ຈົ່ງ​ລ້ຽງ​ຝູງ​ແກະ​ຂອງ​ພຣະ­ເຈົ້າ

1ເຫດ​ສັນ­ນັ້ນ​ຂ້າ­ພະ­ເຈົ້າ​ໃນ​ຖາ­ນະ​ທີ່​ເປັນ​ເຖົ້າ​ແກ່​ຜູ້​ໜຶ່ງ, ເປັນ​ພະ­ຍານ​ເຖິງ​ຄວາມ​ທຸກ­ທໍ­ລະ­ມານ​ຂອງ​ພຣະ­ຄຣິດ, ແລະ​ມີ​ສ່ວນ​ທີ່​ຈະ​ຮັບ​ສະ­ຫງ່າ­ລາ­ສີ​ຊຶ່ງ​ຈະ​ປະ­ກົດ​ມາ​ພາຍ­ຫລັງ ຈິ່ງ​ເຕືອນ​ສະ­ຕິ​ບັນ­ດາ​ເຖົ້າ​ແກ່​ໃນ​ຖ້າມ­ກາງ​ທ່ານ​ທັງ­ຫລາຍ.2ຈົ່ງ​ລ້ຽງ​ຝູງ​ແກະ​ຂອງ​ພຣະ­ເຈົ້າ​ທີ່​ຝາກ​ໄວ້​ກັບ​ພວກ​ທ່ານ ຈົ່ງ​ດູ­ແລ​ເຂົາ​ບໍ່­ແມ່ນ​ດ້ວຍ​ໃຈ​ຂົມ­ຂື່ນ ແຕ່​ດ້ວຍ​ເຕັມ​ໃຈ​ຕາມ​ນ້ຳ​ພຣະ­ໄທ​ຂອງ​ພຣະ­ເຈົ້າ ບໍ່­ແມ່ນ​ດ້ວຍ​ເຫັນ­ແກ່​ຊັບ​ສິ່ງ​ຂອງ​ທີ່​ໄດ້​ມາ​ໃນ​ທາງ​ທຸ​ຈະ­ລິດ ແຕ່​ດ້ວຍ​ໃຈ​ເຫລື້ອມ​ໃສ.3ບໍ່­ແມ່ນ​ເໝືອນ​ເປັນ​ເຈົ້າ​ນາຍ​ເໝືອນ​ພວກ​ທີ່​ຊົງ​ຝາກ​ໄວ້​ກັບ​ພວກ​ທ່ານ ແຕ່​ໃຫ້­ເປັນ​ແບບ­ຢ່າງ​ແກ່​ຝູງ​ແກະ​ນັ້ນ.4ແລະ​ເມື່ອ​ພຣະ­ຜູ້​ລ້ຽງ​ຜູ້​ຍິ່ງ­ໃຫຍ່​ຈະ​ສະ­ເດັດ​ມາ​ປະ­ກົດ ທ່ານ​ທັງ­ຫລາຍ​ຈະ​ໄດ້­ຮັບ​ສະ­ຫງ່າ­ລາ­ສີ​ເປັນ​ພວງ­ມາ­ໄລ​ທີ່​ບໍ່​ຮູ້​ຫ່ຽວ­ແຫ້ງ​ໄປ.

5ເໝືອນ​ດັ່ງ­ນັ້ນ​ແຫລະ, ພວກ​ທ່ານ​ຜູ້​ມີ​ອາ­ຍຸ​ອ່ອນ​ກວ່າ ຈົ່ງ​ນ້ອມ​ຟັງ​ພວກ​ເຖົ້າ​ແກ່ ພວກ​ທ່ານ​ທຸກ​ຄົນ​ຈົ່ງ​ເອົາ​ຄວາມ​ຖ່ອມ​ໃຈ​ເປັນ​ເຄື່ອງ​ຄາດ­ແອວ​ໄວ້

ພາ­ສາ​ເດີມ​ໝາຍ​ເຖິງ​ຜ້າ​ອ້ຽມ​ທີ່​ຄົນ­ໃຊ້​ເຄີຍ​ໃຊ້​ໃນ​ເວ­ລາ​ປະ­ຕິ­ບັດ​ນາຍ​ຂອງ­ຕົນ. ໃນ​ການ​ປະ­ຕິ­ບັດ​ເຊິ່ງ​ກັນ​ແລະ​ກັນ ດ້ວຍ​ວ່າ, “ພຣະ­ເຈົ້າ​ຊົງ​ຕໍ່­ສູ້​ຄົນ­ທີ່​ຈອງ­ຫອງ​ແຕ່​ຊົງ​ປະ­ທານ​ພຣະ­ຄຸນ​ແກ່​ຄົນ­ທີ່​ຖ່ອມ​ໃຈ​ລົງ.”6ເຫດ​ສັນ­ນັ້ນ​ທ່ານ​ທັງ­ຫລາຍ​ຈົ່ງ​ຖ່ອມ​ໃຈ​ລົງ​ໃຕ້​ພຣະ­ຫັດ​ອັນ​ຊົງ​ລິດ​ຂອງ​ພຣະ­ເຈົ້າ​ເພື່ອ​ວ່າ​ພຣະ­ອົງ​ຈະ​ຊົງ​ຍົກ​ພວກ​ທ່ານ​ຂຶ້ນ​ເມື່ອ​ເຖິງ​ເວ­ລາ​ອັນ​ຄວນ.7ຈົ່ງ​ປະ​ຄວາມ​ກະ­ວົນ­ກະ­ວາຍ​ຂອງ​ພວກ​ທ່ານ​ໄວ້​ກັບ​ພຣະ­ອົງ ເພາະ­ວ່າ​ພຣະ­ອົງ​ຊົງ​ຫ່ວງ­ໃຍ​ພວກ​ທ່ານ​ຢູ່.8ທ່ານ​ທັງ­ຫລາຍ​ຈົ່ງ​ຄອຍ​ລະ­ວັງ​ຕົວ​ແລະ​ເຝົ້າ​ຢູ່ ດ້ວຍ​ວ່າ​ສັດ­ຕູ​ຂອງ​ພວກ​ທ່ານ​ຄື​ມານ ທຽວ​ວົນ­ວຽນ​ໄປ​ມາ​ເໝືອນ​ໂຕ​ສິງ​ທີ່​ແຜດ​ສຽງ​ຊອກ­ຫາ​ຄົນ­ທີ່​ມັນ​ຈະ​ກັດ​ກິນ​ໄດ້.9ຈົ່ງ​ຕໍ່­ສູ້​ກັບ​ສັດ­ຕູ​ນັ້ນ​ດ້ວຍ​ໃຈ​ໝັ້ນ­ຄົງ​ໃນ​ຄວາມ­ເຊື່ອ ໂດຍ​ຮູ້​ແລ້ວ​ວ່າ ພີ່­ນ້ອງ​ຂອງ​ພວກ​ທ່ານ​ທົ່ວ­ໂລກ​ກໍ​ປະ­ສົບ​ກັບ​ຄວາມ­ທຸກ​ລຳ­ບາກ​ຢ່າງ​ດຽວ​ກັນ​ນີ້.10ແລະ​ເມື່ອ​ທ່ານ​ທັງ­ຫລາຍ​ໄດ້​ທົນ​ທຸກ​ຢູ່​ຊົ່ວ​ຂະ­ນະ​ໜຶ່ງ​ແລ້ວ ພຣະ­ເຈົ້າ​ຜູ້​ຊົງ​ພຣະ­ຄຸນ​ທັງ​ໝົດ, ຜູ້​ໄດ້​ຊົງ​ເອີ້ນ​ພວກ​ທ່ານ​ໃຫ້​ເຂົ້າ​ໃນ​ສະ­ຫງ່າ­ລາ­ສີ​ອັນ​ຕະ­ຫລອດ​ໄປ​ໃນ​ພຣະ­ຄຣິດ ພຣະ­ອົງ​ເອງ​ຈະ​ຊົງ​ໂຜດ​ແປງ​ໃຈ​ພວກ​ທ່ານ​ໃຫ້​ຕັ້ງ​ຂຶ້ນ​ໃໝ່ ແລະ​ຕັ້ງ​ໝັ້ນ­ຄົງ​ຢູ່​ໃຫ້​ມີ​ກຳ­ລັງ​ຂຶ້ນ ແລະ​ຊົງ​ບັນ­ດານ​ໃຫ້​ມີ​ຮາກ​ອັນ​ແໜ້ນ­ໜາ.11ລິດ­ທາ­ນຸ­ພາບ​ຈົ່ງ​ມີ​ແດ່​ພຣະ­ອົງ​ຕະ­ຫລອດ­ໄປ­ເປັນ­ນິດ ອາ​ແມນ.

ຄຳ​ສະ­ແດງ​ຄວາມ​ຄຳ­ນັບ​ຕອນ​ທ້າຍ

12ຂ້າ­ພະ­ເຈົ້າ​ໄດ້​ຂຽນ​ຢ່າງ​ຫຍໍ້ໆ ມາ­ຍັງ​ທ່ານ​ທັງ­ຫລາຍ ໂດຍ​ຜ່ານ​ທາງ​ຊີ­ລາ­ວານ​ຊຶ່ງ​ຂ້າ­ພະ­ເຈົ້າ​ຖື​ວ່າ​ເປັນ​ພີ່­ນ້ອງ​ຜູ້​ສັດ­ຊື່​ຄົນ​ໜຶ່ງ ເພື່ອ​ເຕືອນ​ສະ­ຕິ​ແລະ​ເປັນ​ພະ­ຍານ​ແກ່​ພວກ​ທ່ານ ວ່າ​ພຣະ­ຄຸນ​ນັ້ນ​ເປັນ​ພຣະ­ຄຸນ​ທີ່­ແທ້​ຈິງ​ຂອງ​ພຣະ­ເຈົ້າ ຈົ່ງ​ຕັ້ງ​ໝັ້ນ­ຄົງ​ຢູ່­ໃນ​ພຣະ­ຄຸນ​ນັ້ນ.

13ນາງພາ­ສາ​ເດີມ​ມີ​ແຕ່​ສັບ­ພະ­ນາມ​ວ່າ “ລາວ” (ເພດ​ຍິງ) ແຕ່​ອາດ­ຈະ​ໝາຍ​ເຖິງ​ຄຣິ­ສຕະ­ຈັກ​ຢູ່​ກຸງ­ໂຣມ (ເຊີນ​ເບິ່ງ ພນມ. 17:5). ທີ່­ຢູ່​ເມືອງ​ບາ­ບີ­ໂລນ ຊຶ່ງ​ຊົງ­ເລືອກ​ໄວ້​ຢ່າງ​ດຽວ​ກັບ​ພວກ​ທ່ານ ແລະ​ມາ­ຣະ­ໂກ​ລູກ​ຂອງ​ເຮົາ ກໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ເໝືອນ​ກັນ.14ຈົ່ງ​ທັກ​ທານ​ກັນ​ດ້ວຍ​ການ​ຈູບ​ອັນ​ສະ­ແດງ​ຄວາມ​ຮັກ. ຂໍ​ສັນ­ຕິ­ສຸກ​ຈົ່ງ​ມີ​ແກ່​ທ່ານ​ທັງ­ຫລາຍ​ທີ່­ຢູ່​ໃນ​ພຣະ­ຄຣິດ​ເທີນ.