ສີ​ລາ​ທີ່​ຊົງ​ຊີ­ວິດ​ແລະ​ຊົນ­ຊາດ​ບໍ­ລິ­ສຸດ

1ເຫດ​ສັນ­ນັ້ນ​ທ່ານ​ທັງ­ຫລາຍ​ຈົ່ງ​ລະ­ຖິ້ມ​ຄວາມ​ຄຶດ​ຮ້າຍ​ທັງ­ປວງ, ກົນ­ອຸ­ບາຍ​ທຸກ​ຢ່າງ, ການ​ໜ້າ­ຊື່­ໃຈ­ຄົດ, ຄວາມ​ອິດ­ສາ ແລະ​ຄຳ​ເວົ້າ​ນິນ­ທາ​ທັງ​ໝົດ.2ເໝືອນ​ເດັກ​ນ້ອຍໆ ທີ່​ເກີດ​ໃໝ່ ຈົ່ງ​ຮ້ອນ­ໃຈ​ປາດ­ຖະ­ໜາ​ຫາ​ນ້ຳ​ນົມ​ອັນ​ບໍ­ລິ­ສຸດ​ຝ່າຍ​ວິນ­ຍານ ເພື່ອ​ດ້ວຍ​ນ້ຳ​ນົມ​ນັ້ນ​ຈະ​ເຮັດ­ໃຫ້​ພວກ​ທ່ານ​ຈະ­ເລີນ​ຂຶ້ນ​ເຖິງ​ຄວາມ­ພົ້ນ.3ເພາະ​ພວກ​ທ່ານ​ໄດ້​ຊີມ​ລົດ​ຮູ້​ແລ້ວ​ວ່າ ອົງ​ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ປະ­ກອບ​ດ້ວຍ​ພຣະ​ກະ­ລຸ­ນາ­ຄຸນ.

4ຈົ່ງ​ມາ​ຫາ​ພຣະ­ອົງ​ຜູ້​ຊົງ​ເປັນ​ພຣະ­ສີ­ລາ​ທີ່​ຊົງ​ຊີ­ວິດ ຊຶ່ງ​ຝ່າຍ​ມະ­ນຸດ​ໄດ້​ປະ​ຖິ້ມ​ເສຍ ແຕ່​ຝ່າຍ​ພຣະ­ເຈົ້າ​ຊົງ­ເລືອກ​ໄວ້​ແລະ​ຊົງ​ຖື​ວ່າ​ມີ­ຄ່າ.5ທ່ານ​ທັງ­ຫລາຍ​ກໍ​ເປັນ​ເໝືອນ​ຫີນ​ທີ່​ມີ­ຊີ­ວິດ​ຢູ່ ພວກ​ທ່ານ​ຈົ່ງ​ຍອມ​ໃຫ້​ພຣະ­ເຈົ້າ​ຊົງ​ກໍ່​ຂຶ້ນ​ເປັນ​ພຣະ­ວິ­ຫານ​ຝ່າຍ​ວິນ­ຍານ, ເປັນ​ປະ­ໂລ­ຫິດ​ບໍ­ລິ­ສຸດ​ເພື່ອ​ຖວາຍ​ເຄື່ອງ­ບູ­ຊາ​ຝ່າຍ​ວິນ­ຍານ ຊຶ່ງ​ຊອບ​ພຣະ­ໄທ​ຂອງ​ພຣະ­ເຈົ້າ​ໂດຍ​ທາງ​ພຣະ­ເຢ­ຊູຄ­ຣິດ.6ເພາະ​ມີ​ຄຳ​ຂຽນ­ໄວ້​ໃນ​ພຣະ­ຄຳ­ພີ​ແລ້ວ​ວ່າ,

“ເບິ່ງ​ແມ, ເຮົາ​ວາງ​ຫີນ​ກ້ອນ​ໜຶ່ງ​ລົງ​ໃນ​ເມືອງ​ຊີ­ໂອນ

ເປັນ​ຫີນ​ເສົາ​ເອກ​ທີ່​ເລືອກ​ໄວ້​ແລ້ວ ແລະ​ເປັນ​ຫີນ​ທີ່​ມີ­ຄ່າ​ອັນ​ປະ­ເສີດ

ຜູ້​ທີ່​ວາງ­ໃຈ​ໃນ​ຫີນ​ນັ້ນ​ກໍ​ຈະ​ບໍ່​ໄດ້­ຮັບ​ຄວາມ​ອັບ­ອາຍ​ຈັກ­ເທື່ອ.”

7ຄ່າ​ປະ­ເສີດ​ນັ້ນ​ມີ​ສຳ­ລັບ​ທ່ານ​ທັງ­ຫລາຍ​ທີ່​ວາງ­ໃຈ​ເຊື່ອ ແຕ່​ສຳ­ລັບ​ຄົນ​ທັງ­ຫລາຍ​ທີ່​ບໍ່​ເຊື່ອ​ນັ້ນ,

“ຫີນ​ທີ່​ຊ່າງ­ກໍ່​ຖິ້ມ​ເສຍ​ແລ້ວ​ຫີນ​ນັ້ນ​ແຫລະ, ໄດ້​ກັບ­ກາຍ​ມາ​ເປັນ​ຫີນ​ເສົາ​ເອກ.”

8ແລະ,

“ເປັນ​ຫີນ​ທີ່​ເຮັດ­ໃຫ້​ຕຳ​ສະ­ດຸດ​ແລະ​ເປັນ​ຫີນ​ທີ່​ເຮັດ­ໃຫ້​ສະ­ດຸດ​ລົ້ມ”

ທີ່​ເຂົາ​ສະ­ດຸດ​ນັ້ນ​ກໍ​ເພາະ​ເຂົາ​ບໍ່​ເຊື່ອ​ຟັງ​ພຣະ­ທຳ ເຂົາ​ກໍ​ຖືກ​ຊົງ​ກຳ­ນົດ​ໄວ້​ສຳ­ລັບ​ການ​ນີ້­ແຫລະ.9ແຕ່​ຝ່າຍ​ທ່ານ​ທັງ­ຫລາຍ​ເປັນ​ຊາດ​ທີ່​ພຣະ­ເຈົ້າ​ຊົງ­ເລືອກ​ໄວ້​ແລ້ວ, ເປັນ​ປະ­ໂລ­ຫິດ​ຫລວງ, ເປັນ​ປະ­ຊາ­ຊາດ​ບໍ­ລິ­ສຸດ, ເປັນ​ພົນ­ລະ­ເມືອງ​ຂອງ​ພຣະ­ເຈົ້າ​ເອງ ເພື່ອ​ທ່ານ​ທັງ­ຫລາຍ​ຈະ​ໄດ້​ປະ­ກາດ​ພຣະ­ບາ­ລະ­ມີ​ຂອງ​ພຣະ­ອົງ ຜູ້​ໄດ້​ຊົງ​ເອີ້ນ​ພວກ​ທ່ານ​ໃຫ້​ອອກ​ມາ​ຈາກ​ຄວາມ​ມືດ ເຂົ້າ­ໄປ­ສູ່​ຄວາມ​ສະ­ຫວ່າງ​ອັນ​ມະ­ຫັດ­ສະ­ຈັນ​ຂອງ​ພຣະ­ອົງ.10ຄື​ເມື່ອ­ກ່ອນ­ນັ້ນ​ທ່ານ​ທັງ­ຫລາຍ​ບໍ່­ມີ​ຊາດ ແຕ່​ບັດ­ນີ້​ເປັນ​ພົນ­ລະ­ເມືອງ​ຂອງ​ພຣະ­ເຈົ້າ ເມື່ອ​ກ່ອນ​ພວກ​ທ່ານ​ບໍ່​ໄດ້­ຮັບ​ພຣະ­ກະ­ລຸ­ນາ ແຕ່​ບັດ­ນີ້​ພວກ​ທ່ານ​ໄດ້­ຮັບ​ພຣະ­ກະ­ລຸ­ນາ​ແລ້ວ.

ດຳ­ເນີນ​ຊີ­ວິດ​ເໝືອນ​ເປັນ​ຂ້ອຍ​ຂ້າ​ຂອງ​ພຣະ­ເຈົ້າ

11ທ່ານ​ທີ່​ຮັກ​ທັງ­ຫລາຍ​ເອີຍ, ຂ້າ­ພະ­ເຈົ້າ​ຂໍ​ເຕືອນ​ສະ­ຕິ​ພວກ​ທ່ານ ເໝືອນ​ເປັນ​ຄົນ​ຕ່າງ­ຊາດ​ທີ່​ທ່ອງ​ທ່ຽວ​ໃນ​ໂລກ​ນີ້ ໃຫ້​ງົດ​ເວັ້ນ​ຈາກ​ຕັນ­ຫາ​ແນວ​ມະ­ນຸດ ຊຶ່ງ​ທຳ​ເສິກ​ຕໍ່­ສູ້​ຈິດ­ວິນ­ຍານ.12ຈົ່ງ​ດຳ­ເນີນ​ຊີ­ວິດ​ອັນ​ດີ​ຖ້າມ­ກາງ​ຄົນ​ຕ່າງ­ຊາດ ເພື່ອ​ໃນ​ກໍ­ລະ­ນີ​ທີ່​ເຂົາ​ຕິ­ຕຽນ​ນິນ­ທາ​ພວກ​ທ່ານ​ວ່າ​ເປັນ​ຄົນ​ເຮັດ​ຊົ່ວ​ນັ້ນ ເຂົາ​ກໍ​ຈະ​ສັນ­ລະ­ເສີນ​ພຣະ­ເຈົ້າ​ໃນ​ວັນ­ທີ່​ພຣະ­ອົງ​ສະ­ເດັດ​ມາ ເພາະ​ເຂົາ​ໄດ້​ແລ​ເຫັນ​ການ​ດີ​ທີ່​ພວກ​ທ່ານ​ປະ­ຕິ­ບັດ​ນັ້ນ.

13ເພາະ​ເຫັນ­ແກ່​ອົງ​ພຣະ­ຜູ້­ເປັນ­ເຈົ້າ ທ່ານ​ທັງ­ຫລາຍ​ຈົ່ງ​ຍອມ​ຢູ່​ໃຕ້​ຂໍ້​ບັງ­ຄັບ​ທີ່​ມະ­ນຸດ​ຕັ້ງ​ໄວ້​ທຸກ​ຢ່າງ ບໍ່​ວ່າ​ຜູ້­ນັ້ນ​ຈະ​ເປັນ​ມະ­ຫາ­ກະ­ສັດ​ຜູ້​ສູງ​ສຸດ.14ຫລື​ຈະ​ເປັນ​ຜູ້­ປົກ­ຄອງ​ທີ່​ໄດ້­ຮັບ​ສັ່ງ​ຈາກ​ພຣະ­ມະ­ຫາ­ກະ­ສັດ​ນັ້ນ ໃຫ້​ລົງ­ໂທດ​ຜູ້​ທີ່​ເຮັດ​ຊົ່ວ​ແລະ​ຍົກ­ຍ້ອງ​ຜູ້​ທີ່​ເຮັດ​ດີ.15ເພາະ​ນ້ຳ​ພຣະ­ໄທ​ຂອງ​ພຣະ­ເຈົ້າ​ເປັນ​ດັ່ງ​ນີ້­ແຫລະ, ຄື​ດ້ວຍ​ເຮັດ­ການ​ດີ​ດັ່ງ­ນັ້ນ ພວກ​ທ່ານ​ຈະ​ໄດ້​ລະ­ງັບ​ຄວາມ​ໂງ່​ຂອງ​ຄົນ­ທີ່​ບໍ່­ມີ​ສະ­ຕິ​ໃຫ້​ມິດ​ເສຍ.16ຈົ່ງ​ດຳ­ເນີນ​ຊີ­ວິດ​ຢ່າງ​ຄົນ​ມີ​ເສ­ລີ­ພາບ ແຕ່​ຢ່າ​ໃຊ້​ເສ­ລີ­ພາບ​ນັ້ນ​ເປັນ​ຂໍ້​ອ້າງ​ເພື່ອ​ເຮັດ​ຄວາມ​ຊົ່ວ ແຕ່​ຈົ່ງ​ດຳ­ເນີນ​ຊີ­ວິດ​ເໝືອນ​ເປັນ​ຂ້ອຍ​ຂ້າ​ຂອງ​ພຣະ­ເຈົ້າ.17ຈົ່ງ​ໃຫ້​ກຽດ​ແກ່​ທຸກ​ຄົນ ຈົ່ງ​ຮັກ​ບັນ­ດາ​ພີ່­ນ້ອງ ຈົ່ງ​ຢຳ​ເກງ​ພຣະ­ເຈົ້າ ແລະ​ຈົ່ງ​ຖວາຍ​ກຽດ​ແດ່​ມະ­ຫາ­ກະ­ສັດ.

ພຣະ­ເຢ­ຊູ​ຊົງ​ທົນ​ທຸກ­ທໍ­ລະ­ມານ​ເປັນ​ຕົວ­ຢ່າງ

18ທ່ານ​ທັງ­ຫລາຍ​ທີ່​ເປັນ​ຜູ້­ຮັບ­ໃຊ້​ເອີຍ, ຈົ່ງ​ຍອມ​ຟັງ​ນາຍ​ຂອງ­ຕົນ​ດ້ວຍ​ຄວາມ​ໂຄ­ລົບ​ທຸກ​ຢ່າງ ບໍ່​ແມ່ນ­ແຕ່​ນາຍ​ທີ່​ເປັນ​ຄົນ​ໃຈ­ດີ​ສຸ­ພາບ​ເທົ່າ​ນັ້ນ ແຕ່​ທັງ​ນາຍ​ທີ່​ໂຫດ­ຮ້າຍ​ເໝືອນ​ກັນ.19ຖ້າ​ຜູ້­ໃດ​ຍອມ­ຮັບ​ຄວາມ​ທຸກ­ທໍ­ລະ­ມານ​ອັນ​ບໍ່­ເປັນ­ທຳ​ເພາະ​ເຫັນ­ແກ່​ພຣະ­ເຈົ້າ ນັ້ນ​ແຫລະ, ເປັນ​ການ​ຊອບ.20ເພາະ​ຖ້າ​ພວກ​ທ່ານ​ເຮັດ­ການ​ຊົ່ວ​ແລະ​ອົດ­ທົນ​ເອົາ​ການ​ຂ້ຽນ​ຕີ​ເພາະ​ເຮັດ​ຊົ່ວ ຈະ​ເປັນ​ການ​ດີ​ການ​ຊອບ​ຢ່າງ­ໃດ ແຕ່​ຖ້າ​ພວກ​ທ່ານ​ເຮັດ­ການ​ດີ​ແລະ​ອົດ­ທົນ​ເອົາ​ຄວາມ​ທຸກ­ທໍ­ລະ­ມານ​ເພາະ​ການ​ດີ​ນັ້ນ ດັ່ງ­ນັ້ນ​ແຫລະ, ເປັນ​ການ​ຊອບ​ຕໍ່​ພຣະ­ພັກ​ພຣະ­ເຈົ້າ.21ເພາະ­ວ່າ​ພຣະ­ເຈົ້າ​ໄດ້​ຊົງ​ເອີ້ນ​ພວກ​ທ່ານ​ໄວ້​ສຳ­ລັບ​ການ​ນີ້­ແຫລະ ເພາະ​ພຣະ­ຄຣິດ​ກໍ­ໄດ້​ຊົງ​ທົນ​ທຸກ­ທໍ­ລະ­ມານ​ແທນ​ທ່ານ​ທັງ­ຫລາຍ​ເໝືອນ​ກັນ ໂດຍ​ໃຫ້­ເປັນ​ແບບ­ຢ່າງ​ແກ່​ພວກ​ທ່ານ ເພື່ອ​ພວກ​ທ່ານ​ຈະ​ໄດ້​ຕິດ­ຕາມ​ຮອຍ​ພຣະ­ບາດ​ຂອງ​ພຣະ­ອົງ.22“ພຣະ­ອົງ​ບໍ່­ໄດ້​ຊົງ​ເຮັດ​ບາບ​ຈັກ​ປະ­ການ​ແລະ​ຄຳ​ອຸ­ບາຍ​ໃນ​ພຣະ­ໂອດ​ຂອງ​ພຣະ­ອົງ​ກໍ​ຊອກ​ບໍ່​ພົບ”.23ເມື່ອ​ເຂົາ​ກ່າວ​ຄຳ​ຫຍາບ­ຊ້າ​ຕໍ່​ພຣະ­ອົງ ພຣະ­ອົງ​ກໍ​ບໍ່­ໄດ້​ຊົງ​ກ່າວ​ຄຳ​ຫຍາບ­ຊ້າ​ຕອບ ເມື່ອ​ພຣະ­ອົງ​ຊົງ​ທົນ​ທຸກ­ທໍ­ລະ­ມານ ພຣະ­ອົງ​ກໍ​ບໍ່­ໄດ້​ຂູ່­ເຂັນ ແຕ່​ຊົງ​ມອບ​ເລື່ອງ​ຂອງ​ພຣະ­ອົງ​ໄວ້​ກັບ​ພຣະ­ເຈົ້າ ຜູ້​ຊົງ​ພິ­ພາກ­ສາ​ຢ່າງ​ຍຸດ­ຕິ­ທຳ.24ໃນ​ພຣະ­ກາຍ​ຂອງ​ພຣະ­ອົງ​ເອງ ພຣະ­ອົງ​ໄດ້​ຊົງ​ຮັບ​ແບກ​ບາບ​ຂອງ​ພວກ­ເຮົາ​ໄປ​ເຖິງ​ຕົ້ນ­ໄມ້​ນັ້ນ ເພື່ອ​ພວກ­ເຮົາ​ຈະ​ໄດ້​ຕາຍ​ເສຍ​ຝ່າຍ​ການ​ບາບ​ແລະ​ມີ­ຊີ­ວິດ​ຝ່າຍ​ຄວາມ​ຊອບ­ທຳ ດ້ວຍ​ບາດ­ແຜ​ຂອງ​ພຣະ­ອົງ ທ່ານ​ທັງ­ຫລາຍ​ກໍ­ດີ​ປົກ­ກະ­ຕິ​ແລ້ວ.25ເພາະ­ວ່າ​ທ່ານ​ທັງ­ຫລາຍ​ເປັນ​ເໝືອນ​ແກະ​ທີ່​ຫລົງ­ທາງ​ໄປ ແຕ່​ບັດ­ນີ້​ໄດ້​ຕ່າວ​ຄືນ​ມາ​ຫາ​ພຣະ­ຜູ້​ລ້ຽງ​ແລະ​ຜູ້​ດູ­ແລ​ຈິດ­ວິນ­ຍານ​ຂອງ​ທ່ານ​ທັງ­ຫລາຍ​ແລ້ວ.