ຜູ້­ປະ­ກາດ­ພຣະ­ທຳ​ແຫ່ງ​ຢູ­ດາ​ເຕືອນ​ເຢ­ໂຣ­ໂບ­ອາມ

1ແລະ​ເບິ່ງ​ແມ ຄົນ​ຂອງ​ພຣະ­ເຈົ້າ​ຄົນ​ໜຶ່ງ​ໄດ້​ອອກ​ມາ​ຈາກ​ແຂວງ​ຢູ­ດາ​ໂດຍ​ພຣະ­ຄຳ​ຂອງ​ພຣະ­ຜູ້­ເປັນ­ເຈົ້າ​ໄປ​ຍັງ​ເບັດ­ເອນ, ເຢ­ໂຣ­ໂບ­ອາມ​ກຳ­ລັງ​ຢືນ­ຢູ່​ໃກ້​ແທ່ນ​ບູ­ຊາ​ເພື່ອ­ຈະ​ເຜົາ​ເຄື່ອງ​ຫອມ2ຊາຍ​ຄົນ​ນັ້ນ​ໄດ້​ຮ້ອງ​ຕໍ່­ສູ້​ແທ່ນ​ບູ­ຊາ​ນັ້ນ​ໂດຍ​ພຣະ­ຄຳ​ຂອງ​ພຣະ­ຜູ້­ເປັນ­ເຈົ້າ​ວ່າ “ໂອ ແທ່ນ​ບູ­ຊາ ແທ່ນ​ບູ­ຊາ ພຣະ­ຜູ້­ເປັນ­ເຈົ້າ​ກ່າວ​ດັ່ງ­ນີ້​ວ່າ ‘ຈົ່ງ​ເບິ່ງ​ລູກ­ຊາຍ​ຄົນ​ໜຶ່ງ​ຈະ​ເກີດ​ມາ​ໃນ​ຄອບ­ຄົວ​ຂອງ​ດາ­ວິດ ຊື່​ໂຢ­ສີ­ຢາ ແລະ​ລາວ​ຈະ​ເອົາ​ປະ­ໂລ­ຫິດ​ແຫ່ງ​ປູ­ຊະ­ນີ­ຍະ­ສະ­ຖານ​ສູງ​ຜູ້​ຊຶ່ງ​ຈະ​ເຜົາ​ເຄື່ອງ​ຫອມ​ມາ​ຖວາຍ​ເທິງ​ເຈົ້າ ແລະ​ລາວ​ຈະ​ເຜົາ​ກະ­ດູກ​ຄົນ​ເທິງ​ເຈົ້າ’”3ແລະ​ເພິ່ນ​ກໍ​ໃຫ້​ໝາຍ​ສຳ­ຄັນ​ໃນ​ມື້​ດຽວ​ກັນ​ນັ້ນ ກ່າວ​ວ່າ “ນີ້​ເປັນ​ໝາຍ​ສຳ­ຄັນ​ທີ່​ພຣະ­ຜູ້­ເປັນ­ເຈົ້າ​ໄດ້​ກ່າວ ‘ເບິ່ງ​ແມ ລາວ​ຈະ​ມ້າງ​ແທ່ນ​ບູ­ຊາ​ລົງ­ມາ ແລະ​ຂີ້­ເຖົ່າ​ຊຶ່ງ​ຢູ່​ເທິງ​ແທ່ນ​ບູ­ຊາ​ນັ້ນ​ຈະ​ປີວ​ກະ­ຈັດ­ກະ­ຈາຍ​ໄປ.’”

ພຣະ­ເຈົ້າ​ເຮັດ­ໃຫ້​ມື​ຂອງ​ກະ­ສັດ​ເຢ­ໂຣ­ໂບ­ອາມ​ລີບ​ໄປ

4ແລະ​ຢູ່​ມາ​ເມື່ອ​ກະ­ສັດ​ເຢ­ໂຣ­ໂບ­ອາມ​ໄດ້­ຮັບ​ຟັງ​ຄຳ​ບອກ​ກ່າວ​ຈາກ​ຄົນ​ຂອງ​ພຣະ­ເຈົ້າ​ທີ່​ໄດ້​ຮ້ອງ​ກ່າວ­ໂທດ​ແທ່ນ​ບູ­ຊາ​ນັ້ນ​ທີ່​ເບັດ­ເອນ, ພະ­ອົງ​ໄດ້​ຖົກ​ມື​ຂອງ­ຕົນ​ອອກ­ຈາກ​ແທ່ນ​ບູ­ຊາ ກ່າວ​ວ່າ “ຈົ່ງ​ຈັບ​ຄົນ​ນັ້ນ​ໄວ້” ແລະ​ມື​ຂອງ​ພະ­ອົງ​ທີ່​ໄດ້​ຢຽດ​ອອກ​ໃສ່​ຄົນ​ນັ້ນ​ກໍ​ລີບ​ໄປ, ພະ­ອົງ​ຈະ​ພັບ​ແຂນ​ເຂົ້າ​ຫາ​ຕົວ​ອີກ​ກໍ​ບໍ່­ໄດ້5ແທ່ນ​ບູ­ຊາ​ກໍ​ເພ​ພັງ­ລົງ​ດ້ວຍ ແລະ​ຂີ້­ເຖົ່າ​ກໍ­ໄດ້​ກະ­ຈັດ­ກະ­ຈາຍ​ໄປ​ຈາກ​ແທ່ນ ຕາມ​ໝາຍ​ສຳ­ຄັນ​ຊຶ່ງ​ຄົນ​ຂອງ​ພຣະ­ເຈົ້າ ໄດ້​ໃຫ້​ໄວ້​ໂດຍ​ພຣະ­ຄຳ​ຂອງ​ພຣະ­ຜູ້­ເປັນ­ເຈົ້າ6ແລະ​ກະ­ສັດ​ກ່າວ​ກັບ​ຄົນ​ຂອງ​ພຣະ­ເຈົ້າ​ວ່າ “ຈົ່ງ​ອ້ອນ­ວອນ​ຂໍ​ພຣະ­ກະ­ລຸ­ນາ​ຈາກ​ພຣະ­ຜູ້­ເປັນ­ເຈົ້າ ພຣະ­ເຈົ້າ​ຂອງ​ທ່ານ ຂໍ​ຈົ່ງ​ອະ­ທິ­ຖານ​ເພື່ອ​ຂ້າ­ພະ­ເຈົ້າ ສຳ­ລັບ​ມື​ຂອງ​ຂ້າ­ພະ­ເຈົ້າ​ໃຫ້​ກັບ​ຄືນ​ເຂົ້າ​ຫາ​ຕົວ​ໄດ້​ອີກ” ແລະ​ຄົນ​ຂອງ​ພຣະ­ເຈົ້າ​ກໍ​ອ້ອນ­ວອນ​ຕໍ່​ພຣະ­ຜູ້­ເປັນ­ເຈົ້າ ແລະ​ມື​ຂອງ​ກະ­ສັດ​ກໍ­ໄດ້​ພັບ​ກັບ­ເຂົ້າ​ຄືນ​ຫາ​ພະ­ອົງ​ໄດ້​ອີກ ແລະ​ເປັນ​ຄື­ເກົ່າ7ແລະ​ກະ­ສັດ​ກ່າວ​ກັບ​ຄົນ​ຂອງ​ພຣະ­ເຈົ້າ​ວ່າ “ເຊີນ​ມາ​ເຮືອນ​ກັບ​ຂ້າ­ພະ­ເຈົ້າ​ເຖີດ ແລະ​ຮັບ​ປະ­ທານ​ອາ­ຫານ​ນຳ­ກັນ ຂ້າ­ພະ­ເຈົ້າ​ຈະ­ໃຫ້​ລາງ­ວັນ​ແກ່​ທ່ານ”8ແລະ​ຄົນ​ຂອງ​ພຣະ­ເຈົ້າ​ທູນ​ກະ­ສັດ​ວ່າ “ຖ້າ​ພະ­ອົງ​ຈະ­ໃຫ້​ເຄິ່ງ​ລາ­ຊະ­ສົມ­ບັດ​ຂອງ​ພະ­ອົງ ຂ້າ­ພະ­ເຈົ້າ​ກໍ​ຈະ​ບໍ່​ໄປ​ກັບ​ພະ­ອົງ ແລະ​ຂ້າ­ພະ­ເຈົ້າ​ຈະ​ບໍ່​ຮັບ​ປະ­ທານ​ເຂົ້າ­ຈີ່ ຫລື​ດື່ມ­ນ້ຳ​ໃນ​ບ່ອນ­ນີ້9ເພາະ­ວ່າ​ພຣະ­ຄຳ​ຂອງ​ພຣະ­ຜູ້­ເປັນ­ເຈົ້າ​ໄດ້​ສັ່ງ​ແກ່​ຂ້າ­ພະ­ເຈົ້າ​ໄວ້​ຢ່າງ​ນີ້​ວ່າ ‘ເຈົ້າ​ຢ່າ​ກິນ​ເຂົ້າ­ຈີ່ ຫລື​ດື່ມ­ນ້ຳ ຫລື​ກັບ​ໄປ​ຕາມ​ທາງ​ທີ່​ເຈົ້າ​ມາ​ນັ້ນ’”10ດັ່ງ­ນັ້ນ ເພິ່ນ​ຈຶ່ງ​ອອກ​ໄປ​ອີກ​ທາງ​ໜຶ່ງ ແລະ​ບໍ່​ກັບ​ໄປ​ຕາມ​ທາງ​ທີ່​ເພິ່ນ​ມາ­ຍັງ​ເບັດ­ເອນ.

11ມີ​ຜູ້​ທຳ­ນວາຍ​ເຖົ້າ​ແກ່​ຄົນ​ໜຶ່ງ​ທີ່​ອາ­ໄສ​ຢູ່­ໃນ​ເບັດ­ເອນ ແລະ​ພວກ​ລູກ­ຊາຍ​ຂອງ​ເພິ່ນ​ໄດ້​ມາ­ບອກ​ເພິ່ນ​ເຖິງ​ເລື່ອງ ລາວ​ທັງ​ໝົດ​ຊຶ່ງ​ຄົນ​ຂອງ​ພຣະ­ເຈົ້າ​ໄດ້​ເຮັດ​ໃນ​ເບັດ­ເອນ​ໃນ​ມື້​ນັ້ນ ແລະ​ຖ້ອຍ­ຄຳ​ຊຶ່ງ​ເພິ່ນ​ໄດ້​ກ່າວ​ແກ່​ກະ­ສັດ​ພວກ​ເຂົາ ກໍ­ໄດ້​ບອກ​ໃຫ້​ພໍ່​ຂອງ​ພວກ​ເຂົາ​ຟັງ​ເໝືອນ​ກັນ12ແລະ​ພໍ່​ຂອງ​ພວກ​ເຂົາ​ໄດ້​ຖາມ​ພວກ​ເຂົາ​ວ່າ “ເພິ່ນ​ໄປ​ທາງ​ໃດ?” ພວກ​ລູກ­ຊາຍ​ທັງ­ຫລາຍ​ຂອງ​ເພິ່ນ​ໄດ້​ເຫັນ​ທາງ​ຊຶ່ງ​ຄົນ​ຂອງ​ພຣະ­ເຈົ້າ​ຜູ້​ມາ​ຈາກ​ຢູ­ດາ​ໄດ້​ຍ່າງ​ໄປ­ນັ້ນ.

ຜູ້​ທຳ­ນວາຍ​ຂອງ​ພຣະ­ເຈົ້າ​ບໍ່​ເຊື່ອ​ຟັງ​ຈຶ່ງ​ເສຍ​ຊີ­ວິດ

13ເພິ່ນ​ໄດ້​ເວົ້າ​ກັບ​ພວກ​ລູກ­ຊາຍ​ຂອງ​ເພິ່ນ​ວ່າ “ຈົ່ງ​ຜູກ​ອານ​ລາ​ໃຫ້​ພໍ່” ພວກ​ເຂົາ​ຈຶ່ງ​ຜູກ​ອານ​ລາ​ໃຫ້ ແລ້ວ​ເພິ່ນ​ກໍ​ຂຶ້ນ​ຂີ່​ລາ​ໄປ

14ແລະ​ໄດ້​ຕິດ­ຕາມ​ຄົນ​ຂອງ​ພຣະ­ເຈົ້າ ແລະ​ໄດ້​ພົບ​ເພິ່ນ​ນັ່ງ​ຢູ່​ກ້ອງ​ຕົ້ນ​ໂອກໄມ້​ສົນ ຕົ້ນ​ໜຶ່ງ ແລະ​ໄດ້​ຖາມ​ເພິ່ນ​ວ່າ “ທ່ານ​ເປັນ​ຄົນ​ຂອງ​ພຣະ­ເຈົ້າ​ທີ່​ໄດ້​ມາ​ຈາກ​ແຂວງ​ຢູ­ດາ​ບໍ?” ເພິ່ນ​ກໍ​ຕອບ​ວ່າ “ແມ່ນ​ແລ້ວ”15ແລະ​ເພິ່ນ​ໄດ້​ບອກ​ຄົນ​ຂອງ​ພຣະ­ເຈົ້າ​ວ່າ “ເຊີນ​ມາ​ໃນ​ເຮືອນ​ກັບ​ຂ້າ­ພະ­ເຈົ້າ​ເຖີດ ແລະ​ມາ​ຮັບ​ປະ­ທານ​ອາ­ຫານ​ນຳ­ກັນ”16ເພິ່ນ​ເວົ້າ​ວ່າ “ຂ້າ­ພະ­ເຈົ້າ​ຈະ​ກັບ​ໄປ​ກັບ​ທ່ານ ຫລື​ເຂົ້າ­ໄປ​ພັກ​ກັບ​ທ່ານ​ກໍ​ບໍ່­ໄດ້ ຂ້າ­ພະ­ເຈົ້າ​ຈະ​ບໍ່​ຮັບ​ປະ­ທານ ອາ­ຫານ ຫລື​ດື່ມ­ນ້ຳ​ກັບ​ທ່ານ​ໃນ​ບ່ອນ­ນີ້17ເພາະ​ພຣະ­ຄຳ​ຂອງ​ພຣະ­ຜູ້­ເປັນ­ເຈົ້າ​ກ່າວ​ກັບ​ຂ້າ­ພະ­ເຈົ້າ​ວ່າ ‘ເຈົ້າ​ຢ່າ​ຮັບ​ປະ­ທານ​ອາ­ຫານ ຫລື​ດື່ມ­ນ້ຳ​ໃນ​ບ່ອນ­ນັ້ນ ຫລື​ກັບ​ຄືນ​ໂດຍ​ທາງ​ທີ່​ເຈົ້າ​ໄດ້​ມາ’”18ແລະ​ເພິ່ນ​ຈຶ່ງ​ເວົ້າ​ກັບ​ຄົນ​ຂອງ​ພຣະ­ເຈົ້າ​ວ່າ “ຂ້າ­ພະ­ເຈົ້າ​ກໍ​ເປັນ​ຜູ້​ທຳ­ນວາຍ​ຢ່າງ​ທີ່​ທ່ານ​ເປັນ​ນັ້ນ ມີ​ທູດ­ສະ­ຫວັນ​ອົງ​ໜຶ່ງ​ມາ­ບອກ ຂ້າ­ພະ­ເຈົ້າ​ໂດຍ​ພຣະ­ຄຳ​ຂອງ​ພຣະ­ຜູ້­ເປັນ­ເຈົ້າ​ວ່າ ‘ຈົ່ງ​ໃຫ້​ລາວ​ກັບ​ມາ​ນຳ​ເຈົ້າ​ໃນ​ເຮືອນ​ຂອງ​ເຈົ້າ ເພື່ອ​ລາວ​ຈະ​ໄດ້­ຮັບ​ປະ­ທານ​ອາ­ຫານ ແລະ​ດື່ມ­ນ້ຳ’” ແຕ່​ເພິ່ນ​ໄດ້​ເວົ້າ​ຂີ້­ຕົວະ​ຕໍ່​ຄົນ​ຂອງ​ພຣະ­ເຈົ້າ19ດັ່ງ­ນັ້ນ ລາວ​ຈຶ່ງ​ໄປ​ກັບ​ເພິ່ນ ແລະ​ໄດ້­ຮັບ​ປະ­ທານ​ອາ­ຫານ​ໃນ​ເຮືອນ​ຂອງ​ຜູ້​ທຳ­ນວາຍ​ເຖົ້າ​ຄົນ​ນັ້ນ ແລະ​ໄດ້​ດື່ມ­ນ້ຳ.

20ແລະ​ຕໍ່­ມາ​ຂະ­ນະ​ທີ່​ພວກ​ເພິ່ນ​ກຳ­ລັງ​ນັ່ງ​ຢູ່​ທີ່​ໂຕະ ພຣະ­ຄຳ​ຂອງ​ພຣະ­ຜູ້­ເປັນ­ເຈົ້າ​ໄດ້​ມາ​ເຖິງ​ຜູ້​ທຳ­ນວາຍ​ທີ່​ໄດ້​ນຳ ເພິ່ນ​ກັບ​ມາ​ອີກ21ແລະ​ຜູ້­ນັ້ນ​ໄດ້​ຮ້ອງ​ຕໍ່​ຄົນ​ຂອງ​ພຣະ­ເຈົ້າ​ຜູ້​ມາ​ຈາກ​ຢູ­ດາ​ວ່າ “ພຣະ­ຜູ້­ເປັນ­ເຈົ້າ​ໄດ້​ກ່າວ​ດັ່ງ­ນີ້​ວ່າ ‘ເພາະ​ເຈົ້າ​ບໍ່​ເຊື່ອ​ຟັງ ພຣະ­ຄຳ​ຂອງ​ພຣະ­ຜູ້­ເປັນ­ເຈົ້າ ແລະ​ບໍ່­ໄດ້​ຮັກ­ສາ​ພຣະ­ບັນ­ຍັດ​ຊຶ່ງ​ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ຂອງ​ເຈົ້າ​ໄດ້​ສັ່ງ​ແກ່​ເຈົ້າ22ແຕ່​ເຈົ້າ​ໄດ້​ກັບ​ມາ ແລະ​ຮັບ​ປະ­ທານ​ອາ­ຫານ ແລະ​ດື່ມ­ນ້ຳ​ໃນ​ບ່ອນ​ທີ່​ພຣະ­ຜູ້­ເປັນ­ເຈົ້າ​ກ່າວ​ກັບ​ເຈົ້າ​ວ່າ “ຢ່າ​ຮັບ​ປະ­ທານ​ອາ­ຫານ ຫລື​ດື່ມ­ນ້ຳ” ເພາະ­ສະ­ນັ້ນ​ຊາກ­ສົບ​ຂອງ​ເຈົ້າ​ຈະ​ບໍ່­ໄດ້­ເຂົ້າ​ໄປ​ເຖິງ​ອຸບ­ໂມງ​ຂອງ​ບັນ­ພະ­ບູ­ລຸດ​ຂອງ​ເຈົ້າ.’”

23ແລະ​ຫລັງ​ຈາກ​ທີ່​ເພິ່ນ​ໄດ້­ຮັບ​ປະ­ທານ​ອາ­ຫານ ແລະ​ດື່ມ­ນ້ຳ​ແລ້ວ ຕໍ່­ມາ​ເພິ່ນ​ໄດ້​ຜູກ​ອານ​ລາ​ໃຫ້​ຜູ້​ທຳ­ນວາຍ ຜູ້​ທີ່​ເພິ່ນ​ໄດ້​ພາ​ກັບ​ມາ​ນັ້ນ24ແລະ​ໃນ​ເວ­ລາ​ທີ່​ເພິ່ນ​ໄດ້​ກັບ​ເມືອ ສິງ​ໃຫຍ່​ກໍ​ອອກ​ມາ​ພົບ​ເພິ່ນ​ໃນ​ຖະ­ໜົນ ແລະ​ຂ້າ​ເພິ່ນ ແລະ​ຊາກ­ສົບ​ຂອງ​ເພິ່ນ ກໍ​ຖືກ​ຖິ້ມ​ໄວ້​ໃນ​ຖະ­ໜົນ ແລະ​ລາ​ໂຕ​ນັ້ນ​ກໍ​ຢືນ­ຢູ່​ຂ້າງໆ​ໃກ້​ສົບ​ນັ້ນ, ສິງ​ໃຫຍ່​ກໍ​ຢືນ­ຢູ່​ໃກ້​ຊາກ­ສົບ​ຄື­ກັນ25ແລະ​ເບິ່ງ​ແມ ມີ­ຄົນ​ຜ່ານ­ໄປ ແລະ​ໄດ້​ເຫັນ​ຊາກ­ສົບ​ຖິ້ມ​ຢູ່​ກາງ​ທາງ ແລະ​ສິງ​ໃຫຍ່​ກໍ​ຢືນ­ຢູ່​ໃກ້​ຊາກ­ສົບ​ນັ້ນ ພວກ​ເຂົາ​ກໍ​ມາ­ບອກ​ກັນ​ຢູ່­ໃນ​ເມືອງ​ບ່ອນ​ທີ່​ຜູ້​ທຳ­ນວາຍ​ເຖົ້າ​ຢູ່​ນັ້ນ26ແລະ​ເມື່ອ​ຜູ້​ທຳ­ນວາຍ​ຜູ້​ທີ່​ນຳ​ເພິ່ນ​ກັບ​ມາ ເມືອ​ໄດ້­ຍິນ​ເລື່ອງ​ນັ້ນ ເພິ່ນ​ກໍ​ເວົ້າ​ວ່າ “ນັ້ນ​ເປັນ​ຄົນ​ຂອງ​ພຣະ­ເຈົ້າ ຜູ້​ບໍ່​ເຊື່ອ​ຟັງ​ພຣະ­ຄຳ​ຂອງ​ພຣະ­ຜູ້­ເປັນ­ເຈົ້າ ເພາະ­ສະ­ນັ້ນ​ພຣະ­ຜູ້­ເປັນ­ເຈົ້າ​ໄດ້​ມອບ​ລາວ​ໄວ້​ກັບ​ສິງ​ໃຫຍ່ ຊຶ່ງ​ໄດ້​ຈີກ​ລາວ ແລະ​ຂ້າ​ລາວ​ຕາມ​ພຣະ­ຄຳ​ທີ່​ພຣະ­ຜູ້­ເປັນ­ເຈົ້າ​ກ່າວ​ກັບ​ລາວ​ໄວ້​ແລ້ວ”27ແລະ​ເພິ່ນ​ໄດ້​ເວົ້າ​ກັບ​ພວກ​ລູກ­ຊາຍ​ວ່າ “ຈົ່ງ​ຜູກ​ອານ​ລາ​ໃຫ້​ພໍ່” ແລ້ວ​ພວກ​ເຂົາ​ກໍ​ຜູກ​ອານ​ລາ​ໃຫ້28ແລະ​ເພິ່ນ​ໄດ້​ໄປ ແລະ​ພົບ​ຊາກ­ສົບ​ນັ້ນ​ຖິ້ມ​ຢູ່​ກາງ​ທາງ​ກັບ​ສິງ​ໃຫຍ່​ກໍ​ຢືນ­ຢູ່​ໃກ້​ຊາກ­ສົບ​ນັ້ນ ສິງ​ໃຫຍ່​ບໍ່­ໄດ້​ກິນ ຊາກ­ສົບ​ນັ້ນ ຫລື​ກັດ​ຈີກ​ໂຕ​ລາ29ແລະ​ຜູ້​ທຳ­ນວາຍ​ກໍ​ຍົກ​ຊາກ­ສົບ​ຄົນ​ຂອງ​ພຣະ­ເຈົ້າ ແລະ​ວາງ​ໄວ້​ເທິງ​ຫລັງ​ລາ ນຳ​ຊາກ­ສົບ​ກັບ​ມາ­ຍັງ​ເມືອງ​ຂອງ​ຜູ້​ທຳ­ນວາຍ ເພື່ອ​ໄວ້​ທຸກ​ໃຫ້ ແລະ​ຝັງ​ສົບ​ຂອງ​ລາວ30ແລະ​ເພິ່ນ​ໄດ້​ວາງ​ສົບ​ນັ້ນ​ໃນ​ອຸບ­ໂມງ​ຝັງ​ສົບ​ຂອງ​ເພິ່ນ​ເອງ​ແລະ​ພວກ​ເຂົາ​ກໍ​ໄວ້​ທຸກ​ໃຫ້ ແລະ​ກ່າວ​ວ່າ “ອະ​ນິດ​ຈາ ພີ່­ນ້ອງ​ເອີຍ”31ຕໍ່­ມາ​ເມື່ອ​ໄດ້​ຝັງ​ສົບ​ຄົນ​ຂອງ​ພຣະ­ເຈົ້າ​ໄວ້​ແລ້ວ ເພິ່ນ​ຈຶ່ງ​ເວົ້າ​ກັບ​ພວກ​ລູກ­ຊາຍ​ຂອງ­ຕົນ​ວ່າ “ເມື່ອ​ຂ້ອຍ​ຕາຍ​ຈົ່ງ​ຝັງ​ສົບ​ຂ້ອຍ​ໄວ້​ໃນ​ອຸບ­ໂມງ​ຝັງ​ສົບ​ຊຶ່ງ​ຝັງ​ຄົນ​ຂອງ​ພຣະ­ເຈົ້າ​ໄວ້​ນັ້ນ ຈົ່ງ​ວາງ​ກະ­ດູກ​ຂອງ​ຂ້ອຍ​ໄວ້​ກັບ​ຂ້າງ​ກະ­ດູກ​ຂອງ​ເພິ່ນ32ເພາະ­ວ່າ​ຄຳ​ເວົ້າ​ທີ່​ເພິ່ນ​ໄດ້​ຮ້ອງ​ອອກ​ໂດຍ​ພຣະ­ຄຳ​ຂອງ​ພຣະ­ຜູ້­ເປັນ­ເຈົ້າ​ຊຶ່ງ​ກ່າວ­ໂທດ​ແທ່ນ​ບູ­ຊາ​ໃນ​ເບັດ­ເອນ ແລະ​ຕໍ່­ສູ້​ບັນ­ດາ​ວິ­ຫານ​ແຫ່ງ​ປູ­ຊະ­ນີ­ຍະ­ສະ­ຖານ​ສູງ​ທີ່­ຢູ່​ໃນ​ຫົວ​ເມືອງ​ຊາ­ມາ­ເຣຍ​ຈະ​ສຳ­ເລັດ​ຢ່າງ​ແນ່­ນອນ.”

ເຢ­ໂຣ­ໂບ­ອາມ​ໄດ້­ຮັບ​ຄຳ​ຕັກ­ເຕືອນ​ແລ້ວ ແຕ່​ບໍ່​ກັບ​ຈາກ​ຄວາມ​ບາບ​ຂອງ­ຕົນ

33ຫລັງ​ຈາກ​ສິ່ງ​ເຫລົ່າ­ນີ້ ເຢ­ໂຣ­ໂບ­ອາມ​ບໍ່­ໄດ້​ຖອຍ­ຫລັງ​ກັບ​ຈາກ​ທາງ​ຊົ່ວ​ຂອງ­ຕົນ ໃນ​ທ່າມ­ກາງ​ປະ­ຊາ­ຊົນ ໄດ້​ສະ­ຖາ­ປະ­ນາ​ບາງ​ຄົນ​ໃຫ້­ເປັນ​ປະ­ໂລ­ຫິດ​ປະ­ຈຳ​ປູ­ຊະ­ນີ­ຍະ­ສະ­ຖານ​ສູງ​ອີກ ຜູ້­ໃດ​ທີ່​ພໍ­ໃຈ​ເປັນ ພະ­ອົງ​ກໍ​ແຕ່ງ­ຕັ້ງ​ພວກ​ເຂົາ​ໃຫ້­ເປັນ​ປະ­ໂລ­ຫິດ​ປະ­ຈຳ​ບັນ­ດາ​ປູ­ຊະ­ນີ­ຍະ­ສະ­ຖານ​ສູງ34ແລະ​ສິ່ງ​ນີ້​ກາຍ​ເປັນ­ຄວາມ​ບາບ​ແກ່​ຄອບ­ຄົວ​ເຢ­ໂຣ­ໂບ­ອາມ ເພື່ອ­ຈະ​ຕັດ ແລະ​ທຳ­ລາຍ​ເຊື້ອ­ສາຍ​ຂອງ​ພວກ​ເຂົາ​ອອກ­ຈາກ​ແຜ່ນ­ດິນ­ໂລກ.