1ແລ້ວຄົນອິສຣາເອນທັງໝົດກໍຊຸມນຸມກັນເພື່ອເຂົ້າເຝົ້າດາວິດທີ່ເມືອງເຮັບໂຣນທູນວ່າ “ເບິ່ງແມ ຂ້າພະອົງທັງຫລາຍເປັນກະດູກ ແລະເນື້ອໜັງຂອງພະອົງ2ໃນເວລາກ່ອນ ເມື່ອຊາອູນເປັນກະສັດ ພະອົງໄດ້ເປັນຜູ້ນຳຊາວອິສຣາເອນທີ່ຈະອອກໄປ ແລະເຂົ້າມາ ແລະ ພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພະອົງກ່າວແກ່ພະອົງວ່າ ‘ເຈົ້າຈະລ້ຽງດູອິສຣາເອນປະຊາຊົນຂອງເຮົາ ແລະເຈົ້າຈະເປັນເຈົ້ານາຍປົກຄອງອິສຣາເອນປະຊາຊົນຂອງເຮົາ’”3ດັ່ງນັ້ນ ພວກຜູ້ໃຫຍ່ທັງໝົດຂອງຄົນອິສຣາເອນກໍໄດ້ເຂົ້າເຝົ້າກະສັດທີ່ເມືອງເຮັບໂຣນ ແລະດາວິດໄດ້ເຮັດຄຳໝັ້ນ ສັນຍາກັບພວກເຂົາທີ່ເມືອງເຮັບໂຣນຕໍ່ພຣະພັກພຣະຜູ້ເປັນເຈົ້າ ແລະພວກເຂົາກໍເຈີມດາວິດໃຫ້ເປັນກະສັດປົກຄອງອິສຣາເອນຕາມພຣະທຳຂອງພຣະຜູ້ເປັນເຈົ້າໂດຍຜ່ານຊາມູເອນ
4ດາວິດ ແລະຄົນອິສຣາເອນທັງໝົດໄດ້ໄປເຢຣູຊາເລັມໂດຍໄປທີ່ເຢບຸດ ຊຶ່ງບ່ອນນັ້ນຄົນເຢບຸດອາໃສຢູ່ແລະແມ່ນປະຊາຊົນຂອງປະເທດນັ້ນ5ຊາວເມືອງເຢບຸດທູນດາວິດວ່າ “ພະອົງຈະສະເດັດເຂົ້າມາບ່ອນນີ້ບໍ່ໄດ້” ຢ່າງໃດກໍດີ ດາວິດໄດ້ຍຶດເອົາປ້ອມເມືອງຊີໂອນໄວ້ຄືເມືອງຂອງດາວິດ6ແລະດາວິດກ່າວວ່າ “ຖ້າຜູ້ໃດໂຈມຕີຊະນະຄົນເຢບຸດໄດ້ກ່ອນໝູ່ຈະໄດ້ເປັນຫົວໜ້າ ແລະຜູ້ບັງຄັບບັນຊາ” ແລະໂຢອາບລູກຊາຍຂອງນາງເຊຣູຢາໄດ້ລຸກຂຶ້ນໄປກ່ອນ ລາວຈຶ່ງໄດ້ເປັນຫົວໜ້າ7ດາວິດໄດ້ຢູ່ໃນທີ່ປ້ອມອັນເຂັ້ມແຂງ ເພາະສະນັ້ນພວກເຂົາຈຶ່ງໃຫ້ຊື່ບ່ອນນັ້ນວ່າເມືອງຂອງດາວິດ8ແລະພະອົງໄດ້ກໍ່ສ້າງກຳແພງອ້ອມຮອບເມືອງຕັ້ງແຕ່ມິນໂລໂດຍຮອບ ແລະໂຢອາບກໍໄດ້ສ້ອມແປງສ່ວນທີ່ເຫລືອຂອງເມືອງນັ້ນ9ດາວິດໄດ້ຈະເລີນຍິ່ງໃຫຍ່ຂຶ້ນ ເພາະວ່າພຣະຜູ້ເປັນເຈົ້າແຫ່ງຈັກກະວານໄດ້ສະຖິດຢູ່ກັບພະອົງ
10ຕໍ່ໄປນີ້ແມ່ນຄົນທີ່ເກັ່ງກ້າໃນພວກວິລະບູລຸດທີ່ຢູ່ຝ່າຍດາວິດ ຜູ້ທີ່ສະໜັບສະໜູນພະອົງຢ່າງແຂງແຮງໃນລາຊະອານາຈັກຂອງພະອົງດ້ວຍກັນກັບຊາວອິສຣາເອນທັງໝົດ ຕັ້ງພະອົງໃຫ້ເປັນກະສັດຕາມພຣະທຳຂອງພຣະຜູ້ເປັນເຈົ້າກ່ຽວກັບເລື່ອງອິສຣາເອນ11ຕໍ່ໄປນີ້ແມ່ນຈຳນວນວິລະບູລຸດຂອງດາວິດ ຄື ຢາໂຊເບອາມ ຄົນຮັກໂມນີເປັນຫົວໜ້າພວກຜູ້ບັງຄັບບັນຊາ ລາວຍົກຫອກຂອງລາວສູ້ຮົບກັບຄົນສາມຮ້ອຍຄົນ ແລະຂ້າຕາຍໃນຄາວດຽວກັນ
12ແລະຖັດຈາກລາວຄືເອເລອາຊາ ລູກຊາຍໂດໂດ ຄົນອາໂຮອາ ຊຶ່ງເປັນຜູ້ໜຶ່ງໃນວິລະບູລຸດທັງສາມຄົນຂອງດາວິດ13ລາວຢູ່ກັບດາວິດທີ່ປັດດຳມີມ ເມື່ອຄົນຟີລິດສະຕີນຊຸມນຸມກັນເຮັດສົງຄາມຢູ່ບ່ອນນັ້ນ, ມີທີ່ດິນຕອນໜຶ່ງມີເຂົ້າບາເລເຕັມໄປໝົດ ແລະຄົນທັງຫລາຍກໍປົບໜີຕໍ່ໜ້າຄົນຟີລິດສະຕີນ14ແຕ່ລາວຢືນຢູ່ທ່າມກາງທີ່ດິນຕອນນັ້ນ ແລະປ້ອງກັນດິນຕອນນັ້ນໄວ້ ແລະໄດ້ຂ້າຄົນຟີລິດສະຕີນ ພຣະຜູ້ເປັນເຈົ້າໄດ້ຊ່ວຍພວກເຂົາໃຫ້ພົ້ນດ້ວຍໄຊຊະນະອັນຍິ່ງໃຫຍ່
15ໃນພວກນາຍທະຫານເອກສາມສິບຄົນນັ້ນ ມີສາມຄົນໄດ້ລົງໄປຮອດກ້ອນຫີນດານເພື່ອໄປຫາດາວິດທີ່ຖ້ຳອະດຸລາມໃນຂະນະທີ່ກອງທັບຂອງຄົນຟີລິດສະຕີນຕັ້ງຄ້າຍພັກທີ່ຮ່ອມພູເຣຟາຢິມ16ໃນຄາວນັ້ນ ດາວິດຢູ່ໃນປ້ອມທີ່ເຂັ້ມແຂງ ແລະກອງທັບຟີລິດສະຕີນຢູ່ທີ່ເບັດເລເຮັມ17ດາວິດກ່າວດ້ວຍຄວາມອາໄລວ່າ “ໃຜນໍຈະສົ່ງນ້ຳຈາກບໍ່ທີ່ເບັດເລເຮັມຊຶ່ງຢູ່ໃກ້ຂ້າງປະຕູເມືອງມາໃຫ້ເຮົາດື່ມໄດ້”18ແລ້ວຄົນທັງສາມກໍແຫກຄ້າຍຂອງຄົນຟີລິດສະຕີນເຂົ້າໄປ ແລະຕັກນ້ຳມາຈາກບໍ່ເບັດເລເຮັມທີ່ຢູ່ຂ້າງປະຕູເມືອງ ນຳເອົາມາຖວາຍແກ່ດາວິດ ແຕ່ດາວິດບໍ່ໄດ້ດື່ມນ້ຳນັ້ນ ພະອົງໄດ້ຖອກອອກຖວາຍແດ່ພຣະຜູ້ເປັນເຈົ້າ19ແລະກ່າວວ່າ “ໂອ້ ພຣະອົງເຈົ້າເອີຍ ຂໍຢ່າໃຫ້ຂ້ານ້ອຍເຮັດການຢ່າງນີ້ ຄວນບໍທີ່ຂ້ານ້ອຍຈະດື່ມເລືອດຂອງຄົນ ເຫລົ່ານີ້ຜູ້ທີ່ສ່ຽງຊີວິດຂອງພວກເຂົາ? ເພາະຍ້ອນການສ່ຽງຊີວິດຂອງພວກເຂົາເອງ ພວກເຂົາຈຶ່ງໄດ້ເອົານ້ຳນີ້ມາ” ເພາະສະນັ້ນ ດາວິດຈຶ່ງບໍ່ໄດ້ດື່ມນ້ຳທີ່ທະຫານເກັ່ງກ້າສາມຄົນນັ້ນໄດ້ເອົາມາ
20ຝ່າຍອາບີຊາຍນ້ອງຊາຍຂອງໂຢອາບເປັນຫົວໜ້າຂອງສາມຄົນນັ້ນ ເພິ່ນໄດ້ຍົກຫອກຂອງເພິ່ນສູ້ຮົບກັບຄົນສາມຮ້ອຍ ແລະຂ້າຕາຍ ເພິ່ນຈຶ່ງໄດ້ຮັບຊື່ສຽງເໝືອນກັບວິລະບູລຸດສາມຄົນນັ້ນ21ໃນຈຳນວນສາມຄົນ ເພິ່ນມີຊື່ສຽງຫລາຍກວ່າອີກສອງຄົນນັ້ນ ແລະໄດ້ເປັນຜູ້ບັງຄັບບັນຊາພວກເຂົາ ແຕ່ເພິ່ນບໍ່ມີຍົດເທົ່າກັບສາມຄົນທຳອິດນັ້ນ
22ແລະເບນາຢາລູກຊາຍເຢໂຮຢາດາ ເປັນລູກຊາຍຂອງຄົນເກັ່ງກ້າແຫ່ງຊາວເມືອງກັບເຊເອນ ເປັນຄົນໃຫຍ່ໄດ້ກະທຳໃນສິ່ງທີ່ກ້າຫານຫລາຍ ລາວໄດ້ຂ້າຄົນເໝືອນໂຕສິງໃຫຍ່ຂອງໂມອາບເສຍສອງຄົນ; ລາວໄດ້ລົງໄປຂ້າສິງໃຫຍ່ໃນຫລຸມໃນມື້ທີ່ມີຫິມະຕົກ23ລາວໄດ້ຂ້າຄົນເອຢິບຄົນໜຶ່ງເປັນຊາຍທີ່ມີຮູບຮ່າງໃຫຍ່ ສູງຫ້າສອກ ຄົນເອຢິບຄົນນັ້ນຖືຫອກເໝືອນໄມ້ກຳພັ່ນ ຕ່ຳແຜ່ນ, ແຕ່ເບນາອີຢາຖືໄມ້ເທົ້າລົງໄປຫາລາວ ແລະຍາດເອົາຫອກຈາກມືຂອງຄົນເອຢິບ ແລະຂ້າດ້ວຍຫອກຂອງລາວເອງ24ສິ່ງເຫລົ່ານີ້ເບນາຢາລູກຊາຍເຢໂຮຢາດາໄດ້ເຮັດ ແລະໄດ້ຮັບຊື່ສຽງໃນໝູ່ທະຫານທີ່ເກັ່ງກ້າສາມຄົນນັ້ນ25ເບິ່ງແມ ລາວມີຊື່ສຽງໂດງດັງກວ່າສາມສິບຄົນນັ້ນ, ແຕ່ລາວບໍ່ມີຍົດສັກເທົ່າກັບສາມຄົນທຳອິດ ແລະດາວິດ ໄດ້ແຕ່ງຕັ້ງລາວໃຫ້ເປັນຜູ້ບັງຄັບບັນຊາທະຫານຮັກສາພະອົງ
26ນອກນັ້ນ ຍັງມີພວກທະຫານທີ່ເກັ່ງກ້າຂອງກອງທັບຄື ອາສາເຮນນ້ອງຊາຍຂອງໂຢອາບ ເອນຮະນັນລູກຊາຍຂອງໂດໂດຊາວເບັດເລເຮັມ
27ຊາມໂມດຊາວເມືອງຮາໂຣ, ເຮເລັດຄົນເປໂລນ
28ອີຣາລູກຊາຍອິກເກດຊາວເມືອງເຕໂກອາ, ອາບີເອເຊຊາວເມືອງອານາໂທດ
29ສິບເບກາຍຄົນຮູຊາຍ, ອີລາຍ ຄົນອາໂຮອາ
30ມາຮາຣາຍຊາວເນໂຕຟາ, ເຮເລັດລູກຊາຍບາອານາເຮຊາວເນໂຕຟາ
31ອີທາຍລູກຊາຍຣີບາຍແຫ່ງເມືອງກິເບອາຄົນເບັນຢາມິນ, ເບນາຢາ ຊາວປີຣາໂທນ
32ຮູຣາຍຊາວລາມທານກາອາດ, ອາບີເອນ ຄົນອາບາດ
33ອາຊະມາເວດຄົນບາຮູຣູມ, ເອລີຢາບາ ຊາວຊາອານໂບນ
34ລູກຫລານຮາເຊັມຄົນກິໂຊນ, ໂຢນາທານລູກຊາຍຊາກີ ຊາວຮາຣາ
35ອາຮີອາມລູກຊາຍສາກາ ຊາວຮາຣາ, ເອລີຟັນ ລູກຊາຍອູເຣ
36ເຮເຟ ຄົນເມເກຣາດ, ອາຮີຢາຄົນເປໂລນ
37ເຮດຊະໂຣ ຊາວກາເມນ, ນາອາຣາຍລູກຊາຍເອຊະບາຍ
38ໂຢເອນນ້ອງຊາຍນາທານ, ມິບຮາລາລູກຊາຍຮັກຣີ
39ເຊເລັກຄົນອຳໂມນ, ນາຮາຣາຍ ຊາວເບໂຣທາຍຜູ້ຖືອາວຸດຂອງໂຢອາບລູກຊາຍຂອງນາງເຊຣູຢາ
40ອີຣາຄົນອິດຣີ, ກາເຣບຄົນອິດຣີ
41ອູຣີຢາຄົນຮິດຕີ, ຊາບາດລູກຊາຍອາຮະລາຍ
42ອາດີນາລູກຊາຍຊີຊາຄົນຣູເບັນ ເປັນຫົວໜ້າຂອງຄົນຣູເບັນ ແລະສາມສິບຄົນທີ່ຢູ່ນຳກັນກັບພວກເຂົາ
43ຮານານລູກຊາຍມາອາກາ ແລະໂຢຊາຟັດ ຄົນມິດນີ
44ອຸດຊີຢາຊາວອັດຊະເຕຣາດ, ຊາມາ ແລະເຢອີເອນລູກຊາຍໂຮທາມຄົນອາໂຣເອ
45ເຢດີອາເອນລູກຊາຍຊິມຣີ ແລະໂຢຮານ້ອງຊາຍຂອງລາວ ຊາວຕີເຊ
46ເອລີເອນຊາວມາຮາວາ ເຢຣີບາຍ ແລະໂຢຊາວີຢາ ລູກຊາຍເອນນາອາມ ແລະອີທະມາ ຊາວໂມອາບ
47ເອລີເອນ, ໂອເບັດ ແລະຢາອາສີເອນ ຊາວເມໂຊບາ