1ພຣະວິນຍານຂອງພຣະເຈົ້າສະເດັດມາສະຖິດກັບອາຊາຣີຢາລູກຊາຍໂອເດັດ2ເພິ່ນຈິ່ງອອກໄປເຝົ້າອາຊາທູນພະອົງວ່າ “ຂ້າແດ່ອາຊາ ແລະຢູດາ ກັບເບັນຢາມິນທັງປວງ ຂໍຈົ່ງຟັງຂ້າພະເຈົ້າ ພຣະຜູ້ເປັນເຈົ້າຊົງສະຖິດກັບທ່ານທັງຫລາຍ ກໍຕໍ່ເມື່ອທ່ານທັງຫລາຍຢູ່ກັບພຣະອົງ ຖ້າທ່ານທັງຫລາຍສະແຫວງຫາພຣະອົງ ທ່ານກໍຈະພົບພຣະອົງ ແຕ່ຖ້າທ່ານທັງຫລາຍປະຖິ້ມພຣະອົງ ພຣະອົງຈະຊົງປະຖິ້ມທ່ານທັງຫລາຍ3ອິສຣາເອນຢູ່ໂດຍປາດສະຈາກພຣະເຈົ້າອົງທ່ຽງແທ້ເປັນເວລາດົນ ແລະບໍ່ມີປະໂລຫິດຜູ້ສັ່ງສອນ ແລະບໍ່ມີກົດໝາຍ4ແຕ່ເມື່ອເຖິງຄາວພວກເຂົາທຸກຍາກລຳບາກ ພວກເຂົາຫັນມາຫາພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງອິສຣາເອນ ແລະສະແຫວງຫາພຣະອົງ ພວກເຂົາທັງຫລາຍກໍພົບພຣະອົງ5ໃນສະໄໝນັ້ນບໍ່ມີສັນຕິພາບແກ່ຜູ້ທີ່ອອກໄປ ຫລືຜູ້ທີ່ເຂົ້າມາ ເພາະມີການວຸ້ນວາຍລົບກວນຊາວເມືອງທັງຫລາຍນັ້ນ6ພວກເຂົາແຕກແຍກກັນເປັນພວກໆ ປະຊາຊາດຕໍ່ປະຊາຊາດແລະເມືອງຕໍ່ເມືອງ ເພາະພຣະເຈົ້າຊົງລົບກວນພວກເຂົາດ້ວຍຄວາມທຸກຍາກລຳບາກ7ແຕ່ທ່ານທັງຫລາຍຈົ່ງກ້າຫານ ຢ່າໃຫ້ມືຂອງທ່ານອ່ອນລົງ ເພາະວ່າກິດຈະການຂອງທ່ານຈະໄດ້ຮັບບຳເໜັດ”
8ເມື່ອອາຊາຊົງຮັບຟັງຖ້ອຍຄຳເຫລົ່ານີ້ ຄືຄຳທຳນວາຍຂອງໂອເດັດຜູ້ທຳນວາຍ ພະອົງກໍຊົງມີພະໄທກ້າຂຶ້ນ ຊົງກຳຈັດສິ່ງທີ່ໜ້າກຽດຊັງຈາກແຜ່ນດິນຢູດາແລະເບັນຢາມິນຈົນໝົດ ແລະຈາກຫົວເມືອງຊຶ່ງພະອົງຍຶດມາໄດ້ຈາກພູເຂົາເອຟຣາຢິມ ແລະພະອົງຊົງສ້ອມແປງແທ່ນບູຊາຂອງພຣະຜູ້ເປັນເຈົ້າ ຊຶ່ງຢູ່ຕໍ່ໜ້າລະບຽງພຣະວິຫານຂອງພຣະຜູ້ເປັນເຈົ້າ
9ພະອົງຊົງຮວບຮວມຢູດາ ແລະເບັນຢາມິນທັງປວງ ແລະຄົນເຫລົ່ານັ້ນຈາກເອຟຣາຢິມ ມານາເຊ ແລະຈາກຊິເມໂອນ ຜູ້ອາໄສຢູ່ກັບພວກເຂົາທັງຫລາຍ ເພາະຄົນເປັນຈຳນວນຫລາຍໄດ້ຫລົບໜີມາຫາພະອົງຈາກອິສຣາເອນ ເມື່ອພວກເຂົາເຫັນວ່າພຣະຜູ້ເປັນເຈົ້າພຣະເຈົ້າຂອງພະອົງສະຖິດຢູ່ກັບພະອົງ10ພວກເຂົາຊຸມນຸມກັນທີ່ເຢຣູຊາເລັມໃນເດືອນທີສາມຂອງປີທີສິບຫ້າໃນລາຊະການຂອງອາຊາ11ພວກເຂົາຖວາຍສັດບູຊາແດ່ພຣະຜູ້ເປັນເຈົ້າໃນມື້ນັ້ນຈາກເຄື່ອງຂອງທີ່ພວກເຂົາໄດ້ຍຶດມາ ມີງົວເຖິກເຈັດຮ້ອຍໂຕ ແລະແກະເຈັດພັນໂຕ12ເຂົາກໍເຮັດຄຳໝັ້ນສັນຍາທີ່ຈະສະແຫວງຫາພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງບັນພະບູລຸດຂອງພວກເຂົາດ້ວຍສຸດຈິດສຸດໃຈຂອງພວກເຂົາ13ແລະຜູ້ໃດທີ່ບໍ່ສະແຫວງຫາພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງອິສຣາເອນຄວນຈະມີໂທດເຖິງຕາຍ ບໍ່ວ່ານ້ອຍ ຫລືໃຫຍ່ ບໍ່ວ່າຊາຍ ຫລືຍິງ14ພວກເຂົາໄດ້ເຮັດຄຳສັນຍາສາບານຕໍ່ພຣະຜູ້ເປັນເຈົ້າດ້ວຍສຽງອັນດັງ ແລະດ້ວຍສຽງໂຫ່ຮ້ອງ ດ້ວຍສຽງແກແລະເຂົາສັດ15ຢູດາທັງປວງກໍຊົມຊື່ນຍິນດີເພາະຄຳສາບານນັ້ນ ເພາະພວກເຂົາໄດ້ປະຕິຍານດ້ວຍສຸດໃຈຂອງຕົນ ແລະໄດ້ສະແຫວງຫາພຣະອົງດ້ວຍສຸດຄວາມປາດຖະໜາຂອງຕົນ ພວກເຂົາກໍພົບພຣະອົງ ແລະພຣະຜູ້ເປັນເຈົ້າຊົງປະທານໃຫ້ພວກເຂົາມີຄວາມສະຫງົບສຸກຮອບດ້ານ
16ເຖິງວ່າມາອາກາແມ່ຂອງກະສັດອາຊາ ພະອົງກໍຊົງຖອດອອກຈາກການເປັນພະມານດາ ເພາະພະນາງໄດ້ເຮັດຮູບເຄົາລົບອັນໜ້າກຽດຊັງໃນເສົາຮູບເຄົາລົບ ອາຊາຊົງທຳລາຍຮູບເຄົາລົບຂອງພະນາງລົງ ແລະບົດ ແລ້ວເຜົາເສຍທີ່ຫ້ວຍນ້ຳກິດໂຣນ17ແຕ່ຍັງບໍ່ໄດ້ກຳຈັດປູຊະນີຍະສະຖານສູງອອກຈາກອິສຣາເອນ ຢ່າງໃດກໍດີ ພະໄທຂອງອາຊາກໍບໍລິສຸດຕະຫລອດລາຊະການຂອງພະອົງ18ພະອົງຊົງນຳເຄື່ອງອຸທິດຖວາຍຂອງຜູ້ເປັນ ລວມທັງເຄື່ອງທີ່ພະອົງເອງຊົງອຸທິດຖວາຍ ມີເງິນ ແລະຄຳ ແລະເຄື່ອງໃຊ້ເຂົ້າໄປໃນພຣະວິຫານຂອງພຣະເຈົ້າ
19ແລະບໍ່ມີສົງຄາມອີກຈົນປີທີສາມສິບຫ້າໃນລາຊະການຂອງອາຊາ