ຄູ່​ມື​ອະທິບາຍ​ພຣະຄຳພີ

ຄຳ​ນຳ

ຈຸດປະສົງ​ໃນ​ການຂຽນ​ໜັງສື​ເຫລັ້ມນີ້​ເພື່ອຈະ​ຊ່ວຍ​ຕີ​ຄວາມໝາຍ​ຂອງ​ຂໍ້​ພຣະຄຳພີ​ເທົ່າ​ນັ້ນ ບໍ່​ຄ່ອຍ​ໄດ້​ສອນ​ຫລື​ຊີ້ແຈງ​ບົດຮຽນ​ຕ່າງໆ ຄື​ທີ່​ທ່ານ​ອາດຈະ​ໄດ້​ຮັບ​ຟັງ​ຕາມ​ຄຣິສຕະຈັກ ແຕ່​ເຮົາ​ເຊື່ອ​ແນ່​ວ່າ ເມື່ອ​ທ່ານ​ເຂົ້າໃຈ​ຄຳ​ທີ່​ພຣະວິນຍານບໍລິສຸດ​ໄດ້​ໂຜດ​ຂຽນໄວ້​ໃນ​ພຣະຄຳ ພີ​ໄດ້​ດີ​ຫລາຍ​ແລ້ວ ພຣະວິນຍານ​ອົງ​ດຽວ​ກັນ​ນັ້ນ​ຈະ​ກ່າວ​ໃນ​ຈິດໃຈ​ຂອງ​ທ່ານ​ອີກ​ດ້ວຍ

ໃນ​ການ​ອ່ານ​ປຶ້ມ​ເຫລັ້ມນີ້ ຄວນ​ຈະ​ອ່ານ​ຂໍ້​ພຣະຄຳພີ​ຄວບ​ຄູ່​ໄປ​ນຳ ບໍ່ດັ່ງນັ້ນ​ຈະ​ບໍ່​ໄດ້​ຮັບ ປະໂຫຍດ​ເທົ່າ​ທີ່​ຄວນ ຈຶ່ງ​ຂໍ​ແນະນຳ​ວ່າ ກ່ອນ​ຈະ​ອ່ານ​ແຕ່ລະ​ບົດ ຄວນ​ຈະ​ອ່ານ​ຂໍ້​ອ້າງ ອີງ​ຂອງ​ພຣະຄຳພີ​ທີ່​ຂຽນໄວ້​ຕາມ​ຫົວຂໍ້​ໃຫ້​ຈົບ​ແລ້ວ​ຈຶ່ງ​ຈະ​ເລີ່ມ​ສຶກສາ​ຄຳ​ອະທິບາຍ​ໃນ​ບົດ ຮຽນ ແລະ​ກັບ​ໄປ​ອ່ານ​ຂໍ້​ພຣະຄຳພີ​ທີ່​ອະທິບາຍ​ໄວ້​ນັ້ນ​ອີກ​ເທື່ອ​ໜຶ່ງ ຕົວ​ເລກ​ໃນ​ວົງເລັບ​ລົງ ທ້າຍ​ທຸກ​ຂໍ້​ໝາຍ​ເຖິງ​ຂໍ້​ພຣະຄຳພີ​ທີ່​ອະທິບາຍ​ໄວ້​ນັ້ນ

ອຸປະກອນ​ຢ່າງ​ອື່ນ​ທີ່​ຈະ​ຊ່ວຍ​ໃນ​ການສຶກສາ​ພຣະຄຳພີ​ຄື ແຜນທີ່ ແລະ​ປຶ້ມ​ຄູ່​ມື​ອື່ນໆ ເຊັ່ນ ຊື່​ແລະ​ຄຳ​ສັບ​ຕ່າງໆ​ໃນ​ພຣະຄຳພີ (ຄູ່​ມື​ຄຳ​ສັບ​ພຣະຄຳພີ) ເປັນຕົ້ນ

ເຮົາ​ຫວັງວ່າ​ປຶ້ມ​ຫົວ​ນີ້​ຈະ​ເປັນ​ປະໂຫຍດ​ສຳລັບ​ທຸກ​ຄົນທີ່​ປາດຖະໜາ​ຢາກ​ຈະ​ເຂົ້າໃຈ ພຣະຄຳພີ​ໃຫ້​ລະອຽດ​ຂຶ້ນ

ຜູ້​ຂຽນ ແລະ ຜູ້​ແປ​ພາສາ