົ້າພຣະວິຫານຂອງພຣະຜູ້ເປັນເຈົ້າ (ອ້ອມ) ຮອບ (ຢູ່ນຳ) ກະສັດ8ທ່ານທັງຫລາຍຈົ່ງອ້ອມກະສັດໄວ້, ທຸກຄົນຖືອາວຸດຂອງຕົນໄວ້ ຜູ້ທີ່ເຂົ້າມາໃກ້ແຖວນີ້ໃຫ້ປະຫານຊີວິດ ຈົ່ງຢູ່ກັບກະສັດເມື່ອເພິ່ນສະເດັດອອກ ແລະສະເດັດເຂົ້າ.”
9ພວກນາຍຮ້ອຍທະຫານເຮັດຕາມທີ່ປະໂລຫິດເຢໂຮຢາດາໄດ້ສັ່ງໄວ້ທຸກປະການ ແລະທຸກຄົນຕ່າງກໍນຳຄົນຂອງຕົນ ທີ່ຈະເຂົ້າເວນຍາມໃນວັນສະບາໂຕ ພ້ອມກັບຄົນທີ່ຈະອອກເວນຍາມໃນວັນສະບາໂຕນັ້ນ ມາຫາປະໂລຫິດເຢໂຮຢາດາ10ປະໂລຫິດກໍມອບຫອກ ແລະໂລ່ທີ່ຢູ່ໃນພຣະວິຫານຂອງພຣະຜູ້ເປັນເຈົ້າຊຶ່ງແຕ່ກ່ອນເປັນຂອງກະສັດດາວິດໃຫ້ແກ່ພວກນາຍຮ້ອຍທະຫານ11ແລະທະຫານຮັກສາກະສັດຖືອາວຸດທຸກຄົນຢືນປະຈຳຢູ່ອ້ອມຮອບກະສັດຕັ້ງແຕ່ແຈຂອງພຣະວິຫານດ້ານຂວາໄປຮອດແຈ ພຣະວິຫານດ້ານຊ້າຍ ຮອບແທ່ນບູຊາ ແລະພຣະວິຫານ12ແລ້ວເພິ່ນກໍນຳລູກຊາຍຂອງກະສັດອອກມາສວມມົງກຸດໃຫ້ ແລະ (ເຄື່ອງພິຍານວາງໄວ້ເທິງພະອົງ) ມອບພຣະໂອວາດໃຫ້ ພວກເຂົາຕັ້ງ ແລະເຈີມພະອົງໄວ້ເປັນກະສັດ ແລະພວກເຂົາທັງຫລາຍກໍຕົບມືເວົ້າວ່າ “ຂໍກະສັດຈົ່ງຊົງພະຈະເລີນ.”
13ເມື່ອນາງອາທາລີຢາໄດ້ຍິນສຽງຮ້ອງໂຮຈາກພວກທະຫານຮັກສາກະສັດ ແລະສຽງປະຊາຊົນນາງກໍເຂົ້າໄປຫາປະຊາຊົນທີ່ພຣະວິຫານຂອງພຣະຜູ້ເປັນເຈົ້າ14ເມື່ອນາງເບິ່ງແຕ່ໄກໆ ກໍຫລຽວເຫັນ ກະສັດຢືນຢູ່ຂ້າງເສົາ (ແທ່ນ) ຕາມທຳນຽມປະເພນີ ມີນາຍຮ້ອຍ (ພວກເຈົ້ານາຍ) ແລະພວກເປົ່າແກຢູ່ຂ້າງກະສັດ ແລະປະຊາຊົນຂອງແຜ່ນດິນທັງໝົດກໍມ່ວນຊື່ນຍິນດີພ້ອມທັງເປົ່າແກ ນາງອາທາລີຢາກໍຈີກເສື້ອຜ້າຂອງນາງຮ້ອງວ່າ “ກະບົດ, ການກະບົດ”15ແລ້ວປະໂລຫິດເຢໂຮຢາດາກໍສັ່ງແກ່ພວກນາຍຮ້ອຍທະຫານທັງປວງຜູ້ທີ່ໄດ້ຕັ້ງໃຫ້ຄວບຄຸມກອງທັບວ່າ “ຈົ່ງເອົານາງອອກໄປນອກ ແລະທະຫານຜູ້ໃດທີ່ຕິດຕາມນາງໄປກໍຈົ່ງປະຫານດ້ວຍດາບ” ເພາະປະໂລຫິດກ່າວວ່າ “ຢ່າໃຫ້ນາງຖືກປະຫານໃນພຣະວິຫານຂອງພຣະຜູ້ເປັນເຈົ້າ”16ພວກເຂົາຈຶ່ງຈັບນາງ ແລະນາງກໍໄປຕາມບັນດາທາງມ້າທີ່ເຂົ້າໄປໃນພະລາຊະວັງ ແລະຖືກເຂົາປະຫານຊີວິດຢູ່ບ່ອນນັ້ນ.
17ແລະເຢໂຮຢາດາໄດ້ເຮັດຄຳໝັ້ນສັນຍາລະຫວ່າງພຣະຜູ້ເປັນເຈົ້າກັບກະສັດ ແລະປະຊາຊົນວ່າ ພວກເຂົາຈະເປັນປະຊາຊົນຂອງພຣະຜູ້ເປັນເຈົ້າ, ແລະລະຫວ່າງກະສັດກັບປະຊາຊົນ18ແລ້ວປະຊາຊົນທັງໝົດຂອງແຜ່ນດິນກໍເຂົ້າໄປໃນວິຫານຂອງພະບາອານ ແລະທຳລາຍວິຫານນັ້ນ ພວກເຂົາໄດ້ທຳລາຍ ແທ່ນບູຊາ ແລະຮູບເຄົາລົບຂອງພະບາອານເປັນຕ່ອນໆ ແລະໄດ້ປະຫານຊີວິດ ມັດຕານ ປະໂລຫິດຂອງພະບາອານ ຕໍ່ໜ້າແທ່ນບູຊາ ແລະປະໂລຫິດກໍແຕ່ງຜູ້ເວນຍາມໄວ້ເພື່ອເບິ່ງແຍງພຣະວິຫານຂອງພຣະຜູ້ເປັນເຈົ້າ19ເພິ່ນໄດ້ເອົານາຍຮ້ອຍທະຫານ, ຜູ້ບັງຄັບບັນຊາກອງທັບ, ທະຫານຮັກສາກະສັດ ແລະປະຊາຊົນທັງໝົດຂອງແຜ່ນດິນ ແລະພວກເຂົາໄດ້ນຳກະສັດລົງມາຈາກພຣະວິຫານຂອງພຣະຜູ້ເປັນເຈົ້າໄປຕາມທາງປະຕູຄ້າຍທະຫານຮັກສາພະອົງໄປຮອດພະລາຊະວັງ ແລະພະອົງໄດ້ນັ່ງຢູ່ເທິງບ່ອນນັ່ງຂອງກະສັດ20ປະຊາຊົນທຸກຄົນຂອງແຜ່ນດິນຈຶ່ງຊື່ນຊົມຍິນດີ ແລະບ້ານເມືອງກໍສະຫງົບງຽບ ແລະນາງອາທາລີຢາໄດ້ຖືກປະຫານດ້ວຍດາບຢູ່ທີ່ພະລາຊະວັງ.
21ເມື່ອໂຢອາດໄດ້ເລີ່ມປົກຄອງນັ້ນ ພະອົງມີອາຍຸເຈັດປີ.