ການ​ທີ່​ພຣະ­ເຈົ້າ​ຊົງ​ຄືນ​ພຣະ­ຊົນ

1ພີ່­ນ້ອງ​ທັງ­ຫລາຍ​ເອີຍ, ເຮົາ​ຂໍ​ແຈ້ງ​ໃຫ້​ເຈົ້າ​ທັງ­ຫລາຍ​ຄຳ­ນຶງ​ເຖິງ​ຂ່າວ­ປະ­ເສີດ​ທີ່​ເຮົາ​ໄດ້​ປະ­ກາດ​ແກ່​ພວກ​ເຈົ້າ​ແລ້ວ ຊຶ່ງ​ພວກ​ເຈົ້າ​ໄດ້​ຍອມ­ຮັບ​ເອົາ​ໄວ້​ແລະ​ຕັ້ງ​ຢູ່­ໃນ​ຂ່າວ­ປະ­ເສີດ​ນັ້ນ.2ແລະ​ຊຶ່ງ​ເປັນ​ເຫດ​ທີ່​ກຳ­ລັງ​ໃຫ້​ເຈົ້າ​ທັງ­ຫລາຍ​ໄດ້​ພົ້ນ ຖ້າ​ພວກ​ເຈົ້າ​ຍັງ​ຍຶດ​ຖື​ຂໍ້­ຄວາມ​ທີ່​ເຮົາ​ໄດ້​ປະ­ກາດ​ເປັນ​ຂ່າວ­ປະ­ເສີດ​ແກ່​ພວກ​ເຈົ້າ​ນັ້ນ ເວັ້ນ​ເສຍ​ແຕ່​ພວກ​ເຈົ້າ​ຫາກ​ເຊື່ອ​ຢ່າງ​ບໍ່­ຈິງ​ໃຈ.3ເລື່ອງ​ທີ່​ເຮົາ​ໄດ້­ຮັບ​ໄວ້​ແລ້ວ​ນັ້ນ ເຮົາ​ໄດ້​ມອບ​ໄວ້​ແກ່​ເຈົ້າ​ທັງ­ຫລາຍ​ເປັນ​ເລື່ອງ​ສຳ­ຄັນ​ທີ່­ສຸດ​ຄື​ວ່າ ພຣະ­ຄຣິດ​ຊົງ​ວາຍ​ພຣະ­ຊົນ​ແທນ​ຄວາມ​ຜິດ­ບາບ​ຂອງ​ເຮົາ​ທັງ­ຫລາຍ​ຕາມ​ທີ່​ຂຽນ­ໄວ້​ໃນ​ພຣະ­ຄຳ­ພີ.4ແລະ​ຊົງ​ຖື​ກວາງ​ໄວ້ ແລ້ວ​ວັນ​ຖ້ວນ​ສາມ​ໄດ້​ຖືກ​ຊົງ​ບັນ­ດານ​ໃຫ້​ຄືນ​ຂຶ້ນ​ມາ ຕາມ​ທີ່​ຂຽນ­ໄວ້​ໃນ​ພຣະ­ຄຳ­ພີ​ນັ້ນ.5ພຣະ­ອົງ​ຊົງ​ປະ­ກົດ ແກ່​ເກ­ຟາ ແລ້ວ​ແກ່​ພວກ​ສິບ​ສອງ​ຄົນ​ນັ້ນ.6ຕໍ່­ມາ​ພຣະ­ອົງ​ໄດ້​ຊົງ​ປະ­ກົດ​ແກ່​ພວກ​ພີ່­ນ້ອງ​ກວ່າ​ຫ້າ​ຮ້ອຍ​ຄົນ​ໃນ​ຄາວ​ດຽວ ຊຶ່ງ​ສ່ວນ​ຫລາຍ​ຍັງ​ເປັນ​ຢູ່​ຈົນ​ເຖິງ​ທຸກ​ວັນ​ນີ້ ແຕ່​ບາງ​ຄົນ​ກໍ​ລ່ວງ​ລັບ​ໄປ​ແລ້ວ.7ຕໍ່​ນັ້ນ​ອີກ​ພຣະ­ອົງ​ໄດ້​ຊົງ​ປະ­ກົດ​ແກ່​ຢາ­ໂກ­ໂບ ແລ້ວ​ແກ່​ອັກ­ຄະ­ສາ­ວົກ​ທັງ​ໝົດ.8ພາຍ­ຫລັງ​ທີ່­ສຸດ​ພຣະ­ອົງ​ໄດ້​ຊົງ​ປະ­ກົດ​ແກ່​ເຮົາ ຜູ້​ເປັນ​ເໝືອນ​ລູກ​ທີ່​ເກີດ​ຜິດ​ຍາມ.9ເພາະ­ວ່າ​ເຮົາ​ເປັນ​ຜູ້​ນ້ອຍ​ທີ່­ສຸດ​ໃນ​ພວກ​ອັກ­ຄະ­ສາ­ວົກ​ແລະ​ບໍ່​ສົມ­ຄວນ​ຈະ​ໄດ້​ຊື່­ວ່າ​ອັກ­ຄະ­ສາ­ວົກ ເພາະ​ເຮົາ​ໄດ້​ກົດ­ຂີ່­ຂົ່ມ­ເຫງ​ຄຣິ­ສຕະ­ຈັກ​ຂອງ​ພຣະ­ເຈົ້າ.10ແຕ່­ວ່າ​ທີ່​ເຮົາ​ເປັນ​ຢູ່​ຢ່າງ​ນີ້​ກໍ​ເນື່ອງ­ດ້ວຍ​ພຣະ­ຄຸນ​ຂອງ​ພຣະ­ເຈົ້າ ແລະ​ພຣະ­ຄຸນ​ຂອງ​ພຣະ­ອົງ​ທີ່​ໄດ້​ຊົງ​ປະ­ທານ​ແກ່​ເຮົາ​ນັ້ນ​ກໍ​ບໍ່­ໄດ້​ໄຮ້​ປະ­ໂຫຍດ ແຕ່​ແທນ​ທີ່​ຈະ​ເປັນ​ດັ່ງ­ນັ້ນ ເຮົາ​ໄດ້​ເຮັດ­ການ​ໜັກ­ໜ່ວງ​ລື່ນ​ກວ່າ​ເຂົາ​ທັງ​ໝົດ​ອີກ ບໍ່​ໃຊ່​ເຮົາ​ເອງ​ທີ່​ເຮັດ ແຕ່​ແມ່ນ​ພຣະ­ຄຸນ​ຂອງ​ພຣະ­ເຈົ້າ​ຊຶ່ງ​ສະ­ຖິດ​ຢູ່­ໃນ​ນຳ​ເຮົາ​ທີ່​ເຮັດ.11ເຫດ​ສັນ­ນັ້ນ​ເຖິງ­ແມ່ນ­ວ່າ​ເຮົາ​ຫລື​ເຂົາ​ກໍ­ດີ ເຮົາ​ທັງ­ຫລາຍ​ກໍ­ໄດ້​ປະ­ກາດ​ຢ່າງ​ທີ່​ກ່າວ​ມາ​ນັ້ນ​ແລະ​ເຈົ້າ​ທັງ­ຫລາຍ​ກໍ­ໄດ້​ເຊື່ອ​ຢ່າງ​ນັ້ນ.

ການ​ທີ່​ຄົນ​ຕາຍ​ເປັນ​ຄືນ​ມາ

12ປະ­ການ​ໜຶ່ງ, ຖ້າ​ເຮົາ​ປະ­ກາດ​ວ່າ​ພຣະ­ເຈົ້າ​ໄດ້​ຊົງ​ບັນ­ດານ​ໃຫ້​ພຣະ­ຄຣິດ​ຄືນ​ຂຶ້ນ​ມາ​ແລ້ວ ເປັນ​ແນວ­ໃດ​ບາງ​ຄົນ​ໃນ​ພວກ​ເຈົ້າ​ຈິ່ງ​ກ່າວ​ວ່າ​ບໍ່​ມີ­ການ​ເປັນ​ຄືນ​ມາ​ຈາກ​ຕາຍ.13ຖ້າ​ບໍ່​ມີ­ການ​ເປັນ​ຄືນ​ມາ​ຈາກ​ຕາຍ ພຣະ­ຄຣິດ​ກໍ​ບໍ່­ໄດ້​ຊົງ​ບັນ­ດານ​ໃຫ້​ຄືນ​ຂຶ້ນ​ມາ14ຖ້າ​ພຣະ­ຄຣິດ​ບໍ່­ໄດ້​ຊົງ​ຄືນ​ພຣະ­ຊົນ​ແລ້ວ ການ​ປະ­ກາດ​ຂອງ​ເຮົາ​ກໍ​ບໍ່­ມີ​ປະ­ໂຫຍດ ແລະ​ຄວາມ­ເຊື່ອ​ຂອງ​ພວກ​ເຈົ້າ​ກໍ​ບໍ່­ມີ​ປະ­ໂຫຍດ​ເໝືອນ​ກັນ.15ແລ້ວ​ກໍ​ຈະ​ປະ­ກົດ​ວ່າ​ພວກ­ເຮົາ​ເປັນ​ພະ­ຍານ­ບໍ່­ຈິງ​ໃນ​ເລື່ອງ​ພຣະ­ເຈົ້າ ເພາະ​ພວກ­ເຮົາ​ໄດ້​ກ່າວ​ພະ­ຍານ​ອ້າງ​ວ່າ​ພຣະ­ເຈົ້າ​ໄດ້​ຊົງ​ບັນ­ດານ​ໃຫ້​ພຣະ­ຄຣິດ​ເປັນ​ຄືນ​ມາ​ແລ້ວ ແຕ່​ຖ້າ​ຄົນ​ຕາຍ​ບໍ່​ຖືກ​ຊົງ​ບັນ­ດານ​ໃຫ້​ຄືນ​ມາ ພຣະ­ເຈົ້າ​ກໍ​ບໍ່­ໄດ້​ຊົງ​ບັນ­ດານ​ໃຫ້​ພຣະ­ຄຣິດ​ຄືນ​ພຣະ­ຊົນ​ເໝືອນ​ກັນ.16ເພາະ­ວ່າ​ຖ້າ​ຄົນ​ຕາຍ​ບໍ່​ເປັນ​ຄືນ​ມາ ເຖິງ­ແມ່ນ​ພຣະ­ຄຣິດ​ກໍ​ບໍ່­ໄດ້​ຖືກ​ຊົງ​ບັນ­ດານ​ໃຫ້​ຄືນ​ພຣະ­ຊົນ.17ແລະ​ຖ້າ­ວ່າ​ພຣະ­ຄຣິດ​ບໍ່­ໄດ້​ຖືກ​ຊົງ​ບັນ­ດານ​ໃຫ້​ຄືນ​ພຣະ­ຊົນ​ແລ້ວ ຄວາມ­ເຊື່ອ​ຂອງ​ເຈົ້າ​ທັງ­ຫລາຍ​ກໍ​ໄຮ້​ປະ­ໂຫຍດ ເຈົ້າ​ທັງ­ຫລາຍ​ກໍ​ຍັງ​ຄົງ​ຢູ່­ໃນ​ຜິດ­ບາບ​ຂອງ­ຕົນ.18ຊ້ຳ​ກວ່າ​ນັ້ນ, ພວກ​ຄົນ­ທີ່​ເຊື່ອ​ໃນ​ພຣະ­ຄຣິດ​ທີ່​ຕາຍ​ໄປ​ແລ້ວ​ນັ້ນ​ກໍ​ຈິບ­ຫາຍ​ໄປ​ດ້ວຍ.

19ຖ້າ​ແມ່ນ​ເຮົາ​ທັງ­ຫລາຍ​ໄດ້​ວາງ­ໃຈ​ໃນ​ພຣະ­ຄຣິດ​ຝ່າຍ​ຊີ­ວິດ​ນີ້​ເທົ່າ​ນັ້ນຫລື​ວ່າ “ຖ້າ­ວ່າ​ນອກ­ຈາກ​ຄວາມ​ຫວັງ​ໃນ​ພຣະ­ຄຣິດ​ສຳ­ລັບ​ຊີ­ວິດ​ນີ້ ເຮົາ​ທັງ­ຫລາຍ​ບໍ່­ມີ​ອັນ­ໃດ​ອື່ນ​ອີກ.” ພວກ­ເຮົາ​ກໍ​ເປັນ​ຄົນ​ໜ້າ​ສັງ­ເວດ​ທີ່­ສຸດ​ໃນ​ໝູ່​ຄົນ​ທັງ­ປວງ.

20ແຕ່​ທີ່​ຈິງ​ພຣະ­ຄຣິດ​ໄດ້​ຖືກ​ຊົງ​ບັນ­ດານ​ໃຫ້​ຄືນ​ພຣະ­ຊົນ​ແລ້ວ ແລະ​ຊົງ​ເປັນ​ຜົນ​ແຮກ​ໃນ​ພວກ​ຄົນ­ທີ່​ລ່ວງ​ລັບ​ໄປ​ແລ້ວ​ນັ້ນ.21ເພາະ​ວ່າຄ­ວາມ​ຕາຍ​ໄດ້​ມີ​ມາ​ທາງ​ມະ­ນຸດ​ສັນ­ໃດ ການ​ຄືນ​ມາ​ຈາກ​ຕາຍ​ກໍ​ມີ​ມາ​ທາງ​ມະ­ນຸດ​ສັນ­ນັ້ນ.22ດ້ວຍ​ວ່າ​ຄົນ​ທັງ­ປວງ​ໄດ້​ຕາຍ​ເພາະ​ກ່ຽວ​ເນືອງ​ກັບ​ອາ­ດາມ​ສັນ­ໃດ ຄົນ​ທັງ­ປວງ​ກໍ​ຈະ​ຖືກ​ຊົງ​ບັນ­ດານ​ໃຫ້​ມີ­ຊີ­ວິດ​ເພາະ​ກ່ຽວ​ເນື່ອງ​ກັບ​ພຣະ­ຄຣິດ​ສັນ­ນັ້ນ.23ແຕ່​ຈະ​ເປັນ​ໄປ​ຕາມ​ລຳ­ດັບ​ຂອງ​ແຕ່­ລະ­ຄົນ ຄື​ພຣະ­ຄຣິດ​ຊົງ​ເປັນ​ຜົນ​ແຮກ ຕໍ່­ມາ​ກໍ​ແມ່ນ​ຄົນ​ທັງ­ປວງ​ທີ່​ເປັນ​ຢູ່​ຝ່າຍ​ພຣະ­ຄຣິດ​ໃນ​ເວ­ລາ​ພຣະ­ອົງ​ສະ­ເດັດ​ມາ​ປະ­ກົດ.24ຕໍ່​ຈາກ­ນັ້ນ​ຈະ​ເປັນ​ຄາວ​ສຸດ­ທ້າຍ ຄື​ເມື່ອ​ພຣະ­ອົງ​ຈະ​ຊົງ​ຍົກ­ເລີກ​ການ​ປົກ­ຄອງ ກັບ​ທັງ​ອາ­ນຸ­ພາບ​ແລະ​ອຳ­ນາດ​ທຸກໆ​ຢ່າງ​ເສຍ ແລ້ວ​ຈະ​ຊົງ​ມອບ​ລາ­ຊະ­ອາ­ນາ­ຈັກ​ໄວ້​ແກ່​ພຣະ­ເຈົ້າ​ຄື​ພຣະ­ບິ­ດາ.25ເພາະ­ວ່າ​ຈຳ­ເປັນ​ພຣະ­ອົງ​ຈະ​ຊົງ​ສະ­ເຫວີຍ​ລາດ​ຢູ່​ກ່ອນ ຈົນ​ກວ່າ​ພຣະ­ເຈົ້າ​ຈະ​ຊົງ​ປາບ​ສັດ­ຕູ​ທັງ­ປວງ​ໃຫ້​ຢູ່​ໃຕ້​ພຣະ­ບາດ​ຂອງ​ພຣະ­ອົງ.26ສັດ­ຕູ​ຕົວ​ສຸດ­ທ້າຍ​ທີ່​ຈະ​ຖືກ​ຊົງ​ຍົກ­ເລີກ​ເສຍ​ນັ້ນ​ແມ່ນ​ຄວາມ​ຕາຍ.27ເຫດ​ວ່າ “ພຣະ­ເຈົ້າ​ໄດ້​ຊົງ​ປາບ​ສິ່ງ​ສາ­ລະ­ພັດ​ລົງ​ໃຕ້​ພຣະ­ບາດ​ຂອງ​ພຣະ­ອົງ​ແລ້ວ” ແຕ່​ເມື່ອ​ພຣະ­ຄຳ­ພີ​ກ່າວ​ວ່າ, “ຊົງ​ປາບ​ສິງ​ສາ­ລະ­ພັດ​ລົງ­ນັ້ນ” ກໍ​ປະ­ກົດ​ຄັກ­ແນ່​ວ່າ ເວັ້ນ​ເສຍ​ແຕ່​ພຣະ­ຜູ້​ຊົງ​ປາບ​ສິ່ງ​ສາ­ລະ­ພັດ​ລົງ​ຢູ່​ໃຕ້​ພຣະ­ອົງ.28ແລະ​ເມື່ອ​ສິ່ງ​ສາ­ລະ­ພັດ​ໄດ້​ຖືກ​ຊົງ​ປາບ​ລົງ​ຢູ່​ໃຕ້​ພຣະ­ອົງ​ແລ້ວ ເມື່ອ­ນັ້ນ​ອົງ​ພຣະ­ບຸດ​ຈະ​ຊົງ​ຍອມ​ລົງ​ຢູ່​ໃຕ້​ພຣະ­ເຈົ້າ ຜູ້​ຊົງ​ປາບ​ສິ່ງ​ສາ­ລະ­ພັດ​ລົງ​ຢູ່​ໃຕ້​ພຣະ­ອົງ​ນັ້ນ ເພື່ອ​ພຣະ­ເຈົ້າ​ຈະ​ໄດ້​ຊົງ​ເປັນ​ເອກ​ເປັນ​ໃຫຍ່​ໃນ​ສິ່ງ​ສາ­ລະ­ພັດ​ທັງ­ປວງ.

29ຖ້າ​ບໍ່​ເປັນ​ຢ່າງ​ນັ້ນ ຄົນ​ທັງ­ຫລາຍ​ທີ່​ຮັບ​ບັບ­ຕິ­ສະ­ມາ​ເພື່ອ​ຄົນ​ຕາຍ​ນັ້ນ​ເພື່ອ​ຄົນ​ຕາຍ​ນັ້ນ​ຈະ​ໝາຍ­ຄວາມ­ວ່າ​ຢ່າງ­ໃດ ຖ້າ​ພຣະ­ເຈົ້າ​ບໍ່​ຊົງ​ບັນ­ດານ​ໃຫ້​ຄົນ​ຕາຍ​ຄືນ​ຂຶ້ນ​ມາ​ແທ້ ດ້ວຍ​ເຫດ­ໃດ​ຈິ່ງ​ມີ­ຄົນ​ຮັບ​ບັບ­ຕິ­ສະ­ມາ​ເພື່ອ​ຄົນ​ຕາຍ.30ຝ່າຍ​ພວກ­ເຮົາ​ເຫດ​ສັນ­ໃດ​ເຮົາ​ຈິ່ງ​ຕ້ອງ​ສ່ຽງ­ໄພ​ອັນ­ຕະ­ລາຍ​ຢູ່​ທຸກ​ເວ­ລາ.31ພີ່­ນ້ອງ​ທັງ­ຫລາຍ​ເອີຍ, ເຮົາ​ຂໍ​ຢືນ­ຢັນ​ວ່າ​ເຮົາ​ກຳ­ລັງ​ຕາຍ​ຢູ່​ທຸກ​ວັນ ທີ່​ເຮົາ​ເວົ້າ​ດັ່ງ­ນັ້ນ​ກໍ​ອ້າງ​ຄວາມ​ພາກ­ພູມ​ໃຈ ຊຶ່ງ​ເຮົາ​ມີ​ຢູ່­ໃນ​ເຈົ້າ​ທັງ­ຫລາຍ ໂດຍ​ພຣະ­ເຢ­ຊູຄ­ຣິດ​ອົງ​ພຣະ­ຜູ້­ເປັນ­ເຈົ້າ​ຂອງ​ເຮົາ​ທັງ­ຫລາຍ.32ຖ້າ​ເຮົາ​ໄດ້​ຕໍ່­ສູ້​ກັບ​ສັດ​ຮ້າຍ​ທີ່​ເມືອງ​ເອ­ເຟ­ໂຊ (ຕາມ​ຄວາມ​ເຫັນ​ຂອງ​ມະ­ນຸດ) ຈະ​ເປັນ​ປະ­ໂຫຍດ​ອັນ­ໃດ​ແກ່​ເຮົາ ຖ້າ​ພຣະ­ເຈົ້າ​ບໍ່​ຊົງ​ບັນ­ດານ​ໃຫ້​ຄົນ​ຕາຍ​ເປັນ​ຄືນ​ມາ​ອີກ “ກໍ​ໃຫ້​ເຮົາ​ພາ­ກັນ​ກິນ​ແລະ​ດື່ມ​ເທີນ ເພາະ­ວ່າ​ມື້­ອື່ນ​ເຮົາ​ກໍ​ຈະ​ຕາຍ.”33ຢ່າ­ຊູ່​ຫລົງ­ຜິດ​ໄປ “ການ​ຄົບ​ກັບ​ຄົນ­ຊົ່ວ​ຍ່ອມ​ເສຍ​ນິ­ໄສ”.34ເຈົ້າ​ທັງ­ຫລາຍ​ຈົ່ງ​ກັບ​ຄືນ​ມາ­ສູ່​ນິ­ໄສ​ອັນ​ເໝາະ​ສົມ​ແລະ​ຢ່າ​ເຮັດ​ຜິດ​ອີກ ເພາະ­ວ່າ​ບາງ​ຄົນ​ຍັງ​ບໍ່​ຮູ້​ເລື່ອງ​ພຣະ­ເຈົ້າ ທີ່​ເຮົາ​ເວົ້າ​ດັ່ງ­ນີ້​ກໍ​ເພື່ອ​ພວກ​ເຈົ້າ​ຈະ​ມີ​ຄວາມ​ລະ­ອາຍ.

ຮ່າງ­ກາຍ​ທີ່​ເປັນ​ຄືນ​ມາ

35ແຕ່​ບາງ​ຄົນ​ຈະ​ຖາມ­ວ່າ, “ຄົນ​ຕາຍ​ຈະ​ຄືນ​ມາ​ໄດ້​ຢ່າງ­ໃດ ເມື່ອ​ເຂົາ​ຄືນ​ມາ​ຈະ​ມີ​ຮ່າງ­ກາຍ​ເປັນ​ຢ່າງ­ໃດ.”36ໂອ ຄົນ​ຜູ້​ໄຮ້​ຄວາມ​ຄຶດ​ເອີຍ, ເມັດ​ທີ່​ເຈົ້າ​ຫວ່ານ​ລົງ​ດິນ​ນັ້ນ ຖ້າ​ມັນ​ບໍ່​ຕາຍ​ເສຍ­ກ່ອນ​ຈະ​ງອກ​ຂຶ້ນ​ໃໝ່​ບໍ່­ໄດ້.37ເມັດ​ທີ່​ເຈົ້າ​ຫວ່ານ​ລົງ­ນັ້ນ ຈະ​ແມ່ນ​ເຂົ້າ­ບາ­ເລ​ຫລື​ແນວ​ອື່ນໆ ກໍ­ດີ ເຈົ້າ​ບໍ່­ໄດ້​ຫວ່ານ​ສິ່ງ​ທີ່​ເປັນ​ຮູບ­ຮ່າງ​ຂອງ​ຕົ້ນ​ທີ່​ຈະ​ງອກ​ຂຶ້ນ​ມາ​ນັ້ນ ແຕ່​ໄດ້​ຫວ່ານ​ເມັດ​ເທົ່າ​ນັ້ນ.38ພຣະ­ເຈົ້າ​ຊົງ​ປະ­ທານ​ຕົ້ນ​ໃຫ້​ແກ່​ເມັດ​ນັ້ນ​ຕາມ​ທີ່​ພຣະ­ອົງ​ຊົງ​ເຫັນ​ຊອບ ແລະ​ຊົງ​ປະ­ທານ​ແກ່​ຜັກ​ທຸກ​ຊະ­ນິດ​ໃຫ້​ມີ​ກົກ​ມີ​ຕົ້ນ​ຂອງ​ມັນ​ເອງ.39(ເນື້ອ​ນັ້ນ​ບໍ່​ເໝືອນ​ກັນ​ໝົດ​ທຸກ​ຢ່າງ ເນື້ອ​ມະ­ນຸດ​ກໍ​ຢ່າງ​ໜຶ່ງ, ເນື້ອ​ສັດ​ສີ່​ຕີນ​ກໍ​ຢ່າງ​ໜຶ່ງ, ເນື້ອ​ນົກ​ກໍ​ຢ່າງ​ໜຶ່ງ, ເນື້ອ​ປາ​ກໍ​ຢ່າງ​ໜຶ່ງ.40ຮ່າງ­ກາຍ​ສຳ­ລັບ​ສະ­ຫວັນ​ກໍ​ມີ​ແລະ​ຮ່າງ­ກາຍ​ສຳ­ລັບ​ແຜ່ນ­ດິນ­ໂລກ​ກໍ​ມີ ແຕ່­ວ່າ​ສະ­ຫງ່າ­ລາ­ສີ​ຂອງ​ຮ່າງ­ກາຍ​ສຳ­ລັບ​ສະ­ຫວັນ​ກໍ​ຢ່າງ​ໜຶ່ງ ແລະ​ສະ­ຫງ່າ­ລາ­ສີ​ຂອງ​ຮ່າງ­ກາຍ​ສຳ­ລັບ​ໂລກ​ກໍ​ຢ່າງ​ໜຶ່ງ.41ສະ­ຫງ່າ­ລາ­ສີ​ຂອງ​ດວງ​ອາ­ທິດ​ກໍ​ຢ່າງ​ໜຶ່ງ, ສະ­ຫງ່າ­ລາ­ສີ​ຂອງ​ດວງ­ຈັນ​ກໍ​ຢ່າງ​ໜຶ່ງ, ສະ­ຫງ່າ­ລາ­ສີ​ຂອງ​ດວງ​ດາວ​ກໍ​ຢ່າງ​ໜຶ່ງ, ແຕ່​ທີ່​ຈິງ​ສະ­ຫງ່າ­ລາ­ສີ​ຂອງ​ດວງ​ດາວ​ດວງ​ໜຶ່ງ ກໍ​ຕ່າງ​ກັນ­ກັບ​ສະ­ຫງ່າ­ລາ­ສີ​ຂອງ​ດວງ​ດາວ​ດວງ​ອື່ນໆ).

42ສ່ວນ​ການ​ເປັນ​ຄືນ​ມາ​ຂອງ​ຄົນ​ຕາຍ​ກໍ​ເໝືອນ​ດັ່ງ­ນັ້ນ​ແຫລະ ຄື ສິ່ງ​ທີ່​ຫວ່ານ​ລົງ​ກໍ​ເປື່ອຍ­ເນົ່າ​ໄປ ແຕ່​ສິ່ງ​ທີ່​ເປັນ​ຄືນ​ມາ​ກໍ​ບໍ່​ຮູ້​ເປື່ອຍ­ເນົ່າ.43ເມື່ອ​ຫວ່ານ​ລົງ­ນັ້ນ​ບໍ່­ມີ​ຍົດ ເມື່ອ​ຄືນ​ຂຶ້ນ​ມາ​ກໍ​ມີ​ສະ­ງ່າ​ລາ­ສີ ເມື່ອ​ຫວ່ານ​ລົງ​ກໍ​ອ່ອນ​ກຳ­ລັງ ເມື່ອ​ຄືນ​ຂຶ້ນ​ມາ​ກໍ​ມີ​ລິດ​ອຳ­ນາດ.44ເມື່ອ​ຫວ່ານ​ລົງ​ກໍ​ເປັນ​ກາຍ​ທຳ­ມະ­ດາ ເມື່ອ​ຄືນ​ຂຶ້ນ​ມາ​ກໍ​ເປັນ​ກາຍ​ຝ່າຍ​ວິນ­ຍານ ຖ້າ​ມີ​ກາຍ​ທຳ­ມະ­ດາ​ກໍ​ຄົງ​ມີ​ກາຍ​ຝ່າຍ​ວິນ­ຍານ​ດ້ວຍ.45ມີ​ຄຳ​ຂຽນ­ໄວ້​ໃນ​ພຣະ­ຄຳ­ພີ​ວ່າ, “ມະ­ນຸດ​ຄົນ​ເດີມ​ຄື​ອາ­ດາມ​ນັ້ນ​ໄດ້​ບັງ­ເກີດ​ເປັນ​ຜູ້​ມີ­ຊີ­ວິດ​ຢູ່” ອາ­ດາມ​ຜູ້​ສຸດ­ທ້າຍ​ຄື​ພຣະ­ວິນ­ຍານ​ຜູ້​ປະ­ທານ​ຊີ­ວິດ.46ແຕ່​ກາຍ​ທີ່​ເກີດ​ມາ​ກ່ອນ­ນັ້ນ​ບໍ່​ໃຊ່​ເປັນ​ກາຍ​ຝ່າຍ​ວິນ­ຍານ ແຕ່​ເປັນ​ກາຍ​ທຳ­ມະ­ດາ​ແລະ​ຕໍ່­ມາ​ຈິ່ງ​ມີ​ກາຍ​ຝ່າຍ​ວິນ­ຍານ.47ມະ­ນຸດ​ເດີມ​ນັ້ນ​ເກີດ​ມາ​ຈາກ​ດິນ​ຈິ່ງ​ເປັນ​ຂີ້­ຝຸ່ນ​ດິນ ມະ­ນຸດ​ຖ້ວນ​ສອງ​ສະ­ເດັດ​ມາ​ຈາກ​ສະ­ຫວັນ.48ຜູ້​ທີ່​ເກີດ​ມາ​ຈາກ​ດິນ​ເປັນ​ຢ່າງ­ໃດ ຄົນ​ທັງ­ຫລາຍ​ທີ່​ເກີດ​ມາ​ຈາກ​ດິນ​ກໍ​ເປັນ​ຢ່າງ​ນັ້ນ ແລະ​ຜູ້​ທີ່​ສະ­ເດັດ​ມາ​ຈາກ​ສະ­ຫວັນ​ເປັນ​ຢ່າງ­ໃດ ຄົນ​ທັງ­ຫລາຍ​ທີ່​ເປັນ​ຝ່າຍ​ສະ­ຫວັນ​ກໍ​ເປັນ​ຢ່າງ​ນັ້ນ.49ເຮົາ​ທັງ­ຫລາຍ​ມີ​ລັກ­ສະ­ນະ​ສົມ​ກັບ​ມະ­ນຸດ​ທີ່​ເກີດ​ມາ​ຈາກ​ດິນ​ສັນ­ໃດ ພວກ­ເຮົາ​ກໍ​ຄົງ​ຈະ​ມີ​ລັກ­ສະ­ນະ​ສົມ​ກັບ​ຜູ້​ສະ­ເດັດ​ມາ​ຈາກ​ສະ­ຫວັນ​ສັນ­ນັ້ນ.

50ພີ່­ນ້ອງ​ທັງ­ຫລາຍ​ເອີຍ, ເຮົາ​ກ່າວ​ດັ່ງ­ນີ້​ໝາຍ­ຄວາມ­ວ່າ ມະ­ນຸດ​ທຳ­ມະ­ດາ​ຈະ​ມີ​ສ່ວນ​ໃນ​ລາ­ຊະ­ອາ­ນາ­ຈັກ​ຂອງ​ພຣະ­ເຈົ້າ​ບໍ່­ໄດ້ ແລະ​ສິ່ງ​ທີ່​ເປື່ອຍ­ເນົ່າ​ຈະ​ມີ​ສ່ວນ​ໃນ​ສິ່ງ​ທີ່​ບໍ່​ເປື່ອຍ­ເນົ່າ​ກໍ​ບໍ່­ໄດ້.51ນີ້­ແຫລະ, ເຮົາ​ມີ​ຂໍ້​ລັບ​ເລິກ​ບອກ​ພວກ​ເຈົ້າ​ວ່າ ເຮົາ​ທັງ­ຫລາຍ​ຈະ​ບໍ່​ລ່ວງ​ລັບ​ໄປ​ໝົດ​ທຸກ​ຄົນ ແຕ່​ເຮົາ​ທັງ­ຫລາຍ​ຈະ​ຖືກ​ຊົງ​ປ່ຽນ­ແປງ​ໃໝ່​ໝົດ​ທຸກ​ຄົນ.52ໃນ​ຊົ່ວ​ຂະ­ນະ​ດຽວ, ໃນ​ພັບ​ຕາ​ດຽວ, ເມື່ອ​ເປົ່າ​ແກ​ຄັ້ງ​ສຸດ­ທ້າຍ​ນັ້ນ ດ້ວຍ​ວ່າ​ຈະ​ມີ​ສຽງ​ແກ ແລະ​ຄົນ­ທີ່​ຕາຍ​ແລ້ວ​ຈະ​ຖືກ​ຊົງ​ບັນ­ດານ​ໃຫ້­ເປັນ​ຄືນ​ຂຶ້ນ​ມາ​ໂດຍ​ບໍ່​ເປື່ອຍ­ເນົ່າ ແລະ​ຝ່າຍ​ພວກ­ເຮົາ​ກໍ​ຈະ​ຖືກ​ຊົງ​ປ່ຽນ­ແປງ​ໃໝ່.53ເພາະ­ວ່າ​ກາຍ​ທີ່​ເປື່ອຍ­ເນົ່າ​ນີ້​ຕ້ອງ​ສວມ​ກາຍ​ທີ່​ບໍ່​ຮູ້­ຈັກ​ເປື່ອຍ­ເນົ່າ ແລະ​ກາຍ​ທີ່​ຕາຍ​ເປັນ​ນີ້​ຕ້ອງ​ສວມ​ກາຍ​ທີ່​ຕາຍ​ບໍ່​ເປັນ.54ແລະ​ເມື່ອ­ໃດ​ກາຍ​ທີ່​ຮູ້­ຈັກ​ເປື່ອຍ­ເນົ່າ​ນີ້​ຈະ​ໄດ້​ສວມ​ກາຍ​ທີ່​ບໍ່​ຮູ້­ຈັກ​ເປື່ອຍ­ເນົ່າ ແລະ​ກາຍ​ທີ່​ຕາຍ​ເປັນ​ນີ້​ຈະ​ໄດ້​ສວມ​ກາຍ​ທີ່​ຕາຍ​ບໍ່​ເປັນ ເມື່ອ­ນັ້ນ​ແຫລະ, ຄວາມ​ທີ່​ຂຽນ­ໄວ້​ໃນ​ພຣະ­ຄຳ­ພີ​ນັ້ນ​ຈະ​ສຳ­ເລັດ ຄື​ວ່າ,

“ຄວາມ​ຕາຍ​ໄດ້​ຕົກ​ເຖິງ​ປະ​ລາ​ໄຊ​ແລ້ວ.

55ໂອ ຄວາມ​ຕາຍ​ເອີຍ, ໄຊ­ຊະ­ນະ​ຂອງ​ມຶງ​ຢູ່​ໃສ

ໂອ ຄວາມ​ຕາຍ​ເຮີຍ, ໄລ​ພິດ​ຂອງ​ມຶງ​ຢູ່​ໃສ.”

56ໄລ​ພິດ​ຂອງ​ຄວາມ​ຕາຍ​ຄື​ຄວາມ​ບາບ ແລະ​ລິດ​ອຳ­ນາດ​ຂອງ​ຄວາມ​ບາບ​ຄື​ພຣະ­ບັນ­ຍັດ.57ແຕ່­ວ່າ​ຈົ່ງ​ຂອບ​ພຣະ­ຄຸນ​ພຣະ­ເຈົ້າ​ຜູ້​ຊົງ​ປະ­ທານ​ໄຊ­ຊະ­ນະ​ແກ່​ເຮົາ​ທັງ­ຫລາຍ ດ້ວຍ​ພຣະ­ເຢ­ຊູຄ­ຣິດ­ເຈົ້າ​ຂອງ​ພວກ­ເຮົາ.58ດັ່ງ​ນີ້­ແຫລະ, ພີ່­ນ້ອງ​ທີ່​ຮັກ​ຂອງ​ເຮົາ​ເອີຍ, ເຈົ້າ​ທັງ­ຫລາຍ​ຈົ່ງ​ຕັ້ງ​ໝັ້ນ​ຢູ່ ຢ່າ​ຫວັ່ນ­ໄຫວ ຈົ່ງ​ປະ­ຕິ­ບັດ​ງານ​ຂອງ​ອົງ​ພຣະ­ຜູ້­ເປັນ­ເຈົ້າ​ໃຫ້​ບໍ­ລິ­ບູນ​ທຸກ​ເວ­ລາ ດ້ວຍ​ຮູ້­ວ່າ​ໃນ​ອົງ​ພຣະ­ຜູ້­ເປັນ­ເຈົ້າ ການ​ຂອງ​ພວກ​ເຈົ້າ​ນັ້ນ​ຈະ​ບໍ່​ໄຮ້​ປະ­ໂຫຍດ.